24/03/2018 22:13 GMT+7 Email Print Like 0

ຂັບຊວານ-ມໍລະດົກ ວັດທະນະທຳ ຂອງ ຢູແນັສໂກ

ເປັນຄັ້ງທຳອິດ ມູນມໍລະກົດສິລະປະຂັບຊວານ ຂອງແຂວງ ຝູ໋ເຖາະ ໄດ້ດຶງດູດເຮັດໃຫ້ ຢູແນັສໂກ ອອກຂໍ້ຕົກລົງໜຶ່ງທີ່ພິເສດ ແລະ ບໍ່ເຄີຍ ມີມາກ່ອນ, ນັ້ນຄື ການຫັນປ່ຽນພິເສດ ຈາກບັນຊີລາຍຊື່ ມໍລະດົກວັດ ທະນະທຳ ທີ່ບໍ່ມີ ຕົວຕົນ ຈຳເປັນຕ້ອງໄດ້ ຮັບການປົກປັກຮັກສາໂດຍ ດ່ວນ ເຂົ້າສູ່ ບັນຊີລາຍຊື່ ມໍລະດົກ ວັດທະນະທຳ ທີ່ບ່ໍມີຕົວຕົນຂອງ ມວນມະນຸດ. ມໍລະດົກ ຂັບຊວານ ຂອງ ຫວຽດນາມ ກຳລັງກາຍເປັນ ປະກົດການ ມໍລະດົກ ທີ່ໂລກ ໃຫ້ຄວາມສົນໃຈ, ຄົ້ນຄວ້າ ແລະ ພິຈາລະນາ ຄັດເລືອກ. 
ເດືອນ ພະຈິກ 2011, ຢູແນັສໂກ ໄດ້ຮັບຮອງ ສິລະປະຂັບຊວານ ຂອງ ແຂວງ ຝູ໋ເຖາະ ເປັນມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນ ຈຳເປັນຕ້ອງ ໄດ້ ຮັບການປົກປັກຮັກສາໂດຍດ່ວນຂອງມວນມະນຸດ. ຫຼັງຈາກນັ້ນ 4 ປີ ຄືໃນ ເດືອນ ຕຸລາ 2015, ທ່ານ ຫງວຽນດັກຖຸຍ, ຮອງຜູ້ອຳນວຍ ການ ພະແນກ ວັດທະນະທະ, ກິລາ ແລະ ທ່ອງທ່ຽວ ແຂວງ ຝູ໋ເຖາະ ໄດ້ທາງແຂວງ ແຕ່ງຕັ້ງ ໄປຍັງປະເທດ ຝຣັ່ງ ລາຍງານ ຕໍ່ ຢູແນັສໂກ ກ່ຽວກັບ ຜົນສຳເລັດ ຂອງ ການອະນຸລັກຮັກສາ ມໍລະດົກ ດັ່ງກ່າວ.

ໃນບົດລາຍງານ ກ່ຽວກັບບັນດາຂໍ້ມູນຂ່າວສານ ຂອງ ທ່ານ ຖຸຍ, ທ່ານ ນາງ Cécile Duvelle, ຫົວໜ້າ ຄະນະເລຂາທິການ ມໍລະດົກ ທີ່ບໍ່ມີ ຕົວຕົນ ຢູແນັສໂກ ຊຶ່ງເປັນຜູ້ປະເມີນຜົນ ສຳເນົາເອກະສານ ໄດ້ສະ ຫຼຸບວ່າ: “ຂ້າພະເຈົ້າຮັບຮອງເອົາ ຜົນສຳເລັດ ຂອງການອະນຸລັກຮັກສາ ສິລະປະຂັບຊວານ ແມ່ນດີຫຼາຍ. ດ້ວຍຜົນສຳເລັດດັ່ງກ່າວ, ຂ້າພະເຈົ້າ ຢັ້ງຢືນ ສິລະປະຂັບຊວານ ເປັນມໍລະດົກ ທີ່ຈຳເປັນຕ້ອງໄດ້ ຮັບການ ປົກປັກຮັກສາໂດຍດ່ວນ”.

ຄວາມຮູ້ສຶກດີໃຈຂະນະນັ້ນ ໄດ້ປ່ຽມລົ້ນ ໃນຊ່ວງເລິກ ຫົວໃຈ ຂອງ ທ່ານຖຸຍ, ແຕ່ໂດຍບັງເອີນຖືກຢຸດຄືນ ຍ້ອນໃນມັນສະໝອງຂອງເພິ່ນ ໄດ້ເກີດຄວາມນຶກຄິດໃໝ່: “ຂັບຊວານ ບໍ່ຄົງຕົວ ໃນບັນຊີລາຍຊື່ ມໍລະ ດົກ ທີ່ຈຳເປັນຕ້ອງໄດ້ ຮັບການປົກປັກຮັກສາ ໂດຍດ່ວນ, ແຕ່ວ່າ ມັນ ຈະນອນຢູ່ໃນ ບັນຊີລາຍຊື່ໃດ?”.


