26/08/2018 10:08 GMT+7 Email Print Like 0

ບ້ານທ່ອງທ່ຽວວົງຄະນະຍາດ ຊິນຊວຍໂຮ່

      ໂດຍນອນໃນໃຈກາງເຂດພູຜາປ່າໄມ້ທີ່ກວ້າງໃຫຍ່, ເຂດຊາຍແດນເມືອງ ຟອງໂຖ, ແຂວງລາຍເຈົາ, ບ້ານ ຊິນຊວຍໂຮ່ ຂອງຊາວເຜົ່າມົ້ງ ເຊິ່ງໄດ້ຮັບການຮູ້ຈັກແມ່ນສະຖານທີ່ທ່ອງທ່ຽວທີ່ໜ້າປະທັບໃຈ, ຍ້ອນຄວາມງາມແບບຮົກເຮື້ອ ແລະ ພູຜາປ່າໄມ້ໃຫຍ່ໂຕມະໂຫຖານ. ການທ່ອງທ່ຽວພັດທະນາກໍ່ໄດ້ນຳມາເຊິ່ງຊີວິດອັນອີ່ມໜຳສຳລານໃຫ້ແກ່ປະຊາຊົນຢູ່ທີ່ນີ້.

(ບ້ານທ່ອງທ່ຽວວົງຄະນະຍາດ ຊິນຊວຍໂຮ່)
      ໂດຍນອນຢູ່ກາງເຂດພູ ຮວ່າງລຽນເຊີນ, ບ້ານຊາຍແດນບ້ານ ຊິນຊວຍໂຮ່, ຕາແສງ ຊິນຊວຍໂຮ່, ເມືອງ ຟອງໂຖ ມີອາກາດເຢັນສະບາຍຕະຫຼອດປີ ແລະ ໄດ້ຮັບການຮູ້ຈັກເຖິງຍ້ອນຄວາມງາມແບບຮົກເຮື້ອເຊິ່ງທຳມະຊາດໄດ້ດົນບັນດານໃຫ້. ເຖິງວ່າຫາກໍ່ມີຊື່ໃນແຜນທີ່ທ່ອງທ່ຽວນັບແຕ່ປີ 2013 ເທົ່ານັ້ນ, ແຕ່ບ້ານ ຊິນຊວຍໂຮ່ ໄດ້ວາງແຜນຜັງລົງທຶນ ແລະ ແມ່ນສະຖານທີ່ຂາດບໍ່ໄດ້ສຳລັບນັກທ່ອງທ່ຽວເມື່ອມາທ່ອງທ່ຽວຢູ່ແຂວງລາຍເຈົາ.
        ຄວາມປະທັບໃຈທຳອິດສຳລັບນັກທ່ອງທ່ຽວເມື່ອມາຢ້ຽມຢາມເຂດດິນແດນ ຊິນຊວຍໂຮ່ ນັ້ນແມ່ນຄວາມເປັນລະບຽບ, ສະອາດງາມຕານັບແຕ່ເຮືອນຊານຂອງປະຊາຊົນ ຕະຫຼອດເຖິງເສັ້ນທາງໄປມາ. ຢູ່ຕໍ່ໜ້າແຕ່ລະບ້ານ ໄດ້ມີປ້າຍເຮັດດ້ວຍໄມ້ທີ່ຂຽນບັນດາຂໍ້ມູນແນະນຳໃຫ້ນັກທ່ອງທ່ຽວ. ຢູ່ຕາມແຄມທາງໄດ້ມີຊຸດໂຕະ, ຕັ່ງເຮັດດ້ວຍໄມ້, ດ້ວຍຫີນໃຫ້ນັກທ່ອງທ່ຽວພັກຜ່ອນ ຫຼື ທາດນ້ຳຕົກຕາດທຳມະຊາດມີຮູບຫົວໃຈທີ່ໜ້າປະທັບໃຈ.
        ອ້າຍ ຫວ່າງອາຢ່າງ, ເຊິ່ງເປັນຊາວບ້ານ ຊິນຊວຍໂຮ່ ແບ່ງປັນວ່າ: ໂດຍທຳມະຊາດດົນບັນດານໃຫ້ ສະນັ້ນ ເຂດດິນແດນ ຊິນຊວຍໂຮ່ ໄດ້ມີຕົ້ນໄມ້ຫຼາຍຊະນິດຄື: ໝາກແໜ່ງ, ໝາກກະທັນ ແລະ ດອກໄມ້, ພິເສດແມ່ນດອກກ້ວຍໄມ້. ປະຈຸບັນ, ພໍ່ແມ່ປະຊາຊົນໄດ້ເປັນເຈົ້າການປະດັບປະດາ, ສ້ອມແປງເຮືອນຊານ, ຂະຫຍາຍບັນດາສວນດອກກ້ວຍໄມ້ຂອງຄອບຄົວເພື່ອຕ້ອນຮັບນັກທ່ອງທ່ຽວ; ຜູ້ໃດກໍ່ຮູ້ວິທີຕ້ອນຮັບແຂກເປັນຢ່າງດີ, ກໍຄືການແນະນຳໃຫ້ນັກທ່ອງທ່ຽວເມື່ອເຂົາເຈົ້າມາຢ້ຽມຢາມ ແລະ ພັກຜ່ອນບຳລຸງສຸຂະພາບຢູ່ທີ່ນີ້. ອ້າຍ ຫວ່າງອາຢ່າງ, ໃຫ້ຮູ້ວ່າ.
