|
ເພີ່ມທະວີການໂຄສະນາເຜີຍແຜ່ ແລະ ເປີດກວ້າງເຂດກະເສດສຸມໂດຍມີເງື່ອນໄຂພູມອາກາດ ແລະ ດິນແດນທີ່ສະດວກ, ຫວຽດນາມມີເຂດ ກະເສດສຸມຕົ້ນໄມ້ກິນໝາກຫຼາຍພໍສົມຄວນ. ໃນນັ້ນເຂດພາກໃຕ້ໄດ້ຕີລາຄາວ່າເປັນເຂດປູກຕົ້ນໄມ້ກິນໝາກໃຫຍ່ກວ່າໝູ່ຢູ່ໃນປະເທດ. ຕາມກົມປູກຝັງ, ກະຊວງກະສິກຳ ແລະ ພັດ ທະນາຊົນນະບົດແລ້ວ, ປັດຈຸບັນ ພາກໃຕ້ມີເນື້ອທີ່ຕົ້ນໄມ້ກິນໝາກ ກວ່າ 400.000 ເຮັກຕາ, ໃຫ້ປະລິມານການຜະລິດກວ່າ 4 ລ້ານໂຕນຕໍ່ປີ (ກວມ 52,6% ເນື້ອທີ່ ແລະ 57% ປະລິມານການຜະລິດເມື່ອທຽບກັບທົ່ວປະເທດ). ໃນນັ້ນ, ແຂວງຕ່ຽນຢາງ, ໂດ່ງນາຍ, ຫວີງລອງ, ເບັນແຈ, ໂດ່ງທາບມີເນື້ອທີ່ປູກຝັງຫຼາຍກວ່າໝູ່ຢູ່ທ່ົວປະເທດ. ສິ່ງທີ່ໜ້າສົນໃຈວ່າ, ນັບມື້ ນັບມີຊາວກະສິກອນຫຼາຍຄົນໄດ້ໝູນໃຊ້ຮູບແບບເຕັກນິກການຜະລິດກ້າວໜ້າຕາມມາດຕະຖານ VietGAP (Vietnamese Good Agricultural Practices-ດຳເນີນການຜະລິດກະສິກຳທີ່ດີຂອງຫວຽດນາມ) ແລະ GlobalGAP (Global Good Agricultural Pratices-ດຳເນີນການຜະລິດກະ ສິກຳທີ່ດີໃນທົ່ວໂລກ) ເພື່ອປະດິດອອກແນວພັນຕົ້ນໄມ້ກິນໝາກທີ່ມີຄຸນຄ່າສົ່ງອອກ ສູງຄື: ໝາກກ້ຽງໃຫຍ່ນຳຣອຍ, ໝາກມັງກອນຮວ່າງເຮົ້າ, ໝາກກ້ຽງໃຫຍ່ເຕີນຈ່ຽວ, ໝາກນ້ຳນົມຫຼໍ່ແຣ່ນ, ໝາກມ່ວງຮ່ວາລົກ…

ໝາກມັງກອນຮວ່າງເຮົ້າທີ່ຕະຫຼາດຢູ່ເທິງແມ່ນ້ຳຟຸ້ງຮຽບ (ນະຄອນເກີ່ນເທີ). (ພາບ: ຈ້ອງຈິ໋ງ)

ສວນໝາກກ້ຽງໃຫຍ່ເປືອກຂຽວຢູ່ພາກໃຕ້. (ພາບ: ມິງກວກ)

ງານຕະຫຼາດນັດໝາກໄມ້ທີ່ງານບຸນໝາກໄມ້ພາກໃຕ້ປີ 2011. ພາບ: ຫງວຽນລວນ

ໝາກໄມ້ຢູ່ເຂດພາກໃຕ້. (ພາບ: ຫງວຽນລວນ)

ໝາກໄມ້ຢູ່ເຂດພາກໃຕ້. (ພາບ: ຫງວຽນລວນ)

ໝາກໄມ້ຢູ່ເຂດພາກໃຕ້. (ພາບ: ຫງວຽນລວນ)

ໝາກ lasium domestium ກ໋າຍເຕົ່າ, ຜະລິດຕະພັນທີ່ພິເສດເລື່ອງລືຂອງເຂດດິນອູມິງ, ແຂວງກ່າເມົາ. (ພາບ: ມິງກວກ)

ໝາກລິ່ນຈີ່ບັກຢາງ. (ພາບ: ອານທັນດາດ)

ໝາກລິ່ນຈີ່ບັກຢາງ. (ພາບ: ອານທັນດາດ) |