ເດືອນ ພະຈິກ 2011, ຢູແນັສໂກ ໄດ້ຮັບຮອງ ສິລະປະຂັບຊວານ ຂອງ ແຂວງ ຝູ໋ເຖາະ ເປັນມໍລະດົກວັດທະນະທຳ ທີ່ບໍ່ມີຕົວຕົນ
ຈຳເປັນຕ້ອງ ໄດ້ ຮັບການປົກປັກຮັກສາ ໂດຍດ່ວນ ຂອງ ມວນມະນຸດ.ພາບ: ເອກະ ສານ



ເຄື່ອງນຸ່ງຖືຂອງນັກສະແດງສິລະປະຂັບຊວານ ໄດ້ຮັບການວາງສະ ແດງ ທີ່ໂຮງລະຄອນ ວິຫານຫຼາຍແລ່ນ
(ນະຄອນ ຫວຽດຈີ່, ແຂວງ ຝູ໋ເຖາະ). ພາບ: ກົງດາດ/VNP




ເຄື່ອງດົນຕີ ໃຊ້ໃນການຂັບຊວານ ພຽງກອງນ້ອຍ ແລະ ເຄື່ອງເສບດົນ ຕີ ດ້ວຍໄມ້ໄຜ່ສອງສາມຄູ່. ພາບ: ກົງດາດ/VNP


ໃນສິລະປະຂັບຊວານ, ນອກຈາກບັນດາວາດຟ້ອນ ຍັງປະສົມປະ ສານ ກັບການນຳໃຊ້ເຄື່ອງມືສຳລັບການສະແດງ
ອີກຈຳນວນໜຶ່ງເຊັ່ນ: ວີ, ເຄື່ອງເສບດ້ວຍໄມ້ໄຜ່ ແລະ ກວດເຫຼົ້າ...  ພາບ: ກົງດາດ/VNP



ວິຫານ ຮຸ່ງໂລ ເປັນບ່ອນໄດ້ຮັບຄັດເລືອກ ເພື່ອສະແດງ ຂັບຊວານ ຮັບໃຊ້ບັນດາຄະນະນັກທ່ອງທ່ຽວ. ພາບ: ເຕິດເຊີນ/VNP

ສົນທິສັນຍາປີ 2003 ຂອງ ຢູແນັສໂກ ໄດ້ລະບຸໄວ້ວ່າ: “ມໍລະດົກໜຶ່ງ ຕ້ອງບໍ່ມີຊື່ ຢູ່ໃນສອງບັນຊີລາຍຊື່ ໃນເວລາດຽວກັນ”, ນອກຈາກນັ້ນ ບໍ່ ມີການແນະນຳອື່ນໆ ຫຍັງໝົດ. ທ່ານນາງ Cécile ບໍ່ມີຄໍາຕອບ ຕໍ່ ຄຳ ຖາມໂດຍບັງເອີນຂອງທ່ານ ຖຸຍ. ແຕ່ ຫຼັງຈາກ ການຄົ້ນຄິດດົນເຕີບ, ທ່ານນາງເວົົ້າວ່າ: “ມັນຍັງເປັນມໍລະດົກ ຄືເກົ່າ”.

ແຕ່ທ່ານ ຖຸຍ ບໍ່ຍອມຮັບຄຳຕອບດັ່ງກ່າວ ແລະ ສືບຕໍ່ຂໍ້ຂ້ອງໃຈ. ຮອດ ເວລານີ້, ທ່ານນາງ Cécile ຈຶ່ງຮັບຮອງວ່າ: “ແມ່ນແລ້ວ, ນີ້ແມ່ນ ປະ ກົດການໜຶ່ງ, ມີຫຼາຍມໍລະດົກຄ້າຍຄື ກັບ ສິລະປະ ຂັບຊວານ ຂອງ ຫວຽດນາມ, ດັ່ງນັ້ນຕ້ອງການ ມີວິທີການຮັບຮອງໃດໜຶ່ງ”.

ທ່ານນາງ Cécile ຫາກໍ່ສິ້ນສຸດ ຄຳເວົ້າຂອງຕົນ, ທ່ານຖຸຍ ໄດ້ຕໍ່ຄຳ ໃນ ທັນທີ: “ເພາະສະນັ້ນ, ແຂວງ ຝູ໋ເຖາະ ຂອງ ພວກຂ້າພະເຈົ້າ ມີຂໍ້ສະ ເໜີ ນຳສິລະປະຂັບຊວານ ເຂົ້າບັນຊີລາຍຊື່ ມໍລະດົກ ວັດທະນະທຳ ທີ່ ບໍ່ມີຕົວຕົນຂອງມວນມະນຸດ”. ນີ້ແມ່ນຂໍ້ສະເໜີທີ່ບໍ່ເຄີຍມີມາກ່ອນ!

ຫຼັງຈາກການແລກປ່ຽນດັ່ງກ່າວ, ທ່ານນາງ Cécile ໄດ້ໃຫ້ ຄຳໝັ້ນ ໝາຍ ກັບທ່ານ ຖຸຍ ວ່າ ຈະນຳບັນຫານີ້ ຂຶ້ນມາພິຈາລະນາ ຢູ່ວາລະ ປະຊຸມຂອງຄະນະກຳມະການ ລະຫວ່າງລັດຖະບານ ຄັ້ງຕໍ່ໄປ ເພື່ອ ໃຫ້ ຄະນະກຳມະການ ມີຄຳຕອບທີ່ເປັນເອກະພາບ ກ່ຽວກັບ ກໍລະນີ ຂອງ ຂັບຊວານ.

ໃນວາລະປະຊຸມ ຂອງຄະນະກຳມະການ ລະຫວ່າງລັດຖະບານ ວ່າ ດ້ວຍການອະນຸລັກຮັກສາ ມໍລະດົກວັດທະນະທຳ ທີ່ບໍ່ມີຕົວຕົນ ຄັ້ງທີ 10 ທີ່ຈັດຂຶ້ນ ຢູ່ປະເທດ ສ.ນາມີບີ ໃນເດືອນ ທັນວາ ປີ 2015. ຢູແນັສ ໂກ ໄດ້ປະກາດໃຊ້ມະຕິຕົກລົງໜຶ່ງ ຈາກກໍລະນີ ຂອງ ຂັບຊວານ. ລະ ອຽດຄື: ຢູແນັສໂກ ຈະພິຈາລະນາຄືນ ເປົ້າໝາຍ ຂອງ ສົນທິສັນຍາ ເພື່ອມີການດັດປັບ, ແນະນຳປະຕິບັດ ແລະ ຈຳເປັນຕ້ອງສ້າງຕັ້ງ ໂດຍ ທັນທີ ຄະນະກຳມະການ ລະຫວ່າງ ລັດຖະບານໃໝ່  ເພື່ອຄົ້ນຄວ້າ ຂະບວນວິວັດ ແຫ່ງການ ຫັນປ່ຽນມູນມໍລະດົກ.

