06/02/2016 16:23 GMT+7 Email Print Like 0

ບຸນປີໃໝ່ຫວຽດນາມ

ຄົນຫວຽດນາມມີຄຳວ່າ “ເຮັດວຽກໝົດປີເພື່ອມາຈ່າຍສາມ ວັນ ”, ຢາກເວົ້າເຖິງຄຸນລັກສະນະສຳຄັນພິເສດຂອງ ບຸນປະເພນີ (ໂອກາດສົ່ງທ້າຍປີເກ່ົາ ຕ້ອນຮັບປີໃໝ່ຂອງ ຄົນຫວຽດ). ແຕ່ໃດໆມາຈົນຮອດປັດຈຸບັນ, ບຸນເຕັດບໍ່ພຽງ ແຕ່ເປັນໂອກາດເຕົ້າໂຮມທຸກຄົນໃນຄອບຄົວ, ລູກຫລານ ປຸ້ມລຸມກັນ ຕ້ອນຮັບປີໃໝ່, ຫາກຍັງແມ່ນໂອກາດ ຄົນຫວຽດ ສະແດງຮີດຄອງປະເພນີທີ່ຈົບງາມໃນມື້ວັນບຸນຂອງຕົນ. ປະເພນີຕ້ອນຮັບເຕັດ ແຕ່ລະເຂດແຄວ້ນມີຄວາມແຕກຕ່າງກັນເລັກນ້ອຍ,  ແຕ່ໂດຍລວມ ບຸນເຕັດມີສັນຍະ ລັກ 4 ປະການຄື:  ການຊື້ເຄື່ອງເຕັດ, ພິທີຂອງບຸນເຕັດ, ການກິນເຕັດ ແລະ ການຫລິ້ນເຕັດ…
ການຊື້ເຄື່ອງເຕັດ
ການຊື້ເຄື່ອງເຕັດສ່ໍໃຫ້ເຫັນວັດທະນະທຳທີ່ມີລັກສະນະສຸພາບ ອ່ອນຫວານຂອງຄົນຫວຽດ. ໃນຊຸມມື້ໃກ້ຈະຮອດເຕັດ, ຢູ່ ຫຼາຍທ້ອງຖິ່ນຈະເປີດຕະຫຼາດນັດຂຶ້ນເຊິ່ງ ເປີດຄັ້ງດຽວໃນປີ ຄື: ຕະຫຼາດດອກຄາຍ, ດອກມາຍ, ຕະຫຼາດ ໝາກ ແປ້ນ, ຕະຫຼາດແຕ້ມຕົວໜັງສື, ຕະຫຼາດເຄື່ອງບູຮານເກົ່າແກ່… ເພື່ອສະຫນອງຄ່ານິຍົມຫຼິ້ນບຸນຂອງຄົນຫວຽດ. 
ການຊື້ເຄື່ອງເຕັດສ່ໍໃຫ້ເຫັນວັດທະນະທຳທີ່ມີລັກສະນະສຸພາບ ອ່ອນຫວານຂອງຄົນຫວຽດ. ໃນຊຸມມື້ໃກ້ຈະຮອດເຕັດ, ຢູ່ ຫຼາຍທ້ອງຖິ່ນຈະເປີດຕະຫຼາດນັດຂຶ້ນເຊິ່ງ ເປີດຄັ້ງດຽວໃນປີ ຄື: ຕະຫຼາດດອກຄາຍ, ດອກມາຍ, ຕະຫຼາດ ໝາກ ແປ້ນ, ຕະຫຼາດແຕ້ມຕົວໜັງສື, ຕະຫຼາດເຄື່ອງບູຮານເກົ່າແກ່… ເພື່ອສະຫນອງຄ່ານິຍົມຫຼິ້ນບຸນຂອງຄົນຫວຽດ. ປັດຈຸບັນນີ້, ຢູ່ຫຼາຍນະຄອນໃຫຍ່, ຍ້ອນການແຊກຊືມຂອງ ວັດທະນະທຳເຂດຕາເວັນຕົກ ສະນັ້ນໃນວັນບຸນຫຼາຍຄົມມັກນິຍົມຊົມໃຊ້ເຫຼົ້າຕ່າງປະເທດ, ປັກດອກໄມ້ແນວຕ່າງປະເທດ, ຫລິ້ນ ປາເອ້…  ແຕ່ກໍຂາດບ່ໍໄດ້ແມ່ນຕົ້ນດອກຄາຍ,  ກິ່ງດອກ ມາຍ, ຕົ້ນໝາກແປ້ນວາງໄວ້ໃນເຮືອນ.

