04/02/2019 16:59 GMT+7 Email Print Like 0

ກຳແພງທັງລອງ ຜ່ານ ແມ່ພິມດ້ວຍໄມ້ ສະໄໝລາຊະວົງ ຫງວຽນ

ມໍລະດົກວັດທະນະທຳຂອງໂລກ - ກໍາແພງທັງລອງ ມີຄຸນຄ່າ ທາງດ້ານສິລະປະ, ສະຖາປັດຕະຍະກຳ, ເຕັກນິກກໍ່ສ້າງ, ວິ ໄສທັດ ແຜນຜັງເມືອງ ຂອງ ບັນດາ ອົງກະສັດສະໄໝຕ່າງໆ. ບັນດາຂໍ້ມູນ ຈາກ ເອກະສານ ແມ່ພິມດ້ວຍໄມ້ ສະໄໝ ລາ ຊະວົງ ຫງວຽນ ພ້ອມກັບບັນດາຮ່ອງຮອຍທີ່ຍັງເຫຼືອຢູ່ ໃນກຳ ແພງ ໄດ້ຊ່ວຍຟື້ນຄືນໃຫ້ເຫັນສ່ວນໃດສ່ວນໜ່ຶງ ກ່ຽວກັບ ກຳ ແພງທັງລອງ ໃນສະໄໝກ່ອນ ເປັນສູນກາງ ທາງດ້ານເສດຖະກິດ, ການເມືອງ, ວັດທະນະທຳ ຂອງ ປະເທດຫວຽດນາມ ເມື່ອ 100 ກວ່າປີຜ່ານມາ. 
ທີ່ແມ່ພິມດ້ວຍໄມ້ ປຶ້ມ ດ້າຍຫວຽດສືກີ໋ຕວ່ານທື, ເຫຼັ້ມທີ 2, ໜ້າຄວັດທີ 2, ປີ 1010, ເຈົ້າຊີວິດ ຫຼີກົງອ໊ວນ ໄດ້ອອກ ພະ ລາຊະອົງການວ່າ: “ເດືອນ ກໍລະກົດ, ລະດູໃບໄມ້ຫຼົ່ນ, ເຈົ້າຊີ ວິດ ຫຼີກົງອ໊ວນ ໃຫ້ຍົກຍ້າຍເມືອງຫຼວງຈາກ ຮວາລື ໄປ ກຳ ແພງ ດ້າຍລາ. ເມື່ອເຮືອເຂົ້າທຽບທ່າ ມີ ມັງກອນຄຳ ປະກົດ ໂຕ. ເຈົ້າຊີວິດອອກຄຳສັ່ງ ໃຫ້ກຳແພງ ດ້າຍລາ ປ່ຽນຊື່ ເປັນ ກຳແພງ ທັງລອງ”.

ຫຼັງຈາກຍ້າຍເມືອງຫຼວງມາ ທັງລອງ, ເຈົ້າຊີວິດ ຫຼີກົງອ໊ວນ ໃຫ້ເລີ່ມລົງມືກໍ່ສ້າງຫໍວັງ ແຫ່ງຕ່າງໆ ເຊັ່ນ: ວັງກ່ຽນງວຽນ ໃຊ້ ເປັນບ່ອນເຂົ້າເຝົ້າ, ວັງ ເຕີບຮ່ຽນ ແລະ ວັງຢ່າງຫວູ ຕ່າງກໍມີ ພື້ນມັງກອນ, ວັງ ລອງອານ ແລະ ວັງ ລອງຖຸ້ຍ ເປັນບ່ອນ ພັກ ຜ່ອນຂອງເຈົ້າຊີວິດ. ສ່ວນວັງ ຖຸ໋ຍຮວາ ແລະ ລອງຖຸ້ຍ ເປັນ ບ່ອນ ຢູ່ສຳລັບບັນດາເມຍນ້ອຍ ຂອງເຈົ້າຊີວິດ.



ແມ່ພິມ ສະແດງໃຫ້ເຫັນວ່າ ກຳແພງ ດ້າຍລາ ໄດ້ຮັບການ ປະຕິສັງຂອນ ເມື່ອປີ 808. 


ມໍລະດົກເອກະສານຂອງໂລກ, ແມ່ພິມຄວັດ ພະລາຊະອົງ ການ ຂອງ ເຈົ້າຊີວິດ ຫຼີຖ໋າຍໂຕ ປີ 1010. 