ມາຮອດເດືອນທັນວາ 2017, ຂໍ້ສະເໜີ ຂອງແຂວງ ຝູ໋ເຖາະ ໄດ້ປະ ກົດເປັນຈິງ ຢ່າງເປັນທາງການ. ໃນວາລະປະຊຸມ ຂອງ ຄະນະ ກຳມະ ການ ລະຫວ່າງລັດຖະບານ ວ່າດ້ວຍການອະນຸລັກຮັກສາ ມໍລະດົກວັດ ທະນະທຳ ທີ່ບໍ່ມີຕົວຕົນ ຄັ້ງທີ 12 ໄດ້ຈັດຂຶ້ນຢູ່ເກາະ Jeju (ສ.ເກົາຫຼີ) ໄດ້ຮັບຮອງມໍລະດົກຂັບຊວານ ໄດ້ຫັນປ່ຽນ ພິເສດ ຈາກບັນຊີລາຍຊື່ ມໍລະດົກວັດທະນະທຳ ທີ່ບໍ່ມີຕົວຕົນ ຈຳເປັນຕ້ອງໄດ້ ຮັບການ ປົກປັກ ຮັກສາໂດຍດ່ວນ ເຂົ້າໃນບັນຊີມໍລະດົກວັດທະນະທຳ ທີ່ບໍ່ມີຕົວຕົນ ຂອງ ມວນມະນຸດ.

ສິລະປະຂັບຊວານ ແມ່ນປາກົດການໜຶ່ງ ທີ່ເຮັດໃຫ້ ຢູແນັສໂກ ຕ້ອງ “ເຈັບຫົວ” ຄົ້ນຄວ້າ ແລະ ປະກາດໃຊ້ກະຕິກາໃໝ່ ຕ້ອງເວລາກວ່າ 2 ປີ. 


 

“ຂອງປະເສີດ ທີ່ຍັງມີຊີວິດ” ແລະ ໜຶ່ງກົດເກນ ທີ່ສອງ


ໃນຂະນະທີ່ ສິລະປະຂັບຊວານ ເປັນປະກົດການບໍ່ເຄີຍມີມາກ່ອນ ໃນ ການປະຊຸມຄັ້ງຕ່າງໆ ຂອງ ອົງການ ຢູແນັສໂກ. ໃນຂະນະດຽວກັນ ຢູ່ ແຂວງ ຝູ໋ເຖາະ, ນັກສິລະປິນ ນາງ ຫງວຽນທິລີກ ກໍໄດ້ກາຍເປັນ ປະ ກົດການ ໜຶ່ງ ທີ່ບໍ່ເຄີຍມີມາກ່ອນ ໃນປະຫວັດສາດກວ່າ 4000 ປີ ແຫ່ງ ການກຳເນີດ ແລະ ຂະຫຍາຍຕົວ ຂອງສິລະປະຂັບຊວານ ຢູ່ແຖບດິນ ແດນ ຂອງ ເຈົ້າຊີວິດຮຸ່ງ.

ຄຳອະທິບາຍ ກ່ຽວກັບກໍລະນີ ແມ່ຍິງຄົນໜຶ່ງ ສ້າງ ສິ່ງທີ່ບໍ່ເຄີຍ ມີມາ ກ່ອນ ໃນປະຫວັດສາດ 4000 ປີ

ມີສອງເຫດການທີ່ເກີດຂຶ້ນພ້ອມໆ ກັນໃນເວລາດຽວກັນ, ນັ້ນແມ່ນ ສຳ ເນົາເອກະສານ ພິຈາລະນາ ປະດັບນາມມະຍົດ ຜູ້ນຳກຸ່ມສະແດງ ຂັບ ຊວານ ຂອງ ທ່ານນາງ ລີກ ກໍໄດ້ເຮັດໃຫ້ ບັນດາຜູ້ອາວຸໂສ ນັບທັງລະ ບົບອຳນາດການປົກຄອງທ້ອງຖິ່ນ ຕ້ອງເຈັບຫົວ.

ຕາມກົດເກນທີ່ໄດ້ຄົງຕົວມາເປັນເວລາ 4000 ປີ ຂອງ ກຸ່ມສະແດງ ຂັບຊວານຄື: ມີພຽງຜູ້ຊາຍ ຈຶ່ງໄດ້ສືບທອດຕຳແໜ່ງ ເປັນຜູ້ນຳກຸ່ມ. ການພິຈາລະນາ ຈຸດທີ່ຕັ້ງທີ່ແສນປະເສີດ ແລະ ໜ້າເຄົາລົບນັບຖື ຢ່າງ ສູງນີ້ ໃຫ້ແກ່ແມ່ຍິງ ແມ່ນສິ່ງທີ່ບໍ່ເຄີຍມີມາກ່ອນ.

ພໍ່ເຖົ້າ ຫວູຮ່າຮຸ່ງ, ນັກສິລະປິນຂັບຊວານ ອາວຸໂສ ຂອງ ກຸ່ມສະແດງ ຂັບຊວານ ອານຖ໋າຍ ໄດ້ຊິ່ມໃສ່ຫູຂ້າພະເຈົ້າວ່າ: “ບັນດາເຈົ້າຊີວິດ ຮຸ່ງ ໄດ້ມອບໜ້າທີ່ນີ້້ ໃຫ້ແກ່ເພິ່ນ”.

