ທີ່ການຕ້ອນຮັບ, ທ່ານ Tim Huxley ຜູ້ອຳນວຍການຝ່າຍບໍລິຫານສະຖາບັນຄົ້ນຄວ້າຍຸດທະສາດສາກົນພາກພື້ນອາຊີ ປະຈຳ ສິງກະໂປ ໄດ້ແຈ້ງໃຫ້ທ່ານຮອງລັດຖະມົນຕີ ຫງວຽນຈີ໋ວິ້ງ ຮັບຊາບບາງເນື້ອໃນ, ລາຍການ ແລະ ບັນດາຫົວຂໍ້ໃນກອງປະຊຸມ Shangri-La 2018; ພ້ອມທັງ ຕີລາຄາສູງບົດບາດ ແລະ ສະແດງຄວາມຂອບໃຈ ຫວຽດນາມ ທີ່ຍາມໃດກໍ່ສະໜັບສະໜູນເວທີປາໄສ ປະກອບສ່ວນນຳມາເຊິ່ງຜົນສຳເລັດໃຫ້ການເຈລະຈາຄັ້ງຕ່າງໆ ແລະ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ຈັດສົ່ງຄະນະຜູ້ແທນການທະຫານຂັ້ນສູງເຂົ້າຮ່ວມ ແລະ ມີບົດກ່າວຄຳເຫັນທີ່ເວທີປາໄສ.
ສ່ວນທ່ານພົນໂທ ຫງວຽນຈີ໋ວິ້ງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ຈະເຂົ້າຮ່ວມປະກອບສ່ວນຢ່າງຕັ້ງໜ້າໃນກອງປະຊຸມຄັ້ງນີ້ ແລະ ຕີລາຄາສູງບົດບາດຂອງກອງປະຊຸມ Shangri-La ກໍ່ຄືບັນດາຫົວຂໍ້ຈະໄດ້ຮັບການປຶກສາຫາລືໃນກອງປະຊຸມ Shangri-La 2018.
(ແຫຼ່ງຄັດຈາກ VOV)