31/12/2018 09:09 GMT+7 Email Print Like 0

ຄວາມເລິກລັບ ການສະແດງ ຊວນຝາ

ການສະແດງຊວນຝາ ແມ່ນລາຍການສະແດງພື້ນເມືອງ ຊຶ່ງ ພັນລະນາ ເຖິງຫ້າປະເທດບ້ານໃກ້ເຮືອນຄຽງ ກັບບັນດາ ລາຍການຟ້ອນລຳທຳເພງ ທີ່ພິເສດຂອງຕົນ ຂຶ້ນມາ ອວຍພອນ ອົງກະສັດ ຂອງ ປະເທດ ຫວຽດ ໃນສະໄໝກ່ອນ. ຕາມ ບັນດາ ນັກຄົ້ນຄວ້າ, ການສະແດງ ຊວນຝາ ໄດ້ຖືວ່າ ເປັນ ວາດຟ້ອນ ບັນຈຸຂໍ້ມູນຂ່າວສານ ທີ່ເລິກລັບຫຼາຍຢ່າງ ຂອງ ຄົນຫວຽດ ໃນອະດີດ, ມີການ ກ່ຽວພັນ ໃນຫຼາຍດ້ານ ເຖິງປະຫວັດສາດ ແຫ່ງຊາດ ແລະ ມີບົດບາດອັນສຳຄັນ ໃນການ ລວບລວມ ສິລະປະ ການສະແດງ ຟ້ອນລຳທຳເພງ ຂອງຊາດ.
ການສະແດງຊວນຝາ ກຳເນີດຂຶ້ນ ຈາກ ເທບນິຍາຍ
 
ປັດຈຸບັນ, ຕົ້ນກຳເນີດ ການສະແດງຊວນຝາ ຍັງຄົງເປັນ ຄວາມລັບ, ຍັງບໍ່ໄດ້ເປັນເອກະພາບກັນ ໃນວົງການຄົ້ນຄວ້າ ວັດທະນະທຳ ພື້ນເມືອງ. ຕາມຄຳເລົ່າ ຂອງ ນັກສິລະປິນ ບຸ່ຍວັນຮຸ່ງ (ຕາແສງ ຊວນເຈື່ອງ, ເມືອງຖໍ້ຊວນ, ແຂວງ ແທງຮ໋ວາ) ຜູ້ທີ່ມີບົດບາດ ບໍ່ໜ້ອຍ ໃນວຽກງານ ອະນຸລັກຮັກສາ ມໍລະດົກ ການສະແດງ ຊວນຝາໃຫ້ຮູ້ວ່າ ເປັນເວລາ ຫຼາຍເຊ່ັນຄົນມາແລ້ວ, ຊາວບ້ານ ຊວນຝາ ຍັງຄົງເຜີຍແຜ່ ສືບທອດກັນມາ ກ່ຽວກັບ ຕົ້ນກຳເນີດ ຂອງ ລາຍການສະແດງນີ້ ຊຶ່ງມີແຕ່ສະໄໝ ລາຊະວົງ ດິງ (ປີ 968-980).

ຕາມເທບນິຍາຍຂອງທ້ອງຖິ່ນ ເລົ່າສູ່ຟັງວ່າ ບົນເສັ້ນທາງ ນຳພາ ກອງກຳລັງ ທະຫານໄປ ປາບປາມກອງກຳລັງກໍ່ ຄວາມວຸ້ນວາຍ ຂອງທະຫານ ໂງເຢືອງຊີ໋ (ເປັນໜ່ຶງ ໃນ ທະຫານເຈົ້າ ແຂວງ 12 ເຂດ) ຢູ່ ບິ່ງກ່ຽວ-ເຈົາອ໋າຍ (ແຂວງ ແທງຮ໋ວາໃນ ປັດຈຸບັນ), ດິງໂບ້ລິ້ງ (ຜູ້ທີ່ຕໍ່ມາ ກາຍເປັນ ອົງກະສັດ ອົງທຳອິດ ຂອງ ລາຊະວົງດິງ, ປະເທດ ດ້າຍໂກ່ວຽດ ໃນປະຫວັດສາດ ຫວຽດນາມ) ມາເຖິງ ເຂດດິນ ກວານແທ່ງ ກໍຢຸດ ຢູ່ທີ່ ນີ້ ເພື່ອການຕັ້ງຄ້າຍ ພັກເຊົາ.

