• Tiếng việt
  • English
  • 中文
  • Français
  • Русский
  • Español
  • 日本語
  • ພາສາລາວ
VNP
vnp
VNP
  • VNP
  • ເຫດການແລະບັນຫາ
  • ຂົວເຊື່ອມສຳພັນຖະໄມຕີ
  • ວັດທະນະທຳ-ສັງຄົມ
  • ເຄື່ອງໝາຍຫວຽດ
  • ຄວາມອາດສາມາດບົ່ມຊ້ອນຂອງທ້ອງຖິ່ນ
  • ທ່ອງທ່ຽວ
  • ພາບຊີວິດ
  • ເສດຖະກິດ
  • ຕາກ້ອງນັກເດີນທາງ
  • ແຟຊັ່ນ
  • ຊອກຮູ້ຫວຽດນາມ
  • ສິລະປະ
  • ອາຫານຫວຽດນາມ
  • ກິລາ
VNP

ວັດທະນະທຳ-ສັງຄົມ

ລັດຖະພິທີເສັ້ນໄຫວ້ຂອງຊາວຫວຽດນາມ

19/06/2012 09:02  GMT+7

  • ອີເມວ
  • ພິມ (Print)
  • ປະກອບຄວາມເຫັນ

ຕາມການສັງເກດຂອງນັກຄົ້ນຄວ້າຫຼາຍຄົນ, ຍາກທີ່ເຫັນປະເທດໃດໃນໂລກ ມີລັດຖະພິທີເສັ້ນໄຫວ້ຄືຫວຽດນາມ. ຜ່ານການເວລາມາເປັນເວລາພັນໆປີ, ຄວາມເຊື່ອຖືສັກກະລະບູຊາເຈົ້າຊີວິດຮຸ່ງຍັງຍືນຍົງຄົງຢູ່ ແລະ ກຳລັງແຜ່ຂະ ຫຍາຍຢ່າງກວ້າງຂວາງ, ມັນສົມທີ່ກາຍເປັນມໍລະດົກຂອງໂລກ.  

ຕາມພົງສາວະດານໃຫ້ຮູ້ວ່າ ຫ່າງຈາກນີ້ກວ່າ 2.000 ປີກ່ອນຄຣິດຕະສັກກະຫຼາດ, ຄວາມຮັກລະຫວ່າງພະບິດາຫຼາກລອງກວນ ແລະ ພະ ມານດາເອົາເກີ ໃຫ້ກຳເນີດລູກ 100 ຄົນ, ລູກ 50 ຄົນລົງທະເລນຳພໍ່, 50 ຄົນຂຶ້ນພູນຳແມ່. ຜູ້ເປັນລູກກົກໄປນຳແມ່ ອາໄສທີ່ຟອງເຈົາ (ປະຈຸບັນແມ່ນແຂວງຟູເຖາະ) ແລະ ສ້າງຕັ້ງຂຶ້ນປະເທດວັນລາງ, ຊົງພະນາມວ່າ ຮຸ່ງເວືອງ. ແຕ່ນັ້ນໄປ, ເລື່ອງລາວ ກ່ຽວກັບ “ລູກຫຼານເທບ ແລະ ນາຄີ” ແລະ ປະຫວັດຄວາມເປັນມາຂອງການສ້າງສາປະເທດຊາດຂອງຊາວຫວຽດໄດ້ກໍ່ຮ່າງສ້າງຕົວຂຶ້ນ.
 
ກົງກັບວັນທີ 10 ມີນາຕາມຈັນທະປະຕິທິນຂອງຫວຽດ, ເຂດຮ່ອງຮອຍປະຫວັດສາດ
ວິຫານຮຸ່ງໄດ້ຕ້ອນຮັບປະຊາຊົນທີ່ມາຈາກທົ່ວທຸກບ່ອນເຂົ້າຮ່ວມນະມັດສະການ. ພາບ: ຮວ່າງກວາງຮ່າ


