01/02/2017 00:01 GMT+7 Email Print Like 0

ກັບປູນໃນວັດທະນະທຳຫວຽດນາມ

ບໍ່ສະເພາະແຕ່ເປັນເຄື່ອງໃສ່ປູນສຳລັບການຄ້ຽວໝາກ, ກ່ອງໃສ່ປູນໄດ້ຜ່ານລຸ້ນຄົນແລະມີກ່ຽວພັນສະຫນິດແຫນ້ນກັບປະເພນີ ແລະ ວັດທະນະທຳ. ພິເສດແມ່ນການຕຳນານແຫ່ງການຄ້ຽວຫມາກຂອງຄົນຫວຽດ.
ບໍ່ສະເພາະແຕ່ຄົນຫວຽດເທົ່ານັ້ນ, ການຄ້ຽວໝາກ ແມ່ນປະເພນີທີ່ເກີດມີມາແຕ່ດົນນານ ໃນພາກພື້ນອາຊີຕາເວັນອອກສຽງໃຕ້. ຄຳຫມາກຍັງເປັນຕົວ ເຊື່ອມຕໍ່ໃນການພົວພັນລະຫວ່າງສັງຄົມທຸກຂັ້ນ. ໃນ ຄຳສຸພາສິດຫວຽດນາມ “ ຄຳຫມາກຄືສິ່ງເລີ່ມຕົ້ນທຸກ ເລື່ອງລາວ”, ພິເສດແມ່ນໃນໂອກາດ ງານດອງ, ຂັນ ໝາກຂັນພູໄດ້ກາຍເປັນຄວາມມຸ່ງມາດປາດຖະຫນາ ຂອງຫນຸ່ມສາວທີ່ຫວັງຈະໄດ້ເປັນຄູ່ຄອງປອງດອງ ຕະຫລອດໄລຍະຍາວນານ. ເຈົ້າໂຄດລຸງຕາສອງ ຝາ່ຍຈະຄ້ຽວຫມາກ ທາປູນໃສ່ໃບພູສົດ, ແຕ່ໃດໃດ ມາກັບໃສ່ປູນໄດ້ເກີດຂື້ນ ມີທັງອັນໃຫຍ່ແລະນ້ອຍ ສະດວກ ໃນການພົກພາ ແລະ ອັນໃຫຍ່ໃສປູນໄດ້ຫລາຍໂລ. 

ກັບໃສ່ປູນມີຮູບ ຂົວ, ທາງເທິງກັບມີຮູນ້ອຍ ຫຼືປາກ ກັບປູນ ເຊິ່ງເປັນບ່ອນ ໃຊ້ໄມ້ຂວັດປູນອອກ. ແຕ່ລະ ເທື່ອທີ່ຂວັດປູນອອກມາ ເຮັດໃຫ້ປູນແປດຕິດປາກກັບ ປູນ, ເວລາຜ່ານໄປ ຫລາຍເທື່ອຫລາຍທີ, ປູນຕິດປາກ ກັບຈະຫນາຂື້ນແລະກາຍເປັນຄໍກັບປູນ. ບາງເທື່ອມັນກໍ່ຫນາຈົນຕັນປາກກັບປູນ, ເວລານັ້ນກະຈະຮອດຍາມຕ້ອງຖິ້ມກັບໃສ່ປູນນັ້ນ. ໃນ ຊີວິດຄອບຄົວຄົນຫວຽດ, ກັບໃສ່ປູນເປັນທີ່ຊົມໃຊ້ປະຈຳວັນຢ່າງຫລວງຫລາຍ . ເມື່ອໃຊ້ດົນ, ປູນໃນກັບມັນແຂງ ຫລື ກັບປູນແຕກ ກະຕ້ອງຊື້ອັນໃຫມ່. ສ່ວນກັບເກ່ົາແມ່ນເອົາໄປປະໄວ້ ກ້ອງຕົ້ນໄມ້ໃຫຍ່ ຫລື ແຄມສຸສານ, ວິຫານ... 

ກັບປູນ ແຕ່ສະໄຫມ ລາຊະວົງ ລີ (ມີອາຍຸ1009-1225).


ກັບປູນ ແຕ່ສະໄຫມ ລາຊະວົງ ເຈີນ (ມີອາຍຸ1226 - 1400).


ກັບປູນສະແດງການແລກປ່ຽນວັດທະນະທຳລະຫວ່າງ ລາຊະວົງ ເຈິນ ແລະ ຈຳປາ
ໃນໄລຍະລາຊິນີ ຮວຽນເຈິນ ເຊິ່ງ ເຈົ້າຊີວິດ ລາຊະວົງເຈິນ ມອບໃຫ້ ກະສັດ ຈຳປາ ໃນສະຕະວັດທີ່ 14
.


ກັບປູນ ແຕ່ສະໄຫມ ລາຊະວົງ ໝາກ (1527 - 1592).


ກັບປູນ ແຕ່ສະໄຫມ ລາຊະວົງ ເລ ຕອນຫລັງ (1427-1789)  ເຊິ່ງເຮັດດ້ວຍ ດິນເຜົາ.


