19/03/2018 10:33 GMT+7 Email Print Like 0

ການພົບປະສັງສັນກັບອະດີດນັກຮົບອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ຢູ່ລາວ

      ທີ່ການພົບປະປະຈຳປີໂດຍສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ ຈັດຕັ້ງ, ມີອະດີດນັກຮົບອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ແລະ ລາວ ເກືອບ 100 ຄົນ
ແຕ່ລະປີ, ສະຖານທູດ ສປປ ລາວ ປະຈຳ ຫວຽດນາມ ໄດ້ຈັດຕັ້ງການພົບປະສັງສັນກັບບັນດາອະດີດນັກຮົບອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ຢູ່ລາວ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະເລືອດເນື້ອ, ບັນດາການອຸທິດສ່ວນອັນໃຫຍ່ຫຼວງເພື່ອຍາດເອົາສັນຕິພາບໃຫ້ແກ່ປະເທດ ລາວ ຄືໃນທຸກວັນນີ້. ນີ້ກໍ່ແມ່ນໂອກາດເພື່ອໃຫ້ເຂົາເຈົ້າໄດ້ທົບທວນຫວນຄືນບັນດາຄວາມຊົງຈຳອັນດີງາມລະຫວ່າງຄວາມສຳພັນໃນການສູ້ຮົບ ຫວຽດນາມ - ລາວ ໃນການຕໍ່ສູ້ຕ້ານສັດຕູລວມ, ຍາດເອົາເອກະພາບໃຫ້ແກ່ປະເທດຊາດ.

ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ  
      ທີ່ການພົບປະປະຈຳປີໂດຍສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ ຈັດຕັ້ງ, ມີອະດີດນັກຮົບອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ແລະ ລາວ ເກືອບ 100 ຄົນ ແລະ ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ໂຮງຮຽນແຫ່ງຕ່າງໆໃນບໍລິເວນນະຄອນຫຼວງ ຮ່າໂນ້ຍ ປະມານ 30 ຄົນມີໂອກາດໄດ້ພົບປະ, ໂອ້ລົມນຳກັນດ້ວຍຄວາມອົບອຸ່ນທີ່ຫ້ອງປະຊຸມຂອງສະຖານທູດ ສປປ ລາວ ປະຈຳ ຫວຽດນາມ. ມີອະດີດນັກຮົບບາງຄົນເຄີຍຕິດຕໍ່ພົວພັນ, ພົບກັນເປັນປະຈຳ, ແຕ່ກໍ່ມີຫຼາຍຄົນປີໜຶ່ງຈຶ່ງໄດ້ພົບປະກັບເພື່ອນຮ່ວມກົມກອງຂອງຕົນເທື່ອໜຶ່ງ. ການພົບປະໄດ້ຈັດຕັ້ງໃນບັນຍາກາດທີ່ອົບອຸ່ນສະໜິດສະໜົມ, ເຕັມໄປດ້ວຍນ້ຳໃຈມິດຕະພາບ, ດ້ວຍຄວາມຊົງຈຳເລິກເຊິ່ງຫຼາຍຢ່າງ. ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ໄດ້ຢ້ຳຄືນບັນດາຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາອະດີດນັກຮົບອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ປະກອບສ່ວນໃຫ້ແກ່ສາຍພົວພັນທີ່ຫາຍາກລະຫວ່າງ ລາວ ແລະ ຫວຽດນາມ ໃນໄລຍະຜ່ານມາ.

ບັນດາອະດີດນັກຮົບອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ເຂົ້າຮ່ວມລາຍການ
      ໂດຍເປັນພະນັກງານເຄື່ອນໄຫວຢູ່ທ້ອງຖິ່ນກ່ອນປີ 1945, ຮອດປີ 1954, ໄດ້ຖືກສົ່ງໄປຊ່ວຍປະເທດລາວ, ລຸງ ຮ່າມີງເຕີນ, ຫົວໜ້າຄະນະຕິດຕໍ່ພົວພັນສະມາຄົມມູນເຊື້ອຄະນະຜູ້ທີ່ປຶກສາການທະຫານ 100, ດ້ວຍຮູບຮ່າງສູງ, ຈ່ອຍ, ເຖິງວ່າຜົມຫງອກຫຼາຍແລ້ວກໍ່ຕາມ ແຕ່ຜິວພັນຂອງລຸງຍັງຂາວໃສ ແລະ ແຂງແຮງຢູ່. ຫຼຽນໄຊ, ຫຼຽນກາ 4 ແຖວປະດັບໃນໜ້າເອິກ ໄດ້ສະແດງໃຫ້ເຫັນການອຸທິດຕົນເພື່ອພື້ນຖານເອກະລາດຂອງທັງ 2 ປະເທດ. ໃບໜ້າຂອງລຸງຍິ້ມແຍມແຈ່ມໃສຂຶ້ນຕື່ມເມື່ອຖືກຖາມກ່ຽວກັບບັນດາຄວາມຊົງຈຳໃນໄລຍະປະຕິບັດງານຢູ່ລາວ:
        ໃນວິວັດການເຄື່ອນໄຫວເປັນເວລາ 38 ປີຢູ່ປະເທດລາວ, ຂ້າພະເຈົ້າມີຄວາມເປັນກຽດໄດ້ພົບປະ ແລະ ເຮັດວຽກກັບບັນດາສະຫາຍການນຳຂັ້ນສູງເກືອບທັງໝົດຂອງປະເທດລາວ ຄື: ປະທານ ໄກສອນ ພົມວິຫານ, ປະທານ ຄຳໄຕ ສີພັນດອນ. ໃນ 38 ປີຜ່ານມາ, ນອກຈາກໄດ້ຊ່ວຍພວກເພື່ອນລາວ ກ່ຽວກັບວຽກງານຄວາມຄິດການເມືອງ ແລະ ສ້າງແຜນການຕໍ່ສູ້ແລ້ວ, ຂ້າພະເຈົ້າຍັງຊ່ວຍປະເທດລາວ ຮຽບຮຽງດ້ານປະຫວັດສາດ, ຂຽນປື້ມກ່ຽວກັບການນຳຂອງເຂົາເຈົ້າ. ບັນດາສະຫາຍການນຳລາວ ໄດ້ມອບຫຼຽນໄຊ, ຫຼຽນກາ ໃຫ້ຂ້າພະເຈົ້າຜ່ານໄລຍະຕ່າງໆຢ່າງລຽນຕິດ.
        ສົງຄາມໄດ້ຜ່ານພົ້ນໄປແລ້ວ, ບັນດານັກຮົບເສນາຮັກໃນເມື່ອກ່ອນຍັງຄົງແຕ່ງຕັ້ງບັນດາຄະນະໄປຢ້ຽມຢາມສະໜາມຮົບເກົ່າ ສົມທົບກັບການເຄື່ອນໄຫວກວດ ແລະ ປິ່ນປົ່ວພະຍາດຕາມວິຊາສະເພາະຂອງຕົນເປັນປະຈຳ. ໂດຍໄດ້ເປັນທຳນຽມໄປແລ້ວ, ປີບາປີ, ຄະນະຂອງ ປ້າ ໂງຈ້ອງເຕີ໋ນ, ນັກຮົບເສນາຮັກຍິງຢູ່ສະໜາມຮົບພາກກາງ ແລະ ພາກໃຕ້ຂອງລາວ ໄດ້ຈັດຕັ້ງການໄປກວດພະຍາດໃຫ້ແກ່ປະຊາຊົນ ແລະ ອະດີດນັກຮົບຂອງ 3 ແຂວງ, ແຕ່ລະແຂວງແຕ່ 100 – 200 ຄົນ. ມາຮອດປະຈຸບັນ, ຄະນະໄດ້ຈັດການກວດ ແລະ ປິ່ນປົ່ວພະຍາດໃຫ້ປະຊາຊົນ ແລະ ອະດີດນັກຮົບຢູ່ແຂວງຕ່າງໆຄື: ຊຽງຂວາງ, ຫຼວງພະບາງ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ຄຳມ່ວນ. ປ້າ ເຕີ໋ນ ຄິດຮອດຄິດເຖິງຄວາມຊົງຈຳຂອງຕົນນັບທັງຄາວຍັງເປັນນັກຮົບເສນາຮັກຍິງຢູ່ສະໜາມຮົບພາກກາງ ແລະ ພາກໃຕ້ຂອງລາວແຕ່ປີ 1968 - 1972:
        ຄວາມຊົງຈຳເລິກເຊິ່ງທີ່ສຸດຂອງຂ້າພະເຈົ້າແມ່ນໝໍ້ເຂົ້າປຽກໄກ່. ຊຸມປີນັ້ນ, ເມື່ອຈັດກອງປະຊຸມຂອງຄະນະຊາວໜຸ່ມ, ຢາກມີບັນຍາກາດມ່ວນຊື່ນຕ້ອງອີ່ມທ້ອງກ່ອນ. ຂ້າພະເຈົ້າແມ່ນນັກຮົບເສນາຮັກເຂົ້າໃໝ່, ມີເສື້ອເສີດຮູບດອກໄມ້ແຕ່ບໍ່ໄດ້ນຸ່ງ, ຂ້າພະເຈົ້າເອົາເສື້ອຜືນນັ້ນໄປປ່ຽນເອົາເຂົ້າ. ທຳມະດາປ່ຽນໄດ້ພຽງເຂົ້າໂລໜຶ່ງເທົ່ານັ້ນ ແຕ່ວ່າບໍ່ຮູ້ເປັນຫຍັງຂ້າພະເຈົ້າຄືປ່ຽນເຂົ້າໄດ້ 3 ໂລ ແລະ ໄກ່ໂຕໜຶ່ງອີກ. ຕອນຄ່ຳມື້ນັ້ນ, ກ່ອນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງປີ 68 – 69, ຄະນະຊາວໜຸ່ມຂອງຂ້າພະເຈົ້າມີໝໍ້ເຂົ້າປຽກໃຫຍ່. ນັ້ນແມ່ນຄວາມຊົງຈຳອັນສວຍງາມທີ່ສຸດທີ່ຕິດພັນກັບຂ້າພະເຈົ້າຕາມການເວລາ ກ່ຽວກັບນ້ຳໃຈຂອງປະຊາຊົນລາວ ທີ່ມີຕໍ່ທະຫານ ຫວຽດນາມ ໃນຊຸມວັນຕໍ່ຕ້ານ.
