18/05/2019 20:46 GMT+7 Email Print Like 0

ຄົ້ນພົບ ລາຊະວັງບູຮານ ລາມກິງ

ດ້ວຍທ່າໄດ້ປຽບທາງດ້ານພື້ນທີ່ ກວ່າ 140 ເຮັກຕາ, ເຂດບູຮານ ສະຖານແຫ່ງຊາດ ພິເສດ ລາມກິງ (ເມືອງເຖາະຊວນ, ແຂວງ ແທງຮ໋ວາ) ບໍ່ພຽງແຕ່ຮັກສາໄວ້ໄດ້ຄືເກົ່າ ບັນດາກິດຈະກຳ ຂອງ ລາຊະວົງ ສະໄໝ ເຮົ້າ ເລ (1483 – 1815) ເທົ່ານັ້ນ, ແຕ່ຍັງ ຮັກສາໄວ້ໄດ້ເລື່ອງ ລາວ ຕ່າງໆ ທີ່ເຕັມໄປດ້ວຍຄວາມເລິກລັບ ຂອງ ລາຊະວົງ ສະໄໝ ສັກດິນາ ໜຶ່ງ ທີ່ຖືວ່າ ມີການພັດທະນາ ຈະເລີນຮຸ່ງເຮືອງ ອັນດັບໜຶ່ງ ໃນປະຫວັດສາດ ຫວຽດນາມ. 
ສະຖາປັດຕະຍະກຳ ທີ່ເປັນເອກະລັກ ຂອງ ເຂດລາຊະວັງ ບູຮານ
ລາມກິງ ເດີມແມ່ນແຖບດິນ ລາມເຊີນ, ບ້ານເກີດຂອງ ນັກວິລະ ຊົນ ເລເລີ້ຍ (1385-1433), ເປັນສະຖານທີ່ ກອງກຳລັງທະ ຫານ ລາມເຊີນ ຍົກຄັນທຸງ ລຸກຂຶ້ນຕໍ່ສູ້ ຕ້ານການຮຸກຮານ ຈາກ ສັດຕູ ມິງ (1418-1428). ປີ 1428, ເລເລີ້ຍ ຂຶ້ນຄອງ ບັນລັງ ເປັນອົງກະສັດ (ເອົາຊື່ແຝງເປັນ ເລຖ໋າຍໂຕ໊) ສ້າງລາຊະວົງ ເຮົ້າ ເລ, ຕັ້ງເມືອງຫຼວງ ຢູ່ ທັງລອງ (ດົງກິງ), ໄຂສັກກະລາດ ພັດທະນາໃໝ່ ໃຫ້ແກ່ປະເທດຊາດ ດ້າຍຫວຽດ. ປີ 1430, ອົງ ກະສັດ ເລຖ໋າຍໂຕ໊ ປ່ຽນຊື່ ເຂດດິນ ລາມເຊີນ ເປັນ ລາມກິງ (ໄຕກິງ). ນັບແຕ່ນັ້ນເປັນຕົ້ນມາ, ບັນດາສະຖາປັດຕະຍະກຳ ຂອງ ລາຊະວັງຕ່າງໆ ເລີ່ມໄດ້ຮັບການກໍ່ສ້າງຂຶ້ນຢູ່ທີ່ນີ້ ໂດຍ ຕິດພັນ ກັບສອງໜ້າທີ່ຕົ້ນຕໍເຊັ່ນ: ເປັນຈຸດຢຸດ ພັກ ຂອງ ເຈົ້າຊີວິດ ເລ ອົງຕ່າງໆ ເມື່ອມາສັກກະລະບູຊາບັນພະບຸລຸດ, ພ້ອມກັນນັ້ນ ກໍເປັນບ່ອນຕັ້ງຄ້າຍ ຂອງອາດຍາເຈົ້ານາຍ, ທະຫານເຮັດໜ້າທີ່ ເຝົ້າຮັກສາ ລາມກິງ. ເຂດໂຮມສູນ ຫຼຸມຝັງສົບ ຂອງ ບັນພະບຸລຸດ, ບັນດາ ອົງກະສັດ, ລາຊີນີ ຂອງ ລາຊະວົງ ເລ ແລະ ອາດຍາເຈົ້ານາຍ ຈຳນວນໜຶ່ງ ໃນ ພະບໍລົມວົງສານຸວົງ.

