14/01/2018 22:30 GMT+7 Email Print Like 0

“ຄວາມຝັນກ່ຽວກັບດົນຕີ” ຂອງຈາງຈິ້ງ

ເມື່ອເສັງຈົບຈາກ ສະຖາບັນດົນຕີ ພະລາຊະວັງ ອັງກິດ, ນັກ ສິລະປິນ ປີອາໂນ ຈິ້ງມາຍຈາງ (ຊື່ເທິງເວທີສະແດງແມ່ນ ຈາງ ຈິ້ງ) ໄດ້ຮັບລາງວັນດົນຕີສາກົນ ຫຼາຍລາງວັນ ແລະ ມີ ເງື່ອນ ໄຂທຸກຢ່າງທີ່ພຽງພໍ ເພື່ອບັນລຸຜົນສຳເລັດ ຢູ່ຕ່າງປະເທດ. ແຕ່ ວ່າ, ເສັ້ນທາງທີ່ນາງໄດ້ເລືອກນັ້ນແມ່ນ ກັບຄືນເມືອ ບ້ານເກີດ ເມືອງນອນ ເພື່ອສາມາດປະຕິບັດ ຄວາມຝັນ ເຜີຍແຜ່ ດົນຕີ ກຼາດຊິກ ໃຫ້ແກ່ຄົນ ຫວຽດນາມ ຕາມລີລາສະ ເພາະ ຂອງຕົນ. 
ຜູ້ທີ່ນຳ “ຄວາມຝັນກ່ຽວກັບດົນຕີ” ມາສູ່ບ້ານເກີດເມືອງນອນ
ນາງ ຈາງຈິ້ງ ນັດພົບປະກັບພວກຂ້າພະເຈົ້າ ຢູ່ເຮືອນ ສ່ວນຕົວ, ອາດຍ້ອນ ນາງ ຈະເຜີຍໃຫ້ພວກຂ້າພະເຈົ້າ ຊົມ ວັດຖຸ ລະນຶກໃດໜຶ່ງ ທີ່ກ່ຽວພັນເຖິງດົນຕີ. ຂ້າພະເຈົ້າ ໄດ້ມີ ຄວາມຄິດຄືແນວນັ້ນ.

ແຕ່ການພົບປະໃນມື້ນັ້ນ, ນາງ ຈາງຈິ້ງ ພັດໄດ້ໃຫ້ ພວກຂ້າ ພະເຈົ້າເບິ່ງ ຈົດໝາຍກ້ານໜຶ່ງທີ່ ບໍ່ມີຄວາມກ່ຽວພັນ “ໂດຍ ກົງ” ເຖິງດົນຕີ. ນີ້ແມ່ນຈົດໝາຍຂອງລູກສິດຍິງຜູ້ໜຶ່ງໃນ “ຫ້ອງຮຽນພິເສດ” ທີ່ໃສ່ຊື່ “ວົງດົນຕີປະສານສຽງ ກີ່ຢ້ຽວ (ມະ ຫັດສະຈັນ) (MOC). ເອີ້ນວ່າຫ້ອງຮຽນພິເສດ ຍ້ອນວ່າ ຕາມ ນາງ ຈາງຈິ້ງ, ຫ້ອງຮຽນນີ້ ສຶກສາດົນຕີ ກຼາດຊິກ ໃຫ້ແກ່ ບັນດາພວກນ້ອງນ້ອຍ ທີ່ມີສະພາບຊີວິດ ປະສົບກັບ ຄວາມຫຍຸ້ງຍາກ ຢູ່ພື້ນທີ່ ຮ່າໂນ້ຍ.