ປີ 2012, ມີປະຊາຊົນ 6 ລ້ານຖ້ຽວຄົນ ມາຮ່ວມງານບຸນວິຫານຮຸ່ງຢູ່ແຂວງຟູເຖາະ. ພາບ: ຈິງວັນໂບ້
ເລື່ອງລາວກ່ຽວກັບເຈົ້າຊີວິດຮຸ່ງຍືນຍົງຄົງຕົວ ໃນຈິດສຳນຶກຂອງປະຊາຊົນມາເປັນພັນໆ ປີ ແລະ ລາຊະວົງຮຸ່ງໄດ້ຖືເປັນບັນພະບຸລຸດຂອງຊາວ ຫວຽດ. ແຕ່ກ່ອນມາ, ພາບພົດລາຊະວົງຮຸ່ງພ້ອມກັນປະເທດວັນລາງກາຍເປັນແຫຼ່ງກຳລັງໃຈທີ່ໝັ້ນຄົງຂະໜົງແກ່ນຂອງຊາວຫວຽດນາມ ໃນ ພາລະກິດສ້າງສາ ແລະ ປົກປ້ອງປະເທດຊາດ. ເລີ່ມແຕ່ຮີດປະເພນີສັກກະລະບູຊາບັນພະບຸລຸດ ແລະ ຄວາມກະຕັນຍູຮູ້ຄຸນ “ໄດ້ກິນເຂົ້າຄິດເຖິງ ຄຸນນາ ໄດ້ກິນປາຄິດເຖິງຄຸນນ້ຳ”, ຮີດປະເພນີສັກກະລະບູຊາເຈົ້າຊີວິດຮຸ່ງ ໄດ້ສັນສ້າງຂຶ້ນເພື່ອລຳລຶກເຖິງຄຸນງາມຄວາມດີ ຂອງລາຊະວົງຮຸ່ງ ໃນພະລາຊະກິດສ້າງບ້ານແປງເມືອງ, ງານບຸນດັ່ງກ່າວໄດ້ຈັດຂຶ້ນເປັນປະເພນີປະຈຳປີທີ່ວິຫານຮຸ່ງຢູ່ແຂວງຟູເຖາະ ກົງກັບວັນທີ 10 ມີນາ ຕາມ ຈັນທະປະຕິທິນຫວຽດນາມ.
ຕາມການສັງເກດຂອງນັກຄົ້ນຄວ້າຫຼາຍຄົນ, ຮີດປະເພນີສັກກະລະບູຊາລາຊະວົງຮຸ່ງມີມາແຕ່ປາງກ່ອນ ແລະ ໄດ້ກໍ່ຮ່າງສ້າງຕົວຂຶ້ນຢ່າງເດັ່ນຊັດ ໃນສະຕະວັດທີ XV. ປີ 1470, ເຈົ້າຊີວິດ ເລແທງຕົງ ໄດ້ເຄົາລົບບູຊາເຈົ້າຊີວິດຮຸ່ງເປັນ “ບັນພະບຸລຸດຂອງຊາວຫວຽດຕະຫຼອດການ”. ຜ່ານ ວຽກງານດັ່ງກ່າວ, ເຈົ້າຊີວິດ ເລແທງຕົງ ໄດ້ຖືເປັນຜູ້ທີ່ມີຄຸນງາມຄວາມດີໃນການສ້າງ “ວັນງານຫຼວງ” ຂຶ້ນຢ່າງເປັນທາງການ. ໃນສະໄໝລາດຊະວົງ ຫງວຽນ (ສະຕະວັດທີ XIX), ກົງກັບວັນທີ 10 ມີນາຕາມຈັນທະປະຕິທິນ, ບັນດາເຈົ້າຊີວິດຫງວຽນຕ້ອງຝາກເຂົ້າໜຽວ 3 ປ່ອງ (ປະມານ 18 ກິໂລກຼາມ) ເພື່ອເຮັດເຂົ້າໜຽວຖວາຍບູຊາເຈົ້າຊີວິດຮຸ່ງ. ປະຈຸບັນທີ່ເຂດປູຊະນີຍະສະຖານວິຫານຮຸ່ງຢູ່ຟູເຖາະຍັງມີເຂດ ຮ່ອງຮອຍປະຫວັດສາດຫຼາຍແຫ່ງທີ່ມີອາຍຸແຕ່ສະຕະວັດທີ III ກ່ອນຄຣິດຕະສັກກະຫຼາດທີ່ກ່ຽວພັນເຖິງສັກກະລະບູຊາລາຊະວົງຮຸ່ງຄື: ຫໍເຍຍ ເຖື່ອງ, ຫໍເຍຍຈຸງ, ຫໍເຍຍຢ໋ຽງ, ສຸສານເຈົ້າຊີວິດຮຸ່ງ… ສິ່ງດັ່ງກ່າວພິສູດໃຫ້ຂໍ້ສັງເກດທີ່ກ່າວມາຂ້າງເທິງນັ້ນແມ່ນມີພື້ນຖານ.

