02/05/2016 09:50 GMT+7 Email Print Like 0

ນັກສະຖິຕິຮັບຈ້າງຂຽນຈົດໝາຍເປັນເວລາຫລາຍປີທີສຸດຂອງຫວຽດນາມ

ຢູ່ທີ່ໄປສະນີກາງໄຊງ່ອນ ມີທ່ານ ຫງວຽນວັນໂງ້ (ອາຍຸ 85 ປີ) ຖືວ່າເປັນ “ຮູບສັນຍະລັກທີ່ມີຊີວິດ” ອັນໜຶ່ງໃນເມື່ອຜູ້ກ່ຽວໄດ້ອຸທິດເກືອບຕະຫຼອດຊີວິດເຮັດວຽກຢູ່ທີ່ນີ້. ໃນນັ້ນ 42 ປີ ເປັນພະນັກງານພາລະກອນຢ່າງເປັນທາງການ, 25ປີ ເຮັດໜ້າວຽກຮັບຈ້າງຂຽນຈົດໝາຍ ແລະຈົນມາຮອດປັດຈຸບັນເໝືອນກັບວ່າເພິ່ນຍັງມີເຫື່ອແຮງເພື່ອສືບຕໍ່ວຽກງານທີ່ຕົນມັກຮັກນີ້ຢູ່. ທ່ານໂງ້ຖືເປັນກຽດຢ່າງສູງເມື່ອອົງການສະຖິຕິ ຫວຽດນາມໄດ້ຮຽກຊື່ທ່ານວ່າ “ຜູ້ຮັບຈ້າງຂຽນຈົດໝາຍເປັນເວລາຫລາຍປີທີສຸດຂອງຫວຽດນາມ”.  
ເມື່ອອາຍຸ 18 ປີ,ທ່ານເຢືອງວັນໂງ້(ເກີດປີ1930)ໄດ້ເຂົ້າ ເຮັດວຽກຢູ່ໄປສະນີກາງໄຊງ່ອນ. ທ່ານ ໂງ້ເລົ່າສູ່ຂ້າພະເຈົ້າ ຟັງວ່າ, ເມື່ອກ່ອນທ່ານຮຽນຢູ່ໂຮງຮຽນ Petrus ກີ໋ (ປັດຈຸບັນ ແມ່ນໂຮງຮຽນມັດທະຍົມຕອນຕົ້ນ ເລຮົ່ງຟອງ), ຫ້ອງຮຽນ ພາສາຝຣັ່ງ. ເມື່ອເຂົ້າເຮັດວຽກຢູ່ໄປສະນີກາງ ໄຊງ່ອນ, ທ່ານໄດ້ຮຽນເພີ່ມພາສາອັງກິດຢູ່ນໍາສະມາຄົມຫວຽດນາມ-ອາເມລິກາ. ສະນັ້ນ, ທ່ານສາມາດພົວພັນໂອ້ລົມສົນທະນາ ກັບແຂກຄົນຊາວຕ່າງປະເທດຢ່າງຄ່ອງແຄ້ວດ້ວຍສອງພາສາ. 

