22/11/2015 10:07 GMT+7 Email Print Like 0

ນາຂັ້ນໄດ - ພາບມະຫັດສະຈັນເຂດຕາເວັນຕົກສຽງເໜືອ ຫວຽດນາມ

ນາຂັ້ນໄດທີ່ມະຫັດສະຈັນ ຢູ່ທີ່ ມູ່ກັງຈ໊າຍ (ແຂວງອຽນບ໋າຍ), ຮວ່າງຊູຝີ່ (ແຂວງຮ່າຢາງ) ແລະ ຊາປາ (ລາວກາຍ) ໄດ້ຖືກລັດຖະບານຮັບຮອງເປັນທັດສະນີຍະພາບແຫ່ງຊາດ ແລະ ວົງການ ສື່ມວນຊົນສາກົນໄດ້ຍ້ອງວ່າແມ່ນຈຸດສຸດຍອດຂອງຄວາມງາມ ທີ່ໄດ້ສ້າງ ຂຶ້ນຈາກວິຖີຊີວິດ ແລະ ການອອກແຮງງານຂອງຄົນ ຫວຽດນາມ. ທິວທັດນາຂັ້ນໄດສາມແຫ່ງເຫຼົ່ານີ້ ໄດ້ນຳມາເຊິ່ງຄວາມ ອີ່ມໜຳສຳລານໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ແລະ ເປັນແຫຼ່ງທ່ອງ ທ່ຽວອັນເປັນເອກະລັກຂອງເຂດພູສູງທິດຕາເວັນຕົກສ່ຽງເໜືອຫວຽດນາມ.
ບົດເພງແຫ່ງການບຸກເບີກພູສູງ
ຕຳນານນິທານເຂດຕາເວັນຕົກສ່ຽງເໜືອທີ່ໄດ້ເລົ່າສືບຕ່ໍກັນມາວ່າ, ກ່ອນນີ້ປະມານ 4 ສະຕະວັດ, ເຜົ່າຄົນຕ່າງໆເຊັ່ນ: ມົ້ງ, ອຽວມຽນ, ລາຈີ້… ຍົກຍ້າຍມາຢູ່ເຂດຕາເວັນຕົກສ່ຽງເໜືອ ເພື່ອບຸກເບີກທີ່ດິນ ຮົກເຮື້ອຫວ່າງເປົ່າແລ້ວປັກຫຼັກສ້າງພູມລຳເນົາ, ແຕ່ປາງນັ້ນຮ່ອມ ພູໃຫຍ່ 4 ແຫ່ງຂອງເຂດຕາເວັນຕົກສ່
ຽງເໜືອແມ່ນເມື່ອງແທງ (ດ້ຽນ ບຽນ), ເມື່ອງລ່ ໍ(ອຽນບ໋າຍ),  ເມື່ອງທານ (ລາຍເຈົາ), ເມື່ອງຕັກ (ເຊີນລາ) ໄດ້ມີເຜົ່າຄົນທ້ອງຖິ່ນຄື ໄທ, ລາຮາ ດຳລົງຊີວິດຕັ້ງແຕ່ໃດ ມາແລ້ວ. ຍ້ອນເຫດນັ້ນ, ເຂົາເຈົ້າຈຳເປັນຕ້ອງເລືອກສາຍພູເຂົາຄື: ພູເຂົາ ຟ້າ (ມູ່ກັງຈ໊າຍ-ອຽນບ໋າຍ), ຮວ່າງລຽນເຊີນ (ຊາປາ-ລາວກາຍ) ແລະ ໄຕກົນລີ້ງ (ຮ່ວາງຊູຝິ່-ຮ່າຢາງ) ເຊິ່ງເປັນສະຖານທີ່ ທີ່ມີລະດັບຄວາມສູງທຽບກັບນ້ຳທະເລແມ່ນ 1000-1600 ແມັດເພື່ອເປັນບ່ອນສ້າງບ້ານແປງເມືອງ.

ເພື່ອຫາລ້ຽງຊີບ, ເຜົ່າຄົນເຫຼົ່ານີ້ຈຳເປັນຕ້ອງເລືອກການປູກສາລີ, ເຂົ້າໄຮ່ເທິງທີ່ດິນທີ່ມີຄວາມຄ້ອຍສູງເພື່ອເປັນແຫຼ່ງອາຫານການກິນ. ເບື້ອງຕົ້ນ, ນາຂັ້ນໄດປະກົດຕົວຂຶ້ນພຽງຢູ່ຕີນພູເພື່ອອາໄສນ້ຳຫ້ວຍ ຮ່ອງໄຫລເຂົ້າເຮັດນາ. ພາຍຫລັງມາ, ເນື່ອງຈາກປະຊາກອນເພີ່ມຂຶ້ນ, ເຂົາເຈົ້າຈຳເປັນຕ້ອງບຸກເບີກທີ່ດິນສູງຂຶ້ນໆຈົນເຖິງຍອດພູ, ໄດ້ກາຍເປັນເຂດນາຂັ້ນໄດທີ່ກວ້າງໃຫຍ່ອ້ອມຮອບພູ ຢ່າງມະອັດສະຈັນດັ່ງທີ່ເຫັນໃນທຸກວັນນີ້.

