ການເລືອກຕັ້ງ ສ.ສ.ຊ ຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆຢູ່ຫວຽດນາມ
ວັນທີ 22/5, ຜູ້ມີສິດເລືອກຕັ້ງຫວຽດນາມກວ່າ 69 ລ້ານຄົນໄດ້ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆອາຍຸການ 2016-2021, ຢູ່ກວ່າ 91.000 ຫົວໜ່ວຍ ເລືອກຕັ້ງມີບັນຍາກາດຟົດຟື້ນຈາກຕົວເມືອງຕະຫຼອດຮອດຊົນນະບົດ, ເຂດຫ່າງໄກສອກຫຼີກ, ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ.
ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ
ຕອບສຳພາດສື່ມວນຊົນພາຍຫຼັງປ່ອນບັດ
ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໄປປະຕິບັດສິດ ແລະ ພັນທະພົນລະເມືອງຂອງຕົນຢູ່ຫົວໜ່ວຍເລືອກຕັ້ງເລກ 3 ຕາແສງຫງວຽນຢູ, ເມືອງຮ່ວານກ້ຽມ, ຮ່າໂນ້ຍ. ຕອບສຳພາດສື່ມວນຊົນພາຍຫຼັງປ່ອນບັດ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ເນັ້ນໜັກວ່າ :
“ ຂ້າພະເຈົ້າຄິດວ່າ ຜູ້ມີສິດເລືອກຕັ້ງທຸກຄົນກໍຄິດຄືຂ້າພະເຈົ້າ, ຕ່າງກໍມີຄວາມຫວັງວ່າ ບັນດາຜູ້ແທນທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆ ລ້ວນແຕ່ຕ້ອງເຮັດວຽກຢ່າງສຸດໃຈເພື່ອປະເທດຊາດ, ປະຊາຊົນ, ປະຕິບັດຄວາມຮັບຜິດຊອບ ແລະ ພັນທະຊຶ່ງລັດຖະທຳມະນູນ ແລະ ກົດໝາຍໄດ້ກຳນົດໄວ້, ປະຕິບັດຄວາມຮັບຜິດຊອບ ແລະ ພັນທະຂອງຜູ້ໜຶ່ງຊຶ່ງປະຊາຊົນໄດ້ໄວ້ວາງໃຈເລືອກຕັ້ງເພື່ອເຂົ້າຮ່ວມການຄຸ້ມຄອງປະເທດຊາດ, ຄຸ້ມຄອງສັງຄົມ. ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາຜູ້ແທນທີ່ໄດ້ຮັບການເລືອກຕັ້ງຄັ້ງນີ້ ຈະຮັບຮູ້ຢ່າງຄົບຖ້ວນກ່ຽວກັບບົດບາດ ແລະ ຄວາມຮັບຜິດຊອບຂຈອງຕົນໃນການບູລະນະລະບົບການເມືອງຂອງພວກເຮົາເວົ້າລວມ, ໃນນັ້ນມີສະພາແຫ່ງຊາດ ແລະ ສະພາປະຊາຊົນ”.
ທ່ານປະເທດປະເທດເຈີນດ້າຍກວາງ ໄປປະຕິບັດສິດ ແລະ ພັນທະພົນລະເມືອງຂອງຕົນ
ທ່ານປະເທດປະເທດເຈີນດ້າຍກວາງ ກໍໄດ້ໄປປະຕິບັດສິດ ແລະ ພັນທະພົນລະເມືອງຂອງຕົນຢູ່ຫົວໜ່ວຍເລືອກຕັ້ງເລກ 8 ຕາແສງເຍີນຈິ້ງ, ເມືອງແທງຊວນ, ຮ່າໂນ້ຍ. ກ່າວຄຳເຫັນນະທີ່ນີ້, ທ່ານປະເທດປະເທດເຈີນດ້າຍກວາງ ໃຫ້ຮູ້ວ່າ :
“ ຂ້າພະເຈົ້າຫວັງວ່າ ຜູ້ມີສິດເລືອກຕັ້ງຈົ່ງເຊີດຊູຈິດໃຈຮັບຜິດຊອບ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ເລືອກເອົາບັນດາຜູ້ແທນທີ່ມີຄວາມເກັ່ງກ້າສາມາດ, ມີຄຸນສົມບັດເຂົ້າໃນ ສະພາແຫ່ງຊາດຊຸດທີ 14 ແລະ ສະພາປະຊາຊົນເພື່ອເຂົ້າຮ່ວມວຽກງານພ້ອມກັບພັກ, ລັດຊີ້ນຳການປະຕິບັດມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 12 ຂອງພັກ ກໍຄືກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆຢ່າງມີໄຊ ”.
