• Tiếng việt
  • English
  • 中文
  • Français
  • Русский
  • Español
  • 日本語
  • ພາສາລາວ
VNP
vnp
VNP
  • VNP
  • ເຫດການແລະບັນຫາ
  • ຂົວເຊື່ອມສຳພັນຖະໄມຕີ
  • ວັດທະນະທຳ-ສັງຄົມ
  • ເຄື່ອງໝາຍຫວຽດ
  • ຄວາມອາດສາມາດບົ່ມຊ້ອນຂອງທ້ອງຖິ່ນ
  • ທ່ອງທ່ຽວ
  • ພາບຊີວິດ
  • ເສດຖະກິດ
  • ຕາກ້ອງນັກເດີນທາງ
  • ແຟຊັ່ນ
  • ຊອກຮູ້ຫວຽດນາມ
  • ສິລະປະ
  • ອາຫານຫວຽດນາມ
  • ກິລາ
VNP

ຂົວເຊື່ອມສຳພັນຖະໄມຕີ

ສາຍໃຈສອງຊາດ ຫວຽດນ - ລາວ

10/10/2011 17:43  GMT+7

  • ອີເມວ
  • ພິມ (Print)
  • ປະກອບຄວາມເຫັນ

ໃນຄວາມຮູ້ສຶກອັນເລິກເຊິ່ງແຫ່ງຄວາມສາມັກຄີພິເສດ, ຄວາມຜູກພັນອັນກົມກ່ຽວໜຽວແໜ້ນ, ສັດຊື່ບໍລິສຸດຜ່ອງໃສເປັນມໍລະດົກອັນລ້ຳຄ່າຂອງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ຫວຽດ-ລາວ ອ້າຍນ້ອງ.  

          
Ảnh đẹp - Báo Ảnh
 ພິທິຕ້ອນຮັບຢ່າງເປັນທາງການສູງສຸດແຕ່ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່,
 ປະທານປະເທດແຫ່ງ ສປປ ລາວ ທີ່ສຳນັກງານປະທານປະເທດ

 

          ໃນຄວາມຮູ້ສຶກອັນເລິກເຊິ່ງແຫ່ງຄວາມສາມັກຄີພິເສດ, ຄວາມຜູກພັນອັນກົມກ່ຽວໜຽວແໜ້ນ, ສັດ ຊື່ບໍລິສຸດຜ່ອງໃສເປັນມໍລະດົກອັນລ້ຳຄ່າຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດ-ລາວ ອ້າຍນ້ອງ, ດຽວນີ້ ຍິ່ງໄດ້ຮັບການເພິ່ມພູນຄູນສ້າງ ພາຍຫຼັງການເດີນທາງຢ້ຽມຢາມ ຫວຽດນາມຢ່າງເປັນ ທາງການຂອງສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາ ຊົນປະຕິວັດລາວ, ປະທານປະເທດ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ.ໃນການຢ້ຽມຢາມ ແບບພິເສດດັ່ງກ່າວໄດ້ເກີດຂຶ້ນໃນຂອບແວດລ້ອມສຸດທີ່ພິເສດ. ນັ້ນແມ່ນການເດີນທາງຢ້ຽມຢາມຕ່າງປະ ເທດຄັ້ງທຳອິດພາຍຫຼັງສະຫາຍ ຈູມມາລີໄຊຍະສອນໄດ້ຖືກຮັບເລືອກເປັນເລຂາທິການໃຫຍ່ພັກ ປປ ລາວ, ປະທານປະເທດ ສປປ ລາວ ຄືນໃໝ່ອີກວາລະໜຶ່ງ ແລະ ແມ່ນການຢ້ຽມຢາມຄັ້ງທຳອິດຂອງປະມຸກຕ່າງ ປະເທດທີ່ມາຫວຽດນາມຫຼັງຈາກທີ່ພັກ, ລັດຖະບານ ແລະ ສະພາແຫ່ງຊາດ ສສ. ຫວຽດນາມຫາກໍເລືອກ ຕັ້ງຂັ້ນນຳໃໝ່.

Ảnh đẹp - Báo Ảnh
ສະຫາຍ ເຈືອງເຕິນຊາງ, ປະທານປະເທດໄດ້ພົບປະແລກປ່ຽນຄວາມເຫັນກັບສະຫາຍ ຈູມມາລີ ໄຊຍະສອນ,
ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ

 

Ảnh đẹp - Báo Ảnh
ສະຫາຍ ຫງວຽນຊິງຮຸ່ງ, ປະທານສະພາແຫ່ງຊາດແຫ່ງ  ສສ. ຫວຽດນາມໄດ້ພົບປະແລກປ່ຽນຄວາມເຫັນກັບ
ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ

 

Ảnh đẹp - Báo Ảnh
ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ
ຢ້ຽມຢາມອະດີດເລຂາທິການໃຫຍ່ ໂດ໋ເມື່ອຍ

          ດ້ວຍເຫດນັ້ນ, ໃນບົດປາໄສ ທີ່ງານລ້ຽງສະແດງຄວາມຂຳ່ນັບຮັບຕ້ອນສະຫາຍ ຈູມມາລີ ໄຊຍະ ສອນ, ເລຂາທິການໃຫຍ່, ປະທານປະເທດ ພ້ອມພັນລະຍາ ແລະຄະນະຜູ້ແທນຂັ້ນສູງ ສປປ ລາວ, ສະ ຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານພັກກອມູນິດຫວຽດນາມ ໄດ້ກ່າວເຖິງຄວາມ ຮູ້ສຶກວ່າ: “ພວກຂ້າພະເຈົ້າສຸດທີ່ຕື້ນຕັນໃຈເມື່ອໄດ້ຮູ້ວ່າ ສະຫາຍເລືອກຫວຽດນາມ ເປັນປະເທດທຳອິດທີ່ ໄປຢ້ຽມຢາມພາຍຫຼັງໄດ້ຖືກຮັບເລືອກເປັນເລຂາທິການໃຫຍ່, ປະທານປະເທດຄືນໃໝ່ອີກວາລະໜຶ່ງ. ການ ຢ້ຽມຢາມຂອງສະຫາຍແມ່ນເຫດການສຳຄັນໜຶ່ງທີ່ມີຄວາມໝາຍເລິກເຊິ່ງຕໍ່ສອງພັກ, ສອງລັດ ແລະປະຊາ ຊົນສອງຊາດພວກເຮົາ, ຊຶ່ງເກີດຂຶ້ນກົງກັບວັນເວລາຂອງເດືອນສິງຫາ-ລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດ ຂອງການປະຕິວັດສອງປະເທດ ແລະ ເປັນປີທຳອິດທີ່ສອງພັກ, ສອງລັດພວກເຮົາໄດ້ຜັນຂະຫຍາຍຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີໃນແຕ່ປະ ເທດ”.

Ảnh đẹp - Báo Ảnh
ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິ ການໃຫຍ່, ປະທານປະເທດແຫ່ງ  ສປປ ລາວ ວາງພວງມາລາ
ແລະ ຢ້ຽມຢາມສຸສານປະທານ ໂຮ່ຈີມິນ

          ພ້ອມກັນກັບການຮັບຮູ້ອັນເລິກເຊິ່ງລວມໃນຄວາມຮູ້ສຶກແບບພິເສດ ລະຫວ່າງ ສອງປະເທດ, ສະ ຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວສະແດງດ້ວຍ ຄວາມຈິງໃຈຕອນໜຶ່ງວ່າ:“… ພູອາດຈະເຈື່ອນ, ແມ່ນ້ຳອາດຈະບົກແຫ້ງ, ແຕ່ສາຍໃຈລາວ-ຫວຽດ ຈະໝັ້ນ ຄົງຂະໜົງແກ່ນຍິ່ງກວ່າພູ, ຍິ່ງກວ່າແມ່ນ້ຳ”.
          ປະຫວັດສາດຕົວຈິງໄດ້ພິສູດໃຫ້ເຫັນແລ້ວວ່າ ຕະຫຼອດຍ່ານທາງເກືອບເຄິ່ງສະຕະວັດຜ່ານມາ, ນັບຕັ້ງແຕ່ວັນທີ່ສອງຊາດຫວຽດນາມ-ລາວ ໄດ້ຮັບການສ້າງຕັ້ງສາຍພົວພັນທາງການທູດນຳກັນເມື່ອວັນທີ 5 ກັນຍາ 1962 ຈົນມາຮອດປະຈຸບັນນີ້, ສາຍພົວພັນພິເສດດັ່ງກ່າວນັ້ນ ຍາມໃດກໍໄດ້ຮັບການປັບປຸງ, ຮັດ ແໜ້ນ ແລະ ພັດທະນາຮອບດ້ານຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດຄື: ເສດຖະກິດ, ການເມືອງ, ວັດທະນະທຳ
-ສັງຄົມ, ການສຶກສາ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ.

