15/06/2017 10:28 GMT+7 Email Print Like 0

ຄວາມງາມຂອງພູເອີ້ນ, ແມ່ນ້ຳຈາໃນແຂວງກວາງງ້າຍ

      ກວາງງ້າຍແມ່ນແຂວງແຄມທະເລທາງພາກກາງຫວຽດນາມ ມີທິວທັດທຳມະຊາດຫຼາຍແຫ່ງທີ່ສວຍສົດງົດງາມ
      ເມື່ອເວົ້າເຖິງກວາງງ້າຍ, ຜູ້ຄົນທັງຫຼາຍກໍເຄີຍເວົ້າເຖິງຄວາມງາມຂອງພູເອີ້ນ, ແມ່ນ້ຳຈາຊຶ່ງແມ່ນສັນຍາລັກແຫ່ງທັດສະນີຍະພາບຂອງແຂວງກວາງງ້າຍ.    
ທັດສະນີຍະພາບທີ່ຫຼຽວເບິ່ງຈາກຈອມພູເອີ້ນ
      ໂດຍແມ່ນແຂວງແຄມທາງຫຼວງ 1A ເໜືອ-ໃຕ້, ຫ່າງຈາກນະຄອນຫຼວງຮ່າໂນ້ຍ 883 ກມ, ນະຄອນ ກວາງງ້າຍນອນຢູ່ແຄມແມ່ນ້ຳຈາຄຸກຊຶ່ງແມ່ນແມ່ນ້ຳສາຍໃຫຍ່ ແລະ ກໍແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງແຂກທ່ອງທ່ຽວເມື່ອມາຢ້ຽມຢາມ ກວາງງ້າຍ. ແມ່ນ້ຳຈາໄຫຼມາຈາກຈອມພູດັກເຕີຣົນໃນແຂວງກອນກູມ ມີຄວາມສູງປະມານ 2.350 ແມັດ. ແມ່ນ້ຳຈາຖືກໂຮມເຂົ້າກັນຈາກ 4 ແມ່ນ້ຳໄຫຼໄປສູ່ທາງທິດຕາເວັນອອກ, ຜ່ານນະຄອນກວາງງ້າຍ, ແລ້ວໄຫຼອອກສູ່ທະເລໂດຍຜ່ານປາກທະເລ ດ້າຍໂກລຸ້ຍ. ດ້ວຍຄວາມຍາວ 150 ແມັດ ໄຫຼຜ່ານໂນນພູຫຼາຍແຫ່ງ, ແຕ່ຮອດນະຄອນກວາງງ້າຍ, ສາຍນ້ຳໄຫຼສະຫງົບງຽບກວ່າໝູ່, ອັນໄດ້ເຮັດໃຫ້ທັດສະນີຍະພາບຂອງນະຄອນນອນຢູ່ແຄມແມ່ນ້ຳເພີ່ມຄວາມສວຍງາມ ແລະ ສະຫງົບງຽບຫຼາຍຂຶ້ນ. ອ້າຍຟານຫງອກເຖາະ ແຂກທ່ອງທ່ຽວມາຈາກຮ່າໂນ້ຍ ເວົ້າຄວາມໃນໃຈສູ່ຟັງວ່າ : 
    “ ທຳອິດ, ເມື່ອຂ້າພະເຈົ້າມານີ້ ພຽງແຕ່ຄິດເຖິງການທ່ອງທ່ຽວຢູ່ທະເລດ້ວຍບັນດາຫາດຊາຍທະເລທີ່ສວຍງາມເທົ່ານັ້ນ, ແຕ່ຄວາມງາມຂອງ ແມ່ນ້ຳຈາໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈ. ເບິ່ງຄືວ່າ ນີ້ແມ່ນທິວທັດທຳມະຊາດທີ່ສວຍສົດງົດງາມເປັນພິເສດຄື ທາງໜ້າແມ່ນທະເລ, ທາງຫຼັງແມ່ນແມ່ນ້ຳ. ແມ່ນ້ຳຕອນໄຫຼຜ່ານນະຄອນ ກວາງງ້າຍຍັງຮັກສາຄວາມລຽບງ່າຍ ແລະ ສະຫງົບງຽບ. ຂ້າພະເຈົ້າຊົມຊອບທີ່ສຸດ ສຳລັບທັດສະນີຍະພາບແຖວຕົ້ນພ້າວຢູ່ແຄມແມ່ນ້ຳພວມບືນຕົວສູ່ລຳແມ່ນ້ຳເພື່ອຮັບເອົາແສງແດດ. ເຮືອຫາປາແຕ່ລະລຳພາຍຫຼັງທີ່ໄດ້ເດີນທະເລຫາປາຢູ່ໄກຝັ່ງພວມພາກັນເຂົ້າມາທຽບທ່າແຄມແມ່ນ້ຳ. ອາກາດຢູ່ແຫ່ງນີ້ເຢັນສະບາຍ ເຮັດໃຫ້ຄົນເຮົາຮູ້ສຶກສະຫວດສະເຫວີຍ ”
    ມາຢ້ຽມຢາມ ກວາງງ້າຍ, ແຂກທ່ອງທ່ຽວຢາລືມໄປຢ້ຽມຊົມທັດສະນີຍະພາບທີ່ລືຊື່ອື່ນ, ນັ້ນແມ່ນພູທຽນເອີ້ນ. ພູທຽນເອີ້ນມີຄວາມສູງ 106 ແມັດ, ຫ່າງຈາກນະຄອນ ກວາງງ້າຍໄປທາງທິດຕາເວັນອອກສ່ຽງເໜືອປະມານ 3,5 ກມ. ຢູ່ທຸກທິດໃດ, ເມື່ອຫຼຽວເບິ່ງຈາກໄກ ກໍເຫັນພູມີຮູບສີ່ລຽມຄາງໝູ ຄືດັ່ງຕາປະທັບຈາກແດນສະຫວັນງ່ຽງໃສ່ລຳແມ່ນ້ຳ. ຢູ່ເທິ່ງພູ ມີວັດທຽນເອີ້ນ ໄດ້ຮັບການກໍ່ສ້າງມາແຕ່ປີ 1695. ໃນວັດນີ້, ປະຈຸບັນຍັງຄົງຮັກສາ “ລະຄັງວິເສດ” ໂດຍແມ່ນພວກນາຍຊ່າງໃນບ້ານຫຼໍ່ໃນປີ 1845. ຜ່ານໄລຍະຫຼາຍສະຕະວັດ, ສຽງລະຄັງໃນວັດຍັງຄົງດັງກ້ອງກັງວານໄປທົ່ວເຂດ.
        ເສັ້ນທາງຂຶ້ນຈອມພູທີ່ລຽບຕາມເນີນພູທາງທິດໃຕ້ມີຮູບກົ້ນຫອຍ. ເສັ້ນທາງມີລວງກ້ວາງ ແລະ ບໍ່ຄ້ອຍປານໃດ, ດັ່ງນັ້ນສາມາດຂຶ້ນຈອມພູດ້ວຍລົດຈັກຢ່າງສະດວກສະບາຍ. ແຂກທ່ອງທ່ຽວສາມາດຍ່າງຂຶ້ນຈອມພູໄດ້. ຄວາມປະທັບໃຈທຳອິດເມື່ອຢືນຢູ່ຈອມພູເອີ້ນ ແມ່ນອາກາດເຢັນສະບາຍ. ຈາກນີ້, ແຂກທ່ອງທ່ຽວສາມາດຊົມເບິ່ງທິວທັດໃນທົ່ວນະຄອນກວາງງ້າຍທີ່ສະຫງົບສຸກນອນແຄມແມ່ນ້ຳຈາ. ວັດທຽນເອີ້ນຖືກປຸກສ້າງບົນເນື້ອທີ່ດິນທີ່ກ້ວາງໃຫຍ່ຖືກປົກຄຸມດ້ວຍຮົ່ມເຢັນຂອງຕົ້ນໄມ້ໃຫຍ່. ທາງກ້ຳຕາເວັນອອກຂອງ ວັດທຽນເອີ້ນແມ່ນເຂດສຸສານຂອງບັນດາພະພິກຂຸພ້ອມກັບບັນດາທາດໃຫຍ່ນ້ອຍ ແລະ ຮູບປັ້ນດອກບົວ. ພິເສດໃນບໍລິເວນວັດ ຍັງມີນ້ຳສ້າງທີ່ມີຊື່ວ່າ “ ນ້ຳສ້າງພະພຸດທະຮູບ ” ຊຶ່ງຖືກຂຸດມາແຕ່ເວລາຫາກໍ່ສ້າງວັດນີ້. ພະອາຈານ ທິກດົງຮ່ວາງ ເຈົ້າອະທິການ ວັດທຽນເອີ້ນ ເລົ່າສູ່ຟັງວ່າ : 
    “ ຄາວນັ້ນ, ມີພະພິກຂຸອົງໜຶ່ງຂຸດນ້ຳສ້າງ, ພະອົງຂຸດໄປຂຸດມາ, ຂຸດເຖິງບ່ອນເລິກໆ ກໍບໍ່ເຫັນນ້ຳບາດານ ຈຶ່ງຍ່າງອອກນອກ, ພາຍຫຼັງກັບມາ ກໍໄດ້ເຫັນນ້ຳພຸ່ງຂຶ້ນ, ແລ້ວພະອົງກໍດີໃຈ ເອີ້ນທຸກຄົນດຶງຂຶ້ນໜ້າດິນ, ແຕ່ກໍລືມວ່າ ຍັງມີອ້າຍຈົວອີກອົງໜຶ່ງຢູ່ພື້ນນ້ຳສ້າງ. ເມື່ອຈືແລ້ວ, ກັບຄືນນ້ຳສ້າງ ກໍບໍ່ເຫັນອ້າຍຈົວອົງນັ້ນໄປໃສ. ເພາະສະນັ້ນ ໃນປະຫວັດສາດກໍຍັງກເກັບຮັກສາຄຳຜະຫຍາທີ່ວ່າ : ມີອ້າຍຈົວຂຸດນ້ຳສ້າງເທິ່ງພູ, ຮອດເວລາເຫັນນ້ຳ ກໍພໍດີອ້າຍຈົວອົງນັ້ນໜີເລີຍ ”
    ເຖິງວ່າ ຂຸດນ້ຳສ້າງເທິ່ງພູກໍຕາມ, ແຕ່ຕາມຊາວທ້ອງຖິ່ນຢູ່ແຫ່ງນີ້, ແຫຼ່ງນ້ຳໃນນ້ຳສ້າງຍັງບໍ່ມີວັນຈະບົກແຫ້ງ. ຊາວທ້ອງຖິ່ນໃນເຂດຍັງຖືວ່າ ເມື່ອໃຊ້ນ້ຳສ້າງກໍສາມາດປິ່ນປົວໄດ້ຫຼາຍພະຍາດ. ດ້ວຍບັນດາຈຸດພິເສດເຊັ່ນນັ້ນ, ໃນຄວາມສຳນຶກຂອງຊາວກວາງງ້າຍ, ພູທຽນເອີ້ນ, ແມ່ນ້ຳຈາແມ່ນສິ່ງທີ່ສັກສິດ. ໃນໂອກາດບັນດາວັນບຸນໃຫຍ່, ແຂກຈາກສາລະທິດມານະວັດສະການວັດທຽນເອີ້ນ ກໍຮອດນັບໝື່ນຄົນ. ແຂກທ່ອງທ່ຽວຫຼາຍຄົນກໍບໍ່ພາດໂອກາດໄດ້ຮັບຊົມທັດສະນີຍະພາບທີ່ສວຍສົດງົດງາມແຖວໜ້າໃນແຂວງກວາງງ້າຍນີ້.
 (ແຫຼ່ງຄັດຈາກ VOV)