07/07/2018 19:20 GMT+7 Email Print Like 0

ປະທັບໃຈ ສິລະປະ ບ່າຍຈ່ອຍ ຫວຽດນາມ

ເຖິງວ່າກຳເນີດຂຶ້ນ ຢູ່ແຂວງ ບິ່ງດິ້ງ ກໍຕາມ, ແຕ່ຮູບແບບສິລະປະ ພື້ນເມືອງ ບ່າຍຈ່ອຍ ໄດ້ຂະຫຍາຍຕົວ ທົ່ວພາກກາງ ຫວຽດນາມ ແລະ ກາຍເປັນ ຮູບແບບສິລະປະ ລະຄອນລຳ ສະແດງເທິງເວທີ ທີ່ເປັນເອກະລັກ ກັບບັນດາຮູບແບບ ຮ້ອງບ່າຍຈ່ອຍ, ບຸນຫຼິ້ນ ບ່າຍ ຈ່ອຍ, ບ່າຍຈ່ອຍສາດ, ບ່າຍຈ່ອຍຕັ່ງ... ຊຶ່ງໄດ້ຮັບຄວາມນິຍົມຈາກ ປະຊາຊົນ ທຸກຊັ້ນຄົນ ແລະ ໄດ້ອົງການ UNESCO ຮັບຮອງ ເປັນ ມູນມໍລະດົກວັດທະນະທຳ ທີ່ບໍ່ມີຕົວຕົນ ຂອງມວນມະນຸດ. 
ທຳນອງເພງ ແຫ່ງການປະດິດສ້າງ ຂອງ ຊາວຜູ້ອອກແຮງງານ
 
ຕາມການເລົ່າຂານຕໍ່ໆກັນມາ ໃນໝູ່ ປະຊາຊົນ ມີຢູ່ວ່າ ແຕ່ປາງ ກ່ອນ, ຊາວກະສິກອນ ເຂດພາກກາງ ເຄີຍປຸກຮ້ານຍາມ (ເອີ້ນວ່າ ຈ່ອຍ) ຢູ່ກາງທົ່ງນາ ແລະ ແຂວນ ກອງ, ກະລໍ, ແສ່ງ ເພື່ອເຝົ້າບໍ່ ໃຫ້ຜົນລະປູກຖືກທຳລາຍຈາກສັດປ່າ. ເມື່ອມີສັດປ່າເຂົ້າມາ ຈ່ອຍ ທຸກຫຼັງ ຈະຕີກອງ, ເຄາະກະລໍ ພ້ອມກັນ ເພື່ອໄລ່ສັດ ແລະ ເມື່ອ ສັດອອກໄປ ເຂົາເຈົ້າ ກໍຈັດການຮ້ອງລຳທຳເພງນຳກັນ. ພາຍລຸນ ມາ ໄດ້ປະກົດເປັນຮູບເປັນຮ່າງ ການຂັບບ່າຍຈ່ອຍ, ໝາຍຄວາມ ວ່າ ນັ່ງຢູ່ ເທິງຈ່ອຍ (ຮ້ານຍາມ) ຂັບບົດເພງ ຕາມ ຊື່ຫົວເລື່ອງ ທີ່ ໄດ້ຈົດກ່າຍ ຢູ່ໃນບັດ. ຈາກນັ້ນ, ຊາວຜູ້ອອກແຮງງານ ພາກກາງ ຂະຫຍາຍ ເປັນບຸນບ່າຍຈ່ອຍ ແລະ ຄ່ອຍໆ ການຂັບບ່າຍຈ່ອຍ ໄດ້ ມີແບບ ມີແຜນ ແລະ ມີການ ເສບດົນຕີ ໄປພ້ອມ.

