15/03/2016 00:01 GMT+7 Email Print Like 0

“ທ່ອງທ່ຽວກະສິກຳ” ຢູ່ນິຄົມປູກໝາກ ສະຕໍເບີຣີ

ສະຕໍເບີຣີ (Straw berry) ເປັນຜະລິດຕະພັນກະສິກຳໜຶ່ງ ທີ່ຊາວ ນະຄອນ ດ່າລາດ (ເລີມດົ່ງ)ໄດ້ປູກຢູ່ນິຄົມຕ່າງໆຕະຫລອດ ຫຼາຍປີ ຜ່ານມາ. ເນື່ອງຈາກໄດ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ເພື່ອ ປູກສະຕໍເບີຣີ ປອດສານພິດ, ເຈົ້າຂອງສວນປູກ ສະຕໍ ເເບີຣີຢູ່ ດ່າ ລາດບໍ່ພຽງແຕ່ຕອບສະໜອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂຶ້ນຂອງຜູ້ບໍລິໂພກເທົ່ານັ້ນ, ຫາກຍັງເຮັດໃຫ້ສວນປູກສະຕໍເບີຣີຂອງຕົນ ກາຍເປັນແຫຼ່ງ “ທ່ອງທ່ຽວກະສິກຳ” ທີ່ໂດດເດັ່ນອີກດ້ວຍ.
ທີ່ດ່າລາດ ມີພູມອາກາດທີ່ເຢັນ​ສະ​ບາຍຕະຫຼອດປີ, ເປັນບ່ອນທີ່ ເໝາະສົມໃຫ້ແກ່ການປູກ ແລະ ຂະຫຍາຍການ​ປູກສະຕໍເ​ບີຣີ​ທີ່​ສຸດ. ປະຈຸບັນ, ດ່າລາດ ມີເນື້ອທີ່ປູກ​ຫມາກສະຕໍເບີຣີ ປະມານ 350 ເຮັກ ຕາ, ທີ່ສຸມໃສ່​ປູກຢູ່ບ້ານ 7, ບ້ານ 9 ແລະ ບ້ານ 10 ຂອງນະຄອນ ດ່າລາດ. ຫມາກສະຕໍເບີຣີ​ມີ 4 ຊະນິດ​ທີ່ນິຍົມປູກກວ່າໝູ່ນັ້ນແມ່ນ:  ສະຕໍເ​ບີຣີ ຝຣັ່ງ, ສະຕໍເບີຣີ ອາເມລິກາ, ສະຕໍເບີຣີ ນິວ ຊີແລນ ແລະ ສະຕໍເບີຣີ ຍີ່ປຸ່ນ.

ການປູກສະຕໍເບີຣີຢູ່ດ່າລາດມີສອງວິທີ, ໃນນັ້ນ ວິທີປູກແບບປະ​ເພ​ນີ ແມ່ນປູກຢູ່ໄຕ້ດິນເພື່ອນຳໃຊ້ພູມອາກາດທຳມະຊາດ ແລະ ນຳໃຊ້ວິທີ ການບົວລະບັດຕາມມາດຕະຖານປອດສານພິດກໍ່ຍັງມີຊາວກະສິ ກອນຫຼາຍຄອບ​ຄົວນຳ​ໃຊ້. ວິທີການປູກດັ່ງກ່າວຊ່ວຍເຮັດໃຫ້ຕົ້ນ ສະຕໍເປີຣີເຕີບ​ໃຫຍ່ ແລະ ພັດທະນາຢ່າງແຂ​ງແຮງ, ຕາມທຳມະຊາດ ແລະ  ຍັງຮັກສາໄດ້ຄຸນນະພາບຂອງໝາກໄມ້, ແຕ່ແລ້ວນັບຕັ້ງແຕ່ມື້ ປູກເຖິງມື້ເກັບກ່ຽວແມ່ນ​ໃຊ້​ເວ​ລາດົນພໍ​ສົມ​ຄວນ. 

ປະຈຸບັນ, ດ່າລາດ ມີເນື້ອທີ່ປູກ ສະຕໍເ​ບີຣີ ປະມານ 350 ເຮັກຕາ, ສະຕໍເບີຣີ ​ລວມ​ມີ 4 ຊະນິດທີ່ນິຍົມປູກຫຼາຍກວ່າໝູ່ແມ່ນ:  ສະຕໍເບີຣີ ຝຣັ່ງ, ອາເມລິກາ,  ນິວຊີແລນ ແລະ ສະຕໍເບີຣີ ຍີ່ປຸ່ນ.


ວິທີການບົວລະບັດຕາມມາດຕະຖານປອດສານພິດ ຍັງ​ມີຫຼາຍຄອບ ຄົວປະຕິບັດ.


