25/02/2018 11:16 GMT+7 Email Print Like 0

ຊາວກວາງຊີ ນິຍົມອາຫານການກິນຂອງຫວຽດນາມ

      ນັກຄົ້ນຄວ້າຫວຽດນາມ 3 ຄົນ, ທັງຮຽນ, ທັງບໍລິຫານຮ້ານອາຫານຂາຍຂອງກິນຂອງຫວຽດນາມ ຢູ່ໃກ້ກັບມະຫາວິທະຍາໄລກວາງຊີ (ໜານໜິງ, ປະເທດຈີນ). ຮ້ານອາຫານຂອງເຂົາເຈົ້າມີລາຍຮັບເພີ່ມຂຶ້ນ 20% ໃນແຕ່ລະປີ ໃນໄລຍະ 3 ປີມໍ່ໆມານີ້, ເຊິ່ງເຫັນໄດ້ເຖິງຄວາມມານະພະຍາຍາມໃນການແນະນຳອາຫານການກິນທີ່ເປັນມູນເຊື້ອຂອງຫວຽດນາມ ຢູ່ກວາງຊີ ຂອງເຂົາເຈົ້າໄດ້ຮັບຄວາມນິຍົມຫຼາຍຂຶ້ນ.

(ຫານຮ້ານອາຫານຂາຍຂອງກິນຂອງຫວຽດນາມ ຢູ່ໃກ້ກັບມະຫາວິທະຍາໄລກວາງຊີ)
      ບຸຍຖຸຍເວີນ ແມ່ນນັກຄົ້ນຄວ້າຂະແໜງເສດຖະກິດຊົນຊາດມະຫາວິທະຍາໄລຊົນຊາດກວາງຊີ. ຟ້າມທູຫງອກ ແມ່ນນັກຄົ້ນຄວ້າຂະແໜງສາທາລະນະສຸກສາທາລະນະມະຫາວິທະຍາໄລແພດສາດກວາງຊີ. ຫງວຽນຕ໋ຽນແມ້ງ, ນັກຄົ້ນຄວ້າຂະແໜງເສດຖະກິດຂອງມະຫາວິທະຍາໄລກວາງຊີ. ທັງ 3 ເອື້ອຍນ້ອງມີຄວາມຫຼົງໄຫຼກັບອາຫານການກິນຂອງຫວຽດນາມ ຄືກັນ.
        ຕອນທ່ຽງບໍ່ແມ່ນຊ່ວງເວລາທີ່ຮ້ານອາຫານມີແຂກມາຫຼາຍທີ່ສຸດ. ແຕ່ຕອນທ່ຽງນັ້ນ, ແຂກມາກິນກໍ່ຂ້ອນຂ້າງຫຼາຍຢູ່. ອ້າຍ ອູວຸງຄົວ, ເຊິ່ງເປັນທ່ານໝໍຊາວຈີນ, ພວມນັ່ງກິນເຝີໄກ່ຮ້ອນໆ, ຍາມຕອນທ່ຽງໃຫ້ຮູ້ວ່າ.
        “ນັບແຕ່ມື້ເປີດຮ້ານອາຫານມາຮອດປະຈຸບັນ, ອາທິດໃດຂ້າພະເຈົ້າກໍ່ມານີ້ແຕ່ 2 – 3 ເທື່ອ. ຂອງກິນຂອງຫວຽດນາມ ພິເສດທີ່ສຸດ, ຂ້າພະເຈົ້າມັກຫຼາຍ. ຂ້າພະເຈົ້າໄດ້ໄປທ່ຽວຢູ່ຫວຽດນາມ ຫຼາຍຄັ້ງ ແລະ ມັກກິນເຝີ ແລະ ຢໍ່ຈືນຂອງຫວຽດນາມ ທີ່ສຸດ. ໂຊກດີແມ່ນເມື່ອກັບເມືອບ້ານ ຂ້າພະເຈົ້າໄດ້ກິນຢູ່ຮ້ານອາຫານນີ້ ແລະ ຮູ້ສຶກວ່າອາຫານຢູ່ນີ້ແຊບຫຼາຍ. ຕົວຢ່າງຄື: ເຝີໄກ່ມັນຄືກັບຂ້າພະເຈົ້າໄດ້ກິນຢູ່ຫວຽດນາມ, ແຕ່ລະເທື່ອເມື່ອຂ້າພະເຈົ້າມາຮ້ານອາຫານນີ້ລ້ວນແຕ່ສັ່ງຢໍ່ຈືນ ຍ້ອນມັນມີສ່ວນປະກອບຫຼາຍຢ່າງ ແລະ ແຊບທີ່ສຸດ”.