ຫຼັງຈາກນັ້ນ, ດິງໂບ້ລິ້ງ ໄດ້ແຕ່ງຕັ້ງ ຄົນໄປຂໍພອນ ເທວະດາ ຟ້າແຖນ ດົນບັນດານ ມາຊ່ວຍ ທະຫານຂອງຕົນ ໃຫ້ສູ້ຮົບມີໄຊ ເພື່ອທ້ອນໂຮມປະເທດຊາດ ເປັນປຶກແຜ່ນ ດຽວກັນ. ທະຫານຄົນນັ້ນ ຮັບຄຳສັ່ງແລ້ວ ກໍຂຶ້ນໄປ ທາງເໜືອ ແມ່ນຳ້ ຈູ ແຕ່ພົບກັບພະຍຸລົມແດງເກີດຂຶ້ນ ຈຶ່ງຕ້ອງເຂົ້າພັກເຊົາຢູ່ໃນ ສາລາ ຊວນຝາ.



ໜ້າກາກທີ່ເຮັດດ້ວຍໄມ້ ແລະ ໜັງສັດ ໃນ ບັນດາວາດຟ້ອນ ຮວາລາງ, ຕູ໋ຮ່ວນ ແລະ ຈຽມແທ່ງ. ພາບ: ກົງດາດ


ໄມ້ງອບແງບ ທີ່ເຮັດດ້ວຍໄມ້ໄຜ່ ເປັນເຄື່ອງດົນຕີຕົ້ນຕໍ ໃນລາຍການ ສະແດງ ອາຍລາວ. ພາບ: ແທງຢາງ


ເຄື່ອງມືດົນຕີ ໃນບັນດາການສະແດງ ຊວນຝາ ແມ່ນຄ້ອງ, ກອງ, ກະລໍ ຫຼື ງອບແງບ ໄມ້ໄຜ່ ຊຶ່ງສ້າງເປັນນຳ້ສຽງ
ທີ່ມີ ຄວາມຄຶກຄື້ນມ່ວນຊື່ນ. ພາບ: ກົງດາດ



ນັກສະແດງ ວາດຟ້ອນ ຈຽມແທ່ງ ກະກຽມ ເຄື່ອງມືການສະແດງ. ພາບ: ກົງດາດ


ນັກສະແດງວາດຟ້ອນ ຕູ໋ຮວ່ນ ກຳລັງ ກະກຽມ ເຄື່ອງນຸ່ງ ເພື່ອການສະແດງ. ພາບ: ກົງດາດ


ກອງຟ້ອນ ຕູ໋ຮ່ວນ ທຳການສະແດງ ທີ່ສາລາ ຊວນຝາ. ພາບ: ກົງດາດ


ຜູ້ຟ້ອນທັງຟ້ອນຕາມຈັງຫວະກອງ ທັງນຳໃຊ້ ບັນດາເຄື່ອງມືດົນຕີໃນລາຍການ ຈຽມແທ່ງ ຢ່າງຊຳນິຊຳນານ. ພາບ: ແທງຢາງ 