ຂະບວນແຫ່ເຄື່ອງນະມັດສະການລາດຊະວົງຮຸ່ງ. ພາບ: ຮວ່າງກວາງຮ່າ

ຂະບວນແຫ່ຄະທາມູນເຊື້ອໃນພິທີສັກກະລະບູຊາເຈົ້າຊີວິດຮຸ່ງ

ຂະບວນແຫ່ທຸງທີວມູນເຊື້ອໃນພິທີສັກກະລະບູຊາ
ເຈົ້າຊີວິດຮຸ່ງ. ພາບ: ຮວ່າງກວາງຮ່າ

ຂະບວນແຫ່ສະລ່ຽງມູນເຊື້ອໃນບຸນວິຫານຮຸ່ງ.
ພາບ: ຮວ່າງກວາງຮ່າ
ຄວາມເຊື່ອຖືສັກກະລະບູຊາເຈົ້າຊີວິດຮຸ່ງ ມີກຳລັງແຜ່ຂະຫຍາຍຢ່າງກວ້າງຂວາງແຕ່ຄຸ້ມບ້ານເຖິງທົ່ວປະເທດ, ຂຶ້ນກັບການຂະຫຍາຍວັດທະນະ ທຳ ແລະ ວິວັດການເປີດກວ້າງອອກສູ່ທົ່ວປະເທດຂອງແຕ່ລະສະໄໝ. ລັດຖະບານ, ປະຊາຄົມບັນດາເຜົ່າດ້ວຍຄວາມເຄົາລົບນັບຖືລາຊະວົງຮຸ່ງ ໄດ້ສ້າງບັນດາຮີດພິທີມູນເຊື້ອຕົວຈິງ, ເໝາະກັບສັນຍະລັກວັດທະນະທຳມູນເຊື້ອໃນສັກກະລະບູຊາເຈົ້າຊີວິດຮຸ່ງ, ແຕ່ກີ້ແຕ່ກ່ອນ, ຊາວບ້ານ ເລີມທາວ (ແຂວງຟູເຖາະ) ໄດ້ເຄົາລົບນັບຖືເຈົ້າຊີວິດຮຸ່ງເປັນເຈົ້າທີ່ບ້ານ, ຂະບວນແຫ່ແຕ່ຫໍບູຊາຢູ່ເທິງຈອມພູເງ້ຍລິງມາກິນບຸນປີໃໝ່ນຳຊາວ ບ້ານໄດ້ຈັດຂຶ້ນເປັນປະຈຳປີ. ໃກ້ຈະຮອດວັນທີ 10 ມີນາຕາມຈັນທະປະຕິທິນຂອງຫວຽດ, ປະຊາຊົນຢູ່ຕາມຕາແສງຮຸ່ງໂລ, ຈູຮວ໋າ, ຕຽນກຽນ, ຮີເກືອງ…ຢູ່ໃນເຂດຮ່ອງຮອຍປະຫວັດສາດວິຫານຮຸ່ງໄດ້ດຳເນີນພິທີແຫ່ສະລ່ຽງ ແລະ ຖວາຍເຄື່ອງບູຊາແດ່ລາຊະວົງຮຸ່ງ .
ຕາມຮີດພິທີແຫ່ສະລ່ຽງ, ອັນໃດໄດ້ຮັບລາງວັນສູງສຸດຈະມີກຽດໄດ້ແຫ່ເຄື່ອງນະມັດສະການເຂົ້າຕົ້ມ ແລະ ເຂົ້າໜົມປຽກປູນຂຶ້ນຈອມພູເງ້ຍລິງ ເພື່ອບູຊາແດ່ລາຊະວົງຮຸ່ງໃນຕອນເຊົ້າກົງກັບວັນທີ 10 ມີນາ ຕາມຈັນທະປະຕິທິນ. ອັນໃດໄດ້ຮັບລາງວັນຮອງລົງມາຈະແຫ່ອ້ອມຮອບງານບຸນ ເພື່ອໃຫ້ທຸກຄົນຊົມເບິ່ງ ແລະ ສ້າງບັນຍາກາດຄຶກຄື່ນໃຫ້ແກ່ງານບຸນ. ນອກຈາກການບູຊາລາຊະວົງຮຸ່ງ, ປະຊາຊົນຍັງບູຊາບັນດາພະລາຊິນິ, ລາຊະກຸມມານຂອງເຈົ້າຊີວິດຮຸ່ງອີກດ້ວຍ. ປະຈຸບັນບັນດາຮີດພິທີດັ່ງກ່າວຍັງໄດ້ຮັກສາເອົາໄວ້ຢ່າງຄົບຖ້ວນ.
ຕິດພັນກັບຄວາມເຊື່ອຖືສັກກະລະບູຊາເຈົ້າຊີວິດຮຸ່ງ, ປະຈຸບັນຊາວບ້ານຟູເຖາະຍັງຮັກສາບັນດາມໍລະດົກວັດທະນະທຳຕ່າງໆ ຄື: ເລື່ອງລາວ,
ຮີດຄອງປະເພນີ, ພິທີກຳ, ງານບຸນ, ການກິນດື່ມ, ການລະຫຼີ້ນພື້ນເມືອງ…ຕົວຢ່າງຄືສິລະປະຂັບຊວານ (ຢູແນັສໂກ ໄດ້ຮັບຮອງເປັນມໍລະດົກ ວັດທະນະທຳທີ່ບໍ່ເປັນວັດຖຸຂອງໂລກ), ບຸນຈໍ່ຈາມຢູ່ຕາແສງຕືສາ, ການແຂ່ງຂັນຫໍ່ເຂົ້າຕົ້ມ, ຕຳ່ເຂົ້າໜົມປຽກປູນຢູ່ຕາແສງກີມດຶກ…

