25/06/2018 12:47 GMT+7 Email Print Like 0

ກຳປູເຈຍ ຍູ້ແຮງການພັດທະນາຂະແໜງສົ່ງອອກເຂົ້າສານ

      ໃນຊຸມປີມໍ່ໆມານີ້, ລວມຍອດເນື້ອທີ່ດິນປູກເຂົ້າຂອງ ກຳປູເຈຍ ບັນລຸປະມານ 3 ລ້ານເຮັກຕາ, ກວມເກືອບ 85% ເນື້ອທີ່ດິນປູກຝັງກະສິກຳ.
ພາບປະກອບຈາກອິນເຕີເນັດ
      ມີປະຊາຊົນກ່ວາ 2 ລ້ານຄົນໃນຈຳນວນປະຊາກອນ 15 ລ້ານຄົນຂອງປະເທດນີ້ແມ່ນຊາວກະສິກຳປູກເຂົ້ານາທາມ. ຍ້ອນເຫດນັ້ນ, ການສົ່ງອອກເຂົ້າສານພວມແມ່ນຂະແໜງເສດຖະກິດປາຍແຫຼມຂອງກຳປູເຈຍ. ປະເທດນີ້ກໍ່ພວມມີບັນດາບາດກ້າວເດີນລະອຽດ ເພື່ອແນໃສ່ຊຸກຍູ້ການເຕີບໂຕໃນຂົງເຂດສົ່ງອອກເຂົ້າສານ. ບົດຂຽນຂອງນັກຂ່າວ ຮ່ວາງຫາຍ.
        ເຖິງວ່າຫາກໍ່ເລີ່ມສົ່ງອອກເຂົ້າສານໃນປີ 2008 ກໍ່ຕາມ, ແຕ່ມາຮອດປະຈຸບັນ, ຂະແໜງເຂົ້າສານຂອງ ກຳປູເຈຍ ບັນລຸໄດ້ບັນດາຜົນງານດີພໍສົມຄວນ. ໃນປີ 2009, ປະລິມານການຜະລິດເຂົ້າສານຂອງ ກຳປູເຈຍ ບັນລຸໄດ້ກ່ວາ 10.000 ໂຕນເທົ່ານັ້ນ, ແຕ່ຮອດປີ 2017 ຜ່ານມາ, ຕົວເລກນີ້ໄດ້ເພີ່ມຂຶ້ນ 63 ເທື່ອ, ບັນລຸ 635.000 ໂຕນ. ກໍ່ໃນປີດຽວກັນ, ກຳປູເຈຍ ໄດ້ສົ່ງອອກເຂົ້າສານເຖິງ 63 ປະເທດໃນໂລກ, ນຳມາເຊິ່ງແຫຼ່ງລາຍຮັບກ່ວາ 333 ລ້ານ USD, ຢື່ນອັນດັບທີສອງໃນກຸ່ມບັນດາປະເທດທີ່ມີລະດັບການເຕີບໂຕໃນການສົ່ງອອກເຂົ້າສານສູງສຸດນັບແຕ່ປີ 2013 ມາຮອດປະຈຸບັນ, ເຊິ່ງຖັດຈາກ ຈີນ. ຕາມບັນດານັກຊ່ຽວຊານແລ້ວ, ເມັກເຂົ້າສານ ກຳປູເຈຍ ໄດ້ຮັບການຕີລາຄາສູງ ຍ້ອນນະໂຍບາຍບໍ່ເດີນຕາມປະລິມານ ຫາກສຸມໃສ່ດ້ານຄຸນນະພາບເທົ່ານັ້ນ. ຕາມບັນດານັກຊ່ຽວຊານແລ້ວ, ເຂົ້າສານ ກຳປູເຈຍ ໄດ້ຮັບການຕີລາຄາສູງຍ້ອນນະໂຍບາຍຖືຄຸນນະພາບເປັນສຳຄັນ. ທ່ານ ຮີ່ງເທ໋ນັງ, ປະທານສະຫະສະມາຄົມທັນຍາຫານ ຫວຽດນາມ, ໃຫ້ຮູ້ວ່າ:
        ເຂົ້າສານ ກຳປູເຈຍ ພວມສ້າງທີ່ຕັ້ງບົດບາດ ແລະ ຊື່ສຽງໃນເວທີສາກົນ. ການຜະລິດເຂົ້າສານນີ້ໄດ້ໃຊ້ນ້ຳຝົນເປັນຕົ້ນຕໍ່, ແລະ ມັນຕອບສະໜອງຄວາມຕ້ອງການຂອງຕະຫຼາດແມ່ນໃນເງື່ອນໄຂຜະລິດແບບທຳມະຊາດ ບໍ່ໄດ້ໃຊ້ຝຸ່ນເຄມີ, ຢາຂ້າສັດຕູພືດ. ບັນດາປະລິມານກ່ຽວກັບຢາປ້ອງກັນພືດຢູ່ບັນດາຕະຫຼາດນັ້ນແມ່ນເຂົາເຈົ້າກໍ່ສາມາດຕອບສະໜອງໄດ້ທັງໝົດ.