Ảnh đẹp - Báo Ảnh
ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິ ການໃຫຍ່, ປະທານປະເທດແຫ່ງ  ສປປ ລາວ ຢ້ຽມຢາມ ແລະ ກ່າວປາໄສທີ່ສະຖາບັນ ການເມືອງ-ການປົກຄອງແຫ່ງຊາດ ໂຮ່ຈີມິນ, ຮ່ວມດ້ວຍສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ

 
Ảnh đẹp - Báo Ảnh
ປະຊາຊົນທຸກຖ້ວນໜ້າຂອງນະຄອນ ດ່ານັງ ປິຕິຊົມຊື່ນຕ້ອນຮັບສະຫາຍ ຈູມມາລີ ໄຊຍະ ສອນ, ເລຂາທິ ການໃຫຍ່,
ປະທານປະເທດແຫ່ງ  ສປປ ລາວ ທີ່ສະໜາມບິນສາກົນ ດ່ານັງ

Ảnh đẹp - Báo Ảnh
ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິ ການໃຫຍ່, ປະທານປະເທດແຫ່ງ  ສປປ ລາວ
ລົງຢ້ຽມຢາມສະຫະບໍລິສັດຫຸ້ນສ່ວນຕັດຫຍິບ ຮວ່າຖໍ້-ດ່ານັງ

          ໃນໄລຍະຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ໄປເຖິງໃສ, ສະຫາຍເລຂາທິການໃຫຍ່, ປະ ທານປະເທດ ຈູມມາລີ ໄຊຍະສອນ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງລາວ ກໍໄດ້ຮັບການ ຕ້ອນຮັບຢ່າງສະໜິດສະໜົມ ແລະ ເຕັມໄປດ້ວຍ ກຳລັງໃຈນັບຕັ້ງແຕ່ວິນາທີທຳອິດ.
          ໃນໂອກາດນີ້, ບັນດາສະຫາຍ ເຈືອງເຕິນຊາງ, ປະທານປະເທດ , ສະຫາຍ ຫງວຽນເຕິນຢຸງ ນາ ຍົກລັດຖະມົນຕີ ແລະ ສະຫາຍ ຫງວຽນຊິງຮຸ່ງ , ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສະຫງວນເວ ລາຫຼາຍໃຫ້ແກ່ການພົບປະແລກປ່ຽນຄວາມເຫັນ ແລະ ເຮັດວຽກກັບ ສະຫາຍ ຈູມມາລີ ໄຊຍະສອນ, ເລ ຂາທິການໃຫຍ່, ປະທານປະເທດ. ບັນດາການພົບປະ ແລະ ເຮັດວຽກໄດ້ເກີດຂຶ້ນໃນບັນຍາກາດອັນເຕັມ
ໄປດ້ວຍນ້ຳໃຈໄມຕີ, ຄວາມສາມັກຄີຖານອ້າຍນ້ອງ.
                                                                                    ບົດ: ຖ໋າຍຮວ່າ - ພາບ: ຂ່າວສານຫວຽດນາມ

