19/02/2018 11:22 GMT+7 Email Print Like 0

ປະເພນີຕ້ອນຮັບບຸນເຕັດຂອງບັນດາເຜົ່າຢູ່ຫວຽດນາມ

      ແຕ່ລະປີ,ຮອດຍາມຮອດບຸນເຕັດ, ລະດູບານໃໝ່ວຽນມາ, ບັນດາຊົນເຜົ່າຢູ່ຫວຽດນາມ ພັດມີປະເພນີສະເພາະຂອງຕົນເພື່ອຕ້ອນຮັບບຸນເຕັດ, ຕ້ອນຮັບປີໃໝ່. ຄວາມເປັນເອກະລັກສະເພາະເຫຼົ່ານັ້ນ ໄດ້ສ້າງເປັນສີສັນວັດທະນະທຳທີ່ມີຫຼາຍຮູບຫຼາຍແບບ, ອຸດົມສົມບູນໃນພາບພົດຫວຽດນາມໃນຍາມບຸນເຕັດ

ຊາວເຜົ່າໂລໂລຕ້ອນຮັບບຸນເຕັດ
      ຫວຽດນາມແມ່ນປະຊາຄົມບັນດາເຜົ່າອ້າຍນ້ອງ. ແຕ່ລະເຜົ່າ ຕ່າງກໍມີແບບວິທີຕ້ອນຮັບບຸນເຕັດສະເພາະຂອງຕົນ. ຢູ່ບາງແຫ່ງ ກໍແກ່ຍາວເປັນເວລາຫຼາຍວັນ ອັນໄດ້ສ້າງເປັນລະດູບຸນເຕັດ. ແຕ່ລະແບບວິທີຕ້ອນຮັບບຸນເຕັດ ກໍລ້ວນແຕ່ສະແດງໃຫ້ເຫັນຄວາມເປັນເອກະລັກທາງດ້ານວັດທະນະທຳສະເພາະຂອງເຜົ່າຕົນ.
   ສຳລັບຊາວເຜົ່າເມື່ອງທີ່ດຳລົງຊີວິດຢູ່ເຂດຕີນພູ ຕານວຽນເຊີນ ທີ່ບາວີ່, ຮ່າໂນ້ຍນັ້ນ, ເມື່ອສຽງຄ້ອງດັງກ້ອງກັງວານຂຶ້ນໃນທ່າມກາງລະດູບານໃໝ່ນັ້ນ,  ກໍແມ່ນການຝາກຝັງຄວາມຄາດຫວັງສະຫງົບສຸກ ແລະ ອີ່ມໜຳສຳລານຂອງຊາວເຜົ່າເມື່ອງຢູ່ແຫ່ງນີ້. ຕາມປະເພນີແລ້ວ, ງານບຸນຕ້ອນຮັບລະດູບານໃໝ່ໃນທຸກໆປີຂອງພໍ່ແມ່ພີນ້ອງ ກໍຕ້ອງມີລາຍການຟ້ອນລຳທຳເພງ ຍ້ອງຍໍສັນລະເສີນຕົ້ນໄຮໃຫຍ່ທີ່ມີອາຍຸນັບພັນປີໃນໝູ່ບ້ານ. ຕໍ່ຈາກນັ້ນ, ຊາວນັ້ນຈະໄປນ້ຳສ້າງເພື່ອເອົານ້ຳມາຖະຫວາຍບູຊາ ກ່ອນທີ່ຖອກໃສ່ໄຫບັນຈຸນ້ຳດື່ມ. ຊາວເຜົ່າເມື່ອງເຊື່ອວ່າ ນ້ຳທີ່ສັກສິດຢູ່ນ້ຳສ້າງເກົ່າ ຈະນຳມາເຊິ່ງຄວາມໂຊກດີ ແລະ ຊ່ວຍໃຫ້ບັນດາຄອບຄົວທຳມາຫາກິນໄດ້ຮັບຜົນດີໃນຕະຫຼອດປີໃໝ່. ຕາມຄວາມສຳນຶກຂອງຊາວເຜົ່າເມື່ອງ, ບຸນເຕັດເລີ່ມຂຶ້ນ ນັບແຕ່ວັນທີ 27 ເດືອນ 12 ໄລ່ຕາມຈັນທະປະຕິທິນ. ຊຸມວັນນີ້, ຄອບຄົວໃນກໍຂ້ອງຄາກັບວຽກງານຫຼາຍຢ່າງເມື່ອທຽບໃສ່ມື້ທຳມະດາ. ໃນນັ້ນ ມີເລື່ອງເຮັດເຮືອນຄົວໃໝ່. ນອກຈາກນັ້ນ, ໃນຕອນຄ່ຳວັນທີ 27 ເດືອນ 12, ມີວຽກງານໜຶ່ງທີ່ຈຳເປັນຕ້ອງເຮັດດ້ວຍຄວາມເຄົາລົບນັບຖື. ລຸງ ດິງວັນລວນ ຢູ່ບ້ານຣົວ, ວັນຮ້ວາ, ບາວີ່, ຮ່າໂນ້ຍ ໃຫ້ຮູ້ວ່າ :