ເວົ້າເຖິງຄ່ານິຍົມການຊື້ເຄື່ອງເຕັດຂອງຄົນຫວຽດແມ່ນຕ້ອງ ເວົ້າເຖິງການນິຍົມຊອກຫາຊື້ພາບແຕ້ມໂຕໜັງສື. ສະໄໝ ກອ່ນ, ຄົນຫວຽດມີປະເພນີເມື່ອຫມົດປີມາຮອດແລ້ວ ມັກ ໄປຫາຍາຄູ, ຫຼື ຜູ້ທີ່ໄດ້ປະດັບໃນຮອບສອບເສັງຂັ້ນ ແຂວງ ຂຶ້ນໄປເພື່ອຂໍຕົວໜັງສືທີ່ເປັນວາດແຕ້ມຂອງ ພວກເພິ່ນມາ ແຂວນ ໄວ້ໃນເຮືອນ ດ້ວຍຄວາມປາຖະໜາວ່າຂໍໃຫ້ລູກຫລານຮ່ຳຮຽນສະຫລາດ, ເບິ່ງຕົວຫນັງສືເພື່ອໃຫ້ລູກຫລານ ເຝິກຝົນນິດໄສໃຈຄໍ, ວິທີຢູ່, ວິທີກິນ. ມາໃນທຸກວັນນີ້, ຄວາມນິຍົມດັ່ງກ່າວໄດ້ຫັນໄປເປັນຫຼາກຫຼາຍຮູບແບບ. ແຕ່ ຍ້ອນເປັນປະເພນີເກົ່າເຄີຍຊິນ, ມື້ເຕັດ, ມີຫຼາຍຄົນໄປຕະຫຼາດໜັງສືເພື່ອຂໍ, ເພື່ອຊື້, ແຕ່ຈຳນວນໜຶ່ງ ພັດໄປຕະຫຼາດພຽງແຕ່ເພື່ອໄປຢ້ຽມຊົມ, ໄດ້ສຳຜັດບັນຍາກາດຄຶກຄຶ້ນຂອງມື້ບຸນເທົ່ານັ້ນ.

ຕະຫຼາດດອກໄມ້ຢູ່ຖະໜົນຮ່າງເລືອກ(ຮ່າໂນ້ຍ)ຄຶກຄື້ນທີ່ສຸດໃນມື້ໃກ້ຈະຮອດບຸນເຕັດ. ພາບ: ໂງຢື/VNP


ປະຊາຊົນຮ່າໂນ້ຍມັກເລືອກຊື້ເຕົ້າດອກໄມ້ “ຖຸຍຕຽນ”(daffodil) ມາຫລິ້ນເຕັດ ເພາະມັນຕ່າງກັບ ດອກໄມ້ປະເພດອື່ນຢູ່ບ່ອນວ່າ,
ທັງກິ່ນ, ດອກ, ໃບ, ຫົວ, ຮາກກໍເປັນຕາເບິ່ງ.  ພາບ: ເຈີ່ນແທງຢາງ/ VNP 



ນ້ອງນ້ອຍໃສ່ຊຸດອາພອນມູນເຊື້ອຂອງຊາດຈະມີຜ້າແພ, ເສື້ອຍາວຕາມຫລັງແມ່
ໄປຊື້ເຄື່ອງເຕັດຢູ່ຖະໜົນຮ່າງເລືອກ (ຮ່າ ໂນ້ຍ). ພາບ: ເຈີ່ນກົງດາດ/ VNP



