22/10/2015 11:04 GMT+7 Email Print Like 0

ປະສົບຄວາມສຳເລັດຢ່າງມະຫັດສະຈັນ ທົ່ງດົ່ງທາບເມືອຍ

ດົ່ງທາບເມືອຍເປັນເຂດດິນທີ່ເຄີຍໄດ້ຮັບຂະໜານນາມວ່າເປັນ “ຖົງຫີນສົ້ມ”, ແມ່ນ “ບ່ອນທີ່ນ້ຳຖ້ວມຫລາຍກວ່າຫມູ່” ຂອງເຂດ ທົ່ງພຽງແມ່ນ້ຳຂອງ, ແຜ່ນດິນທີ່ເຮັດໃຫ້ນັກວິທະຍາສາດສາກົນ ຫຼາຍຄົນທໍ້ຖອຍໃຈເມື່ອຫວັງຢາກເປັນເຈົ້າຂອງເພື່ອດຳເນີນການ ຜະລິດກະສິກຳ. ແຕ່ແລ້ວ, ພາຍຫຼັງພຽງ 4 ທົດສະວັດ (1975-2015), ຂະບວນວິວັດແຫ່ງການຄົ້ນຫາ, ດັດແປງດິນສົ້ມ ແລະ ການແກ້ໄຂສະກັດກັ້ນໄພນຳ້ຖວ້ມ ຂອງປະຊາຊົນພາກໃຕ້ໄດ້ ສ້າງຄວາມສຳເລັດຢ່າງມະຫັດສະຈັນ, ເນລະມິດດິນແຫ່ງນີ້ກາຍ ເປັນອູ່ເຂົ້າໃຫຍ່ທີ່ສຸດຂອງຫວຽດນາມ, ປະກອບສ່ວນຮັບປະກັນ ແຫຼ່ງບຽງອາຫານຂອງຊາດ ແລະ ເຮັດໃຫ້ຫວຽດນາມກາຍເປັນ ປະເທດມະຫາອຳນາດກ່ຽວກັບການສົ່ງອອກເຂົ້າສານຢູ່ໃນ ໂລກ. 
ຂະບວນວິວັດການບຸກເບີກຖາກຖາງທີ່ຍາວນານ
ຕາມຕຳນານປະຫວັດສາດທີ່ຈົດກາຍໄວ້, ຊື່ເອີ້ນວ່າ ດົ່ງທາບເມືອຍ ແມ່ນໄດ້ປະກົດຕົວແຕ່ຕົ້ນສະຕະວັດທີ XIX. ນີ້ເປັນແຜ່ນ ດິນທີ່ຕັ້ງຢູ່ຍ່ານປາກແມ່ນ້ຳຕ່ຽນ. ດົ່ງທາບເມືອຍມີພູມສັນຖານ ຫຼຸບລົງຄືດັ່ງຮູບໝໍ້ຂາງ, ດິນມີທາດສົ້ມ, ມີແຕ່ຫຍ້າປົ່ງຂຶ້ນເປັນທົ່ງ. ແຕ່ລະປີ, ນະແຫ່ງນີ້ເປັນອ່າງໂຕ່ງນ້ຳຝົນ 6 ເດືອນເກີດນຳ້ຖ້ວມ ໄຫຼນອງກາຍເປັນເຂດນ້ຳຖ້ວມຫລາຍກວ່າຫມູ່ໃນເຂດນີ້ ແລະ 6 ເດືອນຕໍ່ມາເປັນເດືອນທີ່ມີແສງແດດກ້າ, ແຫ້ງແລ້ງເຮັດໃຫ້ທົ່ງນາຂາດນ້ຳເຖິງຂັ້ນບໍ່ສາມາດປູກຕົ້ນຫຍັງໄດ້ເລີຍຈຶ່ງປະໃຫ້ດິນເປົ່າຫວ່າງ. ເມື່ອລ່າເມືອງຂຶ້ນຝຣັ່ງມາບຸກຢຶດພາກໃຕ້, ໄດ້ແຕ່ງຕັ້ງຊ່ຽວຊານລົງໄປຄົ້ນຄວ້າເພື່ອຈຸດປະສົງຂຸດຄົ້ນ, ແຕ່ສຸດທ້າຍກໍ່ກັບເມືອ ໂດຍເສຍແຮງລ້າໆຍ້ອນໃຫ້ວ່າບໍ່ສາມາດປູກເຂົ້າໃນດົ່ງທາບ ເມືອຍນີ້ໄດ້.