ການບຸກເບີກນາຂັ້ນໄດແມ່ນຂະບວນການທີ່ພິຖີພິຖັນ ແລະ ໃຊ້ພະລັງງານຫລາຍ. ພ່ໍເຖົ້າ ກື໋ອາຢ່າງ, ຊາວເຜົ່າ ມົ້ງ ຢູ່ຕາແສງ ລາປ໋ານເຕີ່ນ (ມູ່ກັງຈ໊າຍ) ໃຫ້ຊາບວ່າ, ຕາມປະສົບການທີ່ປູ່ຍ່າຕາຍາຍຕົກທອດມາໃຫ້ນັ້ນ, ໜ່ວຍພູທີ່ຈະເລືອກເຮັດນາ ຕ້ອງມີຄວາມຄ້ອຍພໍດີ, ມີແຫຼ່ງນ້ຳໄຫຼຈາກຮອ່ມພູ, ມີຄວາມອາດສາມາດປັບເປັນໜ້າພຽງ ແລະ ມີກ້ອນຫີນຫນ້ອຍ. ການບຸກເບີກນາຂັ້ນໄດ ສ່ວນຫລາຍແມ່ນໄດ້ເຮັດຂຶ້ນໃນລະດູບານໃໝ່, ໂດຍທົ່ວໄປ ແມ່ນໃນປະມານ ເດືອນ 1-3 ເພື່ອຮອດເດືອນ 4-5 ແມ່ນສາມາດທ່ວງທັນເປັ່ງນ້ຳ ເຂົ້ານາຮັບໃຊ້ໃຫ້ການປູກຝັງ.

ຕາມທ່ານ ລີ້ເວີນແທກ ຢູ່ຕາແສງ ທຸງວຽນ (ຮວ່າງຊູຝ່ີ) ໃຫ້ຮູ້ວ່າ, ຂັ້ນຕອນທີ່ຫຍຸ້ງຍາກກວ່າໝູ່ໃນຕະຫຼອດຂະບວນວິວັດການເຮັດນາຂັ້ນໄດແມ່ນການປັບໜ້າດິນໃຫ້ພຽງ ແລະ ເຮັດຄັນນາ,  ເພາະວ່າມັນພົວພັນເຖິງການເກັບຮັກສານ້ຳ ແລະ ແບ່ງນ້ຳເຂົ້ານາໃຫ້ທົ່ວ ເຖິງ. ທ່ານແທກອະທິບາຍວ່າ: “ເຜົ່າ ອີວມຽນ ພວກເຮົາ ນຳໃຊ້ຫມາກຈົກ ຂູດດິນພູນຂຶ້ນເປັນຄັນນາ, ໃຊ້ຕີນຢຽບ ແລະ ເອົາກ້ານຈົກ ຕີທັບຄັນນາໃຫ້ແໜ້ນ. ລະດັບຄວາມຕ່ຳຄວາມສູງລະຫວ່າງ ຄັນນາເທິງ ແລະ ກັບຄັນນາລຸ່ມ ໂດຍທົ່ວໄປແມ່ນປະມານ  0,5-2 ແມັດ. ເມື່ອມີນ້ຳໄຫຼເຂົ້ານາ, ຄັນນາຈະຊືມນ້ຳເຮັດໃຫ້ດິນຕິດເຂົ້າກັນແລ້ວກໍ່ແຂງແກ່ນ”.

ການບຸກເບີກໄດ້ຮັບການປະຕິບັດຢ່າງຕໍ່ເນື່ອງແຕ່ປີນີ້ຮອດປີໜ້າ, ແຕ່ລຸ້ນຄົນນີ້ຮອດລຸ້ນຄົນອື່ນ, ສ້າງໃຫ້ມີທົ່ງນາຂັ້ນໃດເໝືອນຄືວ່າພາບແຕ້ມສິລະປະທີ່ໃຫຍ່ໂຕ ແລະ ສວຍສົດງົດງາມ “ແຂວນ” ຢູ່ເທິງເປີ້ນພູ.