ຕາມວິວັດທະນາການຂອງປະຫວັດສາດ, ບ່າຍຈ່ອຍ ໄດ້ກາຍເປັນ ບຸນ ຂອງປະຊາຊົນ ພາກກາງ ໃນຊຸມມື້ມີງານບຸນ ຫຼື ໂອກາດປີ ໃໝ່. ຊຸດບ່າຍຈ່ອຍ ລວມມີບັດ 30 ແຜ່ນ ແລະ ຈ່ອຍ 9 ຫຼັງໄດ້ປຸກ ຂຶ້ນ. ແອງຮ້ຽວ (ຜູ້ຮ້ອງເພງ ບ່າຍຈ່ອຍ, ທັງເປັນ ຜູ້ກຳກັບ ແລະ ຈັດ ຕັ້ງການລະຫຼິ້ນ) ຈົກຖືກບັດແຜ່ນໃດ ຈະຕ້ອງຮ້ອງເພງ ເລົ່າເລື່ອງ ທີ່ມ່ວນ ເລື່ອງໜຶ່ງ ທັງໄປເຖິງ ເປົ້າໝາຍ ແມ່ນຜູ້ຖືບັດ ມີຊື່ທີ່ຈົດໄວ້ ຢູ່ເທິງບັດແຜ່ນນັ້ນ. ໃຜຖືກຮັບບັດ ທັງ 3 ແຜ່ນ ຈະເປັນຜູ້ຊະນະ, ໄດ້ຮັບຊອງອັ່ງປາວ, ອວຍພອນດ້ວຍເຫຼົ້າ ແລະ ອື່ນໆ.



ສິລະປະ ພື້ນເມືອງ ບ່າຍຈ່ອຍ ເປັນຮູບແບບ ລະຄອນລຳ ພິເສດ ຊຶ່ງ ໄດ້ຮັບຄວາມນິຍົມຊົມຊອບ  ຈາກ ປະຊາຊົນ ພາກກາງ ຂອງ ຫວຽດນາມ ແລະ ໄດ້ອົງການ UNESCO ຮັບຮອງວ່າ ເປັນມູນມໍ ລະດົກ ວັັດທະນະທຳ ທີ່ບໍ່ມີຕົວຕົນ ຂອງມວນມະນຸດ. ພາບ: ເຕິດເຊີນ


ກະປ໋ອງທີ່ໃສ່ບັດ ຂອງ ແອງຮ້ຽວ. ນີ້ແມ່ນເຄື່ອງມື ເພື່ອໃຫ້ ແອງ ຮ້ຽວ ຂັບບ່າຍຈ່ອຍ ມີເນື້ອໃນ ຖືກກັບ ຊື່ທີ່ຈົດ ໄວ້ໃນບັດ ທີ່ກຳຢູ່
ໃນມືແຂກ. ພາບ: ແທງຢາງ



ເຂົ້າໃຈງ່າຍໆ ວ່າ ການຫຼິ້ນບ່າຍຈ່ອຍລວມມີ 30 ແຜ່ນບັດ ກັບຊື່ ເອີ້ນທີ່ແຕກຕ່າງກັນ. ບັດເຮັດດ້ວຍໄມ້, ແບ່ງເປັນ 10 ປະເພດບັດ
(ບັດໜຶ່ງມີ 3 ໃບໄພ້) ແລະ ຜູ້ຫຼິ້ນ ຈະເລືອກເພື່ອແຈກຢາຍບັດ. ພາບ: ແທງຢາງ



ເມື່ອບັນດາບົດກາບກອນຂັບ ຕອບໂຕ້ກັນ ຍິ່ງຍາວ, ບັນດາຕົວລະ ຄອນ ທີ່ປາກົດ ກໍເພີ່ມຂຶ້ນ, ຈຳນວນບັດ
ທີ່ ຖືກປະກົດຕົວ ກໍນັບມື້ ນັບຫຼາຍ. ພາບ: ທົງທ້ຽນ



ນັກທ່ອງທ່ຽວ ເຂົ້າຮ່ວມການຫຼິ້ນ ບ່າຍຈ່ອຍ ຢູ່ເຂດໃຈກາງ ຄຸ້ມຖະ ໜົນເກົ່າ ໂຮ້ຍອານ-ກວາງນາມ. ພາບ: ເຕິດເຊີນ

