30/12/2015 09:02 GMT+7 Email Print Like 0

ທຳນອງເພງຂອງ “ຟ້າແຖນ”

ການດຳລົງຊີວິດ, ວັດທະນະທຳ ແລະ ຄວາມເຊື່ອຖື ຂອງພີ່ ນ້ອງເຜົ່າໄທ,ໄຕ່, ນຸ່ງ ຢູ່ບັນດາແຂວງພູູູດອຍ ທາງພາກເໜືອ ຫວຽດນາມ, ການຮ້ອງເພງແຖນປຽບເໝືອນ ທຳນອງເພງ ຮ້ອງຂອງ “ເທວະດາ” ແມ່ນທຳນອງຂອງ “ຟ້າແຖນ” ມີຕົ້ນ ກຳເນີດເກີດມາຈາກຊີວິດການອອກແຮງງານຂອງເຂົາເຈົ້າ ແລະ ໄດ້ສະໜິດຕິດພັນກັບເຂົາເຈົ້ານັບຕັ້ງແຕ່ເວລາເກີດຈົນ ເຖິງເວລາສິ້ນລົມຫາຍໃຈ. ດ້ວຍເຫດນັ້ນ, ພວກເພິ່ນສາມາດ ຊອກເຫັນໄດ້ໃນບົດເພງແຖນມີຄຸນຄ່າ ດ້ານຊີວະທັດທີ່ມີລັກ ສະນະກວມລວມໂລກ.
ມີຊີວິດໄປຄຽງຄູ່ກັບເພງແຖນ, ຕາຍໄປກໍ່ໄປກັບແຖນຂຶ້ນ ເທິງຟ້າ
ຕາມທັດສະນະຂອງເຜົ່າຜູ້ໄທ,ໄຕ່, ນຸ່ງ, ແຖນມີຄວາມໝາຍວ່າ “ຟ້າ”. ຂັບເພງແຖນໃນພິທີບູຊາແຖນແມ່ນຮູບການໜຶ່ງຂອງ ການບັນເລງດົນຕີພື້ນເມືອງສະແດງເຖິງຄວາມເຊື່ອຖື, ໂດຍມີ ເນື້ອໃນທົບທວນຄືນຂະບວນການຂອງມະນຸດຂຶ້ນເທິງຟ້າ ເພື່ອ ຂໍພະເຈົ້າໂປດປະທານໃຫ້ມີຄວາມໂຊກລາບ ແລະ ໄດ້ຢູ່ເຢັນເປັນສຸກ.

ອີງຕາມນັກຄົ້ນຄວ້າດົນຕີພື້ນເມືອງ, ການຂັບເພງແຖນ ທັງເປັນການດຳເນີນຊີວິດວັດທະນະທຳຄວາມເຊື່ອຖື, ແນວຄິດຈິດໃຈ ທັງເປັນຮູບແບບດົນຕີພື້ນເມືອງປະເພດໜຶ່ງ. ລະບົບເພງແຖນທັງໝົດ ປະກອບດ້ວຍກາບກອນກະວີປະມານ 4000 ກອນ, ມີເນື້ອໃນສ່ອງແສງ ເຖິງຊີວິດປະຈຳວັນນັບແຕ່ ການຫາລ້ຽງຊີບ, ວຽກບ້ານການເຮືອນ, ສັດສາວາສິ່ງຈົນຮອດ ເລື່ອງຄວາມຮັກ, ງານສູ່ຂໍ… ພິທີບູຊາແຖນແມ່ນການສະແດງ ສິລະປະທີ່ດຶງດູດໃຈ, ສາມາດເຮັດໃຫ້ຜູ້ຄົນຈົມຢູ່ໃນໂລກແຫ່ງ ຄວາມເປັນຈິງ. ເພາະສະນັ້ນ, ເມື່ອຄົ້ນຄວ້າລົງເລິກພິທີບູຊາ ແຖນປະເພນີ, ເຂົາເຈົ້າສາມາດເຫັນແຈ້ງເຖິງໂລກະທັດ, ຊີວະ ທັດ ກໍຄືຕົ້ນສະບັບວັດທະນະທຳຂອງພີ່ນ້ອງເຜົ່າຜູ້ໄທ, ໄຕ່, ນຸ່ງ.