ແມ່ພິມສະແດງໃຫ້ເຫັນ ເຈົ້າຊີວິດ ຫຼີຖ໋າຍໂຕ ໃຫ້ ເລີ່ມລົງມືກໍ່ສ້າງ ບັນດາຫໍວັງ ແລະ ປະຕູໂຂງ ກຳແພງ ທັງລອງ, ເມື່ອປີ 1010. 


ແມ່ພິມສະແດງໃຫ້ເຫັນ ເຈົ້າຊີວິດ ຫຼີກົງອ໊ວນ ໃຫ້ ບູລະນະ ກຳແພງ ທັງລອງ ເມື່ອປີ 1024. 


ແມ່ພິມສະແດງໃຫ້ເຫັນ ເຈົ້າຊີວິດ ຫຼີແທ໋ງຕົງ ໃຫ້ ກໍ່ສ້າງທາດ ບ໋າວທຽນ, ເມື່ອປີ 1057. 


ແມ່ພິມສະແດງໃຫ້ເຫັນ ເຈົ້າຊີວິດ ເຈິ່ນຖ໋າຍຕົງ ໃຫ້ກໍ່ສ້າງ ຫໍວັງ ແລະ ບັນດາຫຼັງເຮືອນ ຢູ່ ທາງທິດຕາເວັນອອກ,
ຕາເວັນ ຕົກ ກຳແພງ ທັງລອງ, ເມື່ອປີ 1230. 



ເນື້ອໃນຂອງແມ່ພິມສະແດງໃຫ້ເຫັນ ເຈົ້າຊີວິດ ເຈິ່ນຖ໋າຍຕົງ ໃຫ້ການກໍ່ສ້າງ ກຳແພງ ລອງເຟື້ອງ, ເມື່ອປີ 1243. 


ແມ່ພິມ ສະແດງໃຫ້ເຫັນ ເຈົ້າຊີວິດ ຫຼີຖ໋າຍໂຕ ໃຫ້ປ່ຽນຊື່ ດົງໂດ ເປັນ ດົງກິງ (ກຳແພງ ທັງລອງ), ເມື່ອປີ 1430. 


ບັນດາຕົວພິມຖືກແກະສະລັກ ຍັງສະແດງໃຫ້ເຫັນຢ່າງແຈ້ງຊັດ ໃນແມ່ພິມ ຂອງ ຂອງເຈົ້າຊີວິດ ເລຖ໋າຍໂຕ ໃຫ້ປ່ຽນຊື່ ດົງໂດ
ເປັນ ດົງກິງ (ກຳແພງ ທັງລອງ), ເມື່ອປີ 1430.



ແມ່ພິມສະແດງໃຫ້ເຫັນ ເຈົ້າຊີວິດ ເລແທ໋ງຕົງ ໃຫ້ບູລະນະສ້ອມແປງ ວັງ ກິ໋ງທຽນ, ເມື່ອປີ 1465.


ເນື້ອໃນຂອງແມ່ພິມ ສະແດງໃຫ້ເຫັນ ເຈົ້າຊີວິດ ຢາລອງ ໃຫ້ປ່ຽນຊື່ເປັນ ກຳແພງ ທັງລອງ (ມີຄວາມໝາຍວ່າ ມັງກອນບິນ ຂຶ້ນ), ເມື່ອ ປີ 1805. 



ເນື້ອໃນຂອງແມ່ພິມສະແດງໃຫ້ເຫັນ ເຈົ້າຊີວິດມິງມ້າງ ໃຫ້ສ້າງ ຫໍ ຕີ້ງບັກ ຢູ່ທາງທິດເໜືອ ຫຼັງ ວັງບັກແທ່ງ, ເມື່ອປີ 1821.

ໃນແມ່ພິມດ້ວຍໄມ້ ປຶ້ມ ດ້າຍຫວຽດສືກີ໋ຕວ່ານທື, ເຫຼັ້ມທີ 3, ໜ້າຄວັດທີ 1, 2 ບັນທຶກກ່ຽວກັບ ເຈົ້າຊີວິດ ຫຼີແທ໋ງຕົງ ໃຫ້ກໍ່ ສ້າງ ທາດ ບ໋າວທຽນ ໃນປີ 1057 (ຫຼື ເອີ້ນວ່າ ທາດ ດ້າຍຖັ໋ງ ຕື້ທຽນ). ຄືດັ່ງລຸ່ມນີ້: “ທາດສູງຫຼາຍສິບ ຄະທາ, ລວມມີ 12 ຊັ້ນ”.