ໃນສິລະປະບ່າຈ່ອຍ, ຜູ້ຖືບົດບາດເປັນ ແອງຮ້ຽວ ແມ່ນສຳຄັນ ທີ ສຸດ, ຕ້ອງແມ່ນ ນັກສິລະປິນ ທີ່ມີຄວາມສາມາດ ໃນການຮ້ອງເພງ, ປະດິດເນື້ອເພງ ແລະ ສະແດງຢູ່ກັບທີ່ ຫຼື ທ່ອງຂຶ້ນໃຈ ໄດ້ກັບປາກ ບັນດາເນື້ອຮ້ອງ ທີ່ມີຊື່ຢູ່ໃນບັດ ຄື: ເກືອຈົ່ວ, ອົງເອີ່ມ, ຮອກຈໍ່, ຕື໋ ກັ໊ງ, ແບກເຮວ, ຈີີ໋ນໂກ໋ຍ, ເສົາແງ, ບາກ່າ, ຕື໋ເຕື້ອງ... ແອງຮ້ຽວ ຈະ ຮ້ອງເພງໃດກໍຕາມ, ປະໂຫຍກສຸດທ້າຍ ຕ້ອງແມ່ນຊື່ ທີ່ຖືກຈົດ ໄວ້ ໃນບັດ ທີ່ຜູ້ເຂົ້າຮ່ວມ ການຫຼິ້ນ ກຳລັງຖືຢູ່ໃນມື. ມີຈຸດພິເສດຢູ່ບ່ອນ ວ່າ ເນື້ອໃນບົດເພງ ເກືອບທັງໝົດນັ້ນ ລ້ວນແຕ່ມີລັກສະນະມ່ວນ ຊື່ນ ແລະ ປະກອບສ່ວນ ຕຳນິວິຈານ ນິໄສສັນດານ ທີ່ບໍ່ດີ ຂອງ ຄົນ ໃນສັງຄົມ. 

ເວລາ 15 ໂມງ 10 ນາທີ ຂອງ ວັນທີ 7 ທັນວາ 2017, ໃນວາລະ ການປະຊຸມຂອງ ຄະນະກຳມະການ ລະຫວ່າງລັດຖະບານ ສົນທິ ສັນຍາ 2003, ຄັ້ງທີ 12 ຂອງ UNESCO ທີ່ ສ ເກົາຫຼີ, ສິລະປະ ບ່າຍຈ່ອຍ ຂອງ ພາກກາງ ຫວຽດນາມ ໄດ້ອົງການ UNESCO ຮັບຮອງວ່າ ເປັນມູນມໍລະດົກວັັດທະນະທຳ ທີ່ບໍ່ມີຕົວຕົນ ຂອງ ມວນມະນຸດ. 
ດ້ວຍເຫດນັ້ນ, ນັກສິລະປິນ ດີເດັ່ນ ຫງວຽນກ໊ຽມ (ຄະນະ ລະຄອນ ລຳ ບ່າຍຈ່ອຍ ແຂວງ ບິ່ງດິ້ງ) ໄດ້ຢືນຢັນວ່າ: “ດົນຕີ ບ່າຍຈ່ອຍ ຢູ່ ໃນມັນສະໝອງ  ຂອງ ຜູ້ຮ້ອງເພງ ຫາກບໍ່ແມ່ນ ຢູ່ໃນປຶ້ມ.

ຕາມນັກສິລະປິນ ດີເດັ່ນ ຫງວຽນກ໊ຽມ, ເມື່ອສິລະປະ ບ່າຍຈ່ອຍ ພັດທະນາຕົວແບບບ່າຍຈ່ອຍ ກາຍເປັນຈຸດສູງສຸດ ຂອງ ສິລະປະ ບ່າຍຈ່ອຍ. ຕ້ອງການມີພຽງສາດຜືນໜຶ່ງ  ແລະ ມີບັນດາຜູ້ຊົມ ນັ່ງ ຢູ່ ອ້ອມຂ້າງ,  ແອງຮ້ຽວ ກໍສາມາດ ທຳການສະແດງໄດ້ແລ້ວ. ມີ ແຕ່ ແອງຮ້ຽວ ຄົນດຽວ ສາມາດ ສວມບົດບາດ ເປັນຫຼາຍ ຕົວລະຄອນ ທີ່ແຕກຕ່າງກັນ  ກັບສ່ວນເນື້ອໃນ ຂອງບັນດາ ບົດຂັບ ບ່າຍ ຈ່ອຍ ທັງໝົດນັ້ນ ມີຄວາມແຕກຕ່າງກັນ.