        ສ່ວນລຸງ ຫງວຽນແຄ໋ງລ້ວຽນ, ນັ່ງຢູ່ແຈໜຶ່ງກຳລັງຂຸ້ນຄິດເຖິງບັນດາເພື່ອນຮ່ວມກົມກອງທີ່ໄດ້ເສຍສະຫຼະຊີວິດແລ້ວ:
        ປີ 1964, ຂ້າພະເຈົ້າໄປລາວ ເຂົ້າຮ່ວມບັ້ນຮົບ 74, ປົດປ່ອຍທົ່ງໄຫຫີນ. ຫຼັງຈາກນັ້ນ, ຂ້າພະເຈົ້າໄປຊຳເໜືອ ເຂົ້າຮ່ວມກອງປືນໃຫຍ່ 37 ປົກປ້ອງໃຫ້ສູນກາງຂອງລາວ. ຢູ່ ຊຳເໜືອ ມີຖ້ຳໃຫຍ່, ທັງສູນກາງຂອງລາວຕັ້ງຢູ່ນັ້ນ, ຂ້າພະເຈົ້າປົກປ້ອງຢູ່ຮອບນອກ. ບັ້ນຮົບຢ່າງດຸເດືອດໃນທ້າຍປີ 1967 ໄດ້ເຮັດໃຫ້ກົມກອງຂອງຂ້າພະເຈົ້າຖືກເສຍຫາຍຢ່າງໜັກໜ່ວງ, ນັກຮົບປະມານ 20 ຄົນໄດ້ເສຍສະຫຼະຊີວິດເພື່ອປ້ອງກັນຄວາມປອດໄພໃຫ້ແກ່ສູນກາງລາວ.
        ເມື່ອໄດ້ຮັບຟັງບັນດາເລື່ອງລາວ, ບັນດາຄວາມຊົງຈຳຈາກບັນດາຕົວພະຍານ, ເພື່ອນ ວິໄລສັກ ພັນດານຸວົງ ແລະ ອວນຢ່າງ, ນັກສຶກສາສະຖາບັນພົວພັນຕ່າງປະເທດ ກໍ່ໄດ້ມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບບັນດາການອຸທິດສ່ວນອັນໃຫຍ່ຫຼວງເຊິ່ງຄົນລຸ້ນກ່ອນໄດ້ເສຍສະຫຼະຊີວິດເພື່ອມີພື້ນຖານເອກະລາດຄືທຸກວັນນີ້.
      ການພົບປະໄດ້ສິ້ນສຸດລົງໃນບັນຍາກາດທີ່ເຕັ້ມໄປດ້ວຍຄວາມຮັກແພງສະໜິດສະໜົມ, ບໍ່ຢາກອຳລາພາຈາກທຸກຄົນໃນຫ້ອງປະຊຸມໄດ້ພ້ອມກັບຟ້ອນລຳວົງ. ວາດຟ້ອນນີ້ຄືດັ່ງອາຫານດ້ານຈິດໃຈຂອງບັນດານັກຮົບອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ຢູ່ລາວເວົ້າສະເພາະ ແລະ ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດລາວລ້ານຊ້າງ ເວົ້າລວມ.
 (ແຫຼ່ງຄັດຈາກ VOV)