ໃນແມ່ພິມປຶ້ມດ້າຍຫວຽດສືກີ໋ຕວ່ານທື ໄດ້ບັນທຶກໄວ້ວ່າ: “ເມື່ອປີ (1230), ເຈົ້າຊີວິດ ເຈິ່ນຖ໋າຍຕົງ ໃຫ້ຂະຫຍາຍ ກຳ ແພງ ດ້າຍລາ, ກຳແພງທັງສີ່ ດ້ານ ມອບໃຫ້ທະຫານ ຕື໋ເຊືອງ ປ່ຽນຜຽນເວນຍາມ. ປີ 1243, ເຈົ້າຊີວິດ ໃຫ້ປະຕິສັງຂອນ ກວກຕືຢາມ”.


ແມ່ພິມດ້ວຍໄມ້ ປຶ້ມເຄີມດິ້ງຫວຽດສືທົງຢ໋າມເກືອງ ມູກຈິ໋ງ ບຽນ, ເຫຼັ້ມທີ 2, ໜ້າຄວັດທີ 10, ໄດ້ບັນທຶກກ່ຽວກັບ ລາຊະ ວົງເຈິ່ນ ໃຫ້ປ່ຽນຊື່ ທັງລອງ ເປັນ ດົງໂດ. 


ກຳແພງ ທັງລອງ - ມໍລະດົກວັດທະນະທຳ ຂອງໂລກ. 


ບັນດານັກສຶກສາ ມະຫາວິທະຍາໄລ ຢູ່ຮ່າໂນ້ຍ ຊອກຮູ້ກ່ຽວກັບ ກຳແພງ ທັງລອງ ຜ່ານ ແມ່ພິມດ້ວຍໄມ້ສະໄໝ ລາຊະວົງ ຫງວຽນ. 
 


ມູມໜຶ່ງໃນງານວາງສະແດງ “ກຳແພງ ທັງລອງ ແມ່ພິມ ດ້ວຍ ໄມ້ ສະໄໝລາຊະວົງ ຫງວຽນ” ຊຶ່ງໄດ້ຈັດຂຶ້ນ ຢູ່ເຂດມໍລະດົກ ກຳແພງ ທັງລອງ. 


ເພື່ອນຊາວໜຸ່ມ ກຳລັງຊົມບັນດາແຜ່ນແມ່ພິມ ດ້ວຍໄມ້ ທີ່ໄດ້ຮັບການວາງສະແດງຢູ່ທີ່ນີ້. 


ຊາວໜຸ່ມ ໃຫ້ຄວາມສົນໃຈ ກັບແມ່ພິມ ກ່ຽວກັບພະລາຊະອົງ ການຍົກຍ້າຍເມືອງຫຼວງ ຂອງ ເຈົ້າກະສັດ ຫຼີຖ໋າຍໂຕ ເມື່ອປີ 1010. 


ນັກທ່ອງທ່ຽວຫຼາຍຄົນໄດ້ຖ່າຍຮູບ ບັນດາສະບັບສຳເນົາ ຂອງ ແມ່ພິມດ້ວຍໄມ້ ເພື່ອເປັນເອກະສານສ່ວນຕົວ. 


ເຄື່ອງມືເພື່ອການຄວັດ ແລະ ພິມ ແມ່ພິມດ້ວຍໄມ້. 


ແຜ່ນໄມ້ຄວັດ ດ້ວຍໄມ້ຈັນ.


ຶ່ງໃນບັນດາ ສະບັບສຳເນົາຂອງແມ່ພິມດ້ວຍໄມ້ ຖືກເກັບຮັກສາ ຈາກ ສູນສຳເນົາເອກະສານ ແຫ່ງຊາດ 4. 


ເຄື່ອງມືຈຳນວນໜຶ່ງ ເພື່ອການພິມ ແມ່ພິມດ້ວຍໄມ້ ໃສ່ເຈ້ຍ ສາ ແລະ ມຶກພິມ. 