ບັນດາວາດຟ້ອນທີ່ປະທັບໃຈ ໃນ ລາຍການສະແດງ ໂງກວກ. ພາບ: ກົງດາດ


ວາດຟ້ອນວີທີ່ເປັນເອກະລັກ ຂອງລາຍການສະແດງ ຮວາ ລາງ. ພາບ: ກົງດາດ


ວາດຟ້ອນກັບໄມ້ງອບແງບ ທີ່ສວຍງາມ ໃນລາຍການ ສະແດງ ອາຍລາວ. ພາບ: ກົງດາດ

ສາລາ ຊວນຝາ ເປັນບ່ອນສັກກະລະບູຊາ ດ້າຍຫາຍລອງ ເວືອງ ຊຶ່ງເປັນເທບພະເຈົ້າ ອົງໜຶ່ງ ທີ່ມີຄວາມສັກສິດ ຕາມ ຄວາມເຊື່ອຖືຂອງຄົນ ເຈົາອ໋າຍ. ຮອດຕອນທ່ຽງຄືນ ດ້າຍຫາຍລອງ ເວືອງໄດ້ສົ່ງຂ່າວ ໃນຄວາມຝັນໃຫ້ ຜູ້ເປັນ ທະຫານ ກ່ຽວກັບວິທີບຸກໂຈມຕີສັດຕູ. ເຫັນວ່າ ນີ້ແມ່ນກົນອຸບາຍທີ່ດີ, ດິງໂບ້ລິ້ງ ຈຶ່ງ ປະຕິບັດຕາມ ແລະ ຕີເອົາຊະນະ ທະຫານ ຂອງ ໂງເຊືອງຊີ໋, ທ້ອນໂຮມ ປະເທດຊາດ ເປັນປຶກແຜ່ນ ແລະ ຕັ້ງຊື່ປະເທດວ່າ ດ້າຍໂກ່ວຽດ. 

ການສະແດງຊວນຝາ ລວມມີ 5 ວາດຟ້ອນ ຊຶ່ງເປັນຕົວ ແທນໃຫ້ແກ່ ວັດທະນະທຳ ຂອງ 5 ປະເທດທີ່ເປັນ ບ້ານໃກ້ ເຮືອນຄຽງ ກັບປະເທດ ດ້າຍວຽດໃນປາງກ່ອນເຊັ່່ນ: ຮວາ ລາງ (ວາດຟ້ອນ ຂອງ ອານາຈັກ ກາວຫຼີ (ປັດຈະບັນ ແມ່ນ ສປປ ເກົາຫຼີ), ຈຽມແທ່ງ (ປະເທດໜຶ່ງ ຢູ່ທາງພາກໃຕ້ ຂອງ ປະເທດ ດ້າຍໂກ່ວຽດ), ອາຍລາວ (ປະເທດລາວ ໃນປັດຈຸ ບັນ), ໂງກວກ (ປະເທດໜຶ່ງ ຂອງ ສປ ຈີນ ແຕ່ສະໄໝ ບູຮານ) ແລະ ລູກໂຮ່ນຍຸງ (ຊື່ຂອງ ຊົນເຜົ່າໜຶ່ງ ຢູ່ ທາງພາກເໜືອ ດ້າຍໂກ່ວຽດ.
(ແຫຼ່ງ: ສະຖາບັນດົນຕີ ຫວຽດນາມ)
ນຶກເຖິງຄຸນງາມຄວາມດີ ຂອງ ເຈົ້າຫຼັກເມືອງ ຂອງ ບ້ານ ຊວນຝາ ທີ່ສົ່ງຂ່າວໃນຄວາມຝັນໃຫ້, ຫຼັງຈາກນັ້ນ ກະສັດ ດິງໂບ້ລິ້ງ ໄດ້ນຳເຄື່ອງໄປຖະຫວາຍ ທີ່ຫໍບູຊາ ດ້າຍຫາຍລອງເວືອງ. ອົງກະສັດ ດິງ ໄດ້ມອບໜ້າທີ່ ໂດຍກົງໃຫ້  ມະເຫສີ ຫງວຽດເນືອງ ຮັບຜິດຊອບ ວຽກງານຝຶກອົບຮົມ ການຟ້ອນ ເພື່ອທຳການສະແດງ ບັນດາວາດຟ້ອນ ນີ້ຢູ່ ສາລາ ຊວນຝາ ໃນໂອກາດວັນບຸນ ຂອງ ບ້ານ ໃນທຸກປີ. ຕໍ່ມາ, ຕາມການຂໍ ຮ້ອງ ຂອງ ຊາວບ້ານ ຊວນຝາ, ບັນດາວາດຟ້ອນນີ້ ໄດ້ຕົກທອດ ໃຫ້ປະຊາຊົນຝຶກແອບ ແລະ ສະແດງໂດຍຕົນເອງ.

