05/08/2018 19:41 GMT+7 Email Print Like 0

ທະຫານເສຍອົງຄະ ເລີມວັນບ່າງ ແລະ ຫໍພິພິທະພັນ ສະໄໝສົງຄາມ

ກັບຄືນບ້ານເກີດ ຫຼັງສົມຄາມ ກັບບັນດາຮອຍແຜ ທີ່ຍັງ ຄົງຕົວ ຢູ່ເທິງຮ່າງກາຍ ແຕ່ຍ້ອນເຫັນໄດ້ ຄວາມຮັບຜິດຊອບ ຂອງຕົນ ເອງ ກັບເພື່ອນຮ່ວມກົມກອງ ໄດ້ເຮັດໃຫ້ທ່ານ ເລີມວັນບ່າງ ທະ ຫານເສຍອົງຄະ ຊັ້ນອັນດັບ ¼ ໄດ້ກໍ່ຕັ້ງ ຫໍພິພິດທະພັນເອກະຊົນ ແຫ່ງທຳອິດ ຢູ່ ຫວຽດນາມ ທີ່ໃສ່ຊື່ “ຫໍພິພິທະພັນ ບັນດານັກຮົບປະຕິວັດ ທີ່ຖືກສັດຕູຈັບ ແລະ ໃສ່ຄຸກ”.
ການກຳເນີດ ຂອງຫໍພິພິດທະພັນ ບັນດາ ວັດຖຸລະນຶກຈາກ ສະໄໝສົງຄາມ

ວັນທີ 11 ຕຸລາ 2006, “ຫໍພິພິທະພັນ ບັນດານັກຮົບປະຕິວັດ ທີ່ຖືກສັດຕູຈັບ ແລະ ໃສ່ຄຸກ” ໄດ້ ແຂວງ ຮ່າໄຕເກົ່າ (ປັດຈຸບັນ ແມ່ນ ຮ່າໂນ້ຍ) ໃຫ້ອະນຸຍາດ ຈັດຕັ້ງຂຶ້ນ ແລະ ໄດ້ກາຍເປັນ ຫໍພິພິທະພັນແຫ່ງທຳອິດ ຢູ່ ຫວຽດນາມ ທີ່ໄດ້ຮັບຮອງ. ນີ້ກໍເປັນ ສະຖານທີ່ນຳໜ້າ ໃຫ້ແກ່ຂະບວນການສົ່ງເສີມຕົວແບບ “ຫັນເປັນ ສັງຄົມ” ວຽກງານ “ຕອບບຸນແທນຄຸນ” ຂອງພັກ ແລະ ລັດ ຫວຽດນາມ.

ປີ 1985, ຂະນະທີ່ກຳລັງຮັກສາຖານະເປັນຫົວໜ້າເຂດ ທາງ ຫຼວງເລກ 1, ຮັບຜິດຊອບການສ້ອມແປງ ຂົວແຢ໊ (ແຂວງຮ່າໄຕ ເກົ່າ), ທ່ານ ບ່າງ ພ້ອມກັບບັນດາ ກຳມະກອນ ຂອງຕົນພົບເຫັນ ລະເບີດໜ່ວຍໜ່ຶງ ໜັກເປັນຫຼາຍໂຕນ ຕັ້ງຢູ່ຕີນຂົວ. 

ຫຼັງຈາກຕັກ ແລະ ຖອນທາດລະເບີດອອກ, ຖ່ານ ບ່າງ ໃຫ້ສ້າງ ພື້ນອັນໜຶ່ງ ຢູ່ຕໍ່ໜ້າຕີນຂົວແລ້ວ ຕັ້ງ ໜ່ວຍລະເບີດ ຢູ່ເທິງ. ການ ວາງສະແດງລະເບີດໜ່ວຍນີ້ ໄດ້ດຶງດູດ ຄວາມສົນໃຈ ຂອງປະ ຊາຊົນໂດຍທັນທີ ແລະ ເນື່ອງຈາກ ຂໍ້ບັງເອີນນີ້ ໄດ້ເປັນສິ່ງຊຸກຍູ້ ເພິ່ນກໍ່ຕັ້ງ ຫໍພິພິທະພັນ ບັນດາວັດຖຸລະນຶກ ແຕ່ສະໄໝສົງຄາມ.



