23/02/2018 15:18 GMT+7 Email Print Like 0

ຄວາມເລິກລັບໃນຮີດຄອງປະເພນີ ຂອງ ຊົນເຜົ່າຢ້າວແດງ

ແຕ່ລະປີ ເມື່ອລະດູບານໃໝ່ວຽນມາເຖິງ, ຊົນເຜົ່າຢ້າວແດງ ຢູ່ ເມືອງ ບ໋າດຊ໋າດ (ແຂວງ ລາວກາຍ) ໄດ້ພ້ອມກັນຈັດ ບັນດາ ບຸນສິນກິນທານ ຕາມຮີດຄອງປະເພນີ ຂຶ້ນຢ່າງ ຄຶກຄັກ ຊຶ່ງມີ ມາແຕ່ສະໄໝບູຮານ ເພື່ອລະນຶກເຖິງປູ່ຍ່າຕາຍາຍ ແລະ ບັນ ພະບູລຸດ ຂອງ ຕົນ ຊຶ່ງມີລັກສະນະເມດຕາຈິດ ຢ່າງເລິກ ເຊິ່ງ.
ງານດອງ ຕາມຮີດຄອງປະເພນີ ທີ່ເປັນມູນເຊື້ອ
 
ປະຊາຊົນເຂດໄຕບັກ (ທາງທິດຕາເວັນຕົກສ່ຽງເໜືອ) ມີສຳ ນວນຄຳເວົ້າວ່າ ຊາວເຜົ່າ ມົ້ງກິນຕາມເມກ, ຊາວເຜົ່າ ຜູ້ໄທ ກິນຕາມນຳ້, ຊາວເຜົ່າ ຢ້າວ ກິນຕາມໄຟ” ເພື່ອບົ່ງບອກ ຄຸນ ລັກສະນະຂອງບັນດາຊົນເຜົ່ານີ້ຄື: ຊາວເຜົ່າມົ້ງ ມັກໃຊ້ຊີວິດ ຢູ່ຕາມຈອມພູ ທີ່ປົກຄຸມ ເຕັມແຕ່ເມກໝອກ, ຊາວເຜົ່າຜູ້ໄທ ມັກ ໃຊ້ຊີວິດຢູ່ໃກ້ກັບແຫຼ່ງນຳ້ຢູ່ຕາມແມ່ນຳ້, ຫ້ວຍນຳ້, ສ່ວນ ຊາວເຜົ່າ ຢ້າວ ມີປະເພນີຄວາມເຊື່ອຖື ກ່ຽວພັນເຖິງແສງໄຟ ເຊັ່ນ: ພິທີເລື່ອນຂັ້ນ, ພິທີເຕັ້ນລຳຢູ່ເທິງໄຟ. 
ໂດຍບັງເອີນໄດ້ພົບກັບ ໝໍເຢົາ ຈ່າວຢ່ວນລ່ຽມ ຜູ້ມີຊື່ສຽງ ໃນ ເມືອງ ບ໋າດຊ໋າດ, ໄດ້ຍິນວ່າ ເພິ່ນຈະເປັນເຈົ້າພາບ ງານດອງ ຕາມຮີດຄອງປະເພນີ ທີ່ເປັນມູນເຊື້ອ ໃຫ້ແກ່ ຄູ່ບ່າວສາວ ຢູ່ ບ້ານ ຕຸ່ງຈີ່ນ I (ຕາແສງ ຈິ້ງເຕື່ອງ), ພວກຂ້າພະເຈົ້າ ໄດ້ຕິດ ຕາມ ເພິ່ນໄປເຖິງ ຄອບຄົວຂອງ ທ່ານ ຈ໊າວຟູ່ຊ່າຍ ຢູ່ບ້ານ ຕຸ່ງ ຈີ່ນ I ໃນຂະນະທີ່ທ້ອງຟ້າໄດ້ຄ່ໍາມືດ.  ທ່ານ ຊ່າຍ ພ້ອມທຸກຄົນ ໃນຄອບຄົວ ກຳລັງກະກຽມ ຈັດງານດອງ ໃຫ້ແກ່ລູກຊາຍ ຫຼ້າ ທ້າວ ຈ່າວຊານ (ອາຍຸ 24 ປີ).

