01/03/2017 00:01 GMT+7 Email Print Like 0

ງານບຸນປະເພນີ ຈໍ່ຈ່ຽງ

ຜ່ານການຜັນແປຂອງປະຫວັດສາດ ກວ່າ 10 ສະຕະວັດ ຜ່ານ ມາ, ຈຸດເດັ່ນ ຂອງ ວັດທະນະທຳ ໃນສະໄໝເຈົ້າຊີວິດ ຫຼີ ຄ່ອຍ ຖືກສູນເສຍໄປ, ປະຈຸບັນ ລຸ້ນລູກຫຼານ ຂອງ ທ່ານ ຈິ້ງກວັກ ບາວ ຍັງຄົງຮັກສາໄດ້ ຈໍ່ຈ່ຽງ ຂອງ ບ້ານ ຈິ້ງສາ ເພື່ອສ້າງ ຄວາມ ສຳລານໃຈໃຫ້ແກ່ຊາວກະສິກອນ ພາຍຫຼັງ ທຳການ ຜະລິດ ພາຍໃນປີ. 

ຊາວບ້ານ ເຈົາອ໋າຍ (ຊື່ເອີ້ນເຂດ ແທງຮວາ ຢູ່ສະໄໝສັກດີນາ) ຍັງຮັກສາຄຳສຸພາສິດທີ່ວ່າ: “ຈໍ່ຈ່ຽງ, ມວຍປ້ຳ, ຫຼິ້ນຫຸ່ນ ຊີ - ປົກ ເຂົ້າ ແກເຫຼີ, ແຂ່ງເຂົ້າ ແກລ່າວ…” ເພື່ອຍ້ອງຍໍສັນລະເສີມ ຈໍ່ ຈ້ຽງ ຊຶ່ງແມ່ນງານບຸນທີ່ມີຜູ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ ແລະ ມ່ວນຊື່ທີສຸດຢູ່ແທງຮວາ. 

ບຸນ ຈໍ່ຈ່ຽງ ຈະໄຂຂຶ້ນແຕ່ວັນທີ 11-12 ເດືອນຈຽງ ຕາມຈັນທະປະຕິທິນຂອງ ຫວຽດນາມ ລວມມີ 12 ເລື່ອງຫຼິ້ນຄື: ຂັບແຈ່ວ, ເລືອກເຈົ້າບ່າວ, ແຂ່ງຊ້າງ, ແຂ່ງມັງກອນ, ທຽນເວືອງ, ການ ແລກປ່ຽນສິນຄ້າກັບ ຍີ່ປຸ່ນ ແລະ ໂຮນລັງ, ທ້າວ ເຕ໋ວ ຂຶ້ນຕົ້ນ ໄມ້…
ປື້ມບັນທຶກປະຫວັດສາດຂອງ ຫວຽດນາມ ໄດ້ຂຽນໄວ້ວ່າ: “ເຈົ້າຊີວິດ ຫຼີແທງຕົງ (1054-1072) ສັ່ງທ່ານ ຈິ້ງກວກບາວ ໄປ ຂັບໄລ່ສັດຕູ ຈຽມແທ່ງ ທີ່ມາຮຸກຮ້ານ. ເມື່ອຮູ້ວ່າ ທະຫານ ຈຽມແທ່ງ ຈະ ນຳໃຊ້ຊ້າງໃນການສູ້ຮົບ, ທ່ານ ຈິ້ງກວັກບາວ ຈຶ່ງ ສັ່ງທະຫານ ເຮັດຊ້າງດ້ວຍໄມ້ໄຜ່ ແລ້ວ ຝຶກແອບ ພ້ອມກັບທະ ຫານ. ເມື່ອທຳການສູ້ຮົບຕົວຈິງ,  ບັນດາຊ້າງທີ່ເຮັດດ້ວຍ ໄມ້ ໄຜ່ ຂອງ ທ່ານ ຈິ້ງກວັກບາວ ຖືກລຸກເປັນໄຟ ຍ້ອນມັດໄຟ ໄວ້ ຢູ່ ເທິງງວງຊ້າງ, ເມື່ອເຫັນໄຟ ເຮັດໃຫ້ຊ້າງ ຂອງທະຫານ ຈຽມ ແທ່ງ ຮູ້ສຶກຕົກໃຈ ແລ້ວພາກັນ ແລ່ນໜີ ໄປໝົດ”. 

ເປີດສາກໃຫ້ແກ່ງານບຸນ ຈໍ່ຈ່ຽງ, ບັນດາຜູ້ເຖົ້າຜູ້ແກ່ ໄດ້ທຳ ພິທີໄຫວ້ບູຊາຢູ່ຫໍວິຫານ ເຍີດ
ຕາມຮີດຄອງປະເພນີ ຂອງບ້ານ. 



