20/01/2019 08:30 GMT+7 Email Print Like 0

ນາຂັ້ນໄດ ຮວ່າງຊູຟີ່, ການປະດິດຄິດສ້າງອັນລ້ຳເລີດຂອງບັນດາຊົນເຜົ່າສ່ວນໜ້ອຍ

      ກ້າວເຂົ້າສູ່ລະດູເກັບກ່ຽວ, ເມືື່ອຕົ້ນເຂົ້າຢູ່ນາຂັ້ນໄດ ຮວ່າງຊູຟີ່ ເລີ່ມປ່ຽນມາເປັນສີເຫຼືອງສຸກນັ້ນກໍແມ່ນເວລາທີ່ດຶງດູດແຂກທ່ອງທ່ຽວມາຊົມທິວທັດອັນງາມຕາທີ່ເປັນເອກະລັກພິເສດນີ້ຫຼາຍທີ່ສຸດ ເຊິ່ງມີພຽງແຕ່ແຫ່ງດຽວຢູ່ເຂດພູສູງທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ. ແຂກທ່ອງທ່ຽວມານີ້ ບໍ່ພຽງແຕ່ໄດ້ທັດສະນະຢ້ຽມຊົມເທົ່ານັ້ນ, ຫາກຍັງມີໂອກາດໄດ້ຊອກຮູ້ກ່ຽວກັບການດຳລົງຊີວິດ, ການອອກແຮງງານ, ຮີດຄອງປະເພນີວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ທີ່ນີ້, ຊື່ງແມ່ນຜູ້ທີ່ໄດ້ປະດິດຄິດສ້າງໃນການເຮັດເປັນນາຂັ້ນໄດໃຫ້ມີຄວາມສວຍງາມຈັບອົກຈັບໃຈ.
            ນາຂັ້ນໄດ ແມ່ນຮູບແບບການປູກຝັງຢູ່ດິນຄ້ອຍຊັນຂອງຫຼາຍຊົນເຜົ່າຢູ່ຫລາຍປະເທດໃນໂລກ.ຍ້ອນຢູ່ບັນດາເຂດພູສູງ ຊອກດິນພຽງເພື່ອປູກຝັງແມ່ນຫາຍາກ, ເຂົາເຈົ້າຈຶ່ງເລືອກເອົາບັນດາຕອນດິນຢູ່ຕາມເປີ້ນພູແລ້ວກວາດໃຫ້ພຽງເຮັດເປັນຊັ້ນເປັນຂັ້ນ, ຫຼັງຈາກນັ້ນຕໍ່ນ້ຳຈາກເຂດພູສູງມາໃສ່ ເພື່ອສ້າງເປັນນາຂັ້ນໄດ. ຮວ່າງຊູຟີ່ ແມ່ນເມືອງໜຶ່ງທີ່ຕິດກັບຊາຍແດນຢູ່ເຂດພູສູງຂອງແຂວງຮ່າຢາງເຊິ່ງເປັນບ່ອນທີ່ມີຊົນເຜົ່າສ່ວນໜ້ອຍ 12 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ ແລະກໍແມ່ນບ່ອນທີ່ມີນາຂັ້ນໄດງາມທີ່ສຸດຢູ່ ຫວຽດນາມ. ທົ່ວເມືອງມີ 25 ຕາແສງແລະ ກໍແມ່ນ 25 ໝູ່ບ້ານຂອງພໍ່ແມ່ປະຊາຊົນບັນດາເຜົ່າຄື: ໄຕ່, ນຸ່ງ, ຢ້າວ, ເຜົ່າມົ້ງແລະຊົນເຜົ່າອື່ນໆອີກຈຳນວນໜຶ່ງ. ເຂົາເຈົ້າກໍແມ່ນເຈົ້າຂອງຜູ້ສ້າງທິວທັດບັນດານາຂັ້ນໄດອັນສວຍງາມຍອດຍິ່ງນີ້.