ນັ້ນເປັນພຽງຄວາມຄິດເຫັນດ້ານຄວາມເຊື່ອຖື ທາງຈິດໃຈ, ແຕ່ ຂ້າພະ ເຈົ້າມີຄວາມເຊື່ອວ່າ ກໍລະນີ ຂອງທ່ານນາງ ລີກ ຍັງມີຂໍ້ອ້າງອີງ ທີ່ໜ້າ ເຊື່ອຖືອື່ນໆ ອີກ.



ນັກສິລະປິນ ຫງວຽນທິລີກ ທັງເປັນຄູສອນ ສ້າງບັນດານັກສິລະປິນ ລຸ້ນສືບທອດ ຂອງ ແຂວງ ຝູ໋ເຖາະ,
ທັງເຂົ້າຮ່ວມການເຄື່ອນໄຫວ ຢູ່ ກຸ່ມ ຊວານ  ອານຖ໋າຍ ເປັນປະຈຳ. ພາບ: ເຕິດເຊີນ/VNP



ກຸ່ມ ຊວານ ອານຖ໋າຍ ຂອງ ນັກສິລະປິນ ຫງວຽນທິລີກ ມີ 3 ລຸ້ນຄົນ ກັບສະມາຊິກທາງການ ເກືອບ 100 ຄົນ. ພາບ: ເຕິດ ຊີນ/VNP


ບັນດາເນື້ອເພງ ກໍຄື ວາດຟ້ອນ ໃນບົດຂັບຊວານ ມັກພັນລະນາ ຕົວຈິງ ຕິດພັນກັບຊີວິດອອກແຮງງານ ຂອງຊາວກະສິກອນ
ຢູ່ ເຂດດິນ ຂອງ ເຈົ້າຊີວິດຮຸ່ງ ຢູ່ແຂວງ ຝູ໋ເຖາະ. ພາບ: ກົງດາດ/VNP

ພໍ່ຂອງທ່ານນາງລີກ ແມ່ນນັກສິລະປິນ ຫງວຽນເຕິດຖັງ, ຜູ້ນຳກຸ່ມ ຂັບ ຊວານ ທີ່ມີຊື່ສຽງ ຢູ່ເຂດດິນ ຂອງເຈົ້າຊີວິດຮຸ່ງ. ກ່ອນຈາກໄປ, ພໍ່ນາງ ໄດ້ວາງປຶ້ມຫົວໜຶ່ງໃສ່ມື ນາງ ລີກ ຊຶ່ງໄດ້ບັນທຶກຢ່າງຄົບຖ້ວນ 31 ບົດ ຂັບຊວານ ເກົ່າ ພ້ອມກັບຫວັງວ່າ ທ່ານນາງ ລີກ ຈະເປັນ ຜູ້ສືບທອດ ມູນເຊື້ອ ຂອງ ຄອບຄົວ.

ໃນຄາວນັ້ນ, ສຳລັບນາງນ້ອຍ ອາຍຸ 5 ປີ ທີ່ຍັງບໍ່ທັນຮູ້ໜັງສື, ນີ້ຈຶ່ງ ແມ່ນຄວາມມຸ່ງຫວັງທີ່ຍາກຈະປະຕິບັດໃຫ້ປະສົມຜົນສຳເລັດໄດ້. ແຕ່ ແລ້ວ ພໍ່ຕູ້ຂອງນາງ ໄດ້ສອນໃຫ້ ຫຼານສາວ ວິທີການ ຂັບຊວານ ຢ່າງ ງຽບໆ ແລະ ເມື່ອອາຍຸ ໄດ້13 ປີ, ນາງນ້ອຍ ລີກ ສາມາດຂັບບົດຊວານ ໄດ້ທຸກບົດ ທີ່ມີຢູ່ໃນປຶ້ມ ຊຶ່ງຜູ້ເປັນພໍ່ໄດ້ມອບໃຫ້ກ່ອນຈາກໄປ.

ປີ 1979, ນາງນ້ອຍ ລີກ ໄດ້ໃຫຍ່ເປັນສາວ ທີ່ສວຍງາມ. ນາງ ເປີດ ຫ້ອງຮຽນຂັບຊວານ ຫ້ອງທຳອິດ ທີ່ສະຫງວນໃຫ້ບໍ່ວ່າຜູ້ໃດ ທີ່ມັກຮຽນ. ຫ້ອງຮຽນ ຂັບຊວານ ໃນຄາວນັ້ນ ຍັງ ຄົງຕົວມາຮອດປັດຈຸບັນ, ສ່ວນ ທ່ານນາງ ລີກ ໄດ້ມີລູກສິດ ເປັນຈຳນວນຫຼວງຫຼາຍ ຢູ່ທົ່ວທຸກທ້ອງຖິ່ນ ຂອງແຂວງ ຝູ໋ເຖາະ.

ລູກສິດສຸດທີ່ຮັກຂອງ ທ່ານນາງ ລີກ ແມ່ນ ນັກສິລະປິນ ຫງວຽນທິງາ, ປັດຈຸບັນ ໄດ້ກາຍເປັນຜູ້ນຳກຸ່ມ ຊວານ ກິມດຶກ ຊຶ່ງເປັນຜູ້ນຳກຸ່ມຊວານ ຍິງ ຜູ້ທີສອງ ຢູ່ແຂວງ ຝູ໋ເຖາະ.