ກຳແພງວັງ ລາມກິງ ໃນສະໄໝກ່ອນ ໄດ້ຮັບການກໍ່ສ້າງ ດ້ວຍ ພູມີສາດ ຫຼັງອີງໃສ່ພູ ຫັນໜ້າສູ່ແມ່ນຳ້ ຊຶ່ງຖືວ່າ ຖືກກັບຫຼັກ "ຫວາງຈຸ້ຍ" ຂອງ ຊາວອາຊີຕາເວັນອອກ. ທາງທິດເໜືອ ຂອງ ລາຊະວັງ ອີງໃສ່ ພູ ເຢົ່າ, ທາງທິດໃຕ້ ຫັນໜ້າໃສ່ແມ່ນຳ້ ຈູ, ມີ ພູ ຈົ໋ວ ເປັນທີ່ ກຳບັງລົມ, ທາງທິດຕາເວັນອອກ ແມ່ນປ່າ ຝູ໋ເລີມ, ສ່ວນ ທາງທິດຕາເວັນຕົກ ຖືກປົກປ້ອງ ດ້ວຍພູ ເຮືອງ ແລະ ພູ ຮ່າມຣົ່ງ.


ປີ 1962, ຮ່ອງຮອຍປະຫວັດສາດນີ້ ຖືກຮັບຮອງວ່າ ເປັນຮ່ອງ ຮອຍປະຫວັດສາດແຫ່ງຊາດ ແລະ ໃນປີ 2013, ຖືກຮັບຮອງ ເປັນຮ່ອງຮອຍປະຫວັດສາດ ແຫ່ງຊາດພິເສດ.  
ປັດຈຸບັນ, ເຂດກຳແພງເມືອງ, ລາຊະວັງ ແລະ ວິຫານ ໃນເຂດລາຊະວັງ ລາມກິງ ຍັງຄົງຮັກ ສາໄວ້ໄດ້ຄືເກົ່າ ກັບການຈັດວາງແບບ ຮູບກະດານ ໝາກຮຸກ ຊຶ່ງລວມ ມີເຂດ ງໍ້ມົນ (ປະຕູໂຂງ), ເດີ່ນ ມັງກອນ, ຫໍທຳມະ, ວິຫານບູຊາບັນພະບຸລຸດ ຂອງ ເຈົ້າຊີວິດ ແລະ ອື່ນໆ.

ຂົວ ແບກ (ເມື່ອກ່ອນເອີ້ນວ່າ ຂົວ ຕຽນລວານກ່ຽວ) ຂ້າມ ແມ່ ນຳ້ ຫງອກ ແມ່ນເສັ້ນທາງຕົ້ນຕໍ ພານັກທ່ອງທ່ຽວ ເຂົ້າຢ້ຽມຢາມ ລາຊະວັງ ບູຮານ ລາມກິງ. ຂົວແຫ່ງນີ້ ໄດ້ຮັບການ ກໍ່ສ້າງ ຕາມ ແບບສະຖາປັດຕະຍະກຳ ທີ່ເຄີຍ ນິຍົມໃຊ້ຫຼາຍຢູ່ ບັນດາປະເທດ ເຂດຮ້ອນ ໃນອາຊີຕາເວັນອອກ, ນັ້ນຄືຢູ່ເທິງ ແມ່ນເຮືອນ, ຢູ່ລຸ່ມແມ່ນ ຂົວ.