ດິນສົ້ມໄດ້ສົ່ງຜົນກະທົບຢ່າງໜັກໜ່ວງເຖິງ ຄຸນນະພາບດິນເພື່ອ ການຜະລິດກະສິກຳ ກໍຄືການດຳລົງຊີວິດ ຂອງປະຊາຊົນ ຜູ້ທີ່ອົບພະຍົບມາດົ່ງທາບເມືອຍເພື່ອການບຸກເບີກ. ຄອບຄົວ ອ້າຍ  ຫງວຽນແທ່ງຕ່າຍ ຢູ່ຕາແສງເຕີນໄຕ, ເມືອງແທ້ງຮວ້າ, ແຂວງລອງອານ ຍັງຮັກສາໄວ້ຄວາມຊົງຈຳຂອງຕົນກ່ຽວກັບ ຄວາມລຳບາກກາກກຳເມື່ອເຂົ້າມາດົ່ງທາບເມືອຍຕັ້ງອາຊີບ. ລາວເລົ່າສູຟັງວ່າ: “ຄາວນັ້ນ, ນະແຫ່ງນີ້ ຮົກເຮື້ອຫວ່າງເປົ່າທີ່ສຸດ, ຍ່າງປະມານໜຶ່ງຫຼັກຈຶ່ງເຫັນມີເຮືອນຫຼັງໜຶ່ງ. ແຫຼ່ງນ້ຳກິນກໍ່ມີຄວາມສົ້ມໜັກຫນ່ວງ ເຖິງຂັ້ນສາມາດມອງເຫັນຄາບຫີນສົ້ມຢູ່ ພື້ນນ້ຳ. ພໍ່ແມ່ປະຊາຊົນຢາກດື່ມນ້ຳຕ້ອງໃຊ້ຜ້າມັດສອງສົ້້ນ ແລະ ນຳຂີ້ເທົ່າໃສ່ເທິງຜ້າ ແລ້ວຕັກນ້ຳໃສ່ ໃຫ້ນ້ຳລອດຜ່ານແພ ຈຶ່ງເປັນນ້ຳດື່ມບໍລິສຸດ”.

ພາຍຫຼັງປະເທດຊາດເປັນເອກະລາດ, ຕໍ່ໜ້າຄວາມຮຽກຮ້ອງ ຕ້ອງການແກ້ໄຂຢ່າງຮີບດ່ວນກ່ຽວກັບບັນຫາຂາດສະບຽງອາຫານໃນທົ່ວປະເທດ, ອຳນາດການປົກຄອງຂອງແຂວງຕ່າງໆຢູ່ ເຂດນີ້ຈຶ່ງໄດ້ຈັດຕັ້ງການຍົກຍ້າຍປະຊາຊົນໄປຕັ້ງພູມລຳເນົາຢູ່ ດົ່ງທາບເມືອຍເພື່ອການບຸກເບີກຂະໜາດໃຫຍ່ ແລະ ລວມສູນ.


ພະນັກງານຂອງສູນຄົ້ນຄວ້າ ແລະ ພັດທະນາກະສິກຳ ດົ່ງທາບເມືອຍ ຄົ້ນຄວ້າຕົວແບບດິນສົ້ມຢູ່ທົ່ງນາ. ພາບ: ເລມິນ/VNP


ການເຄື່ອນໄຫວຄົ້ນຄວ້າດ້ານທໍລະນີສາດ ຂອງບັນດາ ນັກວິທະຍາສາດຢູ່ເຂດດົ່ງທາບເມືອຍ. ພາບ: ເອກະສານ/VNP


ຂະບວນວິວັດແຫ່ງການບຸກເບີກຖາກຖາງ, ດັດແປງດົ່ງທາບເມືອຍ ໄດ້ຖືວ່າເປັນຄວາມສຳເລັດຢ່າງມະຫັດສະຈັນ
ຂອງປະຊາຊົນ ພາກໃຕ້. ພາບ: ເອກະສານ /VNP



ພະນັກງານສູນຄົ້ນຄວ້າ ແລະ ພັດທະນາກະສິກຳ ດົ່ງທາບ ເມືອຍ ຄົ້ນຄວ້າແນວພັນເຂົ້າທີ່ທົນທານກັບທາດສົ້ມ
ທີ່ໄດ້ປູກ ຢູ່ໃນເຮືອນທົດລອງຂອງສູນ. ພາບ: ເລມິນ/VNP