ພິທີສັກກະລະບູຊາພະບິດາຫຼາກລອງກວນທີ່ຫໍບູຊາ
ພະບິດາຫຼາກລອງກວນຢູ່ເຂດຮ່ອງຮອຍປະຫວັດສາດວິຫານຮຸ່ງ, ແຂວງຟູເຖາະ. ພາບ: ຈິງວັນໂບ້

ພິທີນະມັດສະການທີ່ຫໍບູຊາພະບິດາຫຼາກລອງກວນ. ພາບ: ຮວ່າງກວາງຮ່າ

ຮີດພິທີຖວາຍເຫຼົ້າທີ່ພິທີສັກກະນະບູຊາພະບິດາຫຼາກລອງກວນ. ພາບ: ຮວ່າງກວາງຮ່າ

ພິທີສັກກະລະບູຊາພະມານດາເອົາເກີທີ່ຫໍບູຊາພະມານດາເອົາເກີ
ຢູ່ເຂດຮ່ອງຮອຍປະຫວັດສາດວິຫານຮຸ່ງ, ແຂວງຟູເຖາະ. ພາບ: ຮວ່າງກວາງຮ່າ

ທີ່ຫໍບູຊາພະມານດາເອົາເກີ. ພາບ: ຮວ່າງກວາງຮ່າ

ຮີດພິທີນະມັດສະການທີ່ພິທີສັກກະນະບູຊາພະມານດາເອົາເກີ. ພາບ: ຮວ່າງກວາງຮ່າ

ຮີດພິທີຖວາຍດອກໄມ້ ແລະ ເຄື່ອງນະມັດສະການຢູ່ພິທີສັກກະນະບູຊາພະມານດາເອົາເກີ. ພາບ: ຮວ່າງກວາງຮ່າ
ປະຈຸບັນ, ງານບຸນສັກກະລະບູຊາເຈົ້າຊີວິດຮຸ່ງ ແລະ ບຸນວິຫານຮຸ່ງມີກຳລັງແຜ່ຂະຫຍາຍຢ່າງກວ້າງຂວາງ. ແຕ່ລະປີ, ກົງກັບວັນທີ 10 ມີນາ ຕາມຈັນທະປະຕິທິນຂອງຫວຽດ, ຊາວຫວຽດນາມຢູ່ພາຍໃນ ແລະ ຕ່າງປະເທດມານະມັດສະການບົນດິນແດນບັນພະບຸລຸດຟູເຖາະນັບຈຳນວນ ເປັນຫຼາຍຫຼ້ານຄົນ. ໃນໂອກາດນີ້, ບັນດາແຂວງໃນທົ່ວປະເທດ ແລະ ວົງສາຄະນາຍາດບັນດາເຜົ່າຫວຽດນາມຢູ່ພາຍໃນ ແລະ ຕ່າງປະເທດ ສ່ວນຫຼາຍໄດ້ຈັດງານບຸນສັກກະລະບູຊາເຈົ້າຊີວິດຮຸ່ງຕາມຄວາມສາມາດຂອງຕົນ. ຕາມສະຖິຕິຂອງກະຊວງຖະແຫຼງຂ່າວວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ນອກຈາກວິຫານຮຸ່ງຢູ່ຟູເຖາະ, ທົ່ວປະເທດມີເຂດບູຊາ ເຈົ້າຊີວິດຮຸ່ງ ແລະ ບັນດາຜູ້ທີ່ກ່ຽວຂ້ອງເຖິງສະໄໝເຈົ້າຊີວິດຮຸ່ງ ທັງໝົດ 1.417 ແຫ່ງ. ໃນນັ້ນ ແຂວງຟູເຖາະ ມີ 326 ແຫ່ງ, ຮ່າໂນ້ຍ 425 ແຫ່ງ, ບັກນິງ 168 ແຫ່ງ, ຫວິີງຟຸກ 62 ແຫ່ງ, ນະຄອນ ໂຮ່ຈີມິນ 14 