08/11/2015 10:19 GMT+7 Email Print Like 0

ນັກສິລະປິນ ຕ້ຽນເຫີ້ຍ ແລະ ອະນຸສອນຄັ້ງທຳອິດໃນຕົວລະຄອນລຸງໂຮ່

ໃນວົງການສິລະປະສະແດງເທິງເວທີ ແລະ ຖ່າຍຮູບເງົາຫວຽດນາມ, ສິລະປິນ ຕ໋ຽນເຫີ້ຍ ເປັນຜູ້ມີຊື່ສຽງອັນເນື່ອງມາຈາກການທີ່ ໄດ້ແຕ່ງໃນຕົວລະຄອນລຸງໂຮ່ໄດ້ຮັບຜົນສຳເລັດກວ່າໝູ່. ລາວ ໄດ້ສ້າງຄວາມປະທັບໃຈ ຍາກທີ່ຈະລືມໄດ້ໂດຍຜ່ານບົດລະຄອນ ກໍ່ຄືຮູບເງົາຫຼາຍເລື່ອງທີ່ເວົ້າເຖິງລຸງໂຮ່ ເຊັ່ນເລື່ອງ “ຄືນເດືອນຈັນ”, “ນັດພົບທີ່ໄຊງ່ອນຄັ້ງໃໝ່”, “ຮ່າໂນ້ຍລະດູໃບໄມ້ຫຼົ່ນປີ 1946 ”… ພິເສດ, ສຳລັບນັກສິລະປິນ ຕ້ຽນເຫີ້ຍ ໃນບົດລະຄອນ “ຄືນເດືອນຈັນ” ຕິດພັນກັບອະນຸສອນທີ່ບ່ໍອາດລືມໄດ້ ເພາະນີ້ເປັນຄັ້ງທຳອິດ ທີ່ລາວໄດ້ຮັບມອບໝາຍແຕ່ງເປັນຕົວລະຄອນການນຳ ຜູ້ເຄົາລົບຮັກຂອງຊາດ.
ພວກຂ້າພະເຈົ້າໄດ້ໄປຊອກຫາ ນັກສິລະປິນ ຕ້ຽນເຫີ້ຍ ວັນໜຶ່ງຂອງລະດູໃບໄມ້ຫຼົ່ນ ເພື່ອຮັບຟັງການເລົ່າເລື່ອງລາວຫຼັງສາກ  ກ່ຽວກັບການເປັນຕົວລະຄອນລຸງໂຮ່ໃນຄັ້ງທຳອິດ.

ດ້ວຍວາດຊົງທ່າທາງສຸຂຸມ, ແບບລີລາທີ່ວ່ອງໄວ ແລະ ໃກ້ຊິດສະໜິດໝົມ, ສິລະປິນ ຕ້ຽນເຫີ້ຍ ເລົ່າສູ່ຟັງວ່າ, ປີ 1987 ກອງສິລະ ປະເຈື່ອງເຊີນ (ເຂດ II) ໄດ້ຮັບມອບຫມາຍໃຫ້ສ້າງ ແລະ ສະ ແດງ ບົດລະຄອນທີ່ມີຊື່ວ່າ: “ຄືນເດືອນຈັນ”(ແຕ່ງໂດຍ: ລືວ ກວາງຫວູ້, ກຳກັບການສະແດງໂດຍ: ຫວ້ໍຮ່າຢາງ). ໃນບົດລະ ຄອນດັ່ງກ່າວຈະມີພາບຂອງລຸງໂຮ່ ປະກົດຕົວຫຼາຍພໍສົມຄວນ, ດ້ວຍເຫດນັ້ນ, ການນຳຂອງກອງສະແດງຈຶ່ງໄດ້ໄປຫຼາຍແຫ່ງ ເພື່ອຊອກຄັດເລືອກນັກສະແດງໃຫ້ເໝາະສົມເພື່ອສະແດງເປັນຕົວທ່ານ. ມີຄົນໄດ້ພົບພໍ້ທ່ານ ຕ້ຽນເຫີ້ຍທີ່ມີຮູບຮ່າງຄ້າຍໆ ຄືກັນກັບລຸງໂຮ່ ຄາວຍັງໜຸ່ມຈຶ່ງໄດ້ສະເຫນີຕໍ່ການນຳຂໍໃຫ້ລາວ ແຕ່ງກາຍທົດລອງເບິ່ງ.