ທ່ານ ເລີມວັນບ່າງ ເປັນໜຶ່ງໃນ 70  ຄົນ ທີ່ເປັນຕົວແບບ ໄດ້ຮັບ ສັນລະເສີນ ໃນພິທີສະເຫຼີມສະຫຼອງ 70 ປີ ວັນ ປະທານ ໂຮ່ຈີມິນ
ອອກຄຳຮຽກຮ້ອງ ແຂ່ງຂັນຮັກຊາດ”, ເດືອນ ມິຖຸນາ ປີ 2018.



ທ່ານ ຮວ່າງຈຸງຫາຍ (ຜູ້ທຳອິດເບື້ອງຂວາ), ເລຂາ ຄະນະພັກ ນະ ຄອນ ຮ່າໂນ້ຍ ມອບຂອງຂວັນ ແລະ ໃບຍ້ອງຍໍ
ໃຫ້ແກ່ ຜູ້ຕາງໜ້າ ຫໍໍພິພິທະພັນ. ພາບ: ເອກະສານ 



ທ່ານ ເລີມວັນບ່າງ (ຜູ້ທີສາມຈາກຂວາ) ໃນ ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງຫໍພິພິທະພັນ ຄົບຮອບ 10 ປີ
ແລະ ຕ້ອນຮັບຫຼຽນໄຊ ແຮງງານຊັ້ນສາມ ໂດຍລັດ ມອບໃຫ້ປີ 2016. ພາບ: ເອກະສານ



ທ່ານ ເລີມວັນບ່າງ (ເສື້ອຂາວ) ຕ້ອນຮັບຄະນະ ຖ່າຍທຳຮູບເງົາ ຈາກ ສ ອາເມລິກາ, ເດືອນ ມິຖຸນາ 2018. 


ໃນຊ່ວງເວລາ ໄປຊອກຫາວັດຖຸລະນຶກ ເພື່ອສະສົມໃຫ້ແກ່ ຫໍພິພິ ທະພັນ, ທ່ານ ບ່າງ ໄດ້ເດີນທາງ ໄປເຖິງຄຸກ,
ປ່າຊ້າ ນັກຮົບທີ່ ເສ ສະຫຼະຊີວິດ ເພື່ອຊາດ ໃນທົ່ວປະເທດ. ພາບ: ເອກະສານ

ຫວນຄິດເຖິງ ຊ່ວງເວລາຕັດສິນໃຈ ກໍ່ຕັ້ງ ຫໍພິພິດທະພັນນີ້ຂຶ້ນ, ທ່ານ ບ່າງໄດ້ເວົ້າວ່າ: “ເມື່ອຖືກບາດເຈັບ ແລະ ກັກຂັງ ຢູ່ຄຸກ ບຽນຮ່ວາ, ຂ້າພະເຈົ້າໄດ້ຮັບຄວາມເບິ່ງແຍງດູແລ ຈາກ ເພື່ອນ ຮ່ວມຮົບ ເຖິງວ່າ ໃນຂະນະນັ້ນ ເຂົາເຈົ້າຮູ້ດີວ່າ ຈະຖືກ ທຸບຕີ ຢ່າງໂຫດຮ້າຍສາມານ ຍ້ອນການກະທຳນີ້. ຫຼັງສົມຄາມ, ຫຼາຍ ຄົນບໍ່ມີຊີວິດອີກແລ້ວ ແລະ ສິ່ງເຫຼົ່ານັ້ນ ໄດ້ກາຍເປັນ ເຫດຜົນ ເລັ່ງລັດຂ້າພະເຈົ້າ ໄປຊອກຫາ ວັດຖຸລະນຶກຕ່າງໆ ແຕ່ປາງສົງ ຄາມ ເພື່ອການ ອະນຸລັກຮັກສາ ແລະ ກໍຖືວ່າ ເປັນການ ສະແດງ ຄວາມເຄົາລົບນັບຖື ຕ່ໍບັນດາເພື່ອນ ຮ່ວມກົມກອງນັ້ນ”.

“ຫິ້ວຖົງເປ້ຂຶ້ນ ແລະ ເລີ່ມເດີນທາງ” ເປັນຄຳຂວັນ ທີ່ໄດ້ ນິຍົມ ໃຊ້ຫຼາຍ ໃຫ້ແກ່ວິຖີຊີວິດ ມັກຄົ້ນພົບ, ຮັກຄວາມເສລີ ຂອງ ວົງ ການໄວໜຸ່ມ ໃນສະຕະວັນທີ XXI, ແຕ່ໄດ້ລຸ້ນປູ່ ລຸ້ນພໍ່ ຂອງ ເຂົາເຈົ້າ ເປັນບັນດາບຸກຄົນ ຄືທ່ານ ບ່າງ ໄດ້ໝູນໃຊ້ ແຕ່ສອງ ສາມທົດສະວັດ ມາກ່ອນແລ້ວ.