        ບຸຍຖຸຍເວີນ ແມ່ນໜຶ່ງໃນຈຳນວນ 3 ຄົນທີ່ຕັ້ງຮ້ານອາຫານນີ້, ເຊິ່ງໄປຮຽນຢູ່ແຂວງ ໜານໜິງ ນັບແຕ່ອາຍຸ 18 ປີ. ກໍຄ້າຍຄືບັນດາຜູ້ທີ່ຫ່າງໄກຈາກບ້ານເກີດເມືອງນອນອື່ນໆ, ເອື້ອຍໄດ້ຄິດຮອດອາຫານຂອງຫວຽດນາມ ທີ່ສຸດ. ຖ້າໄດ້ຍິນວ່າຢູ່ ໜານໜິງ ມີຮ້ານອາຫານໃດ ເອື້ອຍກໍ່ມາຊິມເບິ່ງ. ແຕ່ບັນດາເຍື່ອງອາຫານນັ້ນເຮັດໃຫ້ເອື້ອຍຜິດຫວັງ ຍ້ອນອາຫານຢູ່ບັນດາຮ້ານນັ້ນບໍ່ຄືດັ່ງຄວາມຄິດຂອງເອື້ອຍ. ເອື້ອຍ ໄດ້ພ້ອມກັບກຸ່ມຂອງຕົນເລີ່ມຕົ້ນດ້ວຍການຂາຍເຝີໄກ່ເມື່ອເປີດຮ້ານອາຫານຫວຽດນາມ. ໃນເບື້ອງຕົ້ນແຂກມາກິນກໍ່ບໍ່ຫຼາຍ, ແຕ່ຫຼັງຈາກນັ້ນກໍ່ຄ່ອຍໆດີຂຶ້ນ. ບຸຍຖຸຍເວີນ, ເລົ່າສູ່ຟັງວ່າ.
        “ໃນເວລາຮ້ານອາຫານເປີດໄດ້ 5, 6 ເດືອນ, ຈຳນວນແຂກມາກິນຫຼາຍທີ່ສຸດ, ຍາມທ້າຍອາທິດຕ້ອງລຽນແຖວລໍຖ້າເພື່ອກິນເຝີ. ຂ້າພະເຈົ້າໄດ້ເຮັດອາຫານຈຳນວນໜຶ່ງອີກຄື: ຢໍ່, ເຝີພັນ, ເຂົ້າປຸ້ນຊີ້ນປີ້ງ… ບັນດາເຍື່ອງອາຫານນັ້ນແມ່ນຂ້າພະເຈົ້າມັກກິນທີ່ສຸດຢູ່ຫວຽດນາມ. ຂ້າພະເຈົ້າກໍ່ເຊີນແມ່ຄົວຢູ່ຫວຽດນາມ ມາເພື່ອແຕ່ງກິນ. ຊາວຈີນ ມັກກິນບັນດາເຍື່ອງອາຫານທີ່ແຕກຕ່າງກັບອາຫານຂອງເຂົາເຈົ້າ ແລະ ເຂົາເຈົ້ານິຍົມຫຼາຍ”.
        ຫງວຽນຕ໋ຽນແມ້ງ, ອາຍຸ 28 ປີ, ແມ່ນສະມາຊິກຊາຍຄົນໜຶ່ງໃນກຸ່ມ ໃຫ້ຮູ້ສາຍເຫດທີ່ເລືອກເຟັ້ນບັນດາເຍື່ອງອາຫານພື້ນເມືອງເພື່ອເລີ່ມທຸລະກິດຢູ່ກວາງຊີ ວ່າ.
