15/07/2017 08:08 GMT+7 Email Print Like 0

ການສິດສອນຕົວຫນັງສື ຂະແມ ຢູ່ ນະຄອນ ເກີນເທີ

      ປະຈຸບັນ ກະຊວງ ສຶກສາ ແລະ ບຳລຸງສ້າງ ໄດ້ນຳຕົວຫນັງສື ຂະແມ ເຂົ້າໃນຫລັກສູດຊັ້ນມັດທະຍົມ ຢູ່ ບັນດາເມືອງ, ແຂວງ, ນະຄອນ ທີ່ມີຊາວເຜົ່າ ຂະແມ ດຳລົງຊີວິດເປັນຈຳນວນຫລວງຫລາຍ. ຢູ່ ເມືອງ ນີງກຽວ, ຢູ່ໃຈກາງນະຄອນ ເກີນເທີ, ຈຳນວນ ຊາວເຜົ່າ ຂະແມ ດຳລົງຊີວິດບໍ່ຫລາຍປານໃດ ສະນັ້ນ ບັນດາໂຮງຮຽນມັດທະຍົມ ບໍ່ມີເງື່ອນໄຂຄົບຖ້ວນເພື່ອນຳ ຕົວຫນັງສື ຂະແມເຂົ້າຫລັກສູດ. ສະນັ້ນ ເມື່ອ ວັດ Mu Ni Rang Say ເປີດຫ້ອງຮຽນສອນຕົວຫນັງສື ຂະແມ, ມີຫລາຍຄອບຄົວຊາວເຜົ່າ ຂະແມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ນະຄອນ ເກີນເທີ ມີຄວາມປິຕິຊົມຊື່ນ ແລະ ສົ່ງລູກໄປຮຽນ. 