ຈາກນັ້ນ, ວາດຟ້ອນ ຊວນຝາ ຫຼື ຍັງເອີ້ນວ່າ ຫງູ໊ກວກເລີນ ບາງ ໂດ່ກົ໋ງຕ໋ຽນ ໄດ້ ປະຊາຊົນ ໝູ່ບ້ານ ຊວນຝາ ລຸ້ນຕ່າງໆ ໄດ້ສືບທອດມາເຖິງປັດຈຸບັນ ແລະ ກາຍເປັນການເຄື່ອນ ໄຫວ ດ້ານວັດທະນະທຳ ທີ່ເປັນເອກະລັກ ຢູ່ແດນແທງ (ແຂວງ ແທງຮ໋ວາ ໃນປັດຈຸບັນ).

ຕາມບັນດານັກຄົ້ນຄວ້າ, ການສະແດງຊວນຝາ ແມ່ນການ ພິສູດອັນໜຶ່ງ ໃຫ້ແກ່ການພັດທະນາ ສິລະປະ ໃນລາຊະວັງ ຢູ່ ຫວຽດນາມ, ມັນມີບົດບາດສຳຄັນ ໃນການລວບລວມ ສິ ລະປະ ການສະແດງ ຟ້ອນລຳທຳເພງຂອງຊາດ. ສິ່ງດັ່ງກ່າວ ສາມາດ ເຫັນໄດ້ຢ່າງແຈ້ງຊັດ ເມື່ອສັງເກດ ການດຳເນີນ ຕົວຈິງ ບັນດາວາດຟ້ອນໃນ ການສະແດງຊວນຝາ.


ພະລັງຊີວິດ ທີ່ຍືນຍົງຄົງຕົວ ຈາກ ກຳລັງແຮງພາຍໃນ

ເດືອນ ກັນຍາ 2016, ການສະແດງຊວນຝາ ໄດ້ຖືກຮັບເປັນ ມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ຂອງຊາດ. ມໍລະດົກດັ່ງກ່າວ ບໍ່ພຽງແຕ່ເປັນ “ຂອງຂຸມຊັບ” ວັດທະນະທໍາ ຢູ່ ແດນ ແທງ ເທົ່ານັ້ນ ຫາກຍັງ ໄດ້ກາຍເປັນ ເມັດແກ້ວມະນີ ອັນລໍ້າຄ່າ ໃນການ ລວບລວມມໍລະດົກ ວັດທະທະນຳ ຂອງ ຊາດອີກດ້ວຍ.

ນັກສິລະປິນ ບຸ່ຍວັນຮຸ່ງ ໃຫ້ຮູ້ວ່າ ໃນຊ່ວງໄລຍະຍາວ, ໝູ່ ບ້ານ ບໍ່ໄດ້ຈັດບຸນ, ການສັກກະລະບູຊາ ຫໍຫຼັກເມືອງ ຂອງ ບ້ານ ກໍຖືກຢຸດສະງັກ ຍ້ອນເກີດສົງຄາມ. ແຕ່ ການສະແດງ ຊວນຝາ ກໍ່ຍັງຄົງ ໄດ້ຮັບການດຳເນີນພາຍໃຕ້ຮູບການ ຕ່າງໆ ໃນໝູ່ປະຊາຊົນ.

ນັກສິລະປິນ ຮຸ່ງ ໃຫ້ຮູ້ວ່າ ຕາມການເລົ່າ ຂອງ ບັນດາຜູ້ ອາວຸໂສ ໃນບ້ານໃຫ້ຮູ້ວ່າ ປີ 1936, ການສະແດງຊວນຝາ ໄດ້ ເຈົ້າຊີວິດ ບ່າວດ້າຍ ເຊີນເຂົ້າສະແດງ ທີ່ງານ ຕະຫຼາດນັດ ເມືອງຫຼວງເຫວ້, ຫຼັງນັ້ນ ໄດ້ນຳໄປສະແດງທີ່ ໄຊງ່ອນ (ນະຄອນ ໂຮ່ຈີມິນ ໃນປັດຈຸບັນ) ແລະ ຮ່າໂນ້ຍ.

