ຕອນເຊົ້າວັນທີ 19 ກໍລະກົດ 2012, ທີ່ນະຄອນຫຼວງວຽງຈັນ, ສະພາ ວິທະຍາສາດສັງຄົມຫວຽດນາມ ໄດ້ປະສານສົມທົບກັບ ສະພາວິທະຍາສາດ ສັງຄົມແຫ່ງຊາດລາວ ຈັດພິທີວາງສີລາລືກກໍ່ສ້າງໂຄງການ “ສູນຂໍ້ມູນຂ່າວ ສານ, ຫໍສະໝຸດ ແລະອາຄານເຮັດວຽກຂອງສະພາວິທະຍາສາດສັງຄົມແຫ່ງ ຊາດລາວ”
ພິທີວາງສີລາລືກກໍ່ສ້າງໂຄງການ “ສູນຂໍ້ມູນຂ່າວສານ, ຫໍສະໝຸດ ແລະ ອາຄານຮັດວຽກ ຂອງສະພາວິທະຍາສາດສັງຄົມແຫ່ງຊາດລາວ”
|
ຕອນເຊົ້າວັນທີ 19 ກໍລະກົດ 2012, ທີ່ນະຄອນຫຼວງວຽງຈັນ, ສະພາ ວິທະຍາສາດສັງຄົມຫວຽດນາມ ໄດ້ປະສານສົມທົບກັບ ສະພາວິທະຍາສາດ ສັງຄົມແຫ່ງຊາດລາວ ຈັດພິທີວາງສີລາລືກກໍ່ສ້າງໂຄງການ “ສູນຂໍ້ມູນຂ່າວ ສານ, ຫໍສະໝຸດ ແລະອາຄານເຮັດວຽກຂອງສະພາວິທະຍາສາດສັງຄົມແຫ່ງ ຊາດລາວ” ດ້ວຍແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ 154 ຕື້ດົ່ງຫວຽດນາມ. ທ່ານ ສຈ. ດຣ. ຫງວຽນຊວນຖັ໋ງ, ກຳມະການສູນກາງ ພັກ, ປະທານສະພາວິທະຍາສາດສັງຄົມຫວຽດນາມ ໄດ້ຢືນຢັນວ່າ ນີ້ແມ່ນ ໂຄງການໜຶ່ງທີ່ມີຄວາມໝາຍທາງດ້ານການເມືອງ ແລະ ຄວາມສຳຄັນລະ ດັບຍຸດທະສາດໃນໂຄງການຮ່ວມມືລະຫວ່າງສອງສະພາວິທະຍາສາດສັງຄົມ
ໃນຕໍ່ໜ້າ ກໍຄືໄລຍະຍາວນານ, ປະກອບສ່ວນເຂົ້າໃນຂະບວນວິວັດສ້າງສາ ແລະ ປ່ຽນໃໝ່ຂອງປະເທດລາວ. ຕາງໜ້າສະພາວິທະຍາສາດສັງຄົມແຫ່ງຊາດລາວ, ທ່ານຮອງປະທານ ຄຳພອນ ບຸນນະດີ ໄດ້ສະແດງຄວາມຂອບ ໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນສະພາວິທະຍາສາດສັງຄົມຫວຽດນາມ ແລະ ເຊື່ອໝັ້ນວ່າເມື່ອໂຄງ ການໄດ້ຖືກນຳເຂົ້າໃຊ້ການ ຈະເປັນສະຖານທີ່ເຮັດວຽກທີ່ດີສຳລັບບັນດານັກຄົ້ນຄວ້າລາວ ກໍຄືການຮ່ວມມືລະຫວ່າງສອງຝ່າຍ ຈະນັບມື້ນັບໄດ້ຮັບ ປະສິດທິຜົນກວ່າອີກ.
ໂດຍ: ຮວ່າງເຈືອງ(ວຽງຈັນ)
|