ນາຂັ້ນໄດຢູ່ຕາແສງ ນ້ຳຕິ ແມ່ນໜຶ່ງໃນບັນດາເຂດນາຂັ້ນໄດງາມ ທີສຸດໃນຈຳນວນລະບົບນາຂັ້ນໄດຂອງເມືອງ ຮວ່າງຊູຝີ່. ພາບ: ຫງວຽນຖັ໋ງ/VNP


ຮ່ອມພູຕ໊າວານຂຶ້ນກັບເມືອງຊາປາມີຄວາມດຶງດູດໃຈແຂກ ຜູ້ມາ ຢ້ຽມຊົມ ດ້ວຍພາບທິວທັດທຳມະຊາດແບບດັ້ງເດີມ ກັບນາຂັ້ນໄດ
ທີ່ມີຄວາມສວຍງາມອ້ອມກອດເອົາໝູ່ບ້ານຕ່າງໆຢູ່ອ້ອມຂ້າງ. ພາບ: ຫງວຽນຖັ໋ງ/VNP



ຄວາມງາມຂອງນາຂັ້ນໄດໃນລະດູເຂົ້າສຸກຢູ່ພື້ນທີ່ຕາແສງ ເຈ໋ກູຍາ, ເມືອງ ມູ່ກັງຈ໊າຍ. ພາບ: ຫງວຽນຖັ໋ງ/VNP


ນາຂັ້ນໄດໃນລະດູເຂົ້າສຸກຢູ່ພື້ນທີ່ຕາແສງລວກ, ເມືອງຮວ່າງຊູຝີ່. ພາບ: ທົງທ້ຽນ/VNP


ຮູບພາບນາຂັ້ນໄດໃນລະດູເຂົ້າສຸກເໝືອນດັ່ງຟອງນ້ຳຕີຂຶ້ນເຖິງ ຈອມພູເຂດພື້ນທີ່ຕາແສງ ເຈ໋ກູຍາ, ເມືອງມູ່ກັງຈ໊າຍ. ພາບ: ຫງວຽນຖັ໋ງ/VNP
 
 
ມາເຖິງປັດຈຸບັນ, ເນື້ອທີ່ນາຂັ້ນໄດ້ເຂດຕາເວັນຕົກສ່ຽງເໜືອມີ ປະ ມານສິບພັນກວ່າເຮັກຕາ. ໃນນັ້ນ, ມີ 3 ແຫ່ງຄື: ເມືອງ ມູ່ກັງ ຈ໊າຍ ມີ 2.200 ເຮັກຕາ, ເມືອງຮວ່າງຊູຝີ່ ມີ 765 ເຮັກຕາ ແລະ ເມືອງຊາປາ ມີປະມານ 1000 ເຮັກຕາ ລັດຖະບານໄດ້ຮັບຮອງເປັນທັດສະນີຍະ ພາບແຫ່ງຊາດ.
ປະຫວັດຄວາມເປັນມາຂອງນາຂັ້ນໄດ ສະໜິດຕິດພັນກັບປະຫວັດ ສາດ ແລະ ວັດທະນະທຳແຫ່ງວິວັດການຕັ້ງພູມລຳເນົາຂອງເຜົ່າມົ້ງ, ເຜົ່າອີວມຽນ, ເຜົ່າລາຈີ໋, ນຸ່ງ… ຢູ່ຕາມເຂດພູ ມຸ່ກັງຈ໊າຍ, ຮ່ວາງຊູຝ່ີ ແລະ ຊາປາ. ໃນຊີວິດຈິດໃຈຂອງຊົນເຜົ່າເຫຼົ່ານີ້, ເຂົາເຈົ້າຖືວ່າ, ສິ່ງຂອງ ວັດຖຸທັງປວງຕ່າງກ່ໍມີຈິດວິນຍານ. ສະນັ້ນ, ນາຂັ້ນໄດ, ເຄື່ອງມືອອກແຮງງານ, ເຂົ້າເປືອກເຂົ້າສານທັງໝົດລ້ວນແລ້ວແຕ່ ໄດ້ຮັບປະທານຂວັນເຊັ່ນ: ຂວັນໄຮ່ນາ, ຂວັນເຂົ້າ, ຂວັນຟ້າຮ້ອງ, ຂວັນນ້ຳ…

ຮ່ອງຮອຍຂອງຄວາມເຊື່ອຖືດັ່ງກ່າວໄດ້ສະແດງອອກໃຫ້ເຫັນຢ່າງ ຈະແຈ້ງຈາກຂະໜົບທຳນຽມຂອງການບູຊາເຄື່ອງມືອອກແຮງງານ, ໄຫວ້ຜີຂວັນນາ ແລະ ຂວັນນ້ຳໃນມື້ງານບຸນຂອງເຜົ່າມົ້ງ ເຄີຍຈັດຂຶ້ນໃນເດືອນ 12 ຕາມຈັນທະປະຕິທິນ. ທ່ານຢ່າງອາຈື ຕາແສງ ກາວຟ້າ (ມູ່ກັງຈ໊າຍ) ອະທິບາຍກ່ຽວກັບຮີດຄອງນີ້ວ່າ: “ຕະຫຼອດປີ, ໝາກຈົກ, ຄັນໄຖໄດ້ເຮັດວຽກຢ່າງລຳບາກໃນການຊ່ວຍຕົນເອງເຮັດນາເຂົ້າ, ປູກສາລີ. ດ້ວຍເຫດນັ້ນ, ມື້ບຸນສິ່ງຕ່າງໆເຫລົ່ານີ້ກ່ໍຕ້ອງໄດ້ຮັບການພັກຜ່ອນ. ຍ້ອນແນວນັ້ນ, ເຜົ່າມົ້ງພວກເຮົາຈຶ່ງມີປະເພນີຕິດເຈ້ຍໃສ່ຫມາກຈົກ, ຄັນໄຖແລ້ວນຳໄປຂຶ້ນແທ່ນບູຊາເພື່ອຈູດທູບສະແດງຄວາມຂອບໃຈ ແລະ ລະນຶກເຖິງດັ່ງບັນພະບູລຸດຂອງຕົນ”.