ຕາມແຜນສັງລວມ ມາຮອດປີ 2020, ເນື້ອທີ່ຕົ້ນໄມ້ກິນໝາກຢູ່ພາກໃຕ້ຈະບັນລຸແຕ່ 418.000-438.000 ເຮັກຕາ, ໃຫ້ປະລິມານການ ຜະລິດກວ່າ 5ລ້ານໂຕນຕໍ່ປີ; ວົງເງິນໃນການສົ່ງອອກໝາກໄມ້ສົດ ແລະ ໝາກໄມ້ທີ່ຜ່ານການປຸງແຕ່ງທັງໝົດບັນລຸ 500 ລ້ານໂດລາສະຫະ ລັດຕໍ່ປີ. ເພື່ອບັນລຸໄດ້ຈຸດໝາຍດັ່ງກ່າວ, ບັນດາທ້ອງຖິ່ນພວມຍູ້ແຮງວຽກງານໂຄສະນາເຜີຍແຜ່ ແລະ ເປີດກວ້າງເຂດເພາະປູກຕາມແບບ ຜະລິດສິນຄ້າດ້ວຍຮູບແບບຂະຫຍາຍຕົວຢ່າງໝັ້ນຄົງຕາມມາດຕະຖານ VietGAP ແລະ GlobalGAP. ຕາມນັ້ນ, ແຕ່ລະທ້ອງຖິ່ນ ຈະເອົາໃຈໃສ່ເປັນພິເສດການຜະລິດຕາມທິດປອດໄພທາງຊີວະວິທະຍາ ແລະ ສຸມໃສ່ໃນການຂະຫຍາຍໂຕບັນດາປະເພດພືດພັນຕົ້ນຕໍແນໃສ່ ຍົກສູງກຳລັງການແກ່ງແຍ້ງ.
| ຕາມກົມປູກຝັງ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ), ປະຈຸບັນ, ເນື້ອທີ່ຕົ້ນໄມ້ກິນໝາກຂອງທົ່ວປະເທດມີປະມານ 900.000 ເຮັກຕາ, ປະລິມານການຜະລິດໝາກໄມ້ບັນລຸ ປະມານ 10 ລ້ານໂຕນ; ໃນນັ້ນ ເນື້ອທີ່ຕົ້ນໄມ້ກິນໝາກຮັບໃຊ້ ສົ່ງອອກມີປະມານ 255.000 ເຮັກຕາ, ປະລິມານການຜະ ລິດໝາກໄມ້ສົ່ງອອກຄາດວ່າບັນລຸກວ່າ 400.000 ໂຕນ. ວົງເງິນໃນການສົ່ງອອກທັງໝົດຄາດວ່າບັນລຸເກືອບ 300 ລ້ານ ໂດລາສະຫະລັດຕໍ່ປີ. ຕາມແຜນສັງລວມ ມາຮອດປະ2020, ເນື້ອທີ່ປູກຕົ້ນໄມ້ກິນໝາກບັນລຸ 1,1 ລ້ານເຮັກຕາ ດ້ວຍວົງເງິນ ໃນການສົ່ງອອກທັງໝົດບັນລຸ 1,2 ຕື້ ໂດລາສະຫະລັດຕໍ່ປີ. |
ພິເສດ, ເພື່ອຍູ້ແຮງຄວາມສາມາດເຈາະຕະຫຼາດ, ຊາວກະສິກອນ ແລະ ນັກຄຸ້ມຄອງຢູ່ພາກໃຕ້ໄດ້ດຳເນີນໂຄສະນາເຜີຍແຜ່ໃນຫຼາຍຮູບການທີ່ແຕກ
ຕ່າງກັນ, ພົ້ນເດ່ັ່ນຄືງານບຸນໝາກໄມ້ພາກໃຕ້. ນີ້ແມ່ນເຫດການໃຫຍ່ຊຶ່ງ ໄດ້ຈັດຕັ້ງຂຶ້ນທີ່ນະຄອນໂຮ່ຈີມິນເປັນປະຈຳປີ. ມາຮອດປັດຈຸບັນ, ງານບຸນ ດັ່ງກ່າວຈັດຕັ້ງໄດ້ 16 ເທື່ອມາແລ້ວ ແລະ ໄດ້ກາຍເປັນເວທີທີ່ມີປະສິດ ທິພາບເພື່ອໃຫ້ຊາວກະສິກອນ, ນັກວິທະຍາສາດ ແລະ ນັກຄຸ້ມຄອງມີ ເງື່ອນໄຂສະດວກໃນການໂຄສະນາເຜີຍແຜ່ ແລະ ນຳສະເໜີຜົນງານຕ່າງໆ ກໍ່ຄືຊອກຫາໂອກາດເປີດກວ້າງຕະຫຼາດ.