ຫ້ອງຮຽນທີ່ເປັນເຈົ້າຂອງມໍລະດົກ

ປີ 2011, ເມື່ອສິລະປະຂັບຊວານ ໄດ້ເຂົ້າບັນຊີລາຍຊື່ ມໍລະດົກ ວັດ ທະນະທຳ ທີ່ບໍ່ມີຕົວຕົນ ຈຳເປັນຕ້ອງໄດ້ ຮັບການປົກປັກຮັກສາ ໂດຍ ດ່ວນຂອງມວນມະນຸດ, ທ່ານນາງ ລີກ ເປັນ 1 ໃນ ນັກສິລະປິນ 7 ຄົນ ຍັງເຫຼືອ ທີ່ສາມາດ ຮ້ອງໝົດທຸກທຳນອງ ບົດຊວານເກົ່າ ຕາມແບບ ຕົ້ນສະບັບ.
ນີ້ແມ່ນໄພອັນຕະລາຍຮີບດ່ວນ ທີ່ ແຂວງ ຝູ໋ເຖາະ ໄດ້ປະເຊີນໜ້າ. ດ້ວຍເຫດນັ້ນ ຫຼັງຈາກນັ້ນບໍ່ດົນ, ອຳນາດການປົກຄອງ ທ້ອງຖິ່ນ ໄດ້ ເລີ່ມເຄື່ອນໄຫວໂຄງການ “ອະນຸລັກຮັກສາ ແລະ ພັດທະນາ ບັນດາ ຂອງ ປະເສີດ ມີຊີວິດ”.



ນັກສິລະປິນ ລີກ ເປັນຜູ້ນຳຂອງ ກຸ່ມ ຊວານ ຍິງ ຜູ້ທຳອິດ ຊຶ່ງເປັນ ປະ ກົດການ ບໍ່ເຄີຍມີມາກ່ອນ ໃນປະຫວັດສາດ 4000 ປີ
ຢູ່ເຂດດິນຂອງ ເຈົ້າຊີວິດ ຮຸ່ງ. ພາບ: ເຕິດເຊີນ/VNP



ເປັນເວລາ ກວ່າ 4 ປີ ມາແລ້ວ, ທຸກວັນເສົາ, ວັນທິດ ຂອງສັບປະດາ, ກຸ່ມຊວານ ອານຖ໋າຍ ຂອງ ນັກສິລະປິນ ລີກ
ໄດ້ທຳການເຄື່ອນໄຫວ ເປັນປະຈຳ. ພາບ: ເຕິດເຊີນ/VNP



ປະຈຸບັນ, ໃນສີ່ ກຸ່ມຊວານບູຮານ ຂອງ ແຂວງ ຝູ໋ເຖາະ, ການສ້າງ ນັກ ສິລະປິນລຸ້ນສືບທອດ ໄດ້ປະຕິບັດຢ່າງເຂັ້ມງວດ
ແລະ ມີແຜນການ. ພາບ: ເຕິດເຊີນ/VNP



ໃນສິລະປະຂັບຊວານ, ບັນດາວາດຟ້ອນ ຍາມໃດ ກໍໄດ້ປະສົມປະ ສານ ຢ່າງກົມກຽວລະຫວ່າງ ດົນຕີ, ກາບກອນ
ແລະ ທຳນອງນາ້ໍສຽງ. ພາບ: ເຕິດເຊີນ/VNP



ບັນດານັກສະແດງຂັບຊວານ ທີ່ໜຸ່ມນ້ອຍ ຂອງສະໂມສອນ ຂັບຊວານ ອານຖ໋າຍ ກຳລັງຝຶກ ຂັບຊວານທີ່ສາລາບ້ານ. ພາບ: ເຕິດເຊີນ/VNP

ນັກສິລະປິນ 7 ຄົນນີ້ ຕ້ອງແບກຫາບ 2 ໜ້າທີ່ພ້ອມໆ ກັນຄື: ຕ້ອງ ສືບ ຕໍ່ຮັກສາໄວ້ ການເຄື່ອນໄຫວທີ່່ 4 ກຸ່ມຊວານເກົ່າ ທີ່ເປັນບ່ອນເຂົາເຈົ້າ ຄຸ້ມຄອງ. ພວກເພິ່ນຈະເປັນຄູສອນ ບຳລຸງ ສ້າງໂດຍກົງ ບັນດານັກສິ ລະປິນ ລຸ້ນສືບທອດ. ທ່ານຖຸຍ ໃຫ້ຮູ້ວ່າ: “ພວກ ຂ້າພະເຈົ້າເອີ້ນວ່າ ນີ້ ແມ່ນຫ້ອງຮຽນຫຼັກແຫຼ່ງ ຂອງ ເຈົ້າຂອງມໍລະດົກ”.

ເປັນເວລາກວ່າ 4 ປີ ມາແລ້ວ, ໃນທຸກໆ ວັນເສົາ ແລະ ວັນທິດ ຂອງ ສັບປະດາ, ທ່ານນາງ ລີກ ໄດ້ຂຶ້ນຫ້ອງສອນຂັບຊວານ ເປັນປະຈຳ. ໄດ້ ມີນັກສິລະປິນລຸ້ນສືບທອດ 68 ຄົນ ທີ່ມີຄວາມສາມາດ ເປັນຄູສອນ. ປັດຈຸບັນ, ແຂວງ ຝູ໋ເຖາະ ໄດ້ມີກະຕິກາ ປະດັບນາມມະຍົດ ນັກສິລະປິນ ຂັບຊວານ ເພື່ອລະດົມ ກຳລັງໃຈ ແລະ ຮັບຮອງເອົາການປະກອບສ່ວນຂອງເຂົາເຈົ້າ ຕໍ່ ວົງຄະນາຍາດ.