ຄົ້ນຄວ້າຕົວແບບເຂົ້າຢູ່ທີ່ຫ້ອງທົດລອງ ແລະ ບັນດາ ແນວ ພັນເຂົ້າ ທີ່ເໝາະສົມກັບດິນ ດົ່ງທາບເມືອຍ ຂອງສູນຄົ້ນຄົ້ນຄວ້າ
ແລະ ພັດທະນາກະສິກຳ ດົ່ງທາບເມືອຍ. ພາບ: ທົງຫາຍ/VNP ແລະ ເອກະສານ



ເຂດປູກຕົ້ນໝາກນາວບໍ່ມີແກ່ນ ຢູ່ດິນຫີນສົ້ມທີ່ຕາແສງ ເຕີນໄຕ, ເມືອງແທງຮວ້າ, ແຂວງລອງອານ. ພາບ: ທົງຫາຍ/VNP


ຕົ້ນໝາກນັດເໝາະສົມປູກຢູ່ເຂດດິນສົ້ມ ດົ່ງທາບເມືອຍ. ພາບ: ທົງຫາຍ/VNP


ເຂດຊຸມຊົນຢູ່ລຽບສາຍຄອງເໝືອງທີ່ເມືອງແທງຮວ້າ, ແຂວງ ລອງອານ. ພາບ: ເລມິນ/VNP


ພາບລວມຂອງເທດສະບານເມືອງ ກ້ຽນເຕືອງ, ແຂວງ ລອງອານ. ພາບ: ທົງຫາຍ/VNP
 
 
ດົ່ງທາບເມືອຍແມ່ນຊື່ເອີ້ນຂອງເຂດດິນຫຼຸບກວ້າງ 697.000 ເຮັກຕາ, ກວມປະມານ 18% ຂອງເນື້ອທີ່ດິນທົ່ງພຽງແມ່ນ້ຳຂອງ, ຕັ້ງລຽບເປັນແຜ່ນກວ້າງເຊື່ອມຕໍ່ທັງສາມແຂວງລອງອານ, ຕ່ຽນ ຢາງ ແລະ ດົ່ງທາບ. ໃນນັ້ນ, ລອງອານ ກວມເອົາເນື້ອທີ່ປະມານ 50%. 
ມີປະຊາຊົນນັບຫຼາຍພັນຄົນທີ່ມາຈາກທ້ອງຖິ່ນຕ່າງໆເຊັ່ນ: ເບັ້ນ ແຈ, ຕ່ຽນຢາງ, ກ່າເມົາ, ລອງອານ ແລະ ອື່ນໆ ໄດ້ມາດົ່ງທາບເມືອຍ ແລະ ສ້າງຕັ້ງນິຄົມປູກເຂົ້າ. ພາຍຫຼັງເປັນເວລາ 6 ປີ (1976-1982), ທົ່ວເຂດດົ່ງທາບເມືອຍ ໄດ້ສ້າງຕັ້ງນິຄົມກະເສດ ແຫ່ງລັດ 27 ແຫ່ງ,  ສ້າງເປັນ 3 ເຂດເພື່ອປູກເຂົ້າຄື: ເຂດຫວີງ ຮືງ, ເຂດດົ່ງທາບ ແລະ ເຂດໂມກຮ້ວາ ດ້ວຍເນື້ອທີ່ທັງໝົດ 222.369 ເຮັກຕາ. ແຕ່ເຖິງຢ່າງໃດກໍ່ດີ, ປະສິດທິຜົນຂອງການ ຜະລິດຄາວນັ້ນຍັງບໍ່ທັນສູງເນື່ອງຈາກວ່າປູກເຂົ້າໄດ້ພຽງລະດູ ດຽວເທົ່ານັ້ນ.

