15/05/2015 00:01 GMT+7 Email Print Like 0

ທ່ານໝໍຢາປະຊາຊົນ ຕ້າ ທິ ຈຸງ

ເພື່ອນ​ຮ່ວມ​ງານ​ຢູ່​​ໂຮງ​ໝໍ ຕື່ ຢູ້ ຂອງນະຄອນ ​ໂຮ່ຈີ​ມິນ ​​ເຄີຍເອີ້​ນທ່ານ​ໝໍ-​ໝໍ​ຢາປະຊາຊົນ ຕ້າ​ທິຈຸ​ງ ​ດ້ວຍ​ຄວາມ​ສະ​ນິດ​ສະໜົມ​ວ່າ: ສາວ “ຮາ​ຍຈຸ​ງ”, ສ່ວນພວກ​ນ້ອງ​ ນ້ອຍ​ຢູ່​ບ້ານ ຮວ່າ​ບິ່ງ ຊຶ່ງ​ເປັນພື້ນຖານ​ດູ​ແລ,​ ລ້ຽງ​ເດັກ​ພິການ ​ແລະ ຜູ້ຕິດ​​ເຊື້ອສານພິດ​ສີ​ສົ້ມ​ ​ຂອງ​ໂຮງໝໍ ​ເອີ້ນ​ເພິ່ນ​ເໝືອນ​ຄົນ​ໄກ້​ຊິດ​ວ່າ “​ແມ່​ຍ່າ” ຍ້ອນ​ການ​ປະກອບສ່ວນ​ຢ່າງ​ໃຫຍ່ຫລວງຂອງ​ເພິ່ນ​ຢູ່​ທ່ີ​ນີ້.
ພວກ​ຂ້າພະ​ເຈົ້າ​​ໄດ້ມາ​ຢ້ຽມຢາມ​ທ່ານໝໍ ຕ້າ​ທິຈຸ​ງ ທີ່​ຫ້ອງ​ເຮັດ​ວຽກ​ນ້ອຍໆຂອງ​ເພິ່ນ​ໃນ​ບໍລິ​ເວັນ​ບ້ານ ຮວ່າ​ບິ່ງ. ຫຼັງ​ຈາກ​ເຫຍ້ັນ​ນ້ຳ​ຮັບ​ແຂກ​ແລ້ວ, ​ເພິ່ນ​ນັ່ງລົງ​ແລ້ວ​ໄຂ​ຄວາມ​ໃນ​ໃຈ​ກ່ຽວ​ກັບຊີວິດ, ການ​ເຮັດ​ວຽກຂອງ​ຕົນ​ ຊຶ່ງຊີວິດທັງ​ໝົດ​ລ້ວນ​ແຕ່ຕິດ​ພັນ​ກັບ​ອາຊີບ​ເປັນທ່ານໝໍ​ທີ່​ສຸດ​ແສນປະ​ເສີດ​ເລີດ​ລ້ຳນັ້ນ.
 
