ໃນປະຈຸບັນຢູ່ແມ່ນ້ຳຫຼາຍແຫ່ງຂອງເມືອງເກິ່ນເຢີ່ ຄື: ແມ່ນຳ້ຮ່າແທງ,ໂດງແຈງ,ກົງຮວ່າ, ແຣກເລີ ແລະ ອື່ນໆ ພວກເຮົາຈະແນມ ເຫັນເຮືອແພ ເປັນຈຳນວນຫຼວງຫຼາຍ ຊຶ່ງປະຊາຊົນເຂດນີ້ ໃຊ້ສຳລັບລ້ຽງຫອຍນາງລົມ,ໂດຍປະມານເກືອບ 500 ຄອບຄົວຂອງປະຊາຊົນເຂດນີ້ ໄດ້ພ້ອມກັນ ລ້ຽງຫອຍນາງລົມ ຢູ່ໃນ ເນື້ອທີ່ປະມານ 12 ເຮັກຕາ , ຊຶ່ງແຕ່ລະປີເຂົາເຈົ້າສາມາດເກັບກູ້ຜົນຜະລິດໄດ້ຫຼາຍກວ່າ 100 ໂຕນຕໍ່ ເຮັກຕາ. ຄືປີ 2010 ຜ່ານມາ,ປະຊາຊົນເຂດນີ້ມີລາຍຮັບຈາກການລ້ຽງຫອຍດັ່ງກ່າວໄດ້ເກືອບ 50 ຕື້ດົ່ງ, ຄອບຄົວໃດທີ່ມີຫຼາຍຄົນກໍມີເງື່ອນໄຂລົງທຶນຫຼາຍ ແລະ ຖ້າຫັກຄ່າໃຊ້ຈ່າຍອອກໝົດແລ້ວ ຄອບຄົວໜຶ່ງຈະກຳໄລຢູ່ປະມານ 2-3 ຕື້ດົ່ງຕໍ່ປີ. ຍ້ອນແນວນັ້ນ ອາຊີບລ້ຽງຫອຍນາງລົມຢູ່ເກິ່ນເຢີ່ພວມ ໄດ້ຮັບການ ພັດທະນາຢ່າງແຂງແຮງ.
 |
| ການເກັບກູ້ຫອຍນາງລົມຢູ່ເກິ່ນເຢີ່. |
 |
 |
| ເຂດລ້ຽງຫອຍນາງລົມ ແບບທຳມະຊາດຢູ່ເກິ່ນເຢີ່. |
ການເກັບຫອຍນາງລົມຢູ່ເກິ່ນເຢີ່. |
ການລ້ຽງຫອຍນາງລົມໃຫ້ຜົນກຳໄລຫຼາຍ ເພາະແຫຼ່ງອາຫານຂອງມັນສ່ວນຫຼາຍແມ່ນມີຢູ່ກັບທຳມະຊາດແລ້ວ. ຜູ້ລ້ຽງພຽງແຕ່ລົງທຶນຊື້ລູກຫອຍ ນາງລົມ ແລະ ກະຊັງປ່ອຍລົງແມ່ນ້ຳ,ຈາກນັ້ນ 2-3 ເດືອນ ກໍສາມາດເກັບກູ້ ຜົນຜະລິດໄດ້ແລ້ວ. ລາຄາລູກຫອຍນາງລົມ ໃນປະຈຸບັນປະມານ 10 ພັນດົ່ງຕໍ່ກິິໂລກຣາມ,ແຕ່ເຖິງໄລຍະເກັບຜົນຈະມີລາຄາກວ່າ 25 ພັນດົ່ງຕໍ່ກິິໂລກຣາມ. ສະນັ້ນ ການລ້ຽງຫອຍນາງລົມຂອງຄົນເກິ່ນເຢີ່ ຈ່ຶງ ເປັນອາຊີບທີ່ມີລາຍຮັບຫຼາຍພໍສົມຄວນ.