ເມື່ອແຕ່ງກາຍໃຫ້ ຕ້ຽນເຫີ້ຍ, ສິລະປິນດີເດັ່ນ ຫຍື້ດິ່ງງວຽນ - ຊ່ຽວຊານແຕ່ງກາຍຜູ້ທີ່ມີຊື່ສຽງຂອງບໍລິສັດຮູບເງົາຫວຽດນາມ ແລະ ກ່ໍແມ່ນຜູ້ທີ່ເຄີຍແຕ່ງກາຍໃຫ້ບັນດານັກສະແດງ ສະແດງເປັນຕົວລະຄອນລຸງໂຮ່ມາແລ້ວ ລ້ວນແຕ່ໃຫ້ຄຳຍ້ອງວ່າ: ບ່ໍທັນເຄີຍໄດ້ ແຕ່ງໃຫ້ໃຜທີ່ສະແດງເປັນລຸງໂຮ່ໄດ້ໄວ ແລະ ງ່າຍດັ່ງ ຕ້ຽນເຫີ້ຍ.

ສິລະປິນຕ້ຽນເຫີ້ຍເລົ່າວ່າ: “ໃນເວລານັ້ນ, ພາຍຫຼັງແຕ່ງກາຍຮຽບຮ້ອຍແລ້ວ, ທຸກຄົນແມ່ນໄດ້ຖ່າຍຮູບໄວ້, ໃຜໆເບິ່ງກ່ໍຕົກສະເງີ້ ຍ້ອນຄືກັນກັບລຸງໂຮ່ເອົາແທ້ໆ. ໃຜກ່ໍບອກວ່າສັ່ງມາຄືລຸງຂະຫນາດນັ້ນ, ຄືຕັ້ງແຕ່ສາຍຕາ, ໜ້າຜາກຈົນເຖິງວາດຊົງ…”.


ສິລະປິນຕ້ຽນເຫີ້ຍ-ຜູ້ທີ່ມີຊື່ສຽງດ້ວຍການສະແດງຫລາຍບົດບາດສຳເລັດກ່ຽວກັບລຸງໂຮ່. ພາບ: ເຕີດເຊີນ/VNP
 

ສິລະປິນຕ້ຽນເຫີ້ຍພວມແຕ່ງກາຍເປັນລຸງໂຮ່ເພື່ອກະກຽມໃຫ້ແກ່ ການສະແດງ ເນື່ອງໃນໂອກາດລະນຶກວັນຄ້າຍວັນເກີດ
ປະທານ ໂຮ່ຈີມິນຄົບຮອບ 125 ປີ. ພາບ: ເຕີດເຊີນ/VNP



ຊ່ຽວຊານດ້ານການແຕ່ງກາຍຊ່ວຍສິລະປິນຕ້ຽນເຫີ້ຍດັດປັບຊົງຜົມ ແລະ ໜ້າຜາກ. ພາບ: ເຕີດເຊີນ/VNP


ສິລະປິນຕ້ຽນເຫີ້ຍພາຍຫຼັງທີ່ໄດ້ແຕ່ງກາຍເປັນປະທານໂຮ່ຈີມິນ ຮຽບຮ້ອຍແລ້ວ. ພາບ: ເຕີດເຊີນ/VNP
 
