27/07/2017 10:59 GMT+7 Email Print Like 0

ຄຸກຟູ້ກ໋ວກ-ສັນຍາລັກແຫ່ງເຈດຈຳນົງອົງອາດກ້າແກ່ນ ຂອງບັນດານັກຮົບປະຕິວັດ

      ຄຸກຟູ້ກ໋ວກຊຶ່ງແມ່ນປູຊະນີຍະສະຖານລະດັບຊາດພິເສດ ເປັນທີ່ຮູ້ຈັກກັນດີຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເມື່ອມາທ່ອງທ່ຽວທັດສະນະສຶກສາຢູ່ເມືອງຟູ້ກ໋ວກ, ແຂວງກຽນຢາງ
      ຄຸກຟູ້ກ໋ວກພະຍານຫຼັກຖານຢັ້ງຢືນໂທດກຳຂອງລະບອບລາ່ເມືອງຂຶ້ນ ແລະ ຈັກກະພັດ, ແຕ່ຍັງແມ່ນຮ່ອງຮອຍສະຖານຢັ້ງຢືນນ້ຳໃຈຕໍ່ສູ້ທີ່ອົງອາດກ້າຫານ, ບໍ່ຍອມຈຳນົນຂອງບັນດານັກຮົບປະຕິວັດຖືກຈຳຄຸກໃນຊຸມປີທຳການຕໍ່ສູ້ຕ້ານພວກລາ່ເມືອງຂຶ້ນ ແລະ ຈັກກະພັດ.

ເຂດປູຊະນີຍະສະຖານປະຫວັດສາດ ຄຸກຟູ້ກ໋ວກ 
      ຄຸກຟູ້ກ໋ວກຖືກຕັ້ງຢູ່ບ້ານໄກເຢືອ, ຕາແສງອານເທີ້ຍ, ເມືອງເກາະຟູ້ກ໋ວກ, ແຂວງກຽນຢາງ. ໂດຍເຄີຍແມ່ນຄ້າຍຄຸມຂັງໂດຍພວກລາ່ເມືອງຂຶ້ນຝະລັ່ງປຸກສ້າງເພື່ອກັກຂັງຊາວຫວຽດນາມຜູ້ຮັກຊາດ. ປີ 1967, ອຳນາດການປົກຄອງໄຊງ່ອນໄດ້ໃຫ້ກໍ່ສ້າງຄືນ ຄ້າຍຄຸມຂັງໄກເຢືອ. ນີ້ແມ່ນຄຸກໃຫຍ່ກວ່າໝູ່ຢູ່ພາກໃຕ້ຫວຽດຍາມ, ຖືກກໍ່ສ້າງໃນເນື້ອທີ່ປະມານ 400 ແຮັກຕາ, ຊຶ່ງມີສະເລີຍເສິກກວ່າ 32.000 ຄົນເຄີຍຖືກກັກຂັງ, ບາງຄັ້ງກໍຂຶ້ນເຖິງ 40.000 ຄົນ, ນັບທັງນັກໂທດການເມືອງຜ່ານໄລຍະຕ່າງໆ.