ຮ້ານຂາຍເຄື່ອງປະດັບປະດາສຳລັບບຸນເຕັດຢູ່ຖະໜົນຮ່າງມ໋າ,ຮ່າໂນ້ຍ. ພາບ: ແອງຕ໋ວນ/VNA


ໃນຍາມບຸນເຕັດ, ຄຸ້ມຖະໜົນແຕ້ມໂຕໜັງສືຢູ່ວັນມ໋ຽວ ກວັກຕື້ຢາມຫນາແຫນ້ນໄປດ້ວຍຜູ້ຊື້ຫນັງສືຫລິ້ນເຕັດ. ພາບ: ເຈີ່ນກົງດາດ/VNP


ການແຕ້ມພາບຮັບໃຊ້ບຸນເຕັດຂອງນາຍຊ່າງຫງວຽນດັງເຈ໋ ຢູ່ໝູ່ບ້ານອາຊີບແຕ້ມພາບດົງໂຮ່ (ຖ້ວນແທ່ງ-ບັກນິງ)  ພາບ: ຈິ້ງວັນໂບ້/VNP


ຕະຫຼາດເຄື່ອງເກົ່າແກ່ໃນຊຸມມື້ເຕັດຂອງຄົນຮ່າໂນ້ຍ. ພາບ: ແອງຕ໋ວນ/VNA
 
ການກິນເຕັດ
ຄົນຫວຽດປາງກ່ອນມີຄຳວ່າ:“ແຈກຫາພ່ໍແມ່ນມື້ອຶດ, ສາມມື້ ບຸນແມ່ນມື້ອີ່ມ”. ໃນມື້ບຸນເຕັດ, ເຖິງແມ່ນທຸກຍາກຂະ ຫນາດໃດກໍຕາມ, ເຂົາເຈົ້າກໍຕ້ອງພະຍາຍາມຊອກຫາ, ຂໍຢືມ ເພື່ອສ້າງໃຫ້ພາເຂົ້າໃນບຸນເຕັດຕ້ອງອຸດົມສົມບູນ, ຄົບຖ້ວນ ກວ່າມື້ທຳມະດາ. ສິ່ງດ່ັງກ່າວນີ້ສະແດງໃຫ້ເຫັນວ່າ, ຄົນ ຫວຽດຖືເປັນສຳຄັນການກິນການດື່ມໃຫ້ອີ່ມ ແລະ ພຽງພໍໃນມື້ບຸນ, ເພາະສິ່ງແອບແຝງເລິກຢູ່ທາງໃນນັ້ນ ແມ່ນຄວາມ ຄາດຫວັງວ່າປີໃໝ່ຈະເປັນປີທີ່ມີຊີວິດສົມບູນພຸນສຸກ, ຄົບຖ້ວນ, ຖາວອນທີ່ສຸດ, 

ພາບທີ່ໝົດທຸກຄົນໃນເຮືອນ ຊຸມນຸມກັນຂ້າງເຕົາໄຟຕົ້ມເຂົ້າ ຕົ້ມເປັນພາບທີ່ໄດ້ຈາລຶກໄວ້ໃນຄວາມຊົງຈຳຂອງ ຄົນຫວຽດນາມທຸກຄົນ.
ເວົ້າເຖິງອາຫານການກິນໃນບຸນເຕັດຂອງຄົນຫວຽດກໍ່ ມີ ຫຼາກຫຼາຍຢ່າງທີ່ຈັບໃຈ. ອີງຕາມວັດທະນະທຳຂອງແຕ່ລະພາກຈະມີອາຫານການກິນແຕກຕ່າງກັນ. ພາເຂົ້າເຕັດຂອງຄົນພາກເໜືອແມ່ນບໍ່ຂາດໄດ້ປະເພດ: ເຂົ້າຕົ້ມ, ໄກ່ຕົ້ມ, ຫົວຜັກບົ່ວດອງ, ແນມຈືນ, ຢ່ໍຊີ້ນໝູ, ແກງໜ່ໍໄມ້ຂາ ໝູ, ເສັ້ນລ້ອນຕົ້ມໃສ່ເຄື່ອງໃນໄກ່… ສຳລັບເຂດພາກ ໃຕ້ ໂດຍທົ່ວໄປແມ່ນມີເຂົ້າຕົ້ມຍາວ, ຫົວສະຄູດອງ, ຕົ້ມເຄັມ ຊີ້ນໃສ່ນ້ຳໝາກພ້າວ, ແກງໝາກຮະໃສ່ກຸ້ງແຫ້ງ…