ເຂດຮ່ອງຮອຍປະຫວັດສາດແຫ່ງຊາດ ລາມກິງ ກວ້າງ 200 ເຮັກຕາ (ເມືອງ ເຖາະຊວນ, ແຂວງ ແທງຮ໋ວາ) ຊຶ່ງເປັນບ່ອນ ວິລະຊົນ ເລເລີ້ຍ (1385-1433) ຍົກຄັນທຸງ ລຸກຂຶ້ນ ຕ້ານ ການ ຮຸກຮານຈາກສັດຕູ ມິງ. ຫຼັງຈາກໄດ້ຮັບໄຊຊະນະ, ເມື່ອປີ1428, ເລເລີ້ຍ ເອົາຊື່ແຝງວ່າ ເລຖ໋າຍໂຕ໊, ຕັ້ງຊື່ປະເທດວ່າ ດ້າຍ ຫວຽດ. ພາບ: ກົງດາດ


ຢູ່ເທິງແມ່ນຳ້ ຫງອກ ມີຂົວແຫ່ງໜຶ່ງ ເອີ້ນວ່າ ຂົວແບກ. ຂົວ ຂ້າມ ແມ່ນຳ້ ຫງອກ ແລະ ເປັນທາງເດີນຕົ້ນຕໍ
ພາ ນັກທ່ອງທ່ຽວ ເຂົ້າ ຢ້ຽມຢາມ ເຂດໃຈກາງລາຊະວັງ ລາມກິງ. ພາບ: ກົງດາດ



ຈາກຂົວ ປະມານ 50 ແມັດ ຈະເຖິງນໍ້າສ້າງບູຮານ, ເມື່ອກ່ອນ ມີຕົ້ນບົວ. ນຳ້ສ້າງ ຈະມີນຳ້ໃສ ຕະຫຼອດປີ ບໍ່ບົກແຫ້ງ, ທາງທິດ ເໜືອ ໄດ້ກໍ່ຂັ້ນໄດ ດ້ວຍຫີນ
ເພື່ອຂຶ້ນ-ລົງ, ສະໜອງນຳ້ ໃຫ້ແກ່ ລາຊະວັງ ລາມກິງ. ພາບ: ກົງດາດ



ຢາກເຂົ້າເຂດລາຊະວັງ ນັກທ່ອງທ່ຽວ ຕ້ອງຜ່ານ ປະຕູໂຂງລວມ ມີ 3 ຫ້ອງ, ຫ້ອງກາງກວ້າ 4,6 ແມັດ, ຫ້ອງສອງຂ້າງກວ້າງ 3,5 ແມັດ. ພື້ນປະຕູໂຂງກວ້າງ 11 ແມັດ, ຍາວ 14,10 ແມັດ, ມີ 3 ປະຕູເຂົ້າ-ອອກ. ປະຕູ ຢູ່ກາງກວ້າງ 3,6 ແມັດ, ສອງປະຕູຢູ່ຂ້າງ ກວ້າງ 2,74 ແມັດ ແລະ ຖືກຈັດວາງ ຢູ່ແຖວເສົາ ຢູ່ກາງ,
ຈຸດ ພິເສດຂອງສີ່ເສົາ ຢູ່ກາງ ແມ່ນເສົາໃຫຍ່ສຸດ, ເສັ້ນຜ່າກາງ ຂອງ ຕີນເສົາ ວັດແທກໄດ້ 78 ຊມ. ພາບ: ແທງຢາງ



ແຕ່ລະປີ ມີນັກທ່ອງທ່ຽວ ມາທ່ຽວຊົມລາຊະວັງ ລາມກິງ ແລະ ທັດສະນີຍະພາບ ຢູ່ແຫ່ງນີິ້ເປັນຈຳນວນຫຼວງຫຼາຍ. ພາບ: ກົງດາດ


ນັກທ່ອງທ່ຽວ ແລະ ປະຊາຊົນເຂົ້າ ໄຫວ້ອາໄລ ຢູ່ຫຼຸມຝັງສົບ ເຈົ້າຊີວິດ ເລຖ໋າຍໂຕ໊. ພາບ: ແທງຢາງ

ນອນຢູ່ໃນກຸ່ມປູສະນີຍະສະຖານ ທີໜຶ່ງ, ງໍ້ມົນ ໄດ້ບັນດາ ນັກ ຄົ້ນຄວ້າ ກ່ຽວກັບສະຖາປັດຕະຍະກຳບູຮານ ຕີລາຄາວ່າ ເປັນ ກິດຈະກຳແຫ່ງສະຖາປັດຕະຍະກຳ ມີຂອບຂະໜາດ ໃຫຍ່ພໍ ຄວນ ໂດຍອີງໃສ່ອັດຕາສ່ວນ ຂອບຂະໜາດ ບັນດາ ກິດຈະກຳ ແຫ່ງ ສະຖາປັດຕະຍະກຳ ຂອງ ທົ່ວເຂດລາຊະວັງ.

