ທ່ານ ເລຮົ່ງແອງ ຜູ້ປະຈຳການຄະນະເລຂາສູນກາງ ຢ້ຽມຢາມ ບັນດາອະດີດການນຳຂັ້ນສູງ ລາວ
ທ່ານ ເລຮົ່ງແອງ ຜູ້ປະຈຳການຄະນະເລຂາສູນກາງ ແລະ ທ່ານສະໝານ ວິຍາເກດ
ອະດີດປະທານສະພາແຫ່ງຊາດລາວ
ໃນຂອບເຂດການຢ້ຽມຢາມ ແລະ ເຂົ້າຮ່ວມພິທີແຫ່ຂະບວນ, ສວນສະໜາມເພື່ອສະເຫຼີມສະຫຼອງ 40 ປີແຫ່ງວັນຊາດ ລາວ, ຕອນບ່າຍ 2/12, ທ່ານ ເລຮົ່ງແອງ ຜູ້ປະຈຳການຄະນະເລຂາສູນກາງພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ ແລະ ລັດຫວຽດນາມໄດ້ໄປຢ້ຽມຢາມ ແລະ ອວຍພອນສຸຂະພາບທ່ານສະໝານ ວິຍາເກດ ອະດີດປະທານສະພາແຫ່ງຊາດລາວ, ຢ້ຽມຢາມ ແລະ ອວຍພອນສຸຂະພາບທ່ານ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ, ອະດີດປະທານຄະນະກຳມະການສູນກາງແນວລາວສ້າງຊາດ.
ທີ່ບັນດາການພົບປະ, ທ່ານ ເລຮົ່ງແອງ ຜູ້ປະຈຳການຄະນະເລຂາສູນກາງ ຢືນຢັນວ່າ ໃນບໍ່ວ່າສະພາບການໃດໆ, ການປັບປຸງ ແລະ ເພີ່ມທະວີການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ຍາມໃດກໍໜ້າທີ່ຍຸດທະສາດທີ່ມີຕໍ່ການພັດທະນາຂອງແຕ່ລະປະເທດ. ຫວຽດນາມຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບລາວຮັກສາສາຍພົວພັນສາມັກຄີແບບພິເສດລະຫວ່າງ 2 ປະເທດນີ້.
(ແຫຼ່ງຄັດຈາກ VOV)