ນອກຈາກອາຫານເຍື່ອງຕ່າງໆ ທີ່ເລົ່າມາຂ້າງເທິງນັ້ນ, ບຸນ ເຕັດຂອງຄົນຫວຽດຍັງປະກອບດ້ວຍເຂົ້າໜົມທຸກປະເພດ ເຊັ່ນ: ຂະໜົມຂີງ, ເຂົ້າຫນົມໝາກພ້າວ, ໝາກໂຕນ, ແກ່ນ ດອກບົວ, ແກ່ນໝາກແຕງ, ເຊື່ອມ … ເຄື່ອງດື່ມມີເຫຼົ້າ, ເບຍ,  ນ້ຳອັດລົມ…

ຫລາຍຄອບຄົວຂອງຄົນຫວຽດມີຄວາມເຄີຍຊິນມັກປຸງແຕ່ງ ອາຫານເຍື່ອງຕ່າງໆດ້ວຍຕົນເອງ. ນັບແຕ່ການໄປຕະຫຼາດ ເພື່ອເລືອກຊື້ໃບຕອງ, ເຂົ້າໜຽວ, ໝາກຖົ່ວ ເພື່ອຫ່ໍເຂົ້າຕົ້ມ. ພາບທີ່ໝົດທຸກຄົນໃນເຮືອນ ຊຸມນຸມກັນຂ້າງເຕົາໄຟຕົ້ມເຂົ້າ ຕົ້ມເປັນພາບທີ່ໄດ້ຈາລຶກໄວ້ໃນຄວາມຊົງຈຳຂອງ ຄົນຫວຽດນາມທຸກຄົນ, ໂດຍສະເພາະແມ່ນກັບຜູ້ທີ່ຢູ່ໄກເຮືອນ, ຫ່າງໄກບ້ານເກີດເມືອງນອນ ແລະ ຄົນຫວຽດທີ່ດຳລົງຊີວິດຢູ່ຕ່າງປະເທດ.


ໃບຕອງຫ່ໍເຂົ້າຕົ້ມເປັນເຄື່ອງທີ່ຂາດບ່ໍໄດ້ໃນຕະຫຼາດນັດ ຊຸມມື້ໃກ້ຈະຮອດບຸນເຕັດຢູ່ຊາຍງາ(ແຂວງຝຸຖ້ໍ). ພາບ: ຈ້ອງຈິ໋ງ/ VNP


ຫໍ່ເຂົ້າຕົ້ມຢູ່ຄອບຄົວທ່ານດິງຊວນລ໋າຍ, ໝູ່ບ້ານບັກຮາຍ,  ຕາແສງຖຸຍເດື່ອງ (ຖຸຍງວຽນ-ຫາຍຟ່ອງ). ພາບ: ເລີມແຂ໋ງ/VNA








ເຂົ້າຕົ້ມ, ເຂົ້າໜຽວໝາກເຂົ້າ, ພາຖາດໝາກໄມ້ 5 ຢ່າງ, ກວນ-ແຢມຊະນິດຕ່າງໆ ແມ່ນເຄື່ອງກິນທີ່ຂາດບ່ໍໄດ້ໃນຊຸມ ມື້ບຸນເຕັດ
ຂອງຊາວຫວຽດ. ພາບ: ກົງດາດ, ເຈີ່ນແທງຢາງ,  ຫງວຽນລວນ, ເອກະສານ VNP



ພາເຂົ້າໃນມື້ເຕັດຂອງຄົນຫວຽດ. ພາບ: ເຈີ່ນແທງຢາງ/VNP



ທ່ານ Richard K.H.Chua (ຄົນສິງກະໂປ)ພ້ອມກັບພັນລະຍາເປັນຄົນຫວຽດນາມ ແລະ ລູກສອງຄົນນັ່ງພ້ອມກັນຢູ່ຂ້າງ
ພາຖາດໝາກ ໄມ້ 5 ຊະນິດ ແລະ ເຂົ້າຕົ້ມກະກຽມຕ້ອນຮັບປີໃໝ່ ຢູ່ນະຄອນໂຮ່ ຈີມິນ.   ພາບ: ແທງຕຸ່ງ.