ໃນປີ 1939, ທ່ານ Bourin, ນັກເຄື່ອນໄຫວສິລະປະ ຊາວ ຝຣັ່ງ ຂໍລົງທຶນ ເພື່ອນຳການສະແດງຊວນຝາ ໄປສະແດງ ຢູ່ ອາເມລິກາ, ແຕ່ຍ້ອນສົງຄາມໂລກ ຄັ້ງທີສອງເກີດຂຶ້ນ, ເພາະສະນັ້ນ ການປະຕິບັດ ບໍ່ໄດ້ກາຍເປັນຈິງ.

ດ້ວຍເຫດນັ້ນ ແຕ່ປາງກ່ອນ, ຊາວບ້ານແດນ ແທງ ເຄີຍມີ ຄຳເວົ້າທີ່ວ່າ: “ກິນເຂົ້າໜົມ ກັບ ຢໍ່ ບໍ່ທໍ່ ຊົມລາຍການສະ ແດງ ຂອງໝູບ້ານ ຫຼ໋າງ (ຫຼືເອີ້ນວ່າ ໝູ່ບ້ານ ຊວນຝາ)”. ມາ ຮອດປັດຈຸບັນ, ຄວາມຊື່ນຊົມດີໃຈ ຂອງ ປະຊາຊົນ ແດນ ແທງ ຍັງຄົງຕົວບໍ່ຈືດຈາງກັບ ການສະແດງຊວນຝາ ໃນປະ ໂຫຍກ ທີ່ວ່າ: “ບໍ່ມີ ຊວນຝາ ຖືວ່າ ບໍ່ແມ່ນ ບຸນແດນ ແທງ”.

ໃນງານບຸນ ລາມກິງ 2018 ຊຶ່ງເປັນງານບຸນປາງໃຫຍ່ ທີສຸດ ຂອງ ແຂວງ ແທງຮ໋ວາ, ການສະແດງຊວນຝາ ໄດ້ຮັບການ ສະແດງ ພ້ອມກັບຄວາມໝາຍ ເປີດສັງກາດໃໝ່ແຫ່ງຄວາມ ວັດທະນາຖາວອນ, ປະຊາຊົນໄດ້ດຳລົງຊີວິດ ໃນຄວາມ ຢູ່ ເຢັນເປັນສຸກ. ນີ້ແມ່ນການພິສູດໃຫ້ແກ່ ພະລັງຊີວິດ ທີ່ຍືນຍົງ ຂອງ ການສະແດງຊວນຝາ ໃນການເຄື່ອນໄຫວ ວັດທະນະທຳ ທາງດ້ານຈິດໃຈ ຂອງ ປະຊາຊົນແດນແທງ.


ການສະແດງຊວນຝາ ມີ 5 ລາຍການ, ແຕ່ລະລາຍການ ຈະ ມີ ເຄື່ອງນຸ່ງຖືທີ່ແຕກຕ່າງກັນ. ເຖິງວ່າຈະມີຫຼາຍລາຍການ ນຳໃຊ້ເສື້ອ 5 ປ່ຽງ ແລະ ໂສ້ງຍາວສີຂາວ ມີແບບການ ຕັດ ຫຍິບ ຄືກັນ ແຕ່ຈະມີສີສັນແຕກຕ່າງກັນ. 

ນັກສິລະປິນ ບຸ່ຍວັນຮຸ່ງ ກຳລັງແຕ້ມຄືນໃໝ່ ບັນດາອະ ລິຍະບົດ ຂອງ ການສະແດງ ຊວນຝາ. ພາບ:ກົງດາດ


ທ່ານ ໂດ໊ວັນຮ່າວ, ຊ່າງໄມ້ຜູ້ໜຶ່ງ ໃນຕາແສງ ໄດ້ຜະລິດ ອອກ ບັນດາໜ້າກາກ ເພື່ອຮັບໃຊ້ໃຫ້ແກ່ ການສະແດງ ຊວນຝາ. ພາບ: ກົງດາດ


