ນັກສຶກສາຫວຽດນາມຢູ່ ລັດເຊຍ ອວ່າຍຫນ້າເມືອຫາທະເລໝູ່ເກາະບ້ານເກີດເມືອງນອນ
ກອງປະຊຸມສຳມະນາວິທະຍາສາດ “ສະພາບການຢູ່ທະເລຕາເວັນອອກ
ພາບ:.vietnamplus.vn/
ກອງປະຊຸມສຳມະນາວິທະຍາສາດ “ສະພາບການຢູ່ທະເລຕາເວັນອອກ: ສະພາບຕົວຈິງ ແລະ ມາດຕະການແກ້ໄຂ”ໂດຍສະມາຄົມນັກສຶກສາຫວຽດນາມ ຢູ່ ລັດເຊຍ ຈັດຕັ້ງໃນວັນທີ 4/7 ຢູ່ ນະຄອນຫລວງ ມົດສະກູ. ກອງປະຊຸມສຳມະນາໄດ້ຮັບຟັງ ແລະ ປຶກສາຫາລື ບົດປະກອບຄຳເຫັນຂອງບັນດາຜູ້ຊ່ຽວຊານ ມາຈາກສະຖາບັນ ຕາເວັນອອກກາງ, ສະພາມະຫາບັນດີດວິທະຍາສາດລັດເຊຍ, ບັນດານັກສຶກສາລັດເຊຍ ແລະ ຫວຽດນາມ ພວມຮ່ຳຮຽນຢູ່ ສະຖາບັນການພົວພັນສາກົນ ແລະ ມະຫາວິທະຍາໄລສ້າງຄູ ມົດສະກູ. ບັນດາບົດປະກອບຄຳເຫັນ ໄດ້ສຸມໃສ່ເຕື້ອງເຖິງສະພາບການສັບສົນຢູ່ທະເລຕາເວັນອອກ, ບັນຫານິຕິກຳ ແລະ ປະຫວັດສາດ, ເສດຖະກິດ ແລະ ການທະຫານຂອງການປະທະກັນ; ໄຈ້ແຍກບັນດາການກະທຳຜິດກົດໝາຍຂອງຈີນ ແລະ ຕີລາຄາຜົນກະທົບຂອງບັນຫານີ້ທີ່ມີຕໍ່ບັນດາການພົວພັນສາກົນຢູ່ພາກພື້ນ ອາຊີ ປາຊີຟີກ ແລະ ການຮ່ວມມືຍຸດທະສາດຮອບດ້ານ ລັດເຊຍ -ຫວຽດນາມ.
(ແຫຼ່ງຄັດຈາກ VOV)