ແຫ່ງ. ຫຼາຍປີຜ່ານມາ, ເພື່ອຕອບສະໜອງໃຫ້ແກ່່ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ລັດຖະບານໄດ້ອອກມະຕິຕົກລົງ ທີ່ສຳຄັນຫຼາຍຂໍ້ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍລັກສະນະ ກໍຄືຄວາມສຳຄັນຂອງງານບຸນສັກກະລະບູຊາເຈົ້າຊີວິດຮຸ່ງຄື: ການກຳນົດ ວັນບູຊາເຈົ້າຊີວິດຮຸ່ງເປັນໜຶ່ງໃນ 5 ລັດຖະພິທີງານບຸນ, ອະນຸມັດຜ່ານໂຄງການຈັດຕັ້ງງານບຸນສັກກະລະບູຊາວິຫານຮຸ່ງຕາມລະດັບຊາດ, ອະນຸຍາດໃຫ້ຜູ້ອອກແຮງງານໄດ້ພັກມື້ໜຶ່ງເນື່ອງໃນວັນບຸນດັ່ງກ່າວ…ລັດຖະບານພ້ອມກັບປະຊາຊົນມີຄວາມເອົາໃຈໃສ່ ແລະ ລົງທຶນໃຫ້ແກ່ ວັນບຸນທີ່ສຳຄັນດັ່ງກ່າວຢ່າງຫຼວງຫຼາຍ. ຍ້ອນແນວນັ້ນ ງານບຸນສັກກະລະບູຊາວິຫານຮຸ່ງໄດ້ຈັດຂຶ້ນໃນບັນຍາກາດທີ່ເຄັ່ງຂຶມ ແລະ ເຄົາລົບນັບຖື ຕາມລັດຖະພິທີ.
ໃນງານບຸນສັກກະລະບູຊາເຈົ້າຊີວິດຮຸ່ງປີນີ້ ທີ່ໄຂຂຶ້ນຢູ່ຟູເຖາະ, ມີປະຊາຊົນກວ່າ 6 ລ້ານຖ້ຽວຄົມມາເຂົ້າຮ່ວມ, ເພີ່ມເກືອບ 1 ລ້ານຖ້ຽວຄົມ ທຽບກັບປີ 2011. ສິ່ງດັ່ງກ່າວນັ້ນ ໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອຖືສັກກະລະບູຊາເຈົ້າຊີວິດຮຸ່ງມີກຳລັງຊີວິດອັນແຮງກ້າ ແລະ ແຜ່ກວ້າງ ໃນວົງສາຄະນາຍາດບັນດາເຜົ່າຫວຽດນາມທີ່ຢູ່ພາຍໃນ ແລະ ຕ່າງປະເທດ.
ເນື່ອງໃນໂອກາດນີ້, ຄະນະຜູ້ແທນຕາງໜ້າໃຫ້ສະມາຄົມຊາວຫວຽດນາມຢູ່ 22 ປະເທດໃນໂລກກໍໄດ້ມາເຂົ້າຮ່ວມ. ນາງ ເລທິເຟືອງມາຍ, ຊາວຫວຽດນາມຢູ່ ສ.ຣັດເຊຍ ໃຫ້ຮູ້ວ່າ “ໄດ້ກັບບ້ານເກີດເມືອງນອນ ແລະ ເຂົ້າຮ່ວມໃນງານບຸນສັກກະລະບູຊາເຈົ້າຊີວິດຮຸ່ງຫຼັງ 30 ປີ, ຂ້າ ພະເຈົ້າຮູ້ສຶກວ່າ ຊາວຫວຽດນາມຢູ່ຕ່າງປະເທດ ແລະ ບ້ານເກີດເມືອງນອນບໍ່ມີລະຍະຫວ່າງອີກແລ້ວ. ສິ່ງດັ່ງກ່າວເປັນກຳລັງລະດົມໃຈສຳລັບ ພວກຂ້າພະເຈົ້າ, ເຖິງວ່າໄປໃສ, ຢູ່ໃສກໍຕາມ, ຍາມໃດກໍຊີ້ໃສ່ສູ່ກົກເຄົ້າເຫງົ້າມູນຂອງຊາດ”.