ປະຈຸບັນ ຕາແສງລອງຮວ່າ, ຕາແສງອານແທັກ ແລະເມືອງເກິ່ນແທັກ ໄດ້ກາຍເປັນເຂດທີ່ມີການລ້ຽງ ຫອຍ ນາງລົມຫຼາຍກວ່າໝູ່ ຢູ່ໃນເຂດເກິ່ນ ເຢີ່. ຫອຍນາງລົມຢູ່ທີ່ນີ້ສ່ວນຫຼາຍແມ່ນລ້ຽງຢູ່ໃນກະຊັງທີ່ປ່ອຍໃຫ້ຟູຢູ່ເທິງໜ້ານ້ຳ. ຫອຍນາງລົມເປັນແນວພັນໜຶ່ງທີ່ອ່ອນ,ກາບສອງເບື້ອງຄ້າຍ ຄືຫອຍກີ້, ຫອຍກວ້າງ, ຫອຍແມງພູ່…ໃນທຳມະຊາດ, ຫອຍນາງລົມຢູ່ແບບຄົງທີ່, ບໍ່ຮູ້ເຄື່ອນຍ້າຍໄປມາຄືສັດປະເພດອື່ນ ແລະ ກໍເປັນສັດປະ ເພດໜຶ່ງທີ່ ຫາກິນຢ່າງສະຫງົບງຽບ, ອາຫານຕົ້ນຕໍຂອງມັນແມ່ນເທົາ ທີ່ອາໄສຕາມລະດັບນ້ຳຂຶ້ນ-ລົງ ຂອງມັນ, ສະນັ້ນ ເຂດວັງນ້ຳທີ່ມີລະດັບ ການຂຶ້ນໆລົງໆເລື້ອຍໆ ຄືຢູ່ເກິ່ນເຢີ່ ແມ່ນຈະເໝາະສົມທີ່ສຸດ ສຳລັບການລ້ຽງຫອຍນາງລົມ.
 |
| ການເກັບຫອຍນາງລົມຢູ່ເກິ່ນເຢີ່. |
ຜູ້ທຳອິດທີ່ລ້ຽງຫອຍນາງລົມ ຢູ່ເມືອງເກິ່ນເຢີ່ ແມ່ນໂດວັນຕາມ ອາຍຸ 54 ປີ, ອາໄສຢູ່ຕາແສງລອງຮວ່າ. ຈາກບົດຮຽນ ລ້ຽງຫອຍນາງລົມ ມາ ກວ່າ 15 ປີ, ເພິ່ນທັງຈັບຫອຍນາງລົມທັງເລົ່າໃຫ້ພວກເຮົາຟັງ ກ່ຽວກັບອາຊີບພິເສດດັ່ງກ່າວວ່າ: “ອາຊີບນີ້ແມ່ນມີເວລາຫວ່າງຫຼາຍ, ເນື່ອງ ຈາກວ່າການລ້ຽງຫອຍດັ່ງກ່າວ ແມ່ນເພິ່ນຈະເລີ່ມຕົ້ນແຕ່ເດືອນມີນາ ໄປຮອດເດືອນພຶດສະພາ ຫຼືມີຖຸນາ ຈິ່ງຈະສາມາດເກັບກູ້ຜົນຜະລິດມັນໄດ້ ແລະ ຊ່ວງໄລຍະເວລານີ້ຊາວບ້ານພຽງແຕ່ເຝົ້າ ແລະ ອະນາໄມກະຊັ່ງ ໃຫ້ສະອາດເພື່ອໃຫ້ຫອຍໃຫຍ່ ໄວກໍພໍແລ້ວ”. ຜູ້ລ້ຽງຫອຍນາງລົມ ຢູ່ທີ່ນີ້ ເວົ້າວ່າ: ບັນດາແມ່ນ້ຳຢູ່ເກິ່ນເຢີ່ ມີຄວາມເຄັມສູງ ແລະ ລະດັບນ້ຳຂຶ້ນໆລົງໆຢູ່ເລື້ອຍໆ ອັນເໝາະສົມກັບຫອຍນາງລົມ ແລະ ຂະຫຍາຍຕົວເຕີບ ໂຕໄວ, ມີສີງາມ ແລະ ຕຸ້ຍດີ ພຽງ 3 ໂຕ ກໍຮອດກິໂລແລ້ວ, ພ້ອມຂາຍໄດ້ລາຄາດີ. ຊາວບ້ານຢູ່ທີ່ນີ້ ຫຼາຍຄອບຄົວ ສາມາດປຸກເຮືອນຫຼັງໃໝ່, ລະດັບຊີວິດການເປັນຢູ່ ໄດ້ຍົກສູງຂຶ້ນຍ້ອນການລ້ຽງຫອຍນາງລົມ.
 |
| ເຂດລ້ຽງຫອຍຢູ່ໜ້ານ້ຳເກິ່ນເຢີ່. |
ໂດຍສະເລ່ຍແລ້ວຜູ້ລ້ຽງຫອຍນາງລົມໜ້ອຍທີ່ສຸດໃນແຕ່ລະປີກໍຈະມີລາຍຮັບບໍ່ຫຼຸດ 1 ຮ້ອຍລ້ານດົ່ງຕໍ່ປີ,ສ່ວນຜູ້ລ້ຽງຫຼາຍກໍຈະມີລາຍຮັບແຕ່ 2-3 ຕື້ດົ່ງ. ຍ່ິງກວ່ານັ້ນ, ອາຊີບນີ້ ຍັງສ້າງວຽກເຮັດງານທຳ ໃຫ້ແກ່ ຊາວບ້ານແຫ່ງນີ້ໃນແຕ່ລະເດືອນຜູ້ໜຶ່ງຈະມີລາຍຮັບປະມານ 3,5 ລ້ານດົ່ງ.