ປີ1990, ທ່ານໂງ້ອອກຮັບເບ້ຍບຳນານ ແລະ ຄະນະ ຜູ້ອຳນວຍການໄດ້ເຊື້ອເຊີນໃຫ້ທ່ານສືບຕໍ່ເຮັດວຽກເປັນຜູ້ຮັບຈ້າງຂຽນຈົດໝາຍຢູ່ທີ່ໄປສະນີກາງຕໍ່. ໜ່ວຍຮັບຈ້າງ ຂຽນຈົດໝາຍລວມມີ 6 ຄົນ, ແບ່ງເປັນ 3 ຄູ່, ຄູ່ໜຶ່ງປະຈໍາການສອງມື້. ຄາວນັ້ນ, ທ່ານໂງ້ເປັນຜູ້ໜຸ່ມກວ່າໝູ່ ແຕ່ແລ້ວ, ເພື່ອນຮ່ວມງານທະຍອຍກັນພັກເບ້ຍບໍານານໝົດທຸກຄົນຍັງເຫລືອພຽງທ່ານ ໂງ້ ຜູ້ດຽວທີ່ສະໜິດຕິດພັນກັບວຽກງານນີ້ ມາເຖິງປັດຈຸບັນ. ໂຕະເຮັດວຽກຂອງທ່ານໄດ້ຈັດວາງຢູ່ມູມໜ່ຶງ ໃນໂຮງໄປສະນີກາງ ແລະ ແຂວນປ້າຍແຜ່ນໜຶ່ງມີແຖວ ໜັງສື: “ບ່ອນສອບຖາມແລະ ຂຽນຊ່ວຍ” ດ້ວຍສາມພາສາ ຫວຽດນາມ-ອັງກິດ-ຝຣັ່ງ,ເທິງໂຕະມີເຈ້ຍ, ປາກກາ, ວັດຈະນານຸກົມພາສາອັງກິດ-ຝຣັ່ງ-ຫວຽດນາມ, ແວ່ນຂະຫຍາຍ… 

ທ່ານເຢືອງວັນໂງ້ເປັນກຽດຢ່າງສູງເມື່ອອົງການສະຖິຕິ ຫວຽດນາມໄດ້ຮຽກຊື່ທ່ານວ່າ
“ຜູ້ຮັບຈ້າງຂຽນຈົດໝາຍເປັນເວລາຫລາຍປີທີສຸດຂອງຫວຽດນາມ”. 



ວຽກປະຈຳວັນຂອງທ່ານໂງ້ແມ່ນແປຈົດໝາຍຈາກພາສາ ຫວຽດນາມເປັນພາສາອັງກິດ, ພາສາຝຣັ່ງໃຫ້ແກ່ລູກຄ້າ
ຄົນຫວຽດນາມ ຫຼື ຂຽນຈົດໝາຍດ້ວຍພາສາຫວຽດໃຫ້ແກ່ ຄົນຕ່າງປະເທດ.  



ທ່ານໂງ້ກຳລັງຊອກຄົ້ນຄຳສັບຢູ່ວັດຈະນານຸກົມດ້ວຍແວ່ນຂະຫຍາຍເພື່ອແປຈົດໝາຍຊ່ວຍແຂກຄົນ.  


ນາງຫວູເຟືອງ (ເມືອງເຕິນຟູ໋) ອາໄສທ່ານໂງ້ແປຈົດໝາຍ ຈາກພາສາຫວຽດນາມເປັນພາສາອັງກິດເພື່ອສົ່ງໃຫ້ພີ່ນ້ອງຢູ່ອາເມລິກາ.  


ນັກທ່ອງທ່ຽວຕ່າງປະເທດຫຼາຍຄົນເມື່ອເຂົ້າຢ້ຽມຊົມໂຮງ ໄປສະນີກາງກໍມັກຕິດຕາມໜ້າວຽກຂອງທ່ານໂງ້ ດ້ວຍຄວາມ ຢາກຮູ້ຢາກເຫັນ.  


ເຖິງວ່າຊີວິດປະຈຳວັນແບບລຽບງ່າຍກໍຕາມ, ແຕ່ທ່ານໂງ້ກໍ່ຍັງເປັນຄົນຮັກມັກວຽກງານ ແລະ ມີຄວາມສະໜິດຕິດພັນ ກັບໄປສະນີໄຊງ່ອນ.  


ໂອ້ລົມສົນທະນາດ້ວຍພາສາອັງກິດກັບຊາວຕ່າງປະເທດ ທີ່ມາຊອກຮູ້ກ່ຽວກັບວຽກງານຂອງຕົນດ້ວຍຄວາມສະໜິດສະໜົມ.  