- “ຫໍພິພິທະພັນ ບັນດານັກຮົບປະຕິວັດ ທີ່ຖືກສັດຕູຈັບ ແລະ ໃສ່ ຄຸກ” (ບ້ານ ນາມກວດ, ຕາແສງ ນາມຈ່ຽວ, ເມືອງ ຝູ໋ຊວນ, ນະ ຄອນຮ່າໂນ້ຍ) ໄດ້ຮັບຫຼຽນໄຊແຮງງານ ຊັ້ນສາມ.

- ທ່ານ ເລີມວັນບ່າງ ເປັນໜຶ່ງໃນ 70  ຄົນ ທີ່ເປັນຕົວແບບ ໄດ້ ຮັບ ສັນລະເສີນ ໃນພິທີສະເຫຼີມສະຫຼອງ 70 ປີ ວັນ ປະທານ ໂຮ່ຈີມິນ ອອກຄຳຮຽກຮ້ອງ ແຂ່ງຂັນ ຮັກຊາດ”, ເດືອນ ມິຖຸນາ ປີ 2018.
 
ທ່ານ ບ່າງໄດ້ອອກເດີນທາງ ໄປເຖິງຄຸກຂອງສະໄໝເກົ່າ ຢູ່ທຸກ ຫົນແຫ່ງໃນທົ່ວປະເທດ. ນັ້ນແມ່ນ ສາຍໂຄຈອນ ທີ່ໄດ້ສິ້ນເປືອງ ບໍ່ພຽງແຕ່ດ້ານ ພະລັງງານ, ສຸຂະພາບ ຂອງ ທະຫານເສຍອົງ ຄະຜູ້ໜຶ່ງເທົ່ານັ້ນ ຫາກຍັງນັບ ທັງແຫຼ່ງເງິນຄຳ ທີ່ເດີ່ມແມ່ນບໍ່ຫຼາຍ ຂອງເພິ່ນອີກດ້ວຍ.

ແຕ່ທົດແທນໃສ່ນັ້ນ ແມ່ນຜົນງານທຳອິດເລີ່ມປະກົດ ເປັນຮູບ ເປັນຮ່າງ ໃນຂະນະທີ່ ຫ້ອງເຮືອນ ກວ້າງ 12 ແມັດມົນທົນ ຂອງ ຄອບຄົວເພິ່ນ ເລີ່ມມີ ບັນດາ ວັດຖຸ ສິ່ງຂອງ ໜ່ວຍທຳອິດ ທີ່ໄດ້ ຮັບການວາງສະແດງແລ້ວ.

“ພາຍໜ້າ, ໄປໃສ  ຂ້າພະເຈົ້າ ກໍແນະນຳໃຫ້ແກ່ ອ້າຍນ້ອງ, ເພື່ອນຮ່ວມຖັນແຖວ ກ່ຽວກັບວຽກງານ ມີຄວາມໝາຍ ທີ່ຂ້າພະ ເຈົ້າ ພວມມີຄວາມມຸ່ງຫວັງ ຢາກເຮັດ”. ນັ້ນແມ່ນວິທີທີ່ ທ່ານ ບ່າງ ຢາກໄດ້ຮັບຄວາມສະໜັບສະໜູນຈາກຄົນທັງຫຼາຍ.

ບັນດາວັດຖຸລະນຶກດັ່ງກ່າວໄດ້ກາຍເປັນການພິສູດໃຫ້ເຫັນ ຢ່າງ ມີ ຊີວິດຊີວາ ຊ່ວຍໃຫ້ທ່ານບ່າງ ຊວນເຊື່ອ ໄດ້ຄົນທັງຫຼາຍ. ແລະ ວົງຕະກຸນ ເລີມ ໄດ້ເຫັນດີ ມອບດິນ 1600 ຕາຕະລາງແມັດ ຊຶ່ງ ເປັນທີ່ດິນສ່ວນໜຶ່ງ ທີ່ໃຊ້ສະເພາະ ໃຫ້ແກ່ການເສັ້ນໄຫວ້ ບັນພະບຸລຸດ ປູ່ຍ່າຕາຍາຍ ເພື່ອໃຫ້ທ່ານ ເລີມ ກໍ່ສ້າງ ຫໍພິພິດຕະພັນ.

