12/06/2020 14:51 GMT+7 Email Print Like 0

ຕົ້ນໂພ ມໍລະດົກ ຫໍວິຫານ ແທ໋ງຕ໊ານ

ຕົ້ນໂພ ທີ່ເກົ່າແກ່ນັບຫຼາຍຮ້ອຍປີ ຕັ້ງຢູ່ໃນພື້ນທີ່ ວິຫານ ແທ໋ງຕ໊ານ (ຕ໊ານວຽນ ເຊີນແທ໋ງ) ຢູ່ບ້ານ ກວິດ, ຕາແສງ ອຽນບ່າຍ, ເມືອງ ບາວີ່, ຮ່າໂນ້ຍ ຖືວ່າ ເປັນ “ຂຸມຊັບຂຽວ” ຂອງ ເຂດດິນ ບ້ານ ດວ່າຍ ທີ່ມີເມກປົກຄຸມຕະຫຼອດປີ. 
ຢູ່ ຫວຽດນາມ, ຕົ້ນໂພ ຖືກພົບເຫັນ ຢູ່ໃນຫຼາຍວັດ, ສາລາ ແລະ ຢູ່ເຂດຊົນນະບົດ. ເກືອບວ່າ ທຸກໝູ່ບ້ານມູນເຊື້ອ ຢູ່ ບັກ ໂບ້ (ທາງທິດເໜືອ ຫວຽດນາມ) ຕ່າງກໍມີຕົ້ນໂພ ທີ່ມີອາຍຸ ນັບຫຼາຍ ຮ້ອຍປີ ຢູ່ພາຍໃນໝູ່ບ້ານ ແລະ ຢູ່ຄຽງຂ້າງບັນດາ ຮ່ອງຮອຍປະ ຫວັດສາດ ຊຶ່ງຕິດພັນ ກັບ ທັດສະນີຍະພາບ ຂອງ ເຂດຊົນນະບົດ ຄືຮູບພາບ “ຕົ້ນໂພ, ທ່ານໍ້າ, ເດີ່ນສາລາ”. ຕົ້ນໂພ ເປັນສັນຍາລັກ ຂອງ ຄວາມຍືນຍົງຄົງຕົວ ແລະ ກຳລັງວັງຊາທ່ີທົນທານ. ເລື່ອງ ລາວ ກ່ຽວກັບ ຕົ້ນໂພ ໃຫຍ່ມີອາຍຸນັບຫຼາຍຮ້ອຍປີ ຢູ່ບ້ານ ກວິດ ຕັ້ງຢູ່ຂ້າງຫໍວິຫານ ທີ່ເກົ່າແກ່ ສັກກາລະບູຊາ ຕ໊ານວຽນ ເຊີນແທ໋ງ ໄດ້ກ່າວເຖິງຫຼາຍຄັ້ງ ໃນເລື່ອງລາວ ຂອງ ຜູ້ຊ່ຽວຊານ ສັງກັດສະ ມາຄົມ ຕົ້ນໄມ້ມໍລະດົກ ຫວຽດນາມ (ສະມາຄົມປົກປ້ອງທຳມະ ຊາດ ແລະ ສິ່ງແວດລ້ອມ ຫວຽດນາມ) ແຕ່ເມື່ອມາຍັງທີ່ນີ້ ຈຶ່ງ ໄດ້ຮູ້ສຶກເຖິງຄວາມງົດງາມ ຂອງ ຕົ້ນໂພ ທີ່ເກົາແກ່ ມີອາຍຸ ນັບຫຼາຍຮ້ອຍປີ ຊຶ່ງ ຖືວ່າໃຫຍ່ທີ່ສຸດ ຫວຽດນາມ. 

ຕົ້ນໂພ ບ້ານກວິດ ຕັ້ງຢູ່ໃນພື້ນທີ່ ວິຫານ ຕ໊ານວຽນເຊີນແທ໋ງ ຕາແສງ ອຽນບ່າຍ, ເມືອງ ບາວີ່, ຮ່າໂນ້ຍ.

ເພື່ອຢັ້ງຢືນຄວາມໝາຍສັນຍາລັກ ແລະ ຄຸນຄ່າວັດທະນະທຳ, ປະຫວັດສາດທີ່ມີມາແຕ່ດົນນານຂອງ ຕົ້ນໂພບ້ານ ກວິດ, ປີ 2011, ສະມາຄົມ ຕົ້ນໄມ້ມໍລະດົກ ຫວຽດນາມ
ໄດ້ຮັບຮອງ ຕົ້ນໂພ ບ້ານ ກວິດ ເປັນຕົ້ນໄມ້ມໍລະດົກ ຫວຽດນາມ ຕ້ອງໄດ້ອະນຸລັກຮັກສາ. 