ການແຂ່ງຂັນຫໍ່ເຂົ້າຕົ້ມເປັນເຄື່ອງນະມັດສະການລາຊະວົງຮຸ່ງ. ພາບ: ຈິງວັນໂບ້

ຕີກອງທອງໃນບຸນວິຫານຮຸ່ງ. ພາບ: ຮວ່າງກວາງຮ່າ

ມໍລະດົກວັດທະນະທຳໂລກຂັບຊວານ, ເປັນຮູບແບບສິລະປະໜຶ່ງ
ທີ່ຕິດພັນກັບຄວາມເຊື່ອຖືສັກກະລະບູຊາເຈົ້າຊີວິດຮຸ່ງ. ພາບ: ຮວ່າງກວາງຮ່າ

ການແຂ່ງຂັນຕຳ່ເຂົ້າໜົມປຽກປູນ
ເປັນເຄື່ອງນະມັດສະການລາດຊະວົງຮຸ່ງ. ພາບ: ຮວ່າງກວາງຮ່າ

ປະຊາຊົນແຕ່ງຕົວເປັນບັນດາຕົວລະຄອນໃນເລື່ອງນິທານ
ມາເຂົ້າຮ່ວມໃນບຸນວິຫານຮຸ່ງ. ພາບ: ຮວ່າງກວາງຮ່າ
ອາດສາມາດເວົ້າໄດ້ວ່າ ຄຸນຄ່າເດັ່ນຊັດຂອງ ຄວາມເຊື່ອຖືສັກກະລະບູຊາເຈົ້າຊີວິດຮຸ່ງໄດ້ສະແດງອອກຜ່ານການປົກປັກຮັກສາ, ສືບທອດກັນມາ ແຕ່ສະໄໝນີ້ ຫາສະໄໝອື່ນຢ່າງຕໍ່ເນື່ອງ, ຄົບຖ້ວນດ້ວຍຄຸນຄ່າທາງດ້ານມະໂນຈິດ, ວັດທະນະທຳພິເສດ ແລະ ຍັງດຶງດູດການເຂົ້າຮ່ວມຂອງປະ ຊາຊົນເປັນຈຳນວນຫຼວງຫຼາຍ. ນັ້ນກໍເປັນມາດຕະຖານທີ່ເໝະສົມກັບຄວາມຮຽກຮ້ອງຕ້ອງການຂອງຢູແນັສໂກ, ເປັນຕົ້ນໃນສະໄໝການເຊື່ອມ ໂຍງ ກໍຄືປັດຈຸບັນ. ສະນັ້ນ ຄວາມເຊື່ອຖືສັກກະລະບູຊາເຈົ້າຊີວິດຮຸ່ງໄດ້ຮັບການປັບປຸງສຳເນົາໃຫ້ຄົບຖ້ວນບໍລິບູນເພື່ອສະເໜີອົງການຢູແນັສໂກ ຮັບຮອງເປັນມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງໂລກ.
ເວົ້າເຖິງຄວາມເຊື່ອຖືສັກກະລະບູຊາເຈົ້າຊີວິດຮຸ່ງ, ອະດີດສາດສະດາຈານ ເຈີ່ນກວກເວື້ອງ, ນັກປະຫວັດສາດແຖວໜ້າຂອງຫວຽດນາມ ແລະ ໂລກເຄີຍເວົ້າວ່າ “ວິຫານຮຸ່ງເປັນວິຫານທີ່ບູຊາບັນພະບຸລຸດ, ບໍ່ແມ່ນບັນພະບຸລຸດຂອງຄອບຄົວ, ຂອງຕະກຸນ, ຂອງໝູ່ບ້ານ, ຂອງຂົງເຂດໃດ ໂດຍສະເພາະ, ແມ່ນບັນພະບຸລຸດຂອງທົ່ວປະເທດ…ບຸນວິຫານຮຸ່ງບໍ່ພຽງແຕ່ແມ່ນວັນສັກກະລະບູຊາເຈົ້າຊີວິດຮຸ່ງ, ລະລຶກເຖິງບັນພະບຸລຸດ, ມານະມັດສະການບົນດິນແດນບັນພະບຸລຸດ, ດິນແດນສັກສິດ ຫຼື ດິນແດນແຫ່ງການລຸກຮື້ຂຶ້ນຂອງເຈົ້າຊີວິດອົງທຳອິດ, ດິນແດນແຫ່ງການລຸກ ຮື້ຂຶ້ນຂອງປະເທດຫວຽດນາມເທົ່ານັ້ນ, ມັນກາຍເປັນຄວາມມະໂນຈິດ, ຊີ້ໃສ່ສູ່ກົກເຄົ້າ ຫຼື ສຳລັບອະລິຍະທຳຂອງຊາດຫວຽດນາມ ແມ່ນການ ກັບຄືນກົກເຄົ້າເຫງົ້າມູນຂອງຊາດ...”
ຜ່ານການອະທິບາຍດັ່ງກ່າວ, ຫວັງວ່າ ສຳເນົາຄວາມເຊື່ອຖືສັກກະລະບູຊາເຈົ້າຊີວິດຮຸ່ງຂອງຫວຽດນາມຈະໄດ້ຢູແນັສໂກຮັບຮອງ ແລະ ເຊີດຊູ, ເພື່ອໃຫ້ສົມບັດດ້ານວັດທະນະທຳຂອງມະນຸດຈະໄດ້ຮັບເປັນມໍລະດົກອັນລ້ຳຄ່າໜຶ່ງທີ່ຄົງຕົວຢ່າງໝັ້ນຄົງຂະໜົງແກ່ນ ແລະ ມີຊີວິດຊີວາຜ່ານພັນໆ ປີຂອງປະຫວັດສາດ...
                                                                                     ບົດ: ທຸກຮ່ຽນ-ພາບ: ຮວ່າງກວາງຮ່າ, ຈິງວັນໂບ້