ໂດຍບໍ່ຄຶກຄື້ນຄືຢູ່ຕະຫຼາດພາກໃຕ້ແຕ່ ຕະຫຼາດໝາກໄມ້ຢູ່ພາກເໜືອກໍມີ ທ່າແຮງສະເພາະຂອງຕົນ. ຍົກຕົວຢ່າງຄື ໝາກລິ່ນຈີ່ ແຕ່ໃດໆມາ ໄດ້ ກາຍເປັນເຄື່ອງໝາຍການຄ້າເອກະລັກຂອງແຖບດິນບັກຢາງ, ຫາຍເຢືອງ. ໃນນັ້ນ, ບັກຢາງມີເນື້ອທີ່ປູກລິ່ນຈີ່ກວ່າ 40.000 ເຮັກຕາ, ກວມ ເອົາ 80% ເນື້ອທີ່ຜະລິດສິນຄ້າກະສິກຳທັງໝົດຂອງທົ່ວແຂວງ. ຄາດຄະເນວ່າ ໃນປີ 2011, ຜະລິມານການຜະລິດໝາກລິ່ນຈີ່ສົດ ຂອງ ບັກຢາງຈະບັນລຸປະມານ 200.000 ໂຕນ ແລະ ສະເພາະເມືອງລູກງ້ານ ບັນລຸປະມານ 90.000 ໂຕນ.
ຕາມທ່ານບຸ່ຍວັນແຮ້ງ, ຮອງເຈົ້າແຂວງແຂວງບັກຢາງແລ້ວ, ລິ່ນຈີ່ສືບຕໍ່ເປັນແນວພັນຕົ້ນໄມ້ຕົ້ນຕໍຢູ່ແຂວງບັນຢາງ. ຮູບແບບການຜະລິດຕົ້ນ ລິ່ນຈີ່ຕາມມາດຕະຖານ VietGAP ໄດ້ຮັບການແຜ່ຂະຫຍາຍອອກຢູ່ເທິງເນື້ອທີ່ 6.000 ເຮັກຕາ, ສະເພາະລູກງ້ານມີ 5.700 ເຮັກຕາ (ເພີ່ມຂຶ້ນ 1.700 ເຮັກຕາເມື່ອທຽບກັບລະດູກ່ອນ).