​ພວກ​ຂ້າພະ​ເຈົ້າ​ໄດ້​ຮູ້​​ວ່າ, ທ່ານ​ນາງ ຈຸ​ງ ​ໄດ້​​ເຂົ້າ ຮ່ວມ ​​ຂະ​ບວນການ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດຕັ້ງ​ແຕ່​ອາຍຸ 15 ປີ ຊຶ່ງ​ວຽກ​ງານ​ສ່ວນ​ຫລາຍ​ແມ່ນ​ກ່ຽວ​ກັບ​ຂົງ​ເຂດ​ສາ ທາລະນະ​ສຸກ ​ແລະ ພະລາທິການ. ພາຍຫຼັງ​ປະ​ເທດ​ຊາດ ທ້ອນ​ໂຮມ​ເປັນ​ເອກະ​ພາບ​ເມື່ອ​ປີ 1975, ​ເພິ່ນ​ສືບ​ຕໍ່​ໄປ​ຮຽນ​ເປັນນາງພະຍາບານ​, ນາງ​ແພດ, ທ່ານໝໍ ຢ່າງສົມ​ຫວັງ ​ຕາມ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ຕົນ. ຫຼັງ​ຈາກ​ນັ້ນ​ຖືກ​ສັບ​ຊ້ອນ​ມາ​ເຮັດ​ວຽກ​ຢູ່​ທີ່​ໂຮງໝໍ ຕື່ ຢູ້. ​ຕະຫລອດ​ໄລຍະ 23 ປີ​ທີ່​ຕິດ​ພັນ​ກັບ​ໂຮງໝໍ (1975-1998), ທ່ານ​ໝໍ ຈຸ​ງ ​ໄດ້​ຊີມລົດ​ຊາດ, ​ໄດ້​ຜ່ານ​ບໍ່​ຈັກ​ວ່າ​ເທົ່າ​ໃດ​ຄວາມ​ຫຍຸ້ງຍາກສັບສົນ​ນາໆ​ປະການ​ໃນ​ວິວັດ​ການ​ກໍ່ສ້າງ ​ແລະ ພັດ​ທະນາ​ໂຮງໝໍ. ​ເບື້ອງ​ຕົ້ນ​ມາ​​ເຮັດ​ວຽກ​ຢູ່​ໂຮງໝໍ, ນັບ​ແຕ່​ພື້ນຖານ​ວັດຖຸ​ຈົນ​ຮອດ​ຖັນ​ແຖວ​ພະນັກງານ​ນາງ​ແພດ, ທ່ານໝໍ​ລ້ວນ​ແຕ່​ຂາດ​ເຂີນ​ຍ້ອນ​ສະພາບ​ຫຍຸ້ງຍາກ​ລວມຂອງ​ປະ​ເທດ​ທີ່​ຫາ​ກໍ່​ປົດ​ປ່ອຍ​ໃໝ່. ​ໃນ​ຖານະ​ເປັນ​ຮອງ​ອໍານວຍ​ການ, ຄວາມ​ຮັບຜິດຊອບ​ຂອງ​ທ່ານໝໍ​ຈຸ​ງສຸດ​ທີ່​ໜັກໜ່ວງ. ​ເພາະສະ​ນັ້ນ, ຍາມ​ໃດ​ເພິ່ນ​ກໍ່​ອອກ​ແຮງ​ຝຶກ​ຝົນ​ຫລໍ່​ຫລອມ​ວິຊາ​ສະ​ເພາະ, ກຽມພ້ອມ​ຮັບ​ເອົາ​​ແນວ​ຄວາມ​ຄິດ, ສິ່ງປະດິດ​ໃໝ່ ​ແລະ ຍາມ​ໃດ​ກໍ່​ງ່ຽງ​ຟັງ​ແນວ​ຄິດ​ຈິດ​ໃຈ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ເພື່ອນ​ຮ່ວມ​ອາຊີບ.
 
ພ້ອມ​ກັບ​ຄະນະການນຳ​ຂອງ​ໂຮງໝໍ, ທ່ານ​ໝໍ ຈຸ​ງ ກາຍ​ເປັນຂົວ​ເຊື່ອມ​ຕໍ່​ທີ່​ໜ້າ​ເຊື່ອ​ຖື ​ໃນ​ການ​ປຸກລຸກ​ນ້ຳ​ໃຈ​ສາມັກຄີ, ຄວາມ​ຫ້າວຫັນເຮັດ​ວຽກ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ຂອງ​ບັນດາ​ພະນັກງານ​ໃນ​ໂຮງໝໍ. ​​​ໃນປີ 1980 ເພິ່ນ​​ເອງເປັນ​ຜູ້ນຳ​ໜ້າ​ໃນ​ການ​ສ້າງ​ຕັ້ງຕົວ​ແບບ “ຫ້ອງ​ກວດພະຍາດ​ນອກ​ໂມງ​” ​ການ​ສ້າງ​ຫ້ອງ​ກວດ​ນີ້ ທັງ​ຊ່ວຍ​ໃຫ້​ຄົນ​ເຈັບ​ມີບ່ອນ​ກວດ​ພະຍາດຕື່ມ​, ທັງ​ຊ່ວຍ​ຍົກ​ສູງ​ລະດັບ​ຊີວິດການ​ເປັນ​ຢູ່​​ໃຫ້​ແກ່​ບັນດາ​ນາຍ​​ແພດ​ແລະ ທ່ານໝໍອີກ​ດ້ວຍ.
 