  • ອີເມວ
  • ພິມ (Print)
  • ປະກອບຄວາມເຫັນ
ບັນດາບົດທີ່ຖືກນຳສະເໜີ
  • ວັກຊີນ ຫວຽດນາມ[08/04/2013 11:32]
  • ວັດທະນະທຳຂອງການຄ້ຽວໝາກ[04/04/2013]
  • ສູນຜະລິດຕຸກກະຕາຊົນເຜົ່າ “ ຊາວມາຍ”[25/03/2013 11:37]
  • ນ້ຳຈືດມາຮອດເກາະແບ໋[31/01/2013 09:21]
  • ເມືອງເກາະ ດ່ານໜ້າ ຫຼີເຊີນ[24/01/2013 10:13]
  • ຟື້ນຟູປ່າຊາຍເລນຄືນໃໝ່[19/12/2012 13:34]
  • ຕາແສງໄຕຕື້ວ ໃນໄລຍະ ປ່ຽນແປງໃໝ່[23/11/2012 15:41]
  • ເຕັກໂນໂລຢີຊີວະສາດໃນຂະແໜງກະສິກຳຫວຽດນາມ[22/11/2012 09:07]
  • ຮັງນົກແອ່ນ ແຄງຮວ່າ[05/10/2012 17:03]
  • ຮ່າໂນ້ຍວາງແຜນສັງລວມ ກໍ່ສ້າງຊົນນະບົດໃໝ່[12/09/2012 14:42]
1 2 3 4 > 
ຊອກຫາຂໍ້ມູນຂ່າວກ່ຽວກັບບົດອື່ນໆ
ຂ່າວສັ້ນ
ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ມີການພົບປະ ແລກປ່ຽນຄຳຄິດຄຳເຫັນ ກັບທ່ານປະທານາທິບໍດີ ວາລາດີເມຍ ປູຕີນ
ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ມີການພົບປະ ແລກປ່ຽນຄຳຄິດຄຳເຫັນ ກັບທ່ານປະທານາທິບໍດີ ວາລາດີເມຍ ປູຕີນ

ຫວຽດນາມ ຄັດຄ້ານ ເລື່ອງຈີນ ຫ້າມການປະມົງ ຢູ່ເຂດທະເລຕາເວັນອອກ
ຫວຽດນາມ ຄັດຄ້ານ ເລື່ອງຈີນ ຫ້າມການປະມົງ ຢູ່ເຂດທະເລຕາເວັນອອກ