     “ ສຳລັບແທນບູຊາ ແມ່ນຕ້ອງເຮັດອະນາໄມ, ປະດັບປະດາ, ແຕ່ພິເສດແມ່ນຕ້ອງມີດອກຄາຍ, 2 ຕົ້ນອ້ອຍ, ມີໝາກໄມ້ 5 ຊະນິດ ແລະ ເຂົ້າໜົມຊະນິດຕ່າງໆ. ຕາມການເຊື່ອຖືຂອງຊາວເຜົ່າເມື່ອງແລ້ວ, ກໍມີເທວະດາຟ້າແຖນ ຈະຊ່ວຍເຫຼືອມວນມະນຸດ. ດັ່ງນັ້ນ ພວກລູກຫຼານກໍຕ້ອງປະຕິບັດຕາມປະເພນີນີ໊ ”
     ສຳລັບຊາວຫວຽດນາມແຕ່ລະຄົນ, ບຸນປີໃໝ່ປະຈຳຊາດ ຍາມໃດກໍມີຄວາມສັກສິດ. ສຳລັບຊາວເຜົ່າ ຊ້ານຢິ່ວ ທີ່ຕາແສງ ດົງຮຶງ, ເມືອງລຸກນາມ, ແຂວງບັກຢາງ ແລ້ວ, ປະເພນີຕ້ອນຮັບບຸນເຕັດ ກໍມີຄວາມເປັນເອກະລັກສະເພາະ ເຕັມໄປດ້ວຍສີສັນຂອງເຜົ່າຕົນ. ໃນຊຸມວັນຍາມບຸນເຕັດ, ລະດູບານໃໝ່ວຽນມາ,  ບັນດາຄອບຄົວສ່ວນຫຼາຍໃນບ້ານ ກໍລ້ວນແຕ່ຕົ້ມເຫຼົ້າເອງເພື່ອດຶ່ມ ແລະ ເຊີນແຂກເມື່ອມາຢ້ຽມຢາມໃນຊຸມວັນຕົ້ນລະດູບານໃໝ່. ກ່ອນທີ່ຈະຮອດບຸນເຕັດແຕ່ 1- 2 ວັນ, ບັນດາຄອບຄົວໃນບ້ານ ກໍພ້ອມກັນຫໍ່ເຂົ້າຕົ້ມດ້ວຍວັດຖຸດິບທີ່ມີຢູ່ແລ້ວຂອງຄອບຄົວ. ໃນປະເພນີຕ້ອນຮັບບຸນເຕັດຂອງຊາວເຜົ່າ ຊ້ານຢິ່ວ, ກໍມີສິ່ງທີ່ຈັບໃຈ ນັ້ນແມ່ນໃນຍາມເຊົ້າຕູ່, ພວກລູກຫຼານພາກັນໄປເອົານ້ຳຢູ່ຕາມຫ້ວຍ ມາຕົ້ມ ແລະ ເຮັດເຂົ້າປຽກຫວານເພື່ອບູຊາບັນພະບູລຸດ. ໃນຕອນເຊົ້າວັນທີ 1 ຂອງບຸນເຕັດ, ຊາວເຜົ່າ ຊ້ານຢິ່ວ ກິນເຈ, ຊຶ່ງກິນແຕ່ເຂົ້າປຽກຫວານເທົ່ານັ້ນ. ນີ້ແມ່ນປະເພນີພິເສດ. ເຂົ້າປຽກຖືກເຮັດດ້ວຍເຂົ້າໜຽວ, ໝາກຖົ່ວຂຽວ ແລະ ນ້ຳຕານ. ໃນພາເຂົ້າບູຊາບັນພະບູລຸດ, ຍາມໃດກໍມີເຂົ້າປຽກຫວານ 5 ຖ້ວຍ.  ລຸງ ຝ້າມເຖາະດວານ ພະນັກງານຕາແສງ ດົງຮຶງ ໃຫ້ຮູ້ວ່າ : 
    “ ຊຸມປີມໍ່ໆມານີ້, ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດ, ພວກຂ້າພະເຈົ້າໄດ້ສ້າງຕັ້ງສະໂມສອນ ຂັບຊອງໂກ. ນີ້ແມ່ນຮູບແບບເພື່ອຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ. ຊຸມປີກ່ອນນີ້, ບັນດາຮີດຄອງປະເພນີຂອງ ຊາວເຜົ່າ ຊ້ານຢິ່ວ ໄດ້ຖືກສູນຫາຍໄປ, ແຕ່ໃນຊຸມປີມໍ່ໆມານີ້, ປະເພນີຕ້ອນຮັບບຸນເຕັດຂອງ ຊາວເຜົ່າ ຊ້ານຢິ່ວ ໄດ້ຮັບການຟື້ນຟູ. ສຳລັບ ຊາວເຜົ່າ ຊ້ານຢິ່ວແລ້ວ, ບຸນປີໃໝ່ປະເພນີ ແມ່ນວັນບຸນໃຫຍ່ຂອງເຜົ່າຕົນ ”