ເພື່ອເຮັດໃຫ້ຄວາມຮູ້ກວ່າກ່ຽວກັບສິລະປະການຂັບເພງແຖນ ໄດ້ຢ່າງເລິກເຊິ່ງ, ພວກຂ້າພະເຈົ້າໄດ້ຜ່ານຜ່າໄລຍະທາງຫລາຍ ກວ່າ 300 ກິໂລແມັດຂຶ້ນໄປເຖິງເຂດພູດອຍ ເມືອງຈຽມຮວ້າ ແຂວງ ຕວຽນກວາງ, ຊຶ່ງເປັນເຂດດິນແດນ ທີ່ຖືກຖືວ່າເປັນບ່ອນ ກຳເນີດຂອງທຳນອງເພງແຖນທີ່ໂດດເດັ່ນ ແລະ ດຶງດູດໃຈຂອງ ຊົນເຜົ່າໄຕ່.


ໝໍພອນກາວຊຽມ, ຜູ້ເປັນໝໍພອນຊື່ດັງຢູ່ເມືອງ ຈຽມຮວາ, ແຂວງ ຕວຽນກວາງ ກຳລັງປະຕິບັດພິທີໄຫວ້ແຖນໃຫ້ແກ່ຄອບຄົວຊົນເຜົ່າໄຕ່. 
 





ຕາມທັດສະນະຂອງເຜົ່າຜູ້ໄທ, ໄຕ່, ໄທ, ພິທີບູຊາແຖນແມ່ນຮູບການໜ່ຶງຂອງການບັນເລງດົນຕີພື້ນເມືອງ ສະແດງຄວາມເຊື່ອຖື
ໂດຍມີເນື້ອໃນເລົ່າຄືນເຖິງ ຂະບວນການເດີນທາງ ຂອງມະ ນຸດຂຶ້ນໄປຫາທ້ອງຟ້າ
ເພື່ອພາວະນາໃຫ້ມີຄວາມໂຊກໄຊ ແລະ ຢູ່ເຢັນເປັນສຸກ.

 
ທີ່ເຮືອນຂອງອ້າຍ ນົງວັນເສບ ບ້ານຮ່າທອຍ, ພວກຂ້າພະເຈົ້າ ໄດ້ເຂົ້າຮ່ວມພິທີການສູ່ຂວັນຊຶ່ງແມ່ນພິທີອາທິຖານຂໍໃຫ້ສຸຂະພາບ, ອາຍຸຍືນຍາວໃຫ້ຜູ້ເປັນພ່ໍ ແລະ ແມ່ຕາມຮີດຄອງປະເພ ນີເກົ່າແກ່ຂອງຊົນເຜົ່າໄຕ່. ພິທີຈັດຂຶ້ນໂດຍໝໍພອນກາວຊຽມ, ໝໍພອນທີ່ມີຊື່ດັງໃນເຂດດັ່ງກ່າວ. ສຳລັບຊົນເຜົ່າໄຕ່ແລ້ວ, ຜູ້ທີ່ເປັນເຈົ້າການຈັດພິທີໄຫວ້ແຖນເອີ້ນວ່າທ້າວແຖນ ແລະ ນາງແຖນ. ເຂົາເຈົ້າແມ່ນ “ຟ້າແຖນ” ແຕ່ງລົງມາ, ເປັນຄົນກາງ, ເປັນຂົວຕ່ໍ, ເຮັດບົດບາດ ເປັນຜູ້ເຊື່ອມຕໍ່ລະຫວ່າງມະນຸດ ກັບວິນຍານເທວະດາຟ້າແຖນ.

ຖືກຕາມດັ່ງ ທີ່ກ່ອນຫນ້ານີ້ພວກຂ້າພະເຈົ້າໄດ້ຮັບຟັງ ກ່ຽວກັບ ພິທີບູຊາແຖນຂອງຊົນເຜົ່າໄຕ່. ມື້ຈັດພິທີສູ່ຂວັນ ທີ່ເຮືອນອ້າຍ ນົງວັນເສບ ມີຄົນຫລາຍ ຄຶກຄຶ້ນຄືດັ່ງວັນບຸນຂອງບ້ານ. ທຸກຄົນ ໃນໝູ່ບ້ານແຫ່ກັນມານັ່ງປຸ້ມກັນແຫນ້ນຫນາທັງທາງໃນ ແລະ ທາງນອກເຮືອນ ກວ້າງ 5 ຫ້ອງ.

