24/06/2016 00:01 GMT+7 Email Print Like 0

ຄວາມຈັບໃຈໃນການເຮັດທຸລະກິດຢູ່ ໄຊງ່ອນ

ສອງປີຜ່ານມາ, ຊາວນະຄອນ ໂຮ່ຈີມິນ ລື້ງກັບຮູບພາບຊາວ ໂຮນລັງ ຄົນໜຶ່ງແມ່ນອ້າຍ Cliford ແລະ ເມຍ ຂອງຕົນເປັນຄົນ ຫວຽດ ພ້ອມກັນຂາຍໃສ້ກອກ ແລະ hamburger ຢູ່ຕີນຂົວ ຫງວຽນວັນກື້, ເມືອງ 8.
ອ້າຍ Cliford ມີໄລຍະວຽກເທິງເຮືອຫຼາຍລຳມາເປັນເວລາ 13 ປີ ແລ້ວຮຽນເອົາໃບປະກາດວິສາວະກອນຂະແໜງ ກົນຈັກ. ໂດຍຄວາມບັງເອີນ, ລາວໄດ້ໝູ່ຄົນໜຶ່ງຊວນ ມາທ່ຽວ ຫວຽດນາມ. ຈຸດເລີ່ມຕົ້ນຂອງການທ່ອງທ່ຽວແມ່ນ ຮ່າໂນ້ຍ, ທີ່ນີ້ Cliford ຖືກຈັບໃຈເພາະອາຫານຫຼາຍເຍື່ອງ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງ. ຫຼັງຈາກນັ້ນ, ລາວສືບຕໍ່ໄປຢ້ຽມຢາມ ນະຄອນ ໂຮ່ຈີມິນ.
 
ກັບມາ ໂຮນລັງ ພາຍຫຼັງການທ່ອງທ່ຽວ, ອ້າຍ Cliford ຮູ້ສຶກເສຍດາຍເມື່ອຍັງບໍ່ທັນໄດ້ໄປທ່ຽວຫຼາຍບ່ອນຢູ່ ຫວຽດນາມ. ຫຼັງຈາກການພິຈາລະນາໃນໄລຍະໜຶ່ງ, ລາວຕັດສິນໃຈມາ ຫວຽດນາມ ເທື່ອທີ 2 ແລະ ເລືອກ ນະຄອນ ໂຮ່ຈີມິນ ແມ່ນບ່ອນຢູ່ເປັນປະຈຳ. ຢູ່ທີ່ນີ້ ລາວພົບ ກັບນາງ ລານຈິງ, ຍິງສາວ ໄຊງ່ອນ ຄົນໜຶ່ງ ແລະ ກາຍເປັນ ເມຍຂອງລາວໃນປະຈຸບັນ.


ຮ້ານຂອງອ້າຍ Cliford ເປີດແຕ່ 9 ໂມງເຊົ້າເຖິງ 12 ໂມງ,
ຕອນແລງເປີດແຕ່ 3 ໂມງເຖິງ 9 ໂມງຄຳ່. 



ໃສ່ກອກໄດ້ນຳເຂົ້າມາຈາກ ເຢຍລະມັນ ແລະ ປີ້ງຢູ່ກັບທີ່.


ອ້າຍ Cliford ແລະ ເມຍແມ່ນນາງ ຟ້າມທິລານຈິງ ມີຊີວິດ ການເປັນຢູ່ແບບງ່າຍດາຍ,
ເຕັມໄປດ້ວຍຄວາມສຸກ ຢູ່ນະຄອນ ໂຮ່ຈີມິນ. 



ຮ້ານຂອງອ້າຍ Cliford ໄດ້ຕັ້ງເທິງລົດຈັກຄັນໜຶ່ງ.


ຄວາມຍິ້ມແຍ້ມແຈ່ມໃສ ແລະ ໃກ້ຊິດຂອງອ້າຍ Cliford ດຶງດູດລູກຄ້ານັບເປັນຈຳນວນຫຼວງຫຼາຍ. 


ລູກຄ້າຂອງອ້າຍ Cliford ສ່ວນຫຼາຍແມ່ນມາຊື້ເມືອເຮືອນ.


ຮູບພາບທີ່ໃກ້ຊິດຂອງລູກຄ້າເມື່ອມາຊື້ໃສ້ກອກ ແລະ hamburger. 


ເວລາມ່ວນຊື່ນຂອງຜົວເມຍອ້າຍ Cliford.


ຊີວິດການເປັນຢູ່ແບບງ່າຍດາຍຢູ່ ນະຄອນ ໂຮ່ຈີມິນ ນຳຄວາມມ່ວນຊື່ນມາໃຫ້ແກ່ອ້າຍ Cliford. 