ຕໍ່ໜ້າ ປະຕູໂຂງ ມີ ໂຕເງ ດ້ວຍຫີນສອງໂຕ (ໂຕເງ ມີຮູບຮ່າງ ຂອງ ໝາ ແລະ ສິງໂຕ, ເປັນສັນຍາລັກ ສະເພາະຂອງ ຄົນຫວຽດນາມ). ພື້ນປະຕູໂຂງ ມີລວງກວ້າງ 11 ແມັດ, ຍາວ 14,1 ແມັດ, ມີ 3 ປະຕູເຂົ້າອອກ. ປະຕູຢູ່ກາງກວ້າງ 3,6 ແມັດ, ສອງປະຕູຢູ່ ຂ້າງ ກວ້າງ 2,74 ແມັດ ແລະ ຖືກຈັດວາງ ຢູ່ ແຖວເສົາ ຢູ່ກາງ. ຈຸດພິເສດ ຂອງສີ່ເສົາຢູ່ກາງແມ່ນໃຫຍ່ທີສຸດ, ເສັ້ນຜ່າກາງຂອງ ຕີນເສົາ ແທກໄດ້ 78 ຊມ. ປະຕູໂຂງ ລວມມີ 3 ຫ້ອງ, ຫ້ອງ ຢູ່ກາງກວ້າງ 4,6 ແມັດ, ສອງຫ້ອງຢູ່ຂ້າງກວ້າງ 3,5 ແມັດ.

ຜ່ານປະຕູໂຂງ ເຂົ້າໄປ ກໍຈະເຖິງເດີ່ນມັງກອນ (ຍັງເອີ້ນວ່າ ເດີ່ນເຂົ້າເຝົ້າ). ເດີ່ນມີພື້ນທີ່ກວ້າງຂວາງ ຮອດພື້ນຂອງ ຫໍສອງຫຼັງ ຢູ່ ທາງເບື້ອງຂວາ ແລະ ທາງເບື້ອງຊ້າຍ ມີເນື້ອທີ່ທັງໝົດ 3.539,2 ຕາລາງແມັດ (ກວ້າງ 58,5 ແມັດ, ຍາວ 60,5 ແມັດ).

ເດີ່ນມັງກອນ ແມ່ນທາງເຂົ້າ ເຂດຫໍທຳມະ, ລວມມີຫໍໃຫຍ່ ສາມ ຫຼັງ ຊຶ່ງໄດ້ກໍ່ສ້າງ ເທິງພື້ນທີ່ກວ້າງ, ສູງ 1,8 ແມັດ ເມື່ອທຽບ ກັບເດີ່ນມັງກອນ, ລວງກວ້າງ 38 ແມັດ, ລວງຍາວ 46 ແມັດ.

ຈາກເດີ່ນມັງກອນ ຂຶ້ນໄປຍັງ ຫໍທຳມະ ແມ່ນພື້ນທີ່ກວ້າງ 5 ແມັດ, ລວມມີ ຂັ້ນໄດ 9 ຂັ້ນ ກັບ 3 ທາງຂຶ້ນ ຊຶ່ງ ມີລວງກວ້າງ ບໍ່ສະເໝີກັນ ແລະ ໄດ້ຮັບການປະດັບປະດາຮູບມັງກອນ.