ມາຮອດປັດຈຸບັນຍັງບໍ່ອາດຢັ້ງຢືນໄດ້ວ່າ ແມ່ນຊົນເຜົ່າໃດເປັນຊົນເຜົ່າທຳອິດຢູ່ ຮວ່າງຊູຟີ່ ທີ່ໄດ້ສ້າງບັນດາດິນນາແລະຮູບແບບການປູກຝັງຢູ່ນາຂັ້ນໄດຄືທຸກວັນນີ້. ເຖິງຢ່າງໃດກໍຕາມ, ຢູ່ໝູ່ບ້ານຊົນເຜົ່າລາຈີ໊ ເຊິ່ງເປັນຊົນເຜົ່າທີ່ດຳລົງຊີວິດຢູ່ເຂດພູສູງສຸດຂອງຮວ່າງຊູຟີ່ ມາແຕ່ດົນນານນັ້ນຍັງຄົງເລົ່າຂານກັນມາຕໍ່ບັນດານິທານມະຫັດສະຈັນກ່ຽວກັບນາຂັ້ນໄດ. ລຸງເວືອງວັນມິງ, ຜູ້ອາຍຸສູງຊາວເຜົ່າລາຈີ໊ ເລົ່າສູ່ຟັງວ່າ:
        ກ່ອນນີ້ ຊົນເຜົ່າລາຈີ໊ ອາໄສຢູ່ໄກຫຼາຍເຊິ່ງບໍ່ແມ່ນຢູ່ທີ່ນີ້ ແຕ່ຢູ່ເຂດພູສູງ, ສະນັ້ນ 3 ໝູ່ບ້ານຂອງຊົນເຜົ່າລາຈີ໊ ໄດ້ຍ້າຍມາຕັ້ງພູມລຳເນົາຢູ່ທີ່ນີ້.ການດຳລົງຊີວິດໃນເບື້ອງຕົ້ນແມ່ນຫຍຸ້ງຍາກ, ຕ້ອງໄປເລາະຊອກຫາອາຫານ. ຫຼັງຈາກນັ້ນປະຊາຊົນໃນໝູ່ບ້ານໄດ້ປຶກສາຫາລືກັນວ່າຕ້ອງຊອກສ້າງບ່ອນເຮັດໄຮ່ເຮັດນາ, ປູກໃຫ້ໄດ້ເຂົ້າໄດ້ສາລີເພື່ອທຳມາຫາກິນ. ຄັນວ່າເຮັດນາມີບ່ອນດິນພຽງ ແລະດິນຄ້ອຍຊັນ, ຜູ້ໃດກໍມັກບ່ອນດິນພຽງແມ່ນບໍ່ມີດິນພຽງພໍເພື່ອປູກຝັງ, ສະນັ້ນທຸກຄົນຕ້ອງພ້ອມກັນສາມັກຄີ, ຮ່ວມກັນເຮັດເພື່ອສ້າງເປັນນາຂັ້ນໄດ”.

ພາບນາຂັ້ນໄດ ຮວ່າງຊູຟີ່, ຮ່າຢາງ (ພາບ: danviet.vn)
      ນິທານມະຫັດສະຈັນກ່ຽວກັບນາຂັ້ນໄດໃນຄວາມຊົງຈຳຂອງຜູ້ອາຍຸສູງ ແມ່ນຄືແນວນັ້ນ, ແຕ່ອີງຕາມບັນດາຮ່ອງຮອຍ, ບັນດານິທານທີ່ເລົ່າຂານ, ຜ່ານບັນດາງານບຸນ, ບັນດາຮີດຄອງປະເພນີທີ່ມີມາແຕ່ດົນນານຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ທີ່ນີ້ແລ້ວໄດ້ສະແດງໃຫ້ເຫັນວ່າ: ເພື່ອສ້າງນາຂັ້ນໄດນັບເປັນຮ້ອຍໆຊັ້ນໄດ້ນັ້ນ ແມ່ນບໍ່ອາດສ້າງພາຍໃນສອງສາມປີແຕ່ຕ້ອງໃຊ້ເວລາເປັນຮ້ອຍໆປີ, ຈາກເຊັ່ນຄົນນີ້ຕໍ່ເຊັ່ນຄົນອື່ນຜ່ານຫຼາຍລຸ້ນຄົນຈຶ່ງສ້າງໄດ້ບັນດານາຂັ້ນໄດອັນຄົດລ້ຽວ, ຍາວຢຽດໄປຕາມບັນດາເປີ້ນພູຈົນສຸດຂອບຟ້າ, ເປັນຄວາມງາມອັນໃຫຍ່ໂຕມະໂຫຖານຍອດຍິ່ງຂອງຮວ່າງຊູຟີ່ ໃນປັດຈຸບັນນີ້. ທ່ານເຈິ່ນຈີ໊ເຍິນ, ພະນັກງານວັດທະນະທຳຂອງເມືອງ ຮວ່າງຊູຟີ່ ຖືວ່າ:
ນາຂັ້ນໄດຢູ່ ຮວ່າງຊູຟີ່ ໂດຍປະຊາຊົນປະດິດຄິດສ້າງຂຶ້ນເຊິ່ງມີປະຫວັດສາດນັບຮ້ອຍໆປີ.ເຖິງຢ່າງໃດກໍຕາມ, ທິວທັດນາຂັ້ນໄດຢູ່ ຮວ່າງຊູຟີ່ ກໍມີຈຸດທີ່ແຕກຕ່າງກັບບາງທ້ອງຖິ່ນອື່ນໆ. ນັ້ນແມ່ນຄວາມປະສົມກົມກຽວກັນລະຫວ່າງ ນາຂັ້ນໄດ, ພູຜາປ່າໄມ້ ແລະຫ້ວຍນ້ຳລຳເຊ. ເພື່ອຮັບໃຊ້ໃຫ້ແກ່ການປູກຝັງ, ປະຊາຊົນໄດ້ປຸກສ້າງເຮືອນຢູ່ຕິດກັບນາຂັ້ນໄດ. ແລະກໍຈາກແບບວິທີການປູກຝັງຢູ່ນາຂັ້ນໄດນັ້ນ ຈຶ່ງກຳເນີດເກີດມີປະກົດການດ້ານວັດທະນະທຳການເຫຼື້ອມໃສທີ່ກ່ຽວຂ້ອງເຖິງການກະສິກຳຄື: ງານບຸນຄູກູ່ເຕ (ວັນບຸນດື່ມເຫຼົ້າເດືອນ 7ໄລ່ຕາມຈັນທະປະຕິທິນ) ຂອງຊົນເຜົ່າລາຈີ໊; ບຸນມອບຍົດສັກ, ເຕັ້ນຂ້າມກອງໄຟ, ພາວະນາຂໍໃຫ້ລະດູເກັບກ່ຽວໄດ້ຮັບຜົນດີຂອງຊົນເຜົ່າ ຢ້າວແດງ; ບຸນລົງທົ່ງຂອງຊົນເຜົ່າໄຕ່, ບຸນບູຊາປ່າຂອງຊົນເຜົ່ານຸ່ງ, ຊາວເຜົ່າລາຈີ໊ ມີພິທີກຳຂໍແນວພັນປູກ, ຮອດເດືອນ 10ໄລ່ຕາມຈັນທະປະຕິທິນແມ່ນມີບຸນອັດປະຕູສາງ…”.
ຜ່ານບັນດາປະສົບການຕົວຈິງ ໄດ້ຊີ້ໃຫ້ເຫັນວ່າບັນດານາຂັ້ນໄດແມ່ນເກີດຂຶ້ນໂດຍຜ່ານວິວັດການອອກແຮງງານຂອງປະຊາຊົນ, ແມ່ນແບບວິທີການຜະລິດຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ຮວ່າງຊູຟີ່ ທີ່ມີມານັບຮ້ອຍໆປີ. ບັນດານາຂັ້ນໄດເຫຼົ່ານັ້ນ ໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນມີຊີວິດການເປັນຢູ່ທີ່ເປັນປົກກະຕິ, ພໍ່ແມ່ປະຊາຊົນບັນດາເຜົ່າຍັງຖືນາຂັ້ນໄດນີ້ ແມ່ນຊັບສົມບັດຂອງບັນດາຄອບຄົວທີ່ມອບໃຫ້ລູກເຕົ້າເມື່ອສ້າງຄອບຄົວ… ໂດຍຜ່ານການເວລາມາບໍ່ຈັກວ່າເທົ່າໃດ, ແຕ່ວິທີການເຮັດກະສິກຳຢູ່ນາຂັ້ນໄດກໍກາຍເປັນບັນດາຮີດຄອງປະເພນີ, ການເຫຼື້ອມໃສໃນການກະເສດກັບບັນດາພິທີກຳບູຊາ, ພາວະນາຂໍໃຫ້ລະດູເກັບກ່ຽວໄດ້ຮັບຜົນດີ… ໃນນັ້ນໄດ້ມີວັດທະນະທຳອັນເລິກເຊິ່ງຂອງບັນດາເຜົ່າພັນ ເຊິ່ງແມ່ນສ່ວນທີ່ບໍ່ອາດຂາດໄດ້ສຳລັບບັນດາຜູ້ໃດທີ່ຢາກຊອກຮູ້ກ່ຽວກັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດພູສູງທາງທິດຕາເວັນຕົກສ່ຽງເໜືອແຫ່ງນີ້.
(ແຫຼ່ງຄັດຈາກ VOV)