     ຄຸກຟູ້ກ໋ວກປະກອບດ້ວຍ 12 ເຂດຄືຈາກເຂດໝາຍເລກ 1 ຫາ ເຂດໝາຍເລກ 12 ໂດຍກຳລັງສັນຕິບານທະຫານ 3 ກອງພັນປະຕິບັດການເວນຍາມ. ສະເພາະເຂດເລກທີ 13 ແລະ 14 ໄດ້ຮັບການກໍ່ສ້າງເພີ່ມເຕີມໃນທ້າຍປີ 1972. ແຕ່ລະເຂດຄຸມຂັງສາມາດກັກຂັງສະເລີຍເສີກປະມານ 3000 ຄົນ. ເຂດຄຸມຂັງແຕ່ລະແຫ່ງ ກໍລ້ວນແຕ່ຖືກອ້ອມຮອບດ້ວຍຮົ້ວໜາມໝາກຈັບເຖິງ 12-15 ຊັ້ນ ພ້ອມກັບລະບົບໄຟເຍືອງແສງສະຫວ່າງຢ່າງໜາແໜ້ນ. ນາງວໍ້ທິທູຮ່າ ພະນັກງານເຂດ ປູຊະນີຍະສະຖານປະຫວັດສາດຄຸກຟູ້ກ໋ວກ ໃຫ້ຮູ້ວ່າ ໃນໄລຍະ 6 ປີ (1967-1973) ໄດ້ມີເຖິງກວ່າ 4000 ຄົ້ນຖືກເສຍຊີວິດຢູ່ຄ້າຍຄຸມຂັງ ແລະ ນັບພັນຖືກພິການຍ້ອນຖືກທໍລະມານ. ນາງວໍ້ທິທູຮ່າ ກ່າວວ່າ : 
    “ ຄວາມຮູ້ສຶກຂອງແຂກສາກົນເມື່ອມາຢ້ຽມຊົມ ຄຸກຟູ້ກ໋ວກ, ນັ້ນແມ່ນເຂົາເຈົ້າຄຽດແຄ້ນຕໍ່ບັນດາຮູບການທໍລະມານໂດຍບັນດາຜູ້ຄົນເປັນໄທບ້ານດຽວກັນກັບເຂົາເຈົ້າໄດ້ກໍ່ຂຶ້ນ. ມີແຂກຫຼາຍຄົນໄດ້ຫຼັ່ງນ້ຳຕາ ແລະ ໄດ້ໃຕ້ທູບທຽນອາໄລຫາບັນດາຜູ້ຖືກເສຍຊີວິດໃນຄຸກ. ເຂົາເຈົ້າບໍ່ເຊື່ອວ່າ ບັນດາຜູ້ຄົນຈາກບ້ານເກີດຂອງພວກເຂົານີ້ເອງ ໄດ້ມີບັນດາຮູບການທໍລະມານຢ່າງປ່າເຖື່ອນເຊັ່ນນັ້ນ  ”
     ພວກນັກໂທດທີ່ເປັນສະເລີຍເສິກຢູ່ຄຸກຟູ້ກ໋ວກເຄີຍຖືກທຸບຕີທໍລະມານຢ່າງໂຫດຮ້າຍປ່າເຖື່ອນນັບຕັ້ງແຕ່ເວລາຫາກໍຖືກເຂົ້າຄຸກ ແລະ ນັບມື້ນັບໂຫດ ຮ້າຍຫຼາຍຂຶ້ນໃນມື້ຕໍ່ໆມາ. ນັກໂທດເຄີຍຖືກບັງຄັບໃຫ້ຕາກແດດຮ້ອນຈົນຜີວໜັງຄືຖືກນ້ຳຮ້ອນລວກ, ຖ້າຜູ້ໃດບໍ່ແຂງແຮງ ກໍຖືກສະຫຼົບໄປເລີຍ. ຖ້າຫາກກະດຸກກະດິກ ກໍຖືກຕີໃສ່ຫົວຫຼືຖືກຍິງເລີຍ. ພວກນາຍທຳມະໂລງ ຍັງໃຊ້ໄມ້ຄ້ອນຕີໃສ່ນິ້ວມື ແລະ ນິ້ວຕີນ ແລະ ຫຼົກແຂ້ວນັກໂທດ. ທ່ານ Vasseul ແຂກທ່ອງທ່ຽວມາຈາກຝະລັ່ງແບ່ງປັນວ່າ : 