ໝໍເຢົາ ຈ່າວຢ່ວນລ່ຽມ ໃຫ້ຮູ້ວ່າ: “ຊົນເຜົ່າ ຢ້າວ ພວກຂ້າ ພະ ເຈົ້າມີຄວາມສຳນຶກວ່າ ເລື່ອງເຈົ້າສາວ ເຕ່ີນໄມ ມາເຮືອນ ຜົວ ແມ່ນນຳມາເຊິ່ງຄວາມໂຊກລາບ ແລະ ຈົບງາມ. ດ້ວຍເຫດ ນັ້ນ ງານດອງນີ້ ຕ້ອງໄດ້ ຈັດພິທີສູ່ຂໍ, ແຫ່ເຈົ້າສາວ ແລະ ພິທີ ຕ້ອນຮັບເຈົ້າສາວເຂົ້າເຮືອນ”.




ຂະບວນຄອບຄົວເຈົ້າບ່າວ ກົ້ມຫົວ ຂໍ່ານັບ ເຈົ້າສາວ ແລະ ຄອບຄົວ ເຈົ້າສາວ. 


ຕາມຮີດຄອງປະເພນີຂອງຊາວເຜົ່າ ຢ້າວແດງ, ໃນງານແຕ່ງ ດອງ, ເຈົ້າບ່າວຕ້ອງນຸ່ງຊຸດອາພອນຂອງແມ່ຍິງ
ແລະ ບັງໜ້າ ສະແດງເຖິງຄວາມອາຍ. 



ຂະບວນແຫ່ເຈົ້າສາວ ໄປເຮືອນເຈົ້າບ່າວ ຈະຢຸດຊົ່ວໄລຍະ ກ່ອນເຖິງເຮືອນເຈົ້າບ່າວ ເພື່ອໃຫ້ເຈົ້າສາວ ແຕ່ງຕົວ
ແລະ ນຸ່ງ ຊຸດແຕ່ງດອງ ທີ່ເປັນມູນເຊື້ອ. 



ເຈົ້າສາວ ເຕີ່ນໄມ ສີໜ້າສົດໃສ ໃນງານແຕ່ງດອງ ທີ່ເປັນ ມູນເຊື້ອ ຂອງ ຊາວເຜົ່າ ຢ້າວແດງ. 


ພິທີນົບໄຫວ້ໃນງານແຕ່ງດອງຂອງຊາວເຜົ່າ ຢ້າວແດງ ຢູ່ເມືອງ ບ໋າດຊ໋າດ ເຄີຍໄດ້ຮັບການຈັດຂຶ້ນໃນຍາມທ່ຽງຄືນ. 


ໃນຄືນຈັດງານວິວາ, ຄອບຄົວເຈົ້າສາວ ແລະ ຄອບຄົວ ເຈົ້າ ບ່າວ ນັ່ງກິນເຂົ້ານຳກັນ ຊຶ່ງຊາວເຜົ່າ ຢ້າວແດງ ເອີ້ນວ່າ ພາ ເຂົ້າ “ຮຸ່ງທ່ອງ”. ໃນຄາບເຂົ້ານີ້ ຄອບຄົວ ທັງສອງຝ່າຍ ສະ ຫງວນເວລາ ເພື່ອການຂັບລຳ ເລົ່າເລື່ອງ, ແນະນຳ ກ່ຽວກັບ ກົກ ເຄົ້າເຫງົ້າກໍ
ຂອງຄອບຄົວ ເພື່ອໃຫ້ສອງຝ່າຍມີຄວາມ ເຂົ້າ ໃຈ ເຊິ່ງກັນ ແລະ ກັນ. 