ເມື່ອເວົ້າເຖິງຄ່າແຮງໃນການບຸກເບີກ, ຍຶດຄອງ ແລະ ດັດແປງ ເຂດດິນດັ່ງກ່າວ, ປະຊາຊົນເຂດດົ່ງທາບເມືອຍຍາມໃດກໍເອີ່ຍ ເຖິງທ່ານອະດີດນາຍົກລັດຖະມົນຕີ ຫວໍວັນກຽດ. ຍັງຈື່ໄດ້ວ່າ, ໃນຊຸມປີ 80 ຂອງສະຕະວັດກ່ອນ, ທ່ານ ຫວໍວັນກຽດ ຄາວນັ້ນດຳເນີນເປັນຮອງປະທານສະພາລັດຖະມົນຕີ ໄດ້ຈັດຕັ້ງກອງປະຊຸມ ການນຳ 3 ແຂວງຄື ແຂວງລອງອານ, ຕ່ຽນຢາງ ແລະ ແຂວງດ່ົງ ທາບ ເພື່ອປຶກສາຫາລືຊອກຫາມາດຕະການດັດແປງດິນເຂດນີ້. ຈາກນັ້ນ, ທ່ານໄດ້ຕັດສິນຊີ້ນຳຈັດຕັ້ງປະຕິບັດຢ່າງປະສົບຜົນສຳ ເລັດໂຄງການ “ຮ່ວມໃຊ້ຊີວິດກັບນ້ຳຖ້ວມ” ແລະ “ລະບາຍນ້ຳຖວ້ມອອກສູ່ທະເລຕາເວັນຕົກ” ຊ່ວຍລະບາຍນ້ຳຖ້ວມອອກ, ປ່ຽນເອົານ້ຳສົ້ມເປັນນ້ຳຈືດ, ບຸດເບີກດິນທີ່ເປົ່າຫວ່າງ ໄດ້ນັບຫຼາຍແສນເຮັກຕາ.

ແລະກໍ່ແຕ່ນັ້ນມາ, ມີຄະນະນັກຄົ້ນຄວ້າ, ນັກວິທະຍາສາດ ຫຼາຍຄະນະໄດ້ສະໝັກລົງສູ່ດົ່ງທາບເມືອຍບຸທົ່ງນາ, ລຸຍນ້ຳເພື່ອຄົ້ນ ຄວ້າ. ໃນນັ້ນ, ຫມາກຜົນການຄົ້ນຄວ້າສຳຄັນຂອງຈຸ ຮອງສາດ ສະດາຈານ.ດຣ ໂຮ່ວັນຈີ໋ນ ທີ່ມາຈາກສະຖາບັນພູມສາດ-ຊັບພະ ຍາກອນ ນະຄອນໂຮ່ຈີມິນໄດ້ກາຍເປັນເຂັມທິດເພື່ອໃຫ້ດົ່ງທາບ ເມືອຍນຳໃຊ້ ແລະ ປະຕິບັດຕົວຈິງ.

ຜ່ານການຄົ້ນຄວ້າ, ທ່ານຮອງສາດສະດາຈານ.ດຣ ໂຮ່ວັນຈີ໋ນໄດ້ ສະຫຼຸບລວມວ່າ: ອັນທີ່ຍາກທີສຸດໃນການດັດແປງ ດົ່ງທາບເມືອບ ແມ່ນຕ້ອງຊີ້ແຈງໃຫ້ປະຊາຊົນຮູ້ວ່າ ເຂົາເຈົ້າຄວນຈະປູກຕົ້ນໄມ້ ຊະນິດໃດຢູ່ເຂດດິນຕອນໃດຈິ່ງຈະເໝາະສົມ ແລະ ວຽກຊົນລະ ປະທານແມ່ນຖືບົດບາດສຳຄັນອັນດັບຫນຶ່ງຕໍ່ການຜະລິດກະສິກຳ.

ເມື່ອໝູນໃຊ້ເຂົ້າວຽກງານຕົວຈິງ, ຄອງເໝືອງສາຍຕ່າງໆ ຈາກແຫລ່ງນ້ຳຄື: ຮົ່ງງື້, ຫວີງຮືງ ຫຼືບັນດາຄອງເໝືອງຊັ້ນ 1 ເບື້ອງ ລຸ່ມຄື: ລຳຄອງ 28, 79, 12 ແລະ ອື່ນໆ ໄດ້ຮີບດ່ວນຂຸດຄືນ ໃໝ່ເພື່ອເອົານ້ຳເຂົ້າທົ່ງນາ.