 
 ພິທີຂອງບຸນເຕັດ
ພິທີຂອງບຸນເຕັດໝາຍເຖິງການເຄື່ອນໄຫວຕ່າງໆ ທີ່ມີລັກ ສະນະເລື່ອງຄວາມເຊື່ອຖື, ການບູຊາເສັ່ນໄຫວ້ໃນມື້ບຸນ. ຕັ້ງ ແຕ່ໃດມາຄົນຫວຽດນາມເຄີຍເຊື່ອຖືບູຊາທຳມະຈະລິຍາ, ຄຸນນະທຳຈົດຈຳບຸນຄຸນຂອງບັນພະຊົນ, ການຄາລະວະ ຜູ້ທີ່ໄດ້ລ່ວງລັບໄປ ແລະ ຟ້າແຖນ. ດ້ວຍເຫດນັ້ນ, ບຸນເຕັດກໍ ເປັນໂອກາດເພື່ອໃຫ້ຄົນຫວຽດໄດ້ສະແດງວັດທະນະທຳອັນສັກກະລະບູຊານີ້.

ບຸນປະເພນີເຖິງແມ່ນວ່າໄດ້ດຳເນີນໄປພຽງ 3 ວັນຂອງຕົ້ນເດືອນຈຽງ. ແຕ່ແລ້ວກ່ອນໄລຍະມື້ບຸນ ແລະ ຫລັງມື້ບຸນເປັນ ຫຼາຍສິບວັນກໍຈະມີການເຄື່ອນໄຫວຫລາຍຢ່າງ ທີ່ພົວພັນກັບງານເກີດຂຶ້ນຢ່າງຄຶກຄຶ້ນທີ່ສຸດ. ເຖິງຢ່າງນັ້ນກໍຕາມ, ກ່ອນ ແລະ ຫຼັງນັ້ນ ຫຼາຍສິບມື້ກໍມີກິດຈະກຳນາໆປະການທີ່ກ່ຽວພັນ ໄດ້ຮັບ ການປະຕິບັດຢ່າງຄຶກຄຶ້ນເນື່ອງນິດທີ່ສຸດ.

ໄປພ້ອມໆກັບການອວຍພອນປີໃໝ່ ຍັງມີຮີດ ຄອງອວຍພອນອາຍຸນຳອີກ, ອວຍພອນດ້ວຍການແຈກເງິນ ເປັນຊອງສີແດງມີລັກສະນະເປັນສັນຍະລັກໝາຍເຖິງ ການໃຫ້ພອນຈົ່ງມີຄວາມສຸກ, ໂຊກລາບ.
ແຕ່ໃດໆມາຈົນເຖິງທຸກວັນນີ້, ອີງໃສ່ແຕ່ລະສະໄຫມ, ແຕ່ລະ ທ້ອງຖິ່ນ, ການເສັ່ນໄຫວ້ໃນມື້ບຸນຈະມີຄວາມແຕກຕ່າງກັນເລັກນ້ອຍ, ແຕ່ຕາມປະເພນີ, ພິທີເສັ່ນໄຫວ້ສຳຄັນດັ່ງກ່າວ ແມ່ນບ່ໍມີການປ່ຽນແປງຄື: ຮີດຄອງປຸກຕົ້ນປຸກສີ, ເສັ່ນໄຫວ້ ໃນມື້ສຸດທ້າຍຂອງປີເກົ່າ, ເສ່ັນໄຫວ້ໃນວິນາທີສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ຮີດຄອງເດັດກິ່ງ ໄມ້, ດອກໄມ້ໃນຕົ້ນປີເພື່ອໄດ້ຮັບໂຊກລາບ, ປະເພນີເຂົ້າ  ເພື່ອນຳຄວາມແຮກໝານມາໃຫ້ເຈົ້າຂອງ, ແຈກເງິນອວຍພອນອາຍຸ ...