ໃນຊຸດໝໍພອນເສື້ອ, ຫມວກສີແດງ ມືຈັບພິນ “ຕິ໋ງ” ຫມໍພອນ ກາວຊຽມໄດ້ເລີ່ມຕົ້ນພິທີສູ່ຂວັນດ້ວຍທຳນອງເພງ ແຖນເກົ່າ ແກ່. ທ່າມກາງຄວັນຂອງທູບ, ສຽງຂັບ, ສຽງພິນ ຂອງໝໍພອນໄດ້ ດຶງດູດໃຈທຸກຄົນເຂົ້າສູ່ໂລກທີ່ເລິກລັບມະຫັດສະຈັນ, ແຕກຕ່າງ ກັບໂລກມະນຸດຢ່າງຂາດຂັ້ນ, ຢູ່ທີ່ນັ້ນລູກຫຼານກຳລັງຂະບວນ ການເດີນຕາມເສັ້ນທາງ ອັນຍາວໄກໄປຫາພະຍາແຖນ, ເພື່ອ ຂໍໃຫ້ແຖນຈົ່ງໂປດປະທານຄວາມຢູ່ດີມີແຮງ, ອາຍຸຫມັ້ນຂວັນ ຍືນໃຫ້ແກ່ພ່ໍແມ່. 

ຕາມໝໍພອນ ກາວຊຽມ, ຊົນເຜົ່າໄຕ່ໄດ້ຖືກອນເພງແຖນ ເຫນືອນດ່ັງບໍ່ເກີດແຫລ່ງວັດທະນະທຳຕົນ, ຍ້ອນແນວນັ້ນ, ເຂົາເຈົ້າຝາກໄວ້ໃນເນື້ອກອນເພງແຖນທຸກຄວາມນຶກຄິດຈິດ ໃຈທີ່ກ່ຽວພັນເຖິງຊີວິດຄື: ການຕ່ໍສູ້ເພື່ອຄວາມຄົງຕົວ, ແນວ ຄິດຈິດໃຈໃນສ່ວນເລິກຂອງຫົວໃຈ, ຄວາມຫວັງ, ຄວາມປາຖະ ໜາ,  ພະລັງຈິດ, ຄວາມເຊື່ອຫມັ້ນ…

ເພາະສະນັ້ນ, ກອນແຖນໄດ້ກາຍເປັນກຳລັງໃຈຊ່ວຍຜູ້ຄົນຜ່ານພົ້ນທຸກຄວາມຫຍຸ້ງຍາກ, ພະຍາດໂລຄາ… ສ້າງສາຊີວິດ ການເປັນຢູູ່ທີ່ໜັກແໜ້ນ. ຍ້ອນແນວນັ້ນ ສຳລັບຊົນເຜົ່າໄຕ່ ແລ້ວ, ທຳນອງເພງແຖນໄດ້ສະໜິດຕິດພັນກັບເຂົາເຈົ້ານັບຕັ້ງ ແຕ່ມື້ເກີດຈົນຮອດມື້ຕາຍ.

ຕາມບັນດານັກຄົ້ນຄວ້າແລ້ວ, ເນື່ອງຈາກວ່າມັນໄດ້ກຳເນີດ ເກີດຂຶ້ນຈາກການດຳລົງຊີວິດ, ການອອກແຮງງານ, ສະນັ້ນ, ເພງແຖນປະກອບດ້ວຍຄຸນຄ່າທາງວັດທະນະທຳອັນ ເປັນມູນເຊື້ອ ມາແຕ່ດົນນານ ມີລັກສະນະເພື່ອມະນຸດສາດຢ່າງເລິກເຊິ່ງຂອງ ຊົນເຜົ່າໄຕ່. ເພງແຖນບ່ໍພຽງແຕ່ແກ້ໄຂບັນຫາຕ່າງໆ ໃນການເຊື່ອຖືທາງໃຈ, ຫາກຍັງລະບຸຄຳສິດສອນຕັກເຕືອນຜູ້ຄົນ; ສັນລະເສີນ ຄຸນສົມບັດ; ສ່ອງແສງ, ທັງຕຳນິຕີຕຽນນິໄສບໍ່ດີ, ສະແດງໃຫ້ເຫັນຄວາມຮັກຂອງບ່າວສາວ ຄວາມຮັກຫອມທຳມະ ຊາດ, ຮັກປະເທດຊາດ… ສະນັ້ນ, ແຖນເປັນວິຊາສິລະປະປະ ເພດໜຶ່ງທີ່ກວມລວມເອົາທັງບົດກະວີ, ດົນຕີ, ການຟ້ອນລຳ… ເຂົ້າໃນນັ້ນ... ມັນປຸກລະດົມຈິດໃຈອັນງົດງາມ, ສົ່ງເສີມຄຸນຄ່າ ອັນສູງສົ່ງຂອງມະນຸສາດ. ດ້ວຍຄຸນຄ່າທາງວັດທະນະທຳອັນ ເປັນເອກະລັກດັ່ງກ່າວ, ພິທີການຂັບເພງແຖນຂອງຊົນເຜົ່າໄຕ່ ແຂວງຕວຽນກວາງຖືກຮັບຮອງເປັນ ມໍລະດົກວັດທະນະທຳອະ ຕົວຕົນໂຕລະດັບຊາດ.