  • ອີເມວ
  • ພິມ (Print)
  • ປະກອບຄວາມເຫັນ
ບັນດາບົດທີ່ຖືກນຳສະເໜີ
  • ລະນຶກ 60 ປີ ແຫ່ງວັນປົດປ່ອຍ ແຂວງຫົວພັນ[14/05/2013 10:40]
  • ຕັດສິນໃຈບຸກທະລຸເພ່ືອພັດທະນາ ປະເທດຊາດໃຫ້ເຕີບໃຫຍ່ ຂະຫຍາຍຕົວ[10/10/2011 19:28]
  • ຍົກສູງສາຍພົວພັນ ສາມັກຄີພິເສດຫວຽດນາມ - ລາວ ຂຶ້ນສູ່ລະດັບໃໝ່[10/10/2011 18:26]
  • ຫວຽດນາມ-ລາວ ຈິດໃຈແນ່ວແນ່ສັດຊ່ືບໍລິສຸດ[09/10/2011 19:10]
  • ເສັ້ນທາງພູຫຼວງ-ສັນຍາລັກແຫ່ງ ຄວາມສາມັກຄີພິເສດ ຫວຽດນາມ-ລາວ[08/10/2011 18:46]
  • ອານາສະໝັກຊາວໜຸ່ມ ນະຄອນຫຼວງຮ່າໂນ້ຍ ບົນດິນແດນລ້ານຊ້າງ[29/09/2011 19:44]
  • ນະຄອນຫຼວງວຽງຈັນ ໃນວັນມ່ວນຊ່ືນຄົບຮອບ 450 ປີ[29/09/2011 19:35]
  • ຂົວຕໍ່ໃຫ້ແກ່ ວິສາຫະກິດລາວ ແລະ ຫວຽດນາມ[29/09/2011 17:32]
ຊອກຫາຂໍ້ມູນຂ່າວກ່ຽວກັບບົດອື່ນໆ
ຂ່າວສັ້ນ
ກອງປະຊຸມລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດກ່ຽວກັບການພັດທະນາ ແລວເສດຖະກິດຕາເວັນອອກ-ຕາເວັນຕົກ ຄັ້ງທີ 2
ກອງປະຊຸມລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດກ່ຽວກັບການພັດທະນາ ແລວເສດຖະກິດຕາເວັນອອກ-ຕາເວັນຕົກ ຄັ້ງທີ 2

ສະຫຼອງການສຳເລັດ ແລະ ມອບຮັບສຳນັກພິມຈຳໜ່າຍປຶ້ມ ແຫ່ງຊາດລາວ
ສະຫຼອງການສຳເລັດ ແລະ ມອບຮັບສຳນັກພິມຈຳໜ່າຍປຶ້ມ ແຫ່ງຊາດລາວ

ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ມີການພົບປະ ແລກປ່ຽນຄຳຄິດຄຳເຫັນ ກັບທ່ານປະທານາທິບໍດີ ວາລາດີເມຍ ປູຕີນ
ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ມີການພົບປະ ແລກປ່ຽນຄຳຄິດຄຳເຫັນ ກັບທ່ານປະທານາທິບໍດີ ວາລາດີເມຍ ປູຕີນ

ຫວຽດນາມ ຄັດຄ້ານ ເລື່ອງຈີນ ຫ້າມການປະມົງ ຢູ່ເຂດທະເລຕາເວັນອອກ
ຫວຽດນາມ ຄັດຄ້ານ ເລື່ອງຈີນ ຫ້າມການປະມົງ ຢູ່ເຂດທະເລຕາເວັນອອກ

