21/08/2018 08:36 GMT+7 Email Print Like 0

ການອະນຸລັກຮັກສາດົນຕີພື້ນເມືອງ ຂອງບັນດາເຜົ່າສ່ວນໜ້ອຍຢູ່ຫວຽດນາມ

      ພື້ນຖານດົນຕີ ບັນດາເຜົ່າສ່ວນໜ້ອຍ ມີບົດບາດສຳຄັນໃນການສ້າງ ພື້ນຖານດົນຕີພື້ນເມືອງ ໃຫ້ມີຄວາມຫຼາຍຮູບຫຼາຍສີ ຢູ່ຫວຽດນາມ. ໃນສະພາບການທີ່ດົນຕີ ຫຼາຍປະເພດຂອງບັນດາເຜົ່າສ່ວນໜ້ອຍ ພວມຢືນຢູ່ຕໍ່ໜ້າຄວາມສ່ຽງຖືກສູນຫາຍໄປນັ້ນ, ບັນດາອົງການ ທີ່ມີໜ້າທີ່ຮັບຜິດຊອບ, ບັນດາທ້ອງຖິ່ນ ແລະ ວົງຄະນະຍາດ ບັນດາເຜົ່າສ່ວນໜ້ອຍ ພວມຕັ້ງໜ້າປະຕິບັດ ການອະນຸລັກຮັກສາ ພື້ນຖານດົນຕີປະເພດນີ້.

