03/10/2020 14:53 GMT+7 Email Print Like 0

ດໄຣ ນູຣ, ດໄຣ ຊາບ - ບົດເພງແຫ່ງພົງໄພເຂດ ໄຕງວຽນ

ການຜັນແປ ປ່ຽນແປງ ດ້ານທໍລະນີສາດ ຜ່ານການເວລານັບ ຫຼາຍລ້ານປີ ພ້ອມກັບ ນິຍາຍຮັກ ທີ່ມີລັກສະນະ ປະຫວັດສາດ ຂອງ ຊາວເຜົ່າ ເອເດ ໄດ້ປະທານໃຫ້ ເຂດດິນທີ່ ຕິດຕໍ່ກັບສອງແຂວງ ດັກລັກ ແລະ ດັກນົງ ນຳ້ຕົກຕາດສອງແຫ່ງ ທີ່ມີຄວາມງາມແບບທຳມະຊາດ, ຍິ່ງໃຫຍ່ ແລະ ໂຣແມນຕິກ ທີສຸດເຂດດິນ ໄຕງວຽນ. ນັ້ນແມ່ນ ນຳ້ຕົກຕາດ ດໄຣ ນູຣ (ນຳ້ຕົກຕາດເມຍ) ແລະ ນຳ້ຕົກຕາດ ດໄຣ ຊາບ (ນຳ້ຕົກຕາດ ຜົວ). 
ຕາດ ດໄຣ ນູຣ ຕັ້ງຢູ່ພື້ນທີ່ຂອງບ້ານ ກູອົບ, ຕາແສງ ດໄຣ ຊາບ, ເມືອງ ກຣົງ ອານາ, ແຂວງ ດັກລັກ. ຫ່າງຈາກນັ້ນ ບໍ່ໄກ, ນັກທ່ອງທ່ຽວຍ່າງຜ່ານຂົວ ເຄເບີ້ນ ສີແດງ ແລະ ໄປຕາມເສັ້ນທາງປ່າ ຕື່ມອີກໜ້ອຍໜຶ່ງ ກໍ່ຈະເຖິງນຳ້ຕົກຕາດ ດໄຣ ຊາບ ສັງກັດ ຕາແສງ ນາມຮ່າ, ເມືອງ ກຣົງ ກໂນ, ແຂວງ ດັກນົງ.

ດໄຣ ນູຣ ແລະ ດໄຣ ຊາບ ແມ່ນນຳ້ຕົກຕາດສອງແຫ່ງ ງາມທີສຸດ ຊຶ່ງຕັ້ງຢູ່ແຄມແມ່ນຳ້ ເຊເຣປອກ ຂອງ ເຂດ ໄຕງວຽນ. ຕາມຕໍານານ ຂອງ ຊົນເຜົ່າ ເອເດ ຢູ່ ໄຕງວຽນ ເລົ່າສູ່ຟັງວ່າ ແຕ່ກ່ອນ ແມ່ນຳ້ ເຊເຣປອກ ມີແຕ່ກະແສດຽວ ໄຫຼລະອິດລະອ້ຽວ ຢູ່ທ່າມກາງປ່າດົງພົງໄພ. ຄາວນັ້ນ, ມີອ້າຍບ່າວ ເມືອງ ກູອົບ ປົງໃຈຮັກ ສາວ ຄົນໜຶ່ງ ຢູ່ຝາກນັ້ນ ຂອງແມ່ນຳ້, ແຕ່ຍ້ອນສອງວົງຕະກຸນ ມີຄວາມອາຄາດບາດໝາງກັນ,  ສະນັ້ນຄວາມຮັກທັງສອງ ຈິ່ງບໍ່ສົມຫວັງ. ຍ້ອນຄວາມຮັກ ທ່ີບໍ່ສົມຫວັງ, ຄູ່ບ່າວສາວ ໄດ້ພ້ອມກັນ ໂດດລົງແມ່ນ້ຳ ເຊເຣປອກ ຂ້າຕົວຕາຍ ເພື່ອຫວັງວ່າ ຈະໄດ້ຢູ່ນຳກັນ ຕະຫຼອດໄປ. ໂມໂຫ ຕໍ່ໜ້າຄວາມເຫັນແກ່ຕົວຂອງຊາວ ບ້ານ, ເທວະດາ ເຮັດໃຫ້ເກີດ ຝົນຕົກ ລົມແຮງ ພ້ອມກັບຟ້າຜ່າ, ຟ້າຮ້ອງ ແບ່ງສາຍນຳ້ ເຊເຣປອກ ອອກເປັນສອງສາຍ ແລະ ຕັດທາງໄປມາລະຫວ່າງ ສອງບ້ານ.  ແມ່ນຳ້ ທັງສອງ ມີຊື່ເອີ້ນທີ່ຕ່າງກັນຄື: ແມ່ນໍ້າ ກຣົງ ອານາ (ແມ່ນໍ້າກ໋າຍ-ຍິງ), ໃຫ້ກຳເນີດ ນຳ້ຕົກຕາດ ດໄຣ ນູຣ (ເອີ້ນວ່າ ນຳ້ຕົກຕາດ ເມຍ) ແລະ ແມ່ນຳ້ ກຣົງ ກໂນ (ແມ່ນຳ້ດືກ-ຊາຍ), ໃຫ້ກຳເນີດ ນຳ້ຕົກຕາດ ດໄຣ ຊາບ (ເອີ້ນວ່າ ນຳ້ຕົກຕາດ ຜົວ). ນັບຕັ້ງແຕ່ນັ້ນມາ, ນຳ້ຕົກຕາດຜົວ-ນຳ້ຕົກຕາດເມຍ ຍາມໃດກໍ ຢູ່ຄຽງຂ້າງກັນ ແລະ ມີຄວາມສະໜິດຕິດພັນ ຊຶ່ງບໍ່ມີຍາມຫ່າງໄກກັນ.