ແຕ່ລະປີ, ກົງກັບວັນທີ 23 ເດືອນທັນວາ, ຍັງມີພິທີໄຫວ້ໜຶ່ງ ທີ່ ຄົນຫວຽດນາມລໍຄອຍເພາະມັນເປັນສັນຍານເຕືອນວ່າ ບຸນເຕັດໃກ້ຈະມາເຖິງແລ້ວ. ນັ້ນແມ່ນປະເພນີສົ່ງພະຍາຄີ ໄຟ(ແມ່ນຜູ້ປົກຄອງການແຕ່ງຢູ່ຄົວກິນຂອງແຕ່ລະເຮືອນ ) ຂຶ້ນເມືອເມືອງຟ້າ.  ຫຼັງຈາກພິທີນີ້ສຳເລັດ ບັນຍາກາດຕ້ອນ ຮັບບຸນເຕັດເລີ່ມຕົ້ນຄຶກຄັກທົ່ວທຸກຄົວເຮືອນ.


ຮອດມື້ສຸດທ້າຍຂອງປີ, ຄອບຄົວໃດກໍແຕ່ງພາເຂົ້າເພື່ອ ເສັ່ນໄຫວ້ບັນພະບູລຸດ ແລະ ເຈົ້າແມ່ທໍລະນີຕາມຮີດຄອງເພີ່ນ ເອີ້ນວ່າແມ່ນເສັ່ນໄຫ້ວ “ມື້ເນົາ”
ຫມາຍຄວາມວ່າພິທີໄຫ້ວ ມື້ສິ້ນສຸດປີ ແລະ ກໍທັງເປັນຄາບເຂົ້າທີ່ຄົບຖ້ວນທຸກຄົນໃນ ຄອບຄົວ. ດ້ວຍເຫດນັ້ນ, ຄົນຫວຽດຈຶ່ງມີປະເພນີວ່າເຖິງຈະ ໄປໃສ, ຢູ່ໃສກໍ່ຕາມຮອດມື້ບຸນເຕັດກໍ່ຕ້ອງໄດ້ກັບເມືອບ້ານ ເພື່ອຈະໄດ້ ຮັບຄວາມສຸກຈາກບັນຍາກາດ ທີ່ເຕັມໄປດ້ວຍ ຄວາມອົບອຸ່ນຮັກແພງຈາກທຸກຄົນໃນຄອບຄົວ.

ພາຍຫຼັງໄດ້ຮ່ວມພາເຂົ້າໃນມື້ເນົາແລ້ວ, ເຮືອນໃດກໍ ກຽມພາ ບູຊາຫນຶ່ງເມື່ອຮອດທ່ຽງຄືນຈະໄດ້ເຮັດພິທີເສັ່ນໄຫ້ວ “ຮັບປີໃຫມ່” ເປັນຂີດໝາຍວັນເວລາອັນສັກສິດໄດ້ຜ່ານພົ້ນລະຫວ່າງປີເກົ່າກາຍໄປ ແລະ ປີໃຫມ່ວຽນມາ.

ຄົນຫວຽດມັກຈະມີຄວາມເຄີຍຊິນ, ພາຍຫລັງຕ້ອນຮັບປີ ໃຫມ່ແລ້ວໆແມ່ນມັກຈະເຂົ້າວັດເພື່ອຂໍພອນໂຊກລາບ, ພາວະນາໃຫ້ທຸກສິ່ງທຸກຢ່າງດີງາມ, ທຳມາຫາກິນສະດວກ ແລະ ປະສົບຄວາມສຳເລັດຕະຫລອດປີໃໝ່.

ໃນຊຸມມື້ບຸນ, ທຸກຄົນມັກໄປຢ້ຽມຢາມຊຶ່ງກັນ ແລະ ກັນ ແລະ  ໃຫ້ຄຳອວຍພອນປີໃໝ່. ຖ້າເປັນລູກຫຼານ ກໍອວຍພອນພ່ໍເຖົ້າ ແມ່ເຖົ້າ, ພ່ໍແມ່ມີສຸຂະພາບແຂງແຮງ, ອາຍຸຍືນຍາວ;  ພໍ່ເຖົ້າ ແມ່ເຖົ້າ, ພ່ໍແມ່ກໍອວຍພອນໃຫ້ລູກຫຼານເປັນຄົນຮູ້, ກະຕັນ ຍູ; ຖ້າເປັນເພື່ອນມິດກໍ່ອວຍພອນກັນປີໃໝ່ໃຫ້ຊື້ໄດ້ຂາຍຫມານ… ໄປພ້ອມໆກັບການອວຍພອນປີໃໝ່ ຍັງມີຮີດ ຄອງອວຍພອນອາຍຸນຳອີກ, ອວຍພອນດ້ວຍການແຈກເງິນ ເປັນຊອງສີແດງມີລັກສະນະເປັນສັນຍະລັກໝາຍເຖິງ ການໃຫ້ພອນຈົ່ງມີຄວາມສຸກ, ໂຊກລາບ.