ນອກ​ນັ້ນ, ທ່ານໝໍ ຈຸ​ງ ຍັງ​​ໄດ້ປຸກ​ລະດົມ​ກຳລັງ​ໃຈ, ສະ ໜັບສະໜູນ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​ເພື່ອ​ຊ່ວຍ​ເຫຼືອ​ເພື່ອນ​ຮ່ວມ​ງານ​ເສີມ​ຂະຫຍາຍ​ຫົວຄິດ​ປະດິດ​ສ້າງ​ໃນ​ວຽກ​ງານ. ຕົວຢ່າງ​​ກໍລະນີ​ທ່ານໝໍ ຫງວຽນ​ທິຫງອກ​ເຟືອງ, ອະດີດ​ຜູ້ອຳນວຍ​ການ​ໂຮງໝໍ​ ຕື່ຢູ້ ​ໄດ້ສຳ​ເລັດ​ໂຄງການ​ຄົ້ນຄວ້າ ​ວິທະ​ຍາ​ສາດ ພາຍ​ໃຕ້​ຫົວ​ຂໍ້ “ ທາດ​ພິດ​ສີ​ສົ້ມ ໃນແມ່ຍິງຖືພາ” ສ່ວນ​ໜຶ່ງແມ່ນຍ້ອນມີ ການ ສະໜັບ ສະໜູນຊ່ວຍເຫລືອຢ່າງໃຫຍ່ ຫລວງຈາກ “ພີ່​ສາວ” ຮາ​ຍຈຸ​ງ ຫຼື ​ໂຄງການ​ຄົ້ນຄວ້າ​ຂອງລວມໝູ່ບັນດາ​ທ່ານໝໍ​ຢູ່ ​ໂຮງໝໍ ຕື່ຢູ້​ເຊັ່ນ: “ປະສົມ​ພັນ​ໃນ​ຫຼອດ​ແກ້ວ (ປີ 1997)”,ຮູບ​ຈໍາລອງ “​ເຮືອນ​ຫຼົບ​ໄພ​ຊົ່ວຄາວ (ປີ 1998)’’ ​ເພື່ອ​ຊ່ວຍ​ເຫຼືອ​ໃຫ້​​ແກ່ແມ່ຍິງຖືພາ​ນອກ​ຄວາມ​ປາດ​ຖະໜາ. ພິ​ເສດ, ປີ 1988, ​ໂຮງໝໍ ຕື່ຢູ້​ໄດ້ສຳ​ເລັດ​ການ​ຜ່າຕັດ​​​ແຍກ​ເດັກ​ຝາ​ແຝດ​ຕິດ​ກັນຊື່​ຫລານ​ຫວຽດ ​ແລະ ດຶກສາຍ​ເຫດ​ມາ​ຈາກ​ຕິດ​ສານພິດ​ສີ​ສົ້ມ. ຜົນ​ສໍາ​ເລັດ​ນີ້​ໄດ້​ສ້າງ​ຊື່​ສຽງ​ໄປ​ກ້ອງ​ໂລກ ​. ​ການຜ່າຕັດ​​​​ແຍກ​ຫົວອອກ​ຈາກ​ກັນ​ນີ້​ເປັນ​ຄັ້ງ​ທຳອິດຢູ່ ຫວຽດນາມ ​ແລະ ​ເປັນ​ຄັ້ງ​ທີ 7 ​ໃນ​ໂລກ ​​ແລະ ​ຜົນ​ສຳ​ເລັດ​ຂອງ​ການ​ຜ່າຕັດ​ຄັ້ງປະຫວັດສາດນີ້​ກໍ່ມີ​ການ​ປະກອບສ່ວນບໍ່​ໜ້ອຍ​ຂອງ​ສາວ ຮາ​ຍຈູງ​ເຊັ່ນ​ກັນ.