ກັບປູນ ແຕ່ສະໄຫມ ລາຊະວົງ ຫງວຽນ (1802-1945).


ກັບປູນ ເຮັດດ້ວຍດິນເຜົາເຄືອບ ເກິຍມາຍ ຍັງມີສີຂຽວດັ້ງເດີມ.


ສີເຄືອບໃນກັບປູນຍັງບໍ່ຈືດຈາງຜ່ານການເວລາຫລາຍຮ້ອຍປີ.


ກັບປູນຂະຫນາດໃຫຍ່.


ກັບປູນສາມາດເຮັດດ້ວຍດິນເຜົາເຄືອບ.


ການປະດັບກັບປູນມີຄວາມລະອຽດແລະຫລາກຫລາຍ ດ້ວຍສິສັນສິລະປະແຕກຕ່າງກັນ.








ກັບປູນມີຫູຫິ້ວ ໄດ້ຮັບການອອກແບບຕ່າງກັນໃນ ຫລາຍສະໄຫມ.


ບັນດາກັບປູນທີ່ມີຫລາກຫລາຍແບບແລະຫລາຍ ຂະຫນາດ.

ກັບປູນເຮັດດ້ວຍວັດຖຸຫລາຍຢ່າງຕ່າງກັນ ເຊັ່ນ ດິນເຜົາເຄືອບສີຂຽວ ຫລືເຮັດດ້ວຍທອງ, ມີຫູຫິ້ວຫລືບໍ່ ມີ. ຂະຫນາດກະແຕ່ກຕ່າງກັນ, ກັບໃຊ້ສ່ວນຕົົວມີຂະ ຫນາດພໍດີ, ສ່ວນກັບໃດສຳລັບບຸນງານຕ່າງໆ ແມ່ນມີ ຂະຫນາດໃຫຍ່. ລວດລາຍປະດັບໃນກັບປູນກໍ່ມີ ຫລາຍແບບແລະຫລາກສີສັນ. ບາງກັບຄືກັບການຳ້, ຫລືບາງກັບແມ່ນເຮັດອອກມາຕາມອາລົມຂອງນາຍ ຊ່າງ.
 
ມັນບໍ່ສະເພາະແຕ່ເປັນພຽງກັບໃສ່ປູນຮັບໃຊ້ ໃຫ້ແກ່ການຄ້ຽວຫມາກເທົ່ານັ້ນ, ໂດຍຜ່ານການເວລາ ກັບປູນມີສາຍພົວພັນຢ່າງສະຫນິດແຫນ້ນກັບປະເພນີ ແລະ ວັດທະນະທຳຂອງຄົນຫວຽດ. ພີເສດແມ່ນເມື່ອ ເວົ້າເຖິງກັບປູນ ແມ່ນຄົນຫວຽດຈະປຽນທຽບ ກັບຄຳ ວ່າທ່ານ , ຫາກບໍ່ເອີ້ນແບບງ່າຍວ່າ ອັນ. ເມື່ອເອີ້ນ ກັບ ປູນວ່າ ທ່ານກັບປູນ ແມ່ນເຂົາເຈ້ົາໃຫ້ຄວາມສຳຄັນພິ ເສດຕໍ່ກັບມັນແລະ ສະແດງເຖິງຄວາມເຄົ້າລົບຂອງ ຄົນຫວຽດ, ຖືວ່າກັບປູນເປັນສະມາຊິກຫນຶ່ງໃນຄອບ ຄົວ. ແລະມັນມີຄວາມສຳຄັນຫລາຍໃນຊີວິດປະຈຳ ວັດຂອງແຕ່ລະຄອບຄົວ.

ຮູບ ທ່ານກັບປູນ ໄດ້ເຮັດໃຫ້ຄົນເຮົານຶກຄິດເຖິງຮູບ ພາບຂອງ ຄົນຮັກແພງ ແລະ ພາບພົດຂອງແມ່ ຫລື ແມ່ ເຖ້ົາ, ຄິດເຖິງງານແຕ່ງທີ່ທຸກຄົນໄດ້ເຕົ້າໂຮມກັນຜ່າຫມາກ, ທາປູນ ດ້ວຍຄວາມເບີກບານມ່ວນຊື່ນແລະ ໂອ້ລົມກັນຫລາຍເລື່ອງ... ທັງຫມົດເຫຼ່ົານັ້ນ ແມ່ນຄຸນຄ່າທາງວັດທະນະທຳພື້ນເມືອງແຕ່ບູຮານ ນະການ , ມີຄວາມຫມາຍຫລາຍຢ່າງໃນຊີວິດຈິດໃຈ ຂອງຄົນ ຫວຽດຜ່ານຫລາຍລຸ້ນຫລາຍສະໄຫມ.
ບົດ: ຫງວຽນຫວູແທ່ງດາດ - ພາບ: ດັ້ງກິມເຟືອງ
 

ບັນດາບົດທີ່ຖືກນຳສະເໜີ