ພາບປະກອບ
              ແຕ່ປີ 2015, ລັດຖະບານ ກຳປູເຈຍ ໄດ້ວາງເປົ້າໝາຍພັດທະນາປະເທດນີ້ໃຫ້ກາຍເປັນປະເທດມະຫາອຳນາດໃນການສົ່ງອອກເຂົ້າສານດ້ວຍປະລິມານ 1 ລ້ານໂຕນ/ປີ. ເຖິງວ່າມາຮອດປະຈຸບັນ, ເປົ້າໝາຍນີ້ຍັງບໍ່ທັນປະຕິບັດກ່ຽວກັບດ້ານປະລິມານໄດ້ເທື່ອ, ແຕ່ເຖິງຢ່າງໃດກໍ່ຕາມ, ຫາກຕີລາຄາກ່ຽວກັບຄຸນນະພາບແລ້ວ, ເຂົ້າສານ ກຳປູເຈຍ ພວມພິຊິດບັນດາຕະຫຼາດທີ່ຕ້ອງການຄຸນນະພາບສູງທີ່ສຸດໃນໂລກຄື EU, ເມື່ອກຸ່ມນີ້ກວມ 43% ປະລິມານການສົ່ງອອກເຂົ້າສານຈາກກຳປູເຈຍ, ຖັດຈາກນັ້ນແມ່ນ ຈີນ ດ້ວຍປະລິມານ 34%. ພິເສດ, ໃນປີ 2018, ຈີນ ໄດ້ເຊັນຂໍ້ຕົກລົງແຕ່ລະປີນຳເຂົ້າເຂົ້າສານ 300.000 ໂຕນຈາກ ກຳປູເຈຍ. ທ່ານ Khean Sovannara, ຮອງຫົວໜ້າກົມສົ່ງເສີມກະສິກຳ, ກະຊວງກະເສດ - ເຄື່ອງປ່າຂອງດົງ - ສິນໃນນ້ຳ ກຳປູເຈຍ ໃຫ້ຮູ້ວ່າ: ແຕ່ປີ 2015, ລັດຖະບານ ກຳປູເຈຍ ໄດ້ປະກາດໃຊ້ນະໂຍບາຍຊຸກຍູ້ການພັດທະນາຂົງເຂດກະສິກຳເວົ້າລວມ, ຂະແໜງສົ່ງອອກເຂົ້າສານເວົ້າສະເພາະ, ໃນນັ້ນ ເລີ່ມເຄື່ອນໄຫວບັນດາຂອດພື້ນຖານຄື: ຫັນປ່ຽນສະຕິຄວາມຮັບຮູ້ຂອງຊາວກະສິກອນໃນການປູກເຂົ້າ:
        ແຜນນະໂຍບາຍຂອງພວກຂ້າພະເຈົ້າແມ່ນ ຊຸກຍູ້ການປ່ຽນແປງໃນຊາວກະສິກອນ. ກ່ອນອື່ນໝົດແມ່ນການປ່ຽນແປງກ່ຽວກັບປະເພນີ. ຖ້າວ່າກ່ອນນີ້, ພໍ່ແມ່ປະຊາຊົນຊາວກະສິກອນເຮັດກະເສດເພື່ອຮັບໃຊ້ຄວາມຕ້ອງການດ້ານຊີວິດການເປັນຢູ່ປະຈຳວັນເທົ່ານັ້ນ, ແມ່ນມາຮອດປະຈຸບັນ, ພວກຂ້າພະເຈົ້າພວມຊຸກຍູ້ແນວຄວາມຄິດ ເຮັດກະສິກຳຮັບໃຊ້ການຄ້າຢ່າງເຂັ້ມແຂງ, ຈາກນັ້ນ, ຍົກສູງສະຕິຄວາມຮັບຮູ້ຂອງພໍ່ແມ່ປະຊາຊົນໃນການປູກເຂົ້າເປັນສິນຄ້າສົ່ງອອກ. ທີສອງ, ລັດຖະບານ ໄດ້ ແລະ ພວມຮຽກຮ້ອງເງິນລົງທຶນຈາກບັນດາຄູ່ຮ່ວມມືພັດທະນາເພື່ອຊ່ວຍໃຫ້ຊາວກະສິກອນຫັນປ່ຽນຈາກແນວພັນເຂົ້າສານເກົ່າໄປປູກແນວພັນໃໝ່ຕາມຄວາມຕ້ອງການຂອງຕະຫຼາດ. ຕົວຢ່າງຄືປະເພດເຂົ້າສານ Phka Rumdoul ເຄີຍຍາດໄດ້ນາມມະຍົດ ເຂົ້າສານແຊບສຸດໃນໂລກ””