ໃນສອງປີຄື 1987, 1988, ບົດລະຄອນ “ຄືນເດືອນຈັນ” ໄດ້ ຮັບການສະແດງເຖິງ 300 ກວ່າຄັ້ງ. ສິລະປິນຕ້ຽນເຫີ້ຍຖືກສູນປຶ້ມ ສະຖິຕິຫວຽດນາມຮັບຮອງວ່າເປັນຜູ້ທີ່ໄດ້ສະແດງບົດບາດລຸງໂຮ່ ໃນຫຼາຍ ຮູບແບບກວ່າໝູ່ໃນການສະແດງຄື : ບົດລະຄອນ, ຮູບເງົາ, ຖ່າຍທອດທາງໂທລະພາບ, ຮູບເງົາເລື່ອງ…
ພາຍຫຼັງທີ່ໄດ້ແຕ່ງກາຍທົດລອງໄດ້ສຳເລັດຜົນ, ຕ້ຽນເຫີ້ຍເລີ່ມ ກ້າວເຂົ້າສູ່ການເຝິກແອບເປັນເວລາສອງເດືອນລຽນຕິດມີແຕ່ລາຍການດຽວ, ນັ້ນຄື ຕອນເຊົ້າເຝິກພ້ອມກັບກົມກອງ, ຕອນແລງເບິ່ງ ຮູບເງົາສາລະຄະດີກ່ຽວກັບລຸງໂຮ່, ຕອນຄ່ຳໄປສູນສຳເນົາເອກະ ສານຂອງສະຖານີວິທະຍຸກະຈາຍສຽງຫວຽດນາມ ເພື່ອເປີດຟັງ ບົດປະກອບຄຳເຫັນ, ການໂອ້ລົມຂອງລຸງ ແລະ ຂໍອັດສຽງກັບບ້ານເພື່ອຝຶກແອບສຽງເວົ້າໃຫ້ຄືກັບລຸງ.

ໃນເວລາຫວ່າງ, ຕ້ຽນເຫີ້ຍໄປຢາມເຮືອນຮ້ານຂອງລຸງໂຮ່ໃນ ເຂດອະນຸສະຖານສຳນັກປະທານປະເທດເພື່ອຟັງທ່ານ ຫວູ້ກີ່, ສະ ໝຽນຂອງລຸງໂຮ່ເລົ່າເລ່ືອງລາວກ່ຽວກັບການດຳລົງຊີວິດ, ແບບ ແຜນການເຮັດວຽກປະຈຳວັນຂອງລຸງໂຮ່…

ຄ່ຳຄືນທຳອິດສະແດງບົດລະຄອນ “ຄືນເດືອນຈັນ” ທີ່ໂຮງມະໂຫ ລະສົບຮ່າໂນ້ຍ, ຕ້ຽນເຫີ້ຍຮູ້ສຶກຕື່ນເຕັ້ນ, ຂາດຄວາມທຸ່ນທ່ຽງເປັນຫວ່ງ, ແລະ  ບ່ໍຄາດຄິດວ່າ, ເມື່ອລາວກ້າວອອກເວທີ ທົ່ວທັງຫໍ ໂຮງໃຜໆກໍ່ເວົ້າອອກມາເປັນສຽງດຽວກັນວ່າ: “ສັງມາຄືກັບລຸງ ໂຮ່ຂະຫນາດນັ້ນ !”. ຄຳລະດົມກຳລັງໃຈດັ່ງກ່າວ ໄດ້ຊ່ວຍໃຫ້ ຕ້ຽນເຫີ້ຍກັບມາມີຄວາມໝັ້ນໃຈ ແລະ ໄດ້ສະແດງສຳເລັດໃນຕົວລະຄອນຂອງຕົນໃນຄ່ຳຄືນທຳອິດຂອງການສະແດງຕົວລະຄອນລຸງໂຮ່.