ບັນດາຜູ້ເຖົ້າຜູ້ແກ່ ກຳລັງພິທີແຫ່ເຄື່ອງບູຊາ ເຈົ້າຖິ່ນເຈົ້າຖານ ອອກໄປຫາເດີ່ນບ້ານ. 


12 ທິມທີ່ເຂົ້າຮ່ວມ ໄດ້ເຕົ້າໂຮມກັນຢູ່ ຫໍວິຫານ ເຍີດ ເພື່ອທຳ ພິທີແຫ່ເຈົ້າຖິ່ນເຈົ້າຖານ ອອກໄປຫາເດີ່ນບ້ານ. 


ຂະບວນແຫ່ໄປອ້ອມຮອບບ້ານ ຈິ້ງສາ ເພື່ອ ໃຫ້ ຊາວບ້ານມາຖະຫວາຍເຄື່ອງບູຊາ.


ທິມຂັບ ແຈ່ວ ທັງຮ້ອງເພງ, ທັງຟ້ອນໃນຂະບວນແຫ່ ເຈົ້າ ຖິ່ນ ເຈົ້າຖານ.
 
ປີ 1068, ເຈົ້າຊີວິດ ຫຼີ ໃຫ້ຈັດງານບຸນເນື່ອງໃນໂອກາດບຸນປີ ໃໝ່ ແລະ ການສູ້ຮົບດ້ວຍຊ້າງຂອງທ່ານ ຈິ້ງກວັກບາວ  ຊຶ່ງ ເຮັດໃຫ້ເຈົ້າຊີວິດ ແລະ ປະຊາຊົນຮູ້ສຶກຈັບໃຈແລະ ເພິ່ງພໍໃຈ. ປີ 1085, ທ່ານ ຈິ້ງກວັກບາວ ມີອາຍຸ 80 ປີ, ເພິ່ນ ລາອອກ ຈາກຕຳແໜ່ງແລ້ວກັບມາບ້ານເກີດເມືອງນອນ ແມ່ນບ້ານ ຈິ້ງ ສາ (ຕາແສງ ອຽນນິງ, ເມືອງ ອຽນດິງ) ແລ້ວພ້ອມ ກັບ ຊາວ ບ້ານ ສ້າງລາຍການສະແດງສູ້ຮົບດ້ວຍຊ້າງ, ລາຍການດັ່ງ ກ່າວ ໄດ້ຄົງຮັກສາໄວ້ຈົນເຖິງປະຈຸບັນ. 

ຕາມການກຳນົດຂອງບ້ານ, ຈໍ່ຈ່ຽງ ໄດ້ແບ່ງການຫຼິ້ນ ມີຂະ ໜາດໃຫຍ່, ໜາດກາງ ແລະ ຂະໜາດນ້ອຍ. ປີໃດທີ່ຜົນການ ເພາະປູກດີ, ປະຊາຊົນ ຢູ່ເຢັນເປັນສຸກ, ປີນັ້ນ ຈະຈັດຕັ້ງ ການ ຫຼິ້ນຂະໜາດໃຫຍ່: ສະແດງໝົດ 12 ເລື່ອງ; ປີ ໃດຜົນການ ເພາະ ປູກຫຼຸດລົງ ຈະຈັດຫຼິ້ນຂະໜາດກາງ: ແຕ່ 5-6 ເລື່ອງ; ປີໃດຜົນການເພາະປູກບໍ່ດີ ຈະຈັດຫຼິ້ນຂະໜາດນ້ອຍ. 
ການແຂ່ງຊ້າງ ຖືເປັນລາຍການພິເສດສຸດຂອງວັນບຸນ. ຊ້າງ ແຂ່ງ ສານດ້ວຍໄມ້ໄຜ່ ແລະ ເສັ້ນຫວາຍ, ຜູ້ຊາຍ 4 ຄົນ ເປັນຜູ້ ຫາມຕີນ 4 ຂ້າງ ແລະ ຊ້າງໂຕນັ້ນ ຖືກບັນຊາດ້ວຍ ຜູ້ເຖົ້າ ຄົນ ໜຶ່ງທີ່ມີສຸຂະພາບແຂງແຮງ, ມີປະສົບການໃນການແຂ່ງ ຊ້າງ. ຕາມປະເພນີຂອງບ້ານ, ການແຂ່ງຊ້າງຈະມີສອງຮອບ, ຮອບ ໜຶ່ງມີ 3 ຍົກ, ຊ້າງໂຕໃດຖືກຍູ້ຖອຍຫຼັງ ຫຼື ຖືກຕີໃສ່ຕົວໜັງສື “ດິກ” ຢູ່ເທິງຫົວແມ່ນເປັນຝ່າຍແພ້. ຫຼັງຈາກສິ້ນສຸດ ການແຂ່ງ ຂັນ, ຊ້າງທຸກໂຕຈະໄດ້ເອົາໄປຈູດ ເພື່ອລາຍງານ ກັບຟ້າດິນ ແລະ ຕອບແທນບຸນຄຸນຕໍ່ຄຸນສົມ ບັດຂອງບັນພະ ບຸລຸດບ້ານ ຈ່ຽງ. ຕາມເລື່ອງເລົ່າສືບທອດກັນມາວ່າ ຄູ່ຜົວ ເມຍ ໃດທີ່ຍັງ ບໍ່ ທັນມີລູກ, ຖ້າລອດຂ້າມທ້ອງຊ້າງ, ປີນັ້ນເຂົາເຈົ້າຈະມີລູກ. 