ນັກສິລະປິນ ຟ້ອນ ຊວນຝາ ບຸ່ນວັນຮຸ່ງ ກຳລັງຖ່າຍທອດ ບັນດາວາດຟ້ອນ ໃນການສະແດງ ຊວນຝາ
ໃຫ້ບັນດາພວກນ້ອງນັກຮຽນ. ພາບ: ກົງດາດ



ທ່າຟ້ອນທີ່ເປັນເອກະລັກ ຂອງ 5 ວາດຟ້ອນ ໃນການສະແດງ ຊວນຝາ. ພາບ: ກົງດາດ


ບັນດາວາດຟ້ອນ ຊວນຝາ ໄດ້ທຳການສະແດງ ໃນ ມື້ ຈັດບຸນ ຂອງ ໝູ່ບ້ານ ຊວນຝາ ໃນທຸກປີ. ພາບ: ເອກະສານ


ບັນດາວາດຟ້ອນ ຊວນຝາ ທີ່ເລິກລັບ ໄດ້ຮັບການສະແດງ ຢູ່ ງານບຸນ ລາມກິງ ໃນທຸກປີ. ພາບ: ກົງດາດ/VNP

ຄົນ ໂຮນລັງ ໃນການສະແດງ ຮວາລາງ ນຸ່ງເສື້ອສີຟ້າ, ຄົນ ຈຽມແທ່ງ ໃນ ການສະແດງຈຽມແທ່ງ ນຸ່ງເສື້ອສີແດງ, ຖື ໝວກ ສີແດງ ຊຶ່ງສ້າງສີສັນ ທີ່ສົດໃສ, ຍ້ອນຄົນ ຈຽມແທ່ງ ອາໄສ ຢູ່ ເຂດພາກກາງ, ມີພູມອາກາດຮ້ອນ. ຄົນ ລູກໂຮ່ນ ພັດນຸ່ງ ເສື້ອສີຄາມ. ນີ້ແມ່ນຊົນເຜົ່າສ່ວນໜ້ອຍ, ອາໄສຢູ່ ເຂດປ່າທາງທິດຕາເວັນຕົກ ຂອງ ແຂວງ ແທງຮ໋ວາ. ຄົນ ຈີນ ໃນລາຍການ ການສະແດງໂງກວກ ນຸ່ງເສື້ອສີຟ້າ.

ຊວນຝາ ຖືວ່າ ເປັນສິລະປະການສະແດງ ສັງລວມ ຂອງ ລັກສະນະເຊີງຫຼິ້ນ, ລັກສະນະຮ້ອງເພງ ແລະ ລັກສະນະ ຟ້ອນ. ຈຸດພົ້ນເດັ່ນ ໃນສິລະປະ ການສະແດງຊວນຝາ ແມ່ນ ນັບຖື ເນື້ອໃນ ຂອງບົດຟ້ອນ, ບັນດາວາດຟ້ອນ ຕ່າງກໍມີ ການກຳນົດ ຢ່າງເຄັ່ງຄັດ ຈະແຈ້ງ ແລະ ໄດ້ນຳໃຊ້ຫຼາຍ ອະລິຍະບົດ ໃນການຟ້ອນເຊັ່ນ: ໃຊ້ມື, ໃຊ້ຕີນ, ຟ້ອມໃຊ້ເຄື່ອງ ມືການສະແດງ (ທຸງ, ວີ, ດາບ, ງ້າວ...) ພິເສດ ບັນດາວາດ ຟ້ອນ ຊວນຝາ ໄດ້ນຳໃຊ້ອະລິຍະບົດ ທີ່ແປກຕ່າງ ເຊັ່ນ: ທົກບ່າ, ງຶກຫົວ, ຟ້ອນ ທັງໂຕ ແລະ ອື່ນໆ... ຊຶ່ງເປັນປະກົດການທີ່ ຫາຍາກໃນປະຫວັດສາດ ພັດທະນາ ສິລະປະການ ຟ້ອນຂອງ ມະນຸດ.
(ແຫຼ່ງ: ສະຖາບັນດົນຕີ ຫວຽດນາມ)
ສາເພາະຄົນລາວ ໃນ ການສະແດງ ອາຍລາວ ແມ່ນນຸ່ງໂສ້ງ ຍາວ ແລະ ເສື້ອ ປີກ ສີຂາວ, ຄຽນແພຮັດຂາສີຄາມ, ມີແພ ລາຍດອກ ພາດບ່າເບື້ອງຂວາ ຫາເບື້ອງຊ້າຍ.