ເຊັ່ນດຽວກັນດັ່ງວົງຄະນາຍາດເຜົ່າ ອີວມຽນແດງ ຢູ່ເມືອງ ຮ່ວາງຊູຝີ່ ຍັງຄົງຮັກສາງານບຸນອັນແປກໆຄືພິທີສູດຂວັນເຂົ້າ. ຊາວອີວມຽນແດງມີຄວາມເຊື່ອຖືວ່າ, ຕົ້ນເຂົ້າໃນນາຂັ້ນໄດ ກ່ໍມີຈິດວິນຍານ ແລະ ມີຊີວິດຄືດັ່ງກັບຄົນເຮົາ. ໝໍມໍຈ້ຽວຈ່ອຍຫີນ, ຜູ້ເປັນຫມໍຈັດພິທີສູດຂວັນເຂົ້າປີນີ້ຢູ່ຕາແສງໂຮ່ເທົ່າໃຫ້ຊາບວ່າ: “ພາຍຫຼັງເກັບກ່ຽວເຂົ້າຢູ່ນາຂັ້ນໄດແລ້ວໆ ຍັງມີເມັດເຂົ້າທີ່ຖືກຕົກເຮ່ຍໃນເວລາຂົນເຂົ້າເມືອບ້ານ. ຊາວອີວມຽນພວກເຮົາຕ້ອງໄດ້ຈັດພິທີເພື່ອຮຽກຂວັນຂອງເມັດເຂົ້າເຫຼົ່ານັ້ນກັບເມືອ,  ເພື່ອໃຫ້ລະດູຂອງປີຕ່ໍມາໄດ້ຜົນເກັບກ່ຽວດີ, ເຂົ້າເປືອກເຂົ້າສານເຂົ້າສູ່ບ້ານນັບມື້ຫຼາຍຂຶ້ນ”.

ພົວພັນເຖິງຄວາມເຊື່ອຜີຫຼາຍອົງອ້ອມແອ້ມເລື່ອງນາຂັ້ນໄດ, ຊາວເຜົ່າອີວມຽນ, ເຜົ່າມົ້ງ, ເຜົ່າລາຈີ້, ເຜົ່ານຸ່ງທີ່ດຳລົງຊີວິດຢູ່ເຂດ ພູໄຕກົນລິ້ງ ມາຮອດປັດຈຸບັນຍັງໄດ້ເລົ່າສືບຕ່ໍກັນມາເລື່ອງບູຊາເຈົ້າ ຟ້າຂອງໝູ່ບ້ານຊ້ວຍເທົ່າ, ຕາແສງບ້ານຫຼວກ. ທ່ານ ດັ້ງຮົ່ງແກ໋ງ ນາຍບ້ານບ້ານຫ້ວຍເທົ່າເລົ່າສູ່ຟັງວ່າ, ກ່ອນນີ້ປະມານ 300 ປີ, ເມື່ອ ເຜົ່າ ອີວມຽນເສື້ອຍາວມາບຸກເບີກນາຂັ້ນໄດຢູ່ເຂດນີ້ເຫັນວ່າການເກັບກ່ຽວບ່ໍໄດ້ຮັບຜົນຫລາຍປີລຽນຕິດກັນຍ້ອນຂາດນ້ຳຝົນ. ຈົນເຖິງເວລາທີ່ຊາວບ້ານສ້າງຫໍພະພູມບູຊາເຈົ້າຟ້າຈຶ່ງເຫັນວ່າດິນຟ້າອາກາດອຳນວຍຄວາມສະດວກທຸກຢ່າງ. ຍ້ອນແນວນັ້ນ, ຮອດທຸກມື້ນີ້ ເມື່ອຮອດລະດູການປູກຝັງໃໝ່, ຊາວບ້ານຢູ່ ຮວ່າງຊູຝີ່ ຈິ່ງໄດ້ ເຕົ້າໂຮມ ກັນຢູ່ຫໍບູຊາທີ່ສັກສິດແຫ່ງນີ້ເພື່ອເຮັດພິທີຂໍນ້ຳຝົນ.