ສອງລຳຕົ້ນມີລວງຮອບໃຫຍ່ສຸດ ຂອງ ຕົ້ນໂພບ້ານ ກວິດ ໄດ້ປະຊາຊົນທ້ອງຖິ່ນ ຖືວ່າເປັນ ຕົ້ນໄມ້ຜົວ, ຕົ້ນໄມ້ເມຍ. 

ລຳຕົ້ນທີໜຶ່ງ ຂອງ ຕົ້ນໂພມໍລະດົກມີລວງຮອບກວ່າ 40 ແມັດ.


ວິຫານ ຕ໊ານວຽນ ເຊີນແທ໋ງຕັ້ງຢູ່ໃຕ້ ສອງລຳຕົ້ນໃຫຍ່ ຂອງ ຕົ້ນໂພອາຍຸພັນປີ. 

ກິ່ງງ່າຂອງຕົ້ນໂພບ້ານ ກວິດ ເປັນບ່ອນໃຊ້ຊີວິດຂອງເຄືອໄມ້.

ກິ່ງງ່າຕົ້ນໂພໃຫຍ່, ຮົ່ມໄມ້ຕຶບໜາ ປິດບັງແສງສະຫວ່າງ ເຮັດໃຫ້ ພຶດສາສາດ ຢູ່ເດີ່ນປົ່ງຂຶ້ນ ແລະ ແຜ່ຂະຫຍາຍກວ້າງຕະຫຼອດປີ ຊຶ່ງສ້າງເປັນພົມພືດ

ພຶດສາຊາດເກີດ ຢູ່ເທິງຫຼັງຄາຂອງຫໍວິຫານ. 

ມູມໜຶ່ງ ຂອງ ລໍາຕົ້ນໂພ.

ລຳຕົ້ນທີສອງ ຂອງ ຕົ້ນໂພ ບ້ານກວິດ ມີວົງຮອບກວ່າ 30 ແມັດ ເບິ່ງຈາກເສັ້ນທາງ ພາເຂົ້າເຖິງ ວິຫານ ຕ໊ານວຽນເຊີນແທ໋ງ.

ລຳຕົ້ນໂພ ຢູ່ຕໍ່ໜ້າວິຫານ ຕ໊ານວຽນເຊີນແທ໋ງ.

ຄາດວ່າ ມີອາຍຸ ນັບພັນປີ, ແຕ່ຕົ້ນໂພມໍລະດົກ ຢູ່ ບ້ານ ກວິດ ມາຮອດປະຈຸບັນ ຍັງມີຄວາມຂຽວງາມຕະຫຼອດປີ.


ນັກທ່ອງທ່ຽວມາຢ້ຽມຢາມ “ຂຸມຊັບຂຽວ” ຂອງບ້ານກວິດ. 

ເບິ່ງແຕ່ໄກ, ກິ່ງງ່າ ຕົ້ນໂພ ໄດ້ແຜ່ປົກຄຸມໄປທົ່ວ ພື້ນທີ່ກວ້າງ ຂວາງ. ຜ່ານການເວລານັບພັນປີ, ຕົ້ນໂພນີ້ ໄດ້ຖືກແບ່ງເປັນສອງ ລຳຕົ້ນໃຫຍ່, ແຕ່ລະຕົ້ນ ຜູ້ຄົນນັບສິບ ໂອບກອດກໍບໍ່ຫຸ້ມ. ລຳຕົ້ນ ບໍ່ລຽບ, ມີໂກນ-ຮູ ຫຼາຍ, ຈາກກິ່ງ ປົ່ງຮາກ ຢ່ອນລົງດິນແລ້ວ ຂະ ຫຍາຍຕົວ ຕາມວັນເວລາ ແລະ ໃຫຍ່ ຄືດັ່ງເສົາສາລາ ປັກລົງດິນ ຊ່ວຍຄຳ້ຊູ ຄວາມໜັກ ຂອງ ຕົ້ນໂພ ໃຫຍ່ຕົ້ນນີ້. 