ການຕ້ອນຮັບເຈົ້າສາວ ເຕ່ີນໄມ ເຂົ້າສູ່ຄອບຄົວເຈົ້າບ່າວແມ່ນ ເວລາສຳຄັນທີ່ສຸດ, ມີຫຼາຍພິທີຕາມຮີດຄອງປະເພນີ ຊຶ່ງ ໄດ້ ຮັບການດຳເນີນໄປ ໃນຍາມຂ້ອນແຈ້ງ ຕາມເວລາທີ່ ໝໍເຢົາ ເລືອກໄວ້ກ່ອນ. ຮອດໂມງທຳພິທີ, ໝໍເຢົາ ຈ່າວຢ່ວນລ່ຽມ ພາ ເຈົ້າສາວ ເຕີ່ນໄມ ມາປະຕິບັດພິທີ ນົບໄຫວ້ປູ່ຍ່າຕາຍາຍ, ສະ ແດງຄວາມຂໍ່ານັບຕໍ່ພໍ່ແມ່ຄີງ ແລະ ພໍ່ແມ່ຜົວ. ຫຼັງຈາກນັ້ນ ເຈົ້າ ບ່າວ ຈ່າວຊານ ກ້າວອອກຈາກຫ້ອງ ໃນຊຸດເຄື່ອງນຸ່ງ ຂອງ ແມ່ ຍິງຊົນເຜົ່າ ຢ້າວແດງ ກັບຜ້າແພບັງເຄິ່ງໜ້າ. ຕາມການ ອະທິບາຍ ຂອງ ໝໍເຢົາ ຈ່າວຢ່ວນລ່ຽມ, ພິທີນີ້ ເລີ່ມຕົ້ນຈາກເທບນິຍາຍ ຂອງ ການກຳເນີດຊົນເຜົ່າຢ້າວ.

ຕໍ່ໜ້າການເປັນສັກຂີພິຍານຂອງ ບັນພະບູລຸດ ແລະ ຄອບຄົວ ທັງສອງຝ່າຍ, ເຈົ້າສາວ ເຕີ່ນໄມ ແລະ ເຈົ້າຊາຍ ຈ່າວຊານ ດື່ມ ເຫຼົ້າກ້ຽວພາລາສີ ແລ້ວຮັບຟັງ ການບອກສອນ ຕັກເຕືອນ ຂອງ ເຈົ້າໂຄດລຸງຕາພາຍໃນງານດອງ.

ເມື່ອສິ້ນສຸດພິທີ, ເຈົ້າສາວ ເຕີ່ນໄມ ເອົານຳ້ລ້າງໜ້າໃຫ້ແກ່ ໝໍ ເຢົາ ແລະ ພໍ່ແມ່ຄອບຄົວທັງສອງຝ່າຍ ທ່າມກາງສຽງດົນຕີ. ຝ່າຍຄອບຄົວເຈົ້າສາວ ສະແດງຄວາມຂໍ່ານັບຕໍ່ຄອບ ຄົວເຈົ້າ ບ່າວ ແລະ ກັບເມືອເຮືອນ. ເຈົ້າບ່າວຈ່າວຊານ ມອບຊີ້ນໝູ ກັບ ເຂົ້າໜຽວ ແລະ ເຫຼົ້າເປັນ ຂອງ ຕ້ອນໃຫ້ຄອບຄົວເຈົ້າ ສາວ.

ຕະຫຼອດເວລາ 2 ມື້ ຂອງ ງານດອງ ສະແດງໃຫ້ເຫັນເຖິງ ຄວາມເຄົາລົບນັບຖື ຂອງ ຄອບຄົວເຈົ້າບ່າວ ແລະ ເມື່ອຕ້ອນຮັບ ເຈົ້າສາວ ເຂົ້າມາເປັນສ່ວນໜຶ່ງ ຂອງ ສະມາຊິກໃໝ່ ໃນຄອບຄົວ.



ຄວາມເລິກລັບພິທີເລື່ອນຂັ້ນທຽນ 12 ເຫຼັ້ມ ຂອງຊາວເຜົ່າ ຢ້າວແດງ

ຈາກການແນະນຳຂອງໝໍເຢົາ ຈ່າວຢ່ວນລ່ຽມ ໄດ້ດຶງດູດໃຈ ພວກຂ້າພະເຈົ້າ ກັບຄືນເມືອງ ບ໋າດຊ໋າດ ຫຼັງຈາກນັ້ນໜຶ່ງ ອາ ທິດ ເພື່ອເຂົ້າຮ່ວມພິທີເລື່ອນຂັ້ນ ທຽນ 12 ເຫຼັ້ມ ທີ່ຈອມພູ ກີກຸງ ໂຮ່ ຢູ່ຕາແສງ ຕ່ອງແຊ່ງ. ທ່ານ ຈ່າວຕື່ກວຍ ເປັນໜຶ່ງໃນ 18 ໝໍເຢົາ, ຜູ້ທຳພິທີໃຫ້ຮູ້ວ່າ: “ພິທີເລື່ອນຂັ້ນ ຂອງ ຊາວເຜົ່າ ຢ້າວ ແດງ ໄດ້ຈັດໃນຫຼາຍຂະໜາດທີ່ແຕກຕ່າງກັນ, ແຕ່ຄອບຄົວ ເຖິງ ວົງຕະກຸນ ແລະ ໃຫຍ່ທີສຸດແມ່ນ ພິທີເລື່ອນຂັ້ນທຽນ 12 ເຫຼັ້ມ ຂອງ ຫຼາຍວົງຕະກຸນໃນພື້ນທີ່. ການຈັດພິທີຄັ້ງນີ້ ແມ່ນ ເລື່ອນຂັ້ນໃຫ້ແກ່ 47 ຄູ່ຜົວເມຍ ສັງກັດ 4 ວົງຕະກຸນຄື: ຈ່າວ, ຫຼີ, ເຕີ໊ນ ແລະ ບັ່ງ”. 
 