    “ ກໍເຊັ່ນດຽວກັນກັບຄຸກຕ່າງໆຢູ່ໄຊງ່ອນຫຼື ກົນດ້າວ, ມີຫຼາຍຮູບການທຸບຕີທໍລະມານຢ່າງໂຫດຮ້າຍປ່າເຖື່ອນ. ນັກໂທດເຄີຍຖືກກັກຂັງຢູ່ບ່ອນຄັບແຄບ ຄືຢູ່ຕູ້ຄອນແຕນເນີທີ່ຮ້ອນເອົ້າ. ແຕ່ຂ້າພະເຈົ້າເຫັນວ່າ ຍິ່ງຖືກ ທຸບຕີທໍລະມານ, ບັນດານັກຮົບປະຕິວັດ ຍິ່ງລຸກຮື້ຂຶ້ນຢ່າງແຂງແຮງ, ເປັນນ້ຳໜຶ່ງໃຈດຽວເພື່ອຕ້ານຄືນສັດຕູ ”
       ໂຫດຮ້າຍທີ່ສຸດ ແມ່ນພວກນັກໂທດຖືກຂັງໃນຄອກເສືອເຫຼັກ ສູງ 1 ແມັດ, ຍາວ 2 ແມັດ. ເມື່ອອາກາດຮ້ອນ, ພວກນາຍທຳມະໂລງກໍເອົາເຕົາໄຟຖ່ານຫີນວາງຢູ່ໃກ້, ເມື່ອອາກາດໜາວ ພັດຖືກຫົດນ້ຳເຢັນໃສ່. ໃນຕອນກາງຄືນ ມີນັກໂທດຫຼາຍຄົນຖືກຮຽກຕົວໄປທຸບຕີທໍລະມານ, ຖືກຕອກເຫຼັກຕະປູໃສ່ຕາປາ, ຫົວເຂົ່າ, ໂຫດຮ້າຍກ່ວານັ້ນ ແມ່ນຖືກຕອກເຫຼັກຕະປູໃສ່ຫົວ. ນາງ ຫງອກແຄ້ງ ແຂກທ່ອງທ່ຽວມາຈາກຮ່າໂນ້ຍ ໃຫ້ຮູ້ວ່າ:  
  “ ລຸ່ນໜຸ່ມພວກຂ້າພະເຈົ້າບໍ່ເຊື່ອວ່າ ໃນການດຳລົງຊີວິດຂອງມະນຸດນີ້, ພັດມີບັນດາຮູບການທໍລະມານຢ່າງໂຫດຮ້າຍປ່າເຖື່ອນເຊັ່ນນັ້ນ. ໃນຄະນະນັກທ່ອງທ່ຽວພວກຂ້າພະເຈົ້າ, ມີຫຼາຍຄົນໄດ້ຫຼັ່ງນ້ຳຕາ ຍ້ອນມີຄວາມເຄົາລົບນັບຖືຕໍ່ເຈດຈຳນົງຂອງລຸ່ນພໍ່ລຸ່ນອ້າຍ ແລະ ທັງເຫັນອົກເຫັນໃຈຕໍ່ຄວາມເຈັບປວດ, ການເສຍສະຫຼະຊີວິດຂອງເຂົາເຈົ້າເພື່ອເອກະລາດ, ເສລີພາບໃນທຸກວັນນີ້ ”
    ແຕ່ລະປີ, ເຂດປູຊະນີຍະສະຖານປະຫວັດສາດຄຸກຟູ້ກ໋ວກ ໄດ້ຕ້ອນຮັບແຂກທ່ອງທ່ຽວນັບໝື່ນເທື່ອຄົນມາຢ້ຽມຊົມ. ພວກເຂົາແມ່ນອະດີດສະເລີຍເສິກກັບຄືນຢ້ຽມຢາມບ່ອນທີ່ຕົນເອງຖືກກັກຂັງເມື່ອກ່ອນນີ້, ແມ່ນແຂກທ່ອງທ່ຽວທີ່ມາຈາກທຸກແຖບຖິ່ນຂອງປະເທດຊາດ ແລະ ແຂກທ່ອງທ່ຽວສາກົນ. ໃນຊຸມປີທຳການຕໍ່ຕ້ານ, ຄຸກຟູ້ກ໋ວກໄດ້ກາຍເປັນໂຮງຮຽນເພື່ອໃຫ້ບັນດາຜູ້ຮັກຊາດຝຶກຝົນຫຼໍ່ຫຼອມຄຸນທາດ, ເຈດຈຳນົງຕໍ່ສູ້ ແລະ ໃນວັນນີ້, ຄົນລຸ່ນໜຸ່ມໄດ້ມາຢ້ຽມຊົມເຂດປູຊະນີຍະສະຖານປະຫວັດສາດຄຸກຟູ້ກ໋ວກເພື່ອເພີ່ມຄວາມເຂົົ້າໃຈກ່ຽວກັບຈິດໃຈອົງອາດກ້າແກ່ນ ແລະ ການເສຍສະຫຼະຊີວິດເພື່ອເອກະລາດແຫ່ງຊາດຂອງຄົນລຸ່ນກ່ອນ.
 (ແຫຼ່ງຄັດຈາກ VOV)