ວິທີການຈັດວາງຫໍບູຊາປູ່ຍ່າຕາຍາຍໃນມື້ບຸນເຕັດຂອງຄົນ ຫວຽດ. ພາບ: ທົງທ້ຽນ/VNP


ວັນທີ 23 ເດືອນທັນວາ, ຄົນຫວຽດມັກປ່ອຍປາໄນເພື່ອ ສົ່ງ ທາງພະຍາຄີໄຟຂຶ້ນເມືອເມືອງຟ້າ. ພາບ: ເຈີ່ນແທງຢາງ/VNP


ພິທີເສັ່ນໄຫ້ວມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ (ມື້ 30 ເຕັດ) ຂອງ ຄອບຄົວໜຶ່ງຢູ່ເມືອງເຫວ້.ພາບ: ແທງຮ່ວາ/VNP


ຄົນຫວຽດມີປະເພນີ ເສັ່ນໄຫ້ວກາງແຈ້ງຄ່ຳຄືນມື້ຕ້ອນຮັບ ພະຍາຫ່າງຄຽນ ຜູ້ຄຸ້ມຄອງປີໃໝ່. ພາບ: ເຈີ່ນກົງດາດ/VNP


ການອວຍພອນດ້ວຍການແຈກເງິນ ເປັນຊອງສີແດງມີລັກສະນະເປັນສັນຍະລັກ
ໝາຍເຖິງການໃຫ້ພອນຈົ່ງມີຄວາມສຸກ, ໂຊກລາບ. ພາບ: ຫວຽດເກື່ອງ/VNP

 
ການຫຼິ້ນເຕັດ
ຫລັງມື້ບຸນສອງສາມວັນ, ທຸກຄົວເຮືອນຈະມີພິທີໜຶ່ງອີກເອີ້ນ ວ່າແມ່ນການເສັ່ນໄຫວ້ມື້ສິ້ນສຸດວັນບຸນ. ສະຫລຸບຄວາມ ວ່າ, ບຸນເຕັດຂອງຄົນຫວຽດມັນເຕັມໄປດ້ວຍວັດທະນະທຳ ບູຮານອັນເປັນມູນເຊື້ອ, ສະແດງໃຫ້ເຫັນຈະລິຍະທຳຂອງ ຜູ້ມີ ຄຸນນະທຳ, ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ,  ແລະ ມັນກໍທັງເປັນສາຍຜູກພັນ ທຸກຄົນມີຄວາມສະໜິດຕິດ ພັນກັນໃນຄອບຄົວ, ຕະກູນ ແລະ ສັງຄົມ.
 
ວັນບຸນເຕັດສຳລັບຄົນຫວຽດເປັນທີ່ມ່ວນຊື່ນ, ຄຶກຄື້ນທີ່ສຸດ ເປັນປະເພນີທ່ຽວຫລິ້ນໄລຍະຕົ້ນຂອງປີໃໝ່. ເປັນຊົ່ວຂະ ນະຂອງປີໃຫມ່, ທຸກສັດສາວາສິ່ງສົດຊື່ນສວຍງາມໄປຫມົດ ສະນັ້ນ, ຄົນຫວຽດຈິ່ງມີປະເພນີໄປວັດຕະຫລອດໄລຍະວັນເຕັດ. 
ວັນບຸນເຕັດສຳລັບຄົນຫວຽດເປັນທີ່ມ່ວນຊື່ນ, ຄຶກຄື້ນທີ່ສຸດ ເປັນປະເພນີທ່ຽວຫລິ້ນໄລຍະຕົ້ນຂອງປີໃໝ່. ເປັນຊົ່ວຂະ ນະຂອງປີໃຫມ່, ທຸກສັດສາວາສິ່ງສົດຊື່ນສວຍງາມໄປຫມົດ ສະນັ້ນ, ຄົນຫວຽດຈິ່ງມີປະເພນີໄປວັດຕະຫລອດໄລຍະວັນເຕັດ. ຫລາຍຄົນມັກເລືອກ ວັດທີ່ມີຊື່ສຽງ, ສັກສິດ ແລະ ຢູ່ໄກ ເພື່ອທັງໄປທ່ຽວປີໃຫມ່ ທັງໄປຂໍພອນຕ່າງໆຈາກວັດ.

