13/01/2018 09:23 GMT+7 Email Print Like 0

ບາດລ້ຽວກ່ຽວກັບນະໂຍບາຍພຸດທະສາສະໜາຢູ່ ຫວຽດນາມ

      ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາຂອງ ຫວຽດນາມ ມີຜົນສັກສິດນັບແຕ່ວັນທີ 1 ມັງກອນ 2018 ໄດ້ຮັບຖືວ່າແມ່ນບາດລ້ຽວໃຫຍ່ໃນນະໂຍບາຍການເຫຼື້ອມໃສ, ສາສະໜາຢູ່ ຫວຽດນາມ. ບົດຂຽນຂອງບັນນາທິການ ທູຮວາ ທີ່ພາດຫົວຂໍ້ວ່າ ບາດລ້ຽວກ່ຽວກັບນະໂຍບາຍພຸດທະສາສະໜາຢູ່ ຫວຽດນາມ”.
ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ, ໂດຍສະພາແຫ່ງຊາດ ຫວຽດນາມ ຮັບຮອງເອົາເມື່ອເດືອນພະຈິກ 2017, ຫັນເປັນລະບອບບັນດາທັດສະນະຂອງລັດຖະທຳມະນູນປີ 2013 ກ່ຽວກັບການຮັບປະກັນສິດເສລີໃນການເຫຼື້ອມໃສ, ສາສະໜາ. ກົດໝາຍໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງການປ່ຽນໃໝ່ກົນໄກຄຸ້ມຄອງຂອງລັດ ກ່ຽວກັບການເຫຼື້ອມໃສ, ສາສະໜາ, ຈຸດໝາຍສູງສຸດແມ່ນປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ຮັກສາຄວາມໄວ້ເນື້ອເຊື່ອໃຈຂອງຜູ້ເຫຼື້ອມໃສ, ສາສະໜາ ແລະ ນະໂຍບາຍ, ກົດໝາຍຂອງພັກ, ລັດ.
ເປີດກ້ວາງສິດເສລີ ໃນການເຫຼື້ອມໃສ, ສາສະໜາ
        ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມເຄົາລົບນັບຖື, ການປົກປ້ອງ ແລະ ການຮັບປະກັນສິດເສລີໃນການເຫຼື້ອມໃສ, ສາສະໜາຂອງພົນລະເມືອງທຸກຄົນ. ພິເສດ, ກົດໝາຍເປີດກ້ວາງເປົ້າໝາຍປະຕິບັດສິດເສລີໃນການເຫຼື້ອມໃສ, ສາສະໜາ; ເພີ່ມເຕີມບັນດາຂໍ້ກຳນົດກ່ຽວກັບສິດເສລີໃນການເຫຼື້ອມໃສ, ສາສະໜາ; ແບ່ງຂັ້ນໃນການຄຸ້ມຄອງກ່ຽວກັບການເຫຼື້ອມໃສ, ສາສະໜາ, ສ້າງເງື່ອນໄຂສະດວກໃຫ້ບັນດາອົງການ, ບຸກຄົນຈົດທະບຽບເຄື່ອນໄຫວທາງສາສະໜາ, ຫລຸດຜ່ອນເວລາຮັບຮອງຂອງບັນດາອົງການສາສະໜາລົງພໍສົມຄວນ. ທ່ານ ເຈືອງດິ່ງກັນ, ຮອງປະທານຜູ້ປະຈຳການຄະນະກຳມະການສາມັກຄີຄິຼດທະສາສະໜາ ແຂວງ ເລີມດົ່ງ, ຢັ້ງຢືນວ່າ: ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ ສ້າງເງື່ອນໄຂໃຫ້ບັນດາສາສະໜາເຄື່ອນໄຫວສະດວກກ່ວາອີກ:
        ພວກຂ້າພະເຈົ້າເຫັນວ່າ ກົດໝາຍມີຫຼາຍຈຸດໃໝ່ ແລະ ສິດເສລີໃນການເຫຼື້ອມໃສສາສະໜາຂອງພົນລະເມືອງໄດ້ຮັບປະກັນ, ສ້າງຄວາມສະດວກສະບາຍໃນບັນດາການເຄື່ອນໄຫວສາສະໜາ. ກົດໝາຍກໍ່ໄດ້ຮັບຮອງ ຖານະນິຕິບຸກຄົນປອດການຄ້າຂອງສາສະໜາຕ່າງໆ, ນັ້ນແມ່ນຈຸດໃໝ່.
        ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາໄດ້ຮັບການປັບປຸງຕາມທິດສ້າງເງື່ອນໄຂດຳເນີນຊີວິດທາງສາສະໜາໃຫ້ຊາວຕ່າງປະເທດທີ່ອາໄສຖືກຕ້ອງຕາມກົດໝາຍຢູ່ ຫວຽດນາມ; ເພີ່ມເຕີມເນື້ອໃນປະດັບ ຫຼື ແຕ່ງຕັ້ງຍົດຖາບັນດາສັກໃຫ້ຊາວຕ່າງປະເທດທີ່ຢູ່ອາໄສຖືກຕ້ອງຕາມກົດໝາຍຢູ່ ຫວຽດນາມ. ທ່ານນາງ ຮ່ວາງທິຮວາ, ສະມາຊິກສະພາແຫ່ງຊາດ ແຂວງ ບັກຢາງ, ໃຫ້ຮູ້ວ່າ:
        ກົດໝາຍສະບັບນີ້ກຳນົດແຈ້ງສິດເສລີໃນການເຫຼື້ອມໃສ, ສາສະໜາຂອງຊາວຕ່າງປະເທດ ທີ່ອາໄສຖືກຕ້ອງຕາມກົດໝາຍຢູ່ ຫວຽດນາມ ແລະ ສະຫງວນໝວດທີ 2 ພາກທີ 6 ດ້ວຍ 7 ມາດຕາ ຈາກ ມາດຕາ 47 ເຖິງມາດຕາ 53 ກຳນົດກ່ຽວກັບຄວາມເສລີໃນການເຫຼື້ອມໃສ ສາສະໜາໃຫ້ຊາວຕ່າງປະເທດ. ຕາມນັ້ນແລ້ວ, ຊາວຕ່າງປະເທດມີສິດດຳເນີນຊີວິດເຄື່ອນໄຫວເຫຼື້ອມໃສ ສາສະໜາ ຄືພົນລະເມືອງ ຫວຽດນາມ, ໄດ້ຮ່ຳຮຽນຢູ່ບັນດາຮາກຖານສາສະໜາຢູ່ ຫວຽດນາມ ໂດຍພື້ນຖານ.
        ຄວາມຮັບຜິດຊອບຂອງບັນດາອົງການຂອງລັດ ມີສິດອຳນາດໃນການເຄື່ອນໄຫວເຫຼື້ອມໃສ, ເຄື່ອນໄຫວສາສະໜາ ກໍ່ໄດ້ກຳນົດຢ່າງຈະແຈ້ງ. ບັນດາບັນຫາກ່ຽວກັບຖານະບຸກຄົນຂອງອົງການສາສະໜາ; ຮາກຖານບຳລຸງສ້າງສາສະໜາ, ເປີດຊຸດເຝິກອົບຮົມກ່ຽວກັບສາສະໜາ; ຈົດທະບຽນເຄື່ອນໄຫວເຫຼື້ອມໄສ ປາກາດບັນຊີລາຍຊື່ການເຄື່ອນໄຫວສາສະໜາ; ກວດກາ ແລະ ແກ້ໄຂການລະເມີດໃນຂົງເຂດການເຫຼື້ອມໃສ, ສາສະໜາ… ລ້ວນແຕ່ໄດ້ກຳນົດໃນກົດໝາຍ.