ນ້ຳຈືດທີ່ມາຈາກແມ່ນ້ຳຕ່ຽນ, ແມ່ນ້ຳ ວ່າມກໍ໊ ໄຫລຕາມລຳຄອງ ຕ່າງໆ ເຂົ້າສູ່ທົ່ງດົ່ງທາບເມືອຍ ບໍ່ພຽງແຕ່ຊ່ວຍຂ້າທາດພິດ, ລ້າງ ທາດສົ້ມເທ່ົານັ້ນ ຫາກຍັງຊ່ວຍໃຫ້ນຳ້ຖ້ວມອັ່ງຢູ່ອອກສູ່ທະເລຕາ ເວັນອອກ, ເຮັດໃຫ້ຫຼຸດຜ່ອນຄວາມດັນຂອງນຳ້ຖ້ວມອັ່ງຂຶ້ນ, ພ້ອມ ກັນນັ້ນກໍສະໜອງນ້ຳຈືດໃຫ້ແກ່ພືດປູກຝັງ ແລະ ຊີວິດການເປັນ ຢູ່ຂອງປະຊາຊົນ. ນ້ຳຈືດໄຫລຮອດໃສ ເນື້ອທີ່ປູກເຂົ້າແມ່ນເພີ່ມ ຂຶ້ນຮອດຫັ້ນ, ເນື້ອທີ່ດິນເປົ່າຫວ່າງນັບມື້ນັບຫນ້ອຍລົງ. 

ປີ 1983, ສູນຄົ້ນຄວ້າ ແລະ ພັດທະນາກະສິກຳ ດົ່ງທາບເມືອຍ ໄດ້ຮັບການສ້າງຕັ້ງຂຶ້ນທີ່ເມືອງ ຫວີງຮືງ, ແຂວງ ລອງການເຮັດ ໜ້າທີ່ຄົ້ນຄວ້າຫາມາດຕາການແກ້ໄຂ ຕົວຈິງ ເພື່ອການປູກເຂົ້າ ໄດ້ຮັບຜົນສຳເລັດເທິງທົ່ງດິນສົ້ມດັ່ງກ່າວ.

ໃນໄລຍະນີ້, ບັນດາມາດຕາການເຮັດນາຫວ່ານ, ນຳໃຊ້ຝຸ່ນຟົດ ຟໍລະລາຍລ້າງທາດສົ້ມປູກເຂົ້າໂດຍທາງສູນຄົ້ນຄວ້າ ໄດ້ຖືກນຳ ໃຊ້ຕົວຈິງເທື່ອລະກ້າວ. ນອກຈາກນັ້ນ, ສູນກໍໄດ້ປູກທົ່ວໄປແນວ ພັນເຂົ້າແຫ່ງຊາດສອງປະເພດ ຄື QR 50404 ແລະ IR 59606 ທີ່ມີຄຸນລັກສະນະທົນທານກັບຄວາມສົ້ມ, ມີຜົນຜະລິດສູງເປັນ ປົກກະຕິທັງສອງລະດູ, ຕ້ານສັດຕູພືດໄດ້ ແລະ ເໝາະ ກັບຄວາມ ຮຽກຮ້ອງຕ້ອງການການຜະລິດເຂົ້າ.

ທ່ານປະລິນຍາໂທ ຫງວຽນວ໋ຽດເກື່ອງ, ຜູ້ອຳນວຍການສູນ ຄົ້ນ ຄວ້າ ແລະ ພັດທະນາກະສິກຳດົ່ງທາບເມືອຍໃຫ້ຮູ້ວ່າ, ວຽກງານ ດັດແປງລະບົບຊົນລະປະທານ, ການຊອກເຫັນແນວພັນເຂົ້າທີ່ ທົນທານກັບຄວາມສົ້ມ, ໝູນໃຊ້ເຕັກນິກການປູກເຂົ້າ, ໃສ່ຝຸ່ນ ແລະ ວິທີຈຳກັດທາດສົ້ມຢ່າງມີປະສິດທິຜົນ ແມ່ນບາດກ້າວບຸກ ທະລຸໃນການເຮັດໃຫ້ທົ່ງດົ່ງທາບເມືອຍປ່ຽນແປງ.