ເມື່ອປີຂານ ນຳ້ຖ້ວມທົ່ວ ເຂດເມືອງ ບ໋າດຊ໋າດ, ມີແຫຼວ ໃຫຍ່ ໂຕໜຶ່ງ ປະກົດຕົວ ຊ່ວຍຄູ່ບ່າວສາວ ຈາກໄພນຳ້ຖ້ວມ ສົ່ງຂຶ້ນ ຈອມພູ ຫຼາວເຖີນ. ພາຍລຸນມາ, ເຂົາເຈົ້າເປັນຜົວ ເມຍ ກັນ ແລະ ເກີດລູກ 12 ຄົນ ດຳລົງຊີວິດ ຢູ່ອ້ອມຂ້າງພູ ສ້າງເປັນ 12 ຕະກຸນ ຊາວເຜົ່າ ຢ້າວຢູ່ ເມືອງ ບ໋າດຊ໋າດ ໃນປັດຈຸບັນ. ດ້ວຍ ເຫດ ນັ້ນ, ພິທີເລື່ອນຂັ້ນ ທຽນ 12 ເຫຼັ້ມ ລວມມີ ຫຼາຍຕະກຸນ ແມ່ນໂອກາດ ເພື່ອໃຫ້ ຊາວເຜົ່າ ຢ້າວ ສະແດງຄວາມຕອບບຸນ ແທນຄຸນ ກົກເຄົ້າເຫງົ້າກໍ ແລະ ຫວນຄືນເຖິງປູ່ຍ່າຕາຍາຍ ຂອງຕົນ. 
(ຕາມນາວະນິຍາຍທີ່ສືບທອດມາແຕ່ບູຮານນະການຂອງຊາວເຜົ່າ ຢ້າວແດງ ຢູ່ເມືອງ ບ໋າດຊ໋າດ)
 
ຖືວ່າພິທີເລື່ອນຂັ້ນ ມີລັກສະນະເລິກລັບ ເນື່ອງຈາກວ່າ ຊາວ ເຜົ່າ ຢ້າວແດງ ມີຄວາມເຊື່ອວ່າ ຜູ້ຊາຍຫຼັງຈາກ ຜ່ານພິທີນີ້ ຈຶ່ງ ໄດ້ຮັບຮອງວ່າ ເປັນຜູ້ໃຫຍ່), ສາມາດເຂົ້າຮ່ວມ ບັນດາວຽກ ງານທີ່ສຳຄັນຂອງວົງຕະກຸນ ແລະ ເມື່ອຕາຍໄປ ວິນຍານ ຈະ ໄດ້ກັບມາເຕົ້າໂຮມກັນ ກັບປູ່ຍ່າຕາຍາຍ(ບ່ານເວືອງ).

ພິສູດກ່ຽວກັບຄວາມເລິກລັບຂອງພິທີເລື່ອນຂັ້ນທຽນ 12 ເຫຼັ້ມ, ໝໍເຢົາ ຈ່າວຕື່ກວຍ ໃຫ້ຮູ້ວ່າ ໃນຮອບ 100 ປີ ມານີ້, ວົງຄະນາຍາດ ຊາວເຜົ່າ ຢ້າວແດງ ຢູ່ເມືອງ ບ໋າດຊ໋າດ ໄດ້ຈັດຕັ້ງ ພິທີ ນີ້ ພຽງ 2 ຄັ້ງ, ເພາະສະນັ້ນ ບໍ່ແມ່ນໃຜ ກໍສາມາດ ມີຄວາມ ຮູ້ ຢ່າງລະອຽດ ແລະ ມີຄວາມໂຊກດີ ທີ່ໄດ້ເຫັນກັບຕາພິທີນີ້.

