ກອງປະຊຸມຂັ້ນສູງອາຊຽນ-ອາເມລິກາ ມີລັກສະນະ ປຶກສາຫາລືຍຸດທະສາດ
(ພາບປະກອບ)
ວັນທີ 22/01 ທ່ານ Daniel Russel ຜູ້ຊ່ວຍວຽກລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນຫາ ອາຊີຕາເວັນອອກ ແລະ ປາຊີຟິກ ໃຫ້ຮູ້ວ່າ: ກອງປະຊຸມຂັ້ນສູງພິເສດລະຫວ່າງທ່ານປະທານາທິບໍດີ ອາເມລິກາ Barack Obama ແລະ ບັນດາການນຳອາຊີຕາເວັນອອກສຽງໃຕ້ ຄາດຄະເນວ່າ ຈະດຳເນີນຢູ່ ອາເມລິກາ ໃນເດືອນໜ້າ ຈະແມ່ນ “ການປຶກສາຫາລືຍຸດທະສາດ” ດ້ວຍຈຸດສຸມແມ່ນຊຸກຍູ້ການປ່ຽນໃໝ່ ແລະ ການດຳເນີນທຸລະກິດຢູ່ແລວປາຊີຟິກ. ທ່ານ Russel ເນັ້ນໜັກວ່າ ຢູ່ກອງປະຊຸມຂັ້ນສູງຈະມາເຖິງ “ບັນດາການນຳຈະປຶກສາຫາລືວິທີຊຸກຍູ້ການເຊື່ອມໂຍງໃນຂອບເຂດປະຊາຄົມ ອາຊຽນ ໃໝ່, ເຕື້ອງເຖິງດ້ານການຄ້າ ແລະ ການລົງທຶນ ກໍ່ຄືວິທີການຮ່ວມມື ເພື່ອຊຸກຍູ້ການປ່ຽນໃໝ່ ແລະ ຈິດໃຈດຳເນີນທຸລະກິດ, ບັນດາຂົງເຂດ ອາດຈະນຳມາໃຫ້ກາລະໂອກາດ ແລະ ຄວາມວັດທະນາຖາວອນໃຫ້ແກ່ແລວປາຊີຟິກ”. ຕາມທ່ານ Russel ແລ້ວ, ຮູບການຂອງກອງປະຊຸມຄືດັ່ງກ່າວ ສ່ອງແສງໃຫ້ເຫັນ “ການພົວພັນສ່ວນຕົວຢ່າງແຮງເຊິ່ງທ່ານປະທານາທິບໍດີ Obama ໄດ້ສ້າງຂຶ້ນສຳລັບການນຳແຕ່ລະຄົນ” ຂອງ ອາຊຽນ ແລະ ນີ້ແມ່ນໝາກຜົນແຫ່ງຄວາມມານະຍາຍາມບືນຕົວເຂົ້າສູ່ ອາຊີ ຂອງທ່ານປະທານາທິບໍດີ ອາເມລິກາ.
(ແຫຼ່ງຄັດຈາກ VOV)