ນາຂັ້ນໄດສ້າງຄວາມອີ່ມໜຳສຳລານ
ທ່ານຢ່າງອາຕົງ, ປະທານອຳນາດການປົກຄອງເມືອງມູ່ກັງຈ໊າຍຜູ້ທີ່ໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນໃນພູເຂົາຟ້າມີຄວາມເອກອ້າງທະນົງໃຈຕໍ່ທັດສະນີຍະພາບບ້ານເກີດເມືອງນອນຂອງຕົນເວົ້າວ່າ: “ນັບຕັ້ງແຕ່ລຸ້ນປູ່ຍ່າຕາຍາຍຂອງພວກຂ້າພະເຈົ້າ, ນາຂັ້ນໄດໄດ້ນຳແຫຼ່ງອາຫານມາລ້ຽງຊີບ. ທຸກໆລຸ້ນຄົນຂອງຊາວເຜົ່າມົ້ງໄດ້ສືບຕ່ໍກັນເພີ່ມພູນຄູນສ້າງນາຂັ້ນໄດໃໝ່ຢ່າງບ່ໍຢຸດຢັ້ງ. ຕັ້ງແຕ່ປີ 2007, ເມື່ອກະຊວງວັດທະນະທຳ-ກິລາ ແລະ ທ່ອງທ່ຽວໃຫ້ການຮັບຮອງນາຂັ້ນໄດມູ່ກັງຈ໊າຍເປັນທັດສະນີຍະພາບແຫ່ງຊາດແລ້ວ, ທົ່ງນາຂອງປະຊາຊົນໄດ້ກາຍເປັນຊັບສິນລວມທີ່ໄດ້ຮັບການປົກປັກຮັກສາ. ບ່ໍພຽງແຕ່ສ້າງເປັນເລົ້າເຂົ້າເທົ່ານັ້ນ, ນາຂັ້ນໄດຍັງແມ່ນສີສັນຂອງຊົນເຜົ່າມົ້ງພວກຂ້າພະເຈົ້າອີກດ້ວຍ”.

ທ່ານ ຢ່າງອາຕົງ ຍັງເຜີຍໃຫ້ຮູ້ອີກວ່າ, ໃນຊຸມປີມ່ໍໆ ນີ້, ພີ່ນ້ອງຊົນເຜົ່າມົ້ງ, ເຜົ່າຜູ້ໄທຂອງເມືອງມູ່ກັງຈ໊າຍ ໄດ້ໝູນໃຊ້ວິທະຍາສາດ ເຂົ້າໃນການປູກຝັງນາຂັ້ນໄດ, ເຮັດໃຫ້ສະມັດຕະພາບເຂົ້າ ຄິດສະເລ່ຍບັນລຸໄດ້ 53 ໂຕນຕ່ໍເຮັກຕາ. ໄລ່ສະເພາະໃນປີ 2014, ຍອດປະລິມານສະບຽງຂອງເມືອງມູ່ກັງຈ໊າຍໄດ້ບັນລຸປະມານ 27 ພັນໂຕນ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງ ໃນພື້ນທີ່.

ແມ່ຍິງຊາວເຜົ່າມົ້ງຢູ່ເມືອງ ມູ່ກັງຈ໊າຍ ກຳລັງຂົວຄັນນາເສຍຫຍ້້າ ກະກຽມໃຫ້ແກ່ການປັກດຳນາໃໝ່. ພາບ: ຮວ່າງຮ່າ/VNP


ຊາວເຜົ່າມົ້ງ, ອີວມຽນ, ລາຈີ໋, ນຸ່ງ ໄດ້ປະດິດສ້າງທໍ່ສົ່ງນຳ້ ດ້ວຍລຳ ໄມ້ໄຜ່, ໄມ້ລວງ ເພື່ອນຳນ້ຳຈາກຫ້ວຍລົງທົ່ງນາ
ຫຼື ຈາກໄຮ່ນາເທິງ ລົງໄຮ່ນາລຸ່ມ. ພາບ: ກົງດາດ/VNP



ຊາວເຜົ່າມົ້ງຢູ່ເມືອງມູ່ກັງຈ໊າຍ ເລີ່ມຕົ້ນເຮັດນາແຕ່ເດືອນ 5 ເຖິງ ເດືອນ 6 ຂອງແຕ່ລະປີ. ພາບ: ເຕິດເຊີນ/VNP


ຕາມເອື້ອຍ ເຮີທິເຢ ຢູ່ບ້ານ ເຢ່ທ່າງ, ຕາແສງ ເຈ໋ກູຍາ (ມູ່ກັງຈ໊າຍ)ວ່າ  ເຂົ້າທີ່ກ່ຽວແລ້ວຕ້ອງໄດ້ຕາກຢູ່ນາປະມານ 3 ມື້ ໃຫ້ແຫ້ງ
ແລ້ວຈຶ່ງໄດ້ຟາດ ແລະ ໃສ່ຖົງເອົາເມືອບ້ານ. ພາບ: ເຕິດເຊີນ/VNP