        “ພໍ່ແມ່ປະຊາຊົນກໍ່ສ້າງເຂດທ່ອງທ່ຽວຢູ່ທີ່ນີ້ໄດ້ມີການປ່ຽນແປງຈິນຕະນາການ, ມີຄວາມສາມັກຄີນຳກັນ, ຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ມີທັດສະນະຢ່າງຈະແຈ້ງ, ຕົນເອງສ້າງລາຍຮັບມາໃຫ້ຕົນເອງເທົ່ານັ້ນ. ເມື່ອຕົນເອງມັກແລ້ວ ນັກທ່ອງທ່ຽວເຂົາເຈົ້າກໍ່ຈະມັກນຳ. ຈາກບັນດາສິ່ງນັ້ນ, ພໍ່ແມ່ປະຊາຊົນຈະມີຈິດໃຈກໍ່ສ້າງ, ສາມັກຄີ, ອ້າຍນ້ອງຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ເຊິ່ງໄດ້ຮັບການໜູນຊ່ວຍຈາກພັກ, ລັດ, ອຳນາດການປົກຄອງ, ສະນັ້ນ ພໍ່ແມ່ປະຊາຊົນຈະມານະພະຍາຍາມກໍ່ສ້າງບ້ານໃຫ້ກາຍເປັນເຂດທ່ອງທ່ຽວ.”
        ນອກຈາກການຜັນຂະຫຍາຍບັນດາທ່າໄດ້ປຽບດ້ານພູມສາດ, ອາກາດປອດໂປ່ງແລ້ວ, ພໍ່ແມ່ປະຊາຊົນຍັງຮູ້ຈັກການນຳໃຊ້ບັນດາຈຸດວັດທະນະທຳຂອງປະຊາຊົນເຜົ່າມົ້ງ ເພື່ອໂຄສະນາເຖິງນັກທ່ອງທ່ຽວອີກດ້ວຍ. ບັນດາຈຸດຄວາມງາມນັ້ນແມ່ນຕ້ອງເວົ້າເຖິງຊຸດຜະລິດແຜ່ນແພພື້ນເມືອງ, ສິລະປະປັກແສ່ວ ຫຼື ບັນດາການດຳລົງຊີວິດຂັບກ້ຽວກັນ…
        ເມື່ອຍ່າງຕາມເສັ້ນທາງຢູ່ອ້ອມບ້ານ, ເຈືອຈານເຂົ້າທຳມະຊາດ, ຊົມເບິ່ງບັນດາເຮືອນຊານທີ່ເປັນມູນເຊື້ອນັ້ນ, ນັກທ່ອງທ່ຽວຈະຮູ້ສຶກສະຫວາດສະເຫວີຍເມື່ອໄດ້ເຊື່ອມຕົວເຂົ້າກັບຊີວິດສະຫງົບສຸກຂອງປະຊາຊົນຢູ່ທີ່ນີ້. ເອື້ອຍ ເຈີ່ນທູຮ່າ, ນັກທ່ອງທ່ຽວມາຈາກຮ່າໂນ້ຍ, ແບ່ງປັນວ່າ.
        “ໃນເສັ້ນທາງທີ່ຂ້າພະເຈົ້າໄປນັ້ນ, ຂ້າພະເຈົ້າຮູ້ສຶກວ່າຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ແຕ່ເມື່ອໄປທ່ຽວຢູ່ບ້ານທ່ອງທ່ຽວຊີວະພາບນີ້, ຂ້າພະເຈົ້າເຫັນໄດ້ເຖິງຄວາມຕັດສິນໃຈຢ່າງສູງຂອງພໍ່ແມ່ປະຊາຊົນ. ມາຮອດແຫ່ງນີ້ຂ້າພະເຈົ້າຮູ້ສຶກວ່າຢູ່ທີ່ນີ້ແມ່ນສະບາຍໃຈ, ອາກາດປອດໂປ່ງ, ທິວທັດທຳມະຊາດສວຍງາມ ແລະ ຂ້າພະເຈົ້າຢາກມາຢ້ຽມຢາມແຫ່ງນີ້ອີກຄັ້ງໜຶ່ງ”.