ນອກຈາກນັ້ນ ທ່ານ ຈ່າວຟີ່ນຍ່ານ, ເຈົ້າເຮືອນຈັດຕັ້ງພິທີເລື່ອນ ຂັ້ນ ຢູ່ບ້ານ ກີກຸງໂຮ່ ກໍໃຫ້ຮູ້ວ່າ ຕາມປຶ້ມບັນຊີວົງຕະກຸນ ໄດ້ບັນ ທຶກໄວ້, ການຈັດຕັ້ງພິທີເລື່ອນຂັ້ນ ທຽນ 12 ເຫຼັ້ມ ຄັ້ງທີ່ ມໍ່ນີ້ສຸດ ແມ່ນ ຫ່າງຈາກນີ້ 7 ລຸ້ນຄົນ (ປະມານ 100 ປີ) ແລ້ວ ແລະ ໃນ ພິທີນີ້ ຈຶ່ງມີການເລື່ອນຂັ້ນ ໃຫ້ແມ່ຍິງ (ຜູ້ເປັນແມ່, ເປັນເມຍ) ແລະ ໃຫ້ຜູ້ທີ່ໄດ້ລ່ວງລັບໄປ.



ພິທີເລື່ອນຂັ້ນ ທຽນ 12 ເຫຼັ້ມ ມີຄວາມສັກສິດ ຕໍ່ຊາວເຜົ່າ ຢ້າວ ແດງ ແລະ ຈຸດພິເສດຂອງພິທີນີ້ ແມ່ນເລື່ອນຂັ້ນ ໃຫ້ທັງຜູ້ຊາຍ ແລະ ຜູ້ຍິງ. 


ຜູ້ຍິງຊາວເຜົ່າຢ້າວແດງ ກັບຊຸດນຸ່ງຖືທີ່ມີສີສັນ ເມື່ອໄດ້ ເລື່ອນ ຂັ້ນ ທຽນ 12 ເຫຼັ້ມ. 

ພິທີເລື່ອນຂັ້ນ ທຽນ 12 ເຫຼັ້ມ ຂອງຊາວເຜົ່າຢ້າວແດງ ຢູ່ ເມືອງ ບ໋າດຊ໋າດ ຖືກຈັດຂຶ້ນ ຢູ່ ພູ ກີກຸງໂຮ່. 


ໜຶ່ງລາຍການສະແດງຟ້ອນ ເພື່ອສະແດງ ບັນດາລາຍການເຄື່ອນໄຫວຕໍ່ໄປ. 


ໝໍເຢົາປະຕິບັດບັນດາພິທີທີ່ມີລັກສະນະເລິກລັບ ຕໍ່ລູກສິດ. 


ການໄຕ້ທຽນ 12 ເຫຼັ້ມ ໃນຄືນ ເລື່ອນຂັ້ນ. 


ເພື່ອສາມາດເຮັດໄດ້ສິ່ງດັ່ງກ່າວ ຊາວເຜົ່າ ຢ້າວແດງ ເຮັດບັດ ບັນ ທຶກຊື່ ແລະ ນາມສະກຸນ ຂອງຜູ້ທີ່ໄດ້ລ່ວງລັບໄປ. 


ຄາບເຂົ້າລວມ ຂອງບັນດາຄູ່ຜົວເມຍ ໃນພິທີເລື່ອນຂັ້ນ ທຽນ 12 ເຫຼັ້ມ. 


ອາຈານ ນຳພາ ບັນດາລູກສິດ ປະຕິບັດ ພິທີຍ່າງ ຢູ່ເທິງຄົມມີດ ໃນພິທີໄຫວ້ບູຊາຟ້າແຖນ.  


ບັນດາອາຈານ ພ້ອມກັບລູກສິດ ປະຕິບັດ ບັນດາພິທີສຸດທ້າຍ ຢູ່ຕໍ່ໜ້າແທ່ນບູຊາຟ້າແຖນ. 

ຄອບຄົວທ່ານ ຈ່າວຟີ່ນຍ່ານ ຈັດພິທີບູຊາ ຟ້າແຖນ, ບູຊາ ບ່ານ ເວືອງ. ນັບຕັ້ງແຕ່ເມື່ອເລີ່ມຈັດພິທີ, ຜູ້ເຂົ້າຮ່ວມ ນັບທັງແຂກ ມາ ຢາມທຸກຄົນ ຕ້ອງກິນເຈ ຕະຫຼອດ 4 ມື້ 4 ຄືນ ຈົນເຖິງສິ້ນ ສຸດ ພິທີ.

ຢູ່ທີ່ນີ້, ພ້ວກຂ້າພະເຈົ້າ ພົບກັບ ຄູ່ຜົວເມຍ ຫຼີຫຼາວຊານ ຢູ່ຕາ ແສງ ຈຸງຈ່າຍ (ເມືອງ ຊາປາ) ໄດ້ເດີນທາງມາແຕ່ໄກ ເຖິງ ບ້ານ ກີກຸງໂຮ່ ເພື່ອເຂົ້າຮ່ວມພິທີສຳຄັນດັ່ງກ່າວ. ອ້າຍ ຫຼີຫຼາວ ຊານ ໃຫ້ຮູ້ວ່າ: “ຫຼັງຈາກ ພິທີນີ້ສິ້ນສຸດລົງ, ຜົວເມຍຂ້າພະເຈົ້າ ຈຶ່ງ ໄດ້ຮັບຮອງວ່າເປັນລູກຫຼານຂອງ ບ່ານເວືອງ, ເມື່ອສິ້ນຊີວິດ ໄປຍັງໂລກແຫ່ງອື່ນ ພວກຂ້າພະເຈົ້າ ຍັງຄົງ ເປັນຜົວເມຍຄື ເກົ່າ”.

ນັບຕັ້ງແຕ່ທຳພິທີ, ບັນດາຜູ້ທ່ີໄດ້ເລື່ອນຂັ້ນ ຈະຮ້ອງ ໝໍ ເຢົາ 18 ຄົນນີ້ ວ່າອາຈານ ແລະ ຮ້ອງຕົວເອງວ່າ ລູກສິດ. ອາຈານ ຈະແນະນຳໃຫ້ລູກສິດ ປະຕິບັດ ບັນດາພິທີຊຶ່ງມີມາແຕ່ບູຮານ ນະການ, ຊຶ່ງພຽງອາຈານ ແລະ ລູກສິດບາງຄົນໄດ້ຮັບຮູ້.

ເພື່ອໃຫ້ເລື່ອນຂັ້ນ ທຽນ 12 ເຫຼັ້ມ, ບັນດາລູກສິດຊາຍຕ້ອງຍ່າງ ຜ່ານປາຍມີດ, ແລ່ນຜ່ານກອງໄຟ, ຍ່າງຜ່ານກ້ອນດິນຈີ່ ແລະ ໝາກສົບໄຖ ທີ່ເຜົາໄຟຈົນແດງ ເພື່ອສະແດງຄວາມກ້າຫານ, ຄວາມສັດຊື່ບໍລິສຸດ ໃນການດຳລົງຊີວິດ ໃນພາຍໜ້າ. ໃນຄືນ ກ່ອນທຳພິທີເລື່ອນຂັ້ນ, ອາຈານຈະພາລູກສິດເຂົ້າປ່າ ເພື່ອ ບອກສອນກ່ຽວກັບຄວາມມີເມດຕາ ແລະ ຄຸນສົມບັດ ຂອງ ຄວາມເປັນຄົນ. ຢູ່ທີ່ນີ້, ບັນດາອາຈານຈະໃຕ້ທຽນ 12 ເຫຼັ້ມ ຊຶ່ງເປັນສັນຍະລັກ ໃຫ້ ແກ່ 12 ກຸ່ມດວງດາວ ໃນໂລກ ຈັກກະວານ ເພື່ອສ່ອງແສງ ໃຫ້ແກ່ຈິດໃຈ ແລະ ສະລ້າງທຸກ ຄວາມ ຜິດພາດ ໃຫ້ແກ່ ບັນດາລູກສິດ.

ໃນມື້ທີ 4 ຂອງພິທີ, ຕໍ່ໜ້າແຖ່ນບູຊາ, ບັນດາອາຈານ ຈະທຳ ພິທີເລື່ອນຂັ້ນ ແລະ ຮັບຮອງບັນດາລູກສິດຂອງຕົນ ໄດ້ເປັນຜູ້ ໃຫຍ່ແລ້ວ.