ສິລະປະຂັບແທນ ພິນຕີ້ງໃນແຂວງຕວຽນກວາງ
      ຫວຽດນາມແມ່ນຊາດໜຶ່ງ ທີ່ປະກອບດ້ວຍຫຼາຍຊົນເຜົ່າ, ໃນນັ້ນ ແຕ່ລະເຜົ່າກໍ່ລ້ວນແຕ່ມີຮີດຄອງປະເພດນີ ສະເພາະຂອງຕົນ, ມີພາສາສະເພາະຂອງໃຜຂອງລາວ. ບັນດາເຜົ່າກໍ່ມີການປະດິດຄິດສ້າງ ແລະ ມີພື້ນຖານດົນຕີ ທີ່ເປັນເອກະລັກສະເພາະຂອງຕົນ, ລວມທັງດົນຕີພື້ນເມືອງ, ເຄື່ອງດົນຕີຫຼາຍປະເພດທີ່ອຸດົມສົມບູນ, ແລະ ເປັນເອກະລັກຕິດພັນກັບຊີວິດ ທາງດ້ານວັດຖຸ, ຈິດໃຈ ແລະ ຈິດວິນຍານຂອງພໍ່ແມ່ປະຊາຊົນ. ໃນນັ້ນມີຫຼາຍບົດດົນຕີຄື  “ຝົນຕົກ” ຂອງຊົນເຜົ່າ ຂະມຸ, “ກ່ອມເດັກ” ຂອງຊົນເຜົ່າ ເຊີດັງ, “ອິງຫຼ້າເອີຍ” ຂອງຊົນເຜົ່າ ຜູ້ໄທ.
         ກ່ຽວກັບບົດບາດດົນຕີ ຂອງບັນດາເຜົ່າສ່ວນໜ້ອຍ ຢູ່ຫວຽດນາມ ດ້ວຍການພັດທະນາ ຂອງວັດທະນະທຳບັນດາເຜົ່າ, ທ່ານຮອງສາດສະດາຈານ ຫງວຽນບິ່ງດິ້ງ ອາດີດຫົວໜ້າສະຖາບັນ ດົນຕີຫວຽດນາມ ໄດ້ຕີລາຄາວ່າ: 
     “ບັນດາເຜົ່າສ່ວນໜ້ອຍ ມີບັນດາຈິນຕະນາການ ກ່ຽວກັບບັນຫາຈັງຫວະ, ທຳນອງ ແລະ ເຄື່ອງດົນຕີ, ມີວິທີສະແດງສະເພາະ ຂອງໃຜຂອງລາວ, ວົງຄະນະຍາດ 53 ຊົນເຜົ່າສ່ວນໜ້ອຍ ໄດ້ສ້າງເປັນພື້ນຖານສິລະປະ, ມີສິ່ງຮ່ວມຂອງຫວຽດນາມ ແລະ ມີສິ່ງສະເພາະຂອງສີສັນແຕ່ລະເຜົ່າ. 53 ຊົນເຜົ່າສ່ວນໜ້ອຍນີ້ເອງ ສາມາດຕັດສິນຄວາມອຸດົມສົມບູນ, ຫຼາຍຮູບຫຼາຍສີ ໃນພື້ນຖານດົນຕີຂອງບັນດາເຜົ່າ ຫວຽດນາມ”.
    ໂຊກດີແມ່ນໄດ້ມີສາງດົນຕີພື້ນເມືອງ, ດ້ວຍບັນດາປະເພດດົນຕີທີ່ແຕກຕ່າງກັນ, ແຕ່ໃນເງື່ອນໄຂທີ່ປະເທດຊາດ ເຊື່ອມໂຍງສາກົນ ແລະ ພັດທະນາ, ມີຫຼາຍປະເພດດົນຕີ ຂອງບັນດາເຜົ່າສ່ວນໜ້ອຍ ຢູ່ຫວຽດນາມ ພວມຄ່ອຍໆຖືກສູນຫາຍໄປ. ເພາະສະນັ້ນ ບັນຫາອະນຸລັກຮັກສາ ແລະ ເສີມຂະຫຍາຍດົນຕີພື້ນເມືອງ ຂອງບັນດາເຜົ່າໄດ້ກາຍເປັນບັນຫາທີ່ ຮີບດ່ວນກວ່າເວລາໃດໝົດ. ມູນມໍລະດົກຈະໄດ້ຮັບການອະນຸລັກ ເປັນຢ່າງດີທີ່ສຸດ, ສາມາດຄົງຕົວແບບຍືນຍົງ ກໍ່ແມ່ນບັນຫາ ຢູ່ໃນວົງຄະນະຍາດນີ້ເອງ. ດັ່ງນັ້ນ ການລະດົມໃຈ, ສົ່ງເສີມວົງຄະນະຍາດ ບັນດາຊົນເຜົ່າສ່ວນໜ້ອຍ ປະຕິບັດການອະນຸລັກຮັກສາ ມູນມໍລະດົກດົນຕີຂອງເຜົ່າຕົນ ໂດຍຜ່ານບັນດາການເຄື່ອນໄຫວສະແດງ ແລະ ໃນຊີວິດວັດທະນະທຳ ປະຈຳວັນກໍ່ແມ່ນວຽກງານທີ່ສຳຄັນ. ຕາມນັ້ນແລ້ວ ພໍ່ແມ່ພີ່ນ້ອງຊົນເຜົາສ່ວນໜ້ອຍ ຢູ່ເຂດໄຕຫງວຽນ ຈະແມ່ນເຈົ້າກຳຂອງງານ Festival  ວັດທະນະທຳຄ້ອງ ໄຕຫງວຽນ, ເຊິ່ງຈະຈັດຂຶ້ນໃນເດືອນ ພະຈິກ ທີ່ຈະມາເຖິງນີ້ຢູ່ ແຂວງ ຢາລາຍ, ທ່ານ ຟາມຊວນຫວູ, ຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ຢາລາຍ ໃຫ້ຮູ້ວ່າ: 
     “ ໃນງານບຸນຄັ້ງນີ້, ພວກຂ້າພະເຈົ້າ ມີຄວາມເອົາໃຈໃສ່ເປັນພິເສດ ເຖິງປັດໄຈວົງຄະນະຍາດ ແລະ ປັດໄຈພື້ນເມືອງ. ພວກຂ້າພະເຈົ້າມຸ່ງໄປສູ່ມວນຊົນ, ມຸ່ງໄປສູ່ວົງຄະນະຍາດ, ແມ່ນບັນດາຜູ້ເປັນເຈົ້າຂອງສິລະປະວັດທະນະທຳຄ້ອງ. ໃນປີ 2017 ແລະ 2018, ທຸກໆເມືອງ, ເທດສະບານໃນນະຄອນ ກໍ່ລ້ວນແຕ່ຈັດງານບຸນຄ້ອງ. ການຈັດຕັ້ງງານບຸນຄ້ອງ ຢູ່ຂັ້ນເມືອງ ແລະ ຂັ້ນຕາແສງ ກໍ່ແມ່ນເພື່ອກະກຽມທາງດ້ານກຳລັງ ເພື່ອເຂົ້າຮ່ວມ Festival  ຄ້ອງປີ 2018”.
      ໃນຂະນະນັ້ນ, ພໍ່ແມ່ພີ່ນ້ອງເຜົ່າ ໂບ໋ອີ ຢູ່ຕາແສງ ກ໋ຽດຕ໋ຽນ ເມືອງ ກວນບະ ແຂວງ ຮ່າຢາງ, ແຕ່ດົນນານມາແລ້ວ ກໍ່ໄດ້ມີວິທີການຮັກສາ ພື້ນຖານດົນຕີຂອງເຜົ່າຕົນ. ດົນຕີພື້ນເມືອງ ຍາມໃດກໍ່ໄດ້ຮັບຄວາມເຄົາລົບຈາກເຂົາເຈົ້າ ແລະ ຖືກອະນຸລັກໃນຊີວິດປະຈຳວັນ ຂອງວົງຄະນະຍາດ. ເຂົາເຈົ້າຍັງສະຫງວນເວລາ ແລະ ເຫື່ອແຮງຢ່າງຫຼວງຫຼາຍ ເພື່ອເລື່ອກເຟັ້ນເອົາຊາວໜຸ່ມ ທີ່ມີຄວາມສາມາດ ບອກສອນຖ່າຍທອດເພງພື້ນເມືອງ. ນອກຈາກການຈົດກ່າຍ, ຖ່າຍທອດບອກສອນ, ບັນດານັກສິລະປະການ ຍັງດັດແປງບັນດາບົດເພງພື້ນເມືອງ ຂອງເຜົ່າໂບ໋ອີ ເພື່ອໃຫ້ແທດເໝາະກັບ ຄວາມນິຍົມດົນຕີໃນຍຸກປັດຈຸບັນ, ເພື່ອດຶງດູດຄວາມ ນິຍົມຂອງໄວໜຸ່ມ. ນີ້ແມ່ນວິທີ ແມ່ນວຽກງານ ທີ່ເປັນຕົວແບບ ໃນຄວາມມານະພະຍາຍາມ ອະນຸລັກຮັກສາ ພື້ນຖານດົນຕີພື້ນເມືອງ ຂອງບັນດາເຜົ່າສ່ວນໜ້ອຍ ຢູ່ຫວຽດນາມ.
 (ແຫຼ່ງຄັດຈາກ VOV)