09/03/2018 09:26 GMT+7 Email Print Like 0

ການສ້າງທົ່ງນາປອດສານພິດຢັ້ງຢືນທີ່ຕັ້ງການສົ່ງອອກ

      ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແມ່ນເຂດຜະລິດກະສິກຳຈຸດສຸມຂອງທົ່ວປະເທດ ດ້ວຍບັນດາປະເພດສິນຄ້າຜະລິດຕະພັນກະເສດຕົ້ນຕໍຄື: ເຂົ້າສານ, ສິນໃນນ້ຳ ແລະ ໝາກໄມ້. ປະຈຸບັນ, ເນື້ອທີ່ການຜະລິດເຂົ້າຢູ່ເຂດນີ້ ກວມເອົາ 54% ແລະ ກວ່າ 90% ປະລິມານເຂົ້າສານສົ່ງອອກ, ແຕ່ລະປີ ໄດ້ນຳມາເຊິ່ງຈຳນວນເງິນນັບຕື້ USD ໃຫ້ແກ່ປະເທດຊາດ.

ຮູບພາບທົ່ງນາປອດສານພິດ  (ພາບປະກອບ)
      ເພື່ອເສີມຂະຫຍາຍທ່າໄດ້ປຽບດັ່ງກ່າວ, ຂະແຫນງກະສິກຳ ເຂດທົ່ງພຽງແມ່ນ້ຳຂອງ ແລະ ນະຄອນ ເກີນເທີ ພວມຈັດສັນທີ່ດິນເຂດທຳການຜະລິດຄືນເທື່ອລະກ້າວ, ສ້າງທົ່ງນາຂະຫນາດໃຫຍ່, ທົ່ງນາປອດສານພິດເພື່ອຍົກສູງມູນຄ່າເຂົ້າສານ.
        ປະຈຸບັນ ເນື້ອທີ່ການຜະລິດເຂົ້າຂອງແຂວງ ເກີນເທີ ດ້ວຍກວ່າ 240.000 ເຮັກຕາ, ກວມກວ່າ 70% ເນື້ອທີ່ດິນຜະລິດກະສິກຳ; ປະລິມານການຜະລິດບັນລຸປະມານ 1,4 ລ້ານໂຕນ. ໃນນັ້ນ ທົ່ງນາຂະຫນາດໃຫຍ່ບັນລຸກວ່າ 21% ເນື້ອທີ່ການຜະລິດ ດ້ວຍແນວພັນເຂົ້າມີຄຸນນະພາບສູງ, ໝູນໃຊ້ເຕັກນິກກ້າວຫນ້າເພື່ອສ້າງຜະລິດຕະພັນຄຸນນະພາບ ແລະ ມີກຳລັງແກ້ງແຍ້ງຢູ່ຕະຫລາດພາຍໃນປະເທດ ແລະ ສາກົນ. ທ່ານນາງ ຟ້າມທິມີງຮຽວ, ຫົວຫນ້າກົມປູກຝັງ ແລະ ປົກປັກຮັກສາພືດ ນະຄອນ ໃຫ້ຮູ້ວ່າ: ລະດູການຜະລິດຍາມຫນາວ-ລະດູບານໃຫມ່ປີ 2017 – 2018, ຂະແຫນງກະສິກຳ ເກີນເທີ ຈະສ້າງຂັ້ນຕອນການຜະລິດເຂົ້າປອດສານພິດ ດ້ວຍຂອບຂະຫນາດ 10.000 ເຮັກຕາ ດ້ວຍເກືອບ 5.400 ຄອບຄົວເຂົ້າຮ່ວມ, ສຸມໃສ່ຢູ່ບັນດາເມືອງປູກເຂົ້າຕົ້ນຕໍ . ຈຸດໝາຍແມ່ນຍົກສູງລະດັບການຜະລິດຂອງຊາວກະສິກອນ. ໃນນັ້ນ ຍູ້ແຮງການຮ່ວມສຳພັນຈຳຫນ່າຍຜະລິດຕະພັນລະຫວ່າງສະຫະກອນ ແລະ ວິສາຫະກິດ. ທ່ານນາງ ຟ້າມທິມີງຮຽວ ໃຫ້ຮູ້ວ່າ:
        “ເມື່ອຜະລິດຕາມຂັ້ນຕອນເຂົ້າສານປອດສານພິດ ຊາວກະສິກອນ ຈະຫລຸດຜ່ອນອຸປະກອນການຜະລິດ, ຫລຸດຜ່ອນເວລາອອກແຮງງານ, ຈາກນັ້ນ ລາຄາຜະລິດເຂົ້າຈະໄດ້ຫລຸດລົງ. ທີສອງ ຊາວກະສິກອນ ຈະຮັບປະກັນສຸຂະພາບຂອງຕົນ ແລະ ພ້ອມກັນນັ້ນສົ່ງຜົນກະທົບເຖິງການປົກປັກຮັກສາສິ່ງແວດລ້ອມໃນກະສິກຳ, ມູນຄ່າການຜະລິດໄດ້ຍົກສູງຂຶ້ນ.