ປະຈຸບັນນີ້, ຕະຫຼາດຈຳໜ່າຍໝາກລິ່ນຈີ່ຢູ່ພາຍໃນປະເທດກວມ 40%, ສ່ວນຍັງເຫຼືອແມ່ນສຳລັບສົ່ງອອກ.ນອກຈາກຕະຫຼາດມູນເຊື້ອແມ່ນ ປະເທດຈີນແລ້ວ, ໝາກລິ່ນຈີ່ກໍຍັງໄດ້ຮັບການສົ່ງອອກໄປລາວ, ກຳປູເຈຍ ແລະພວມຄ່ອຍກ້າວເຂົ້າສູ່ຕະຫຼາດ ທີ່ມີລົດນິຍົມສູງກວ່າຄື ເອີຣົບ, ອາເມລິກາ, ຍີ່ປຸ່ນ…
ຍູ້ແຮງເຕັກໂນໂລຢີການປຸງແຕ່ງເພື່ອສ້າງທິດທາງໄປຢ່າງໝັ້ນຄົງ
ໂດຍມີແຫຼ່ງວັດຖຸດິບທີ່ອຸດົມສົມບູນ ແລະ ມີມູນຄ່າສົ່ງອອກສູງ,ມີຫຼາຍທຸລະກິດປຸງແຕ່ງໝາກໄມ້ຢູ່ພາຍໃນປະເທດໄດ້ບໍ່ປ່ອຍໂອກາດເພື່ອລົງ
ທຶນເຕັກໂນໂລຢີ, ເຕັກນິກ, ແຮງງານເຂົ້າໃນການປຸງແຕ່ງ ແລະ ສົ່ງອອກໝາກໄມ້ອອກສູ່ຕະຫຼາດໂລກ. ປະຈຸບັນນີ້,ນອກຈາກການສົ່ງອອກ ໝາກໄມ້ສົດ ບັນດາທຸລະກິດປຸງແຕ່ງຢູ່ພາຍໃນປະເທດໄດ້ ແລະ ພວມຄົ້ນຄວ້າການຜະລິດອອກຫຼາຍປະເພດໝາກໄມ້ ຜ່ານການປຸງແຕ່ງແລ້ວ ເພື່ອຮັບໃຊ້ຕະຫຼາດຄື: ໝາກໄມ້ອົບແຫ້ງ, ອົບໜຽວ, ໝາກໄມ້ເອືອບເກືອ, ໝາກໄມ້ແຊ່ເຢັນ, ໝາກໄມ້ສົດບັນຈຸໃນກະປ໋ອງ, ນ້ຳໝາກໄມ້, ເຫຼົ້າໝາກໄມ້ ແລະ ອື່ນໆ…
ໂຮງງານ ຊານາມຟຸດ ຮວ່າບິ່ງ (Sannamfood Hoa Binh) ຂຶ້ນກັບບໍລິສັດສະບຽງອາຫານຫຸ້ນສ່ວນຊານາມ ແມ່ນຕົວຢ່າງໜຶ່ງ ທີ່ພົ້ນເດັ່ນ. ໂຮງງານດ່ັງກ່າວໄດ້ຮັບການຂະຫຍາຍຕົວໄປຕາມທິດສຸມໃສ່ຂຸດຄົ້ນແຫຼ່ງວັດຖຸດິບຈາກບັນດາເຂດວັດຖຸດິບທີ່ເຄີຍມີມາກ່ອນ ແລະ ເປັນປົກກະຕິຢູ່ພາຍ
ໃນ ປະເທດເພື່ອຜະລິດອອກບັນດາຜະລິດຕະພັນໝາກໄມ້ປຸງແຕ່ງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ.ອ້າຍເຈືອງມິງຮວ່າງ, ຜູ້ອຳນວຍການ ໂຮງງານ ຊານາມຟຸດ ຮ່ວາບິ່ງໃຫ້ຮູ້ວ່າ, ລະດູໃດ ຜະລິດຕະພັນນັ້ນ, ໝົດລະດູໝາກໝັນກໍເຖິງ ລະດູ ໝາກນັດ, ໝາກຈອງ, ໝາກມ່ວງ… ຕາມປົກກະຕິ,ເມື່ອ ໝາກໄມ້ສຸກ, ມີປະລິມານນ້ຳຕານບັນຈຸໃນໝາກໄມ້ສູງສຸດ ແລະ ມີຮູບຊົງງາມທີ່ສຸດ... ໂຮງງານກໍເຂົ້າລະດູການຜະລິດຕົ້ນຕໍ. ຂ້າພະເຈົ້າມາຮອດໂຮງງານແມ່ນຖືກລະດູເກັບກ່ຽວໝາກໝັນຢູ່ໂມກເຈົາ(ແຂວງເຂີນລາ), ດັ່ງນັ້ນ, ຕ່ອງໂສ້ທັງໝົດຂອງໂຮງງານໄດ້ລະດົມເຮັດວຽກໝົດ ຄວາມສາມາດເພື່ອຜະລິດ ຜະ ລິດຕະພັນໝາກໝັນອົບໜຽວ.