ພາຍຫຼັງກ່ຽວເຂົ້າໄຮ່ແລ້ວ, ຊາວເຜົ່ານຸ່ງຢູ່ຕາແສງ ໂປ໋ໂລ່ (ຮວ່າງຊູຝີ່, ຮ່າຢາງ)
ນຳໃຊ້ຮາງຟາດເຂົ້າຢູ່ເທິງຄັນນາເລີຍ.  ພາບ: ທົງທ້ຽນ/VNP



ປະຈຸບັນ, ຊາວເຜົ່ານຸ່ງຢູ່ຕາແສງ ໂປ໋ໂລ່, ເມືອງຮວ່າງຊູຝີ່ ຍັງຄົງຮັກສາໄວ້ຮີດຄອງປ່ຽນແຮງງານໃຫ້ກັນໃນລະດູເຂົ້າສຸກ. ພາບ: ທົງທ້ຽນ/VNP


ບັນດາເປ້ເຂົ້າສຸກເຫຼືອງສົ່ງສັນຍານແຫ່ງການອີ່ມໜຳສຳລານ ຂອງພໍ່ແມ່ປະຊາຊົນເຂດພູສູງຕາເວັນຕົກສ່ຽວເໜືອ. ພາບ: ເຕິດເຊີນ/VNP
 
ນາຂັ້ນໄດທີ່ນອນຢູ່ເຂດພື້ນທີ່ 3 ແຫ່ງ ຂອງຕາແສງມີ: ຕາແສງເຈ໋ກູຍາ, ຕາແສງລາປ໋ານເຕີ່ນ ແລະ ຕາແສງເຢ໋ຊູຝິ່ງ ກຳລັງເປັນສະຖານທີ່ດຶງດູດແຂກ ທ່ອງທ່ຽວຂຶ້ນມາຢ້ຽມຊົມຄວາມມະອັດສະຈັນໃນລະ ດູນ້ຳໄຫລ ແລະ ຍາມລະດູເຂົ້າສຸກ. ແຕ່ລະປີ, ເມືອງມູ່ກັງຈ໊າຍຈັດ ງານບຸນນາຂັ້ນໄດຂຶ້ນ ກົງກັບລະດູເກັບກ່ຽວເຂົ້າເພື່ອເປັນການໂຄ ສະນາການທ່ອງທ່ຽວ. “ງານບຸນນາຂັ້ນໄດ” ທາດແທ້ກໍ່ແມ່ນພິທີການເຊີດຊູຊາວນາຜູ້ທີ່ໄດ້ອອກເຫື່ອເທແຮງ, ນ້ຳຕາ ແລະ ແມ້ກະທັ້ງເລືອດເນື້ອ ເພື່ອສ້າງເປັນຂັ້ນໄດນຳມາຄວາມອີ່ມໜຳສຳລານ ຄວາມສົມບູນພູນສຸກໃຫ້ແກ່ເຂດພູສູງນີ້”, ທ່ານຢ່າງອາຕົງເວົ້າດ້ວຍ ຄວາມທະນົງໃຈຄືແນວນັ້ນ.

ຢູ່ຮວ່າງຊູຝີ່, ນາຂັ້ນໄດໄດ້ມີປະຫວັດຄວາມເປັນມາຕັ້ງແຕ່ 3-4 ສະ ຕະວັດກ່ອນ ໂດຍໄດ້ນອນຢູ່ເຂດພື້ນທີ່ຂອງຕາແສງບ້ານ ລວກ, ສານສາໂຮ່, ບ້ານຟຸ່ງ, ໂຮ່ເທົ່າ, ນ້ຳຕິ, ທົງງວຽນ. ກະຊວງ ວັດທະນະ ທຳກິລາ ແລະ ທ່ອງທ່ຽວໄດ້ຮັບຮອງນາຂັ້ນໄດຈຳນວນ 760 ເຮັກຕາ ໃນຈຳນວນ 3000 ເຮັກຕາ ຂອງຮວ່າງຊູຝີ່ ແມ່ນບູຮານສະຖານລະ ດັບຊາດຢ່າງເປັນທາງການ.

