16/09/2016 14:09 GMT+7 Email Print Like 0

ກັບຄືນກວິງຍາຍຊີມລົດຊາດ “ຊຸບຜັກພະຄວາຍ”

ສຳລັບຊົນເຜົ່າຜຸ້ໄທເມືອງກວິງຍາຍມີ 10 ກວ່າຄົນທີ່ຖືກຍົກຍ້າຍໄປຫາທີ່ຢູ່ບ່ອນໃໝ່ເພື່ອສະຫງວນດິນແຫ່ງນີ້ເປັນອ່າງເກັບນ້ຳເຂື່ອນໄຟຟ້າເຊີນລາ, ເຂົາເຈົ້າໄດ້ນຳເອົາຊື່ບ້ານ, ແບບແຜນວິຖີດຳລົງຊິວິດໃນເຮືອນຮ້ານ ແລະ ຂຸມຝັງສົບບັນພະບູລຸດໄປນຳ ແຕ່ມີເຍື່ອງອາຫານປະເພດໜຶ່ງທີ່ເຂົາເຈົ້າບໍ່ສາມາດເອົາໄປນຳໄດ້ ນັ້ນກໍ່ຄືຫຍ້າທຳມະດາໆ. ຜັກຊະນິດນີ້ມີຊື່ວ່າຫຍ້າພະຄວາຍ ແລະ ໄດ້ກາຍເປັນສິ່ງທີ່ຊົນເຜົ່າຜູ້ໄທຢູ່ ກວິງຍາຍຄິດຮອດທີ່ສຸດ, ເມື່ອເວົ້າເຖິງບ້ານເກົ່າທີ່ໄດ້ຈົມເລິກຢູ່ໃຕ້ອ່າງເກັບນ້ຳ.
ຕາມທາງອ້າຍ ດຽວຈີ໋ງຫ໋ຽນ, ຮອງຫົວໜ້າຫ້ອງການວັດທະນາທຳເມືອງກວິນຍາຍຂຶ້ນເຮືອຈາກທ່າເຮືອປາອວນລ່ອງໄປຕາມອ່າງເກັບນໍ້າເຂື່ອນໄຟຟ້າເຊີນລາໄປເຖິງຫຼັກໝາຍຊາຍແດນຂອງເມືອງກວິນຍາຍເກົ່າທີ່ຈົມຢູ່ໃຕ້ນໍ້າເລິກເປັນແສນແມັດກ້ອນ. ໃນສາຍເດີນເຮືອ 30 ກິໂລແມັດນັ້ນ, ອ້າຍຫ໋ຽນຍັງຈື່ໄດ້ດີຊື່ສະຖານທີ່ຕ່າງໆ, ຊື່ບ້ານ, ຫ້ວຍນໍ້າລຳເຊ, ພູຜາປ່າໄມ້ທີ່ຖືກຈົມຢູ່ໃຕ້ອ່າງເກັບນໍ້າ. ເມື່ອຫຼຽວເບິ່ງສາຍພູທີ່ຢູ່ໄກເປັນມົວໆ, ອ້າຍຫ໋ຽນບອກວ່າ: “ສາຍພູຕັ້ງແກ໊ສູງ 2020 ແມັດເມື່ອທຽບໃສ່ໜ້ານໍ້າທະເລເບິ່ງໄດ້ຕໍ່າລົງຫຼາຍເມື່ອນໍ້າຢູ່ໃນອ່າງຍຶ່ງຂຶ້ນ. ນຳ້ຢູ່ກ້ອງເຮືອກຳລັງແລ່ນຢູ່ນັ້ນໃນເມື່ອກ່ອນແມ່ນທົ່ງໄຮ່, ທົ່ງນາຂອງຄອບຄົວຂ້ອຍ”. ເມື່ອໄປຮອດຫຼັກໝາຍໃຈກາງເມືອງກວິງຍາຍເກົ່າອ້າຍຫ໋ຽນເບິ່ງຄືວ່າຢາກຊອກຫາອັນໃດອັນໜຶ່ງຢູ່ກາງເກາະດອນແຫ່ງນີ້.

ອ້າຍຫ໋ຽນເກີດສັ່ນໆມືຂອງລາວເມື່ອໄປຈັບຕົ້ນຫຍ້າຂຽວງາມດີຢູ່ແຄມເກາະດອນ. ເດັດເອົາຕົ້ນຫຍ້າໃບໜຶ່ງໃສ່ປາກແລ້ວຫຍໍ້າແຈບໆ, ອ້າຍຫ໋ຽນຮ້ອງຂຶ້ນວ່າ: “ຫຍ້າພະຄວາຍຍັງມີຢູ່, ໄດ້ສິບກວ່າປີມາແລ້ວທີ່ຂ້ອຍຫາກໍ່ໄດ້ຊີມລົດຊາດຂອງຜັກນີ້ອີກ”.   ແມ່ນແລ້ວ, ໃນການກັບມາບ້ານເກົ່າຄັ້ງນີ້, ອ້າຍຫ໋ຽນຕ້ອງການຊອກຫາຫຍ້າທີ່ໄດ້ມີຄວາມຜູກພັນກັບຕົວເອງມາແຕ່ຍາມເຍົາໄວຂອງຕົນ.