ປະຈຸບັນ, ໂຮງງານພວມຫາໃຊ້ສຸດຄວາມສາມາດແຫຼ່ງວັດຖຸດິບທີ່ມີມາກ່ອນຄື ໝາກ ໝັນຢູ່ໂມກເຈົາ(ເຊີນລາ), ໝາກມ່ວງ (ຢູ່ພາກໃຕ້), ໝາກນັດ (ຢູ່ບາວີ່), ໝາກຈອງ(ຢູ່ບັກກ້ານ)ເພື່ອຜະລິດອອກຜະລິດຕະພັນໝາກໄມ້ອົບໜຽວ ຊຶ່ງເປັນປະເພດທີ່ຕະຫຼາດພວມນິຍົມຄື: ໝາກມ່ວງ, ໝາກນັດ, ໝາກຮຸ່ງ, ໝາກໝັນ, ໝາກຈອງ, ໝາກເຟືອງ, ໝາກກ້ວຍ ແລະ ອື່ນໆ…
ໜຶ່ງໃນບັນດາຄວາມຕ້ອງການທີ່ມີລັກສະນະເປັນຕາຍຕໍ່ທຸລະກິດປຸງແຕ່ງໝາກໄມ້ ນັ້ນແມ່ນບັນຫາອະນາໄມຄວາມປອດໄພຂອງໝາກໄມ້. ດ້ວຍເຫດນັ້ນ, ທຸກໆຂັ້ນ ຕອນການປຸງແຕ່ງຢູ່ຊານາມຟຸດ ຮ່ວາບິ່ງລ້ວນແຕ່ໄດ້ຮັບການປະຕິບັດ ແລະ ກວດກາຢ່າງເຄັ່ງຄັດ. ແຫຼ່ງວັດຖຸດິບທີ່ໄດ້ ເກັບໂຮມສະສົມຕ້ອງມີ ກົກເຄົ້າຢ່າງຈະແຈ້ງ. ບັນດາປະເພດໝາກໄມ້ຕ້ອງບັນລຸຄຸນນະພາບດ້ານສີສັນ, ຄວາມແກ່ຂອງໝາກໄມ້ ແລະ ບໍ່ຖືກ ແຕກເນົ່າ. ຂັ້ນຕອນການປຸງແຕ່ງ ຄົບວົງຈອນແຕ່ຕົ້ນເຖິງສຸດທ້າຍຕ້ອງເຄົາລົບຢ່າງເຄັ່ງຄັດຕາມມາດຕະຖານ HACCP(Hazard Analysis and Critical Control Points-ມາດຕະຖານຄຸນນະພາບສາກົນກ່ຽວກັບຄວາມປອດໄພຂອງສະບຽງອາຫານນຳໃຊ້ຕໍ່ ຜະລິດຕະພັນຜັກ ແລະ ໝາກໄມ້ຜ່ານການປຸງແຕ່ງ).