ເມື່ອໄດ້ຖາມວ່າ ເປັນຫຍັງເລືອກເອົາວຽກຂາຍໃສ້ກອກ ແລະ hamburger, ບໍ່ສືບຕໍ່ເປັນນັກວິສາວະກອນອີກ, ອ້າຍ Cliford ຕອບວ່າ: “ເຮັດວຽກນີ້ ເຮົາຈະໄດ້ໂອ້ລົມ ກັບທຸກໆ ຄົນ, ໄດ້ຮຽນພາສາ ຫວຽດ ອີກ. ຊາວ ຫວຽດນາມ ມີຄວາມໃກ້ຊິດ ແລະ ໃຈດີ, ມັກຊ່ວຍເຫຼືອເຊິ່ງກັນ ແລະ ກັນ”.
 
ຮ້ານຂາຍໃສ້ກອກ ແລະ hamburger ຂອງຜົວເມຍອ້າຍ Cliford ແມ່ນລົດຈັກເກົ່າຄັ້ນໜຶ່ງຈອດຢູ່ແຄມທາງ. ເທິງລົດຈັກມີໝໍ້ປີ້ງໄຟໜ່ວຍໜຶ່ງ ແລະ ຕູ້ຈັດວາງອາຫານ, ວັດຖຸດິບທີ່ເຮັດໃສ້ກອກໄດ້ນຳເຂົ້າມາຈາກ ເຢຍລະມັນ ແລະ ປີ້ງກັບທີ່ ດ້ວຍລາຄາ 35.000 ດົ່ງຕໍ່ໜ່ວຍໜຶ່ງ. ລູກຄ້າສ່ວນຫຼາຍມາຊື້ເມືອກິນຢູ່ເຮືອນ. ຮ້ານຂອງອ້າຍ Cliford ເປີດແຕ່ 9 ໂມງເຊົ້າເຖິງ 12 ໂມງ, ຕອນແລງ ເປີດແຕ່ 3 ໂມງເຖິງ 9 ໂມງຄຳ່.
 
ກ່ຽວກັບຄວາມແຕກຕ່າງລະຫວ່າງຊີວິດການເປັນຢູ່ ທີ່ ໂຮນລັງ ແລະ ຫວຽດນາມ, ອ້າຍ Cliford ໃຫ້ຮູ້ວ່າ: “ອາກາດຢູ່ ໂຮນລັງ ໜາວຫຼາຍ, ຊາວ ໂຮນລັງ ມັກມີຊີວິດ ແບບຢູ່ໃຜຢູ່ມັນ. ສ່ວນຢູ່ ຫວຽດນາມ, ຊີວິດການເປັນຢູ່ ສະໜຸກສະໜານກວ່າ, ຊາວ ຫວຽດນາມ ເປັນຄົນໃຈດີ ແລະ ຮັກແພງແຂກ”.

ເຖິງວ່າ ຫາກໍ່ຢູ່ ຫວຽດນາມ ໄດ້ 2 ປີເທ່ົານັ້ນ, ແຕ່ອ້າຍ Cliford ມີຄວາມປະທັບໃຈເປັນຢ່າງຍິ່ງຕໍ່ລົດຊາດຂອງ ອາຫາຍຫຼາຍ ເຍື່ອງຢູ່ ຫວຽດນາມ ຄື: ເຝື້, ເຂົ້າປຸ້ນ ເຫວ້... ລາວກໍ່ໄດ້ມາ ທ່ຽວຫຼາຍບ່ອນຄື: ມຸຍແນ, ຝູ໋ກວັກ, ຮ່າໂນ້ຍ, ຍາຈາງ ແລະ ບັນດາແຂວງຢູ່ເຂດຕາເວັນຕົກສ່ຽງໃຕ້... ແຕ່ລະບ່ອນທີ່ລາວເຄີຍມາທ່ຽວ ມີຄວາມຈັບໃຈ ເພາະ ຊາວທ້ອງຖິ່ນ, ວັດທະນະທຳ ແລະ ການກິນດື່ມ.

Cliford ສາມາດກິນໄດ້ອາຫານ ຫວຽດນາມ ຫຼາຍເຍື່ອງ ທີ່ຄົນຕ່າງປະເທດຫຼາຍຄົນກິນບໍ່ໄດ້ຄື: ປາແດກ, ນຳ້ປາ, ໝາກຖົ່ວລຽນ...ເມື່ອມີໂອກາດກັບມາຢຽມ ໂຮນລັງ, Cliford ກໍ່ແບ່ງປັນຄວາມດີງາມ, ຄວາມປະທັບໃຈ ເພື່ອໃຫ້ໝູ່ເພື່ອນ ແລະ ພີ່ນ້ອງຂອງຕົນມີຄວາມເຂົ້າໃຈ ຕໍ່ປະຊາຊົນ, ວັດທະນະທຳ, ປະເທດ ຫວຽດນາມ ໄດ້ຫຼາຍ ກວ່າ.
ບົດ: ຫງວຽນແອງ - ພາບ: ທົງຫາຍ

ບັນດາບົດທີ່ຖືກນຳສະເໜີ