ໃນມື້ເຂົ້າຮ່ວມພິທີເລື່ອນຂັ້ນ ທຽນ 12 ເຫຼັ້ມກັບພວກຂ້າພະເຈົ້າ ຍັງມີ ທ່ານ Maharaux Alain ນັກຊ່ຽວຊານ ຊາວຝຣັ່ງ ທີ່ຄົ້ນ ຄວ້າສະເພາະ ກ່ຽວກັບວັດທະນະທຳ. Maharaux Alain ມີ ຄວາມປະທັບໃຈທີສຸດ ຕໍ່ບັນດາພິທີ ເລິກລັບ ທີ່ມີລັກສະນະມະ ນຸດສະທຳ ຢ່າງເລິກເຊິ່ງ ຂອງຊາວ ຊົນເຜົ່າຢ້າວ. ນອກຈາກ ນັ້ນ Maharaux Alain ຍັງຕິດໃຈ ຕໍ່ຄວາມງາມສະດຸດຕາ ຂອງ ບັນດາ ຊຸດເຄື່ອງປະດັບ ເອ້ດ້ວຍ ເງິນ ທີ່ແມ່ຍິງຊາວເຜົ່າ ຢ້າວ ຖືໃນພິທີ ດັ່ງກ່າວ. ເພິ່ນກ່າວວ່າ: “ຂ້າພະເຈົ້າເໝືອນວ່າ ໄດ້ຊົມລາຍການສະແດງແຟຊັ່ນ ເຄື່ອງປະດັບເອ້ດ້ວຍເງິນ   ຂອງຊາວເຜົ່າ ຢ້າວ”.


ເຄື່ອງປະດັບເອ້ດ້ວຍເງິນ ໃນພິທີເລື່ອນຂັ້ນ ທີ່ສັກສິດ

ໃນງານຕະຫຼາດນັດ ເມືອງຮຸມ ໃນຕອນເຊົ້າວັນທິດ, ພວກຂ້າ ພະເຈົ້າ ພົບກັບນັກສິລະປິນ ສະຫຼັກເງິນ ເຕີ໊ນກີນຫຽນ ທີ່ກຳ ລັງ ມາ ຮັບໃບສັ່ງເຮັດເຄື່ອງປະດັບເອ້ດ້ວຍເງິນ ຈາກບັນດາຍິງ ສາວ ທີ່ກະກຽມເມືອເຮືອນຜົວ.

ຈາກ ຕະຫຼາດ ເມືອງຮຸມ, ພວກຂ້າພະເຈົ້າໄປຕາມ ເຕີ໊ນ ກີນ ຫຽນ ກັບເມືອເຮືອນຂອງທ່ານ ຢູ່ ບ້ານ  ແຊ໋ວເປີ່ໂຮ່, ຕາແສງ ເມືອງຮຸມ. ຢູ່ເຮືອນຂອງທ່ານ, ບ່ອນຜະລິດເຄື່ອງເງິນ ໄດ້ ຈັດ ວາງ ຢູ່ມູມໜຶ່ງຂອງເຮືອນ ຊຶ່ງລວມມີ ເຄື່ອງມືຊະນິດ ຕ່າງໆ ເຊັ່ນ: ເປົ່າລົມ, ເຕົາໄຟ, ໂຕະດຶງເສັ້ນເງິນ, ທັ້ງເຫຼັກ, ຂອບຫຼໍ່, ມີດຕັດ, ຄີມ, ມີດຄວັດ, ເຄື່ອງວັດແທກ ແລະ ອື່ນໆ... ວັດຖຸ  ດິບ ເພື່ອຜະລິດເຄື່ອງປະດັບເອ້ ແມ່ນເງິນສົດ ຊື້ມາຈາກທະນາ ຄານແຫ່ງລັດ ຫຼື ເງິນສົດ, ເງິນແທ່ງທີ່ຊື້ມາຈາກ ປະຊາຊົນ.



ຫຼາຍຄອບຄົວຢູ່ເມືອງຮຸມ ຍັງຄົງຮັກສາໄວ້ ອາຊີບຜະລິດ ເຄື່ອງ ປະດັບເອ້ ເພື່ອຮັບໃຊ້ ບັນດາພິທີກຳ ທີ່ສັກສິດ ຂອງຊາວ ເຜົ່າ ຢ້າວແດງ. 