ການຂັບແຖນໃນຊີວິດຍຸກປັດຈຸບັນ
ຕາມໝໍພອນ ກາວຊຽມ ໃຫ້ຊາບວ່າ, ປັດຈຸບັນ, ຄຽງຄູ່ກັບປະ ເພດຂັບເພງແຖນຕາມລະບົບບົດແຖນເກົ່າເຮັດພິທີບູຊານັ້ນ, ປະຈຸບັນໄດ້ປາກົດກອນເພງແຖນປະເພດໃໝ່ ທີ່ມີເນື້ອຮ້ອງ ດັດແປງໃໝ່ໂດຍອີງໃສ່ສຳນຽງສຽງດົນຕີຂອງເພງແຖນເກົ່າ. ກອນເພງແຖນໃໝ່ຕ່າງໆເຫຼົ່ານີ້ໄດ້ຄ່ອຍໆ ໄກຈາກການເປັນ ເພງແຖນເກົ່າ, ກາຍເປັນເພງໃນຮູບແບບເອກະລາດໜຶ່ງ ຕ່າງຫາກ ເຊິ່ງໄດ້ຮັບການສະແດງອອກສູ່ສາທາລະນະ. ນີ້ຖືວ່າເປັນການພັດທະນາ ແລະ ກໍ່ເປັນການປະຍຸກທີ່ ຄ່ອງແຄ່ວຂອງວົງຄະນາຍາດຊົນເຜົ່າໄຕ່, ພ້ອມທັງເປັນການປ່ຽນແປງຢ່າງພາວະວິໄສ ໃນການພັດທະນາ ແລະ ອານູລັກຮັກສາວັດທະນະທຳທີ່ ເປັນມູນເຊື້ອຂອງພີ່ນ້ອງຊົນເຜົ່າໃນໄລຍະປັດຈຸບັນ.

ເພື່ອຊອກຮູ້ເພີ່ມຕື່ມກ່ຽວກັບບັນຫາດັ່ງກ່າວ, ພວກຂ້າພະເຈົ້າ ໄດ້ໄປຫານັກສິລະປິນ ຮ່າຖ໋ວນ ຢູ່ຕາແສງ ເຕີນອານ, ເມືອງ ຈຽມຮວາ. ລາວເປັນຊົນເຜົ່າໄຕ່ຜູ້ທຳອິດທີ່ໄດ້ຮັບການ ປະດັບນາມມະຍົດເປັນນັກສິລະປິນພື້ນເມືອງເນື່ອງຈາກວ່າລາວໄດ້ມີການປະກອບສ່ວນອັນໃຫຍ່ຫຼວງໃນການຫັນທຳນອງ ກອນ ເພງແຖນໃຫ້ມີລັກສະນະສັງຄົມ.

ນອກຈາກການຈົດກ່າຍ, ສະສົມທຳນອງເພງແຖນເກົ່າຈາກຄົນລຸ້ນຜູ້ເຖົ້າຜູ້ແກ່ພາຍໃນບ້ານແລ້ວ, ທ່ານຍັງປະດິດຄິດແຕ່ງ ບົດໃຫມ່ອີກປະມານ 40 ກວ່າບົດທີ່ທັງຕິດພັນທັງອາບເອ້ໄປ ດ້ວຍລົມຫາຍໃຈຊີວິດຂອງປະຊາຊົນ. ຫ້ອງຮຽນສິດສອນເພງແຖນຊຸດຕ່າງໆທີ່ບໍ່ເສຍຄ່າຢູ່ກັບເຮືອນຮ້ານຂອງທ່ານເອງ ເປັນພື້ນຖານຂອງການກຳເນີດຂອງສະໂມສອນຂັບເພງແຖນ ຂອງມວນຊົນ ທັງຢູ່ພາຍໃນ ແລະ ນອກເມືອງຈຽມຮວ້າໃນທຸກວັນນີ້.

