29/05/2017 10:46 GMT+7 Email Print Like 0

ນັກສຶກສາໄທຢູ່ ຮ່າໂນ້ຍ

      ໃນຈຳນວນນັກສຶກສາຕ່າງປະເທດກວ່າ 200 ຄົນ ປະຈຸບັນພວມພັກຢູ່ຫໍພັກ ໝີດີງ ຕາມລາຍການຮ່ວມສຳພັນການສຶກສາ ທີ່ສະຫງວນໃຫ້ແກ່ບັນດານັກສຶກສາທີ່ພວມຮ່ຳຮຽນຢູ່ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ໃນນັ້ນມີນັກສຶກສາໄທ  10  ຄົນທີ່ມາຈາກມະຫາວິທະຍາໄລ ອຸບົນ ຣັດຊະທານີ. ກຸ່ມນັກສຶກສານີ້ ກຳລັງຮຽນພາສາຫວຽດ ຢູ່ ມະຫາວິທະຍາໄລວິທະຍາສາດສັງຄົມແລະມະນຸດສາດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ. 
ນັກສຶກສາໄທ ຢູ່ ຮ່າໂນ້ຍ
      ເວລາ 6 ໂມງເຊົ້າ, ຢູ່ ຫ້ອງພັກ ກວ້າງ  43 ຕາແມັດ ຢູ່ ຊັ້ນ 18 ຂອງຫໍພັກ ໝີດີງ, ກັນຈະຣີຢາ ພຸດຈັນ ຊື່ຫວຽດນາມ ເອີ້ນວ່ານີງ ໄດ້ຕື່ນນອນເພື່ອກະກຽມຂຶ້ນຫ້ອງ. ຫ້ອງພັກ ຂອງນີງ ມີຕຽງ 2 ຊັ້ນ 3 ຕຽງ, ມີຫ້ອງນ້ຳ, ເຄື່ອງໃຊ້ຄົບທຸກຢ່າງທີ່ສະຫງວນໃຫ້ແກ່  6 ຄົນ. ເຖິງຢ່າງໃດກໍຕາມ, ດ້ວຍຄ່າເຊົ່າຫ້ອງພັກແມ່ນ  3 ລ້ານດົງ (ເທົ່າກັບ 4500 ບາດ/ເດືອນ), ນີ້ແມ່ນບ່ອນດຳເນີນຊີວິດ ແລະ ຮ່ຳຮຽນຂອງນີງ, ສ່ວນ ເພື່ອນ ດວງກະມົນ ດວງມານີ ຊື່ຫວຽດເອີ້ນວ່າມາຍ ແລະ ມີນັກສຶກສາໄທອີກຄົນຫນຶ່ງທີ່ດຳລົງຊີວິດຢູ່ທີ່ນີ້ເປັນເວລາກວ່າ 5 ເດືອນຜ່ານມາ:

        “ມີລົດ ໂຮງຮຽນມາຮັບພວກນ້ອງໄປຮຽນແຕ່  7ໂມງເຊົ້າ. ພວກນ້ອງເຂົ້າຫ້ອງຮຽນເວລາ  8ໂມງ. ເລີກຮຽນ 12 ໂມງທ່ຽງ, ມີລົດສົ່ງພວກນ້ອງກັບຄືນເມືອຫໍພັກເພື່ອກິນເຂົ້າທ່ຽງ. ຢູ່ທີ່ນີ້ ບໍ່ໃຫ້ແຕ່ງກິນ, ພຽງແຕ່ອະນຸຍາດໃຫ້ຕົ້ມນ້ຳ. ທຳມະດາ ພວກນ້ອງກິນເຂົ້າຢູ່ໃກ້ກັບໂຮງຮຽນແລະ ກິນຢູ່ຫ້ອງອາຫານໃນຫໍພັກ.

        ກ່ອນທີ່ເດີນທາງມາຫວຽດນາມໃນເດືອນກັນຍາຜ່ານມາ, ນີງ ແລະ ໝູ່ເພື່ອນຂອງລາວໄດ້ຮຽນພາສາຫວຽດ ຢູ່ ມະຫາວິທະຍາໄລອຸບົນຣັດຊະທານີ ເປັນເວລາ 3 ປີ. ປີນີ້ ແມ່ນປີທີ 4 ແລະ ກໍແມ່ນປີສຸດທ້າຍ, ນີງແລະ ໝູ່ເພື່ອນຈະເສັງຈົບມະຫາວິທະຍາໄລຢູ່ຫວຽດນາມ. ນີ້ແມ່ນຈຸດເວລາທີ່ບັນດານັກສຶກສາໄທຕ້ອງດຳລົງຊີວິດຫ່າງໄກກັບຄອບຄົວ ແລະ ຮຽນວິທີໃຊ້ຈ່າຍດ້ວຍຕົນເອງ.