ຈຸດທີ່ເປັນເອກະລັກທີສຸດຂອງ ສິລະປະ ບ່າຍຈ່ອຍ ນັ້ນແມ່ນຄວາມ ປະທັບໃຈ ໃນການສະແດງດ່ຽວ. ການປະດິດເນື້ອເພງ ແລະ ສະ ແດງ ຢູ່ກັບທີ່, ສ່ວນສະແດງດ່ຽວ, ໝາຍຄວາມວ່າ ໃນການສະແດງ ນັກສິລະປິນ ຈະສວມບົດບາດ ເປັນຫຼາຍຕົວລະຄອນ ທີ່ແຕກຕ່າງ ກັນ ເຊັ່ນ: ບຶກສວມບົດເປັນນາຍພົນ, ບຶດສວມບົດເປັນທະຫານ, ບຶດເປັນພໍ່ຕູ້, ບຶດເປັນຫຼານ... ແລະ ສະແດງໃນຫຼາຍສາກ ທີ່ແຕກ ຕ່າງກັນ. ນັກສະແດງ ບໍ່ຕ້ອງມີເວທີສະແດງ, ບໍ່ຕ້ອງແຕ່ງຕົວ ຫຼື ນຸ່ງ ເສື້ອຜ້າອາພອນສະເພາະໃນການສະແດງແຕ່ຢ່າງໃດ... ໂດຍທົ່ວ ໄປ, ສິລະປະ ບ່າຍຈ່ອຍ ຕ້ອງການພຽງເຄື່ອງມືສະແດງ ທີ່ງ່າຍ, ບັນດາຕົວລະຄອນໃນເລື່ອງເລົ່າ ມີຄວາມສະເໝີພາບ, ຄຳກອນ, ເນື້ອເພງ ສະແດງຄືແນວໃດ ແມ່ນ ຂຶ້ນກັບ ນັກສະແດງ.


ຮ້ອງເພງມໍລະດົກ ຢູ່ ດິນແດນມໍລະດົກ

ບໍ່ມີສຽງເນືອງນັນຈາກເຄື່ອງຈັກ, ບໍ່ມີແສງສະຫວ່າງຈາກຫຼອດໄຟ ນີອອນ, ມີແຕ່ສຽງ ຈ່າວຂາຍ ດັງຜ່ານແຕ່ລະຄຸ້ມຖະໜົນບູຮານ, ແຖບດິນ ມໍລະດົກໂລກ ໂຮ້ຍອານ (ແຂວງ ກວາງນາມ) ໃນຕອນ ກາງຄືນ ປາກົດໃຫ້ເຫັນໃນອະດີດ ກັບແສງສະຫວ່າງ ຂອງ ບັນດາ ໂຄມໄຟ. ບັນດານັກທ່ອງທ່ຽວ ກໍພາກັນມາສູ່ແຄມຝັ່ງແມ່ນຳ້ ຮວ່າຍ ເພື່ອເຂົ້າຮ່ວມ ການລະຫຼິ້ນພື້ນເມືອງ ຂັບບ່າຍຈ່ອຍ. ແຕ່ ໃດໆ ມາ ການຈັດລາຍການ ຂັບບ່າຍຈ່ອຍ ໃນຍາມຄໍ່າຄືນໄດ້ ກາຍເປັນສະຖານທີ່ແກວ່ນເຄີຍ ສຳລັບປະຊາຊົນ ໂຮ້ຍອານ ແລະ ນັກທ່ອງທ່ຽວສາກົນ. ສະໜາມການຫຼິ້ນນີ້ ໄດ້ນໍາມາ ຊຶ່ງບັນຍາ ກາດ ທີ່ຄຶກຄື້ນ ແຕ່ບໍ່ໄດ້ເຮັດໃຫ້ເສຍຫາຍ ຄວາມສວຍງາມ, ງຽບ ສະຫງົບ ທີ່ເປັນເອກະລັກ ຊຶ່ງເຄີຍມີມາ ຂອງ ຄຸ້ມຖະໜົນເກົ່າ ໂຮ້ຍອານ. 