ນາງນ້ອຍຝາກຈົດໝາຍກ້ານນີ້ ໃຫ້ແກ່ ເອື້ອຍຄູ ຈາງຈິ້ງ ເມື່ອ ໄດ້ກັບຄືນມາເຕົ້າໂຮມກັນ ກັບຄອບຄົວ ຫຼັງຈາກ ຊ່ວງເວລາ ໜຶ່ງ ທີ່ໃຊ້ຊີວິດ ຢູ່ສູນປົກປ້ອງ-ຊ່ວຍເຫລືອສັງຄົມ. ບັນດາ ແຖວໜັງສື ໄດ້ຂຽນດ້ວຍຄວາມບັນຈົງ ຊຶ່ງເລີ່ມຕົ້ນ ດ້ວຍປະ ໂຫຍກ: “ລູກຂໍຂອບໃຈເອື້ອຍຄູ ໄດ້ສອນໃຫ້ລູກຮູ້ ກ່ຽວກັບ ຄວາມຮັກຫອມ...”. ບໍ່ເອີ່ຍເຖິງດົນຕີ ແຕ່ນີ້ເປັນໜຶ່ງ ໃນບັນ ດາກ້ານຈົດໝາຍ ທີ່ເຮັດໃຫ້ ຈາງຈິ້ງ ມີຄວາມປາບປື້ມໃຈ ຫຼາຍທີສຸດ. ຍ້ອນຕົວນາງໄປຕາມ ຈິດໃຈ ຊີວິດທີ່ວ່າ “ດົນຕີ ສາມາດເຮັດໃຫ້ໄດ້ຫຼາຍສິ່ງຫຼາຍຢ່າງ ແຕ່ຫາກ ມີຄວາມ ຮັກຫອມ ລະຫວ່າງ ຜູ້ຄົນດ້ວຍກັນ ຈະສາມາດເຮັດໄດ້ ທຸກ ສິ່ງ ທຸກຢ່າງ”.

ດ້ວຍເຫດນັ້ນ, ການເຈາະຈີ້ມ ເຖິງຄວາມຮັກຫອມ ຢູ່ໃນຕົວ ແຕ່ລະບຸກຄົນ ແມ່ນສິ່ງທີ່ ຈາງຈິ້ງ ຫວັງຈະເຮັດໄດ້ ໂດຍຜ່ານ ສຽງດົນຕີ. ນາງມີຄວາມເຊື້ອໝັ້ນ ອັນແຮງກ້າວ່າ “ດົນຕີ ແມ່ນ ປະເພດພາສາ ຂອງຄວາມຮູ້ສຶກ, ມີຄວາມສາມາດ ນຳມາເຊິ່ງ ກຳລັງໃຈອັນໃຫຍ່ຫຼວງ, ຈາກນັ້ນ ສາມາດຊ່ວຍໃຫ້ເຂົາເຈົ້າ ຜ່ານຜ່າບັນດາຄວາມຫຍຸ້ງຍາກ ໃນຊີວິດ”.


ເຖິງວ່າໄດ້ຮັບຄຳເຊື້ອເຊີນ ເຮັດວຽກໃຫ້ຫຼາຍວົງດົນຕີໃຫຍ່ ໃນ ໂລກ, ແຕ່ນັກສິລະປິນ ຈິ້ງມາຍຈາງ (ຈາງຈິ້ງ) ໄດ້ກັບຄືນ ຫວຽດນາມ
ພາຍຫຼັງເວລາໄປສຶກສາຮໍ່າຮຽນຢູ່ ຕ່າງປະເທດ ແລະ ເລືອກເຟັ້ນ ເສັ້ນທາງດົນຕີສະເພາະ ໃຫ້ແກ່ຕົນເອງ, ນັ້ນແມ່ນຕາມຫາ
ວຽກງານການສຶກສາດົນຕີ ມະຫາຊົນ. 



ຈາງຈິ້ງ ໄດ້ຖ່າຍທອດຄວາມຫຼົງໄຫຼກ່ຽວກັບດົນຕີ ໃຫ້ແກ່ ບັນດາ ນັກດົນຕີເດັກນ້ອຍ ຂອງວົງດົນຕີປະສານສຽງ ກ່ີຢ້ຽວ
ໂດຍ ຕົວ ນາງ ແລະ ສາມີ, ຜູ້ເປັນນັກສິລະປິນ Park Sung Min (ສ.ເກົາຫຼີ) ກໍ່ສ້າງ. 