ແລະ ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກກໍ ໄດ້ໄປປະຕິບັດສິດ ແລະ ພັນທະພົນລະເມືອງຂອງຕົນຢູ່ເທດສະບານເມືອງ ວິ້ງບາວ, ນະຄອນຫາຍຟ່ອງ. ສ່ວນທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດກໍ ໄດ້ໄປປະຕິບັດສິດ ແລະ ພັນທະພົນລະເມືອງຂອງຕົນຢູ່ຕາແສງວິ້ງຟຸກ, ເມືອງບາດິງ, ຮ່າໂນ້ຍ. ຕີລາຄາກ່ຽວກັບວຽກງານກະກຽມ ແລະ ດຳເນີນການປ່ອນບັດເລືອກຕັ້ງຢູ່ບັນດາຫົວໜ່ວຍເລືອກຕັ້ງທີ່ທ່ານນາງໄດ້ໄປກວດກາ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ກ່າວວ່າ:
“ ສິ່ງທີ່ໜ້າພູມໃຈ ແມ່ນ ຜູ້ມີສິດເລືອກຕັ້ງມີຄວາມສົນໃຈທີ່ສຸດ. ຜູ້ມີສິດເລືອກຕັ້ງມີການຄັດເລືອກລະອຽດ, ຊັງຊາຢ່າງລະມັດລະວັງ. ຂ້າພະເຈົ້າຖືວ່າ ວຽກງານໂຄສະນາກ່ຽວກັບການເລືອກຕັ້ງແມ່ນໄດ້ປະຕິບັດເປັນຢ່າງດີທີ່ສຸດ ”
ໃນຂະນະນັ້ນ, ເຖິງວ່າມີຝົນຕົກກໍຕາມ ແຕ່ນັບແຕ່ເຊົ້າໆ, ຢູ່ບັນດາແຂວງເຂດທາງທິດຕາເວັນຕົກສ່ຽງເໜືອ, ປະຊາຊົນບັນດາເຜົ່າຢູ່ທີ່ນີ້ໄດ້ພາກັນໄປປ່ອນບັດຢ່າງຟົດຟື້ນ. ທ່ານ ມາກາງຢິງ ປະທານຄະນະກຳມະການປະຊາຊົນ, ປະທານຄະນະກຳມະການເລືອກຕັ້ງຕາແສງ ນຸ່ງນ່າງ ເມືອງຕາມເດືອງແຂວງ ລາຍເຈົາໃຫ້ຮູ້ວ່າ :
“ ມາຮອດຕອນທຽງ, ການປ່ອນບັດເລືອກຕັ້ງໃນບໍລິເວນຕາແສງໄດ້ບັນລຸກວ່າ 97%. ບັນດາຫົວໜ່ວຍຍັງບໍ່ທັນປ່ອນບັດສຳເລັດ, ກໍສືບຕໍ່ດຳເນີນການປ່ອນບັດເລືອກຕັ້ງ ”
ຢູ່ເມືອງເກາະໂກໂຕ, ແຂວງກວາງນິງ ມື້ນີ້ ມີ ຜູ້ມີສິດເລືອກຕັ້ງເກືອບ 5000 ຄົນ, ໃນນັ້ນມີເຖິງ 1/3 ແມ່ນຊາວປະມົງ ກໍໄດ້ໄປປະຕິບັດສິດ ແລະ ພັນທະພົນລະເມືອງຂອງຕົນຢູ່ 20 ຫົວໜ່ວຍເລືອກຕັ້ງໃນທົ່ວເມືອງ. ທ່ານ ຮ່ວາງບ້ານາມ ເລຂາພັກເມືອງໆເກາະໂກໂຕ ໃຫ້ຮູ້ວ່າ :
“ ບັນດາສະຖານທີ່ປ່ອນບັດທັງໝົດ ລ້ວນແຕ່ໄດ້ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ. ທາງເມືອງ ແລະ ບັນດາຫົວໜ່ວຍເລືອກຕັ້ງກໍລ້ວນແຕ່ສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ ຜູ້ມີສິດເລືອກຕັ້ງໄປປ່ອນບັດ. ຮອດເວລາ 9 ໂມງເຊົ້າມື້ນີ້, ຢູ່ຫົວໜ່ວຍເລືອກຕັ້ງທີ່ຫ່າງໄກກວ່າໝູ່ແມ່ນເກາະເຈີນໃນເມືອງໂກໂຕໄດ້ສຳເລັດການປ່ອນບັດ ”
ຕີລາຄາໃນເບື້ອຕົ້ນກ່ຽວກັບການເລືອກຕັ້ງວັນນີ້, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດຫວຽດນາມ ຫງວຽນແຫ້ງຟຸກ ໃຫ້ຮູ້ວ່າ :
“ ສັງລວມແລ້ວ, ທົ່ວປະເທດມີ ຜູ້ມີສິດເລືອກຕັ້ງເກືອບ 70% ໄປປ່ອນບັດ. ນີ້ແມ່ນຕົວເລກທີ່ໄດ້ລາຍງານໃນເວລາ 9ໂມງ 30ນາທີ່. ມີບັນດາທ້ອງຖິ່ນແມ່ນ 100%. ຢູ່ຮ່າໂນ້ຍມີບາງຫົວໜ່ວຍເລືອກຕັ້ງບັນລຸ 100%. ເບິ່ງລວມແລ້ວ ການເລືອກຕັ້ງໃນທົ່ວປະເທດໄດ້ດຳເນີນໄປດ້ວຍດີ ”
(ແຫຼ່ງຄັດຈາກ VOV)