ບັນດາເລື່ອງເລົ່າກ່ຽວກັບເທບນິຍາຍ

ເຂດບູຮານສະຖານພິເສດ ແຫ່ງຊາດ ລາມກິງ ບໍ່ພຽງແຕ່ ດຶງດູດ ນັກທ່ອງທ່ຽວ ຢູ່ພາຍໃນ ແລະ ຕ່າງປະເທດ ຍ້ອນສະຖາປັດຕະ ຍະກຳ ທີ່ເປັນເອກະລັກ ຂອງ ຊາວອາຊີຕາເວັນອອກ ຂອງ ລາ ຊະວັງ ບູຮານ ເທົ່ານັ້ນ, ແຕ່ຍັງດຶງດູດໃຈ ນັກທ່ອງທ່ຽວກ່ຽວກັບ ເລື່ອງລາວຕ່າງໆ ທີ່ເລິກລັບ ທີ່ເຂດຫຼຸມຝັງສົບ ຂອງ ບັນດາ ອົງ ກະສັດ ສະໄໝ ເຮົ້າເລ ອີກດ້ວຍ.

ທຳອິດແມ່ນຕ້ອງກ່າວເຖິງ ຫວິ໊ງລັງ (ຫຼຸມຝັງສົບ ຂອງ ເຈົ້າຊີວິດ ເລຖ໋າຍໂຕ໊). ຫຼຸມຝັງສົບແຫ່ງນີ້ ໄດ້ຮັບການ ກໍ່ສ້າງ ຢູ່ເທິງ ຕອນ ດິນ ທີ່ຮາບພຽງ ຊຶ່ງຫ່າງຈາກລາຊະວັງ ລາມກິງ 50 ແມັດ, ຢູ່ຕໍ່ໜ້າ ຫຼຸມຝັງສົບແມ່ນເປັນເຂດທີ່ກວ້າງຂວາງ, ເບື້ອງໜ້າມີ ພູ ຈົ໋ວ ເປັນ ບ່ອນບັງລົມ, ເບື້ອງຫຼັງ ອີງໃສ່ພູ ເຢົ່າ, ເບື້ອງຂວາ ແລະ ຊ້າຍ ແມ່ນສາຍພູ.

ອົງປະກອບ ແລະ ຮູບແບບການຝັງສົບ ຂອງ ຫວິ໊ງລັງ ແມ່ນ ງ່າຍດາຍ ແຕ່ເຄັ່ງຂຶມ. ຫຼຸມຝັງສົບຖົມດ້ວຍດິນ ເປັນຮູບລູກ ບາດ, ທາງນອກ ໂອບດ້ວຍຫີນ ຂະໜາດ 4,4 x 1 ແມັດ.

ຕໍ່ໜ້າຫຼຸມຝັງສົບ ມີຮູບປັ້ນ ອາດຍາເຈົ້ານາຍເຝົ້າຮັບໃຊ້ ແລະ ຮູບປັ້ນສັດ ດ້ວຍຫີນ ສອງແຖວ ເພື່ອຈຸດປະສົງປາບຜີສາງ.

ແຜ່ນສີລາຈາລຶກ ຫວິ໊ງລັງ ຕັ້ງຢູ່ຫ່າງຈາກຫຼຸມຝັງສົບ 300 ແມັດ, ແຜ່ນສີລາຈາລຶກນີ້ ແມ່ນສ້າງດ້ວຍຫີນແຜ່ນດຽວ ສູງ 2,97 ແມັດ, ກວ້າງ 1,94 ແມັດ, ໜາ 0,27 ແມັດ; ຕັ້ງຢູ່ເທິງຫຼັງເຕົ່າໃຫຍ່ ເຮັດດ້ວຍ ຫີນ ມີລວງຍາວ 3,46 ແມັດ, ກວ້າງ 1,9 ແມັດ, ສູງ 2,94 ແມັດ  ນັບທັງຖານຮອງພື້ນ.



ຮູບຈຳລອງເຂດຮ່ອງຮອຍປະຫວັດສາດ ລາມກິງ ຢູ່ໃນ ຫ້ອງ ວາງ ສະແດງ. ພາບ: ແທງຢາງ


ສອງຂ້າງ ຂອງ ຫຼຸມຝັງສົບ ເຈົ້າຊີວິດ ເລຖ໋າຍໂຕ໊ ມີຊ້າງຫີນ ຄູ່ ໜຶ່ງ ຊຶ່ງຄົງຕົວມາເປັນເວລາຫຼາຍຮ້ອຍປີແລ້ວ, ປັດຈຸບັນ ຍັງຄົງ ຮັກສາໄວ້ໄດ້ ຄວາມງາມຄືເກົ່າ. ພາບ: ກົງດາດ