ບາດກ້າວໃນນະໂຍບາຍສາສະໜາ
        ບັນດາຜູ້ມີຍົດສັກຕຳແໜ່ງສາສະໜາໄດ້ຕີລາຄາສູງ ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ ແມ່ນຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ປະຊາຊົນຜູ້ເຊື່ອຖືສາສະໜາໃນທົ່ວປະເທດ. ພະມະຫາອາຈານ ທີກເຫ້ວມີງ, ຫົວໜ້າຄະນະບໍລິຫານງານພຸດທະສາສະໜາແຂວງ ຕ່ຽນຢາງ, ໃຫ້ຂໍ້ສັງເກດວ່າ:
        “ກ່ຽວກັບບັນຫາເຫຼື້ອມໃສ ແລະ ຄວາມເສລີໃນການເຫຼື້ອມໃສ, ຂ້າພະເຈົ້າເຫັນວ່າ ລັດ ເຄົາລົບທີ່ສຸດ. ຂ້າພະເຈົ້າຄິດວ່າ, ການເຫຼື້ອມໃສສາສະໜາ ກໍ່ຕ້ອງເຄົາລົບລັດຖະທຳມະນູນ, ກົດໝາຍ ຫາກບໍ່ແມ່ນ ຕົນຢາກເຮັດຫຍັງກໍ່ເຮັດໄດ້. ກ່ອນທີ່ຈະເຫຼື້ອມໃສສາສະໜາໃດ ກ່ອນອື່ນຫມົດ ຄວາມຮັບຜິດຊອບຂອງຕົນແມ່ນຕ້ອງປົກປັກຮັກສາປະເທດຂອງຕົນ. ຕ້ອງສະແດງຈິດໃຈເຄົາລົບສາສະໜາຂອງຕົນ, ທັງຮັກສາສະໜາ, ທັງຮັກຊົນຊາດ ແລະ ຮັກປະເທດຊາດ. ຂ້າພະເຈົ້າຄິດວ່າ, ສາສະໜາໃດກໍ່ຄືກັນ, ຍ້ອນວ່າເພື່ອມີເອກະລາດ, ເອລີພາບ ຂອງຊົນຊາດແມ່ນຕ້ອງມີການເສຍສະຫຼະດ້ວຍເລືອດເນື້ອຂອງປະຊາຊົນ.
        ບັນດາຂໍ້ກຳນົດເກືອບທັງໝົດ ຂອງກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາລ້ວນແຕ່ໄດ້ກຳນົດຢ່າງລະອຽດ ແລະ ໄດ້ຮັບການປະຕິບັດນັບແຕ່ ກົດໝາຍເລີ່ມມີຜົນສັກສິດ ຫາກບໍ່ຈຳເປັນຕ້ອງລຳຖ້າເອກະສານແນະນຳ. ເລື່ອງນຳ ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ ເຂົ້າໃນການປະຕິບັດ ໄດ້ປະກອບສ່ວນປະຕິບັດນະໂຍບາຍຂອງພັກ, ລັດ ກ່ຽວກັບການຮັບປະກັນສິດເສລີໃນການເຫຼື້ອມໃສ, ສາສະໜາຂອງປະຊາຊົນໃຫ້ດີກ່ວາອີກ ແລະ ຕໍ່ສູ້ຢ່າງມີປະສິດທິຜົນກ່ວາກັບການເຄື່ອນໄຫວສວຍໃຊ້ການເຫຼື້ອມໃສ, ສາສະໜາເພື່ອຫາຜົນປະໂຫຍດສ່ວນຕົວ. ສິ່ງດັ່ງກ່າວກໍ່ສະແດງໃຫ້ເຫັນຄວາມຮັບຜິດຊອບແຫ່ງຊາດຂອງ ຫວຽດນາມ ຕໍ່ການປະຕິບັດກົດຫມາຍສາກົນກ່ຽວກັບສິດທິມະນຸດ.
 (ແຫຼ່ງຄັດຈາກ VOV)