     ສ່ວນຢູ່ເຂດພູສູງ, ເມຶ່ອດອກໝັ້ນເລີ່ມບານສະພັ່ງ ກໍແມ່ນຈຸດເວລາບອກເຕືອນກ່ຽວກັບລະດູບານໃໝ່ພວມວຽນມາ. ຊາວເຜົ່າມົ້ງຢູ່ຕາແສງ ກ້ານຈູຟິ່ນ, ລຸ້ງກູ ແລະ ເຄົາວາຍ ທີ່ເມືອງ ແມ່ວຫວາກ ແຂວງຮ່າຢາງ ຍັງຄົງຮັກສາປະເພນີຕ້ອນຮັບບຸນເຕັດໃນຍາມເດືອນ 12 ໄລ່ຕາມຈັນທະປະຕິທິນໃນແຕ່ລະປີ. ນີ້ແມ່ນຊ່ວງເວລາທີ່ທຸກໆຄົນໃນຄອບຄົວໄດ້ເຕົ້າໂຮມກັນພາຍຫຼັງຊຸມວັນເດືອນ ອອກແຮງງານດ້ວຍຄວາມລຳບາກ. ໂອກາດບຸນເຕັດ ກໍແມ່ນຊ່ວງເວລາໄດ້ພັກຜ່ອນ, ເຮັດອະນາໄມ, ປະດັບປະດາແທນບູຊາບັນພະບູລຸດ. ນີ້ຍັງແມ່ນໂອກາດເພື່ອໃຫ້ເພື່ອໃຫ້ລຸ່ນໜຸ່ມ, ບາວສາວໄດ້ພົບປະ ໂອ້ລົມກັນ, ສະແດງວາດຟ້ອນ, ຂັບກ້ຽວ, ຊອກຮູ້ກັນເພື່ອກາຍເປັນຄູ່ຜົວເມຍ. ອ້າຍ ທໍ່ຈີ້ເຣຍ ຊາວເຜົ່າມົ້ງ ທີ່ຕາແສງ ກ້ານຈູຟິ່ນ, ເມືອງ ແມ່ວຫວາກ ແຂວງຮ່າຢາງ ໃຫ້ຮູ້ວ່າ : 
     “ ພໍ່ແມ່ພີນ້ອງຊາວເຜົ່າມົ້ງ ກໍມີການກະກຽມຫຼາຍຢ່າງເພື່ອຕ້ອນຮັບບຸນເຕັດ, ພໍ່ແມ່ພີນ້ອງ ຊາວເຜົ່າ ຊ້ານຢິ່ວ ຕ້ອງສະຫງວນເວລາເດືອນໜຶ່ງເພື່ອໄປເອົາຟືນເພື່ອເປົ່າໄຟແຕ່ງອາຫານ. ບຸນເຕັດ ຈະພັກຜ່ອນເດືອນໜຶ່ງ. ທີ 2 ແມ່ນກະກຽມຫຍ້າໃຫ້ງົວ, ຄວາຍກິນ, ທັງເພື່ອໃຫ້ພວກເດັກໄປຫຼິ້ນບຸນ. ພັກບຸນເຕັດຮອດໝົດເດືອນຈຽງ, ແລ້ວຈຶ່ງໄປເຮັດໄຮ່ ”
      ລະດູບານໃໝ່ພວມວຽນມາສູ່ບັນດາຄອບຄົວຊາວເຜົ່າຕ່າງໆໃນທົ່ວປະເທດ. ກິນຫອມຂອງເຫຼົ້າ, ລົດຫວານເຢັນຂອງເຂົ້າປຽກຖົ່ວຂຽວ ແລະ ບັນດາທຳນອງເພງຂັບຊອງໂກທີ່ອ່ອນຫວານໄດ້ປະສານເຂົ້າກັນ. ທັງໝົດເຫຼົ່ານັ້ນ ໄດ້ສ້າງເປັນບົດດົນຕີປະສານສຽງ, ປະກອບສ່ວນເຮັດໃຫ້ສາງວັດທະນະທຳທີ່ເປັນເອກະລັກຂອງຊາດຫວຽດນາມອຸດົມສົມບູນຍິ່ງໆຂຶ້ນ
 (ແຫຼ່ງຄັດຈາກ VOV)