 

ບັນດາໂງ່ນຫີນພູເຂົາໄຟ ຫ່າງຈາກນີ້ ຫຼາຍລ້ານປີ ຢູ່ນຳ້ຕົກຕາດ ດໄຣ ຊາບ ມີຮູບທໍ່ລ່ຽມ ຄ້າຍໆ ກັບຫີນຢູ່ ແກ້ງ ດ໋າເດ໊ຍ ທີ່ມີຊື່ສຽງ ຂອງ ແຂວງ ຝູ໋ອຽນ. ພາບ: ແທງຮ່ວາ


ແຕ່ເພດານຖຳ້ແຫ່ງນີ້ ມອງສູ່ນຳ້ຕົກຕາດ ດໄຣ ນູຣ. ພາບ: ແທງຮ່ວາ


ນຳ້ຕົກລົງ ຟົ້ງກະຈາຍ ເປັນສີຂາວ ຊຶ່ງສ້າງເປັນພາບ ທີ່ສວຍງາມ ຢູ່ກາງ ປ່າດົງພົງໄພ. ພາບ: ແທງຮ່ວາ


ຮາກ ໄມ້ຂະໜາດໃຫຍ່ ໄດ້ໂອບກອດ ໂງ່ນຫີນ ຊຶ່ງສ້າງເປັນ ຮູບຊົງ ທີ່ແປກປະຫຼາດ. ພາບ: ແທງຮ່ວາ


ການຜັນແປ ປ່ຽນແປງ ດ້ານທໍລະນີສາດ ຜ່ານການເວລານັບ ຫຼາຍລ້ານປີ ໄດ້ສ້າງເປັນຮ່ອມພູທີ່ແສນງາມ ຢູ່ໃຕ້ຕີນພູ ດໄຣ ນູຣ. ພາບ: ແທງຮ່ວາ

ໃນລະດູຝົນ, ຈາກເປີ້ນພູສູງປະມານ 30 ແມັດ, ນຳ້ຕົກຕາດ ດໄຣ ນູຣ ມີຄວາມກວ້າງກວ່າ 250 ແມັດ ຕົກລົງມາ ຟົ້ງກະຈາຍເປັນສີຂາວ ຊຶ່ງສ້າງເປັນພາບພົດທີ່ສວຍງາມ ຢູ່ກາງ ປ່າດົງພົງໄພ. ແຕກຕ່າງກັບພາບພົດ ຢູ່ເທິງນ້ຳຕົກຕາດ, ຢູ່ໃຕ້ນຳ້ຕົກຕາດ ແມ່ນເຂດນ້ຳຕື້ນ ທີ່ກວ້າງໃຫຍ່ ໄຫຼລ່ອງ ຜ່ານບັນດາຂອກຫີນ ຢ່າງຊ້າໆ. 
 
