01/04/2018 10:20 GMT+7 Email Print Like 0

ຕ່າຊົ່ວ ດິນແດນແຫ່ງເມກໝອກ

ຕ່າຊົ່ວ, ຮົ່ງງ່າຍ, ຫ໋າງດົ່ງ, ຮາງຈູ໋... ເປັນດິນແດນ ທີ່ມີຊື່ສຽງໂດ່ງດັງ ຢູ່ເມືອງ ບັກເຊີນ (ແຂວງ ເຊີນລາ) ເຄີຍປະກົດ ໃນບົດນາວະນີຍາຍ “ຄູ່ຜົວເມຍ ອາຝູ” ຂອງ ມື້ລາງນັກປະພັນ ໂຕຮວ່າຍ ຊຶ່ງຖືກສ້າງເປັນ ຮູບເງົາ ໃນປີ 1973. ໃນ 10 ປີມານີ້, ບັນດາເຂດແດນດັ່ງກ່າວໄດ້ ມີນັກທ່ອງທ່ຽວ ອິດສະຫຼະ ໄດ້ໄປສຳຜັດຕົວຈິງ ເພື່ອຖ່າຍຮູບ “ຜະ ລິດຕະພັນພິເສດ” ສອງຢ່າງຢູ່ແຫ່ງນີ້, ນັ້ນຄື ບັນດາກຸ່ມເມກ ເຝື້ອ ຢູ່ເຂດຊາຍແດນ ທາງທິດເໜືອ ແລະ ຊາ ຊານຕວ໋ຽດ ບູຮານ ມີລົດ ຊາດຫອມແຊບ ທີ່ເປັນເອກະລັກ.
ແຕ່ສຳລັບຂ້າພະເຈົ້າ, ນອກຈາກ “ຜະລິດຕະພັນພິເສດ ລືຊື່ ສອງ ຢ່າງນີ້ແລ້ວ”, ການໄປຍັງ ຕາແສງ ຕ່າຊົ່ວ ເທື່ອນີ້ ຍັງມີຈຸດປະສົງ ເພື່ອຊອກຮູ້ ກ່ຽວກັບ ວັດທະນະທຳ ຂອງ ຊົນເຜົ່າ ມົ້ງ ຢູ່ທ້ອງຖິ່ນ ຊຶ່ງ ເປັນວັດທະນະທຳ ກັບການໃຊ້ຄຳສັບ ທີ່ເຕັມໄປດ້ວຍຄຳເຊີນຊວນ ຄືດັ່ງ ເນື້ອໃນໃຈຄວາມ ໃນບົດເພງທີ່ ໄດ້ປະດິດແຕ່ງຈາກ ນັກປະ ພັນ ໂຮຮວ່າຍ ທີ່ວ່າ: “ປ່າຕອນແລງມີສຽງ ແຄນ ຂອງໃຜ, ສຽງແຄນ ແຫ່ງຄວາມຄອ່ງຄອຍ/ທາງເຂົ້າປ່າ, ທາງລົງພູ/ທ້ອງຟ້າມີແຕ່ ດວງ ດາວ/ພູຜາມີແຕ່ສອງຄົນເຮົາຮັກກັນ...”.