ເບິ່ງຄືວ່າ ນັກທ່ອງທ່ຽວທຸກຄົນ ເມື່ອມາຍັງ ຄຸ້ມຖະໜົນເກົ່າ ໂຮ້ຍ ອານ ຕ່າງກໍ່ຮູ້ຈັກສິລະປະບ່າຍຈ່ອຍ ແລະ ຮັບຟັງສຳນຽງສຽງຮ້ອງ ຂອງ “ແອງຮ້ຽວ” ເລືອງດ໋າງ. ດ້ວຍຄວາມຕະຫຼົກເຮຮາ ແລະ ເນື້ອ ຮ້ອງ ທີ່ ມີຄວາມປະດິດສ້າງ ປ່ຽນໄປ ເປັນ ຫຼາຍຮູບແບບ, ມີນັກ ທ່ອງທ່ຽວ ຈຳນວນບໍ່ໜ້ອຍໄດ້ຖືກ ນັກສິລະປິນ ເລືອງດ໋າງ ສະກົດຈິດ ໃນຄັ້ງທຳອິດ ທີ່ເຂົ້າຮ່ວມ ບຸນຫຼິ້ນ ບ່າຍຈ່ອຍ. 


ນັກທ່ອງທ່ຽວຊື່ນຊົມ ກັບບັນດາທຳນອງເພງ ທີ່ອ່ອນຊ້ອຍ ແຕ່ເຂັ້ມ ຂົ້ນໄປດ້ວຍ ສີສັນຂັບລຳພື້ນເມືອງ ຂອງປະຊາຊົນ
ແຖບດິນ ກວາງນາມ ຂອງ ແອງຮ້ຽວ. ພາບ: ເຕິດເຊີນ



ແຈກຢາຍບັດ ໃຫ້ແກ່ຜູ້ຫຼິ້ນ ແລະ ເກັບບັດຄືນ ເມື່ອການຫຼິ້ນ ບ່າຍ ຈ່ອຍສິ້ນສຸດລົງ. ພາບ: ແທງຢາງ


ນັກທ່ອງທ່ຽວຊາວ ສ ເກົາຫຼີ ສອງຄົນ ມີຄວາມນິຍົມຊົມຊອບ ຕໍ່ ແບບການຫຼິ້ນ ແລະ ບັນດາທຳນອງເພງທີ່ມີຄວາມປະດິດສ້າງ
ຂອງສິລະປະ ບ່າຍຈ່ອຍ. ພາບ: ເຕິດເຊີນ



ສະມາຊິກຄົນໜຶ່ງ ໃນກອງຫຼິ້ນຂັບບ່າຍຈ່ອຍ ແນະນຳ ໃຫ້ນັກທ່ອງທ່ຽວ ວິທີການຫຼິ້ນ ແລະ ຂັບບ່າຍຈ່ອຍ. ພາບ: ທົງທ້ຽນ

ເມື່ອໂອ້ລົມກ່ຽວກັບສາຍແນນທີ່ພາໃຫ້ເພິ່ນ ມາກັບສິລະປະ ບ່າຍ ຈ່ອຍ ນັກສິລະປິນ ເລືອງດ໋າງ ໃຫ້ຮູ້ວ່າ: “ການຮັບຟັງສິລະປະ ບ່າຍ ຈ່ອຍ ໄດ້ກາຍເປັນຄວາມຊິນເຄີຍກັບຂ້າພະເຈົ້າ ແຕ່ຄາວຍັງນ້ອຍ ຍ້ອນຍາມໃດ ໄປຫຼິ້ນ ບ່າຍຈ່ອຍ ແມ່ເຖົ້າ ກໍໃຫ້ ຂ້າພະເຈົ້າໄປນຳ. ເມື່ອອາຍຸ 10 ປີ, ສິລະປະ ບ່າຍຈ່ອຍ ໄດ້ຊຶມຢູ່ໃນເລືອດເນື້ອ ຂອງ ຂ້າພະເຈົ້າແລ້ວ”. 