        ປະເພດເຂົ້າສານ Phka Rumdoul ຂອງ ກຳປູເຈຍ ເຄີຍຍາດໄດ້ນາມມະຍົດ “ເຂົ້າສານແຊບສຸດໃນໂລກ” ໃນຂອບເຂດກອງປະຊຸມເຂົ້າສານທົ່ວໂລກ (WRC) 3 ປີຢ່າງລຽນຕິດແຕ່ປີ 2012 ຮອດປີ 2014. ເຂົ້າສານປະເພດຖືກຂະໜານນາມວ່າຄືດັ່ງ “ຄຳຂາວ” ຂອງກຳປູເຈຍ ຍ້ອນມີກິ່ນຫອມ ແລະ ແຊບພິເສດ. ຕາມທ່ານ Vong Bun Heng, ຜູ້ອຳນວຍການບໍລິສັດສົ່ງອອກເຂົ້າສານ Bun Heng ແລ້ວ, ນີ້ແມ່ນພື້ນຖານຊ່ວຍໃຫ້ເຂົ້າສານ ກຳປູເຈຍ ກ້າວເຂົ້າສູ່ຕະຫຼາດສາກົນ:
        ກ່ອນນີ້, ຊາວກະສິກອນ ກຳປູເຈຍ ໄດ້ຕາກເຂົ້າເປືອກຢູ່ແຄມທາງ, ຕາກແຫ້ງດ້ວຍແສງແດດເປັນຕົ້ນ. ຮູບແບບນີ້ໄດ້ມີສິ່ງຈຳກັດຫຼາຍຢ່າງຄື: ຖືກບັນດາປະເພດສັດລ້ຽງເຊັນ: ນົກ, ໄກ່ກິນ ຫຼື ເຂົ້າເປືອກຖືກຕິດຝຸ່ນເປືອກ, ຖືກຜົນສະທ້ອນຈາກດິນຟ້າອາກາດ. ແຕ່ມາຮອດປະຈຸບັນ, ຊາວກະສິກອນເກືອບທັງໝົດໄດ້ຫັນໄປສູ່ການໃຊ້ຈັກອົບແຫ້ງອຸດສາຫະກຳ, ທັງສະດວກ, ໄວ, ພັດຮັບປະກັນຫຼັກອະນາໄມດ້ານສະບຽງອາຫານ ແລະ ມີສະມັດຕະພາບສູງນຳອີກ.
        ປີ 2017 ຜ່ານມາ, ກຳປູເຈຍ ຜະລິດເຂົ້າສານໄດ້ 10 ລ້ານໂຕນ, ເກີນສ່ວນຄາດໝາຍ 5 ລ້ານໂຕນ, ແຕ່ເຖິງຢ່າງໃດກໍ່ຕາມ, ປະເທດນີ້ໄດ້ສົ່ງອອກພຽງ 635.000 ກ່ວາໂຕນເທົ່ານັ້ນ. ໄປຄຽງຄູ່ກັບບັນດາສິ່ງທ້າທາຍດ້ານພື້ນຖານໂຄງລ່າງໃນການຂົນສົ່ງ, ການສະສົມເຂົ້າສານ ແລະ ການບໍລິການພະລາທິການ, ບັນດາວິສາຫະກິດຂອງປະເທດນີ້ກໍ່ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການເກັບຊື້ເຂົ້າສານຂອງຊາວກະສິກອນດ້ວຍປະລິມານຫຼາຍ.
        ເດືອນມັງກອນ 2018 ຜ່ານມາ, ກຳປູເຈຍ ໄດ້ເປີດຕົວເຄື່ອງໝາຍການຄ້າເຂົ້າສານໃໝ່ Malys Angkor, ເຊິ່ງໄດ້ຮັບຖືວ່າ ແມ່ນເຄື່ອງໝາຍເຂົ້າສານມີມາດຕະຖານທີ່ເປັນເອກະລັກສະເພາະ, ດ້ວຍຄວາມຫວັງຢາກໂຄສະນາຜະລິດຕະພັນເຂົ້າສານທີ່ມີຄຸນນະພາບສູງແຫ່ງຊາດ ກັບມາດຕະຖານເປັນເອກະພາບ. ດ້ວຍບັນດາບາດກ້າວການປັບປຸງຢ່າງທັນການນັ້ນ, ກຳປູເຈຍ ພວມຄ່ອຍໆສ້າງລະບົບສະໜອງທີ່ຍາວນານໝັ້ນຄົງ, ບັນລຸໄດ້ມາດຕະຖານການຜະລິດເຂົ້າສານແບບຍືນຍົງ, ຈາກນັ້ນ, ເພີ່ມທະວີກຳລັງດຶງດູດສຳລັບຕະຫຼາດນຳເຂົ້າ.
 (ແຫຼ່ງຄັດຈາກ VOV)