ຕາມການສະຖິຕິເມື່ອປີ 2010ແລ້ວ, ທົ່ວປະເທດມີພື້ນຖານ, ໂຮງງານປຸງແຕ່ງ, ຮັກ ສາຜັກ ແລະ ໝາກໄມ້ຂະໜາດອຸດສາຫະກຳປະມານ 60 ແຫ່ງ ແລະ ພື້ນຖານປຸງແຕ່ງຂະໜາດນ້ອຍແບບຄອບຄົວຫຼາຍໝື່ນແຫ່ງ. ຕາມການຄາດຄະເນວ່າ, ຈຳນວນພື້ນຖານປຸງແຕ່ງໝາກໄມ້ ຈະເພີ່ມຂຶ້ນໃນໄລຍະ ທີ່ຈະມາເຖິງ, ໂດຍສະເພາະແມ່ນເມື່ອ ຮູບແບບປູກຕົ້ນໄມ້ກິນໝາກເປັນເຂດ ກະເສດສຸມໄດ້ຂະຫຍາຍ ຜາຍແຜ່ໃນ ທົ່ວປະ ເທດ. ນີ້ແມ່ນພື້ນຖານຢ່າງໝັ້ນຄົງເພື່ອຂະແໜງການປຸງແຕ່ງໝາກໄມ້ຫວຽດນາມສາມາດຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບ ແລະຍົກສູງຄຸນຄ່າກຳໄລ ໃຫ້ໄດ້. ຖ້າຫາກວ່າແຫຼ່ງວັດຖຸດິບໄດ້ຖືວ່າເປັນຂອດທຳອິດ ແລະ ການປຸງແຕ່ງ, ຮັກສາໝາກໄມ້ແມ່ນຂອດສຸດທ້າຍ ແລ້ວ, ວຽກງານຄົ້ນຄວ້າ ເຕັກໂນ ໂລຢີການປຸງແຕ່ງກໍໄດ້ຖືວ່າຂອດເຄິ່ງກາງ ເຊີ່ງມີຄວາມສຳຄັນບໍ່ໜ້ອຍກວ່າໃນຕ່ອງໂສ້ອຸດສາຫະກຳການ ປຸງແຕ່ງໝາກໄມ້. ຕາມ ສຈ.ຫງວຽນທິຮ່ັງ, ຫົວໜ້າພາກວິຊາການປຸງແຕ່ງ ແລະ ຮັກສາ ຂຶ້ນກັບສະຖາບັນຄົ້ນຄວ້າໝາກໄມ້ ສູນກາງໃຫ້ ຮູ້ວ່າ, ຄຽງຄູ່ກັບການຂະຫຍາຍຕົວເສດຖະກິດ, ຜະ ລິດຕະພັນໝາກໄມ້ສົດຜ່ານປຸງແຕ່ງນັບມື້ນັບມີຢູ່ທົ່ວໄປໃນທ້ອງຕະຫຼາດ ຍ້ອນມັນຕອບ ສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງຜູ້ຊົມໃຊ້, ຍົກຕົວຢ່າງຄື ມີລັກສະນະ ສະດວກດີ, ຮັບປະກັນຄວາມປອດໄພດ້ານອະນາໄມ, ຮັກສາ ໄດ້ດົນ, ອຸດົມສົມບູນ, ຫຼາກຫຼາຍດ້ານຊະນິດ ແລະ ລົດຊາດ, ພິເສດແມ່ນເຮັດໃຫ້ໜ້ອຍລົງທີ່ສຸດປະລິມານ ແລະ ຄ່າຂົນສົ່ງ.
ສຈ.ຮັ່ງກໍ່ໃຫ້ຮູ້ຕື່ມອີກວ່າ, ຂະແໜງການປຸງແຕ່ງໝາກໄມ້ຂອງຫວຽດນາມໝັ້ນໝາຍຈະມີແງ່ຫວັງຫຼາຍໃນອະນາຄົດ. ດ້ວຍເຫດນັ້ນ, ເຕັກໂນ ໂລຢີການຮັກສາ ແລະ ປຸງແຕ່ງໝາກໄມ້ສົດກໍແມ່ນຫນຶ່ງໃນຈຸດໝາຍຄົ້ນຄວ້າແຖວໜ້າທີ່ພາກວິຊາປຸງແຕ່ງ ແລະ ຮັກສາພວມມຸ່ງສູ່ ແນໃສ່ ປະກອບສ່ວນເພີ່ມມູນຄ່າສົ່ງອອກໃຫ້ແກ່ບັນດາປະເພດໝາກໄມ້ທີ່ມີຄວາມສາມາດບົ່ມຊ້ອນຂອງຫວຽດນາມ.
ບົດ: ຫືວຕ໋ວນ - ພາບ: ອານທັນດາດ, ຈ້ອງຈິ໋ງ, ມິງກວກ, ຫງວຽນລວນ
|