 
ອູ່ເຂົ້າໃຫຍ່ຂອງທົ່ງພຽງແມ່ນ້ຳຂອງ
ເຂດທົ່ງດົ່ງທາບເມືອຍຂຶ້ນກັບແຂວງ ລອງອານ ມີມູນຄ່າຜະລິດ ໃນຂະແໜງການປູກຝັງກວມມູນຄ່າຫລາຍກວ່າ 80%, ໃນນັ້ນ, ເຂົ້າກວມປະມານ 80%. ປັດຈຸບັນ, ປະລິມານການຜະລິດເຂົ້າ ສານຂອງແຂວງ ລອງອານບັນລຸໄດ້ປະມານ 2,85 ລ້ານໂຕນ/ປີ. ເນື້ອທີ່ດິນປູກເຂົ້າປະມານ 150.000 ເຮັກຕາ, ປູກມັນອ້ອນ (Dioscorea alata) 3.000 ກວ່າເຮັກຕາ, ເກັບກ່ຽວຜົນຜະລິດໄດ້ສະເລັ່ຍ 85 ໂຕນ/ເຮັກຕາ, ປະລິມານການຜະລິດໄດ້ທັງຫມົດ 27.000 ກວ່າໂຕນ; ປູກໝາກໂມ 2.000 ກວ່າເຮັກຕາ, ຜົນຜະ ລິດສະເລັ່ຍ 200 ໂຕ່ນ/ເຮັກຕາ, ປະລິມານການຜະລິດໄດ້ທັງຫມົດ 42.000 ກວ່າໂຕນ; ປູກໝາກງາ 1.500 ເຮັກຕາ, ຜົນຜະລິດສະເລັ່ຍຫລາຍກວ່າ 6,6 ໂຕ່ນ/ເຮັກຕາ, ປະລິມານການຜະ ລິດທັງຫມົດໄດ້ເກືອບ 1.000 ໂຕນ”.
ຖ້າຫາກວ່າຫຼັງປົດປ່ອຍ, ດົ່ງທາບເມືອຍຕົ້ນຕໍແມ່ນປູກເຂົ້າໄດ້ ລະດູດຽວໃນປະລິມານການຜະລິດໄດ້ພຽງປະມານ 700 – 800 ພັນໂຕນ/ປີເທົ່ານັ້ນ, ມາຮອດປັດຈຸບັນມີເນື້ອທີ່ດິນປູກພືດໄດ້ເພີ່ມ ຂຶ້ນປະມານ 350.000 ເຮັກຕາ, ປູກໄດ້ 2 ເຖິງ 3 ລະດູຕໍ່ປີ ເກັບກ່ຽວຜົນຜະລິດໄດ້ປະມານ 3,5 ລ້ານໂຕນ/ປີ (ຕົວເລກສະຖິຕິປີ 2014). ແຕ່ລະປີ, ອູ່ເຂົ້າ ທົ່ງດົ່ງທາບເມືອຍໄດ້ປະກອບສ່ວນ ປະມານ 20% ຂອງລວມຍອດປະລິມານການຜະລິດເຂົ້າສົ່ງອອກຂອງຫວຽດນາມ.

ໃນຕົ້ນເດືອນກັນຍາຜ່ານມາ, ພວກຂ້າພະເຈົ້າໄດ້ໄປ ດົ່ງທາບເມືອຍ ພໍດີກົງກັບຍາມເກັບກ່ຽວເຂົ້າລະດູແລ້ງຫາລະດູໃບໄມ້ຫຼົ່ນ. ສອງຝາກທາງຕິດຕໍ່ກັນ ທະລຸຜ່ານທົ່ງດົ່ງທາບເມືອຍແມ່ນທົ່ງນາ ເຂົ້າສີເຫຼືອງຍາວຢຽດຈົນສຸດຂອບຟ້າ. ເສັ້ນທາງປູຢາງໄດ້ໄປເຖິງ ເມືອງ, ຕາແສງຕິດກັບຊາຍແດນ, ໄປພ້ອມໆກັນນັ້ນແມ່ນຕາ ໜ່າງໄຟຟ້າ, ນ້ຳປະປາຕາມມາ.  ເຮືອນຫຼາຍຫລັງໄດ້ຮັບການ ອອກແບບກໍ່ສ້າງແຫນ້ນຫນາຖາວອນຢູ່ເຂດດິນນ້ຳຖ້ວມ, ເຂດ ຊຸມຊົນເຂດຖືກນ້ຳຖ້ວມໄດ້ຮັບການຈັດສັນຢ່າງເໝາະສົມ, ຊ່ວຍໃຫ້ພໍ່ແມ່ປະຊາຊົນໄດ້ຢູ່ເຢັນເປັນສຸກ ແລະ ອຸ່ນອຽນໃນການທຳ ມາຫາກິນ.

ຕາແສງກ້ຽນເຕື່ອງຂອງແຂວງ ລອງອານ ຫາກໍໄດ້ຍົກລະດັບ ເມື່ອປີ 2013, ເປັນໜຶ່ງໃນທ້ອງຖິ່ນທີ່ມີໂສມຫນ້າໃຫມ່ ຢູ່ໃກ້ເຂດຊາຍແດນ,  ສະແດງໃຫ້ເຫັນການພັດທະນາ ຢ່າງກ້າວກະໂດດຂັ້ນ ຂອງເຂດດົ່ງທາບເມືອຍ ຫຼັງ 40 ປີຜ່ານມາ.