ເມື່ອຫໍພິພິທະພັນໄດ້ສ້າງສຳເລັດ, ທ່ານ ເລີມ ກໍມີການ ອອກ ເດີນ ທາງ ຊອກຫາ, ສະສົມ ວັດຖຸລະນຶກ ຢ່າງຕັ້ງໜ້າຍິ່ງຂຶ້ນ.  ແລະ ຄົນທັງຫຼາຍ ກໍເລີ່ມຖືກ ຊວນເຊື່ອ ຍ້ອນ ເຈດຈຳນົງ ທີ່ອົງ ອາດກ້າແກ່ນ ຂອງ ທະຫານເສຍອົງຄະຄົນນີ້.

ແຫຼ່ງວັດຖຸລະນຶກ ທີ່ສະສົມ ມາຈາກທຸກຫົນແຫ່ງ ຊ່ຶງໄດ້ ປະກອບ ສ່ວນຢ່າງບໍ່ໜ້ອຍ ໃນການເຮັດໃຫ້ ແຫຼ່ງ ວັດຖຸພັນ ຂອງຫໍພິພິ ທະພັນ ຍິ່ງມີຄວາມ ອຸດົມສົມບູນຂຶ້ນຕື່ມ ກັບຈຳນວນວັດຖຸພັນ ກວ່າ 5000 ໜ່ວຍ (ຕົວເລກປີ 2018). 


ສະຖານທີ່ແຫ່ງການສຶກສາ ມູນເຊື້ອຮັກຊາດ ໃຫ້ແກ່ລຸ້ນຄົນ ຕ່າງໆ

“ຫໍພິພິດທະພັນ ບັນດານັກຮົບປະຕິວັດ ຜູ້ຖືກສັດຕູຈັບ ແລະ ຄຸກຄາ” ໄດ້ຮັບການຈັດວາງ ຢ່າງມີວິທະຍາສາດ ກັບ 10 ເຂດ ວາງສະແດງຕາມຫົວຂໍ້ທີ່ແຕກຕ່າງກັນເຊັ່ນ: ເຂດສັກກະລະບູຊາ ລຸງໂຮ່ ແລະ ບັນດານັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ຄຸກ ຝູ໋ ກວກ; ເຂດເກັບຮັກສາໄວ້ ບັນດາສິ່ງຂອງເຄື່ອງໃຊ້ ແລະ ຮູບ ຖ່າຍທີ່ເປັນເອກະສານສຳເນົາ  ໃນປາງສົງຄາມ ຕໍ່ຕ້ານ ອາເມລິກາ; ເຂດວາງສະແດງຮູບພາບ, ຮູບຈຳລອງ ກ່ຽວກັບ ເລຫຼ່ຽມ ຂ້ຽນຕີທໍລະມານ ແລະ ຮ່ອງຮອຍ ກ່ຽວກັບໂທດກຳ ອັນໜັກໜ່ວງ ຂອງຈັກກະພັດ ອາເມລິກາ ແລະ ອຳນາດ ການປົກຄອງຫຸ່ນ; ເຂດແນະນຳ ແວ່ນແຍງອົງກາດກ້າຫານ ຂອງນັກຮົບປະຕິວັດ ແລະ ການເຄື່ອນໄຫວ ຂອງບັນດາ ສະມາຊິກພັກ ໃນຄຸກ ຝູ໋ກວກ ແລະ ອື່ນໆ...

ພິເສດ, ຫໍພິພິດທະພັນ ມີຖັນແຖວຜູ້ນຳທ່ຽວ “ມີໜຶ່ງບໍ່ມີສອງ”, ນັ້ນແມ່ນນາຍທະຫານນັກຮົບເກົ່າ 15 ຄົນ. ເຂົາເຈົ້າຕ່າງກໍເປັນ “ວັດຖຸສິ່ງຂອງ” ທີ່ສາມາດ ເວົ້າໄດ້, ຊຶ່ງປະກອບສ່ວນສ້າງ ຄວາມ ປະທັບໃຈ ເປັນພິເສດ ສຳລັບ ບັນດາຄະນະນັກທ່ອງທ່ຽວ  ຫຼັງ ຈາກ ມາຢ້ຽມຢາມຫໍພິພິດທະພັນ.