ຢູ່ຫຼາຍປະເທດ ໃນໂລກ, ມີຫຼາຍຮູບແບບສິລະປະພື້ນເມືອງ ທີ່ມີ ຈຸດ ຄ້າຍຄືກັນ ກັບ ສິລະປະ ບ່າຍຈ່ອຍ ຂອງ ຫວຽດນາມ ຄື: pansori (ສ ເກົາຫຼີ), ໂກ່ຕື່ (ສປ ຈີນ), ຂັບເວົ້າ (ອານເຊຣີ ແລະ ອິນເດຍ)... ແຕ່ບັນດາ ຄຳກອນ, ທຳນອງເພງ, ດົນຕີ, ຄຳສັບ, ໂຄງ ສ້າງ... ທີ່ມີ ຢູ່ໃນສິລະປະ ບ່າຍຈ່ອຍ ແມ່ນມີໜຶ່ງບໍ່ມີສອງ. ຍ້ອນ ເຫດນັ້ນ, ບ່າຍຈ່ອຍ ໄດ້ດຶງດູດຄວາມສົນໃຈ ຈາກບັນດາ ນັກຄົ້ນ ຄວ້າ ດົນຕີ ພື້ນເມືອງຕ່າງປະເທດ. 
ບໍ່ພຽງແຕ່ເປີດຄວາມໃນໃຈ ກ່ຽວກັບສາຍແນນທີ່ພາໃຫ້ເພິ່ນ ມາ ກັບ ສິລະປະ ບ່າຍຈ່ອຍເທົ່ານັ້ນ, ນັກສິລະປິນ ເລືອງດ໋າງ ກໍຍັງ ເຜີຍໃຫ້ຮູ້ ກ່ຽວກັບ ຊ່ວງເວລາ ທີ່ຕົນໄປຊອກຮູ້ ແລະ ຟື້ນຄືນ ຮູບ ແບບສິລະປະ ທີ່ມີສີສັນພິເສດນີ້: “ປີ 1998 ເປັນຄັ້ງທຳອິດ ທົດ ລອງຟື້ນຟູຄືນໃໝ່ ການລະຫຼິ້ນພື້ນເມືອງ ບ່າຍຈ່ອຍ ຢູ່ ໂຮ້ຍອານ. ກ່ອນນັ້ນ, ຂ້າພະເຈົ້າ ພ້ອມກັບບັນດາການນຳ ຂອງຕາແສງຕ່າງໆ ເຊັ່ນ ເກີ່ມອານ, ເກື່ອດ້າຍ, ແທງຮ່າ ໄປຫາ ບັນດາ ຜູ້ອາວຸໂສ ຂອງ ຕາແສງ ເພື່ອຊອກຮູ້ ກ່ຽວກັບ ຮູບແບບ ສິລະປະ ພື້ນເມືອງນີ້”.

ສິລະປະ ບ່າຍຈ່ອຍ ໄດ້ກາຍເປັນອາຫານທາງໃຈ ສຳລັບ ນັກທ່ອງ ທ່ຽວ ເມື່ອມາຍັງ ຄຸ້ມຖະໜົນເກົ່າ ໂຮ້ຍອານ. ສຳລັບນັກ ສິລະປິນ ເລືອງດ໋າງ, ກວ່າ 30 ປີ ທີ່ຢຶດໝັ້ນ ກັບອາຊີບ, ສິ່ງທີ່ຕົວເອງ ທ່ານ ນຳມາໃຫ້ແກ່ຄົນທັງຫຼາຍ ບໍ່ພຽງແຕ່ ແມ່ນຄວາມມ່ວນຊື່ນ ສຳລານ ໃຈເທົ່ານັ້ນ ຫາກຍັງ ເປັນຄວາມ ເອກອ້າງ ທະນົງໃຈ ຍ້ອນຈຸດວັດ ທະນະທຳ ຂອງ ບ້ານເກີດເມືອງນອນ ຍັງຄົງ ໄດ້ຮັບການ ອະນຸລັກ ຮັກສາ,  ພັດທະນາ ແລະ ໄດ້ກາຍເປັນ ມູນມໍລະດົກວັດ ທະນະທຳ ທີ່ບໍ່ມີຕົວຕົນ ຂອງ ມວນມະນຸດ.