ສິ່ງທີ່ສ້າງຄວາມປະທັບໃຈທຳອິດ ສຳລັບຂ້າພະເຈົ້າ ແມ່ນເມື່ອຢືນຢູ່ ລະຫວ່າງ ກາງເຂດແດນ ຊຶ່ງຖືວ່າ ເປັນກະດູກສັນຫຼັງ ໄດໂນເສົາ, ເປັນບ່ອນ ທີ່ຜູ້ຮັກມັກການທ່ອງທ່ຽວ ສຳຜັດຕົວຈິງ ເຄີຍຊອກມາຫາ ເພື່ອຊື່ນຊົມບັນດາກຸ້ມເມກເຝື້ອ ມີຄວາມງາມ ທີ່ໜ້າປະທັບໃຈ. ໃນ ຂະນະນັ້ນ, ຂ້າພະເຈົ້າມີຄວາມປະທັບໃຈເປັນພິເສດ ຕໍ່ຮູບພາບ ບັນ ດາຊຸດເສື້ອຜ້າອາພອນ ຂອງຊາວເຜົ່າ ມົ້ງ ທີ່ ໄດ້ຕາກ ຢູ່ລະຫວ່າງ ກາງເວຫາ ທີ່ຖືກປົກຄຸມໄປດ້ວຍນຳ້ໝອກ. ເມື່ອຖາມ ເຈົ້າຂອງ ເຮືອນ ທີ່ປາກພາສາ ກິ່ງ ບໍ່ທັນແຈ້ງ, ຂ້າພະເຈົ້າ ພຽງເຂົ້າໃຈແບບ ເຜີນໆ ວ່າ ຍ້ອນທີ່ຕັ້ງ ຢູ່ລະຫວ່າງກາງເຂດພູຜາປ່າໄມ້ ເຕັມແຕ່ ເມກໝອກນີ້, ເຄື່ອງນຸ່ງ ນຳໄປຕາກ ກໍຈະຊຸ່ມ ແລະ ແຫ້ງເອງ.  


ຕົ້ນເດືອນກຸມພາ 2018, ອຸ່ນຫະພູມ ລົດລົງເກືອບ 0 ອົງສາເຊ, ຫິ ມະປົກຄຸມທົ່ວພູຜາປ່າໄມ້ ຢູ່ເທິງຈອມພູ ຕ່າຊົ່ວ. ປະກົດການ ດັ່ງກ່າວ
ໄດ້ດຶງດູດນັກທ່ອງທ່ຽວ ນັບຫຼາຍພັນຄົນ ຂຶ້ນມາຊົມທຳມະ ຊາດທີ່ວິ ຈິດພິດສະດານ ຢູ່ແຫ່ງນີ້. ພາບ: ຫງວຽນວັນຢຸຍ



ຕາແສງ ຕ່າຊ່ົວ ເປັນບ່ອນມີເມກໝອກປົກຄຸມຕະຫຼອດປີ. ພາບ: ຈ້ອງຈິ໋ງ 


ຕາແສງ ຕ່າຊົ່ວ ມີຊື່ສຽງ ກັບຜະລິດຕະພັນພິເສດຄື ຊາ ຊານຕວ໋ຽດ ມີອາຍຸ ກວ່າ 100 ປີ, ມີລົດຊາດຫອມແຊບ ເປັນພິເສດ.
ຕົ້ນຊາ ຊານຕວ໋ຽດ ເກີດຂຶ້ນ ສະຫຼັບກັບຕົ້ນໄມ້ ປະເພດອື່ນໆ ຢູ່ພູສູງ ປ່າ ເລິກ ແລະ ອ້ອມຂ້າງແມ່ນໝູ່ບ້ານຕ່າງໆ
ທີ່ຈົມຢູ່ໃນເມກເຝື້ອ ຕະ ຫຼອດປີ. ພາບ: ຈ້ອງຈິ໋ງ



ຕັ້ງຢູ່ລະດັບຄວາມສູງ 1000 ກວ່າແມັດ ເມື່ອທຽບກັບ ໜ້ານຳ້ທະ ເລ, ແຕ່ວັນທີ 3-7 ເດືອນ ກຸມພາ 2018, ອຸ່ນຫະພູມ ຢູ່ຈອມພູ ຕ່າ ຊົ່ວ
(ເມືອງ ບັກເຊີນ, ແຂວງ ເຊີນລາ) ຕິດລົບ -1 ຫາ 0 ອົງສາເຊ ມີຫິມະປົກຄຸມໄປທົ່ວ. ໃນພາບ: ນ້ອງນ້ອຍ ຊາວເຜົ່າ ມົ້ງ
ແລະ ຝຸງ ແບ້ ທ່າມກາງຫິມະຂາວ ກະຈະ ທີ່ປົກຄຸມທົ່ວໝູ່ບ້ານ ຂອງຕາແສງ ຕ່າຊົ່ວ. ພາບ: ຫງວຽນວັນຢຸຍ