ແນວໃດກໍດີ,ເຖິງວ່າອາຊີບລ້ຽງຫອຍນາງລົມຈະມີຄວາມສະດວກຫຼາຍຢ່າງແຕ່ເບິ່ງເລິກເຂົ້າໄປແລ້ວກໍຍັງ ປະສົບຄວາມຫຍຸ້ງຍາກຢູ່ຫຼາຍດ້ານທີ່ ຊາວບ້ານຍັງບໍ່ສາມາດແກ້ໄຂມັນໄດ້ ຕົວຢ່າງຄື: ລະຫວ່າງກາງເດືອນກໍລະກົດ ໄປເຖິງລະຫວ່າງປີໃໝ່ສາກົນ, ຊຶ່ງເປັນໄລຍະທີ່ຊາວບ້ານພວມ ສຸມໃສ່ ເກັບຫອຍນາງລົມ ແລະ ກໍແມ່ນໄລຍະທີ່ມີຝົນຕົກຫຼາຍ, ຈິ່ຶງເຮັດໃຫ້ອຸ່ນຫະພູມໃນນ້ຳ ປ່ຽນແປງເລື້ອຍໆ, ຫອຍນາງລົມມັກຕາຍ. ຍ້ອນ ແນວນັ້ນ ຕ້ອງເກັບຫອຍນາງລົມໄວກ່ອນເວລາປົກກະຕິ, ດັ່ງນັ້ນຈິ່ງສົ່ງຜົນໃຫ້ສະມັດຖະພາບ ແລະ ຄຸນນະພາບຂອງຫອຍບໍ່ສູງດັ່ງຄາດຫວັງ.ປະ ຈຸບັນຢູ່ຫວຽດນາມ, ບາງເຂດມີຜົນສຳເລັດສູງ ຕໍ່ການລ້ຽງພັນຫອຍນາງລົມພັນປາຊີຟິກຄື ຢູ່ເຫວ້, ກວາງນິງ… ນີ້ແມ່ນແນວພັນທີ່ມີຕົ້ນກຳເນີດ ຈາກຍີ່ປຸ່ນ ແລະ ເຄີຍໄດ້ລ້ຽງມາຢູ່ 64 ປະເທດໃນໂລກດ້ວຍ ກັນ. ຫອຍນາງລົມພັນນີ້ ມີຄຸນຄ່າທາງດ້ານເສດຖະກິດ ແລະ ການສົ່ງອອກຫຼາຍ ຍ້ອນຊີ້ນຂອງມັນມີທາດ ບຳລຸງສູງ, ໄຂມັນໜ້ອຍ, ບໍ່ມີທາດໂກແລັສເຕີໂຣນ, ຫຼຸດຜ່ອນຄວາມສ່ຽງເປັນພະຍາດຫົວໃຈ-ເສັ້ນເລືອດ.ຂະນະດຽວ ກັນ,ຫ້ອງການກະສິກຳເມືອງເກິ່ນເຢີ່ ພ້ອມປະຊາຊົນຢູ່ທີ່ນີ້ ພວມທົດລອງຮູບແບບຕ່າງໆ ຂອງ ການລ້ຽງຫອຍນາງລົມ ພັນປາຊີຟິກ ແລະ ພວມ ຊອກຫາວິທີໃດ ທີ່ສາມາດລ້ຽງຫອຍນາງລົມໃນລະດູຝົນ.ຖ້າຊ່ອງທາງດັ່ງກ່າວປະສົບຜົນສຳເລັດ, ອາຊີບລ້ຽງຫອຍນາງລົມ ກໍຈະປະກອບສ່ວນ ສຳຄັນເຂົ້າໃນ ການ ພັດທະນາເສດຖະກິດຂອງຊາວບ້ານດີຂຶ້ນເປັນລຳດັບ.
ບົດ: ຫງວຽນແອວງ - ພາບ: ຫງວຽນລວນ
|