        “ນອກຈາກຊົ່ວໂມງຂຶ້ນຫ້ອງແລ້ວ, ເມື່ອມີເວລາຫວ່າງ ພວກນ້ອງພາກັນໄປຢ້ຽມຢາມຫນອງໂຮ່ເກືອມ, ຫນອງໂຮ່ໄຕ ແລະ ໄປຮ້ານຊັບພະສິນຄ້າຢູ່ນະຄອນຫລວງຮ່າໂນ້ຍ. ພວກນ້ອງເບິ່ງໂທລະທັດ ຜ່ານ laptop ຜ່ານ ອິນເຕີແນັດ.

        ຖ້າຫາກຊີວິດຂອງນິງພຽງແມ່ນຄວາມລຽບງ່າຍຄື: ຕອນເຊົ້າຂຶ້ນຫ້ອງ, ຕອນບ່າຍທວນຄືນບົດຮຽນ, ທ້າຍອາທິດໄປຫລິ້ນ ແລະ ຢ້ຽມຊົມນະຄອນຫລວງຮ່າໂນ້ຍກັບໝູ່ເພື່ອນ, ສ່ວນ ດວງກະມົນ ດວງມານີ ຊື່ຫວຽດນາມເອີ້ນວ່າມາຍ ພັດນິຍົມການຄົ້ນຫາຊີວິດຢູ່ ຫວຽດນາມຕາມວິທີສະເພາະຂອງຕົນ.

        ເວລາຫວ່າງນ້ອງມັກໄປທ່ຽວຕາມຖະຫນົນ, ຄືຖະຫນົນຍ່າງຢູ່ຫນອງໂຮ່ເກືອມ, ໄປຕະຫລາດຊື້ເຄື່ອງກິນ. ນ້ອງມັກໂອ້ລົມກັບຜູ້ຂາຍສິນຄ້າທີ່ສຸດ. ນ້ອງພະຍາຍາມເວົ້າພາສາຫວຽດໃຫ້ຄືຄົນຫວຽດ. ຖ້າຫາກເວົ້າບໍ່ແຈ້ງຫລືເຮັດໃຫ້ຜູ້ຟັງບໍ່ເຂົ້າໃຈ ຈະຕ້ອງໄດ້ຊື້ສິນຄ້າດ້ວຍລາຄາແພງກວ່າ. ນອກນັ້ນນ້ອງກໍ່ໄດ້ເຮັດວຽກເພີ່ມຢູ່ບໍລິສັດເບຍສິງ ຢູ່ ງານຕະຫລາດນັດສິນຄ້າໄທ. ເມື່ອໄປເຮັດວຽກນ້ອງໄດ້ຂີ່ລົດເມ. ນ້ອງຢາກເຮັດຫລາຍວຽກ. ເພາະສິ່ງນີ້ຈະຊ່ວຍໃຫ້ວຽກງານຂອງນ້ອງໃນອະນາຄົດດີກວ່າ.

ສະພາບແວດລ້ອມແຫ່ງການດຳເນີນຊີວິດ ແລະ ຮ່ຳຮຽນຢູ່ຫວຽດນາມໄດ້ຊ່ວຍໃຫ້ນີງ ແລະ ມາຍບໍ່ພຽງແຕ່ຮ່ຳຮຽນສິ່ງທີ່ປະທັບໃຈຫລາຍຢ່າງຕື່ມອີກນອກຈາກຮຽນໃນປື້ມເທົ່ານັ້ນ ຫາກຍັງໄດ້ລື້ງເຄີຍກັບໝູ່ເພື່ອນໃຫມ່ຫລາຍຄົນ, ພິເສດແມ່ນເພື່ອນຄົນຫວຽດນາມ. ຕຸງ, ນັກສຶກສາພະແນກການເງິນທະນາຄານ, ມະຫາວິທະຍາໄລເສດຖະກິດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ພັກຢູ່ຊັ້ນ 5 ໃນຫໍພັກດຽວກັນກັບນີງໃຫ້ຮູ້ວ່າ:

ເມື່ອພວກເພື່ອນນັກສຶກສາໄທມີບົດຝຶກຫັດກ່ຽວກັບໄວຍາກອນພາສາຫວຽດທີ່ຍາກ ພວກເພື່ອນຢາກໃຫ້ພວກນ້ອງມາຊ່ວຍ. ສັບໃດພວກເພື່ອນບໍ່ເຂົ້າໃຈນ້ອງອະທິບາຍໃຫ້ພວກເພື່ອນຫລືຄົ້ນຫາໃນວັດຈະນານຸກົມ. ເມື່ອອອກນອກຖະຫນົນຖ້າພວກເພື່ອນບໍ່ຮູ້ທາງນ້ອງກໍ່ໄດ້ແນະນຳໃຫ້ພວກເພື່ອນຫລືພາພວກເພື່ອນໄປ. ພວກນ້ອງເຄີຍໄປຊຸມແຊວນຳກັນໃນທ້າຍອາທິດເມື່ອເສັງຈົບວິຊາ.


ນາງ ກັນຈະຣີຢາ ພຸດຈັນ

      ຍ້ອນມີຄວາມເອົາໃຈໃສ່ຊ່ວຍເຫລືອ ແລະ ການແນະນຳຢ່າງສຸດຈິດສຸດໃຈຈາກໝູ່ເພື່ອນນັກສຶກສາຫວຽດນາມຄືກຸ່ມເພື່ອນຂອງຕຸງ, ນີງ, ມາຍ ສະນັ້ນ ບັນດາໝູ່ເພື່ອນນັກສຶກສາໄທໄດ້ຜ່ານຜ່າຄວາມຫຍຸ້ງຍາກເມື່ອດຳລົງຊີວິດຫ່າງໄກກັບຄອບຄົວ ແລະ ປັບຕົວກັບຊີວິດຢູ່ ຮ່າໂນ້ຍ. ນອກນັ້ນພວກເພື່ອນນັກສຶກສາຫວຽດນາມຍັງແມ່ນຂົວຕໍ່ຊ່ວຍນັກສຶກສາໄທຄົ້ນຫາບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ. ມາຍແບ່ງປັນກ່ຽວກັບຄວາມປະທັບໃຈເມື່ອໄດ້ ຕ້ອນຮັບບຸນປີໃຫມ່ປະຈຳຊາດຂອງຫວຽດນາມ (ບຸນເຕັດ)ຢູ່ ເຮືອນຂອງເພື່ອນນັກສຶກສາຫວຽດຢູ່ ແຂວງແທງຮວາ:

        “ນີ້ເປັນຄັ້ງທຳອິດນ້ອງໄດ້ເຂົ້າຮ່ວມຕ້ອນຮັບບຸນເຕັດຢູ່ຫວຽດນາມ. ນັບແຕ່ເຊົ້າ, ພໍ່ແມ່ຂອງເພື່ອນຫວຽດນາມໄດ້ພາລູກໄປຢ້ຽມຢາມເຮືອນຂອງລຸງ, ອາວ, ອາ. ນ້ອງເຫັນວ່າບຸນເຕັດຢູ່ຫວຽດນາມມ່ວນກວ່າບຸນປີໃຫມ່ຢູ່ໄທ. ເມື່ອພວກນ້ອງມາອວຍພອນບຸນເຕັດຄອບຄົວໃດກໍ່ລ້ວນແຕ່ໄດ້ເຊີນກິນເຂົ້ານຳເຂົາເຈົ້າ .ຊາວແທງຮວາແມ່ນຜູ້ຮັກແພງແຂກທີ່ສຸດ, ເຂົາເຈົ້າຮັກແພງຊາວໄທແລະ ນິຍົມຊົມຮູບເງົາໄທ.”
        ນີງ ແລະ ມາຍໃກ້ຈະສິ້ນສຸດຫລັກສູດການຮຽນຢູ່ຫວຽດນາມ ເພື່ອກັບຄືນເມືອໄທ. ເຖິງຢ່າງໃດກໍຕາມ ທັງສອງຄົນລ້ວນແຕ່ປາດຖະຫນາຢາກໄດ້ກັບຄືນຫວຽດນາມອີກ ເພື່ອສືບຕໍ່ຮ່ຳຮຽນຕື່ມ ແລະ ຊອກຫາວຽກເຮັດງານທຳ. ເຖິງວ່າ ເງື່ອນໄຂຢູ່ ໄທ ດີທີ່ສຸດ ແຕ່ການດຳລົງຊີວິດຢູ່ ຫວຽດນາມ ໄດ້ນຳມາໃຫ້ພວກເພື່ອນບັນດາປະສົບການທີ່ເປັນຫນ້າປະທັບໃຈ.
 (ແຫຼ່ງຄັດຈາກ VOV)