ຈາງຈິ້ງ ໄດ້ຖ່າຍທອດທຸກແຫຼ່ງຄວາມຮູ້ ທີ່ລາວມີໄດ້ ໃຫ້ແກ່ ສະມາຊິກ ພາຍໃນວົງດົນຕີ ຢ່າງສຸດອົກສຸດໃຈ. 


ວົງດົນຕີປະສານສຽງ ກີ່ຢ້ຽວ ຊຶ່ງ ຈາງຈິ້ງ ແລະ ສາມີ ກໍ່ສ້າງ ດ້ວຍຈຸດປະສົງ ສ້າງຄວາມແຕກຕ່າງ ໃຫ້ຊີວິດຂອງ ບັນດາ
ນ້ອງນ້ອຍ ທີ່ມີສະພາບຫຍຸ້ງຍາກຂັດສົນ ໂດຍຜ່ານ ສຽງດົນ ຕີ. 

ພິເສດ ສຳລັບດົນຕີ ກຼາດຊິກ, ຕາມຄວາມຄິດຂອງ ຈາງຈິ້ງ ວ່າ: “ນັ້ນແມ່ນບັນດາທຳນອງຂອງເທບພະເຈົ້າ, ບັນດາ ນຳ້ ສຽງເຄື່ອນເໜັງຂອງໂລກຈັກກະວານ, ແມ່ນຄຳຕັກເຕືອນ ຂອງແມ່ທຳມະຊາດ” ແລະ ນາງຍິ່ງ ຫວັງຢາກ ນຳມາສູ່ບ້ານ ເກີດຂອງຕົນ ເພື່ອຊ່ວຍເຫຼືອຜູ້ຄົນ ທັງຫຼາຍ ທີ່ຍັງປະສົບກັບ ຄວາມຫຍຸ້ງຍາກ ແລະ ດ້ອຍໂອກາດ ໄດ້ມີຊີວິດສົມບູນພູນ ສຸກກວ່າ ທາງດ້ານຈິດໃຈ, ຊ່ວຍໃຫ້ເຂົາເຈົ້າ ເພີ່ມມານະ ຈິດ ແລະ ມີຄວາມເຊື່ອໝັ້ນໃນຊີວິດ.

ກະໂຕເອງ ຈາງຈິ້ງເປັນຄົນໜຶ່ງທີ່ບໍ່ມີຄວາມຜູກສາຍແນນໃດໆ ທີ່ພິເສດ ຫຼື ອາດເວົ້າວ່າ ເປັນຄົນຍັງມີຄວາມຈຳຍອມ ເມື່ອ ມາກັບ ປີອາໂນ ແລະ ດົນຕີ ກຼາດຊິກ. ໃນຊຸມປີ 1990, ຈາງ ຈິ້ງ ກໍຄືກັບ ບັນດາເດັກນ້ອຍ ລຸ້ນລາວ ຄາວ ດຽວກັນ ຊຶ່ງພໍ່ແມ່ ໃຫ້ໄປຮຽນ ຫຼິ້ນດົນຕີ ເມື່ອຂະບວນການ ຫຼິ້ນພິນ ເກີດຂຶ້ນ ພ້ອມກັນ ໃນພາກສ່ວນໜຶ່ງ ຄອບຄົວ ຊົນຊັ້ນກາງຢູ່ ຮ່າໂນ້ຍ. ແຕ່ວ່າ ດົນຕີ ໄດ້ຄ່ອຍໆ ເຮັດໃຫ້ ຫຼົງໄຫຼຈິດໃຈ ແລະ ປ່ຽນ ແປງ ຊີວະທັດໃຊ້ຊີວິດ ຂອງ ນາງແຕ່ ເມື່ອ ໃດກໍບໍ່ຮູ້. ຈາງຈິ້ງ ໄດ້ເຂົ້າຮ່ວມກຸ່ມ “ຜູ້ຊ່ວຍວຽກ” ຂອງ ດົນຕີ ກຼາດຊິກ ແລະ ຊ່ວຍໃຫ້ ນຳ້ສຽງດົນຕີ ຂອງ ອະວະກາດ ນີ້ ປະຕິບັດ ພາລະ ໜ້າທີ່ ເຊື່ອມຕໍ່ຄວາມຮັກຫອມ ແລະ ປັບປຸງບຸກຄະລິກ ກະ ພາບ ຢູ່ໃນຕົວ ແຕ່ລະບຸກຄົນ ໃຫ້ສົມບູນ ກວ່າເກົ່າ.