 
ພີ່ນ້ອງຊົນ ເຜົ່າມົ້ງ, ເຜົ່າຜູ້ໄທຂອງເມືອງມູ່ກັງຈ໊າຍ ໄດ້ໝູນໃຊ້ວິທະຍາສາດ ເຂົ້າໃນການປູກຝັງນາຂັ້ນໄດ, ເຮັດໃຫ້ສະມັດຕະພາບເຂົ້າ ຄິດສະເລ່ຍບັນລຸໄດ້ 53 ໂຕນຕ່ໍເຮັກຕາ. ໄລ່ສະເພາະໃນປີ 2014, ຍອດປະລິມານ ສະບຽງຂອງເມືອງມູ່ກັງຈ໊າຍໄດ້ບັນລຸປະມານ 27 ພັນໂຕນ, ປະ ກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງ ໃນພື້ນທີ່.
ທ່ານຮ່ວາງຫາຍລີ້, ເລຂາຄະນະພັກເມືອງຮວ່າງຊູຝີ່ໃຫ້ຮູ້ວ່າ, ແຕ່ລະ ປີ, ນາຂັ້ນໄດໄດ້ຜົນການເກັບກ່ຽວເຂົ້າເປືອກແຕ່ 25-27 ພັນໂຕນ, ປະກອບສ່ວນຢ່າງສຳຄັນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານໃຫ້ແກ່ປະຊາຊົນຈຳນວນ 60  ພັນກວ່າຄົນໃນພື້ນທີ່ ຂອງເມືອງ.

ໃນສັບປະດາວັດທະນະທຳທ່ອງທ່ຽວນາຂັ້ນໄດທີ່ໄດ້ຈັດ ຂຶ້ນໃນ ເດືອນ 9 ຜ່ານມາ, ໂຄງການ HELVETAS ຂອງສຸແອດໄດ້ໃຫ້ ຄຳໝັ້ນສັນຍາຈະລົງທຶນ 5 ຕື້ດົ່ງ ຊ່ວຍເຫຼືອປະຊາຊົນຮ່ວາງຊູຝີ່ ຂະຫຍາຍຮູບແບບການທ່ອງທ່ຽວ homestay ເພື່ອດຶງດູດແຂກທ່ອງ ທ່ຽວຕ່າງປະເທດເຂົ້າມາຢ້ຽມຊົມສະຖານທີ່ ທີ່ມີນາຂັ້ນໄດທີ່ໂດ່ງດັງຕ່າງໆຂອງບັນດາເມືອງຄື: ເມືອງນ້ຳຕິ, ເມືອງທົງງວຽນ, ບ້ານຟຸ່ງ, ບ້ານລວກ… ການທ່ອງທ່ຽວແບບ homestay ອາດເປັນການເປີດ ຄວາມມຸ່ງຫວັງອັນທີ່ດີໃຫ້ຊາວເມືອງ ຮ່ວາງຊູຝີ່ ມີໂອກາດໄດ້ນຳ ສະເໜີຕໍ່ແຂກທ່ອງທ່ຽວສາກົນຮູ້ກ່ຽວກັບຄວາມຈົບງາມດ້ານວັດທະ ນະທຳ, ຄວາມເຊື່ອຖື ແລະ ທັດສະນີຍະພາບທີ່ສວຍງາມຂອງນາ ຂັ້ນໄດໃນສາຍພູ ໄຕກົນລິ້ງ.

ສຳລັບຢູ່ຊາປາ (ແຂວງລາວກາຍ), ການພັດທະນາ, ເປີດກວ້າງນາ ຂັ້ນໄດທີ່ຮ່ອມພູເມືອງຮ່ວາ ລວມມີເຂດພື້ນທີ່ຂອງຕາແສງຕ໊າວານ, ລາວຈ໊າຍ, ເຮົ່າຖ່າວ… ມັນເປັນແຜນນະໂຍບາຍຂອງທ້ອງຖິ່ນດັ່ງກ່າວມາແຕ່ດົນນານແລ້ວເພື່ອຈຸດປະສົງຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານກັບທີ່, ຢຸດຕິໃຫ້ໄດ້ການຍົກຍ້າຍທີ່ຢູ່ອາໄສດັ່ງທີ່ເຄີຍປະຕິບັດມາເຫນືອນດັ່ງພະຍາດຊຳເຮື້ອຂອງທ້ອງຖິ່ນ. ທຸກ ວັນນີ້, ທົ່ວທັງເມືອງຊາປາ ໄດ້ພັດທະນານາຂັ້ນໄດໄດ້ປະມານ 2.500 ເຮັກຕາ, ສະມັດຕະພາບເກັບກ່ຽວເຂົ້າສະເລ່ຍບັນລຸໄດ້ 45,6 ໂຕນ/ເຮັກຕາ, ປະລິມານເຂົ້າເປືອກເກັບກ່ຽວໄດ້ໃນແຕ່ລະປີປະ ມານ 120 ພັນໂຕນ.