ເມື່ອມີເວລາວ່າງ, ທ່ານໂງ້ຍັງເປັນອາສາສະໝັກນຳທ່ຽວ, ພາແຂກຄົນໄປທັດສະນາຈອນ,
ຊອກຮູ້ສະຖາປັດຕະຍະກຳ ທີ່ເປັນເອກະລັກຂອງໂຮງໄປສະນີກາງໄຊງ່ອນ.  



ທ່ານໂງ້ຍາມໃດກໍໄດ້ຮັບຄວາມເຄົາລົບນັບຖື ແລະ ຮັກແພງ ຈາກຊາວບ້ານ.  


ເຖິງວ່າອາຍຸໄດ້ 85ປີ, ຜົມງອກ, ຕາກໍນັບມື້ນັບມົວໄປຕາມ ວັນເວລາ, ແຕ່ທ່ານໂງ້ຍັງຄົງຖີບລົດຖີບ
ຈາກບ່ອນຢູ່ໄປຫາບ່ອນເຮັດວຽກດ້ວຍຄວາມຫ້າວຫັນມັງມໍ.  



ຖ່າຍຮູບເປັນທີ່ລະນຶກກັບບັນດາເພື່ອນຊາວໜຸ່ມ.


ສູນປຶ້ມສະຖິຕິຫວຽດນາມຮັບຮອງສະຖິຕິທ່ານໂງ້ເປັນ “ຜູ້ຮັບຈ້າງຂຽນຈົດໝາຍເປັນເວລານານຫລາຍປີທີສຸດ ຂອງຫວຽດນາມ”.    
 
ໜ້າວຽກທີ່ເຮັດເປັນປະຈໍາຂອງທ່ານໂງ້ແມ່ນແປຈົດໝາຍ ຈາກພາສາຫວຽດນາມເປັນພາສາອັງກິດ, ພາສາຝຣັ່ງ ໃຫ້ແກ່ ແຂກລູກຄ້າທີ່ເປັນຄົນຫວຽດນາມ ຫລື ຂຽນຈົດໝາຍ ດ້ວຍ ພາສາຫວຽດນາມໃຫ້ແກ່ຄົນຕ່າງປະເທດ. ຊ່ວຍຄົນ ຫວຽດນາມ ຂຽນທີ່ຢູ່ບ່ອນຮັບຈົດໝາຍໂດຍສະເພາະແມ່ນ ສະຖານທີ່ຕ່າງໆຂອງທະວີບເອີຣົບ, ເພາະວ່າ ຕາມທ່ານແລ້ວ, “ແຕ່ລະແຫ່ງມີພື້ນຖານວັດທະນະທຳ ທີ່ແຕກຕ່າງກັນ, ວິທີຂຽນທີ່ຢູ່ຈົດໝາຍກໍສະແດງ ໃຫ້ເຫັນເຖິງ ວັດທະນະທຳຂອງທ້ອງຖິ່ນນັ້ນ. ການທີ່ຮູ້ ແລະ ລະບຸຢ່າງຖືກຕ້ອງຊັດເຈນ ກໍແມ່ນການສະແດງໃຫ້ເຫັນວ່າເຮົາມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ແລະ ປະເທດ ຂອງເຂົາ”.