ທ່ານໝໍ - ໝໍຢາ​ປະຊາຊົນ ຕ້າ​ທິຈຸ​ງ ​ເມື່ອ​ເດືອນ​ທັນວາ 2014. ພາບ: ​ເລ​ມິນ

ຕະຫຼອດຊີວິດ​ຂອງ​ທ່ານນາງ ຮາ​ຍຈຸ​ງ ຕິດ​ພັນກັບ​ໂຮງໝໍ ຕື່ຢູ້. ພາບ: ​ເລ​ມິນ

ທ່ານໝໍ ຮາ​ຍຈຸ​ງ ຕ້ອນຮັບ​ຜູ້​ອາສາ​ສະໝັກ ​ເຢຍລະ​ມັນ ມາ​ຢ້ຽມຢາມ​ບ້ານ ຮວ່າ​ບິ່ງ. ພາບ: ​ເລ​ມິນ

ທ່ານໝໍ ຕ້າ​ທິຈຸ​ງ ຕ້ອນຮັບ​ຄະນະ​ນັກ​ຊ່ຽວຊານ​ດ້ານ​ສາທາລະນະ​ສຸກ ຂຶ້ນ​ກັບ​ກົມສະມາຄົມ​ການນຳເອີຣົບ. ພາບ: ​ເລ​ມິນ 
 
«
      ດ້ວຍການ​ປະກອບສ່ວນ​ຂອງຕົນ, ທ່ານໝໍ ຕ້າ​ທິຈຸ​ງ ​ໄດ້​ຮັບ​ນາມມະຍົດ​ເປັນ​ໝໍຢາ​ປະຊາຊົນ​ເມື່ອ​ປີ 2001, ຫຼຽນ​ໄຊ​ແຮງ​ງາ​ນຊັ້ນ I (1989); ຫຼຽນ​ໄຊ​ເອກະລາ​ດຊັ້ນ III (1998) ​ແລະ ຫຼຽນ​ໄຊ​ເອກະລາດ​ຊັ້ນ II (2007). ສຳລັບ​ໂຮງໝໍ ຕື່ຢູ້ ​ເປັນ​ໂຮງໝໍ​ແຫ່ງ​ທຳ​ອິດ​​ໃນ​ທົ່ວ​ປະ​ເທດ ທີ່ 2 ​ເທື່ອ​ລຽນຕິດໄດ້​ຮັບ​ນາມມະຍົດ​ ວິລະ​ຊົນ​ແຮງ​ງານ ​ໃນສະ​ໄໝ​ປ່ຽນ​ແປງ​ໃໝ່​ເມື່ອ​ປີ 1985 ​ແລະ ປີ 2002. 
»
ໃນ​​​​ໄລຍະເວລາເຮັດ​ວຽກຢູ່​ໂຮງໝໍ, ທ່ານໝໍ ຈຸ​ງ ​ໄດ້​ປະສົບ​ພົບ​ພໍ້ຫຼາຍກໍລະນີ​ຄົນ​ເຈັບ​ເປັນ​ຄົ​ນທີ່ມີ​ຊີວິດ​ການ​ເປັນ​ຢູ່​ທີ່ທຸກຍາກຂັດ​ສົນ, ​ເດັກນ້ອຍບາງ​ຄົນ​ເກີດ​ມາ​ປະສົບ​ກັບສະພາບບໍ່​ໂຊກ​ດີ. ​ເພ​າະສະ​ນັ້ນ, ​ເພິ່ນ​ໄດ້ ຢືດໝັ້ນ​ຄຳ​ຄະຕິ​ພົດ​ທີ່​ວ່າ ຕ້ອງ​ເຮັດ​ອັນ​ໃດ​ອັນ​ໜຶ່ງ​ເພື່ອ​ຊ່ວຍ​ເຫຼືອ​ໃຫ້​​ເຂົາ​ເຈົ້າ. ຍ້ອນ​ແນວ​ນັ້ນ, , ບ້ານ​ ຮວ່າ​ບິ່ງ ຂອງ​ໂຮງໝໍ ຕື່ຢູ້ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນເມື່ອ​ປີ 1990 ​ແມ່ນ​ມາຈາກ​ການ​ປະກອບສ່ວນ​ແນວ​ຄວາມ​ຄິດ ​ແລະ ການ​ອອກ​ເຫື່ອ​ເທ​ແຮງ​ຢ່າງ​ໃຫຍ່ຫລວງຂອງ​ເພິ່ນ. ບ້ານ​ແຫ່ງນີ້​ເປັນ​ໜຶ່ງ​ໃນ​ບັນດາພື້ນຖານນຳ​ໜ້າ​ໃນ​ການ​ຮັບ​ລ້ຽງ, ດູ​ແລ ​ແລະ ປິ່ນປົວ​ພະຍາດ​ໃຫ້​ເດັກ​ພິການ, ຜູ້​ຕິດ​ສານພິດ​ສີ​ສົ້ມ, ກໍ່ຄື​ສອນ ​ແລະ ສ້າງ​ອາຊີບ​ໃຫ້​ເດັກ ນ້ອຍ ​ຜູ້​ທີ່ສະພາບ​ຄອບຄົວ​ມີ​ຄວາມ​ຫຍຸ້ງຍາກ​ຂັດ​ສົນ​ທີ່​ສຸດ. ມາ​ເຖິງ​ປະຈຸ​ບັນ​ນີ້, ​ເພິ່ນພ້ອມດ້ວຍ​ຖັນ​ແຖວພະ ນັກງານ​ອາສາ​ສະໝັກ​ຽງດູ​ເດັກນ້ອຍ​ໄດ້ 200 ກວ່າ ຄົນ, ຊ່ວຍ​ເຫຼືອ​ເດັກ​ຫຼາຍ​ຄົນ​ໃຫ້​ມີ​ສະພາບ​ການ​ເປັນ​ຢູ່​ທີ່​ໝັ້ນຄົງ.