ຫລາຍກວ່າ 40 ກວ່າປີແຫ່ງການສະໜິດຕິດພັນກັບອາຊີບເຮັດນາ ຢູ່ທົ່ງດົ່ງທາບເມືອຍ, ທ່ານນາງ ຫວໍທິຮົ່ງ ຢູ່ຕາແສງຕວຽນແທ້ງ, ເທດສະບານ ກ້ຽນເຕືອງ, ແຂວງລອງອານ ໄດ້ຫັນເນື້ອທີ່ຈຳນວນ 30 ເຮັກຕາ ທົ່ງຫຍ້ານ້ຳອັ່ງໃນເມື່ອກອ່ນ ມາເປັນທົ່ງນາທີ່ຂຽວ ງາມ. ຈາກເມື່ອກ່ອນປູກເຂົ້າໄດ້ 1 ລະດູ/ປີ ໃນສະມັດຕະພາບປະ ມານ 1-2 ໂຕນ/ເຮັກຕາ, ມາຮອກປັດຈຸບັນ, ທ່ານນາງຮົ່ງ ກໍຄື ຊາວກະສິກອນຄົນອື່ນໆໄດ້ເຮັດນາ 3 ລະດູ/ປີ, ໃນສະມັດຕະ ພາບສະເລັ່ຍເກັບກ່ຽວໄດ້ປະມານ 7-8 ໂຕນ/ເຮັກຕາ, ຊ້ຳບໍ່ໜຳ ບາງປີໄດ້ຂຶ້ນເຖິງ 10-11 ໂຕນ/ເຮັກຕາ.


ທົ່ງນາຢູ່ດົ່ງທາບເມືອຍ ໃນລະດູເກັບກ່ຽວ. ພາບ: ທົງຫາຍ/VNP


ຊາວກະສິກອນຢູ່ດົ່ງທາບເມືອຍນຳໃຊ້  ເຄື່ອງຈັກທີ່ທັນສະ ໄໝເຂົ້າໃນການຜະລິດ ແລະ ການເກັບກ່ຽວ
ຊຶ່ງຊ່ວຍເພີ່ມສະ ມັດຕະພາບ ແລະ ປະຢັດລາຍຈ່າຍ. ພາບ: ເລມິນ/VNP



ຕ່ອງໂສ້ການກ່ຽວ, ຟາດຕໍ່ເນື່ອງ ແລະ ຂົນສົ່ງເຂົ້າ ໄດ້ນຳໃຊ້ ຢູ່ທົ່ງນາເຂດດົ່ງທາບເມືອຍການ. ພາບ: ທົງຫາຍ/VNP


ເຮືອອີໂນຂົນສົ່ງເຂົ້າຕາມລຳຄອງ ດົ່ງທາບເມືອຍ. ພາບ: ເລມິນ


ຂົນສົ່ງເຂົ້າດ້ວຍທາງນ້ຳຢູ່ຕາມລຳຄອງຕ່າງໆ ໄປເຖິງ ໂຮງງານປຸງແຕ່ງເຂົ້າຢູ່ດົ່ງທາບເມືອຍ. ພາບ: ເລມິນ/VNP
 