ຫຼັງການເກັບກ່ຽວ, ແມ່ຍິງ ຊາວເຜົ່າມົ້ງ ຢູ່ຕາແສງ ຕ່າຊົ່ວ ຈະທຳ ການ ຖັກແສ່ວ ກະກຽມເຄື່ອງນຸ່ງຂອງຖື
ເພື່ອໃຊ້ໃນໂອກາດ ມີງານ ບຸນ ຂອງ ຊົນເຜົ່າຕົນ. ພາບ: ຈ້ອງຈິ໋ງ



ແມ່ຍິງ ເຜົ່າມົ້ງ ຈະຄຸກຄຸ້ຍກັບວຽກງານປະຈຳວັນ ຢູ່ ພາຍໃນເຮືອນ. ພາບ: ຈ້ອງຈິ໋ງ

ຕົ້ນເດືອນກຸມພາ 2018, ອຸ່ນຫະພູມ ລົດລົງເກືອບ 0 ອົງສາເຊ, ຫິ ມະປົກຄຸມ ໄປທົ່ວເຂດພູຜາປ່າໄມ້ ຢູ່ເທິງຈອມພູ ຕ່າຊົ່ວ. ປະກົດ ການ ດັ່ງກ່າວ ໄດ້ດຶງດູດນັກທ່ອງທ່ຽວ ນັບຫຼາຍພັນຄົນ ຂຶ້ນມາ ຊົມ ຄວາມງາມ ທຳມະຊາດ ທີ່ວິຈິດພິດສະດານຢູ່ແຫ່ງນີ້. ບໍ່ມີຍາມໃດ ຂ້າພະເຈົ້າ ມີຄວາມຮູ້ສຶກວ່າ ດິນ ແລະ ທ້ອງຟ້າຈະໃກ້ກັນ ຄືປານ ນັ້ນ ເມື່ອ ໄດ້ ຊົມເບິ່ງ ບັນດາກຸ້ມເມກເຝື້ອທີ່ຂາວນວນ ຈາກເປີ້ນພູ ໄຫຼຫຼັ່ງສູ່ ຮ່ອມພູ, ເລັດລອດເຂົ້າໝູ່ບ້ານຕ່າງໆ ແລະ ປົກຄຸມ ບັນດາ ຈອມ ພູ ສູງ. ໃນຄາວນັ້ນ ດິນແດນ ທ້ອງຟ້າ ຕ່າຊົ່ວ ເໝືອນດັ່ງປົນ ເປເປັນໜຶ່ງດຽວ, ອ້ອມຂ້າງຍັງມີ ແຕ່ສີຂາວຂຸ້ນ, ສ່ວນຂ້າພະເຈົ້າ ຄື ຖືກຫຼົງທາງ ຢູ່ລະຫວ່າງກາງ ສີສັນແພລາຍດອກພື້ນເມືອງ ຂອງບັນ ດາຊຸດອາພອນ ຂອງ ຊາວເຜົ່າມົ້ງ ກັບສຽງແຄນ ສຽງຂຸ່ຍທີ່ເຊີນ ຊວນ ໃນ ວັນບຸນ. 
ຕາມຮອຍຜູ້ຄົນ ທີ່ນຸ່ງຊຸດຊົນເຜົ່າປະຈຳທ້ອງຖິ່ນ, ຂ້າພະເຈົ້າ ມີໜ້າ ຢູ່ “ວັນບຸນວັດທະນະທຳ ບັນດາເຜົ່າ ເມືອງ ບັກອຽນ” ຊຶ່ງໄດ້ ຈັດຂຶ້ນ ຢູ່ ໃຈກາງ ຕາແສງ ຕ່າຊົ່ວ. ວັນບຸນ ສຳລັບຊາວເຜົ່າ ມົ້ງ ຢູ່ ເມືອງ ບັກອຽນ ແມ່ນສຳຄັນທີ່ສຸດ, ຖ້າບໍ່ໄດ້ໄປບຸນ, ບໍ່ໄດ້ກິນ “ຖັ໋ງໂກ໋” (ລາຍການອາຫານ ທີ່ເປັນມູນເຊື້ອຂອງຊາວເຜົ່າ ມົ້ງ), ບໍ່ໄດ້ແກ່ວງ ໝາກປາວ, ບໍ່ໄດ້ເປົ່າແຄນ ຈະບໍ່ແມ່ນຊາວເຜົ່າ ມົ້ງ.

