Nouvelles

Vietnam : développer les îles et s’enrichir grâce à la mer


(ພາບປະກອບ)

ວັນ​ທີ 06/06, ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ (ສປຊ) ທີ່​ນະຄອນ​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ເລ​ຮ່ວາຍ​ຈູງ, ຫົວ​ໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ​ສປຊ, ສືບ​ຕໍ່​ສົ່ງ​ຈົດໝາຍ​ທາງ​ການຕໍ່​ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki moon.

        ໃນ​ຈົດໝາຍ​ທາງ​ການ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ສືບ​ຕໍ່​ຢືນຢັນ​ເລື່ອງຈີນ ຕັ້ງ​ຖານ​ເຈາະ​ນ້ຳມັນ ​​ໄຮ​ຢາງ 981 ແລະ ບັນດາ​ກຳ​ປັ່ນ​ປ້ອງ​ກັນ​ເຄື່ອນ​ໄຫວ​ຢ່າງ​ຜິດ​ກົດໝາຍ​​ໃນ​ເຂດ​ໄຫຼ່​ທະວີບ, ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ, ຈີນ​ໄດ້​ລ່ວງ​ລ້ຳອະທິປະ​ໄຕ ແລະ ສິດ​ອຳນາດ​ສານ​ຂອງ​ຫວຽດນາມ ຕາມ​ຂໍ້​ກຳນົດ​ຂອງ​ສົນທິສັນຍາ​ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ຢ່າງ​ຮ້າຍ​ແຮງ, ໃນ​ນັ້ນ​ຫວຽດນາມ ແລະ ຈີນ ລ້ວນ​ແຕ່​​ເປັນ​ສະມາຊິກ.

        ຈົດໝາຍ​ທາງ​ການ​ຢືນຢັນ​ວ່າ ຫວຽດນາມ ໄດ້​ມານະ​ພະຍາຍາມ​ແລກປ່ຽນ, ເຈລະຈາ​ກັບ​ຈີນ ແຕ່​ຝ່າຍ​ຈີນ ບໍ່​ພຽງ​ແຕ່ບໍ່​ຕອບ​ສະ​ໜອງ​ບັນດາ​ຂໍ້​ສະ​ເໜີ​​​ໂດຍເຈດ​ຕະນາ​ດີ​ນັ້ນ ຫາກຍັງ​​ເຄື່ອນຖານ​ເຈາະ​ນ້ຳມັນ ແລະ ບັນດາ​ກຳ​ປັ່ນ​ປ້ອງ​ກັນ​​ໄປ​ຍັງ​ຈຸດ​ອື່ນ ແຕ່​ຍັງ​ນອນ​ໃນ​ເຂດ​ເສດ​ຖະກິດ​ຈຳ​ເພາະ ແລະ ໄຫຼ່​ທະວີບ​ຂອງ​ຫວຽດນາມ ອີກ​ດ້ວຍ.

        ຈົດໝາຍ​ທາງ​ການ​ໄດ້​ຢ້ຳຄືນ​ຄວາມ​ຮຽກ​ຮ້ອງ​ເປັນ​ທຳ​ຂອງ​ຫວຽດນາມ ແມ່ນ​ຕັດສິນ​​ໃຈ​ຮຽກຮ້ອງ​ຈີນ ເຄົາລົບ​ກົດໝາຍ​ສາກົນ, ຢຸດຕິ​ບັນດ​າການ​ກະທຳ​ລ່ວງ​ລ້ຳ​ອະທິປະ​ໄຕ


Top