 
 ດ້ວຍການເກັບກ່ຽວຜົນຜະລິດໄດ້ປະມານ 3,5 ລ້ານໂຕນ/ປີ (ຕົວເລກສະຖິຕິປີ 2014). ແຕ່ລະປີ, ອູ່ເຂົ້າ ທົ່ງດົ່ງທາບເມືອຍໄດ້ປະກອບສ່ວນ ປະມານ 20% ຂອງລວມຍອດປະລິມານການຜະລິດເຂົ້າສົ່ງ ອອກຂອງຫວຽດນາມ. 
ປັດຈຸບັນ,  ນອກຈາກເຂດປູກເຂົ້າຕາມແນວພັນເດີມຕ່າງໆ, ດົ່ງ ທາບເມືອຍ ໄດ້ນຳຕົ້ນໝາກໄມ້ປູກຕື່ມອີກດ້ວຍຫຼາຍແນວພັນ ທີ່ເໝາະສົມກັບແຕ່ລະພື້ນທ່ີ. ຕົວຢ່າງເຊັ່ນ: ເຂດດິນສົ້ມ ແລະ ດິນຂີ້ຮ້າຍຄືຢູ່ເມືອງ ແທ້ງຮວາ, ເຕີນແທ້ງ, ໂມກຮວາ, ເຕິນຮືງ, ຫວີງຮືງ ຂຶ້ນກັບແຂວງ ລອງອານ ນອກຈາກປູກເຂົ້າ ສອງລະ ດູແລ້ວຍັງປູກສະຫຼັບໝາກໂມໃສ່ໃນໄລຍະທ້າຍປີ.  ມັນອ້ອນ (Dioscorea alata)ໄດ້ຮັບການ ປູກຫຼາຍຢູ່ດິນທີ່ສົ້ມຫລາຍ ຢູ່ທີ່ເມືອງເຕິນເຟືອກ (ແຂວງຕ່ຽນ ຢາງ); ປູກຕົ້ນໝາກນັດ, ໝາກ ນາວ, ໝາກມັງກອນ ໄດ້ປູກຫຼາຍ ຢູ່ທີ່ເມືອງ ແທ້ງຮວາ (ແຂວງ ລອງອານ); ຕົ້ນໝາກງາ, ໝາກໂມ ປູກຫຼາຍຢູ່ເມືອງ ຫວີງຮືງ, ເຕິນຮືງ (ແຂວງລອງອານ). ສ່ວນເຂດ ດິນນ້ຳຖ້ວມຈຳນວນໜຶ່ງ ແລະ ມີທາດສົ້ມຫນັກນັ້ນ ກໍໄດ້ປົກຄູ້ມໄປດ້ວຍປ່າໄມ້, ດອກບົວ ແລະ ຕົ້ນດອກບົວຂີ້ແບ້.

ຕາມທ່ານ ເຈິ່ນວັນຮວ່າງ, ຜູ້ອຳນວຍການພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ລອງອານແລ້ວ, ການຂັບເຄື່ອນກົນໄກການປູກຝັງຢູ່ດົ່ງທາບເມືອຍໃນປັດຈຸບັນແນໃສ່ຊ່ວຍເພີ່ມປະ ລິມານການຜະລິດ ແລະ ຫັນເປັນຫຼາຍຮູບຫຼາຍແບບການປູກ ຕົ້ນໄມ້, ມຸ່ງໄປເຖິງຈຸດຫມາຍໃຫ້ມີການຜະລິດແບບຫລາກຫລາຍ ເປັນທິດທາງທີ່ຍືນໂຍງຂອງດົ່ງທາບເມືອຍ. ແຕ່ເຖິງຢ່າງໃດກໍ່ດີ, ການປູກເຂົ້າຍັງຄົງເປັນພືດປູກທີ່ນຳໜ້າ, ຫມັ້ນຄົງ ແລະ ເປັນຫຼັກ ແຫຼ່ງຢູ່ແຫ່ງນີ້.

ເຖິງແມ່ນວ່າຍັງຄົງປະສົບກັບຄວາມຫຍຸ້ງຍາກນາໆປະການ ແຕ່ ດ້ວຍທິດທາງອັນທີ່ຖືກຕ້ອງ ແລະ ສອດຄ່ອງກັບຄວາມເປັນຈິງ ຂອງທ້ອງຖິ່ນ, ດົ່ງທາບເມືອຍ ກຳລັງເປີດກາລະໂອກາດອອກ ຫຼາຍຢ່າງເພື່ອການພັດທະນາເສດຖະກິດ ສັງຄົມຢ່າງໝັ້ນຄົງ ຍາວນານ, ໃຫ້ແກ່ວັນນີ້ ແລະ ໃຫ້ແກ່ອະນາຄົດ. 

ພາບລວມຂອງຕ່ອງໂສ້ການຜະລິດເຂົ້າສານ ທີ່ບໍລິສັດ ສັດໃຫຍ່ ສະບຽງອາຫານພາກໃຕ້(VINAFOOD). ພາບ: ເລມິນ/VNP




ຂັ້ນຕອນອັດປາກຖົງເຂົ້່າປອດສານພິດຕາມ ເຕັກໂນໂລຊີ ຍີ່ປຸ່ນຂອງ VINAFOOD 2. ພາບ: ເລມິນ/VNP


ກວດກາຄຸນນະພາບເຂົ້າສານທີ່ໂຮງງານຂອງ VINAFOOD. ພາບ: ເລມິນ/VNP
 
ບົດ: ບິກລຽນ, ເຊີນເງ້ຍ - ພາບ: ເລມິງ, ທົງທາຍ ແລະ ເອກະສານ

ບັນດາບົດທີ່ຖືກນຳສະເໜີ