ປັດຈຸບັນ, ເຂດຮ່ອງຮອຍປະຫວັດສາດ ລາມກິງ ຍັງຄົງ ຮັກສາ ໄວ້ໄດ້ ແຜ່ນສີລາຈາລຶກບູຮານຫຼາຍແຜ່ນ, ຊຶ່ງພົ້ນເດັ່ນ ແມ່ນ ແຜ່ນສີລາຈາລຶກ ຫວີ໊ງລັງ. ພາບ: ແທງຢາງ


ນັກທ່ອງທ່ຽວຢ້ຽມຊົມບັນດາວັດຖຸພັນບູຮານ ຂອງ ລາມກິງ ຊຶ່ງ ໄດ້ ຮັກສາໄວ້ ໃນຫ້ອງວາງສະແດງ ຢູ່ ລາມກິງ. ພາບ: ກົງດາດ


ພື້ນຂົວ ແບກ ເພື່ອການສ້າງຂົວແບກ ໃນສະໄໝກ່ອນ. ພາບ: ແທງຢາງ


ຫົວງ້າວ ດ້ວຍດິນເຜົາ (ສະຕະວັດທີ XV – XVI). ພາບ: ແທງຢາງ


ກາ ແລະ ຈອກນຳ້ ສະໄໝລາຊະວົງ ເລ (ສະຕະວັດທີ XV – XVI ). ພາບ: ແທງຢາງ


ກາທອງ (ສະຕະວັດທີ XV – XVI), ຄົ້ນພົບຢູ່ເທດສະບານ ລາມເຊີນ, ເມືອງ ເຖາະຊວນ ປີ 2011. ພາບ: ແທງຢາງ


ຖ້ວຍປັກທູບ ຮູບດອກບົວ (ສະຕະວັດທີ XV). ພາບ: ແທງຢາງ


ດິນຈີ່ຮູບໃບໂພ ເພື່ອການປະດັບປະດາ (ສະຕະວັດທີ XV – XVI), ໄດ້ຄົ້ນພົບ ຢູ່ຫໍທຳມະ ຂອງເຂດຮ່ອງຮອຍປະຫວັດສາດ ລາມກິງ ປີ 1999 – 2000.  ພາບ: ກົງດາດ

ຢູ່ໃນເຂດ ຫວິ໊ງລັງ ກໍຍັງມີເລື່ອງລາວ ກ່ຽວກັບ ຕົ້ນສີດາ "ຫົວ" ເປັນສິ່ງເລິກລັບໃຫ້ແກ່ເຂດດິນ ລາມກິງ. ນັກທ່ອງທ່ຽວ ພຽງໃຊ້ ນີ້ວມື ລູບລຳຕົ້ນເບົາໆ, ທົ່ວທັງ ລຳຕົ້ນສີດາ ຈະສັ່ນເໝືອນດັ່ງມີສາຍລົມພັດຜ່ານ. ເລື່ອງລາວກ່ຽວກັບຕົ້ນສີດາ ຫົວ ເກີດຂຶ້ນ ເມື່ອ 10 ປີ ກ່ອນ ໂດຍນັກ ທ່ອງທ່ຽວ ຄົນໜຶ່ງ ພົບເຫັນ ໂດຍບັງ ເອີນ. ບໍ່ພຽງແຕ່ເປັນເລື່ອງ ຕົ້ນສີດາ ຫົວ ເທົ່ານັ້ນ, ຕົ້ນສີດາ ກໍນຳມາຄວາມຮູ້ສຶກ ຜ່ອນຄາຍອາລົມ ທີ່ແປກຕ່າງ ເມື່ອນັກທ່ອງທ່ຽວ ໃຊ້ມືຈັບກິ່ງ ແລະ ຫຼັບຕາ ຕັ້ງສະມາທິ.