ອ້າຍ ມາວັນດວ່ານ, ຫົວໜ້າສະໂມສອນເພງແຖນ ຕາແສງ ເຕີນອານໃຫ້ຊາບວ່າ, ສະໂມສອນໄດ້ເກີດຂຶ້ນກ່ອນນີ້ 20 ກວ່າປີ. ມາຮອດປັດຈຸບັນ, ສະໂມສອນມີສະມາຊິກຈຳນວນ 40-50 ຄົນເຂົ້າຮ່ວມເປັນປະຈຳ. ສະມາຊິກມີຄົບທຸກເພດໄວ  ຄົນແກ່, ຊາວຫນຸ່ມ, ເດັກນ້ອຍໃນເກນອາຍຸແຕ່ 5 ເຖິງ 85 ປີ.


ທັງລູກສາວສີ່ຄົນ ແລະ ບັນດາຫຼານສາວໃນຄອບຄົວຂອງສິລະປິນ ຮ່າຖ໋ວນລ້ວນແຕ່ມີຊື່ລືສຽງກ່ຽວກັບການຮ້ອງເພງແຖນ.


ບັນດາສະມາຊິກໃນສະໂມສອນເຕີນອານ ກຳລັງຝຶກຈັງຫວະຟ້ອນປະກອບໃຫ້ແກ່ບົດເພງແຖນທີ່ມີເນື້ອໃໝ່.


ແມ່ເຖົ້າ ຮ່າທິຈິ໊ງ (ບ້ານອານຖິ້ງ, ຕາແສງເຕີນອານ) ກຳລັງຖ່າຍທອດການຮ້ອງເພງແຖນ
ໃຫ້ແກ່ສະມາຊິກໃນເກນອາຍຸນ້ອຍສຸດໃນສະໂມສອນຮ້ອງເພງເຕີນອານ. 

 

ຊົ່ວໂມງດຳເນີນຊີວິດຂອງສະໂມສອນຮ້ອງເພງແຖນຕາແສງ ເຕີນອານ, ເມືອງຈຽມຮວາ. 
 



ພິນ “ຕິ໋ງ” ແມ່ນເຄື່ອງດົນຕີພື້ນເມືອງປະເພດໜຶ່ງທີ່ບໍ່ອາດຂາດໄປໄດ້ໃນສິລະປະເພງແຖນ. 


ຍ້ອນມີການຖ່າຍທອດ, ໂຄສະນາເຜີຍແຜ່ຈາກບັນດາສະໂມສອນ ແລະ ໂຮງຮຽນ ດັ່ງນັ້ນສິລະປະຮ້ອງເພງແຖນ
ໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາຢ່າງແຂງແຮງໃນຊີວິດຂອງພໍ່ແມ່ພີ່ນ້ອງຊົນເຜົ່າໄຕ່, ນຸ່ງ, ຜຸ້ໄທ. 





ຄວາມຍຶນຍົງຂອງເພງແຖນບ່ໍພຽງແຕ່ສະແດງໃນສະໂມສອນ ຕ່າງໆ ພາຍໃນຊຸມຊົນເທົ່ານັ້ນ ຫາກຍັງຄ່ອຍໆພັດທະນາອອກສູ່ ໂຮງຮຽນ. ນາຍຄູ ມາວັນດຶກ, ຄູສອນ ຢູ່ໂຮງຮຽນມັດທະຍົມ ຕອນຕົ້ນ ເຕີນອານ(ຕາແສງເຕີນອານ ເມືອງຈຽມຮວາ)ເລົ່າ ສູ່ຟັງວ່າ, ທາງໂຮງຮຽນກໍມີສະໂມສອນເພງແຖນ ແລະ ກໍ່ສາ ມາດຍາດມາໄດ້ຫລາຍຜົນງານດີເດັ່ນໃນງານປະກວດຮ້ອງ ເພງແຖນຂັ້ນເມືອງ ແລະ ຂັ້ນແຂວງ. ຍິ່ງກວ່ານັ້ນ, ການຮຽນຮູ້ ທຳນອງເພງແຖນຈະຊ່ວຍໃຫ້ນັກຮຽນມີຄວາມເຂົ້າໃຈ ແລະ ຮັກ ຫອມພື້ນຖານວັດທະນະທຳອັນເປັນມູນເຊື້ອຂອງບ້ານເກີດເມືອງນອນຍິ່ງໆຂຶ້ນ.

ຕາມສະຖິຕິຂອງພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ຕວຽນກວາງ, ປັດຈຸບັນຢູ່ ແຂວງມີສະໂມສອນເພງແຖນ-ພິນ “ຕິ໋ງ” ປະມານ 60 ແຫ່ງໃນພື້ນທີ່ຂອງຕາແສງໃນຈຳນວນ 46 ຕາແສງ, ຄຸ້ມບ້ານ,  ຊຸມຊົນ, ມີນັກສິລະປິນຂັບເພງແຖນ 54 ຄົນ, ໝໍພອນໝໍລຳ 15 ຄົນ ໂດຍເຕົ້າໂຮມຫຼາຍແມ່ນຢູ່ເມືອງ ຈຽມຮວາ, ເລີມບິງ ແລະ ນາຮາງ, ເຊີນເຢືອງ.

ໃນຊຸມມື້ສຸດທ້າຍຂອງການເດີນທາງຊອກຄົ້ນເພງແຖນ, ພວກຂ້າພະເຈົ້າໂຊກດີທີ່ໄດ້ເຂົ້າຮ່ວມງານມະໂຫລານສິລະປະເພງແຖນ-ພິນ“ຕິ໋ງ” ຂອງຊົນເຜົ່າໄຕ່, ນຸ່ງ, ຜູ້ໄທຄັ້ງທີ 5-ປີ 2015 ທີ່ນະຄອນ ຕວຽນກວາງ ໂດຍການເຂົ້າຮ່ວມຂອງບັນດາແຂວງ ແລະ ນະຄອນ 14 ແຫ່ງ ຂອງເຂດພູດອຍພາກເໜືອຫວຽດນາມ.

ເນື່ອງໃນໂອກາດສະຫລອງ, ພີ່ນ້ອງຊົນເຜົ່າຜູ້ໄທ,ໄຕ່, ນຸ່ງຢູ່ ທົ່ວທຸກແຂວງ ແລະ ນະຄອນເຂດພູດອຍພາກເໜືອໄດ້ນຳສະເໜີທຳນອງເພງກໍຄືການສະແດງໃນພິທີການຕ່າງໆ ອັນໂດດເດັ່ນທີ່ສຸດຂອງຊົນເຜົ່າ ແລະ ທ້ອງຖິ່ນຕົນ.  ຜ່ານການສະແດງ ດັ່ງກ່າວ, ຜູ້ຊົມມີໂອກາດໄດ້ສຳຜັດກັບ ຄວາມເປັນເອກະລັກ ແລະ ຫຼາກຫຼາຍສີສັນຂອງສິລະປະເພງ ແຖນຈາກຫຼາຍເຂດແຄວ້ນ. ເຊັ່ນວ່າ, ເພງແຖນຂອງເຂດ ກາວບັ່ງ ມີຈັງຫວະຂຶ້ນໆລົງໆ ສຸດຊຶ້ງຕືງໃຈ, ເພງແຖນ ລ້າງເຊີນ ມ່ວນຊື່ນລື່ນເລີງ, ເພງແຖນ ຕວຽນກວາງ ຄຶກຄຶ້ນຊື່ນໃຈ, ເພງແຖນ ຮ່າຢາງ ບາດຂຶ້ນບາດລົງຫນ້າຊັກຊວນໃຈ, ເພງແຖນ ບັກກ້ານ ພັດເບົາໆ ຄ່ອຍເປັນຄ່ອຍ ໄປ ດັ່ງກັບການລົມເລື່ອງໃນໃຈ…


“ງານມະໂຫລານສິ ລະປະເພງແຖນ-ພິນ“ຕິ໋ງ” ຄັ້ງທີ 5-ປີ 2015” ໄດ້ເຮັດໃຫ້ບັນດາທ່ານຜູ້ຊົມຄົ້ນພົບສິ່ງແປກໃໝ່
ກ່ຽວກັບສິລະປະຮ້ອງເພງແຖນ-ພິນ“ຕິ໋ງ” ຂອງຊົນເຜົ່າເຂດພູດອຍພາກເໜືອ. 