ບໍ່ພຽງແຕ່ຢູ່ ແຖບດິນມໍລະດົກໂລກ ໂຮ້ຍອານ ເທົ່ານັ້ນ, ຢູ່ເມືອງ ຫຼວງເກົ່າ ເຫວ້, ສິລະປະ ບ່າຍຈ່ອຍ ກໍເປັນອາຫານທາງໃຈ ທີ່ຂາດ ບໍ່ໄດ້ ໃນຊຸມມື້ບຸນປີໃໝ່ປະຈຳຊາດ ຂອງປະຊາຊົນທ້ອງຖິ່ນ ແລະ ນັກ ທ່ອງທ່ຽວ, ໄດ້ຈັດຂຶ້ນໃນ ງານມະໂຫລານ ຄັ້ງຕ່າງໆ ຢູ່ ນະ ຄອນ ເຫວ້.

ໝູ່ບ້ານ ແທງຖຸຍແຈ໋ງ, ຕາແສງ ຖຸຍແທງ ເປັນສະຖານທີ່ ໜຶ່ງດຽວ ຂອງ ແຂວງ ເທື່ອທຽນເຫວ້ ທີ່ຍັງຮັກສາໄວ້ໄດ້ ວິຖີຊີວິດ ເປີດງານ ບຸນ ບ່າຍຈ່ອຍ. ສິລະປະ ບ່າຍຈ່ອຍ ເປັນຂອງປະເສີດ ໃນສາມັນຊົນ ຢູ່ໝູ່ບ້ານ ແທງຖຸຍແຈ໋ງ, ນຳມາ ໃຫ້ຜູ້ຄົນ ຄວາມເບີກບານມ່ວນຊື່ນໃນຊີວິດ, ຮັກບ້ານເກີດເມືອງນອນ ແລະ ມີ ຄວາມຜູກ ພັນຮັກໄຄ່ ລະຫວ່າງ ຜູ້ຄົນໃນຄຸ້ມບ້ານດ້ວຍກັນ.



ໃນໂອກາດມີງານບຸນ, ໝູ່ບ້ານ ແທງຖຸຍແຈ໋ງ, ຕາແສງ ຖຸຍແທງ, ເມືອງ ເຮືອງຖຸຍ ເຄີຍຈັດການຫຼິ້ນບ່າຍຈ່ອຍ ຢູ່ຂົວ ງ໋ອຍແທງຕວ່ານ
ເພື່ອບໍລິການປະຊາຊົນ ແລະ ນັກທ່ອງທ່ຽວ. ພາບ: ເຕິດເຊີນ







ການຫຼິ້ນບ່າຍຈ່ອຍ ໄດ້ແບ່ງເປັນ 9 ສາກ, ແຕ່ລະສາກ ຜູ້ຫຼິ້ນ ຕ້ອງ ຫຼິ້ນ ບັດ ໝົດ 5 ແຜ່ນ. ສິ້ນສຸດແຕ່ລະສາກ,
ຜູ້ຊະນະ ຈະໄດ້ປັກທຸງ ຄັນໜຶ່ງ ເຂົ້າຕູບຂອງຕົນ. ພາບ: ແທງຮ່ວາ-ເຕິດເຊີນ



ແອງຮ້ຽວ ເຈິ່ນຢຸຍເຈື້ອ ເປັນນັກສິລະປິນຂັບ ບ່າຍຈ່ອຍ ທີ່ມີຊື່ສຽງ ຂອງ ເມືອງເຫວ້ ຈະຖືບົດບາດ ເປັນຜູ້ຂັບ ແລະ ແຈກຢາຍ
ແຜ່ນບັດ ໃຫ້ຜູ້ຫຼິ້ນ. ພາບ: ເຕິດເຊີນ