ບ່ອນທີ່ຂ້າພະເຈົ້າພັກແຮມຄືນ ແມ່ນເຮືອນພັກ ຈ່າໄມ ຕັ້ງຢູ່ ໃຈກາງ ຕາແສງ ຕ່າຊົ່ວ, ໄດ້ຮັບການລົງທຶນ ຈາກ ບໍລິສັດ ຊາ ແລະ ຜະລິດ ຕະພັນພິເສດ ໄຕບັກ ຈຳກັດ ແລະ ໄດ້ມອບໃຫ້ ຊາວເຜົ່າມົ້ງ ປະຈຳ ທ້ອງຖິ່ນເປັນຜູ້ຄຸ້ມຄອງ. ນາງ ມົ່ວທິກາ, ໜຶ່ງ ໃນຈຳນວນ ຜູ້ຮັບຜິດຊອບ ການຄຸ້ມຄອງຢູ່ ເຮືອນພັກ ຈ່າໄມ ກໍຟ້າວຟັ່ງ ກັບວຽກງານ ຂອງ ເຮືອນພັກ ເພື່ອຍາດເວລາໄປບຸນ. ນາງ ໃຫ້ຮູ້ວ່າ ເມື່ອ ຕາແສງ ຕ່າ ຊ່ົວ ຈັດງານບຸນ, ທາງໂຮງຮຽນ ມັດທະຍົມຕອນຕົ້ນ ຈະໃຫ້ນັກຮຽນ ໄດ້ພັກ  ເພື່ອໄປບຸນ. ບັນດາເອື້ອຍຄູບອກກັນວ່າ ມື້ ໄປບຸນ ຖືວ່າ ເປັນມື້ຮຽນນອກຫຼັກສູດ.

ພໍເຖິງ 8 ໂມງເຊົ້າຂອງມື້ຕໍ່ມາ, ທ້ອງຟ້າ ຕ່າຊ່ົວ ຍັງຈົມຢູ່ໃນ ບັນຍາ ກາດເຕັມ ແຕ່ເມກໝອກ, ແຕ່ຢູ່ໃຈກາງຕາແສງ ໄດ້ມີຜູ້ຄົນມາ ຢ່າງ ຄັບຄາໜາແໜ້ນ. ປະຊາຊົນທີ່ມາຈາກ ຕາແສງຕ່າງໆ ເຊ່ັນ ຮາງຈູ໋, ຮ໋າງດົ່ງ, ຮົ່ງງ່າຍ, ຮົວຍ່ານ, ລ່າງເຈ໋ວ, ເມື່ອງຄວາ, ປັກງ່າ, ຟຽງບານ , ຟຽງກົນ, ຊອງແປ, ຕ໋າຄວາ, ຊີ໋ມວ່າງ... ໄດ້ພາກັນຂົນບັນດາ ຜະ ລິດຕະພັນພິເສດ ຂອງ ທ້ອງຖິ່ນ ມາວາງຂາຍຢູ່ຕະຫຼາດ.  ໃກ້ຮອດ ທ່ຽງ, ຂີ້ເຝື້ອ ແລະ ໝອກຍິ່ງ ລົງໜາ ແຕ່ຊາວເຜົ່າມົ້ງ ຍັງຫຼັ່ງໄຫຼ ກັນ ມາ ຈາກຮ່ອມພູຕ່າງໆ ນັບມື້ນັບຫຼາຍ. ບັນດາການຫຼິ້ນ ກໍໄດ້ຈັດຕັ້ງ ຂຶ້ນ ຢູ່ທີ່ນີ້ ເຊັ່ນ ແກ່ວງໝາກປາວ, ຍູ້ໄມ້ເທົ້າ, ແຂ່ງຂັນເຮັດເຂົ້າໜົມ, ຕົ້ມເຫຼົ້າ... ດໍາເນີນໄປດ້ວຍຈັງຫວະທີ່ອ່ອນຊ້ອຍ ຂຶ້ນ-ລົງ ຕາມຈັງ ຫວະ ສຽງແຄນ ຊຶ່ງສ້າງບັນຍາກາດຢ່າງຟົດຟື້ນ ມ່ວນຊື່ນ.