ບໍລິການຮູບພາບ
Multimedia
VNP Non nước Tràng An
VNP Mùa hoa mận Mộc Châu
VNP Kỳ thú Hạ Long
VNP DK1-Vững vàng nơi đầu sóng
VNP Hội làng Đồng Kỵ
VNP Mùa hoa tam giác mạch
VNP Chùa Một Cột - Ngôi chùa cổ có kiến trúc độc đáo nhất châu Á
VNP Làng bánh chưng Tranh Khúc
VNP Thổ cẩm Sa Pa
VNP Khám phá Pù Luông (tỉnh Thanh Hóa)
VNP Sen Đồng Tháp Mười (tỉnh Long An)
VNP Chào đón năm mới 2013
VNP Dấu ấn Hà Nội - Điện Biên Phủ trên không
VNP Chợ cá bến Hàm Tử
VNP Hà Nội chờ đón Noel
VNP Hà Nội mờ sương
VNP Đèn lồng phố Hội
VNP Chợ đêm Long Biên, Hà Nội
VNP Đêm bài chòi phố Hội
VNP Hải Âu hòn Sam
VNP Cốm Mễ Trì
VNP Bên dòng Nhật Lệ
VNP Đồng muối Ninh Thuận
VNP Sen hạ
VNP Phượng gọi hè
VNP Lướt sóng Bình Thuận
VNP Làng quê xứ Huế
VNP Nha Trang biển gọi
VNP Người Mông đá bóng
VNP Mobile lên núi
VNP Bảo tàng lịch sử Việt Nam
VNP Hội Gióng
VNP Khai trương Báo điện tử tiếng Lào đầu tiên tại Việt Nam
VNP Gạo quê
VNP Hà Nội mùa thu
VNP Non cao Suối Giàng - Yên Bái
VNP Mộc Châu, vui ngày hội độc lập
VNP Trên những nẻo đường... Xe đạp
VNP Phiên chợ Dào San - Phong Thổ, Lai Châu
VNP Hội An mùa nước nổi
VNP Kiệt tác Thành nhà Hồ
VNP Nét thanh lịch của người Hà Nội
VNP Tục kéo vợ của người Dao Đỏ ở Lai Châu
VNP Làng chài Cửa Vạn
VNP Bên phá Tam Giang
VNP Lá phiếu vùng cao
VNP Cánh diều tuổi thơ
VNP Trên đồng lúa Việt
VNP Hà Nội và tôi
VNP Nét ca trù Hà Thành
VNP Đám cưới người Dao Tiền
VNP Du xuân trên Thành phố Hồ Chí Minh
VNP Lễ hội chọi trâu Hải lựu
VNP Trẻ em dân tộc Lự chơi Tết
VNP Sa Pa, mùa đông tuyết trắng
VNP Hoa xuân Tây Bắc
VNP Lễ hội Cồng Chiêng - Tây Nguyên
VNP Làng cổ Cự Đà
VNP Một thoáng Hạ Long
VNP Trên cao nguyên Hà Giang
VNP Chợ nổi miền Tây
VNP Làng nghề Sơn mài Hà Thái
VNP Sức sống Trường Sa
VNP Thăng Long phố hội
ຂໍ໊ມູນຂ່າວສານທີ່ຈຳເປັນ
ດິນຟ້າອາກາດ ອັດຕາການແລກປ່ຽນ ພິທີງານບຸນ
Fair

Fair

ລະຫັດ ຊື້ ຂາຍ
AUD 20150.83 20585.75
CAD 20175.6 20673.46
CHF 21349.65 21832.42
EUR 26689.33 27183.34
GBP 31527.15 32175.64
HKD 2658.68 2729.69
JPY 201.1 206.27
SGD 16406.9 16845.15
THB 689.24 719.76
USD 20950 21020
| ເຫດການແລະບັນຫາ | ຂົວເຊື່ອມສຳພັນຖະໄມຕີ | ວັດທະນະທຳ-ສັງຄົມ | ເຄື່ອງໝາຍຫວຽດ | ຄວາມອາດສາມາດບົ່ມຊ້ອນຂອງທ້ອງຖິ່ນ | ທ່ອງທ່ຽວ | ພາບຊີວິດ | ເສດຖະກິດ | ຕາກ້ອງນັກເດີນທາງ | ແຟຊັ່ນ | ຊອກຮູ້ຫວຽດນາມ | ສິລະປະ | ອາຫານຫວຽດນາມ | ກິລາ
ຜູ້ສະໜອງຂ່າວສານ(ICP): ສຳນັກຂ່າວສານຫວຽດນາມ | ISSN: 1606-0261 | ໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ອອກໃບອະນຸຍາດ
ເລກທີ18/GP-BTTTT ລົງວັນທີ 5 ມັງກອນ 2012 ອົງການຄວບຄຸມ: ສຳນັກຂ່າວສານຫວຽດນາມ | ຮັບຜິດຊອບຕົ້ນຕໍ: ຫົວໜ້າບັນນາທິການໃຫຍ່ ຫງວຽນຖັ໋ງ
ເລກທີ: 79 ຫຼີເຖື່ອງກຽດ, ເມືອງຮວ່ານກ໋ຽມ-ຮ່າໂນ້ຍ | ໂທ: (84.4) 39332303 | ແຟັກ: (84.4) 39332291 | ອີເມວ vietnamvnp@gmail.com
C ສະຫງວນລິຂະສິດ ຂ່າວພາບຫວຽດນາມ