ກວ່າ 10 ຜ່ານມາ, ຫໍພິພິດທະພັນ ໄດ້ກາຍເປັນຈຸດທີ່ມາ ຂອງ ນັກທ່ອງທ່ຽວ ຫຼາຍຄະນະ. ນັກທ່ອງທ່ຽວ ແຕ່ລະ ຄະນະ ກໍມີຈຸດ ປະສົງທີ່ຕ່າງກັນ ເມື່ອມາເຖິິງ ຫໍພິພິດທະພັນ. ຄົນທີ່ຢາກຫວນ ຄິດຄືນເຖິງ ຊ່ວງໄລຍະ ໜຶ່ງ ໃນອະດີດ, ຄົນທີ່ຢາກມາຢ້ຽມຢາມ ເພື່ອນ ຮ່ວມກົມກອງ, ຄົນທີ່ມາ ເພື່ອຄວາມຢາກຮູ້ຢາກເຫັນ ລຸ້ນ ປູ່ ລຸ້ນພໍ່ ຕ້ອງໄດ້ຖືກ ເຊິ່ງໜ້າ ກັບ ຮູບການ ຂ້ຽນຕີ ທໍລະມານ ໃດໆ ຂອງສັດຕູ...



ພາບລວມ ເຂດອະນຸລັກຮັກສາ ສິ່ງຂອງເຄື່ອງໃຊ້ ແລະ ຮູບຖ່າຍ ເອກະສານ ພາຍໃຕ້ ຫົວເລື່ອງ: ສົງຄາມຕໍ່ຕ້ານ ອາເມລິກາ. 


ປັດຈຸບັນ ຫໍພິພິທະພັນ ກຳລັງຮັກສາ ແລະ ວາງສະແດງ ວັດຖຸ ຕ່າງໆ ໃນສະໄໝສົງຄາມ ກວ່າ 5000 ສິ້ນ. 


ທ່ານ ເລີມວັນບ່າງ ແນະນຳ ເຂດວາງສະແດງ ຮູບຖ່າຍ, ຮູບຈຳ ລອງ ກ່ຽວກັບກັບວິທີການທໍລະມານ  ແລະ ຮ່ອງຮອຍ
ກ່ຽວກັບ ໂທດກຳອັນປ່າເຖື່ອນ ຂອງ ຈັກກະພັດ ອາເມລິກາ ແລະ ລູກ ແຫຼ້ງ ຕີນມື ຂອງ ພວກເຂົາ. 



ທ່ານ ເລີມວັນບ່າງ (ຜູ້ທີສອງຈາກຂວາ) ກຳລັງແນະນຳ ກ່ຽວກັບ ວັດຖຸລະນຶກ ໃນຫໍພິພິທະພັນ ກັບນັກທ່ອງທ່ຽວ. ພາບ: ເອກະສານ


ວັດຖຸທີ່ລະນຶກ ໃນສະໄໝສົງຄາມຕໍ່ຕ້ານຝຣັ່ງ ຈຳນວນໜຶ່ງ ທີ່ໄດ້ ນຳມາວາງສະແດງ ຢູ່ ຫໍພິພິທະພັນ. 


ສ້າງຕັ້ງມາເປັນເວລາກວ່າ 10 ປີ, ຫໍພິພິທະພັນ ໄດ້ຕ້ອນຮັບ ຜູ້ ຄົນທີ່ມາຢ້ຽມຊົມ ນັບຫຼາຍພັນຄະນະ. ພາບ: ເອກະສານ

ແຕ່ເຖິງວ່າມາຫໍພິພິດທະພັນດ້ວຍຈຸປະສົງໃດກໍຕາມ ແຕ່ໃນ ສາຍຕາ ຂອງບັນດານັກທ່ອງທ່ຽວ ນັ້ນແມ່ນ ຄວາມນິຍົມຊົມ ຊອບ ກ່ຽວກັບເຈດຈຳນົງ, ນຳ້ໃຈ ອົງອາດກ້າຫານ ຂອງ ບັນດາ ທະຫານປະຕິວັດ.

ຄຳສັບ “ສັນຕິພາບ” ອາດຈະແມ່ນ ໄດ້ເຄົາລົບນັບຖື ແລະ ເຂົ້າ ໃຈຢ່າງເລິກເຊິ່ງຍິ່ງຂຶ້ນ ໃນຕົວນັກທ່ອງທ່ຽວ ແຕ່ລະຄົນ ທີ່ໄດ້ມາ ຍັງ ຫໍພິພິດທະພັນແຫ່ງນີ້. 