ໝໍພອນອາຍຸໜຸ່ມຄົນໜຶ່ງເຂົ້າຮ່ວມ “ງານມະໂຫລານສິລະປະ ເພງແຖນ-ພິນ“ຕິ໋ງ” ຄັ້ງທີ 5-ປີ 2015”. 


ຟື້ນຟູ ພິທີຮ້ອງເພງແຖນຄືນໃໝ່ທີ່ງານມະໂຫລານ. 
 
ອາດເວົ້າໄດ້ວ່າ, ຕວຽນກວາງ-ທ້ອງຖິ່ນທີ່ເປັນບ່ອນເກີດຂອງ ທຳນອງເພງ “ເທວະດາ”, ບ່ອນທີ່ເພງແຖນສະໜິດຕິດພັນກັບຊີວິດຂອງມະນຸດ, ດັ່ງກັບຄຳເວົ້າຂອງ ພ່ໍເຖົ້າສິລະປິນ ຮ່າຖ໋ວນ ວ່າ: “ຊີວິດທີ່ບ່ໍຮູ້ເພງແຖນເໝືອນກັບນົກບ່ໍຮູ້ຮ້ອງ, ເຫນືອນຕົ້ນໄມ້ບ່ໍ ມີດອກບໍ່ມີໃບ, ເຫນືອນປາບ່ໍມີຫວ້ຍ, ບໍມີແມ່ນ້ຳ… ເພງ ແຖນ ແມ່ນຂົວເຊື່ອມຕ່ໍລະຫວ່າງໂລກແຫ່ງຄວາມເຊື່ອຖື ກັບ ມະນຸດ, ລະຫວ່າງທ້ອງຟ້າສູງ ກັບການມີຊີວິດຂອງ ມວນມະນຸດເທິງໜ່ວຍໂລກ. ນັ້ນຄືສາຍຜູກສາຍພັນຜູກມັດທຸກໆຄົນເຂົ້າກັນເພື່ອ ພ້ອມກັນສ້າງຊີວິດອັນມ່ວນຊື່ນສະຫງົບສຸກ, ອະນຸລັກຮີດບ້ານຄອງເມືອງໃຫ້ໝັ້ນຄົງ”.

ດ້ວຍຄຸນຄ່າມະນຸດສາດອັນເລິກເຊິ່ງ, ເພງແຖນໄດ້ ຂ້າມອອກ ຈາກຂອບເຂດຂອງໝູ່ບ້ານກາຍເປັນ ມໍລະດົກວັດທະນະທຳ ຂອງຊາດ ແລະ ໄກກວ່ານັ້ນ ແມ່ນຂອງມະນຸດ. ທັງນີ້ກໍເນື່ອງ ຈາກວ່າຄຸນຄ່າຊີວະທັດ ອັນສູງສົ່ງທີ່ຊ້ອນແຝງໄວ້ໃນທຳນອງ ເພງແຖນແມ່ນຈຸດໝາຍທີ່ມະນຸດພວມເອື້ອມເຖິງ.


ເພື່ອເປັນການຢັ້ງຢືນ ແລະ  ເຊີດຊູຄຸນຄ່າມໍລະດົກເພງແຖນ ຂອງພີ່ນ້ອງຊົນເຜົ່າຜູ້ໄທ, ໄຕ່, ນຸ່ງ, ວັນທີ 12/8/2015 ກະຊວງ  ວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມໄດ້ ປະກາດ ໃຊ້ຂໍ້ຕົກລົງອະນຸມັດຜ່ານ ແຜນແມ່ບົດ ໃນການສ້າງ ສຳນວນ ຄັດເລືອກລະດັບຊາດກ່ຽວກັບ  “ເພງແຖນໄຕ່, ນຸ່ງ, ຜູ້ໄທ” ເພື່ອສະເໜີຫາຢູແນັສໂກ (UNESCO)  ນຳເຂົ້າໃນບັນຊີ ມໍລະ ດົກວັດທະນະທຳອະຕົວຕົນເປັນຕົວແທນຂອງມະນຸດ.
ບົດ: ຖາວວີ - ພາບ: ຈິ້ງວັນໂບ້
ບັນດາບົດທີ່ຖືກນຳສະເໜີ