ນັກທ່ອງທ່ຽວທີ່ມາເຂົ້າຮ່ວມບຸນ ຈະຮູ້ສຶກໄດ້ ເຖິງຄວາມຮັກແຂກ ແພງຄົນ ຂອງ ຊາວເຜົ່າມົ້ງ ຢູ່ທີ່ນີ້. ຜູ້ມາຈາກ ຮາງຈູ໋ ຖືກເຊີນດື່ມ ເຫຼົ້າໄຫ, ຄົນມາຈາກ ຊີ໋ມວ່າງ ຖືກເຊີນຊີມ ໜໍ່ໄມ້ສົ້ມ, ຄົນມາຈາກ ຕ້າຄວາ ເຊີນຊີມ ປາປີ້ງຈາກຫ້ວຍ... ພຽງໄປບຸນຄັ້ງໜຶ່ງ ກໍສາມາດ ໄດ້ ລິ້ມລອງທຸກລົດຊາດ ບັນດາລາຍການອາຫານ ຂອງ ຕ່າຊົ່ວ ຢູ່ ເມືອງ ບັກອຽນ. ບໍ່ພຽງແຕ່ເທົ່ານັ້ນ ນັກທ່ອງທ່ຽວ ຍັງມີຄວາມຮູ້ສຶກ ປະທັບໃຈ ຕໍ່ຄຳເຊື້ອເຊີນຢ່າງຈິງໃຈ ຂອງຊາວເຜົ່າມົ້ງເຊັ່ນ: ມຶງເມືອ ຮາງຈູ໋ ເມົາເຫຼົ້າກັບ ກູເດີ!, ມຶງເມືອ ຮົ່ງງ່າຍ ກິນ ຜັກກາດແມ່ວ ທີ່ ມີ ລົດຊາດ ແຊບນົວກັບ ກູເດີ!, ມຶງ ເມືອ ຊີ໋ມວ່າງ ກິນ ຖັ໋ງໂກ໋ ດື່ມເຫຼົ້າ ສາລີ ກັບ ກູເດີ!...

ເຂດ ກະດູກສັນຫຼັງ ໄດໂນເສົາ ເປັນໜຶ່ງ ໃນຈອມພູ ສາມໜ່ວຍ ທີ່ ສ້າງເປັນແຖວ ຕ່າຊົ່ວ ຢູ່ລະດັບຄວາມສູງ ເກືອບ 1600 ແມັດ ທີ່ສູງ ຊັນ... ພາບ: ຈ້ອງຈິ໋ງ


... ແລະ ແຕ່ລະມື້ ນະແຫ່ງນີ້້ ໄດ້ດຶງດູດ ນັກທ່ອງທ່ຽວ ເປັນຈຳນວນ ຫຼວງຫຼາຍ ເພື່ອຊົມເບິ່ງ ແສງອາລຸນ ວັນໃໝ່ ທຳອິດ
ຢູ່ເທິງ ທະເລ ໝອກ. ພາບ: ຈ້ອງຈິ໋ງ



ຈາກ ຕາແສງ ຕ່າຊົ່ວ ໄປອີກ 14 ກິໂລແມັດ ເຖິງ ໃຈກາງຕາແສງ ຊີ໋ມວ່າງ, ເປັນບ່ອນທີມີເນື້ອທີ່ນາຂັ້ນໄດ ເຖິງ 315 ເຮັກຕາ,
ຫຼາຍ ທີສຸດ ຢູ່ເມືອງ ບັກອຽນ. ພາບ: ຈ້ອງຈິ໋ງ