ທ່ານ ເຈິ່ນຢຸຍເຈື້ອ ນັກສິລະປິນຂັບ ບ່າຍຈ່ອຍ ທີ່ມີຊື່ສຽງ ຂອງ ເຫວ້. ຕະຫຼອດກວ່າສິບປີຜ່ານມາ, ສູນວັດທະນະທຳ-ຖະແຫຼງຂ່າວ ຂອງແຂວງ ໄດ້ເຊື້ອເຊີນ ທ່ານເຈື້ອ ສວມບົດເປັນ ແອງຮ້ຽວ ໃນບຸນ ບ່າຍຈ່ອຍ ໃນໂອກາດ ຈັດງານມະໂຫລານ ເຫວ້ ແລະ ບຸນເຕັດ. ນັກສິລະປິນ ເຈິ່ນຢຸຍເຈື້ອ ໃຫ້ຮູ້ວ່າ ການຂັບ ບ່າຍຈ່ອຍ ບໍ່ຍາກ, ແຕ່ທີ່ຍາກແມ່ນ ຕ້ອງຮູ້ການເຊື່ອມ ແລະ ເຍີ້ນສຽງຄືແນວໃດ ເພື່ອ ເຂົ້າເຖິງຜູ້ຟັງ. ຂັບບ່າຍຈ່ອຍ ມີຫຼາຍທຳນອງ ແລະ ຈັງຫວະດົນຕີ ທີ່ຕ່າງຫາກຄື ມີທັງຮໍ່າຄະນຶງ, ຊາບຊຶ້ງ, ບາງຄັ້ງກໍຟົດຟື້ນ, ເລັ່ງລັດ ຈຶ່ງເຮັດໃຫ້ການສະແດງໄດ້ເນື້ອໃນທັງໝົດ ຂອງເລື່ອງ ເຂົ້າສູ່ ບົດ ຂັບ ບ່າຍຈ່ອຍ.

ຕ່າງຈາກຢູ່ຄຸ້ມຖະໜົນເກົ່າ ໂຮ້ຍອານ, ສິລະປະ ບ່າຍຈ່ອຍ ຢູ່ ນະ ຄອນ ເຫວ້ ມີສີສັນພິເສດແຕກຕ່າງ ເນື່ອງຈາກ ມີທຳນອງທີ່ອອນ ຊ້ອຍ ແລະ ເຕັມໄປດ້ວຍອາລົມຈິດ. ນັກທ່ອງທ່ຽວເມ່ືອມາທ່ຽວຊົມ ບໍ່ພຽງແຕ່ ມີຄວາມຊົມຊອບ ຍ້ອນລັກສະນະ ບັນເທີງ ຂອງ ລາຍ ການເທ່ົານັ້ນ, ຫາກຍັງຫຼົງໄຫຼ ໄປກັບບັນດາຄຸນຄ່າ ມູນເຊື້ອ ທີ່ຖືກ ເຈືອຈານສະຫຼັບສັບກັນຢູ່ໃນນັ້ນ ອີກດ້ວຍ.

ນັກຄົ້ນຄ້ວາດົນຕີພື້ນເມືອງ Ebsjorn Watermark (ຊູແອດ) ໃຫ້ຮູ້ ວ່າ ສິລະປະ ບ່າຍຈ່ອຍ ມີຄວາມຫຼາກຫຼາຍ ແລະ ອາດຈະແມ່ນ ການປະສົມປະສານ ລະຫວ່າງ ບັນດາຮູບແບບ ສິລະ ປະດົນຕີພື້ນ ເມືອງດ້ວຍກັນ. ໃນນັ້ນ ຂັບ “ຕ່ວງ” ແລະ “ກາຍເລືອງ” ແມ່ນມີຜົນ ສະທ້ອນ ເຖິງຮູບແບບ ສິລະປະ ບ່າຍຈ່ອຍ ໃນປັດຈຸບັນ. 
 
ບົດ: ທົງທ້ຽນ - ພາບ: ແທງຮ່ວາ, ເຕິດເຊີນ, ແທງຢາງ, ທົງທ້ຽນ
ບັນດາບົດທີ່ຖືກນຳສະເໜີ