ຕົ້ນ ສະຕໍເບີຣີ ກຳລັງເກີດໝາກໃນສວນແຫ່ງຕ່າງໆຢູ່ ດ່າລາດ.
 

ສະຕໍເບີຣີ ເປັນໜຶ່ງໃນ​ຈຳ​ນວນຜະລິດຕະພັນກະສິກຳ ຕົ້ນຕໍ່ຂອງຊາວກະສິກອນຢູ່ ດ່າລາດ.


ໝາກ ສະຕໍເບີຣີ ທີ່ໄດ້ເກັບມາ ພາຍຫຼັງການບົວລະບັດມາເປັນ ເວລາປະມານ 4,5 ເຖິງ 5 ເດືອນ. 


ນັກທ່ອງທ່ຽວມາເຖິງດ່າລາດ​ທົດ​ຊອບ​ຕົວ​ຈິງ “ການທ່ອງທ່ຽວ
ກະສິກຳ” ໂດດ​ເດັ່ນ​ຂອງ​ທ້ອງ​ຖີ່ນ.



ໝາກ ສະຕໍເບີຣີ ສຸກນັກທ່ອງທ່ຽວໄດ້ເລືອກຊື້ຢູ່ ດ່າລາດ.


ານປູກ ສະຕໍເບີຣີ ຕາມມາດຕະຖານປອດສານພິດ ຊ່ວຍເຮັດໃຫ້ຕົ້ນ ສະຕໍເບີຣີ ​ເຕີບໃຫຍ່
ແລະ ພັດທະນາຢ່າງແຂງແຮງ, ທຳມະຊາດ ແຕ່ຍັງຄົງຮັກສາໄດ້ຄຸນນະພາບ​ດັ່ງ​ເດີ​ມຂອງໝາກໄມ້. 
ຕາມລຸງ ເຈີ່ນແອງເຊີນ, ເຈົ້າຂອງສວນປູກ ສະຕໍເ​ບີຣີ ແຄ້ງງອັກ (ບ້ານ 7) ໃຫ້ຮູ້ວ່າ ຕ້ອງເສຍເວລາປູກ ແລະ ບົວລະບັດ ສະຕໍເບີຣີ ປະມານ 4-5 ເດືອນຈຶ່ງອອກໝາກ. ໃນໄລ​ຍະບົວລະບັດ, ເຮົາຕ້ອງ ປະຕິບັດ ເຂັ້ມງວດ​ເລື່ອງການໃສ່ຝຸ່ນ, ນຳໃຊ້ຢາ​ກຳ​ຈັດ ແລະ ປ​້ອງກັນສັດຕູ ພືດໝາກ ສະຕໍເບີຣີ ຈຶ່ງບັນລຸໄດ້ມາດຕະຖານ, ຮັບປະກັນ ທາດບຳລຸງ ແລະ ສີສັນຂອງ​​ໝາກ, ລົດຊາດມີລັກສະນະສະເພາະ, ບໍ່ຄື​ກັນກັບ ບ່ອນອື່ນ.ສວນປູກ ສະຕໍເບີຣີ ຂອງລຸງ ເຊີນ ມີເນື້ອທີ່ 1 ເຮັກຕາ, ສ່ວນຫຼາຍ

ແມ່ນປູກ ສະຕໍເບີຣີ ອາເມລິກາ, ຝຣັ່ງ ແລະ ຍີ່ປຸ່ນ. ຜ່ານ 5 ເດືອນ​ບົວ​ລະ​ບັດ​ຮັກ​ສາ, ສວນສະຕໍເບີຣີຈະອອກໝາກຕະຫຼອດປີ. ລາຄາຂາຍ ຂຶ້ນໆ​ລົງໆລະ​ຫວ່າງ 80.000–120.000 ດົ່ງ/ກິໂລ, ປີ​ຫນຶ່ງລຸງເຊີນ​ມີລາຍຮັບປະມານ 200 ລ້ານດົ່ງຕໍ່ປີ.
 