​ປີ​ນີ້ ​ເຖິງ​ວ່າ​ເພິ່ນມີອາຍຸ​ 83 ປີ​ແລ້ວ, ​ຜົມ​ງອກ​ທົ່ວ​ຫົວ, ສຸຂະພາບ​ນັບ​ມື້​ອ່ອນ​ເພຍ, ແຕ່ປາກົດ​ວ່າ​ອາຍຸ​ສູງ ບໍ່​ສາມາດ​ກີດ​ກັນ​ຈິດ​ໃຈ​ຟົດ​ຟື້ນ​ຕໍ່​ວຽກ​ງານ​ເພື່ອ​ການ​ກຸສົນ​ຂອງຜູ້ຍິງ​ທີ່ຕົ້ນ​ກໍາ​ເນີ​ດຈາກ​ແຂວງ​ເບ້​ນ​ແຈ​ຜູ້​ນີ້. ​​ເຖິງ​ວ່າ ພັກ​ກິນ​​ເບ້ຍ​ບຳນານມາ​ໄດ້ 16 ປີ​ແລ້ວ, ​ແຕ່​ຢູ່​ບ້ານ ຮວ່າ​ບິ່ງ ບໍ່​ມີ​​ມື້​​ໃດທີ່​​ບໍ່​ມີໜ້າ​​​ຂອງ​ເພິ່ນ. ​ດ້ວຍຮອຍ​ຍິ້ມ​ທີ່​ອົບ​ອຸ່ນ​, ໜ້າ​ຕາ​ເມດ​ຕາ​ກະ​ລຸລາ ພ້ອມ​ກັບ​ເສື້ອ ​ບ່າ​ບາ ຫຼື ​​ເສື້ອ blouse ສີຂາວ, ທ່ານໝໍ ຮາ​ຍຈຸ​ງ ມັກ​ໄປ​ຢ້ຽມ ຢາ​ມຖາມ​ຂ່າວ, ​ເອົາ​ໃຈ​ເດັກ​ແຕ່ລະຄົນ, ຕັກ​ເຕືອນ​​ໃຫ້ພະນັກງານ​​ຄວນ​​ເອົາ​ໃຈ​ໃສ່​ດູ​ແລ​ພວກ​ຫລານ​ນ້ອຍ.
 