ດ້ວຍເຫດນັ້ນ, ໃນລະດັບໃດໜຶ່ງ, ຄົນສະໄໝກ່ອນ ໄດ້ມີຄະຕິ ຢ່າງຈະແຈ້ງ ກ່ຽວກັບການນຳໃຊ້ ສີສັນ ເຄື່ອງນຸ່ງຖື ເພື່ອ ການຈຳແນກເຜົ່າ, ຕຳແໜ່ງ ໃນສັງຄົມ ຂອງ ແຕ່ລະຊັ້ນຄົນ ໃນສັງຄົມ.

ມີ 3 ແບບການນຳໃຊ້ໜ້າກາກ. ຄົນ ກາວຫຼີ  ໃສ່ໜ້າກາກ ດ້ວຍໜັງງົວ, ດັງໂມ, ຖືໝວກສີດຳ, ມີຈອມແຫຼມ, ມີໜວດ ເພື່ອສະແດງໃຫ້ເຫັນວ່າ ເປັນຄົນເອີຣົບ.

ຄົນ ຈຽມແທ່ງໃສ່ໜ້າກາກ ດ້ວຍໄມ້ ທາສີແດງ, ດັງຕໍ່າ ແລະ ສັ້ນ, ຄູ່ຕາເຮັດດ້ວຍຂົນນົກຍູງ, ບໍ່ມີໜວດ ເພື່ອການສະແດງ ໃຫ້ເຫັນວ່າ ເປັນຄົນ ອາຊີ.

ຄົນ ລູກໂຮ່ນ ໃສ່ໜ້າກາກ ເຮັດດ້ວຍໄມ້ ທາສີຂາວ, ຄົນມີ ຄາງແຫຼມ ເປັນຜູ້ຍິງ, ຄົນມີຄາງມົນເປັນຜູ້ຊາຍ, ໜ້າກາກ ມີ ແຂ້ວ ຫຼາຍ ເປັນຄົນອາຍຸສູງ, ໜ້າກາກມີແຂ້ວໜ້ອຍ ເປັນ ຄົນອາຍຸ ໜ້ອຍ, ໜ້າກາກຂອງຄົນ ລູກໂຮ່ນ ສະແດງ ໃຫ້ ເຫັນທາງດ້ານອາຍຸ.

ພິເສດ ໃນສອງລາຍການ ລູກໂຮ່ນຍຸງ ແລະ ອາຍລາວ, ມີ ການ ໃສ່ໝວກແຕະ ສານດ້ວຍໄມ້ໄຜ່. ແຕ່ສຳລັບ ຄົນລາວ ຢູ່ເທິງໝວກ ຈະມັດ ຮາກຕົ້ນຊີ (ມີຊື່ວິທະຍາສາດວ່າ Ficus benjamina L.) ຍາວຮອດບ່າ, ເປັນສັນຍາລັກ ໃຫ້ແກ່ຜົມຍາວ.

ຄົນ ລູກໂຮ່ນ ມັດຂີ້ຝອຍ ຈາກໄມ້ໄຜ່, ໄມ້ເຮ້ຍ, ເປັນສັນຍາ ລັກໃຫ້ແກ່ຜົມສັ້ນ ຊຶ່ງສະແດງເຖິງ ບັນດາເຜົ່າ ທີ່ຢູ່ຫ່າງໄກ ສອກຫຼີກ. ບໍ່ພຽງແຕ່ມີສີສັນຂອງ ເຄື່ອງນຸ່ງເທົ່ານັ້ນ, ຄົນສະໄໝກ່ອນ ຍັງນຳໃຊ້ໜ້າກາກ, ໜວດ, ດັງ, ຜົມ, ໝວດ, ຄາງ ເພື່ອສະແດງໃຫ້ເຫັນຄວາມເປັນ ເອກະລັກ  ຂອງ ເຊື້ອຊາດ.