ຕາມເລື່ອງລາວທີ່ສືບທອດມາແຕ່ບູຮານ ມີຢູ່ວ່າ ບົນເສັ້ນທາງເຄື່ອນ ທັບ ກັບຫຼັງຈາກໄດ້ຮັບໄຊຊະນະ ຂ້າເສິກພາຍນອກ, ເຈົ້າຊີວິດຮຸ່ງ ພົບ ກັບຊຸມເດັກນ້ອຍລ້ຽງ ຄວາຍ ກຳລັງຮ້ອງເພງຂອງເດັກນ້ອຍ. ເຈົ້າຊີວິດ ໄດ້ເອີ້ນເຂົາເຈົ້າມາ ແລະ ສອນໃຫ້ເຂົາເຈົ້າ ບັນດາທຳນອງ ຮ້ອງລຳທຳ ເພງ ຂອງ ຄົນລາກຫວຽດ ຢູ່ເທິງແຜ່ນດິນ ວັນລາງ (ຊື່ປະເທດ ຫວຽດນາມ ສະໄໝກ່ອນ). ຄົນລຸ້ນຫຼັງ ສ້າງຂຶ້ນ ວິຫານ ຫຼາຍແລ່ນ (ຕາແສງ ກິມດຶກ, ແຂວງ ຝູ໋ເຖາະ) ເພື່ອເປັນສະຖານທີ່ສຳລັບ ຈັດຕັ້ງຂັບຊວານ. ຕາມແຫຼ່ງເອກະສານເກົ່າ, ວິຫານຫຼາຍແລ່ນ ເປັນ ໂຮງລະຄອນແຫ່ງ ທຳອິດຂອງຄົນຫວຽດ
 

ປູກມູນມໍລະດົກ ໃນວົງຄະນາຍາດ


ປະຊາຊົນ ແຂວງ ຝູ໋ເຖາະ ມີຄວາມເຊື່ອວ່າ: “ເຈົ້າຊີວິດຮຸ່ງ ຍັງຄົງຕິດ ຕາມ ຮັບຟັງ ລູກຫຼານ ຂອງເພິ່ນ ສະແດງ ທຳນອງຂັບຊວານ ຊຶ່ງເປັນ ທຳນອງເພງ ຂອງຄົນ ລາກຫວຽດ ຢູ່ເທິງແຜ່ນດິນ ວັນລາງ”.

ມູນມໍລະດົກ ໄດ້ຟື້ນຊີບຄືນໃໝ່

ສະໂມສອນ ຂັບຊວານ ຢູ່ ເຂດ 5, ຄຸ້ມບ້ານ ເວິນຝູ໋, ນະຄອນ ຫວຽດຈີ່ ເປັນບ່ອນ ທີ່ທ່ານນາງ ຫງວຽນທິຖື໋ ເປັນຜູ້ຮັບຜິດຊອບ, ກ່ອນໜ້ານີ້ ຍັງ ບໍ່ທັນມີຄວາມສຳນຶກໃດໆ ກ່ຽວກັບສິລະປະຂັບຊວານ.
ປີ 2003, ໃນຄັ້ງເຂົ້າຮ່ວມພິທີສັກກະລະບູຊາ ເຈົ້າຊີວິດຮຸ່ງ ທີ່ວິຫານ ຮຸ່ງ, ໂດຍຍັງເອີນ ທ່ານນາງ ຖື໋ ໄດ້ຮັບຟັງ ບັນດານັກສິລະປິນ ສະແດງ ຂັບຊວານ. ແຕ່ມື້ນັ້ນເປັນຕົ້ນມາ, ຕາມການເລົ່າຄືນຂອງ ທ່ານນາງ ຖື໋ ວ່າ “ບັນດາທຳນອງ ແລະ ເນື້ອໃນໃຈຄວາມຂອງບົດຊວານ ຍັງຄົງວົນ ວຽນ ຢູ່ໃນມັນສະໝອງ ຂອງ ຕົນ ຢູ່ບໍ່ເຊົາ”.

ພິເສດ, ເມື່ອໄດ້ຮັບຮູ້ວ່າ ຫຼັງສາລາບູຮານ ຢູ່ຄຸ້ມບ້ານທີ່ເພິ່ນ ກຳລັງໃຊ້ ຊີວິດ ເປັນໜຶ່ງໃນ ສາລາບູຮານ 18 ຫຼັງ ບູຊາເຈົ້າຊີວິດຮຸ່ງ (ຄົນຫວຽດ ມີ ນາວະນິຍາຍ ທີ່ສືບທອດມາແຕ່ບູຮານນະການ ກ່ຽວກັບ ການສ້າງ ສາປະເທດຊາດ ບ້ານເມືອງ ຕິດພັນກັບ ເຈົ້າຊີວິດຮຸ່ງ 18 ລຸ້ນຄົນ), ແຜນການສ້າງຕັ້ງ ສະໂມສອນຂັບຊວານ ໜຶ່ງ ຈຶ່ງໄດ້ ກໍ່ຮ່າງສ້າງຕົວຂຶ້ນ.



ຂະບວນການຂັບຊວານ ຢູ່ ແຂວງ ຝູ໋ເຖາະ ໄດ້ຂະຫຍາຍກວ້າງອອກ ກັບຫຼາຍ ສະໂມສອນ ຂັບຊວານ ລວມໝູ່ໄດ້ກຳເນີດຂຶ້ນ. ພາບ: ກົງດາດ/VNP


ການເຄື່ອນໄຫວຄັ້ງໜຶ່ງ ຂອງສະໂມສອນ ຂັບຊວານ ຢູ່ເຂດ 5 , ບ້ານ ເວິນຝູ໋, ນະຄອນ ຫວຽດຈີ່. ພາບ: ກົງດາດ/VNP


ປີ 2011, ຊຸດເຄື່ອງນຸ່ງ ສຳລັບ ການສະແດງ ຂອງ ນັກຂັບຊວານ ທີ່ ໄດ້ຮັບຄັດເລືອກແມ່ນ ເສື້ອຍາວສີແດງ ປະສົມປະສານກັບ
ຜ້າພັນ ຫົວສີດຳ ຮູບສົບກາ. ພາບ: ກົງດາດ/VNP