​ໃນ​ຖານະ​ທີ່​ເປັນ​ຮອງຜູ້ອຳນວຍການ​ບ້ານ ຮວ່າບິ່ງ​, ​ຍາມ​ໃດເພິ່ນກໍ່​ໃກ້​ຊິດຕິດ​ແທດ, ມີ​ການ​ປະພຶດ​ທີ່​ອ່ອນ​ນ້ອມ, ສະໜິດສະໜົມ​ກັບ​ບັນດາ​ຫລານ​ນ້ອຍຢູ່​ສະ​ເໝີ. ຍ້ອນ​ແນວ​ນັ້ນ​ພວກ​ຫລານ​ນ້ອຍ​ຈຶ່ງ​ເຄົາລົບ​ຮັກ​ແພງ ​ແລະ ເອີ້ນ​ເປັນ “​ແມ່​ຍ່າ”. ຜ່ານ​ການກໍ່ສ້າງ ​ແລະ ພັດ ທະນາ​ມາ​ເປັນ​ເວລາ​ກວ່າ 24 ປີ, ​ລູກ​ຫຼານ​ຫຼາຍ​ຄົນ​ຂອງ​ບ້ານ ຮວ່າ​ບິ່ງ ຍ້ອນ​ມີ​ຄວາມ ມານະອົດທົນ​ພະ ຍາຍາມຜ່ານ​ຜ່າອຸປະສັກ ​ແລະ ​ຄວາມ​ຫຍຸ້ງ​ຍາກຕ່າງໆ ສາມາດ ກ້າວ​​ໄປສູ່​ຜົນສຳ​ເລັດອັນ​ໃຫຍ່​ຫລວງ ​ແລະ ​ໄດ້ຮັບ​ການ​ຮັບ​ຮູ້​ຢ່າງ​ກ້ວາງ​ຂວາງ​ຂອງ​ສັງຄົມ​​ຄື: ນັກກິ ລາ​ລອຍ​ນ້ຳ ຫງວຽນ​ຮົ່ງ​ເລີ້​ຍ ຄອງ​ຂັນ​ຊະນະ​ເລີດ​ແຫ່ງ​ຊາດ​ສຳລັບກິລາ​ຄົນ​ພິການ​ຫຼາຍ​ປີຢ່າງຕໍ່​ເນື່ອງ, ຫລານ​ຢຸຍ​ເຟືອງ ຜູ້​ສ້າງ​ສະ​ຖິຕິ “ນັກ​ຂຽນ​ໜັງ​ສືບູຮານ​ອາຍຸ​ນ້ອຍ​ທີ່​ສຸດ ຫວຽດນາມ”; ເຟືອງ​ ແອັ​ງ, “ນ້ອງ​ສາວ​ພິ ການ” ​ ​ແລະ ​ເຈີ່ນ​ທິຮວານ “ຫຼານ​ສາວ​ຕິດ​ສານພິດ​ສີ​ສົ້ມ” ທັງ​ສອງລ້ວນ​ແຕ່​ເປັນ​ຜູ້​ຮຽນ​ເກ່ັງ​ແລ້ວ​ກັບ​ມາ​​ເຮັດ​ວຽກ​ຊ່ວຍ​ບ້ານ ຮວ່າ​ບິ່ງ… ນັ້ນ​ແມ່ນຄວາມດີ​ໃຈທີ່​ສຸດ​ຂອງ “​ແມ່​ຍ່າ” ຮາ​ຍຈຸ​ງ.
 