ດ້ວຍເຫດນັ້ນ, ໃນເວລາກຳລັງຮຽນຢູ່ປະເທດ ອັງກິດ, ຈາງຈິ້ງ ໄດ້ຝັກໄຝ່ ແລະ ກະກຽມການເດີນ ຕາມເສັ້ນທາງ ອັນຍາວໄກ ໃຫ້ການນຳ “ຄວາມຝັນກ່ຽວກັບດົນຕີ” ມາສູ່ ບ້ານເກີດເມືອງ ນອນຂອງຕົນ. ບັນດາຖ້ອຍຄຳໃນຈົດໝາຍ ຂອງນາງນ້ອຍລູກ ສິດນັ້ນ ເໝືອນດັ່ງການລະດົມກຳລັງໃຈວ່າ ວຽກງານທີ່ນາງ ພວມປະຕິບັດ ແມ່ນຖືກຕ້ອງ ແລະ ຄວາມຝັນຂອງນາງ ກຳລັງ ໄດ້ກ້າວເຂົ້າສູ່ຊີວິດຕົວຈິງ. 

ຜູ້ນຳໜ້າ ໃຫ້ ກຳນົດທິດດົນຕີໃໝ່ ຢູ່ ຫວຽດນາມ
ວົງດົນຕີປະສານສຽງ ກີ່ຢ້ຽວ (Miracle Choir &Orchestra) ເປັນຕົວແທນໜຶ່ງດຽວ ຂອງ ຫວຽດນາມ ເປັນກຽດໄດ້ເຂົ້າ ຮ່ວມ ໂຄງການ ອັດສຽງ ແລະ MV ຂອງ single Human Kind, ໄດ້ຮັບ ຈຳໜ່າຍໃນທົ່ວໂລກ ຈາກບໍລິສັດ ທີ່ຊົງອິດທິ ພົນ Universal Music Operation ໃນວັນທີ 16 ມິຖຸນາ 2017.

ວົງດົນຕີປະສານສຽງນີ້ ໂດຍ ຈາງຈິ້ງ ແລະ ສາມີຂອງນາງ (ເປັນນັກສິລະປິນ ປີອາໂນ ຂອງ ສ.ເກົາຫຼີ) ສ້າງຂຶ້ນໃນ ເດືອນ ຕຸລາ 2013 ຊຶ່ງສະຫງວນໃຫ້ແກ່ບັນດານ້ອງນ້ອຍ ມີສະພາບ ຊີວິດປະສົບກັບຄວາມຫຍຸ້ງຍາກຢູ່ພື້ນທີ່ຮ່າໂນ້ຍ.