        “ເຝີ ແລະ ຢໍ່ຈືນ ແມ່ນອາຫານ 2 ຢ່າງທີ່ເປັນເອກະລັກສະເພາະຂອງຊາດຫວຽດນາມ, ກໍໄດ້ຮັບການໂຄສະນາຢູ່ຫຼາຍປະເທດ, ສະນັ້ນ, ກ່ອນອື່ນໝົດ, ພວກຂ້າພະເຈົ້າຢາກແນະນຳໃຫ້ຊາວຈີນ ຮູ້ກ່ຽວກັບບັນດາເຍື່ອງອາຫານທີ່ເຂົາເຈົ້າເຄີຍໄດ້ຍິນ, ໄດ້ຮູ້ແລ້ວ ແລະ ຢາກກິນ ເຖິງວ່າເຂົາເຈົ້າບໍ່ມີເງື່ອນໄຂມາຫວຽດນາມ ແລະ ນີ້ກໍ່ແມ່ນການປະກອບສ່ວນໂຄສະນາຫວຽດນາມ ເຖິງເພື່ອນມິດຈີນ, ປະກອບສ່ວນພັດທະນາການທ່ອງທ່ຽວ ໃຫ້ດີຂຶ້ນ”.
        ສຳລັບ ຟ້າມທູຫງອກ, ເອື້ອຍກໍ່ມີຄວາມກະຕືລືລົ້ນເພື່ອແນະນຳບັນດາເຍື່ອງອາຫານຂອງຫວຽດນາມ ໃນປະຊາຄົມຊາວຫວຽດນາມ ແລະ ຊາວຈີນ ຢູ່ແຂວງກວາງຊີ ຄືບັນດາເພື່ອນຂອງຕົນ.
        “ທັງ 3 ຄົນພວກຂ້າພະເຈົ້າລ້ວນແຕ່ໄປຮຽນ, ລ້ວນແຕ່ມີວຽກງານທີ່ແຕກຕ່າງກັນ, ແຕ່ຕ້ອງຄິດຮອດບ້ານເກີດເມືອງນອນ, ຢາກໂຄສະນາວັດທະນະທຳອາຫານການກິນຂອງຫວຽດນາມ, ກໍຄືສ້າງຈຸດນັດພົບເພື່ອໃຫ້ຊາວຫວຽດນາມ ແລະ ພວກນ້ອງນັກຮຽນຊາວຫວຽດນາມ ຢູ່ນີ້ມີກາລະໂອກາດພົບປະ ແລະ ແລກປ່ຽນກັນຫຼາຍກວ່າ.”
        ໃນໄລຍະ 3 ປີຜ່ານມາ, ຈາກເຍື່ອງອາຫານເຝີໄກ່ທີ່ເປັນມູນເຊື້ອຂອງຫວຽດນາມ, 3 ເອື້ອຍນ້ອງ ຫງອກ, ເວີນ, ແມ້ງ ໄດ້ປຸ່ງແຕ່ງອາຫານຕື່ມອີກຫຼາຍເຍື່ອງເພື່ອຮັບໃຊ້ຜູ້ບໍລິໂພກໃນຮ້ານອາຫານ 2 ຮ້ານທີ່ຂາຍອາຫານຫວຽດນາມ ຢູ່ກວາງຊີ. ເຂົາເຈົ້າກໍ່ໄດ້ຂາຍເຄື່ອງໃຫ້ບັນດາສາຂາຈຳໜ່າຍຢູ່ຫຼາຍແຂວງ, ນະຄອນຢູ່ຈີນ ອີກ. ບັນດາຄວາມມານະພະຍາຍາມໃນການນຳອາຫານການກິນຂອງຫວຽດນາມ ໄປສູ່ຊາວຈີນ ຢູ່ແຂວງກວາງຊີ ເບິ່ງຄືວ່າໄດ້ຮັບຜົນດີໃນເບື້ອງຕົ້ນ.
 (ແຫຼ່ງຄັດຈາກ VOV)