ຫຼັກໝາຍໃຈກາງເມືອງກວິງຍາຍເກົ່າໄດ້ຕັ້ງບ່ອນເປັນສະຖານີໂທລະພາບເມືອງກວິງຍາຍເກົ່າ. ພາບ : ຫວຽດເກື່ອງ.


ຫຍ້າພະຄວາຍປົ່ງຂຶ້ນໃນເກາະດອນ, ບ່ອນທີ່ປັກຫຼັກໝາຍໝາຍໄວ້ໃຈກາງເມືອງກວິງຍາຍເກົ່າ. ພາບ: ຫວຽດເກື່ອງ


ດອນຜັກຫຍ້າພະຄວາຍປົ່ງຂຶ້ນຂຽວງາມຢູ່ໃຕ້ຕີນຫຼັກໝາຍອານຸສອນຂອງເມືອງກວິງຍາຍເກົ່າ. ພາບ: ຫວຽດເກື່ອງ


ອ້າຍດຽວຈີງຫ໋ຽນເກັບຫຍ້າພະຄວາຍຊ່ຶງເປັນຫຍ້າທີ່ໄດ້ຜູກພັນກັບການດຳລົງຊີວິດຂອງຕົນໃນຊຸມວັນຢູ່ບ້ານເກົ່າ. ພາບ : ຫວຽດເກື່ອງ


ຫຍ້າພະຄວາຍທີ່ໄດ້ຫົດ, ລ້າງໃຫ້ສະອາດດ້ວຍນ້ຳນ້ຳດາເຂດ ກວິງຍາຍ. ພາບ: ຫວຽດເກື່ອງ


ຫຍ້າພະຄວາຍມີໃບເປັນຮູບດາບ, ກົກຮາກເປັນສີໝົ່ນ, ມີແຕ່ປົ່ງຂຶ້ນຢູ່ແຄມແມ່ນ້ຳດາ ຕອນທີ່ໄຫຼຜ່ານເມືອງກວິງຍາຍ. ພາບ : ທົງທ້ຽນ


ຫຍ້າພະຄວາຍປົ່ງຂຶ້ນແຄມເສົາເບຕົງເຊິ່ງເປັນຮ່ອງຮອຍຂອງໃຈກາງເມືອງເກົ່າທີ່ຈົມເລິກຢູ່ໃຕ້ອ່າງເກັບນ້ຳເຂື່ອນໄຟຟ້ານ້ຳຕົກເຊີນລາ. ພາບ: ທົງທຽ້ນ.


ຊົນເຜົ່າຜູ້ໄທມັກໃຊ້ມີດເພື່ອຫລົກໃຫ້ໄດ້ທັງກົກ ແລະ ຮາກຂອງພະຄວາຍ. ພາບ : ທົງທ້ຽນ


ກ່ອນປຸງແຕ່ງເປັນອາຫານ, ຊົນເຜົ່າຜູ້ໄທໄດ້ຕັດຮາກອ່ອນທີ່ມີສີຂາວອອກ, ປະໄວ້ສ່ວນກົກຮາກທີ່ເປັນສີໝົ່ນ. ພາບ: ຫວຽດເກື່ອງ


ຫຍ້າພະຄວາຍເປັນຜັກຫນຶ່ງທີ່ນິຍົມກິນຂອງພໍ່ແມ່ປະຊາຊົນຊົນເຜົ່າຜູ້ໄທຢູ່ກວິງຍາຍ. ພາບ : ຫວຽດເກື່ອງ

 
ຫຍ້າພະຄວາຍຈ້ຳກັບເກືອຕຳໃສ່ຂີງໄດ້ກາຍເປັນລາຍການອາຫານທີ່ແປກໆ ແລະ ມີລົດຊາດຫອມມັນດີ. ພາບ: ຫວຽດເກື່ອງ
 
ນຳເອົາຂໍ້ຂ້ອງໃຈຂອງຕົນເອງກ່ຽວກັບຫຍ້າພະຄວາຍນີ້ໄປຖາມແມ່ເຖົ້າ ລໍ່ນາຫໍ ຢູ່ຕາແສງ ເມືອງຈຽນ ຈຶ່ງຮູ້ໄດ້ວ່າ, ຜັກຊະນິດນີ້ຊົນເຜົ່າຜູ້ໄທຢູ່ກວິງຍາຍບໍ່ມີໃຜຈະບໍ່ຮູ້ຈັກ. ແຕ່ສະໄໝກ່ອນ,  ເກີດປ່າຖະຫຼົ່ມ, ສັດແລ່ນໜີເຂົ້າພູຕັ້ງແກ໊ໝົດ, ປາຢູ່ແມ່ນ້ຳດາກໍໜີເຂົ້າໄປໃນຫ້ວຍຮ່ອງ, ຕົ້ນໄມ້ໃບຫຍ້າປູກກໍ່ບໍ່ປົ່ງຮາກ, ຊົນເຜົ່າຜູ້ໄທຢູ່ກວິງຍາຍຖືກຕົກຢູ່ໃນສະພາບອຶດຫີວ, ຍັງມີພຽງຫຍ້າພະຄວາຍນີ້ປົ່ງຂຶ້ນຢູ່ແຄມແມ່ນ້ຳດາໃນລະດູທີ່ມີນ້ຳຖ້ວມກາຍເປັນແຫຼ່ງອາຫານກູ້ໄພອຶດຫິວຂອງປະຊາຊົນຢູ່ກວິງຍາຍບໍ່ຈັກວ່າເທົ່າໃດຄັ້ງ.