        ຕາມການຕີລາຄາຂອງບັນດາຜູ້ຊ່ຽວຊານແລ້ວ, ການສົ່ງອອກເຂົ້າສານຂອງຫວຽດນາມ ຢືນແຖວຫນ້າໂລກກ່ຽວກັບປະລິມານ, ແຕ່ຄຸນນະພາບຄວນປັບປຸງຕາມມາດຖານທີ່ໄດ້ຮັບການກຳນົດຢ່າງຈະແຈ້ງ. ທ່ານ ຫວູຕຽດເຊີນ, ຜູ້ໃຫ້ຄຳປຶກສາດ້ານສື່ສານຂອງໂຄງການ (VnSAT) ເກີນເທີ ຖືວ່າ: ເພື່ອຍົກສູງມູນຄ່າເຂົ້າສານ ຄວນປະຕິບັດການຝືກອົບຮົມ, ໝູນໃຊ້ບັນດາມາດຕະການ, ເຕັກນິກເຂົ້າໃນການຜະລິດໃຫ້ແກ່ປະຊາຊົນ. ການສ້າງທົ່ງນາຮ່ວມສຳພັນ, ທົ່ງນາຂະຫນາດໃຫຍ່ຕາມມາດຖານ Vietgap, GlobalGap ແລະ ການຜະລິດຕາມລະບົບມູນຄ່າ. ເວລານັ້ນ ຈຶ່ງຍົກສູງເສດຖະກິດໃຫ້ແກ່ຊາວກະສິກອນໄດ້.
        “ການຜະລິດຕາມລະບົບມູນຄ່າ ໃນນັ້ນ ມີຫລາຍພາກສ່ວນເຂົ້າຮ່ວມເປັນວິສາຫະກິດ. ເພາະ ຊາວກະສິກອນຜະລິດເຂົ້າ ບໍ່ສາມາດຈຳຫນ່າຍຜະລິດຕະພັນໄດ້ ແລະ ບໍ່ສາມາດສົ່ງອອກໄດ້ ຕ້ອງຜ່ານບັນດາວິສາຫະກິດ. ເພາະສະນັ້ນ ຊາວກະສິກອນ ແລະ ວິສາຫະກິດ ຕ້ອງມີການຮ່ວມສຳພັນນຳກັນ
        ທ່ານ ຟ້າມວັນກີງ, ອະດີດຜູ້ອຳນວຍ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ເກີນເທີ ຖືວ່າ: ກອ່ນນີ້ ການຜະລິດເຂົ້າແມ່ນອີງຕາມປະລິມານ, ຈຳຫນ່າຍໄດ້ເທົ່າໃດກໍ່ໄດ້. ປະຈຸບັນ ພວມວາງແຜນກຳນົດການຜະລິດຄືນໃຫມ່ຕາມການກຳນົດທິດຕະຫລາດ, ວິສາຫະກິດແມ່ນເປັນຜູ້ຍົກອອກການກຳນົດທິດ ແລະ ບັນດາສະຫະກອນຕ້ອງປະຕິບັດຕາມຄາດໝາຍຂອງວິສາຫະກິດ. ເວລານັ້ນ ຜະລິດຕະພັນທີ່ຜະລິດອອກມານັ້ນໄດ້ຮັບການຢັ້ງຢືນ ແລະ ຖືກກັບຄຸນຄ່າ.