ຄົນຫວຽດເຊື່ອວ່າ, ການເຂົ້າຫາວັດໃນມື້ທຳອິດຂອງປີໃໝ່ ແມ່ນໄປຫາຄວາມສິລິມຸງຄຸນ, ຄວາມສຸພາບອ່ອນຫວານ, ປັດປ່າຍສິ່ງ ເສົ້າໝອງ, ຄວາມເປັນຫວ່ງຂອງປີເກົ່າ ແລະ ລໍຄອຍຕ້ອນຮັບສິ່ງທີ່ດີງາມກວ່າຈາກປີໃໝ່.


ນອກຈາກໄປວັດແລ້ວ, ຄົນຫວຽດຍັງມີກິດຈະກຳໜຶ່ງທີ່ ເຄີຍ ປະຕິບັດແມ່ນໄປບຸນ. ແຕ່ລະປີ ຫວຽດນາມຈະມີງານບຸນ ຕ່າງໆ ປະມານ 8.000 ກວ່າຄັ້ງໄດ້ຈັດຂຶ້ນໃນລະດູບານໃໝ່ ເພື່ອ ຈຸດປະສົງລະນຶກເຖິງບັນພະຊົນຜູ້ທີ່ມີຄຸນງາມຄວາມ ດີໃນການສ້າງບ້ານແປງເມືອງ. ໄປງານບຸນບ່ໍພຽງແຕ່ ແມ່ນ ການໄປທ່ຽວຫາກຍັງ ແມ່ນວິທີການໜຶ່ງຂອງຄົນຫວຽດເພື່ອ ສະແດງຄວາມຮູ້ບຸນຄຸນ, ຈາລຶກວິລະກຳອັນມະຫັດສະຈັນ ຂອງປູ່ຍ່າຕາຍາຍ ເພື່ອປົກປັກຮັກສາ ແລະ ສ້າງສາປະເທດໄດ້ປະໄວ້ເປັນພັນປີມາແລ້ວ./.

ການທ່ຽວຫຼິ້ນລະດູບານໃໝ່ເທິງຍອດພູອຽນຕື້(ແຂວງກວາງ ນິງ). ພາບ : ກົງດາດ/VNP


ໃນມື້ວັນທີ 4 ຂອງບຸນເຕັດ, ປະຊາຊົນເຂດທົ່ງພຽງພາກເໜືອ ຫວຽດນາມມັກໄປງານບຸນຈື້ດົ່ງຕື໋, ເປັນໜຶ່ງໃນຈຳນວນບັນພະບຸລຸດ
ທີ່ໄດ້ຮັບການເຊີດຊູເປັນຕື້ເບິດຕື (4 ບຸກຄົນອະມະຕະຂອງຫວຽດນາມ). ພາບ: ຫວຽດເກື່ອງ/VNP



ງານບຸນຫຼິ້ນໝາກເສິກຢູ່ທີ່ທັງລອງ. ພາບ: ຮ່ວາງຢາບ.


ງານບຸນໂກ໋ລວາຈັດຂຶ້ນໃນວັນທີ 6 ຂອງບຸນເຕັດ. ພາບ: ມິງດຶກ/VNA


ເຊີດມັງກອນໃນມື້ລະດູບານໃຫມ່. ພາບ: ເຈີ່ນແທງຢາງ/VNP
 
ບົດ: ທົງທ້ຽນ - ພາບ: VNP ແລະ ເອກະສານ
 

ບັນດາບົດທີ່ຖືກນຳສະເໜີ