ປະຈຸ​ບັນ, ທ່ານ​ໝໍ ຈຸ​ງ ພ້ອມດ້ວຍ​ພະນັກງານ​ອາສາ​ສະໝັກ 30 ກວ່າ​ທ່ານ​ພວມ​ເບິ່ງ​ແຍງ​ດູ​ແລ​ເດັກ​ພິການ, ຜູ້​ຕິດ​ສານພິດ​ສີ​ສົ້ມ​ 60 ຄົນ​ທີ່​ບ້ານ ຮວ່າ​ບິ່ງ. ​ເກືອບ 40 ປີຕິ​ດພັນ ​ແລະ ​ເຮັດ​ວຽກຢູ່​ໂຮງໝໍ ຕື່ຢູ້ ​ແລະ ບ້ານ ຮວ່າ​ບິ່ງ, ​ແຕ່ປາກົດ​ວ່າ ​ເພິ່ນ​ຍັງ​ບໍ່​ທັນຮູ້ສຶກ​ພໍ​ໃຈ​ກັບ​ສິ່ງ​ທີ່​ຕົນ​ເອງ​ເຮັດ​ໄດ້, ດັ່ງເພິ່ນ​​ໄດ້ໄຂ​ຄວາມ​ໃນ​ໃຈ​ວ່າ:“ເສຍດາຍ ​​ຢ່າງ​ດຽວ​ທີ່ຂ້ອຍ​ບໍ່ຍັງ​ໜຸ່ມອີກ​ແລ້ວ​ເພື່ອ​ເຮັດ​ໃຫ້​ໄດ້ຫຼາຍ​ວຽກກວ່າ​ນີ້, ດຽວ​ນີ້ ​ເຮັດ​ໄດ້ພຽງ​ຊ່ວຍບ້ານ ຮວ່າ​ບິ່ງ, ຊ່ວຍ ​ໃຫ້​ພວກ​ນ້ອງ​ນ້ອຍຈົນ​ຮອດ​ເວລາ​ໃດ​ຕົນ​ເອງ​ບໍ່​ມີ​ເຫື່ອ​ແຮງອີກ​ແລ້ວ​ຈຶ່ງ​ເຊົາ ”. 

ທ່ານໝໍ ຕ້າ​ທິຈຸ​ງ ​ໄດ້ສະຫງວນ​ນ້ຳ​ໃຈ​ຂອງ​ຕົນ​ໃຫ້​ແກ່ບັນດາ​ເດັກ​ພິການ​ຢູ່​ບ້ານ ຮວ່າ​ບິ່ງ. ພາບ: ​ເລ​ມິນ

ເພິ່ນ​​ໄດ້​ຮັບ​ຄວາມ​ເຄົາລົບ​ຮັກ​ແພງ​ຈາກພວກ​ນ້ອງ​ນ້ອຍ​ຈຶ່ງເອີ້ນ​ເພິ່ນ​ວ່າ “​ແມ່​ຍ່າ”  . ພາບ: ​ເລ​ມິນ

“​ແມ່​ຍ່າ” ຮາ​ຍຈຸ​ງ ກັບ ຫງວຽນ​ດຶກ (ຜູ້​ຖື​ໄມ້​ຄ້ຳ) ​ແລະ ຢຸຍ​ເຟືອງ,
ຜູ້​ທີ່​ເຄີຍ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ​ຈາ​ກບ້ານ ຮວ່າ​ບິ່ງ. ພາບ: ​​ເອກະສານ


ຄຳ​ປະພັນ​ຄູ່​ໂດຍ​ນາງ ຢຸຍ​ເຟືອງ ຂຽນ​ເພື່ອມອບ​ໃຫ້
“​ແມ່​ຍ່າ” ຮາ​ຍຈຸ​ງ. ພາບ: ​ເອກະສານ
 
ບົດ: ​ເຊີນ​ເຫ​ງ້ຍ - ພາບ: ​ເລ​ມິນ ​ແລະ ​ເອກະສານ
ບັນດາບົດທີ່ຖືກນຳສະເໜີ