ບັນດາປຶ້ມປະຫວັດສາດ ໄດ້ພິມຈາກ ແມ່ພິມດ້ວຍໄມ້ສະໄໝລາຊະວົງ ຫງວຽນ ເຊັ່ນ: ດ້າຍຫວຽດສືກີ໋ຕວ່ານທື ແລະ ເຄີມດິ້ງສືທົງຢ໋າມເກືອງມຸກ. 

ໃນສະໄໝລາຊະວົງ ເລ - ມາກ, ກຳແພງ ທັງລອງ ໄດ້ຮັບ ການກໍ່ສ້າງ ແລະ ປະຕິສັງຂອນໃໝ່, ໃນແມ່ພິມ ປຶ້ມ ເຄີມດິ້ງ ຫວຽດສື ທົງຢ໋າມເກືອງມູກຈິ໋ງບຽນ, ເຫຼັ້ມທີ 19, ໜ້າຄວັດທີ 32 ໄດ້ບັນທຶກໄວ້ວ່າ: “ປີ 1428, ເຈົ້າຊີວິດ ເລຖ໋າຍໂຕ ໃຫ້ກໍ່ ສ້າງ ວັງ ວ້ານເຖາະ, ວັງ ກິ໋ງທຽນ ແລະ ວັງ ເກີ່ນຈິ໋ງ”.

ແມ່ພິມ ປຶ້ມດ້າຍນາມ, ເຫຼັ້ມທີ 24, ໜ້າຄວັດທີ 4 ໄດ້ບັນທຶກ ໄວ້ວ່າ: “ປີ 1819, ເຈົ້າຊີວິດ ຢາລອງ ໃຫ້ປະຕິສັງຂອນກຳ ແພງ ທັງລອງ, ສັ່ງໃຫ້ 5.300 ຄົນ ຢູ່ ຫງູ໊ກວນ ແລະ ເຕື້ອງ ກວນ ຢູ່ ບັກແທ່ງ ເຂົ້າເຮັດວຽກ”. 


 
ແມ່ພິມດ້ວຍໄມ້ ສະໄໝລາຊະວົງ ຫງວຽນ ໄດ້ປະດິດສ້າງ ໃນ ຂະບວນການອອກແຮງງານ ຂອງ ກວກສືກວ໋ານ (ອົງການ ຮຽບຮຽງ ປະຫວັດສາດ)ໃນ ສະໄໝລາຊະວົງ ຫງວຽນ, ລວມ ມີ 34.618 ແຜ່ນ, ເປັນ ອັກສອນ ຫານ - ໂນມ ໄດ້ຄວັດໃສ່ ໄມ້ ເພື່ອພິມປຶ້ມ ຢູ່ ຫວຽດນາມ ໃນ ສະຕະວັດທີ XIX ແລະ ຕົ້ນ ສະຕະວັດທີ XX. ແມ່ພິມດ້ວຍໄມ້ ສະໄໝ ລາຊະວົງ ຫງວຽນ ໄດ້ນຳໃຊ້ ເພື່ອພິມ ເປັນ ເອກະສານຫຼາຍສະບັບ ຄື ກັນ ແນໃສ່ ເຜີຍແຜ່ ຢ່າງກວ້າງ ຂວາງ ເຖິງມວນຊົນ ບັນດາ ມາດຕະຖານສັງຄົມ, ບັນດາມາດຕາ ໃນກົດໝາຍ ບັງຄັບ ບ່າວໄພ່ລາຊະດອນ ປະຕິບັດຕາມ, ສືບທອດຊື່ສຽງ, ພາລະ ກິດ ຂອງ ບັນດາອົງກະສັດ ແລະ ອາດຍາເຈົ້ານາຍ ລຸ້ນຕ່າງໆ , ບັນດາເຫດການປະຫວັດສາດ, ການຜັນແປປ່ຽນແປງ ຂອງ ສະຖານະການ, ປາບສັດຕູ... ແມ່ພິມ ດ້ວຍໄມ້ ສະໄໝ ລາຊະວົງ ຫງວຽນ ເປັນມໍລະດົກ ເອກະສານ ຂອງໂລກ ຊຶ່ງ ໄດ້ UNESCO ຮັບຮອງໃນປີ 2009.  

ບົດ ແລະ ພາບ: ກົງດາດ

 

ບັນດາບົດທີ່ຖືກນຳສະເໜີ