ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະປະຕິບັດບັນດາຄຳໝັ້ນສັນຍາສາກົນຢ່າງຄົບຖ້ວນ ມຸ່ງໄປເຖິງການປະຕິບັດປ້ອງກັນ, ຕ້ານ ແລະ ຫລຸດຜ່ອນຄວາມສ່ຽງຈາກໄພພິບັດທຳມະຊາດເກີດຂຶ້ນ, ຮັບປະກັນການນຳໃຊ້ສູນໜູນຊ່ວຍພະຍາກອນພາກພື້ນເປັນຢ່າງດີ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ສະເໜີອົງການອຸຕຸນິຍົມໂລກ ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ, ຍົກສູງກຳລັງຄວາມສາມາດພະຍາກອນ.
ສ່ວນທ່ານເລຂາທິການໃຫຍ່ອົງການອຸຕຸນິຍົມໂລກ (WMO) Petteri Taalas ຕີລາຄາສູງ ແລະ ສະເໜີລັດຖະບານ ຫວຽດນາມ ສືບຕໍ່ໃຫ້ບຸລິມະສິດແຫຼ່ງກຳລັງໃຫ້ຂົງເຂດອຸຕຸນິຍົມ ອຸທົກກະສາດ ພິເສດ ແມ່ນເອົາໃຈໃສ່ເຂົ້າໃນການລົງທຶນພັດທະນາແຫຼ່ງຊັບພະຍາກອນມະນຸດ, ລົງທຶນບັນດາປ້ອມວັດແທກອັດຕະໂນມັດ, ທັນສະໄໝ.
(ແຫຼ່ງຄັດຈາກ VOV)