ເທື້ອງຊ້ວນ ເປັນຜູ້ບັນຊາການຫຼິ້ນ ເລືອກເຈົ້າບ່າວ. ກ່ອນອື່ນ ໝົດແມ່ນສາກເລືອກເຈົ້າບ່າວ
ຂອງ ເຈົ້າຊາຍ ປະເທດ ອາຍ ລາວ (ປະເທດ ລາວ), ທູດຂອງປະເທດ ຮຸງໂນ (ປະເທດໜຶ່ງ ຂອງ ຈີນ ໃນສະໄໝກ່ອນ)

ແລະ ບັນດາແມ່ທັບ ຂອງປະເທດ ຈີນ ໃນສະໄໝກ່ອນ), ຖັດໄປແມ່ນສາກ ເລືອກເຈົ້າບ່າວ ຂອງ ຜູ້ບ່າວ 4 ຄົນ,
ເປັນຕົວແທນໃຫ້ 4 ຊົນຊັ້ນໃນສັງຄົມສັກດີນາ
ຂອງ ຫວຽດນາມ ແມ່ນນັກ
ປັນຍາຊົນ,  ກຳມະກອນ, ຊາວ ກະສິກອນ ແລະ ພໍ່ຄ້າ. 
 


ສຸດທ້າຍເຈົ້າສາວ ຈະເລືອກເອົາຊາວກະສິກອນ ເປັນສາມີ ຍ້ອນ
ຊາວກະສິກອນເໝາະສົມກັບອາຊີບເຮັດນາຂອງ ຊາວ ບ້ານ ຈ່ຽງ.



ສາກໜຶ່ງ ຂອງ ການສະແດງລະຄອນ ທີ່ສະທ້ອນໃຫ້ເຫັນ ຮູບພາບເຮືອ ຂອງ ປະເທດ ຍີ່ປຸ່ນ,
ໂຮນລັງ ຂ້າມແມ່ນ້ຳມ້າ ມາເຖິງບ້ານ ຈ່ຽງ ເພື່ອຊື້ ແລະ ຂາຍສິນຄ້າ. 



ສາກໜຶ່ງ ຂອງ ການສະແດງລະຄອນ ທີ່ສະທ້ອນໃຫ້ເຫັນ ຮູບ ພາບພໍ່ຄ້າຊາວຍີ່ປຸ່ນ ມາຊື້ແພໄໝຢູ່ບ້ານ ຈ່ຽງ.


ສາກໜຶ່ງ ຂອງ ການສະແດງລະຄອນທີ່ສະທ້ອນໃຫ້ເຫັນຮູບ ພາບ ພໍ່ຄ້າຊາວ ໂຮນລັງ ມາຊື້ເຂົ້າສານຢູ່ບ້ານ ຈ່ຽງ.


ຜູ້ຊາຍບ້ານ ຈ່ຽງ ສະແດງເປັນພໍ່ຄ້າທີ່ມາຈາກປະເທດ ໂຮນລັງ. ນັກຄົ້ນຄວ້າດ້ານວັດທະນະທຳຫຼາຍຄົນ
ຍັງບໍ່
ມີຄຳອະທິບາຍວ່າ ຍ້ອນຫຍັງການຄ້າຂາຍກັບພໍ່ຄ້າ ຍີ່ປຸ່ນ, ໂຮນລັງ
ໄດ້ແຕ່ງ ເປັນເລື່ອງແລ້ວເອົາມາສະແດງໃນບຸນບ້ານ ຈ່ຽງ.
ມີຄຳເຫັນ ໃຫ້ຮູ້ວ່າ ແຕ່ກ່ອນ, ບ້ານ ຈິ້ງສາ ເປັນດິນ
ແດນທີ່ອຸດົມສົມບນ, ມີຜະລິດຕະພັນຫຼາຍປະເພດ,
ສະນັ້ນ ຈຶ່ງມີພໍ່ຄ້າຫຼາຍຄົນມາ ເກັບຊື້, ສິ່ງດັ່ງກ່າວໄດ້ແຕ່ງເປັນເລື່ອງ ແລະ ຮັກສາໄວ້ຈົນເຖິງ ປະຈຸບັນ.