ບໍລິການຮູບພາບ
Multimedia
VNP Non nước Tràng An
VNP Mùa hoa mận Mộc Châu
VNP Kỳ thú Hạ Long
VNP DK1-Vững vàng nơi đầu sóng
VNP Hội làng Đồng Kỵ
VNP Mùa hoa tam giác mạch
VNP Chùa Một Cột - Ngôi chùa cổ có kiến trúc độc đáo nhất châu Á
VNP Làng bánh chưng Tranh Khúc
VNP Thổ cẩm Sa Pa
VNP Khám phá Pù Luông (tỉnh Thanh Hóa)
VNP Sen Đồng Tháp Mười (tỉnh Long An)
VNP Chào đón năm mới 2013
VNP Dấu ấn Hà Nội - Điện Biên Phủ trên không
VNP Chợ cá bến Hàm Tử
VNP Hà Nội chờ đón Noel
VNP Hà Nội mờ sương
VNP Đèn lồng phố Hội
VNP Chợ đêm Long Biên, Hà Nội
VNP Đêm bài chòi phố Hội
VNP Hải Âu hòn Sam
VNP Cốm Mễ Trì
VNP Bên dòng Nhật Lệ
VNP Đồng muối Ninh Thuận
VNP Sen hạ
VNP Phượng gọi hè
VNP Lướt sóng Bình Thuận
VNP Làng quê xứ Huế
VNP Nha Trang biển gọi
VNP Người Mông đá bóng
VNP Mobile lên núi
VNP Bảo tàng lịch sử Việt Nam
VNP Hội Gióng
VNP Khai trương Báo điện tử tiếng Lào đầu tiên tại Việt Nam
VNP Gạo quê
VNP Hà Nội mùa thu
VNP Non cao Suối Giàng - Yên Bái
VNP Mộc Châu, vui ngày hội độc lập
VNP Trên những nẻo đường... Xe đạp
VNP Phiên chợ Dào San - Phong Thổ, Lai Châu
VNP Hội An mùa nước nổi
VNP Kiệt tác Thành nhà Hồ
VNP Nét thanh lịch của người Hà Nội
VNP Tục kéo vợ của người Dao Đỏ ở Lai Châu
VNP Làng chài Cửa Vạn
VNP Bên phá Tam Giang
VNP Lá phiếu vùng cao
VNP Cánh diều tuổi thơ
VNP Trên đồng lúa Việt
VNP Hà Nội và tôi
VNP Nét ca trù Hà Thành
VNP Đám cưới người Dao Tiền
VNP Du xuân trên Thành phố Hồ Chí Minh
VNP Lễ hội chọi trâu Hải lựu
VNP Trẻ em dân tộc Lự chơi Tết
VNP Sa Pa, mùa đông tuyết trắng
VNP Hoa xuân Tây Bắc
VNP Lễ hội Cồng Chiêng - Tây Nguyên
VNP Làng cổ Cự Đà
VNP Một thoáng Hạ Long
VNP Trên cao nguyên Hà Giang
VNP Chợ nổi miền Tây
VNP Làng nghề Sơn mài Hà Thái
VNP Sức sống Trường Sa
VNP Thăng Long phố hội
ຂໍ໊ມູນຂ່າວສານທີ່ຈຳເປັນ
ດິນຟ້າອາກາດ ອັດຕາການແລກປ່ຽນ ພິທີງານບຸນ
Mostly Cloudy

Mostly Cloudy

ລະຫັດ ຊື້ ຂາຍ
AUD 20260.52 20697.82
CAD 20118.57 20615.01
CHF 21349.65 21832.42
EUR 26735 27229.86
GBP 31545.78 32194.65
HKD 2658.89 2729.9
JPY 201.3 206.47
SGD 16439.57 16878.7
THB 690.39 720.97
USD 20950 21020
| ເຫດການແລະບັນຫາ | ຂົວເຊື່ອມສຳພັນຖະໄມຕີ | ວັດທະນະທຳ-ສັງຄົມ | ເຄື່ອງໝາຍຫວຽດ | ຄວາມອາດສາມາດບົ່ມຊ້ອນຂອງທ້ອງຖິ່ນ | ທ່ອງທ່ຽວ | ພາບຊີວິດ | ເສດຖະກິດ | ຕາກ້ອງນັກເດີນທາງ | ແຟຊັ່ນ | ຊອກຮູ້ຫວຽດນາມ | ສິລະປະ | ອາຫານຫວຽດນາມ | ກິລາ
ຜູ້ສະໜອງຂ່າວສານ(ICP): ສຳນັກຂ່າວສານຫວຽດນາມ | ISSN: 1606-0261 | ໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ອອກໃບອະນຸຍາດ
ເລກທີ18/GP-BTTTT ລົງວັນທີ 5 ມັງກອນ 2012 ອົງການຄວບຄຸມ: ສຳນັກຂ່າວສານຫວຽດນາມ | ຮັບຜິດຊອບຕົ້ນຕໍ: ຫົວໜ້າບັນນາທິການໃຫຍ່ ຫງວຽນຖັ໋ງ
ເລກທີ: 79 ຫຼີເຖື່ອງກຽດ, ເມືອງຮວ່ານກ໋ຽມ-ຮ່າໂນ້ຍ | ໂທ: (84.4) 39332303 | ແຟັກ: (84.4) 39332291 | ອີເມວ vietnamvnp@gmail.com
C ສະຫງວນລິຂະສິດ ຂ່າວພາບຫວຽດນາມ