ໃນສິລະປະຂັບຊວານ, ບັນດາວາດຟ້ອນ ມັກພັນລະນາ ເຖິງຊີວິດຈິງ ຕິດພັນກັບຊີວິດອອກແຮງງານ ຂອງຊາວກະສິກຳ
ຢູ່ເຂດດິນ ຂອງເຈົ້າ ຊີວິດຮຸ່ງ ຢູ່ແຂວງ ຝູ໋ເຖາະ. ພາບ: ກົງດາດ/VNP



ເອື້ອຍຄູ ຫານທິທູລານ ໃຫ້ຮູ້ວ່າ ສິລະປະຂັບຊວານ ໄດ້ໂຮງຮຽນ ປະ ຖົມ ກິມດຶກ ເລືອກເຟັ້ນ ສອນໃຫ້ແກ່ນັກຮຽນໃນບັນດາ ຊົ່ວໂມງຮຽນ ດົນຕີ, ປະຫວັດສາດ ແລະ ພູມີສາດ. ພາບ: ກົງດາດ/VNP

ວຽກງານທຳອິດ ໃນແຜນການຂອງທ່ານນາງ ຖື໋ ແມ່ນຊອກຫາ ເຮືອນ ຂອງນັກສິລະປິນ ທີ່ໄດ້ສະແດງຂັບຊວານ ຢູ່ພິທີສັກກະລະບູຊາ ເຈົ້າຊີ ວິດຮຸ່ງ ປີ ນັ້ນ ເພື່ອສຶກສາ ຮ່ຳຮຽນນຳເພິ່ນ ແລະ ໂດຍບັງເອີນ, ນັ້ນ ແມ່ນນັກສິລະປິນ  ຫງວຽນທິລີກ. 

ປະຈຸບັນ, 100% ໂຮງຮຽນ ແຕ່ຂັ້ນປະຖົມ ເຖິງມະຫາວິທະຍາໄລ ຢູ່ ໃນ ພື້ນທີ່ ນະຄອນ ຫວຽດຈີ່ ໄດ້ເຜີຍແຜ່ ສິລະປະຂັບຊວານ ເຂົ້າໃນ ຫຼັກສູດ ແລະ ນອກຫຼັກສູດ. 
ຫຼັງຈາກການຮຽນ ເປັນເວລາ 3 ປີ, ຮອດປີ 2006, ທ່ານນາງ ຖື໋ ໄດ້ ສ້າງຕັ້ງສະໂມສອນຂັບຊວານ ຢ່າງເປັນທາງການ. ຈາກສະມາຊິກ ໃນ ເບື້ອງຕົ້ນມີພຽງ 10 ຄົນ, ມາຮອດປັດຈຸບັນ, ສະໂມສອນ ໄດ້ມີສະມາ ຊິກ ທັງໝົດ 96 ຄົນ, ມີ 3 ລຸ້ນຄົນ, ອາຍຸນ້ອຍສຸດແມ່ນ  5 ປີ ແລະ  ສູງ ສຸດ ກວ່າ 70 ປີ.

ວຽກງານອະນຸລັກຮັກສາ ມໍລະດົກ ສິລະປະຂັບຊວານ ບໍ່ພຽງແຕ່ ໄດ້ ພັດທະນາ ຢູ່ໃນວົງຄະນາຍາດເທົ່ານັ້ນ, ຫາກຍັງໄດ້ຮັບການຊ່ວຍເຫຼືອ ຈາກ ອຳນາດການປົກຄອງ ແຂວງ ຝູ໋ເຖາະ, ວຽກງານ ດັ່ງກ່າວ ກໍໄດ້ ສືບຕໍ່ເລີ່ມເຄື່ອນໄຫວ ຢູ່ໃນຂະແໜງການສຶກສາ ອີກດ້ວຍ.

ໂຮງຮຽນປະຖົມ ກິມດຶກ (ຕາແສງ ກິມດຶກ, ນະຄອນ ຫວຽດຈີ່) ເປັນ ບ່ອນທີ່ພວກຂ້າພະເຈົ້າມາຢ້ຽມຢາມ ໄດ້ມີຄຳຂວັນທີ່ວ່າ: “ມາຍັງ ກິມ ດຶກ ຕ້ອງໄດ້ຮູ້ຈັກການຂັບຊວານ”. ເອື້ອຍຄູ ຫານທິທູລານ, ຮອງຜູ້ ອຳ ນວຍການໂຮງຮຽນ ໃຫ້ຮູ້ວ່າ ປີ 1993, ທາງໂຮງຮຽນ ໄດ້ເລີ່ມຕົ້ນ ນຳ ສິລະປະຂັບຊວານ ເຂົ້າໃນຊົ່ວໂມງຮຽນດົນຕີ ທີ່ ເລືອກຕາມ ຄວາມນິ ຍົມ ຊຶ່ງແມ່ນຊົ່ວໂມງຮຽນ ນອກແຜນການ ເພື່ອຊອກຮູ້ ກ່ຽວກັບວັດ ທະນະທຳ ທ້ອງຖິ່ນ.


ປີ 2011, ຫຼັງຈາກ ສິລະປະຂັບຊວານ ຖືກຮັບຮອງເອົາ ຈາກ ອົງການ ຢູແນັສໂກ, ຈາກພື້ນຖານທີ່ມີຢູ່ແລ້ວ, ໂຮງຮຽນໄດ້ເປັນ ຫົວໜ່ວຍທຳ ອິດ ຂອງ ນະຄອນ ຫວຽດຈີ່ ດຳເນີນການເຜີຍແຜ່ຄວາມຮູ້ ກ່ຽວກັບ ສິ ລະປະຂັບຊວານ ເຂົ້າໃນຊົ່ວໂມງຮຽນປະຫວັດສາດ, ພູມສາດ ແລະ ຄຸນສົມບັດ ເພື່ອສຶກສາໃຫ້ນັກຮຽນມີຄວາມຮັກມັກ, ຈາກນັ້ນມີສະຕິ ອະນຸລັກຮັກສາວັດທະນະທຳ ມູນເຊື້ອ ຂອງ ບ້ານເກີດ ເມືອງນອນ. 