ຖ້າຫາກວ່າ ມາຍັງ ຕ່າຊົ່ວ ໃນໂອກາດ ບຸນປີໃໝ່ຂອງ ຊາວເຜົ່າ ມົ້ງ, ນັກທ່ອງທ່ຽວຈະມີໂອກາດເຫັນກັບຕາ ບັນດາ ການຫຼິ້ນມູນເຊື້ອ ເຊັ່ນ: ແກ່ວງໝາກປາວ, ຍູ້ໄມ້ເທົ້າ ແລະ  ຫຼິ້ນໝາກຂ່າງ. ພາບ: ຈ້ອງຈິ໋ງ


ບັນດາອ້າຍບ່າວ ຊາວເຜົ່າ ມົ້ງ ແຂ່ງຂັນເຮັດ ເຂົ້າໜົມ ໄຢ່ ຢູ່ “ວັນ ບຸນ ວັດທະນະທຳ ບັນດາເຜົ່າ ເມືອງ ບັກອຽນ”
ຊຶ່ງ ໄດ້ຮັບການຈັດ ຂຶ້ນ ຢູ່ຕາແສງ ຕ່າຊົ່ວ ໃນເດືອນ ທັນວາ 2017. ພາບ: ຈ້ອງຈິ໋ງ



ບັນດານາງສາວເຜົ່າມົ້ງ ເລືອກຊຸດອາພອນມູນເຊື້ອ ໃນບັນຍາກາດ ທີ່ເຕັມແຕ່ນຳ້ໝອກ ຂອງຕະຫຼາດນັດ ຢູ່ເຂດພູສູງ. ພາບ: ຈ້ອງຈິ໋ງ


ເຫຼົ້າ ຮາງຈູ໋, ຊີ້ນໝູດຳ ເປັນລາຍການອາຫານ ຢູ່ເທິງພາເຂົ້າ ຂອງ ແມ່ຍິງຊົນເຜົ່າ ມົ້ງ ຢູ່ຕາແສງ ຕ່າຊົ່ວ. ພາບ: ຈ້ອງຈິ໋ງ

ຕາແສງ ຕ່າຊ່ົວໄດ້ເປັນທີ່ຮູ້ຈັກ ວ່າເປັນສະຫວັນ ຢູ່ເຂດຊາຍແດນ ທາງທິດເໜືອ, ຕັ້ງຢູ່ລະດັບຄວາມສູງ ເກືອບ 2000 ແມັດ ເມື່ອ ທຽບ ກັບໜ້ານຳ້ທະເລ, ມີຈອມພູຫຼາຍໜ່ວຍ ຈົມຢູ່ໃນຂີ້ເຝື້ອ ແລະ ໝອກ ຕະຫຼອດປີ ຊຶ່ງສ້າງເປັນ ຄວາມງາມ ຢ່າງມະຫັດສະຈັນ. ໜຶ່ງໃນ ຈອມ ພູສາມໜ່ວຍ ທີ່ຖືວ່າ ເປັນກະດູກສັນຫຼັງ ໄດໂນເສົາ ມີຄວາມ ສູງ ເກືອບ 1600 ແມັດ. ແຕ່ລະມື້, ນະແຫ່ງນີ້້ ໄດ້ກາຍເປັນ ຈຸດນັດ ໝາຍ ຂອງ ນັກທ່ອງທ່ຽວ ທີ່ມາແຫ່ງນີ້ ເປັນຈຳນວນຫຼວງຫຼາຍ ເພື່ອ ຊົມເບິ່ງ ບັນດາແສງອາລຸນທຳອິດ ຢູ່ເທິງ ທະເລເມກໝອກ.
ຕອນກາງຄືນ ຢູ່ ເຮືອນພັກ ຈ່າໄມ ຍັງໄດ້ຍິນ ສຽງແຄນ, ສຽງຂຸ່ຍ ທີ່ ອີ່ນອ້ອຍ. ທ້າວ ມົ່ວອາວື່, ເປັນຜູ້ຄຸ້ມຄອງຄົນໜຶ່ງ ຢູ່ ເຮືອນພັກ ຈ່າ ໄມ ໃຫ້ຮູ້ວ່າ ຫຼັງວັນບຸນ, ບ່າວສາວ ຢູ່ ຕ່າຊົ່ວ ໄດ້ນັດກັນ ເພື່ອສະ ແດງ ຄວາມຮັກ ແລະ ກ້ຽວພາລາສີ. ທ້າວ ມົ່ວອາວື່ ໃຫ້ຮູ້ອີກ ວ່າ ບັນດາຄູ່ບ່າວສາວ ທີ່ມີຄວາມຮັກມັກກັນແລ້ວ, ພຽງຮັບຟັງສຽງ ແຄນ ກໍຈະໄປຫາບຸນ ດຶງໝາກປາວ ແລະ ນັດພົບກັນໃນຍາມຄໍ່າ ຄືນ.