ວັນທີ 15 ກຸມພາ 2016, ຕົ້ນໂພ ບ້ານກວິດ ໄດ້ສະມາຄົມ ປົກ ປ້ອງທຳມະຊາດ ແລະ ສິ່ງແວດລ້ອມ (VACNE) ເຊີດຊູ ໃຫ້ເປັນ ຕົ້ນໄມ້ມໍລະດົກ ຫວຽດນາມ. 
ບັນດາຜູ້ອາວຸໂສ ຢູ່ບ້ານ ກວິດ ກໍບໍ່ຮູ້ຊັດເຈນວ່າ ຕົ້ນໂພນີ້ ກຳເນີດ ຂຶ້ນ ຢູ່ທ່ີນີ້ ແຕ່ເມື່ອໃດ. ຕາມເລື່ອງລາວຕ່າງໆ ຂອງ ປູ່ຍ່າຕາຍາຍ ເລົ່າສູ່ຟັງວ່າ ຕົ້ນໂພ ແລະ ຫໍວິຫານ ບູຊາ ຕ໊ານວຽນ ເຊີນແທ໋ງ ແຕ່ ໃດມາ ເປັນບ່ອນອີງທາງຈິດໃຈ, ເປັນບ່ອນດຳເນີນຊີວິດ ດ້ານ ຄວາມເຊື່ອຖື ຂອງ ປະຊາຊົນ ຢູ່ນະແຫ່ງນີ້. ຂີດໝາຍແຫ່ງວັນເວ ລາ ໄດ້ຈາລຶກໄວ້ ຢູ່ເທິງ ແຕ່ລະກິ່ງ, ແຕ່ລະຮາກ ທີ່ແຜ່ຂະຫຍາຍ ລົງເລິກເຂົ້າໄປໃນພື້ນດິນ. ປີ 2011, ສະມາຄົມຕົ້ນໄມ້ມໍລະດົກ ຫວຽດນາມ ໄດ້ທຳການສຳຫຼວດ ແລະ ສະເໜີຕົວເລກ ກ່ຽວກັບ ຕົ້ນໂພ ທ່ີເກົ່າແກ່ນີ້, ຊຶ່ງສ້າງ ຄວາມປະທັບໃຈ ກໍ່ຄື: ມີ ລວງຮອບ ຂອງ ລຳຕົ້ນ ທີ່ 1 ແມ່ນ 43 ແມັດ, ລວງຮອບຂອງລຳຕົ້ນທີ່ 2 ແມ່ນ 37 ແມັດ ແລະ ຈຸດສູງສຸດຂອງ ຕົ້ນ ປະມານ 40 ແມັດ.

ມາຮອດປະຈຸບັນ, ຕົ້ນໂພ ຢູ່ຫໍວິຫານ ແທ໋ງຕ້ານ ຍັງຍືນຍົງຄົງຕົວ, ງຽບສະຫງົບ, ຜ່ານວັນເວລາ ຟ້າຝົນລົມແດງ, ເໝືອນດັ່ງເປັນ “ສັກ ຂີພິຍານ ທີ່ຍັງມີຊີວິດ” ໃຫ້ການກໍ່ຮ່າງສ້າງຕົວ ແລະ ຂະຫຍາຍ ຕົວ ຂອງ ແຖບດິນ ອຽນບ່າຍ, ຢູ່ໃຕ້ຕີນພູ ບາວີ່ ທີ່ມີເມກ ປົກຄຸມ ຕະຫຼອດປີ.


ຫໍວິຫານ ຕ໊ານວຽນ ເຊີນແທ໋ງ (ຫຼືເອີ້ນວ່າ ວິຫານ ແທ໋ງຕ໊ານ) ເພື່ອ ສັກກາລະບູຊາ ເຊີນຕິງ ຊຶ່ງເປັນຕົວລະຄອນ ໃນເທບນິຍາຍ ຂອງ ຫວຽດນາມ. ໃນຈິດສຳນຶກ ຂອງ ຊາວ ຫວຽດນາມ, ຕ໊ານວຽກເຊີນ ແທ໋ງ ເປັນພະອໍລະຫັນ ສະແດງໃຫ້ເຫັນ ຄວາມສາມາດ ບໍ່ມີທີ່ສິ້ນ ສຸດ ໃນການຕໍ່ສູ້ຕ້ານໄພທຳມະຊາດ, ໄພນໍ້າຖ້ວມ ເພື່ອປົກປັກ ຮັກສາ ລະດູການ ແລະ ຊີວິດ ຂອງ ປະຊາຊົນ. ແທ໋ງຕ໊ານ ເປັນ ໜຶ່ງ ໃນສີ່ ອໍລະຫັນອໍາມະຕະ ໃນຈິດສຳນຶກຂອງ ຊາວ ຫວຽດນາມ. 

ປະຕິບັດ: ຫວຽດເກື່ອງ

ບັນດາບົດທີ່ຖືກນຳສະເໜີ