ວິທີປູກ ສະຕໍເບີຣີ ໜຶ່ງອີກ​​ທີ່ກຳລັງ​ຈັດ​ຕັ້ງ​ປະ​ຕິ​ບັດແມ່ນນຳໃຊ້​ນ້ຳ ຕາມ ເຕັກນິກ​ການ​ປູກ​ພືດກະສິກຳເຕັກໂນໂລຊີສູງເຂົ້າໃນການຜະ ລິດ, ສະຕໍເບີຣີ ຈະປູກໃນຊາມທີ່ຕັ້ງເທິງຮ້ານສູງ ປະມານ 1 ແມັດ ປູກ​ໃນ ເຮືອນ​ຮົ່ມ​ຕາ​ຫນ່າງ ຫຼື ເຮືອນແກ້ວເພື່ອສະດວກໃນການບົດ ລະບັດ ແລະ ຮັກສາ. ວິທີປູກດັ່ງກ່າວຮຽກຮ້ອງຕ້ອງການທຶນ ແລະ ເສຍແຮງ​ງານໃນການບົວລະບັດຫຼາຍ, ແຕ່ແລ້ວ​ຈະ​ເຮັດ​ໃຫ້ໄລ​ຍະບົວລະບັດ ຈະໄດ້ຫນ້ອຍ​ລົງ ແລະ ຄຸນນະພາບຂອງໝາກ ສະຕໍເບີຣີ ກໍ່ດີກວ່າ ເມື່ອທຽບກັບການປູກໃສ່ດິນ, ເພາະສະນັ້ນ ລາຄາຂອງໝາກ ສະຕໍ ເບີຣີ ປະເພດນີ້ ກໍ່ສູງກວ່າ 4-5 ເທື່ອເມື່ອທຽບກັບ ສະຕໍເບີຣີ ທຳມະ ດາ. ນິຄົມ Bio Fresh (ບ້ານ 10), ສວນປູກໝາກ ສະຕໍເບີຣີ ຮຽບລຶກ (ບ້ານ 8), ສວນປູກສະຕໍເບີຣີ ຫງວຽນແທ່ງຈູງ (ບ້ານ 9)... ​ນຳ​ໃຊ້​ວິ​ທີ​ການ​ປູກ​ແບບ​ນ້ຳນີ້​ໄດ້​ຮັບປະສິດທິຜົນດີພໍສົມຄວນ.
 
ຫວ່າງມໍ່ໆ​ມານີ້, ​ມີນັກທ່ອງທ່ຽວຫຼາຍຄົນມາຢ້ຽມຢາມນະຄອນ ດ່າ ລາດ ກໍ່ໄດ້ມາທ່ຽວຫຼິ້ນ ແລະ ຊື້ໝາກ ສະຕໍເບີຣີ ຢູ່ໃນສວນ, ​ກຳ​ເນີດ​ເກີດຮູບແບບ​ການ “​ ທ່ອງທ່ຽວກະສິກຳ” ໂດດ​ເດັ່ນຂຶ້ນ​ໃນທ້ອງຖິ່ນ. ເມື່ອມາທີ່ນີ້, ນັກທ່ອງທ່ຽວຈະໄດ້ທ່ຽວຊົມ, ຖ່າຍຮູບ, ເກັບ ແລະ ຊື້ໝາກ ສະຕໍເ​ບີຣີ ເພື່ອເປັນຂອງຕ້ອນໃຫ້ແກ່ພໍ່ແມ່ພີ່ນ້ອງ​ຂອງ​ຕົນ.
 
ການຂຸດຄົ້ນຕົວແບບເຮັດກະສິກຳດ້ວຍເຕັກໂນໂລຊີສູງທີ່ນຳມາປະ ສິດທິ​ຜົນດ້ານເສດຖະກິດ ແລະ ພັດທະນາການທ່ອງທ່ຽວຄື​ດັ່ງປູກ ສະຕໍເບີຣີ ກຳລັງເປັນກຳ​ນົດ​ຫມາຍຂອງແຂວງ ເລີມດົ່ງ ເວົ້າລວມ ແລະ ໂດຍສະເພາະແມ່ນຂອງນະຄອນ ດ່າລາດ ໃນເວລາຈະມາ ເຖິງນີ້.


ໝາກສະຕໍເບີຣີ ດ່າລາດ ມີສີສັນ​ປະຈັກຕາ, ເນື້ອກອບ, ມີລົດສົ້ມ ຫວານ, ແລະ ພິເສດສະຕໍເບີຣີ ແຕ່ລະຊະນິດຈະມີກິ່ນຫອມສະ​ເພາະ, ມີທາດບຳລຸງຫຼາຍກວ່າໝາກໄມ້ຊະນິດອື່ນໆ. ສະຕໍເບີຣີ ດ່າລາດ ໄດ້ຮັບ​ຄວາມນິຍົມຊົມ​ຊອບ​ຈາກນະຄອນໃຫຍ່ຫຼາຍແຫ່ງຄື: ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ເກີນເທີ ແລະ ນະ​ຄອນອື່ນໆ.


ບົດ: ເຊີນເງ້ຍ - ພາບ: ດັ້ງກິມເຟືອງ

ບັນດາບົດທີ່ຖືກນຳສະເໜີ