|
ງານວາງສະແດງສິນຄ້າໃນຄັ້ງນີ້ ມີຫ້າງຮ້ານທຸລະກິດຕ່າງໆທັງລາວ ແລະຫວຽດນາມ ເຂົ້າຮ່ວມ ຈຳນວນ180ບໍລິສັດ, ມີ 270 ຫ້ອງ; ໃນນີ້ບໍລິສັດຈາກຫວຽດນາມຈຳນວນ 94 ບໍລິສັດ, ມີ 140 ຫ້ອງ. ສິ່ງທີ່ພົ້ນເດັ່ນໃນງານວາງສະແດງຄັ້ງນີ້ ແມ່ນສິນຄາຫຼາກຫຼາຍຊະນິດ, ຄຸນນະພາບສູງ, ຮູບຊົງງາມຕາ, ຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້ໃນເຄື່ອງໝາຍການຄ້າໃຫຍ່ໆເຊັ່ນ:

ຫວຽດນາມມີ 140 ຫ້ອງໃນງານວາງສະແດງສິນຄ້າລາວ-ຫວຽດນາມ
ປີ2011 |

ຜະລິດຕະພັນນ້ຳດື່ມຄຸນນະພາບສູງຮັງນົກແອ່ນແຄງຮວ່າທີ່ງານວາງ
ສະແດງສິນຄ້າລາວ-ຫວຽດນາມ ປະຈຳປີ 2011 |

ຜູ້ຊົມໃຊ້ລາວນິຍົມໝີ່ໄວໆຂອງຫວຽດນາມ |

ນາງສາວລາວມັກນຳໃຊ້ເຄື່ອງສຳອາງຂອງຫວຽດນາມ |
ເຄື່ອງໃຊ້ຫ້ອງການທຽນລອງ, ເຄື່ອງຟາສຕິກຕຽນຟອງ, ເຄື່ອງຕັດຫຍິບຫວຽດຕ໋ຽນ, ກະແຈຫວຽດຕຽບ, ໝໍ້ແປງໄຟ LiOA...
ເປັນຕົ້ນ, ຍ້ອນມີຄຸນນະພາບດີ, ລາຄາເໝາະສົມກັບຜູ້ຊົມໃຊ້, ສະນັ້ນ ຮອດມື້ທີສາມຂອງງານວາງສະແດງ ສິນຄ້າໄດ້ຂາຍເກືອບໝົດ.
ເວົ້າລວມແລ້ວວ່າ, ເຂົ້າຮ່ວມໃນງານວາງສະແດງສິນຄ້າປີນີ້, ບັນດານັກທຸລະກິດຫວຽດນາມມີການກະກຽມ ວຽກງານ ປະຊາສຳພັນຜະລິດຕະພັນເຖິງການຕິດລາຄາດ້ວຍພາສາລາວຢ່າງຊັດເຈນ ສ້າງຄວາມສະດວກ
ໃນການຊື້ຂາຍ.

ເຄື່ອງໄຟຟ້າຄຸນນະພາບສູງຂອງ LiOA ທີ່ງານວາງສະແດງສິນຄ້າ

ຜະລິດຕະພັນຟາສຕິກຕຽນຟອງໃນງານວາງສະແດງ |
ນອກຈາກການຂາຍເຄື່ອງ ແລະ ໂຄສະນາຜະລິດຕະພັນ, ນັກທຸລະກິດຫຼາຍຄົນທີ່ໄດ້ເຂົ້າຮ່ວມ ງານວາງ ສະແດງສິນຄ້າໃນຄັ້ງນີ້ກໍເພື່ອຈຸດປະສົງຊອກຫາຕະຫຼາດຈຳໜ່າຍ ຜະລິດຕະພັນຢູ່ລາວ. ທ້າວຫງວຽນມິງ ຫຽວ, ຫົວໜ້າຫ້ອງການປະຊາສຳພັນ ຂອງບໍລິສັດ Petrolimex Paints ຈຳກັດໃຫ້ຮູ້ວ່າ ງານວາງສະແດງ ສິນຄ້າປີນີ້, ບໍລິສັດໄດ້ເອົາໃຈໃສ່ເຖິງການເຊື່ອມຕໍ່, ຮ່ວມມືກັບບັນດາບໍລິສັດກໍ່ສ້າງຢູ່ລາວ ແລະ ຊອກຫາ ຜູ້ຈຳໜ່າຍນ້ຳສີເພື່ອສົ່ງຜະລິດຕະພັນທີ່ມີ ຄຸນນະພາບທີ່ດີທີ່ສຸດໃຫ້ແກ່ຕະຫຼາດດັ່ງກ່າວ.
ໄລຍະຜ່ານມາ, ປະຊາຊົນລາວມັກນຳໃຊ້ສິນຄ້າຂອງປະເທດໄທ, ແຕ່ປະຈຸບັນ, ຄວາມນິຍົມຂອງເຂົາເຈົ້າ ເລີ່ມມີການປ່ຽນແປງເມື່ອສິນຄ້າຫວຽດນາມ ນັບມື້ນັບເປັນທີ່ໄວ້ວາງໃຈໃນຕະຫຼາດ ການຄ້າລາວບໍ່ວ່າຈະ
ເປັນຄຸນນະພາບ ຫຼື ລາຄາ.

ເຄື່ອງຕັດຫຍິບຫວຽດຕ໋ຽນ ນຳສະເໜີຜະລິດຕະພັນໃໝ່ໆ ທີ່ງານວາງສະແດງ |

ຜະລິດຕະພັນທໍ່ນ້ຳຟາສຕິກ ມີຄວາມທົນຕໍ່ຮ້ອນສູງ DEKK 25
|

ນັກ......
Sản phẩm Plastic của Công ty Binh Minh.
|

ນັກທຸລະກິດຫວຽດນາມຫ້າວຫັນ ແລະ ເປັນເຈົ້າການໃນການ ໂຄສະນາເຄື່ອງໝາຍການຄ້າຢູ່ລາວ |
ໃນຊຸມປີມໍ່ໆມານີ້, ມູນຄ່າການຄ້າສອງຝ່າຍລະຫວ່າງ ສອງປະເທດນັບມື້ນັບຍົກລະດັບຂຶ້ນເລື້ອຍໆ, ພຽງແຕ່ 10 ເດືອນຕົ້ນປີ 2011, ມູນຄ່າການຄ້າຂອງສອງປະເທດບັນລຸໄດ້ 581 ລ້ານໂດລາ, ເພີ່ມ 51% ທຽບກັບປີ ທີ່ຜ່ານມາ.
ຍ້ອນແນວນັ້ນ ຈິ່ງເປັນໂອກາດດີເພື່ອໃຫ້ນັກທຸລະກິດຫວຽດນາມ ແລະ ລາວພົບປະ, ແລກປ່ຽນບົດຮຽນ,ເຊັນສັນຍາຊື້ຂາຍແລະຊອກຫາ ກາລະໂອກາດຮ່ວມທຸລະກິດນຳກັນ, ປະກອບສ່ວນເພີ່ມທະວີຄວາມສາມັກ ຄີລະຫວ່າງສະມາຄົມນັກທຸລະກິດ ແລະ ປະຊາຊົນສອງປະເທດ ເພື່ອຄຳນັບຮັບຕ້ອນວັນບຸນສຳຄັນໃນ “ປີ ແຫ່ງມິດຕະພາບຫວຽດນາມ-ລາວ 2012” ຈະເຖິງນີ້.
ໂດຍ: ຮວ່າງເຈືອງ (ວຽງຈັນ)
|