ທັດສະນະຂອງ ຈາງຈິ້ງ ແມ່ນ ຖ້າຫາກວ່າ ໄດ້ເພີ່ມກຳລັງແຮງ ດ້ານຈິດໃຈ, ຜູ້ຄົນຕ່າງກໍຜ່ານຜ່າການທົບສອບຫຼາຍຢ່າງ ໃນ ຊີວິດ. ດ້ວຍເຫດນັ້ນ, ທີ່ຫ້ອງຮຽນນີ້, ຈາງຈິ້ງ ໄດ້ຊ່ວຍໃຫ້ ບັນ ດານ້ອງນ້ອຍ ຜູ້ທີ່ດ້ອຍໂອກາດ ໄດ້ຜ່ານປະສົບການ ຕົວຈິງ ກັບຕົວເອງ ແລະ ໄດ້ຝຶກຝົນຫຼໍ່ຫຼອມບຸກຄະລິກະພາບ ຜ່ານ ການ ຫຼິ້ນດົນຕີ. ເພື່ອສາມາດຫຼິ້ນໄດ້ເຄື່ອງດົນຕີໃດໜຶ່ງ, ຜູ້ ຮຽນຕ້ອງມີຄວາມມານະອົດທົນ, ສຸມຈິດສຸມໃຈ ແລະ ປູກນິ ໄສໄຈ້ແຍກ (ບົດດົນຕີ) ໃຫ້ໄດ້. ວິທີການສຶກສານີ້ ຂອງນາງ ຈາງຈິ້ງ ໄດ້ຊ່ວຍໃຫ້ ບັນດາສະມາຊິກ ຂອງ MCO ປະກອບ ເປັນຮູບເປັນຮ່າງບຸກຄະລິກະພາບ ແລະ ບັນລຸໄດ້ ຜົນສຳ ເລັດໃດໜ່ຶງທີ່ແນ່ນອນ.

ຈາງຈິ້ງໄດ້ກ່າວຕື່ມອີກວ່າ: “ເສັ້ນທາງຍາວໄກທີ່ນາງຕາມຫາ ນັ້ນແມ່ນ ສຶກສາດົນຕີມະຫາຊົນ. ນາງມີຄວາມເອກອ້າງຫຼາຍ ເມື່ອໄດ້ແນະນຳຕົວເອງວ່າ: “ຂ້າພະເຈົ້າເປັນນັກສິລະປິນ ສະ ແດງ-ສຶກສາ”. ນາງ ກໍມີຄວາມຄິດວ່າ ກຳນົດທິດນີ້ ຍັງໃໝ່ ອ່ຽມຢູ່ ຫວຽດນາມ ເຖິງວ່າມັນໄດ້ເປັນທີ່ນິຍົມໃຊ້ຫຼາຍ ຢູ່ໃນ ໂລກແລ້ວ.

ດ້ວຍກຳນົດທິດດັ່ງກ່າວ, ນັກສິລະປິນ ໄດ້ປະສົມປະສານ ຄວາມສາມາດ ໃນການສະແດງມືອາຊີບ ກັບການສຶກສາ ແນ ໃສ່ຊອກຫາ, ແກ້ອອກສິ່ງກີດຂວາງ ກ່ຽວກັບເວລາ ແລະ ວິຊາ ຄວາມຮູ້, ເພື່ອໃຫ້ທ່ານ ຜູ້ຊົມ ຜູ້ຟັງສາມາດມາກັບດົນຕີ ກຼາດ ຊິກ ດ້ວຍການແນະນຳກ່ຽວກັບ ດົນຕີ ກຼາດຊິກ ດ້ວຍຄວາມ ປະດິດສ້າງ. ຄວາມຫິວໂຫຍມ້າງອອກ “ຍີ່ຫໍ້” ນັກປາດ ຂອງ ດົນຕີ ກຼາດຊິກ ໄດ້ເລັ່ງລັດ ຈາງຈິ້ງ ປະຕິດບັດ ຫຼາຍໂຄງການ ປະດິດສ້າງຢ່າງລຽນຕິດ.



ຍາມໃດ ຈາງຈິ້ງ ກໍຢາກໃຫ້ ສະມາຊິກທຸກຄົນໃນ ວົງດົນຕີ ປະ ສານສຽງ ຂອງນາງ ປັບປຸງເຕັກນິກກ່ຽວກັບ ດົນຕີໃຫ້ສົມບູນ ແບບ
ເພື່ອໃຫ້ທັງໝົດ “ສວຍງາມທີສຸດ” ເມື່ອຂຶ້ນເວທີ ສະ ແດງ. 