ພວກນ້ອງນ້ອຍຝືກແອບຂຽນ ຕົວຫນັງສືຂະແມ
      ໃນຊຸມປີມໍ່ໆມານີ້ ເມື່ອລະດູແລ້ງວຽນມາ ຫ້ອງຮຽນສອນພາສາ ຂະແມ ພັດເລີ່ມຕົ້ນຢ່າງຟົດຟື້ນ. ນີ້ແມ່ນຄວາມສຸດຈິດສຸດໃຈຂອງພະອາຈານ ເຈີນຊອຍ, ພະຂຸ ວັດ Mu Ni Rang Say ກໍ່ຄືຄວາມມຸ້ງມາດປາດຖະຫນາຂອງພໍ່ແມ່ ແລະ ພວກນ້ອງນັກຮຽນ ຊາວເຜົ່າຂະແມ ເພື່ອແນໃສ່ປະກອບສ່ວນອະນຸລັກຮັກສາດ້ານວັດທະນະທຳ, ຕົວອັກສອນ, ຄຳເວົ້າຂອງ ພາສາເຜົ່າຕົນ. ພະອາຈານ ເຈີນຊອຍ ໃຫ້ຮູ້ວ່າ:
        “ ຂ້າພະເຈົ້າເຫັນວ່າ ເລື່ອງເປີດຫ້ອງຮຽນ ສອນຕົວຫນັງສື ຂະແມ ແມ່ນມີຄວາມຈຳເປັນທີ່ສຸດ ເພື່ອແນໃສ່ຊ່ວຍໃຫ້ພວກນ້ອງໄດ້ສຳຜັດກັບຕົວອັກສອນ, ຄຳເວົ້າຂອງເຜົ່າຕົນ. ເປີດຊຸດຮຽນໃນລະດູແລ້ງແມ່ນມີຄວາມສະດວກທີ່ສຸດ ເພາະພວກນ້ອງໄດ້ພັກແລ້ງ. ເລື່ອງຈັດຕັ້ງຊຸດຮຽນນີ້ ທາງວັດໄດ້ຫນູນຊ່ວຍເອກະສານການຮຽນໃຫ້ພວກນ້ອງ. ຫວັງວ່າ ພໍ່ແມ່ເອື້ອອຳນວຍຄວາມສະດວກສົ່ງພວກນ້ອງມາຮຽນ ເພື່ອພ້ອມກັນປະກອບສ່ວນຮັກສາສີສັນວັດທະນະທຳ, ຄຳເວົ້າ, ຕົວຫນັງສືຂອງເຜົ່າຕົນ.”
        ເພື່ອສ້າງເງື່ອນໄຂໃຫ້ແກ່ເດັກນ້ອຍຮຽນຕົວຫນັງສືຂອງເຜົ່າຕົນ, ວັດໄດ້ເປີດຫ້ອງຮຽນສອນຕົວຫນັງສືຂະແມ ສະຫງວນໃຫ້ແກ່ເດັກນ້ອຍ ອາຍຸຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ, ເວລາ ຮຽນ ແມ່ນໃນຕອນແລງ ນັບແຕ່ວັນຈັນເຖິງວັນສຸກ. ມີພໍ່ແມ່ນັກຮຽນຫລາຍຄົນຮູ້ສຶກດີໃຈຫລາຍ ເພາະລູກຫລານຂອງຕົນໄດ້ມີກາລະໂອກາດສຳຜັດກັບພາສາເຜົ່າຕົນ. ເອື້ອຍ ຮີ່ງດາລີນ, ແມ່ຂອງ ຫລານ ແຈງທູ ແລະ ຊາແອງ ໃຫ້ຮູ້ວ່າ:
        “ວັດໄດ້ເປີດຫ້ອງຮຽນສອນພາສາ ຂະແມ ແມ່ມມີຄວາມໝາຍທີ່ສຸດ ເພາະ ຢູ່ ໂຮງຮຽນພວກຫລານພຽງແຕ່ຮຽນພາສາຫວຽດເທົ່ານັ້ນ. ຂ້າພະເຈົ້າດີໃຈຫລາຍ ເພາະ ວັດໄດ້ເປີດຫ້ອງຮຽນສອນພາສາ ຂະແມ ປະຈຳປີ ໃນໂອກາດລະດູແລ້ງໃຫ້ແກ່ພວກນ້ອງຢູ່ ນະຄອນ ເກີນເທີ, ຈາກນັ້ນ ພວກນ້ອງຈະມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ, ມູນເຊື້ອຂອງເຜົ່າຕົນກວ່າ.”
        ພະສົງ ແທກດຽບ, ຜູ້ຮັບຜິດຊອບການສິດສອນພາສາ ຂະແມ ໄດ້ໃຫ້ຂໍ້ສັງເກດວ່າ: ມີຫລາຍຄອບຄົວຍັງຄົງໂອ້ລົມນຳກັນຢູ່ເຮືອນດ້ວຍພາສາຂະແມ, ພວກນ້ອງໂອ້ລົມນຳກັນດີທີ່ສຸດ ສະນັ້ນ ເລື່ອງຮຽນຕົວຫນັງສືກໍ່ວ່ອງໄວກວ່າ. ພວກນ້ອງກໍ່ມີຄວາມຕັ້ງໃຈໃນການຮຽນພາສາ ຂະແມ. ພະສົງ ແທກດຽບ ແບ່ງປັນວ່າ:
        “ພໍ່ແມ່ຂອງພວກນ້ອງກໍ່ພະຍາຍາມສົ່ງລູກຫລານມາຮຽນຕົວຫນັງສື ຂະແມ ຢູ່ວັດ. ເມື່ອເຫັນວ່າ ພວກນ້ອງມີຄວາມຫ້າວຫັນໃນການຮ່ຳຮຽນ, ຂ້າພະເຈົ້າກໍ່ຫວັງວ່າ ຖ້າຜູ້ໃດມີລູກມີຫລານຕ້ອງສົ່ງພວກຫລານມາຮຽນຕົວຫນັງສືຂະແມ”
        ໃນບັນຍາກາດຈູບຈ້າວຫ້າວຫັນຂອງພວກນ້ອງໃນຫ້ອງຮຽນ, ນ້ອງ Chane Ratani ນັກຮຽນຊຸດຮຽນດັ່ງກ່າວໃຫ້ຮູ້ວ່າ:
        “ຫລານດີໃຈຫລາຍເມື່ອໄດ້ເຂົ້າຮ່ວມຊຸດຮຽນຕົວຫນັງ ຂະແມ ຢູ່ ວັດ MuNiRangSay ເພາະ ຢູ່ ໂຮງຮຽນບໍ່ສອນຕົວຫນັງສືຂະແມ. ຫລານຫວັງວ່າ ລະດູແລ້ງວຽນມາໄວ ເພື່ອໄປຮຽນຕົວຫນັງສືຂະແມ ເພາະຕົນແມ່ນຊາວເຜົ່າ ຂະແມ ຕ້ອງຮູ້ພາສາເຜົ່າຕົນ. ຫລານຈະພະຍາຍາມຮ່ຳຮຽນເປັນຢ່າງດີ ເພື່ອຮູ້ຈັກພາສາ ຂະແມໄດ້ຫລາຍກວ່າ.”
        ບໍ່ພຽງແຕ່ສອນຕົວຫນັງສື ຂະແມ ໃຫ້ແກ່ນັກຮຽນມັດທະຍົມເທົ່ານັ້ນ ຫາກວັດ ຍັງຈັດຕັ້ງຫ້ອງຮຽນສອນຕົວຫນັງສືຂະແມ ໃນຕອນຄ່ຳເພື່ອໃຫ້ບັນດານັກສຶກສາ, ຜູ້ໃຫຍ່ ມີຄວາມຕ້ອງການຮຽນຕົວຫນັງສື ຂະແມ. ເລື່ອງຈັດຕັ້ງການສອນຕົວຫນັງສື ຂະແມ ຢູ່ ວັດ Munirangsay ປະກອບສ່ວນອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳຂອງຊົນເຜົ່າ. ເພາະວ່າ ເມື່ອພວກນ້ອງມີພື້ນຖານຄວາມຮູ້, ມີຄວາມເຂົ້າໃຈກ່ຽວກັບຕົວອັກສອນ ແລະ ຄຳເວົ້າຂອງເຜົ່າຕົນ ຈະຊ່ວຍໃຫ້ພວກນ້ອງອະນຸລັກຮັກສາບັນດາສິ່ງຍອດຢ້ຽມດ້ານວັດທະນະທຳ, ປະກອບສວ່ນເຂົ້າໃນການສ້າງສາ ແລະ ພັດທະນາວັດທະນະທຳຫວຽດນາມ ກ້າວຫນ້າ, ເຂັ້ມຂັ້ນໄປດ້ວຍສີສັນຊາດ.
 (ແຫຼ່ງຄັດຈາກ VOV)