ຂ້າພະເຈົ້າ ລອງເຂົ້າໜ້າເວັບ google ກົດຄຳສັບ ຕ່າຊ່ົວ ຈະປາກົດ 238.000 ຜົນ ໃນເວລາພຽງ 0,42 ວິນາທີ ກັບບັນດາຂໍ້ມູນຂ່າວ ສານ ຕົ້ນຕໍ ກ່ຽວກັບ ບັນດາສະຖານທີ່ ມີໝອກ ແລະ ຂີ້ເຝື້ອງາມ ເພື່ອ ການຖ່າຍຮູບ, ແຕ່ຂໍ້ມູນຂ່າວສານ ກ່ຽວກັບ ວິຖີຊີວິດການເປັນ ຢູ່ ຂອງ ຊາວເຜົ່າມົ້ງ ຢູ່ແຫ່ງນີ້ ຈະມີໜ້ອຍທີສຸດ. ສິ່ງດັ່ງ ກ່າວໄດ້ເຮັດ ໃຫ້ຂ້າພະເຈົ້າຫວນຄິດເຖິງຄຳເວົ້າຂອງ ທ່ານ ຟ້າມຫວູແຄ໋ງ, ໜຶ່ງ ໃນຜູ້ມີ ຄວາມຮູ້ ກ່ຽວກັບ ຕາແສງຕ່າຊົ່ວ ໄດ້ລົງທຶນເປີດ ເຮືອນພັກ ຈ່າໄມ ເພື່ອຂະຫຍາຍຕົວ ການທ່ອງທ່ຽວ ຢູ່ແຫ່ງນີ້ວ່າ: “ຕ່າຊ່ົວ ຍັງ ມີຄວາມງາມແບບດັ້ງເດີມ ຄືດັ່ງ ຊາປາ ເມື່ອ 30 ປີກ່ອນນີ້”.


“ຕາແສງ ຕ່າຊົ່ວ ມີປະຊາກອນກວ່າ 3000 ຄົນ, ສ່ວນຫຼາຍ ແມ່ນ ຊາວເຜົ່າ ມົ້ງ ທີ່ຍັງຄົງຮັກສາໄວ້ໄດ້ ສີສັນ ວັດທະນະທຳ ທີ່ເປັນ ເອກະລັກ ເຊັ່ນ: ພາສາ, ຊຸດອາພອນມູນເຊື້ອ, ເຮືອນຢູ່ ແລະ ຮີດ ຄອງປະເພນີ... ຊຶ່ງສຸດທີ່ເໝາະສົມກັບ ຮູບການທ່ອງທ່ຽວ ວົງຄະ ນາຍາດ, ນັກທ່ອງທ່ຽວ ຈະຜ່ານປະສົບການຕົວຈິງ ຄື: ເກັບແລະ ປຸງ ແຕ່ງຊາ ກັບ ປະຊາຊົນທ້ອງຖິ່ນ”.  (ທ່ານ ເລວັນກີ່, ປະທານຄະນະກຳມະການ ເມືອງ ບັກອຽນ)
 
ບົດ: ທົງທ້ຽນ - ພາບ: ຈ້ອງຈິ໋ງ-ຫງວຽນວັນຢຸຍ
ບັນດາບົດທີ່ຖືກນຳສະເໜີ