16/10/2018 10:03 GMT+7 Email Print Like 0

ນາມດິງ ອະນຸລັກແລະ ພັດທະນາສິລະປະຂັບເຈົາວັນ

      ແຂວງ ນາມດິງ ແມ່ນສູນແຫ່ງການເຫຼື້ອມໃສບູຊາ 4 ພະແມ່, ເຫຼື້ອມໃສບູຊາພະອໍລະຫັນເຈິ່ນ. ເພາະສະນັ້ນ ພິທີຂັບເຈົາວັນ ຢູ່ແຂວງ ນາມດິງ ທັງແມ່ນບ່ອນເຕົ້າໂຮມ ທັງແມ່ນສະຖານທີ່ແຜ່ກະຈາຍ. ສິລະປະຂັບເຈົາວັນ ຫຼື ເອີ້ນວ່າພິທີບູຊາສາມພະແມ່ ຊຶ່ງແມ່ນປະເພດສິລະປະພື້ນເມືອງທີ່ເປັນເອກະລັກ ໄດ້ຮັບການຮັບຮອງຈາກ Unesco ວ່າແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ຂອງມວນມະນຸດ, ຊຶ່ງໄດ້ ແລະ ພວມໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາຢູ່ແຂວງ ນາມດິງ.

ຂັບເຈົາວັນຢູ່ຝູ໋ໃຢ
      ຈຸດທີ່ເປັນເອກະລັກຂອງສິລະປະຂັບເຈົາວັນ ແມ່ນຄວາມຫຼາກຫຼາຍສີສັນ ກ່ຽວກັບຮູບການສະແດງເຊັ່ນ ການຂັບຮ້ອງເພື່ອບູຊາ, ລາຍສະແດງຂັບຮ້ອງຢູ່ພະວິຫານ, ຂັບຮ້ອງໃນພິທີເຂົາຊົງ ແລະ ໃນງາມປະກວດສຽງເພງ. ຂັບເຈົາວັນມີ 13 ປະເພດດ້ວຍບັນດາທຳນອງທີ່ອຸດົມສົມບູນ ແລະ ສະແດງໃຫ້ເຫັນຄວາມໃນໃຈຂອງຕົວລະຄອນອີກ. ປັດຈຸບັນແຂວງ ນາມດິງ ມີກວ່າ 500 ຄົນເຂົ້າຮ່ວມໃນພິທີຂັບເຈົາວັນ, ໃນນັ້ນມີ 246 ຄົນແມ່ນຂັບຮ້ອງໃນພິທີເຂົ້າຊົງ, 245 ຄົນຂັບເຈົາວັນ, 162 ຄົນແມ່ນເສບເຄື່ອງດົນຕີ. ສິລະປະຂັບເຈົາວັນພື້ນເມືອງ ໄດ້ພັດທະນາຢູ່ແຂວງ ນາມດິງ ຊຶ່ງຕົ້ນຕໍແມ່ນການສະແດງຢູ່ຕາມປູຊະນີຍະສະຖານເຊັ່ນ ພະວິຫານ, ຫໍບູຊາທີ່ກ່ຽວຂ້ອງເຖິງພິທີຂັບເຈົາວັນ ຂອງຊາວຫວຽດນາມ. ຢູ່ທີ່ນີ້ ນັກສິລະປິນຂັບເຈົາວັນຕ້ອງພັດປ່ຽນກັນທຳການສະແດງ ບັນດາບົດເພງເຈົາວັນ, ແຕ່ລະບົດເພງກໍ່ເວົ້າເຖິງ ພະອໍລະຫັນອົງໜຶ່ງໃນຫໍບູຊາ. ນັກສິລະປິນດີເດັ່ນ ກຽວຢື ຜູ້ອຳນວຍການສູນວັດທະນະທຳ 3/2, ແຂວງ ນາມດິງ ເປີດເຜີຍວ່າ:
   “ຂັບເຈົາວັນແມ່ນການຂັບຮ້ອງໃນພິທີບູຊາພະອໍລະຫັນ. ດັ່ງນັ້ນ ບັນດາບົດເພງເຈົາວັນເກົ່າ ເຄີຍຂັບຮ້ອງກ່ຽວກັບບັນດາຕົວລະຄອນ ທີ່ມີໃນຊີວິດຕົວຈິງ, ບາງເທື່ອອາດຈະແມ່ນຕົວລະຄອນໃນເທບນິຍາຍ. ຄືຂັບເຈົາວັນກ່ຽວກັບຕົວລະຄອນນາຍພົນ ເຈິ່ນຮຶງດ້າວ ແມ່ນບຸກຄົນທີ່ມີຈິງ. ແຕ່ສຳລັບການຂັບຮ້ອງກ່ຽວກັບພະແມ່ຄື ພະແມ່ ຫຼຽວແຮ້ງ ຫຼືວ່າພະແມ່ໂດຍ ກໍ່ແມ່ນບັນດາຕົວລະຄອນມີໃນເລື່ອງລາວ ເລົ່າຂານສືບທອດກັນມາ. ຕົວລະຄອນເຫຼົ່ານັ້ນ ກໍ່ແມ່ນບັນດາບຸກຄົນໄດ້ຊ່ວຍປະຊາຊົນໃຫ້ມີຊີວິດທີ່ອີ່ມໜຳສຳລານ, ຊ່ວຍປະຊາຊົນກ່ຽວກັບຊີວິດທາງດ້ານຈິດໃຈ, ນີ້ກໍ່ແມ່ນລັກສະນະສະເພາະໃນສິລະປະຂັບເຈົາວັນ”
    ປັດຈຸບັນແຂວງ ນາມດິງ ມີປູຊະນີຍະສະຖານປະຫວັດສາດ ວັດທະນະທຳ 352 ແຫ່ງບູຊາພະແມ່. ພົ້ນເດັ່ນແມ່ນກຸ່ມປູຊະນີຍະສະຖານປະຫວັດສາດວັດທະນະທຳ ຟູ໋ໃຢ ເມືອງ ວຸບານ ດ້ວຍປູຊະນີຍະສະຖານບູຊາພະແມ່ກວ່າ 20 ແຫ່ງ. ຢູ່ເມືອງ ອີ໋ອຽນ ມີປູຊະນີຍະສະຖານ 26 ແຫ່ງບູຊາພະແມ່. ຢູ່ກຸ່ມປູຊະນີຍະສະຖານປະຫວັດສາດ ວັດທະນະທຳ ຟູ໋ໃຢ ໃນແຕ່ລະປີກໍ່ໄດ້ຈັດໃຫ້ມີງານບຸນໃນວັນທີ 3 ຫາ ວັນທີ 8 ເດືອນ 3 ໄລ່ຕາມຈັນທະປະຕິທິນ. ແຕ່ຫຼາຍປີມານີ້, ບັນດາທຳນອງເພງເຈົາວັນ ກໍໄດ້ຮັບການຮັກສາ ແລະ ພັດທະນາຈາກປະຊາຊົນລຸ້ນຕ່າງໆ ຢູ່ດິນແດນ ຟູ໋ໃຢ. ນັກສິລະປິນດີເດັ່ນ ກຽວຢື ໃຫ້ຮູ້ວ່າ: 
    “ແຕ່ລະປີຢູ່ ຟູ໋ໃຢ ເຊິ່ງແມ່ນໜຶ່ງໃນບັນດາສະຖານທີ່ແຫ່ງຈິດວິນຍານໃຫ່ຍ, ພວກຂ້າພະເຈົ້າກໍ່ຍັງຈັດຕັ້ງບັນດາ ງານປະກວດຂັບເຈົາວັນ, ນີ້ກໍ່ແມ່ນໜຶ່ງໃນບັນດາວິທີເພື່ອຮັກສາສີສັນ, ຜ່ານນັ້ນກໍ່ເປັນການຖ່າຍທອດໃຫ້ຄົນລຸ້ນຫຼັງ. ນັ້ນກໍ່ແມ່ນບັນດາວຽກງານທີ່ພວກຂ້າພະເຈົ້າໄດ້ໂຄສະນາ ເພື່ອໃຫ້ສິລະປະຂັບເຈົາວັນ ບໍ່ພຽງແຕ່ແມ່ນບັນດາປັດໄຈຮັບໃຊ້ທາງດ້ານຈິດວິນຍານເທົ່ານັ້ນ, ຂັບເຈົາວັນ ແລະ ມໍລະດົກແຫ່ງການເຫຼື້ອມໃສບູຊາ ສາມພະແມ່ຂອງຊາວ ຫວຽດນາມ ຍັງໄດ້ເຂົ້າສູ່ຈິດໃຈຂອງປະຊາຊົນຢ່າງແທ້ຈິງອີກດ້ວຍ”.