ສິລະປິນຕ້ຽນເຫີ້ຍເຜີຍໃຫ້ຮູ້ວ່າ, ໃນການສະແດງບົດລະຄອນນີ້, ລາວຈົດຈຳທີ່ສຸດແມ່ນຕອນທີ່ພັນລະນາພາບ ລຸງໂຮ່ ນັ່ງໃກ້ ເຕົາໄຟໃນຍາມເດິກດື່ນມົກມັນກິນກັບບັນດາອ້າຍນ້ອງນັກຮົບ. ເວລານັ້ນ ລຸງເອົາຜ້າພັນຄໍປົກຫົວສະນັ້ນບ່ໍມີນັກຮົບຜູ້ໃດເບິ່ງອອກວ່າແມ່ນລຸງ. ຈົນ ເຖິງເມື່ອລຸງຖາມເຖິງ ເລື່ອງຊີວິດ ການເປັນຢູ່, ໝວດທະຫານໄດ້ ເລົ່າໃຫ້ລຸງຟັງຫມົດຊີວິດ ທີ່ຫຍຸ້ງຍາກລຳບາກ, ຂາດເຂີນ, ເປັນໄຂ້ຍຸງເຮັດໃຫ້ຫລາຍຄົນເສຍຊີວິດກ່ໍມີ; ລວມທັງເລື່ອງນາຍພັນເອກຍັກຍອກຄັງ ສ່ວນລວມມາເປັນຂອງສ່ວນຕົວ… ເມື່ອ ຮັບຟັງເລື່ອງສາລະດັ່ງກ່າວແລ້ວ ລູງໂຮ່ອົດບ່ໍໄດ້ຈຶ່ງແກ້ຜ້າປົກຫົວອອກ. ມາຮອດ ເວລານີ້, ພວກທະຫານຈຶ່ງເບິ່ງອອກວ່າແມ່ນລຸງ ແລະ ຜະຫວາເຂົ້າມາກອດລຸງ ແລະ ຮ້ອງໄຫ້. ລຸງໄດ້ລະດົມຈິດໃຈນັກຮົບຈົ່ງທຸ່ນທ່ຽງອຸ່ນອຽນໃຈສູ້ຮົບ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະລົງໂທດຜູ້ທີ່ມີໂທດຢ່າງເໝາະສົມ.

ມື້ນັ້ນ, ຊົມສາກການສະແດງສາກນີ້, ຜູ້ຊົມຫຼາຍຄົນໃນໂຮງ ມະ ໂຫລະສົບຕ່າງກໍ່ມີນ້ຳຕາຊືມເບົ້າ. “ບົດລະຄອນສິ້ນສຸດລົງ, ພົນເອກ ຫວ້ໍງວຽນຢາບ ພ້ອມກັບລູກສາວໄດ້ຂຶ້ນເວທີມອບຊ່ໍດອກ ໄມ້ໃຫ້ແກ່ພວກຂ້າພະເຈົ້າ. ຫນ່ວຍຕາຂອງພົນເອກ ຍັງແດງຢູ່. ທ່ານຕື້ນຕັນໃຈຈົນເຖິງຂັ້ນເວົ້າບ່ໍອອກສຽງ, ພຽງເວົ້າໄດ້ສອງສັບ: ຂອບໃຈ!, ຂອບໃຈ!... ແລ້ວຍ່າງລົງ”. ສິລະປິນຕ້ຽນເຫີ້ຍ ເລົ່າຄືນ ດ້ວຍຄວາມຕື້ນຕັນໃຈ.

ຮູບພາບຈຳນວນໜຶ່ງສຳເນົາໄວ້ທີ່ສິລະປິນຕ້ຽນເຫີ້ຍສະແດງເປັນ ຕົວລະຄອນປະທານໂຮ່ຈີມິນ: 


















ບົດ: ຖາວວີ - ພາບ: ເຕີດເຊີນ ແລະ ເອກະສານ VNP

ບັນດາບົດທີ່ຖືກນຳສະເໜີ