ປັດຈຸບັນ, ນອກຈາກວັນບຸນໃຫຍ່ ຂອງ ການສະແດງ ຊວນຝາ ເພື່ອການອະນຸລັກຮັກສາ ມູນມັງມໍລະດົກ ທີ່ເປັນ ເອກະລັກຂອງ ທ້ອງຖິ່ນ ແລ້ວ, ນັກສິລະປິນ ຮຸ່ງ ພ້ອມກັບ ບັນດາ ນັກສິລະປິນ ໄດ້ຈັດຕັ້ງການສິດສອນ ການຟ້ອນ ໃນໄລຍະໜຶ່ງ ຕາມກຳນົດ ໃຫ້ແກ່ ບັນດາພວກນ້ອງນັກຮຽນ ໃນບັນດາ ການເຄື່ອນໄຫວ ນອກຫຼັກສູດ ຊຶ່ງໄດ້ປະສານ ສົມທົບກັນ ລະຫວ່າງ ໂຮງຮຽນ ແລະ ວົງຄະນາຍາດ.

ດັ່ງການວິໄຈ ຂອງນັກຄົ້ນຄວ້າ ຟານເກີ່ມເທື້ອງ ກ່ຽວກັບພະລັງຊີວິດ ຂອງ ການສະແດງ ຊວນຝາ ໃນສິລະປະການສະແດງຂອງຊາດວ່າ: “ຊົນຊາດໜຶ່ງ ທີ່ມີປະຫວັດສາດອັນຍາວນານເຖິງສີ່ພັນປີ, ອະດີດ ຈະບໍ່ມີວັນສູນເສຍໄປ, ແຕ່ ຄົງໄວ້ ພາຍໃຕ້ຮູບແບບ ວັດທະນະທຳ ຫຼາຍຢ່າງ. ຄົງຍ້ອນ ເລື່ອງ ລາວ ແລະ ເນື້ອໃນ ຂອງ 5 ວາດຟ້ອນ ຊວນຝາ ໄດ້ ບັນຈຸ ບັນດາຂໍ້ມູນຂ່າວສານ ກ່ຽວກັບ ຊ່ວງອະດີດ ອັນເລິກລັບ ຂອງຄົນຫວຽດ ທີ່ພວກເຮົາ ຍັງບໍ່ທັນມີຄຳອະທິບາຍ ໄດ້”.


ການສະແດງ ຊວນຝາ ເປັນການສະແດງທີ່ເປັນ ເອກະລັກ, ເຕົ້າໂຮມ ຫຼາຍຮູບການສິລະປະຕ່າງໆ ເຊັ່ນ: ຟ້ອນລຳ ທຳເພງ ດົນຕີ, ເຄື່ອງນຸ່ງຖືສຳລັບການສະແດງ, ສົ່ງສານ ເລືີ່ອງ ລາວ ຕ່າງໆ ກ່ຽວກັບ ກົກເຄົ້າ ຂອງ ການສະແດງ ຊວນຝາ. ນີ້ແມ່ນ ຂະບວນ ວິວັດແຫ່ງການ ເລືອກເຟັ້ນ, ຮັບເອົາສິ່ງ ທີ່ຍອດຍິ່ງ ຂອງ ສິລະປະ ອື່ນໆ. ການສະແດງ ຊວນຝາ ແມ່ນການປະສານ ກົມກຽວກັນ ລະຫວ່າງ ສິລະປະໃນ ລາຊະວັງ ກັບ ສິລະປະ ພື້ນເມືອງ.
(ແຫຼ່ງ: ສະຖາບັນດົນຕີ ຫວຽດນາມ)

ບົດ: ຖາວວີ - ພາບ: ເຈິ່ນກົງດາດ, ເຈິ່ນແທງຢາງ ແລະ ເອກະສານ

ບັນດາບົດທີ່ຖືກນຳສະເໜີ