ຕໍານານ ກ່ຽວກັບນ້ຳຕົກຕາດ ດໄຣ ນູຣ, ດໄຣ ຊາບ ເໝືອນດັ່ງນິຍາຍຮັກລະຫວ່າງ “Romeo ແລະ Juliet” ຊຶ່ງເຕັມໄປດ້ວຍ ສີສັນປະຫວັດສາດ ຂອງ ຊາວເຜົ່າ ເອເດ. 
ຕາມນັກຄົ້ນຄວ້າ, ບັນດາຊັ້ນຫີນ ຢູ່ ດໄຣ ນູຣ ມີໂຄງປະກອບ ຄ້າຍໆ ຄືກັນກັບ ບັນດາຊັ້ນຫີນ ຢູ່ ລານຫີນ ເດ໊ຍ ທີ່ມີຊື່ສຽງ ຢູ່ແຂວງ ຝູ໋ອຽນ. ນີ້ແມ່ນຂອງຂວັນທີ່ແປກປະຫຼາດ ຈາກທຳມະຊາດ, ໄດ້ກຳເນີດຂຶ້ນມາຈາກ ກ້ອນຫີນພູເຂົາໄຟ, ເປັນປາກົດການທ່ີໜ້າຊື່ນຊົມເປັນພິເສດຈາກການເຄື່ອນໄຫວ ພູເຂົາໄຟ ຫ່າງຈາກນີ້ ຫຼາຍລ້ານປີ.

ແຕກຕ່າງກັບ ຄວາມຍິ່ງໃຫຍ່ ຂອງ ນໍ້າຕົກຕາດ ດໄຣ ນູຣ, ນໍ້າຕົກຕາດ ດໄຣ ຊາບ ພັດມີຄວາມສວຍງາມ ແບບງຽບສະຫງົບ. ຈາກເປີ້ນພູສູງປະມານ 20 ແມັດ, ນໍາ້ຕົກສອງສາຍ ໄຫຼຕົກລົງມາ ສ້າງເປັນໝອກ ທ່ີບາງໆ ເລື່ອນລອຍໄປຕາມສາຍລົມ, ອາດຈະແມ່ນເຫດຜົນນີ້ເອງ ມັນຈຶ່ງມີຊື່ເອີ້ນອີກວ່າ “ນຳ້ຕົກຕາດຄວັນ”. ຄວາມສວຍງາມຂອງ ດໄຣ ຊາບ ມີຄວາມປະສົມປະສານຢ່າງໜ້າອັດສະຈັນ ກັບທຳມະຊາດທີ່ຮົ່ມເຢັນຂອງ ບັນດາເຂດປ່າດົງພົງໄພ. ຈາກແຄມປ່າ ສົ່ງສາຍຕາອອກໄປໄກໆ ແມ່ນເຂດນຳ້ ຢູ່ຕີນນໍ້າຕົກຕາດ ດໄຣ ຊາບ ເບິ່ງເໝືອນດັ່ງ ໜອງ ນຳ້ຂະໜາດໃຫຍ່ ທີ່ມີສີຂຽວໃສສ່ອງ. ຢູ່ແຄມໜອງ ແມ່ນ ບັນດາຊັ້ນຫີນດຳຫຼາຍຊັ້ນຊ້ອນ ສູ່ແຄມນຳ້. ມີບັນດາໂງ່ນຫີນໃຫຍ່ ແລະ ຮາບພຽງເໝືອນ ຄືຕຽງໜ່ວຍໜຶ່ງ ໄດ້ປົກຄຸມດ້ວຍຮົ່ມເຢັນ ຂອງ ປ່າໂຄກ ຊ່ຶງສ້າງເປັນຈຸດພັກຜ່ອນຊ່ົວຄາວສຳລັບນັກທ່ອງທ່ຽວ ເພື່ອເຊີຍຊົມທິວທັດທຳມະຊາດ ທີ່ສວຍງາມ.

 

ນຳ້ຕົກຕາດ ສອງສາຍໄຫຼຈາກ ເປີ້ນພູສູງ ຕົກລົງມາ ສ້າງເປັນ ທັດ ສະນີຍະພາບ ທີ່ແສນສວຍງາມ. ພາບ: ແທງຮ່ວາ/VNP


ທັດສະນີຍະພາບ ດໄຣ ນູຣ ເປັນຈຸດນັດໝາຍທີ່ດຶງດູດໃຈສຳລັບນັກທ່ອງທ່ຽວເມື່ອໄປຍັງແຂວງ ໄຕງວຽນ. ພາບ: ແທງຮ່ວາ


ນັກທ່ອງທ່ຽວຕ່າງປະເທດ ຊົມຄວາມງາມແບບທໍາມະຊາດ ແລະ ຄວາມໃຫຍ່ໂຕ ຂອງ ນຳ້ຕົກຕາດ ດໄຣ ຊາບ. ພາບ: ແທງຮ່ວາ


ນັກທ່ອງທ່ຽວແຊ່ຕົວ ຢູ່ໃນກະແສນຳ້ທີ່ໃສເຢັນ ຈາກ ນຳ້ຕົກ ຕາດ ດໄຣ ຊາບ. ພາບ: ແທງຮ່ວາ
 
ບົດ ແລະ ພາບ: ແທງຮ່ວາ
ບັນດາບົດທີ່ຖືກນຳສະເໜີ