    ພ້ອມກັບການເວລາ ບັນດາທຳນອງເພງຂັບເຈົາວັນ ໄດ້ມີກຳລັງແຜ່ກະຈາຍໃນຊີວິດຕົວຈິງ, ສາມາດຕອບສະໜອງຄວາມຕ້ອງການທາງດ້ານ ວັດທະນະທຳສິລະປະຂອງປະຊາຊົນ. ບັນດາບົດເພງຂັບເຈົາວັນໄດ້ຮັບການແຕ່ງດ້ວຍຄຳໃໝ່,  ມີທຳນອງດົນຕີມ່ວນຊື່ນ ແລະ ສົດໃສ, ຖືກກັ່ນຕອງຈາກສິລະປະຂັບເຈົາວັນພື້ນເມືອງທີ່ມີລົມຫາຍໃຈ ແລະ ຈັງຫວະຊີວິດຍຸກປັດຈຸບັນ. ນັກສິລະປິນ ກຽວຢື ໃຫ້ຮູ້ຕື່ມອີກວ່າ: 
    “ຢາກອະນຸລັກຮັກສາມໍລະດົກ ແລະ ຢາກໃຫ້ມັນມີພະລັງຊີວິດຍືນຍົງນັ້ນ, ມໍລະດົກຍາມໃດກໍ່ຕ້ອງສືບທອດ ແລະ ຂະຫຍາຍຕົວ, ຍາມໃດກໍ່ຕ້ອງເຂົ້າສູ່ຊີວິດຂອງປະຊາຊົນຍຸກປັດຈຸບັນ. ຍ້ອນແນວນີ້ເອງ, ໂດຍແມ່ນຜູ້ເມົາກັບສິລະປະຂັບລຳທຳເພງ ແລະ ມີຄວາມເມົາໃນການປະພັນເພງ, ພວກຂ້າພະເຈົ້າໄດ້ນຳໃຊ້ບັນດາທຳນອງດົນຕີ ໃນສິລະປະຂັບເຈົາວັນ ເພື່ອນຳບັນດາບົດເພງໃໝ່ເຂົ້າໃນລາຍການສະແດງ. ພວກຂ້າພະເຈົ້າກໍ່ໄດ້ແຕ່ງກ່ຽວກັບບົດເພງຍ້ອງຍໍບ້ານເກີດເມືອງນອນ ດ້ວຍທຳນອງດົນຕີຂັບເຈົາວັນ”.
      ປັດຈຸບັນຢູ່ຫຼາຍທ້ອງຖິ່ນໃນແຂວງນາມດິງ, ຂັບເຈົາວັນໄດ້ກາຍເປັນອາຫານທາງດ້ານຈິດໃຈ ແລະ ພວມພັດທະນາຢ່າງແຂງແຮງໃນຂະບວນການ ສິລະປະວັນນະຄະດີມະຫາຊົນ. ປັດຈຸບັນແຂວງ ນາມດິງ ມີ 6 ສະໂມສອນຂັບເຈົາວັນພວມເຄື່ອນໄຫວ. ນັກສິລະປິນຂັບເຈົາວັນ ແທັງລານ ຢູ່ແຂວງນາມດິງ ເວົ້າວ່າ: 
   “ໂດຍແມ່ນນັກສິລະປິນ ທີ່ສາມາດຂັບຮ້ອງໄດ້ຫຼາຍທຳນອງເພງ. ດັ່ງນັ້ນ ສິລະປະຂັບເຈົາໄດ້ຊຶມເລິກເຂົ້າໃນຈິດໃຈຂອງເຮົາແຕ່ຄາວຍັງນ້ອຍ. ພິເສດ ການຂັບຮ້ອງ ໃນພິທີເຂົ້າຊົງຂອງບ້ານເກີດເມືອງນອນ ກໍ່ໄດ້ມີມາໃນກະໂຕຂ້າພະເຈົ້າເອງ. ຍ້ອນເຫດນີ້ເອງ ເມື່ອພວກຂ້າພະເຈົ້າທຳການສະແດງໃນແຕ່ລະເທື່ອ, ຂັບເຈົາວັນສາມາດດຶງດູດໃຈຜູ້ຊົມທີ່ສຸດ”
     ໃນຊຸມປີທີ່ຜ່ານມາ ໂຮງລະຄອນແຈ່ວນາມດິງ, ຫໍວັດທະນະທຳແຂວງ ກໍ່ຄືບັນດາກອງ, ສະໂມສອນສິລະປະວັນນະຄະດີມະຫາຊົນ ໃນບໍລິເວນແຂວງ ກໍ່ເຄີຍຈັດຕັ້ງການເກັບກຳ, ຄົ້ນຄວ້າ, ຜະລິດບັນດາລາຍການສະແດງຂັບເຈົາວັນ ຜ່ານບັນດາຕົວລະຄອນປະຫວັດສາດ, ເຂົ້າຮ່ວມບັນດາງານມະໂຫລານລະດັບເຂດ ແລະ ທົ່ວປະເທດຊຶ່ງໄດ້ຮັບບັນດາລາງວັນສູງ. ຜ່ານການຫັນປ່ຽນຫຼາຍຢ່າງຕາມປະຫວັດສາດ, ມາຮອດປັດຈຸບັນ ສິລະປະຂັບເຈົາວັນຢູ່ແຂວງ ນາມດິງ ຍັງຄົງສາມາດຮັກສາສີສັນຫວຽດນາມທີ່ລຽບງ່າຍແຕ່ກໍ່ມີຄວາມຫຼາກຫຼາຍສີສັນ ແລະ ອຸດົມສົມບູນ.
 (ແຫຼ່ງຄັດຈາກ VOV)