ບັນດາເຄື່ອງມືທີ່ງ່າຍດາຍ ແຕ່ສຸດທີ່ມີປະສິດທິຜົນຂອງ ບັນດາ ຜູ້ຜະລິດເຄື່ອງເງິນ ຢູ່ ເມືອງຮຸມ. 


ຊາວເຜົ່າຢ້າວ ຫຼໍ່ເງິນເປັນແທ່ງ ກ່ອນຈະດຶງເປັນເສັ້ນ ເພື່ອເຮັດ ເຄື່ອງ ປະດັບເອ້ ດ້ວຍເງິນຕາມແບບມູນເຊື້ອ. 


ແມ່ຍິງຊາວເຜົ່າ ຢ້າວແດງ ເຄີຍປະດັບເອ້ ດ້ວຍເຄື່ອງເງິນ ທີ່ມີ ຄວາມງາມຢ່າງພິຖີພິຖັນ ໃນໂອກາດງານບຸນ ຈັດເປັນພິເສດ. 


ເຄື່ອງປະດັບເອ້ດ້ວຍເງິນ ເຮັດຢ່າງພິຖີພິຖັນ ຢູ່ເທິງເສື້ອ ແລະ ໝວກຂອງແມ່ຍິງຊາວເຜົ່າ ຢ້າວແດງ ຢູ່ ເມືອງ ບ໋າດຊ໋າດ. 


ເຄື່ອງປະດັບເອ້ດ້ວຍເງິນຊ່ວຍປະດັບເອ້ຄວາມງາມ ຂອງ ແມ່ ຍິງ ຊາວເຜົ່າຢ້າວແດງ. 

ນັກສິລະປິນ ເຕີ໊ນກິນຫຽນ ແລະ ພັນລະຍາ ຢຶດໝັ້ນກັບ ອາຊີບ ຜະລິດເຄື່ອງເງິນ ໄດ້ເກືອບ 20 ປີແລ້ວ. ໂອກາດ ຕົ້ນລະດູ ບານ ໃໝ່ ກົງກັບລະດູຂອງການຈັດງານວິວາ ແລະ ງານບຸນຕ່າງໆ ເພາະສະນັ້ນ ລູກຄ້າສັ່ງສິນຄ້າ ເປັນຈຳນວນ ຫຼວງຫຼາຍ. ເຄື່ອງປະດັບເອ້ດ້ວຍເງິນ ບໍ່ພຽງແຕ່ ເຮັດໃຫ້ຜູ້ຍິງຊາວເຜົ່າຢ້າວ ເພີ່ມ ຄວາມສວຍງາມເທົ່ານັ້ນ ຫາກຍັງສະແດງ ໃຫ້ເຫັນ ຄວາມ ຮັ່ງ ມີລຳ້ລວຍ ກໍຄື ຄວາມເອົາໃຈໃສ່ ຂອງຝ່າຍ ຄອບຄົວເຈົ້າບ່າວ ສຳລັບລູກໃພ້. ດ້ວຍເຫດນັ້ນ, ຊຸດເຄື່ອງປະດັບເອ້ ຂອງຜູ້ ຍິງຊາວເຜົ່າ ຢ້າວແດງ ມີມູນຄ່າແຕ່ 40-50 ລ້ານດົ່ງ, ມີບາງ ຊຸດລາຄາສູງເຖິງ 100 ລ້ານດົ່ງ.

ປະຈຸບັນ, ເຖິງວ່າມີຫຼາຍປະເພດ ເຄື່ອງປະດັບເອ້ ໄດ້ຜະລິດ ດ້ວຍເຕັກໂນໂລຊີ ທີ່ທັນສະໄໝກໍຕາມ ແຕ່ ຊາວເຜົ່າຢ້າວ ຢູ່ ເມືອງ ບ໋າດຊ໋າດ ຍັງຄົງນິຍົມມັກ ບັນດາຜະລິດຕະພັນ ເຄື່ອງ ປະດັບເອ້ມູນເຊື້ອ ຊຶ່ງໄດ້ເຮັດຈາກ ສີມືອັນຄ່ອງແຄ້ວ ຂອງນັກ ສິລະປິນ ເຕີ໊ນກິນຫຽນ.
ບົດ: ເຈິ່ນຮ໋ຽວ - ພາບ: ຫວຽດເກື່ອງ

ບັນດາບົດທີ່ຖືກນຳສະເໜີ