ການຫຼິນ ທຽນເວືອງ ໄດ້ສະທ້ອນໃຫ້ເຫັນການສູ້ຮົບ ຂອງ
ຈິ້ງກວັກບາວ ກັບທະຫານ ຈຽມແທ່ງ. 



ສາກໜຶ່ງ ຂອງ ການສະແດງລະຄອນທີ່ສະທ້ອນ ໃຫ້ເຫັນ ທະ ຫານ ຂອງ ຈິ້ງກວັກບາວ ກຳລັງປິດລ້ອມທະຫານ ຈຽມແທ່ງ.


ການຫຼິ້ນ ເງື້ອເຕົ່າ ໄດ້ສະແດງທີ່ເດີ່ນບ້ານ ຈ່ຽງ. 


ເງື້ອເຕົ່າ ແມ່ນການສະແດງຂອງບັນດາຜູ້ບ່າວໄດ້ປອມຕົວ
ເປັນໂຕມ້າ, ມືຈັບໄມ້ຕີໃສ່ໝາກຂ້ຽວ ທີ່ຫ້ອຍ ຢູ່ກາງເດີ່ນ. ທິມ ໃດຕີຖືກໝາກຂ້ຽວ ຫຼາຍ, ທິນນັ້ນເປັນຝ່າຍຊະນະ.



ສາກສະແດງລະຄອນທ້າວ ເຕ໋ວ ປີນຂຶ້ນຕົ້ນໄມ້.


ການຫຼິ້ນ ແຂ່ງມັງກອນ ໄດ້ຈັດຂຶ້ນທີ່ເດີ່ນບ້ານ. ກ່ອນການ ແຂ່ງ ຂັນ, ບັນດາໂຕມັງກອນ
ໄດ້ທຳການພົ່ນໄຟເພື່ອຊົມ ເຊີຍຊາວ ບ້ານ ແລະ ເພີ່ມຄວາມຄຶກຄື້ນ.



ການຫຼິ້ນ ແຂ່ງມັງກອນ ໄດ້ຈັດຂຶ້ນດ້ວຍມັງກອນ 2 ໂຕ, ຫົວ ແລະ ຫາງ ມີຮູບຮ່າງ ເປັນໂຕມັງກອນ,
ແຕ່ຄີງ
ມີຮູບຮ່າງ ເປັນໂຕປາໄນ. ເວລາມັງກອນ 2 ໂຕແຂ່ງກັນ,
ໂຕໃດຊະນະ, ປາ ໄນ ຈະເລັດລອດເຂົ້າຫົວມັງກອນ, ເຮັດໃຫ້ປາໄນ ກາຍເປັນ
ໂຕມັງກອນ. 
 


ການຫຼິ້ນ ແຂ່ງຊ້າງ, ຊຶ່ງຊ້າງສອງໂຕໄດ້ຮັບການຕົບແຕ່ງ ແລະ ທຳການພົ່ນໄຟກ່ອນທີ່ຈະເລີ່ມການແຂ່ງຂັນ.


ເລີ່ມການແຂ່ງຂັນ, ຊ້າງສອງໂຕຈະແລ່ນເຂົ້າໃສ່ກັນ ແລະ ແຂ່ງກັນດ້ວຍງາ.
ຕາມ ຮີດຄອງປະເພນີຂອງບ້ານ, ການແຂ່ງ ຊ້າງຈະມີສອງຮອບ, ຮອບ ໜຶ່ງມີ 3 ຍົກ,
ຊ້າງໂຕໃດຖືກຍູ້ ຖອຍຫຼັງ ຫຼື ຖືກຕີໃສ່ຕົວ ໜັງສື “ດິກ” ຢູ່ເທິງຫົວແມ່ນເປັນ ຝ່າຍແພ້.



ສິ້ນສຸດງານບຸນ, 12 ທິມພ້ອມກັນແຫ່ໂຖປັກທູບທີ່ບູຊາ ເຈົ້າ ຖິ່ນເຈົ້າຖານ ກັບຄືນ ຫໍວິຫານ ເຍີ. 
ປະຕິບັດໂດຍ: ທົງທ້ຽນ - ກົງດາດ
ບັນດາບົດທີ່ຖືກນຳສະເໜີ