ສິລະປະຂັບຊວານ-ຂົວແຫ່ງການພັດທະນາທ່ອງທ່ຽວ

ປີ 2015, ແຂວງ ຝູ໋ເຖາະ ໄດ້ນຳ ສິລະປະຂັບຊວານ ກາຍເປັນ ຜະລິດ ຕະພັນທ່ອງທ່ຽວ ມີລັກສະນະຈຳເພາະ ໃນໂຄງການພັດທະນາ ທ່ອງ ທ່ຽວ ຂອງແຂວງ ໄລຍະປີ 2015-2020 ກັບສອງ ຜະລິດຕະພັນຕົ້ນຕໍ ນັ້ນຄື: ສິລະປະຂັບຊວານ ໝູ່ບ້ານບູຮານ ແລະ City Tour.

ສຳລັບ ຂັບຊວານ ໝູ່ບ້ານບູຮານ, ນັກທ່ອງທ່ຽວ ໄດ້ຜ່ານ ປະສົມການ ຕົວຈິງ ກັບບັນດາທຳນອງຂອງບົດຊວານ ຢູ່ຕາມສາລາ ແຫ່ງຕ່າງໆ ຂອງ ແຂວງ ຝູ໋ເຖາະ ໂດຍບັນດານັກສິລະປິນພື້ນເມືອງ ພ້ອມກັບກຸ່ມ ສະແດງຂັບຊວານ ສະແດງໂດຍກົງ.

ທ່ານ ມາກວັນຫວູ, ຜູ້ນຳທ່ຽວ ຂອງບໍລິສັດນຳທ່ຽວ ພຶດຕິກຳຕົວຈິງ ອາຊີ ໄດ້ຫວນຄືນເຖິງ ຄວາມຮູ້ສຶກຂອງ ທ່ານ Andren Smith ນັກ ທ່ອງທ່ຽວ, ທັງເປັນນັກຄົ້ນຄວ້າ ຊາວ ການາດາ, ຫຼັງຈາກໄດ້ຮັບຟັງ ຂັບຊວາມ ໝູ່ບ້ານບູຮານວ່າ: “ບັນດານັກສິລະປິນ ຂອງ ພວກທ່ານ ພຽງໃຊ້ສຽງ ທີ່ເກີດຂຶ້ນ ຈາກວັດຖຸ ສອງຢ່າງ ທີ່ປະຖົມປະຖານ, ໄດ້ປະ ດິດຂຶ້ນ ບັນດາທໍານອງທີ່ລຽບງ່າຍ, ປະສົມປະສານຢ່າງ ກົມກຽວກັນ ແລະ ມີຄວາມດຶງດູດໃຈ ຢ່າງໜ້າອັດສະຈັນ ສຳລັບຂ້າພະເຈົ້າ”.



ປີ 2015, ແຂວງ ຝູ໋ເຖາະ ໄດ້ນຳ ສິລະປະຂັບຊວານ ກາຍເປັນ ຜະລິດ ຕະພັນທ່ອງທ່ຽວ ມີລັກສະນະຈຳເພາະ
ໃນໂຄງການ ພັດທະນາ ທ່ອງ ທ່ຽວ ຂອງແຂວງ. ພາບ: ເຕິດເຊີນ/VNP



ສາລາ ຮຸ່ງໂລ, ແຂວງ ຝູ໋ເຖາະ ເປັນໜຶ່ງໃນຫຼາຍສາລາບູຮານ ທີ່ນຳ ສິລະປະ ຂັບຊວານ ເຂົ້າມາຮັບໃຊ້ ນັກທ່ອງທ່ຽວ. ພາບ: ກົງດາດ/VNP

ສຳລັບ City Tour, ນັກທ່ອງທ່ຽວຈະໄດ້ຮັບຊົມການສະແດງ ສິລະປະ ຂັບຊວານ ແລະ ໄປຢ້ຽມຢາມ ສະຖານທີ່ທ່ອງທ່ຽວ ຕ່າງໆ ໃນພື້ນທີ່ ເຊັ່ນ: ວິຫານຫຼາຍແລ່ນ, ວິຫານຮຸ່ງ, ວິຫານຕາມຢາງ...
ຕາມຮີດຄອງປະເພນີຂອງຄົນຫວຽດ, ເມື່ອມາຍັງແຂວງ ຝູ໋ເຖາະ ພວກ ຂ້າພະເຈົ້າໄດ້ມາຢ້ຽມຢາມ ເຂດຮ່ອງຮອຍປະຫວັດສາດວິຫານ ຮຸ່ງ ເພື່ອການໃຕ້ທູບຖະຫວາຍດອກໄມ້. ຢູ່ໃນມັນສະໝອງ ຂອງ ຂ້າພະເຈົ້າ ຍັງວົນວຽນຢູ່ບໍ່ເຊົາ ຄຳຊຸບຊິບໃສ່ຫູ ຂອງ ຜູ້ອາວຸໂສ ນັ້ນວ່າ: “ບັນ ດາເຈົ້າຊີວິດຮຸ່ງ ໄດ້ເລືອກເຂົາເຈົ້າ ເພື່ອປະຕິບັດ ໜ້າທີ່ນີ້...”.
ບົດ: ຖາວວີ-ພາບ: ກົງດາດ-ເຕິດເຊີນ ແລະ ເອກະສານ
ບັນດາບົດທີ່ຖືກນຳສະເໜີ