ທົ່ງນາຂັ້ນໄດກວ້າງຫຼາຍຮ້ອຍເຮັກຕາທີ່ຊົນເຜົ່າຕ່າງໆ ຢູ່ຊາປາ ຖາກຖາງເປີ້ນພູສ້າງຂຶ້ນດ້ວຍຄວາມມານະອົດທົນ ສ້າງເປັນ “ຮູບພາບທິວທັດທີ່ ໃຫຍ່ມະຫືມາ” ມີເສັ້ນລວດລາຍກ້ຽວໄປກ້ຽວມາທີ່ໂດດເດັ່ນໄດ້ຖືກ ວາລະສານທ່ອງທ່ຽວ Travel and Leisure ຂອງອາເມລິກາຄັດເລືອກເປັນໜຶ່ງໃນຈຳນວນນາຂັ້ນໄດ 7 ແຫ່ງ ທີ່ມີຄວາມມະຫັດສະຈັນກວ່າໝູ່ໃນໂລກ. ທິວທັດດັ່ງກ່າວນີ້ ເປັນ ສະຖານທີ່ສີແດງເພື່ອໃຫ້ ເມືອງເຂດພູສູງຊາປາ ພັດທະນາແຫຼ່ງທ່ອງທ່ຽວ ແລະ ເສດຖະກິດ. ສະເພາະໃນປີ 2014, ຊາປາໄດ້ ຕ້ອນຮັບແຂກທ່ອງທ່ຽວຈຳນວນ 1,5 ລ້ານເທື່ອຄົນ, ຍອດລາຍຮັບຈາກການທ່ອງທ່ຽວບັນລຸໄດ້ຫລາຍ ກວ່າ 28 ພັນຕື້ດົ່ງ.



ໂດຍມີຄວາມສະໜິດຕິດພັນກັບອາຊີບປູກເຂົ້ານາທາມ ຢູ່ເທິງນາຂັ້ນໄດ, ຊາວເຜົ່າ ອີວມຽນແດງຢູ່ຕາແສງ ໂຮ່ເທົ່າ,
ເມືອງຮວ່າງຊູຝີ່ມີປະເພນີບູຊາຂວັນເຂົ້າ. ພາບ: ທົງທ້ຽນ/VNP



ໝໍມໍດຳເນີນພິທີຮຽກຂວັນເມັດເຂົ້າ. ພາບ: ທົງທ້ຽນ/VNP


ໝໍມໍ ຈ້ຽວຈ່ອຍຫີນ ຢູ່ຕາມແສງໂຮ່ເທົ່າ, ເມືອງຮວ່າງຊູຝີ່ ເປົ່າສະໃນ ແລະ ຮຽກຂວັນເມັດເຂົ້າ. ພາບ: ທົງທ້ຽນ/VNP


ຊາວເຜົ່າ ອີວມຽນແດງຢູ່ເມືອງຮວ່າງຊູຝີ່ ມີຄວາມສຳນຶກວ່າ, ຂວັນເຂົ້າໜຶ່ງເມັດຈະໄປຮຽກເຂົ້າ 1000 ເມັດ ເຂົ້າມາເກີດແມ່ແຜ່ລູກເປັນກະເຊົ້າເຂົ້າ,
ຈາກກະເຊົ້າເຂົ້າເກີດອອກ ແລະ ແຜ່ຂະຫຍາຍມາເປັນສາງເຂົ້າ ໃຫ້ມະນຸດກິນຕະຫຼອດປີບໍ່ໝົດ. ພາບ: ທົງທ້ຽນ/VNP



ໃນຊຸມມື້ປີໃໝ່, ຊາວເຜົ່າມົ້ງເຄີຍມີປະເພນີ ຕິດເຈ້ຍໃສ່ຫມາກຈົກ, ຄັນໄຖແລ້ວນຳໄປຂຶ້ນແທ່ນບູຊາເພື່ອຈູດທູບ
ສະແດງຄວາມຂອບໃຈ ແລະ ລະນຶກເຖິງບັນພະບູລຸດຂອງຕົນ”. ພາບ: ທົງທ້ຽນ/VNP

 
ອາດເວົ້າໄດ້ວ່າ, ທັດສະນີຍະພາບນາຂັ້ນໄດເຂດຕາເວັນຕົກສ່ຽງເໜືອບ່ໍພຽງແຕ່ເປັນພາບທຳມະຊາດທີ່ມະຫັດສະຈັນເທົ່ານັ້ນຫາກ ຍັງເປັນອາລະບ່ຳເພງສັນລະເສີນຄວາມປະດິດຄິດສ້າງທີ່ຍອດຍິ່ງ ຂອງປະຊາຊົນເຂດພູສູງໃນຂະບວນວິວັດການດັດແປງທຳມະຊາດ ຫັນມາຮັບໃຊ້ຊີວິດຂອງມະນຸດເປັນຫຼາຍສະຕະວັດຜ່ານມາ.
ບົດ: ທົງທ້້ຽນ  - ພາບ: ຫງວຽນຖັ໋ງ, ຮວ່າງຮ່າ, ເຕິດເຊີນ, ທົງທ້ຽນ, ກົງດາດ
ບັນດາບົດທີ່ຖືກນຳສະເໜີ