ທ່ານ ບ່າງ ໄດ້ໄຂຄວາມໃນໃຈອອກມາວ່າ: “ຂ້າພະເຈົ້າ ມີຄວາມ ມຸ່ງຫວັງ ນະແຫ່ງນີ້ ເປັນບ່ອນ ຟື້ນຄືນ ປະຫວັດສາດ ແຫ່ງຊາດ, ເປັນບ່ອນສຶກສາໃຫ້ແກ່ ລຸ້ນໜຸ່ມ ກ່ຽວກັບຄວາມເອກອ້າງ ທະນົງ ໃຈ, ຄວາມຍົກຍໍ ປະເທດຊາດ ທີ່ ບໍ່ມີປຶ້ມຫົວໃດທີ່ສາມາດປ່ຽນ ແທນ ໄດ້”.

ຍ່າງຢ້ຽມຢາມຮອບໜຶ່ງ ຕາມເຂດວາງສະແດງ ຕ່າງໆ ໃນຫໍພິພິ ທະພັນ, ພວກຂ້າພະເຈົ້າ ພ້ອມກັບທ່ານ ບ່າງ ຢຸດຄືນ ເວລານານ ກວ່າ ຢູ່ບ່ອນວາງສະແດງ ຄັນທຸງຊາດ ມີຂະໜາດ ພຽງເທົ່າກັບຫໍ່ ຢາສູບຊອງໜຶ່ງ. ຢູ່ທີ່ນັ້ນ ພວກຂ້າພະເຈົ້າ ໄດ້ຮັບຟັງເລື່ອງລາວ ເລື່ອງໜຶ່ງ ທີ່ບໍ່ເຄີຍ ມີໃຜໄດ້ຍິນມາກ່ອນ.

ນັ້ນແມ່ນຄັນທຸງ ໄດ້ນຳໃຊ້ ໃນພິທີຮັບເຂົ້າເປັນສະມາຊິກ ພັກ ຢູ່ ຄຸກ ຝູ໋ກວກ. ຜູ້ສຸດທ້າຍທີ່ໄດ້ມອບໜ້າທີ່ ຮັກສາຄັນທຸງນີ້ ແມ່ນ ເພື່ອນຮ່ວມຮົບ ຜູ້ໜຶ່ງ ຂອງທ່ານ ບ່າງ, ທ່ານ ຫງວຽນວັນຢື.

ແຕ່ລະເທື່ອຖືກສັດຕູກວດຄົ້ນ, ຄັນທຸງໄດ້ທ່ານ ຢື ມ້ວນເຂົ້າ, ໃສ່ ຖົງນິລອນ, ໃຊ້ເຊືອກເສັ້ນໄໝຫຍິບ ມັດເຂົ້າແຂ້ວ ແລ້ວ ນຳເຂົ້າ ຄໍຫອຍ ໃຫ້ມັນໄຫຼລົງ ກະເພາະ. ເມື່ອສະພາບກັບຄືນ ຄວາມສະ ຫງົບ, ຄັນທຸງ ຈະໄດ້ດຶງອອກມາ ແລະ ໄດ້ແຂວນ ຢູ່ເທິງຝາຜະ ໜັງ ເພື່ອເປັນການລະດົມກຳລັງໃຈ, ຕັກເຕືອນ ແລະ ປັບປຸງ ເຈດຈຳນົງ ຕັດສິນໃຈ ຕໍ່ສູ້ ຂອງບັນດານັກຮົບ ຢູ່ໃນຄຸກ.

ນັ້ນແມ່ນວິທີ ນັກຮົບປະຕິວັດ ຖືກສັດຕູຈັບ ຄຸກຄາ ກວ່າເຄິ່ງ ສະຕະວັດກ່ອນ ໄດ້ຮັກສາໄວ້ ຄວາມຂຶມຄ່ຽມ ຂອງຄັນທຸງຊາດ.

ຄູ່ຕາບໍ່ເບິ່ງອອກຈາກຄັນທຸງ, ທ່ານ ບ່າງ ເວົ້າຕື່ມອີກວ່າ: “ຂ້າພະ ເຈົ້າມີຄວາມປາດຖະໜາວ່າ ລຸ້ນຄົນຕໍ່ໆໄປ ຈະແທນ ພວກຂ້າ ພະ ເຈົ້າ ເຮັດວຽກງານດັ່ງກ່າວ.
 
 
ບົດ: ຖາວວີ - ພາບ: ເຕິນເຊີນ ແລະ ເອກະສານ
ບັນດາບົດທີ່ຖືກນຳສະເໜີ