        ກ່ອນນີ້ພຽງ 2- 3 ປີເທົ່ານັ້ນ, ການດຳລົງຊີວິດຂອງ 103 ຄອບຄົວຢູ່ທີ່ນີ້ ພຽງແຕ່ອີງໃສ່ການປູກສາລີ, ເຂົ້າສານ, ສະນັ້ນອັດຕາຄອບຄົວທຸກຍາກກວມກວ່າ 60%. ແຕ່ບັນດາການປ່ຽນແປງກ່ຽວກັບການຮັບຮູ້ໃນການພັດທະນາເສດຖະກິດ, ຕິດພັນກັບການນຳໃຊ້ທ່າໄດ້ປຽບເພື່ອພັດທະນາການທ່ອງທ່ຽວໄດ້ເຮັດໃຫ້ປ່ຽນແປງໂສມໜ້າເຂດບ້ານໃໝ່. ຕາມທ່ານ ແຈວກວາຍຮ່ວາ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ຊິນຊວຍໂຮ່ ຢືນຢັນວ່າ: ການທ່ອງທ່ຽວ ພວມແມ່ນທິດທາງປາຍແຫຼມຂອງທ້ອງຖິ່ນໃນການພັດທະນາເສດຖະກິດ. ປີ 2017, ປະຊາຊົນຢູ່ໃນບ້ານໄດ້ສ້າງລາຍຮັບກວ່າ 2 ຕື້ດົງ ຈາກການຂາຍດອກກ້ວຍໄມ້. ມາຮອດປະຈຸບັນ, ພໍ່ແມ່ປະຊາຊົນກໍ່ພັດທະນາການປູກດອກກວ້ຍໄມ້ໄດ້ກວ່າ 24.000 ໂຖ ເພື່ອຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວ, ນອກຈາກນັ້ນຍັງປູກດອກກວ້ຍໄມ້ຫຼາຍຊະນິດອີກ ອັນໄດ້ສ້າງເປັນທິວທັດທຳມະຊາດທີ່ສວຍງາມ. ມາຮອດປະຈຸບັນ, ໃນບ້ານບໍ່ມີຄອບຄົວທຸກຍາກອີກ ແລະ 1/3 ຈຳນວນຄອບຄົວໃນບ້ານແມ່ນຮັ່ງມີພໍສົມຄວນ. ທ່ານ ແຈວກວາຍຮ່ວາ, ໃຫ້ຮູ້ວ່າ.
        “ປະຈຸບັນ, ຕາແສງພວມຊີ້ນຳໃຫ້ພໍ່ແມ່ປະຊາຊົນປົກປັກຮັກສາປ່າໄມ້ ເພື່ອນຳໃຊ້ບັນດາງ່າຕົ້ນໄມ້ພັດທະນາຕົ້ນໝາກແໜ່ງ ແລະ ດອກກວ້ຍໄມ້. ຈາກບັນດາປະສິດທິຜົນນັ້ນ, ພໍ່ແມ່ປະຊາຊົນໄດ້ມີສະຕິຮັບຮູ້ຢ່າງສູງ, ປົກປັກຮັກສາປ່າ ເພື່ອໃຫ້ທັງມີແຫຼ່ງລາຍຮັບຈາກການບໍລິການທາງດ້ານສິ່ງແວດລ້ອມປ່າ, ທັງນຳໃຊ້ເພື່ອພັດທະນາບັນດາຕົ້ນໄມ້ເສດຖະກິດປາຍແຫຼມທີ່ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ”.
        ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າມົ້ງ, ພ້ອມກັບຄວາມງາມໂດຍທຳມະຊາດດົນບັນດານໃຫ້, ນ້ຳໝອກປົກຄຸມຢູ່ເທິງຫຼັງຄາເຮືອນ, ພ້ອມກັບບັນດາເຍື່ອງອາຫານທີ່ແຊບນົວຂອງຊົນເຜົ່າແມ່ນບັນດາຈຸດທີ່ເປັນເອກະລັກສະເພາະຂອງເຂດພູສູງຊາຍແດນ ຊິນຊວຍໂຮ່. ໃນຕອນທ່ຽງຍາມອຳລາພາຈາກ, ອາລົມຈິດຄວາມຮັກແພງຂອງປະຊາຊົນຢູ່ເຂດດິນແຫ່ງນີ້ໄດ້ເຮັດໃຫ້ນັກທ່ອງທ່ຽວຜູ້ໃດກໍ່ມີຄວາມປິຕິຊົມຊື່ນເພິ່ງພໍໃຈກ່ຽວກັບການທ່ອງທ່ຽວທີ່ປະທັບໃຈນີ້.
 (ແຫຼ່ງຄັດຈາກ VOV)