ແມ່ເຖົ້າຮໍໃຫ້ຮູ້ຕື່ມອີກວ່າ, ຫຍ້າພະຄວາຍຊະນິດນີ້ແປກປະຫຼາດຫຼາຍ, ປົ່ງຂຶ້ນແຕ່ໄລຍະເດືອນ 4 ເຖິງ 9 ຂອງແຕ່ລະປີເທົ່ານັ້ນ, ເມື່ອເຖິງລະດູຝົນເລີ່ມຕົ້ນ, ແມ່ນ້ຳດາໄຫຼນອງລົງນຳເອົາດິນແດນປົກຄຸມ. ແມ່ເຖົ້າຮໍເຄີຍເຂົ້າຮ່ວມຂະບວນການຕໍ່ຕ້ານຝຣັ່ງ, ໄດ້ເຫັນແມ່ນ້ຳຫຼາຍສາຍຄືແມ່ນ້ຳມ້າ( ໄຫຼຜ່ານສອງແຂວງເຊີນລາ ແລະ ແທງຮວາ), ນ້ຳເນີ້ມນາ (ລາຍເຈົາ), ນ້ຳແດງ (ລາວກາຍ) ແຕ່ຍັງບໍ່ທັນເຄີຍເຫັນຫຍ້າພະຄວາຍຊະນິດນີ້ປົ່ງຂຶ້ນແຄມບັນດາແມ່ນ້ຳເຫຼົ່ານັ້ນ.

ຕອນແລງຂອງມື້ນັ້ນ, ພາຍຫຼັງທີ່ເລາະເບິ່ງອ່າງເກັບນ້ຳເຂື່ອນໄຟຟ້ານ້ຳຕົກເຊີນລາໄປຮອດໃຈກາງເມືອງກວິງຍາຍແຫ່ງໃໝ່, ພວກຂ້າພະເຈົ້າໄດ້ຖືກອ້າຍຫ໋ຽນຈັດພາເຂົ້າລ້ຽງຊຶ່ງມີຊຸບຫຍ້າພະຄວາຍ. ຫຍ້າພະຄວາຍຫຼັງຈາກຫຼົກມາທັງຮາກ, ລ້າງໃຫ້ສະອາດແລ້ວກິນດິບຄົນເຂົ້າກັນກັບເກືອ ແລະ ຂີງຕຳ. ເມື່ອ   ຫຍ້ຳຮາກຂອງມັນມີລົດຊາດຫອມເປັນພິເສດປົນກັບລົດຊາດເຜັດໆຂອງຂີງ. 

ເຖິງແມ່ນວ່າປະຊາຊົນເມືອງກວິງຍາຍໄດ້ຍ້າຍໄປອາໃສຢູ່ບ່ອນໃໝ່ຫ່າງຈາກໃຈກາງເມືອງເກົ່າປະມານ 30 ກິໂລແມັດແລ້ວກໍ່ຕາມແຕ່ເມື່ອໄປເລາະແຄມຫ້ວຍ, ແມ່ນ້ຳກໍ່ບໍ່ເຫັນມີຫຍ້າພະຄວາຍຈັກນ້ອຍເລີຍ. ອ້າຍຫ້ຽນເປັນພະນັກງານວັດທະນາທຳ, ໄດ້ລົງໄປເຖິງທຸກໆບ້ານໃນເມືອງກໍ່ຢັ້ງຢືນວ່າ, ຫຍ້າພະຄວາຍຊະນິດນີ້ພຽງແຕ່ປົ່ງຂຶ້ນຢູ່ບ່ອນດຽວນັ້ນແມ່ນຢູ່ຫຼັກໝາຍໃຈກາງເມືອງກວິງຍາຍເກົ່າ. ໃນລະດູນີ້ຊົນເຜົ່າຜູ້ໄທຫຼາຍຄົນຢູ່ເມືອງກວິງຍາຍໃໝ່ໄດ້ສະຫລະເຮື່ອແຮງຂີ່ເຮືອບຸບັ່ນມາຫາບ້ານພໍ່, ບ້ານເກີດເກົ່າບໍ່ພຽງແຕ່ເກັບເອົາຫຍ້າພະຄວາຍເມືອມາກິນເພື່ອຄິດເຖິງບ້ານເກົ່າ.
ບົດ: ທົງທ້ຽນ - ພາບ: ຫວຽດເກື່ອງ - ທົງທ້ຽນ
ບັນດາບົດທີ່ຖືກນຳສະເໜີ