ຢູ່ໃນຂອບເຂດຫຼຸມຝັງສົບນີ້ ຍັງມີຕົ້ນໄມ້ແດງ ມີອາຍຸປະມານ 600 ປີ ຊຶ່ງຖືວ່າ ເປັນໜຶ່ງໃນຈຳນວນຕົ້ນໄມ້ສູງສຸດ ຂອງ ປ່າ ລາມກິງ ຊຶ່ງເອີ້ນວ່າ “ໄມ້ແດງອຸທິດຕົນ”.

ມີເລື່ອງລາວ ເລົ່າສືບຕໍ່ກັນມາວ່າ ຕົ້ນໄມ້ແດງ ຕົ້ນນີ້ ກຳລັງຂຽວ ງາມ, ບັງເອີນ ໃບຫຼົ່ນຈົນໝົດ ໃນຂະນະ ໂຄງການ ຟື້ນຟູ ລາຊະວັງ ລາມກິງ ໄດ້ຮັບອະນຸມັດ ໃນປີ 2010. ລຳຕົ້ນ ແລະ ຫງ່າ ຄິດໄລ່ ປະເມີນ ຄົບຂະໜາດ ເພື່ອເຮັດປະກອບມີ: ເສົາໃຫຍ່, ເສົານ້ອຍ, ເສົາມູມ ແລະ ໂຄງສ້າງຫຼັງຄາ ເພື່ອຮັບໃຊ້ພິທີ ເລີ່ມ ລົງມືກໍ່ສ້າງ ລາຊະວັງ ໃນເດືອນ ຕຸລາ ຂອງປີດຽວກັນ.

ເສັ້ນຜ່າກາງສ່ວນກົກໄມ້ແດງ ແມ່ນຊຳ້ກັນ ກັບສ່ວນຕີນເສົາ ຫີນ ໃຫຍ່ (ເກືອບເທົ່າ 0,8 ແມັດ), ສ່ວນປາຍປະມານ 0,65 ຊມ, ພໍດີກັບສ່ວນຕີນເສົາຫີນນ້ອຍ. ບັນດາຄວາມກົງກັນກ່ຽວກັບ ຂະໜາດນີ້ ມີຫຼາຍຄົນເຫັນວ່າ ໄມ້ແດງຕົ້ນນີ້ ເໝືອນວ່າ ເກີດຂຶ້ນ ເພື່ອປະຕິບັດພາລະໜ້ທີ່ຂອງ 600 ປີຫຼັງຈາກນັ້ນ ເພື່ອຟື້ນຟູລາຊະວັງ ໃຫ້ກັບຄືນສູ່ສະພາບເດີມ ໃຫ້ແກ່ຮຸ່ນລູກຮຸ່ນຫຼານ.

ນັ້ນແມ່ນສອງໃນ ຈຳນວນຫຼາຍ ເລື່ອງລາວ ທີ່ນັກທ່ອງທ່ຽວ ຈະ ໄດ້ສຳຜັດຕົວຈິງ ເມື່ອມາຢ້ຽມຢາມ ກຸ່ມປູສະນີຍະສະຖານ ປະ ຫວັດສາດ ລາມກິງ. ນັກທ່ອງທ່ຽວ ບໍ່ພຽງແຕ່ໄດ້ ໃຊ້ຊີວິດ ໃນ ບັນ ຍາກາດແຫ່ງປະຫວັດສາດ, ຫວນຄືນອະດີດ ເພື່ອຈາລຶກ ເຖິງສະໄໝໜຶ່ງ ທີ່ມີຄວາມພັດທະນາ ຈະເລີນຮຸ່ງເຮືອງ ທີສຸດ ໃນປະຫວັດສາດ ຫວຽດນາມເທົ່ານັ້ນ, ແຕ່ຍັງໄດ້ຮັບຟັງ ບັນດາເລື່ອງລາວ ແລະ ເຫັນກັບຕາຫຼາຍສິ່ງຫຼາຍຢ່າງ ທີ່ໜ້າປະທັບ ໃຈຢູ່ແຫ່ງນີ້ອີກດ້ວຍ.

 
ບົດ: ຖາວວີ - ພາບ: ກົງດາດ-ແທງຢາງ
ບັນດາບົດທີ່ຖືກນຳສະເໜີ