        ເລື່ອງພັດທະນາເຂດຜະລິດເຂົ້າປອດສານພິດ ບໍ່ແມ່ນສຸມໃສ່ມາດຕະການປອດສານພິດ, ຫລັກອະນາໄມເທົ່ານັ້ນ ຫາກເອົາໃຈໃສ່ເຖິງທຸກປັດໄຈອື່ນຄື: ມາດຕະຖານເຕັກນິກ, ຮັບປະກັນຜົນປະໂຫຍດຂອງຊາວກະສິກອນ, ຮັບປະກັນສິ່ງແວດລ້ອມ, ຫລຸດລາຄາການຜະລິດ. ເມື່ອພວກເຮົາບັນລຸໄດ້ຈຸດໝາຍຜະລິດເຂົ້າປອດສານພິດ, ໝາຍຄວາມວ່າສາມາດແກ້ງແຍ້ງບໍ່ວ່າຢູ່ໃນປະເທດໃດ. ທີສອງ ຮັບປະກັນລາຄາແກ້ງແຍ້ງເປັນຢ່າງດີ, ທີສາມ ມີການກຳນົດທິດປະລິມານຕາມຄວາມຕ້ອງການຂອງວິສາຫະກິດ, ເລື່ອງແກ້ງແຍ້ງຂອງພວກເຮົາມີກາລະໂອກາດຍາດໄດ້ໄຊຊະນະຫລາຍກວ່າ.
        ຕາມການຄາດຄະເນການສົ່ງອອກເຂົ້າສານໃນໄລຍະຈະມາເຖິງ ອາດຈະປະສົບກັບຄວາມຫຍຸ້ງຍາກ ຍ້ອນຄູ່ຮ່ວມມືນຳເຂົ້າເລີ່ມຕ້ອງການຕົ້ນກຳເນີດຂອງສິນຄ້າ ແລະ ສົ່ງຜູ້ລົງກວດກາບັນດາເຂດຜະລິດເຂົ້າ, ໃນນັ້ນ ມີການໃຊ້ຢາປາບສັດຕູພືດໃນການຜະລິດ. ເພາະສະນັ້ນ ບັນດາວິສາຫະກິດສົ່ງອອກເຂົ້າສານ ພວມສ້າງເຂດຜະລິດເຂົ້າປອດສານພິດ ເພື່ອຕອບສະຫນອງຄວາມຕ້ອງການຂອງລູກຄ້າ. ນີ້ແມ່ນບັນຫາເປັນຕາຍຂອງວິສາຫະກິດ. ເພາະສະນັ້ນ ການຮ່ວມສຳພັນໃນການຜະລິດເພື່ອສ້າງທົ່ງນາປອດສານພິດແມ່ນທິດກ້າວເດີນອັນຖືກຕ້ອງໃນສະພາບການເສດຖະກິດເຊື່ອມໂຍງ, ຜະລິດອອກບັນດາຜະລິດຕະພັນປອດໄພ, ມີຄຸນນະພາບ. ຜົນປະໂຫຍດດ້ານເສດຖະກິດຂອງປະຊາຊົນໄດ້ຮັບປະກັນ, ສ້າງຄວາມຮັ່ງມີໃນເຂດດິນແດນຂອງຕົນເທື່ອລະກ້າວ. ຈາກນັ້ນ ມູນຄ່າເຂົ້າສານໄດ້ຮັບການຢັ້ງຢືນ, ມີອິດທິພົນຊື່ສຽງ, ເຄື່ອງໝາຍການຄ້າຂອງວິສາຫະກິດໄດ້ຮັບການຍົກສູງຂຶ້ນ, ມີການແກ້ງແຍ້ງກັບປະເທດອື່ນ.
 (ແຫຼ່ງຄັດຈາກ VOV)