ມື້ທີ່ຂ້າພະເຈົ້າໄດ້ພົບກັບທ່ານ ໂງ້ ຢູ່ໄປສະນີກາງແມ່ນ ໃນຂະນະເວລາທີ່ທ່ານພວມມະລຸກຄຸກຄຸ້ຍກັບ ວັດຈະນານຸກົມ ແລະ ແວ່ນຂະຫຍາຍຊອກຫາບາງຄຳສັບ ເພື່ອແປຈົດໝາຍຊ່ວຍແຂກ. ທ່ານນາງ ຫວູເຟືອງ (ເມືອງເຕິນຟູ)ຂໍການຊ່ວຍເຫລືອຈາກທ່ານໂງ້ ແປຈົດໝາຍເປັນພາສາອັງກິດເພື່ອຈະສົ່ງໄປໃຫ້ພີ່ນ້ອງທີ່ຢູ່ປະເທດ ອາເມລິກາ. ທ່ານນາງ ຫງອດຖຸ່ຍ(ແຂວງບິ່ງຖ້ວນ) ເປັນເທື່ອ ທີສອງແລ້ວທີ່ມາອາໄສທ່ານຊ່ວຍຂຽນທີ່ຢູ່ຈົດໝາຍສົ່ງໃຫ້ພີ່ນ້ອງຢູ່ປະເທດໄທ. ມີ ຊາວໜູ່ມຍິງສາວຄູ່ໜ່ຶ່ງກໍມາອາໄສ ເພິ່ນຂຽນບາງຄຳສັບ ເພື່ອ ເປັນທີ່ລະນຶກໃນໂອກາດ ມາທ່ຽວ ໄຊງ່ອນເປັນເທື່ອທຳອິດ. ມີຊາວຕາເວັນຕົກທ່ານໜຶ່ງ ເມື່ອໄດ້ຍິນຜູ້ນຳທ່ຽວສະເໜີວ່າ ນີ້ແມ່ນຜູ້ຮັບຈ້າງຂຽນຈົດໝາຍເປັນເວລານານຫລາຍປີທີສຸດ ຢູ່ທີ່ນີ້, ລາວກໍຮີບຟ້າວມານັ່ງໂອ້ລົມກັບທ່ານໂງ້ ດ້ວຍຄວາມ ຕື່ນເຕັ້ນໃຈ ແລະ ຢາກຮູ້ຢາກເຫັນເປັນຢ່າງຍິ່ງ… ໃນເວລານັ່ງລໍຖ້າທ່ານໂງ້ ແປຈົດໝາຍ, ທ່ານນາງຫວູເຟືອງ ໄດ້ໄຂຄວາມໃນໃຈ ອອກມາວ່າ: “ທ່ານໂງ້ຍັງມີສຸຂະພາບ ແຂງແຮງດີ, ຮອບຄອບທີ່ສຸດ ແລະມີຄວາມຮັບຜິດຊອບຫຼາຍໃນການເຮັດວຽກງານ… ”. 

ເມື່ອມີເວລາວ່າງ, ທ່ານໂງ້ຍັງເປັນອາສາສະໝັກນຳທ່ຽວ, ພາແຂກຄົນໄປທັດສະນາຈອນ, ຊອກຮູ້ສະຖາປັດຕະຍະກຳ ທີ່ເປັນເອກະລັກຂອງໂຮງໄປສະນີ ຫຼື ກິດຈະການຕ່າງໆ ຢູ່ໃກ້ຄຽງ ຊຶ່ງເປັນບ່ອນທີ່ໄດ້ສະໜິດຕິດພັນກັບຕົວເອງທ່ານ ເກືອບຕະຫຼອດຊີວິດ. ຕາມທ່ານໂງ້ແລ້ວ, ການທີ່ໃຊ້ຊີວິດ, ຊອກຄົ້ນ ແລະ ແນະນຳບ່ອນທີ່ຕົວເອງໃຊ້ຊີວິດ ແລະ ເຮັດວຽກກໍແມ່ນວິທີໜຶ່ງ ເພື່ອແນະນຳວັດທະນະທຳ ຂອງ ປະເທດຕົນ ໃຫ້ແກ່ນັກທ່ອງທ່ຽວ, ຊ່ວຍໃຫ້ເຂົາເຈົ້າເຂົ້າໃຈເລິກເຊິ່ງຕື່ມກ່ຽວກັບປະເທດຕົນ. 
ບົດ:ເຊີນເງ້ຍ-ພາບ:ດັ້ງກິມເຟືອງ 
ບັນດາບົດທີ່ຖືກນຳສະເໜີ