ວັນໜຶ່ງ ຂອງ ການຝຶກຊ້ອມ ຂອງ ວົງດົນຕີປະສານສຽງ ກ່ອນ ຄືນ ສະແດງດົນຕີ Sing for Join.


ຈາງຈິ້ງ ແລະ ບັນດານ້ອງນ້ອຍນັກຮຽນ ຂອງວົງດົນຕີ ປະສານສຽງ ກີ່ຢ້ຽວ ໃນທ້າຍຊົ່ວໂມງຮຽນ. 

ດົນຕີ ກຼາດຊິກ ທີ່ ຈາງຈິ້ງ ນຳມາໃຫ້ແກ່ມະຫາຊົນ, ໄດ້ບັນດາ ຄູ່່ຮ່ວມງານມັກເວົ້າກັນວ່າ “ບໍ່ແມ່ນກຼາດຊິກລ້ວນໆ”, ແຕ່ມັນ ເຮັດໃຫ້ທ່ານຜູ້ຟັງ ມີການສຳຜັດສື່ ແລະ ຄູນຄ່າ ຂອງ ບົດດົນ ຕີໄດ້ງ່າຍ. ຕົວຢ່າງ ໃນລາຍການສະແດງ “ບັນທຶກ ປີອາໂນ” (ປີ 2011), ໄດ້ປະລະ ຮູບແບບການສະແດງ ທີ່ເຄີຍມີມາ, ຈາງຈິ້ງ ໄດ້ນຳຜູ້ຟັງ ເຂົ້າເຖິງເລື່ອງລາວຂອງຕົນ ດ້ວຍຄຳນຳ “ມື້ນີ້ ຂ້າພະເຈົ້າ...”. ທ່ານ ຜູ້ຟັງເໝືອນວ່າໄດ້ ຜ່ານປະສົບ ການຕົວຈິງ ກັບ ຄວາມຮູ້ສຶກ ແລະ ເລື່ອງລາວ ຂອງ ກະໂຕ ເຂົາເອງ ຢ່າງມີຊີວິດຊີວາ ໂດຍຜ່ານການ “ຟັງ” ແລະ “ຊົມ”.

ຈາງຈິ້ງ ຕາມຫາວິທີການສື່ສານ ໜ່ຶງທີ່ມີຄວາມປະດິດສ້າງ. ຕາມນັ້ນ, ມະຫາຊົນ ບໍ່ແມ່ນ ໄດ້ຮັບຟັງການສະແດງດົນຕີ ຢ່າງດຽວ, ຫາກໄດ້ ຮັບຊົມ, ຮູ້ສຶກ ແລະ ເຂົ້າໃຈດົນຕີ, ໂດຍ ຜ່ານພາສາລວມ ແມ່ນຄວາມຮູ້ສຶກ ຊຶ່ງໄດ້ນຳເອົາມາ ແນະນຳ ຕາມແບບລີລາ ທີ່ບໍ່ຊຳ້ແບບໃຜ ຂອງ ຈາງຈິ້ງ.

ຫຼັງຈາກໃຊ້ເວລາ 4 ປີ ຫັນຄວາມຝັນໃຫ້ເປັນຈິງ ກັບບັນດາ ຜົນສຳເລັດ ທີ່ສ້າງຄວາມປະທັບໃຈຢ່າງໃຫຍ່ຫຼວງ ໃນ ໝູ່ມະ ຫາຊົນ, ຈາງຈິ້ງ ໄດ້ສືບຕໍ່ຕັ້ງໃຈ ກັບເສັ້ນທາງສະເພາະ ໃຫ້ ດົນຕີ ກຼາດຊິກ ຢູ່ ຫວຽດນາມ.
ບົດ: ຖາວວີ-ຫວຽດເກື່ອງ
ບັນດາບົດທີ່ຖືກນຳສະເໜີ